ພຣະ​ຄຳ​ພີ
ແອວມາ 12


ບົດ​ທີ 12

ແອວມາ​ກ່າວ​ກັບ​ຊີເອສ​ຣອມ—ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ມອບ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ​ເທົ່າ​ນັ້ນ—ມະນຸດ​ຖືກ​ຕັດ​ສິນ​ດ້ວຍ​ຄວາມ​ຄິດ, ຄວາມ​ເຊື່ອ​ຖື, ຄຳ​ເວົ້າ, ແລະ ວຽກ​ງານ​ຂອງ​ຕົນ—ຄົນ​ຊົ່ວ​ຈະ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ໂດຍ​ຄວາມ​ຕາຍ​ທາງ​ວິນ​ຍານ—ຊີ​ວິດ​ທີ່​ເປັນ​ມະຕະ​ນີ້​ເປັນ​ສະພາວະ​ແຫ່ງ​ການ​ທົດ​ລອງ—ແຜນ​ແຫ່ງ​ການ​ໄຖ່​ເຮັດ​ໃຫ້​ການ​ຟື້ນ​ຄືນ​ຊີ​ວິດ​ເກີດ​ຂຶ້ນ ແລະ, ຜ່ານ​ທາງ​ສັດທາ, ພາ​ໃຫ້​ການ​ປົດ​ບາບ​ເກີດ​ຂຶ້ນ—ຄົນ​ທີ່​ກັບ​ໃຈ​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ​ຜ່ານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ບັດ​ນີ້​ແອວມາ, ໂດຍ​ທີ່​ເຫັນ​ວ່າ​ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ເຮັດ​ໃຫ້​ຊີເອສ​ຣອມ​ງຽບ​ລົງ, ເພາະ​ລາວ​ເຫັນ​ວ່າ ແອມ​ມິວເລັກ​ຈັບ​ລາວ​ໄດ້​ໃນ ການ​ເວົ້າ​ຕົວະ ແລະ ການ​ຫລອກ​ລວງ ເພື່ອ​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ລາວ, ແລະ ເຫັນ​ວ່າ ລາວ​ເລີ່ມ​ສັ່ນ​ສາຍ​ດ້ວຍ ຄວາມ​ຮູ້​ຕົວ​ໃນ​ຄວາມ​ຜິດ​ຂອງ​ລາວ​ເອງ, ເພິ່ນ​ຈຶ່ງ​ເປີດ​ປາກ, ແລະ ເລີ່ມ​ເວົ້າ​ກັບ​ລາວ ເພື່ອ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ແອມ​ມິວເລັກ​ມີ​ຫລັກ​ຖານ, ແລະ ອະ​ທິ​ບາຍ​ສິ່ງ​ຕ່າງໆ, ຫລື ກ່າວ​ເຖິງ​ພຣະ​ຄຳ​ພີ ຊຶ່ງ​ນອກ​ເໜືອ​ໄປ​ຈາກ​ທີ່​ແອມ​ມິວເລັກ​ໄດ້​ກ່າວ​ໄປ.

2 ບັດ​ນີ້​ຄຳ​ທີ່​ແອວມາ​ເວົ້າ​ກັບ​ຊີເອສ​ຣອມ​ເຮັດ​ໃຫ້​ຜູ້​ຢູ່​ຮອບໆ​ນັ້ນ​ໄດ້​ຍິນ​ອີກ; ເພາະ​ຝູງ​ຊົນ​ມີ​ຫລາຍ ແລະ ເພິ່ນ​ໄດ້​ເວົ້າ​ໄວ້​ຕາມ​ນີ້:

3 ບັດ​ນີ້​ຊີເອສ​ຣອມ, ໂດຍ​ທີ່​ເຫັນ​ວ່າ​ເຈົ້າ​ຖືກ​ຈັບ​ໄດ້​ໃນ​ການ​ເວົ້າ​ຕົວະ ແລະ ການ​ໃຊ້​ກົນ​ອຸ​ບາຍ, ບໍ່​ແມ່ນ​ແຕ່​ກັບ​ມະນຸດ​ເທົ່າ​ນັ້ນ ແຕ່​ເຈົ້າ​ຍັງ​ເວົ້າ​ຕົວະ​ພຣະ​ເຈົ້າ​ນຳ​ອີກ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ຮູ້ ຄວາມ​ຄິດ​ທັງ​ໝົດ​ຂອງ​ເຈົ້າ, ແລະ ເຈົ້າ​ເຫັນ​ວ່າ​ຄວາມ​ຄິດ​ຂອງ​ເຈົ້າ​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຮົາ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ;

4 ແລະ ເຈົ້າ​ເຫັນ​ວ່າ ພວກ​ເຮົາ​ຮູ້​ແຜນ​ຂອງ​ເຈົ້າ​ເປັນ​ແຜນ​ທີ່​ມີ​ເລ່​ຫລ່ຽມ​ຫລາຍ, ຊຶ່ງ​ເປັນ​ເລ່​ຫລ່ຽມ​ຂອງ​ມານ, ເພື່ອ​ເວົ້າ​ຕົວະ ແລະ ຫລອກ​ລວງ​ຜູ້​ຄົນ​ພວກ​ນີ້​ເພື່ອ​ເຈົ້າ​ຈະ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຕໍ່​ຕ້ານ​ພວກ​ເຮົາ ໝິ່ນ​ປະ​ໝາດ​ພວກ​ເຮົາ ແລະ ຂັບ​ໄລ່​ພວກ​ເຮົາ​ອອກ​ໄປ—

5 ບັດ​ນີ້​ມັນ​ເປັນ​ແຜນ​ຂອງ ຜູ້​ປໍ​ລະ​ປັກ​ຂອງ​ເຈົ້າ, ແລະ ມັນ​ໄດ້​ໃຊ້​ອຳນາດ​ຂອງ​ມັນ​ກັບ​ເຈົ້າ​ແລ້ວ. ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ເຈົ້າ​ຈຳ​ໄວ້​ວ່າ ອັນ​ໃດ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຈົ້າ​ກໍ​ເໝືອນ​ກັບ​ວ່າ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ໝົດ​ທຸກ​ຄົນ.

6 ແລະ ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທຸກ​ຄົນ​ວ່າ ນີ້​ເປັນ​ບ້ວງ​ຂອງ​ຜູ້​ປໍ​ລະ​ປັກ, ຊຶ່ງ​ວາງ​ໄວ້​ເພື່ອ​ຫວັງ​ຈະ​ຈັບ​ຜູ້​ຄົນ​ພວກ​ນີ້ ເພື່ອ​ມັນ​ຈະ​ໄດ້​ເອົາ​ພວກ​ເຈົ້າ​ມາ​ຂຶ້ນ​ຢູ່​ກັບ​ມັນ, ເພື່ອ​ມັນ​ຈະ​ໄດ້​ລ້ອມ​ພວກ​ເຈົ້າ​ໄວ້​ໃຫ້​ຮອ​ບ​ດ້ວຍ ສາຍ​ໂສ້​ຂອງ​ມັນ ເພື່ອ​ມັນ​ຈະ​ໄດ້​ຜູກ​ມັດ​ພວກ​ເຈົ້າ​ລົງ​ໄປ​ຫາ​ຄວາມ​ພິນາດ​ອັນ​ເປັນ​ນິດ, ຕາມ​ອຳນາດ​ແຫ່ງ​ການ​ເປັນ​ຊະ​ເລີຍ​ຂອງ​ມັນ.

7 ບັດ​ນີ້​ເມື່ອ​ແອວມາ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ຊີເອສ​ຣອມ​ເລີ່ມ​ສັ່ນ​ສະ​ທ້ານ​ຢ່າງ​ຍິ່ງ, ເພາະ​ລາວ​ຍອມ​ຮັບ​ໃນ​ອຳນາດ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ; ແລະ ລາວ​ຍອມ​ຮັບ​ອີກ​ວ່າ, ແອວມາ​ກັບ​ແອມ​ມິວເລັກ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຕົວ​ລາວ, ເພາະ​ລາວ​ຍອມ​ຮັບ​ວ່າ​ພວກ​ເພິ່ນ​ຮູ້​ເຖິງ​ຄວາມ​ນຶກ​ຄິດ ແລະ ຄວາມ​ເຈດ​ຕະ​ນາ​ຂອງ​ໃຈ​ລາວ; ເພາະ​ວ່າ​ເພິ່ນ​ທັງ​ສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໄດ້​ຮູ້​ເລື່ອງ​ເຫລົ່າ​ນີ້​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ.

8 ແລະ ຊີເອສ​ຣອມ​ເລີ່ມ​ສອບ​ຖາມ​ພວກ​ເພິ່ນ​ຢ່າງ​ພາກ​ພຽນ, ເພື່ອ​ຈະ​ໄດ້​ຮູ້​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ແລະ ລາວ​ຖາມ​ແອວມາ​ວ່າ: ເລື່ອງ​ທີ່​ແອມ​ມິວເລັກ​ເວົ້າ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ, ວ່າ​ຄົນ​ທັງ​ປວງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ, ທັງ​ຄົນ​ທ່ຽງ​ທຳ ແລະ ຄົນ​ບໍ່​ທ່ຽງ​ທຳ, ແລະ ຈະ​ຖືກ​ນຳ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ?

9 ແລະ ບັດ​ນີ້​ແອວມາ​ເລີ່ມ​ຊີ້​ແຈງ​ເລື່ອງ​ເຫລົ່າ​ນີ້​ແກ່​ລາວ, ໂດຍ​ກ່າວ​ວ່າ: ມັນ​ໄດ້​ຖືກ​ມອບ​ໃຫ້​ຫລາຍ​ຄົນ​ເພື່ອ​ຈະ​ຮູ້ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ໄດ້​ຮັບ​ພຣະ​ບັນ​ຊາ​ຢ່າງ​ເຄັ່ງ​ຄັດ​ວ່າ ບໍ່​ໃຫ້​ບອກ​ເລົ່າ​ນອກ​ຈາກ​ຕາມ​ພຣະ​ຄຳ​ຕອນ​ທີ່​ພຣະ​ອົງ​ປະທານ​ໃຫ້​ລູກ​ຫລານ​ມະນຸດ ເທົ່າ​ນັ້ນ, ຕາມ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ພາກ​ພຽນ​ທີ່​ພວກ​ເຂົາ​ຖວາຍ​ແດ່​ພຣະ​ອົງ.

10 ແລະ ສະນັ້ນ, ຄົນ​ທີ່​ຈະ​ເຮັດ​ໃຈ ແຂງ​ກະ​ດ້າງ​ຈະ​ໄດ້​ຮັບ ສ່ວນ​ໜ້ອຍ​ຂອງ​ພຣະ​ຄຳ; ແລະ ກັບ​ຄົນ​ທີ່​ຈະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ກໍ​ຈະ​ໄດ້ ຮັບ​ສ່ວນ​ໃຫຍ່​ຂອງ​ພຣະ​ຄຳ, ຈົນ​ວ່າ​ມັນ​ຖືກ​ມອບ​ໃຫ້​ເຂົາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ເຖິງ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ ຈົນ​ກວ່າ​ເຂົາ​ຈະ​ຮູ້​ຢ່າງ​ເຕັມ​ທີ່.

11 ແລະ ກັບ​ພວກ​ທີ່​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ, ພຣະ​ອົງ​ຈະ​ປະທານ ສ່ວນ​ໜ້ອຍ​ຂອງ​ພຣະ​ຄຳ​ໃຫ້ ຈົນ​ວ່າ​ພວກ​ເຂົາ ບໍ່​ຮູ້​ອັນ​ໃດ​ກ່ຽວ​ກັບ​ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ; ແລະ ເມື່ອ​ນັ້ນ​ພວກ​ເຂົາ​ຍ່ອມ​ຖືກ​ມານ​ເອົາ​ໄປ​ເປັນ​ຊະ​ເລີຍ ແລະ ຖືກ​ນຳ​ໄປ​ດ້ວຍ​ຄວາມ​ປະສົງ​ຂອງ​ມັນ​ລົງ​ໄປ​ຫາ​ຄວາມ​ພິນາດ. ບັດ​ນີ້ ນີ້​ຄື​ຄວາມ​ໝາຍ​ຂອງ ສາຍ​ໂສ້​ແຫ່ງ ນະລົກ.

12 ແລະ ແອມ​ມິວເລັກ​ໄດ້​ເວົ້າ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ ຄວາມ​ຕາຍ, ແລະ ການ​ຖືກ​ຍົກ​ຂຶ້ນ​ຈາກ​ຄວາມ​ເປັນ​ມະຕະ​ນີ້​ໄປ​ຫາ​ສະພາບ​ທີ່​ເປັນ​ອະ​ມະ​ຕະ, ແລະ ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ, ເພື່ອ​ຈະ​ໄດ້​ຮັບ​ການ ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຮົາ.

13 ເມື່ອ​ນັ້ນ​ຖ້າ​ຫາກ​ໃຈ​ຂອງ​ພວກ​ເຮົາ​ແຂງ​ກະ​ດ້າງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ຄຳ, ເຖິງ​ຂະ​ໜາດ​ທີ່​ຫາ​ມັນ​ບໍ່​ພົບ​ໃນ​ຕົວ​ພວກ​ເຮົາ​ແລ້ວ, ເມື່ອ​ນັ້ນ​ສະພາບ​ຂອງ​ພວກ​ເຮົາ​ຈະ​ເປັນ​ຕາ​ຢ້ານ​ຫລາຍ, ເພາະ​ເມື່ອ​ນັ້ນ​ພວກ​ເຮົາ​ຈະ​ຖືກ​ກ່າວ​ໂທດ.

14 ເພາະ ຄຳ​ເວົ້າ​ຂອງ​ພວກ​ເຮົາ​ຈະ​ກ່າວ​ໂທດ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ການ​ກະ​ທຳ​ທັງ​ໝົດ​ຂອງ​ພວກ​ເຮົາຈະ​ກ່າວ​ໂທດ​ພວກ​ເຮົາ; ພວກ​ເຮົາ​ຈະ​ບໍ່​ພົບ​ພວກ​ເຮົາ​ປາດ​ສະ​ຈາກ​ມົນ​ທິນ; ແລະ ຄວາມ​ນຶກ​ຄິດ​ຂອງ​ພວກ​ເຮົາ​ຈະ​ກ່າວ​ໂທດ​ພວກ​ເຮົາ​ນຳ​ອີກ; ແລະ ໃນ​ສະພາບ​ອັນ​ເປັນ​ຕາ​ຢ້ານ​ນີ້​ພວກ​ເຮົາ​ຈະ​ບໍ່​ກ້າ​ເງີຍ​ໜ້າ​ເບິ່ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້; ແລະ ພວກ​ເຮົາ​ຄົງ​ຈະ​ຊື່ນ​ຊົມ​ຖ້າ​ຫາກ​ພວກ​ເຮົາ​ສາ​ມາດ​ສັ່ງ​ຫີນ ແລະ ພູ​ເຂົາ​ໃຫ້​ຕົກ​ລົງ​ມາ​ໃສ່​ພວກ​ເຮົາ ເພື່ອ ເຊື່ອງ​ພວກ​ເຮົາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

15 ແຕ່​ນີ້​ເປັນ​ໄປ​ບໍ່​ໄດ້; ພວກ​ເຮົາ​ຕ້ອງ​ອອກ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ແລະ ອຳນາດ​ຂອງ​ພຣະ​ອົງ, ແລະ ໃນ​ລິດ​ເດດ​ຂອງ​ພຣະ​ອົງ, ແລະ ເດ​ຊາ​ນຸ​ພາບ, ແລະ ການ​ຄອບ​ຄອງ​ຂອງ​ພຣະ​ອົງ ແລະ ຍອມ​ຮັບ​ດ້ວຍ​ຄວາມ ອັບ​ອາຍ​ອັນ​ເປັນ​ນິດ​ວ່າ ການ​ພິ​ພາກ​ສາ​ທັງ​ໝົດ​ຂອງ​ພຣະ​ອົງ​ທ່ຽງ​ທຳ, ວ່າ​ພຣະ​ອົງ​ທ່ຽງ​ທຳ​ໃນ​ວຽກ​ງານ​ທັງ​ໝົດ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ເມດ​ຕາ​ລູກ​ຫລານ​ມະນຸດ​ທຸກ​ຄົນ, ແລະ ວ່າ​ພຣະ​ອົງ​ມີ​ອຳນາດ​ທັງ​ໝົດ​ທີ່​ຈະ​ຊ່ວຍ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ລອດ ແລະ ນຳ​ຜົນ​ທີ່​ສົມ​ກັບ​ການ​ກັບ​ໃຈ​ອອກ​ມາ.

16 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວ​ກັບ​ເຈົ້າວ່າ ເມື່ອ​ນັ້ນ ຄວາມ​ຕາຍ​ຕ້ອງ​ມາ​ເຖິງ, ເຖິງ​ແມ່ນ​ຄວາມ​ຕາຍ​ເທື່ອ​ທີ​ສອງ ຊຶ່ງ​ເປັນ​ຄວາມ​ຕາຍ​ທາງ​ວິນ​ຍານ; ເມື່ອ​ນັ້ນ​ມັນ​ຈະ​ເປັນ​ເວລາ​ທີ່​ຜູ້​ໃດ​ກໍ​ຕາມ​ທີ່​ຕາຍ​ໃນ​ບາບ​ຂອງ​ຕົນ​ອັນ​ເປັນ ຄວາມ​ຕາຍ​ທາງ​ໂລກ​ຈະ ຕາຍ​ທາງ​ວິນ​ຍານ​ອີກ; ແທ້​ຈິງ​ແລ້ວ, ເຂົາ​ຈະ​ຕາຍ​ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ.

17 ເມື່ອ​ນັ້ນ​ຄື​ເວລາ​ທີ່​ຄວາມ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ຈະ​ເປັນ​ຄື ທະເລ​ໄຟ ແລະ ມາດ, ຊຶ່ງ​ແປວ​ໄຟ​ນັ້ນ​ລຸກ​ຢູ່​ຕະຫລອດ​ໄປ ແລະ ຕະຫລອດ​ການ; ແລະ ເມື່ອ​ນັ້ນ​ກໍ​ຄື​ເວລາ​ທີ່​ພວກ​ເຂົາ​ຖືກ​ລ່າມ​ດ້ວຍ​ສາຍ​ໂສ້​ລົງ​ໄປ​ຫາ​ຄວາມ​ພິນາດ​ອັນ​ເປັນ​ນິດ​ຕາມ​ອຳນາດ ແລະ ການ​ເປັນ​ຊະ​ເລີຍ​ຂອງ​ຊາຕານ​ໂດຍ​ທີ່​ມັນ​ເຮັດ​ໃຫ້​ພວກ​ນີ້​ຂຶ້ນ​ກັບ​ຄວາມ​ປະສົງ​ຂອງ​ມັນ.

18 ເມື່ອ​ນັ້ນ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ເປັນ​ຄ້າຍ​ກັບ​ວ່າ ບໍ່​ມີ​ການ​ໄຖ່​ເກີດ​ຂຶ້ນ​ເລີຍ ເພາະ​ພວກ​ເຂົາ​ຈະ​ຖືກ​ໄຖ່​ບໍ່​ໄດ້​ຕາມ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ຈະ ຕາຍ​ບໍ່​ໄດ້, ເພາະ​ວ່າ ບໍ່​ມີ​ການ​ເນົ່າ​ເປື່ອຍ​ຕໍ່​ໄປ​ອີກ​ແລ້ວ.

19 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ແອວມາ​ຈົບ​ການ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ຜູ້​ຄົນ​ເລີ່ມ​ແປກ​ໃຈ​ຫລາຍ​ຂຶ້ນ;

20 ແຕ່​ມີ​ຄົນ​ຜູ້​ໜຶ່ງ​ຊື່​ອານທິ​ໂອ​ນາ, ຊຶ່ງ​ເປັນ​ຫົວ​ໜ້າ​ຜູ້​ປົກ​ຄອງ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ, ກ້າວ​ອອກ​ມາ ແລະ ຖາມ​ແອວມາ​ວ່າ: ສິ່ງ​ທີ່​ທ່ານ​ກ່າວ​ມາ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ, ທີ່​ວ່າ​ມະນຸດ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ຈະ​ຖືກ​ປ່ຽນ​ຈາກ​ສະພາບ​ທີ່​ເປັນ​ມະຕະ​ໄປ​ຫາ​ສະພາບ​ທີ່​ເປັນ ອະ​ມະ​ຕະ, ວ່າ​ຈິດ​ວິນ​ຍານ​ຈະ​ຕາຍ​ບໍ່​ໄດ້​ອີກ​ເລີຍ?

21 ຂໍ້​ຄວາມ​ພຣະ​ຄຳ​ພີ​ໝາຍ​ຄວາມ​ວ່າ​ແນວ​ໃດ​ທີ່​ກ່າວ​ວ່າ ພຣະ​ເຈົ້າ​ໃຫ້ ເຄ​ຣູ​ບີມ​ພ້ອມ​ດ້ວຍ​ດາບ​ທີ່​ມີ​ແປວ​ໄຟ​ຍາມ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ ສວນ​ເອເດນ ເພື່ອ​ບໍ່​ໃຫ້​ບິດາ​ມານດາ​ຄົນ​ທຳ​ອິດ​ຂອງ​ພວກ​ເຮົາ​ເຂົ້າ​ໄປ ແລະ ຮັບ​ສ່ວນ​ໝາກ​ໄມ້​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລະ ມີ​ຊີ​ວິດ​ຕະຫລອດ​ການ? ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ບໍ່​ມີ​ໂອ​ກາດ​ຈະ​ເປັນ​ໄປ​ໄດ້​ເລີຍ​ທີ່​ເພິ່ນ​ທັງ​ສອງ​ຈະ​ມີ​ຊີ​ວິດ​ຢູ່​ຕະຫລອດ​ການ.

22 ບັດ​ນີ້​ແອວມາ​ກ່າວ​ກັບ​ລາວ​ວ່າ: ນີ້​ຄື​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ອະ​ທິ​ບາຍ​ຢູ່. ບັດ​ນີ້​ພວກ​ເຮົາ​ເຫັນ​ວ່າ ອາດາມ ຕົກ​ໂດຍ​ການ​ຮັບ​ສ່ວນ ໝາກ​ໄມ້​ທີ່ຕ້ອງ​ຫ້າມ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ໂດຍ​ການ​ຕົກ​ຂອງ​ເພິ່ນ, ມະນຸດ​ຊາດ​ທັງ​ປວງ​ຈຶ່ງ​ກັບ​ເປັນ​ຄົນ ຫລົງ​ທາງ ແລະ ຕົກ​ໄປ.

23 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ເປັນ​ໄປ​ໄດ້​ທີ່​ອາດາມ​ຈະ ຮັບ​ສ່ວນ​ກິນ ໝາກ​ໄມ້​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ໃນ​ເວລາ​ນັ້ນ, ກໍ​ຈະ​ບໍ່​ມີ​ຄວາມ​ຕາຍ​ເລີຍ, ແລະ ພຣະ​ຄຳ​ກໍ​ບໍ່​ມີ​ຄວາມ​ໝາຍ​ເປັນ​ການ​ເຮັດ​ໃຫ້​ພຣະ​ເຈົ້າ​ເປັນ​ຜູ້​ກ່າວເທັດ, ເພາະ​ພຣະ​ອົງ​ໄດ້​ກ່າວ​ໄວ້​ວ່າ: ຖ້າ​ຫາກ​ເຈົ້າ​ກິນ ເຈົ້າຈະ​ຕາຍ​ຢ່າງ​ແນ່​ນອນ.

24 ແລະ ພວກ​ເຮົາ​ເຫັນ​ວ່າ ຄວາມ​ຕາຍ​ມາ​ຫາ​ມະນຸດ​ຊາດ, ແທ້​ຈິງ​ແລ້ວ, ເປັນ​ຄວາມ​ຕາຍ​ທີ່​ແອມ​ມິວເລັກ​ເວົ້າ​ເຖິງ, ຊຶ່ງ​ຄື​ຄວາມ​ຕາຍ​ທາງ​ໂລກ; ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ໄລ​ຍະ​ເວລາ​ທີ່​ປະທານ​ໃຫ້ ມະນຸດ ຊຶ່ງ​ໃນ​ເວລາ​ນັ້ນ ພວກ​ເຂົາ​ຈະ​ໄດ້​ກັບ​ໃຈ; ສະນັ້ນ ຊີ​ວິດ​ນີ້​ຈຶ່ງ​ມາ​ເປັນ​ສະພາວະ​ແຫ່ງ​ການ​ທົດ​ລອງ; ເປັນ​ເວລາ​ທີ່ ຕຽມ​ພ້ອມ​ທີ່​ຈະ​ພົບ​ພຣະ​ເຈົ້າ; ເປັນ​ເວລາ​ທີ່​ຕຽມ​ພ້ອມ​ເພື່ອ​ສະພາບ​ອັນ​ບໍ່​ຮູ້​ຈັກ​ຈົບ ຊຶ່ງ​ພວກ​ເຮົາ​ໄດ້​ເວົ້າ​ມາ​ແລ້ວ, ຊຶ່ງ​ຢູ່​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິ​ດ​ຂອງ​ຄົນ​ຕາຍ.

25 ບັດ​ນີ້, ຖ້າ​ຫາກ​ບໍ່​ມີ ແຜນ​ແຫ່ງ​ການ​ໄຖ່ ຊຶ່ງວາງ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ແລ້ວ, ມັນ​ຈະ​ມີ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ບໍ່​ໄດ້; ແຕ່​ມີ​ແຜນ​ແຫ່ງ​ການ​ໄຖ່​ວາງ​ໄວ້ ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ຊຶ່ງ​ໄດ້​ກ່າວ​ມາ​ແລ້ວ.

26 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ເປັນ​ໄປ​ໄດ້​ວ່າ ບິດາ​ມານດາ​ຄົນ​ທຳ​ອິດ​ຂອງ​ພວກ​ເຮົາ​ອອກ​ໄປ​ກິນ​ໝາກ​ໄມ້​ຈາກ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ອີກ​ແລ້ວ ທັງ​ສອງ​ກໍ​ຈະ​ທຸກ​ທໍ​ລະ​ມານ​ຕະຫລອດ​ການ, ໂດຍ​ບໍ່​ມີ​ສະພາບ​ການ​ຕຽມ ແລະ ແຜນ​ແຫ່ງ​ການ​ໄຖ່​ຈະ​ລົ້ມ​ເຫລວ​ໄປ, ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ ແລະ ບໍ່​ເກີດ​ຜົນ​ເລີຍ.

27 ແຕ່​ຈົ່ງ​ເບິ່ງ, ມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ; ແຕ່ ກຳ​ນົດ​ໃຫ້​ມະນຸດ​ວ່າ ພວກ​ເຂົາ​ຕ້ອງ​ຕາຍ; ແລະ ຫລັງ​ຈາກ​ຄວາມ​ຕາຍ, ພວກ​ເຂົາ​ຕ້ອງ​ມາ​ຫາ ການ​ພິ​ພາກ​ສາ, ຊຶ່ງ​ເປັນ​ການ​ພິ​ພາກ​ສາ​ອັນ​ດຽວ​ກັບ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ມາ, ຊຶ່ງ​ເປັນ​ບ່ອນ​ສຸດ.

28 ແລະ ຫລັງ​ຈາກ​ພຣະ​ເຈົ້າ​ໄດ້​ກຳ​ນົດ​ວ່າ ເລື່ອງ​ເຫລົ່າ​ນີ້​ຈະ​ມາ​ເຖິງ​ມະນຸດ, ຈົ່ງ​ເບິ່ງ, ເມື່ອ​ນັ້ນ ພຣະ​ອົງ​ຈຶ່ງ​ເຫັນ​ວ່າ​ສົມ​ຄວນ​ທີ່​ມະນຸດ​ຈະ​ຮູ້​ກ່ຽວ​ກັບ​ເລື່ອງ​ທີ່​ພຣະ​ອົງ​ກຳ​ນົດ​ໄວ້​ໃຫ້​ພວກ​ເຂົາ;

29 ສະນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ ທູດ​ລົງ​ມາ​ເວົ້າ​ກັບ​ພວກ​ເຂົາ, ຜູ້​ທີ່​ໄດ້​ເຮັດ​ໃຫ້​ມະນຸດ​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

30 ແລະ ນັບ​ແຕ່​ເວລາ​ນັ້ນ​ມາ ພວກ​ເຂົາ​ເລີ່ມ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ; ສະນັ້ນ ພຣະ​ເຈົ້າ​ຈຶ່ງ ກ່າວ​ກັບ​ມະນຸດ, ແລະ ໃຫ້​ພວກ​ເຂົາ​ຮູ້​ຈັກ ແຜນ​ແຫ່ງ​ການ​ໄຖ່, ຊຶ່ງ​ຕຽມ​ໄວ້​ແລ້ວ​ນັບ​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ; ແລະ ການ​ນີ້​ພຣະ​ອົງ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຕາມ​ສັດທາ ແລະ ການ​ກັບ​ໃຈ​ຂອງ​ພວກ​ເຂົາ ແລະ ວຽກ​ງານ​ອັນ​ບໍ​ລິ​ສຸດ​ຂອງ​ພວກ​ເຂົາ.

31 ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ປະທານ ພຣະ​ບັນ​ຍັດ​ໃຫ້​ແກ່​ມະນຸດ​ໂດຍ​ໃນ​ຂັ້ນ​ຕົ້ນ​ພວກ​ເຂົາ​ລ່ວງ​ລະເມີດ​ພຣະ​ບັນ​ຍັດ ທຳ​ອິດ ຊຶ່ງ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນ​ຂອງ​ທາງ​ໂລກ, ແລະ ກາຍ​ມາ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ໂດຍ ການ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ, ເຮັດ​ໃຫ້​ຕົກ​ຢູ່​ໃນ​ສະພາບ​ທີ່​ຈະ ປະ​ຕິ​ບັດ ຫລື ຖືກ​ໃຫ້​ຢູ່​ໃນ​ສະພາບ​ທີ່​ຈະ​ກະ​ທຳ​ຕາມ​ຄວາມ​ປະສົງ ແລະ ຄວາມ​ພໍ​ໃຈ​ຂອງ​ຕົນ​ເອງ, ບໍ່​ວ່າ​ຈະ​ເຮັດ​ຄວາມ​ຊົ່ວ ຫລື ເຮັດ​ຄວາມ​ດີ—

32 ສະນັ້ນ ພຣະ​ເຈົ້າ​ຈຶ່ງ​ປະທານ​ພຣະ​ບັນ​ຍັດ​ໃຫ້​ແກ່​ພວກ​ເຂົາ, ຫລັງ​ຈາກ​ເຮັດ​ໃຫ້​ພວກ​ເຂົາ ຮູ້​ແຜນ​ແຫ່ງ​ການ​ໄຖ່ ເພື່ອ​ພວກ​ເຂົາ​ຈະ​ບໍ່​ເຮັດ​ຄວາມ​ຊົ່ວ, ຊຶ່ງ​ໂທດ​ຂອງ​ການ​ນີ້​ຄື ຄວາມ​ຕາຍ​ເທື່ອທີ​ສອງ, ຊຶ່ງ​ເປັນ​ຄວາມ​ຕາຍ​ອັນ​ເປັນ​ນິດ​ໃນ​ເລື່ອງ​ອັນ​ກ່ຽວ​ກັບ​ຄວາມ​ຊອບ​ທຳ; ເພາະ​ແຜນ​ແຫ່ງ​ການ​ໄຖ່​ຈະ​ມີ​ອຳນາດ​ກັບ​ຄົນ​ເຊັ່ນ​ນັ້ນ​ບໍ່​ໄດ້, ເພາະ​ຕາມ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ເລີດ​ລ້ຳ​ຂອງ​ພຣະ​ເຈົ້າ, ວຽກ​ງານ​ແຫ່ງ ຄວາມ​ຍຸດ​ຕິ​ທຳ​ຈະ​ຖືກ​ທຳ​ລາຍ​ບໍ່​ໄດ້.

33 ແຕ່​ພຣະ​ເຈົ້າ​ໄດ້​ເອີ້ນ​ຫາ​ມະນຸດ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, (ນີ້​ແມ່ນ​ແຜນ​ແຫ່ງ​ການ​ໄຖ່ ຊຶ່ງ​ກຳ​ນົດ​ໄວ້) ໂດຍ​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ຈະ​ກັບ​ໃຈ, ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ເມື່ອ​ນັ້ນ​ເຮົາ​ຈະ​ເມດ​ຕາ​ເຈົ້າ ໂດຍ​ຜ່ານ​ທາງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ;

34 ສະນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ເຂົາ​ຈະ​ມີ​ສິດ​ທິ​ໃນ ຄວາມ​ເມດ​ຕາ​ໂດຍ​ທາງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ​ໄປ​ສູ່ ການ​ປົດ​ບາບ​ຂອງ​ເຂົາ; ແລະ ຄົນ​ເຫລົ່າ​ນັ້ນ​ຈະ​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ເຮົາ.

35 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ ແລະ ຈະ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ສາບານ​ໃນ​ຄວາມ​ຄຽດ​ແຄ້ນ​ຂອງ​ເຮົາ​ວ່າ ເຂົາ​ຈະ​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ເຮົາ​ບໍ່​ໄດ້.

36 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້; ສະນັ້ນ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຈົ້າ​ຈະ​ທ້າ​ທາຍ​ພຣະ​ອົງ​ຈົນ​ພຣະ​ອົງ​ສົ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ເຈົ້າ​ເໝືອນ​ດັ່ງ​ການ​ທ້າ​ທາຍ​ເທື່ອ ທຳ​ອິດ, ແທ້​ຈິງ​ແລ້ວ, ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ນັ້ນ ການ​ທ້າ​ທາຍ​ເທື່ອ​ສຸດ​ທ້າຍ​ກໍ​ເໝືອນ​ດັ່ງ​ການ​ທ້າ​ທາຍ​ເທື່ອ​ທຳ​ອິດ, ມັນ​ຈະ​ເປັນ ຄວາມ​ພິນາດ​ອັນ​ເປັນ​ນິດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ; ສະນັ້ນ, ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ, ຄວາມ​ຕາຍ​ເທື່ອ​ສຸດ​ທ້າຍ​ກໍ​ເໝືອນ​ດັ່ງ​ຄວາມ​ຕາຍ​ເທື່ອ​ທຳ​ອິດ.

37 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ເຫັນ​ວ່າ​ພວກ​ເຮົາ​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ແລະ ມັນ​ເປັນ​ຄວາມ​ຈິງ, ຈຶ່ງ​ຂໍ​ໃຫ້​ພວກ​ເຮົາ​ກັບ​ໃຈ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ອີກ​ຕໍ່​ໄປ, ວ່າ​ພວກ​ເຮົາ​ຈະ​ບໍ່ ທ້າ​ທາຍ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຈົນ​ວ່າ​ພຣະ​ອົງ​ສົ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ເຮົາ; ໃນ​ພຣະ​ບັນ​ຍັດ​ທີ​ສອງ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ; ແຕ່​ຂໍ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຕຽມ​ໄວ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ເຖີດ.