ສິ່ງ​ຊ່ວຍ​ສຶກ​ສາ
ຄວາມ​ຕາຍ​ທາງ​ວິນ​ຍານ


ຄວາມ​ຕາຍ​ທາງ​ວິນ​ຍານ

ການ​ແຍກ​ອອກ​ຈາກ​ພຣະ​ເຈົ້າ ແລະ ອິດ​ທິ​ພົນ​ຂອງ​ພຣະ​ອົງ; ທີ່​ຈະ​ຕາຍ​ໃນ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ. ລູ​ຊິ​ເຟີ ແລະ ໜຶ່ງ​ສ່ວນ​ສາມ​ຂອງ​ເຫລົ່າ​ສະຫວັນ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ຕາຍ​ທາງ​ວິນ​ຍານ ເມື່ອ​ພວກ​ເຂົາ​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ (ຄພ 29:36–37).

ຄວາມ​ຕາຍທາງ​ວິນ​ຍານ​ໄດ້​ມາສູ່​ໂລກ​ໂດຍ​ການ​ຕົກ​ຂອງ​ອາດາມ (ມຊ 6:48). ມະນຸດ​ທີ່​ມີ​ຄວາມ​ຄິດ, ຄຳ​ເວົ້າ, ແລະ ວຽກ​ງານ​ຊົ່ວ ແມ່ນ​ຕາຍ​ແລ້ວ​ທາງ​ວິນ​ຍານ ໃນ​ຂະນະ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ (1 ຕມທ 5:6). ຜ່ານການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ແລະ ໂດຍ​ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ຊາຍ ແລະ ຍິງ​ຈຶ່ງ​ສາ​ມາດ​ກັບ​ມາ​ສະອາດ​ຈາກ​ບາບ ແລະ ເອົາ​ຊະນະ​ຄວາມ​ຕາຍ​ທາງ​ວິນ​ຍານ.

ຄວາມ​ຕາຍ​ທາງ​ວິນ​ຍານ​ກໍ​ຍັງ​ເກີດ​ຂຶ້ນ​ຫລັງ​ຈາກ​ການ​ຕາຍ​ຂອງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ອີກ. ທັງ​ຄົນ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ ແລະ ມານ​ພ້ອມ​ທັງ​ບໍ​ລິ​ວານ​ຂອງ​ມັນ​ຈະ​ຖືກ​ພິ​ພາກ​ສາ. ຜູ້​ທີ່​ກະບົດ​ດ້ວຍ​ຄວາມ​ເຕັມ​ໃຈ ຕໍ່​ຕ້ານ​ຄວາມ​ສະຫວ່າງ ແລະ ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ຈະ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ຕາຍ​ທາງ​ວິນ​ຍານ. ຄວາມ​ຕາຍ​ນີ້​ກໍ​ຖືກ​ເອີ້ນ​ວ່າ ຄວາມ​ຕາຍ​ເທື່ອ​ທີ​ສອງ (ແອວ 12:16; ຮລມ 14:16–19; ຄພ 76:36–38).