ສິ່ງ​ຊ່ວຍ​ສຶກ​ສາ
ເອເດນ


ເອເດນ

ບ້ານ​ແຫ່ງ​ທຳ​ອິດ​ຂອງ​ບິດາ​ມານດາ​ຂອງ​ເຮົາ, ອາດາມ ແລະ ເອວາ (ປຖກ 2:8–3:24; 4:16; 2 ນຟ 2:19–25; ມຊ 3–4; ອຣຮ 5), ໄດ້​ຖືກ​ຕົກ​ແຕ່ງ​ເປັນ​ສວນ, ຢູ່​ທາງ​ເບື້ອງ​ຕາ​ເວັນ​ອອກ​ໃນ​ເອເດນ. ອາດາມ ແລະ ເອວາ ໄດ້​ຖືກ​ສົ່ງ​ໜີ​ອອກ​ຈາກ​ເອເດນ ຫລັງ​ຈາກ​ໄດ້​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ ແລະ ກາຍ​ເປັນ​ມະຕະ (ມຊ 4:29). ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ເລື່ອງ​ລາວ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ກ່ຽວ​ກັບ​ສວນ​ເອເດນ. ມັນ​ເພີ່ມ​ຂໍ້​ມູນ​ສຳ​ຄັນ​ທີ່​ວ່າ ສວນ​ນັ້ນ​ຕັ້ງ​ຢູ່​ບ່ອນ​ທີ່​ໃນ​ປະ​ຈຸ​ບັນ​ນີ້​ເອີ້ນ​ວ່າ ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ.