ໜັງສື​ແອວ​ມາ​ລູກ​ຊາຍ​ຂອງ​ແອວ​ມາ

ບົດ​ທີ 32

ແອວ​ມາ​ສິດສອນຄົນ​ຍາກຈົນ​ຜູ້​ຊຶ່ງ​ຄວາມທຸກທໍລະມານ​ເຮັດ​ໃຫ້​ພວກ​ເຂົາ​ຖ່ອມຕົວ—ສັດທາ​ແມ່ນ​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ ຊຶ່ງ​ເປັນຄວາມ​ຈິງ—ແອວ​ມາ​ໃຫ້​ຖ້ອຍ​ຄຳ​ວ່າ ເຫລົ່າ​ທູດ​ປະ​ຕິບັດ​ສາດສະໜາ​ກິດ​ແກ່ຜູ້​ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ—ແອວ​ມາ​ປຽບທຽບ​ພຣະ​ທຳ​ໃສ່​ກັບ​ເມັດ​ພືດ—ມັນ​ຕ້ອງ​ຖືກ​ເອົາ​ໄປ​ປູກ ແລະ ບຳລຸງ​ລ້ຽງ—ແລ້ວ​ມັນ​ຈະ​ເຕີບ​ໂຕ​ເປັນ​ກົກ​ໃຫຍ່ ເພື່ອ​ຈະ​ໄດ້​ປິດ​ເອົາ​ໝາກ​ໄມ້​ນິລັນ​ດອນ​ຈາກ​ຕົ້ນນັ້ນ. ປະ​ມານ 74 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເພິ່ນໄດ້​ອອກ​ໄປ, ແລະ ເລີ່ມ​ຕົ້ນ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ຜູ້ຄົນ, ໂດຍ​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ ແລະ ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເພິ່ນ​ໄດ້​ສິດສອນ​ພຣະ​ຄຳ​ເຖິງ​ແມ່ນ​ຕາມ​ຖະໜົນ​ຫົນ​ທາງ​ຂອງ​ພວກ​ເຂົາ​ນຳ​ອີກ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ທີ່​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ​ໃນ​ບັນດາ​ພວກ​ເຂົາ, ພວກ​ເພິ່ນກໍ​ເລີ່ມ​ມີ​ຄວາມ​ສຳ​ເລັດ​ໃນ​ບັນດາ​ຄົນ​ຍາກຈົນ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ ເພາະ​ເສື້ອ​ຜ້າ​ລຸງລັງ​ຂອງ​ພວກ​ເຂົາ—

 ສະນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ​ເພື່ອ​ນະມັດສະການ​ພຣະ​ເຈົ້າ, ເພາະ​ຖື​ວ່າ​ເປັນຄວາມ​ສົກກະປົກ; ດັ່ງນັ້ນ ພວກ​ເຂົາຈຶ່ງ​ຍາກຈົນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ພີ່ນ້ອງ​ຂອງ​ພວກ​ເຂົາ​ຖື​ວ່າ ພວກ​ເຂົາ​ບໍ່​ມີ​ຄຸນຄ່າ; ດັ່ງນັ້ນ ພວກ​ເຂົາ​ຈຶ່ງຍາກຈົນ​ທາງ​ໂລກ ແລະ ຍາກຈົນ​ໃນ​ໃຈ​ນຳ​ອີກ.

 ບັດ​ນີ້, ຂະນະ​ທີ່​ແອວ​ມາ​ກຳລັງ​ສິດສອນ ແລະ ເວົ້າກັບ​ຜູ້​ຄົນ​ຢູ່​ເທິງ​ເນີນ​ພູ​ໂອ​ໄນ​ດາ, ມີ​ຝູງ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ມາ​ຫາ​ເພິ່ນ, ຊຶ່ງຄື​ຄົນ​ທີ່​ພວກ​ເຮົາ​ກຳລັງ​ເວົ້າ​ເຖິງ​ຢູ່, ຜູ້​ຍາກຈົນ​ໃນ​ໃຈ, ເພາະ​ຄວາມ​ຍາກຈົນ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ຂອງ​ທາງ​ໂລກ.

 ແລະ ພວກ​ເຂົາ​ໄດ້​ເຂົ້າມາ​ຫາ​ແອວ​ມາ; ແລະ ຄົນ​ໜຶ່ງ​ຊຶ່ງ​ເດັ່ນ​ທີ່​ສຸດ​ໃນ​ບັນດາ​ພວກ​ເຂົາ​ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ພີ່​ນ້ອງ​ພວກ​ນີ້​ຂອງ​ຂ້າພະ​ເຈົ້າຈະ​ເຮັດ​ແນວ​ໃດ ເພາະພວກ​ເຂົາ​ຖືກ​ຄົນ​ທັງ​ປວງ​ໝິ່ນ​ປະໝາດ​ເພາະ​ຄວາມ​ຍາກຈົນ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ໂດຍ​ສະ​ເພາະ​ແມ່ນ​ພວກ​ປະ​ໂລຫິດ​ຂອງ​ພວກ​ເຮົາ; ເພາະ​ພວກ​ເຂົາ​ໄດ້​ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຮົາ ຊຶ່ງພວກ​ເຮົາ​ໄດ້​ລົງ​ແຮງ​ໄວ້​ຢ່າງ​ຫລວງຫລາຍ ແລະ ໄດ້​ສ້າງ​ດ້ວຍ​ມື​ຂອງ​ພວກ​ເຮົາ​ເອງ; ພວກ​ເຂົາ​ໄດ້​ໄລ່​ພວກ​ເຮົາ​ໜີ ເພາະ​ຄວາມ​ຍາກຈົນ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະນະມັດສະການພຣະ​ເຈົ້າຂອງ​ພວກ​ເຮົາ; ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?

 ແລະ ບັດ​ນີ້​ເມື່ອ​ແອວ​ມາ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ຫັນ​ຕົວ​ມາ ແລະ ເບິ່ງ​ໜ້າ​ຂອງ​ຄົນ​ນັ້ນທັນທີ; ແລະ ເພິ່ນ​ໄດ້​ເບິ່ງ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ໃຫຍ່ຫລວງ; ເພາະ​ເພິ່ນ​ເຫັນ​ວ່າ​ຄວາມ​ທຸກທໍລະມານ​ຂອງ​ພວກ​ເຂົາ​ເຮັດ​ໃຫ້​ພວກ​ເຂົາ​ຖ່ອມຕົວ​ລົງ, ແລະ ພວກ​ເຂົາ​ຈະ​ຢູ່​ໃນ​ການ​ຕຽມ​ພ້ອມ​ທີ່​ຈະ​ຟັງ​ພຣະ​ຄຳ.

 ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ໄດ້​ກ່າວ​ອັນ​ໃດ​ອີກ​ກັບ​ຝູງ​ຊົນ; ແຕ່​ເພິ່ນ​ໄດ້​ຍື່ນ​ມື​ອອກ​ໄປ ແລະ ຮ້ອງ​ປ່າວ​ຕໍ່​ຄົນ​ທີ່​ເພິ່ນ​ເຫັນ, ຊຶ່ງ​ເປັນ​ຜູ້​ສຳນຶກ​ຜິດ​ຢ່າງ​ຈິງ​ໃຈ, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

 ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ທ່ານ​ຕ່ຳ​ຕ້ອຍ​ໃນ​ໃຈ; ແລະ ຖ້າ​ພວກ​ທ່ານ​ເປັນ​ດັ່ງ​ນັ້ນ, ພວກ​ທ່ານ​ຍ່ອມ​ເປັນ​ສຸກ​ແລ້ວ.

 ຈົ່ງ​ເບິ່ງ ພີ່​ນ້ອງຂອງພວກ​ທ່ານ​ໄດ້​ກ່າວ​ວ່າ ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?—​ເພາະ​ພວກ​ເຮົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຮົາ, ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ນະມັດສະການ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ບໍ່​ໄດ້.

 10 ຈົ່ງ​ເບິ່ງ ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຄິດ​ບໍ​ວ່າ ພວກ​ທ່ານ​ຈະ​ນະມັດສະການ​ພຣະ​ເຈົ້າບໍ່​ໄດ້ ນອກ​ຈາກ​ຈະ​ຢູ່​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ທ່ານ​ເທົ່າ​ນັ້ນ?

 11 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າພະ​ເຈົ້າຈະ​ຖາມ​ວ່າ, ພວກ​ທ່ານ​ຄິດ​ວ່າ​ພວກ​ທ່ານ​ບໍ່​ຄວນ​ນະມັດສະການ​ພຣະ​ເຈົ້າ​ນອກ​ຈາກ​ອາທິດລະ​ເທື່ອ​ເທົ່າ​ນັ້ນບໍ?

 12 ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ມັນ​ເປັນ​ການ​ດີ​ທີ່​ພວກ​ທ່ານ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖ່ອມຕົວ, ແລະ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮຽນ​ຮູ້​ປັນຍາ; ເພາະ​ມັນ​ຈຳ​ເປັນ​ທີ່​ພວກ​ທ່ານ​ຈະ​ຮຽນ​ຮູ້​ປັນຍາ; ເພາະ​ມັນ​ເປັນ​ດ້ວຍ​ວ່າ ພວກ​ທ່ານ​ຖືກ​ຂັບ​ໄລ່, ວ່າ​ພີ່ນ້ອງ​ຂອງ​ພວກ​ທ່ານ​ໝິ່ນປະໝາດ​ພວກ​ທ່ານ ເພາະ​ຄວາມ​ຍາກຈົນ​ຫລາຍ​ຂອງ​ພວກ​ທ່ານ, ຈຶ່ງ​ນຳ​ພວກ​ທ່ານ​ມາ​ຫາ​ຄວາມ​ຕ່ຳ​ຕ້ອຍທີ່​ສຸດ​ແຫ່ງ​ໃຈ; ເພາະ​ພວກ​ທ່ານ​ຈຳ​ຕ້ອງ​ຖືກ​ນຳ​ມາ​ໃຫ້​ຖ່ອມຕົວ.

 13 ແລະ ບັດ​ນີ້, ເພາະ​ພວກ​ທ່ານ​ຖືກ​ບັງຄັບ​ໃຫ້​ຖ່ອມ​ຕົວ ພວກ​ທ່ານ​ຈຶ່ງ​ເປັນ​ສຸກ; ເພາະວ່າ​ບາງ​ຄັ້ງ​ຖ້າ​ຫາກ​ມະນຸດ​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ, ເຂົາ​ຈະ​ສະ​ແຫວງ​ຫາ​ການ​ກັບ​ໃຈ; ແລະ ບັດ​ນີ້ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ, ຜູ້ນັ້ນຈະ​ພົບ​ຄວາມ​ເມດ​ຕາ​ຢ່າງ​ແນ່ນອນ; ແລະ ຜູ້​ທີ່​ພົບ​ຄວາມ​ເມດ​ຕາ ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ ຜູ້ນັ້ນກໍ​ຈະ​ລອດ.

 14 ແລະ ບັດ​ນີ້, ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ພວກ​ທ່ານ​ມາ​ແລ້ວວ່າ ເພາະ​ພວກ​ທ່ານ​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ, ພວກ​ທ່ານ​ຈຶ່ງ​ໄດ້​ຮັບ​ພອນ. ພວກ​ທ່ານ​ຄິດ​ບໍ​ວ່າ ຄົນ​ທີ່​ຖ່ອມຕົວ​ໂດຍ​ແທ້ເພາະ​ພຣະ​ຄຳ ຜູ້ນັ້ນຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ?

 15 ແທ້​ຈິງ​ແລ້ວ, ຜູ້​ທີ່​ຖ່ອມຕົວ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ, ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້ນັ້ນຈະ​ໄດ້​ຮັບ​ພອນ—ແທ້​ຈິງ​ແລ້ວ, ຜູ້ນັ້ນຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າຜູ້​ທີ່​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ ເພາະ​ຄວາມ​ຍາກຈົນ​ຢ່າງ​ຍິ່ງ​ຂອງ​ຕົນ.

 16 ສະນັ້ນ, ຄົນ​ທີ່​ຖ່ອມຕົວ​ໂດຍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ​ຍ່ອມ​ເປັນ​ສຸກ; ຫລື ໝາຍ​ຄວາມ​ວ່າ ຄົນ​ທີ່​ເຊື່ອ​ຖື​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຮັບ​ບັບຕິ​ສະມາ​ໂດຍ​ບໍ່​ດື້​ດ້ານ​ໃຈຍ່ອມ​ເປັນ​ສຸກ, ແທ້​ຈິງ​ແລ້ວ, ໂດຍ​ບໍ່​ໄດ້​ຖືກ​ນຳ​ມາ​ໃຫ້​ຮູ້ຈັກ​ພຣະ​ຄຳ, ຫລື ຖືກ​ບັງຄັບ​ໃຫ້​ຮູ້ຈັກ​ກ່ອນທີ່​ເຂົາ​ຈະ​ເຊື່ອ.

 17 ແທ້​ຈິງ​ແລ້ວ, ມີ​ຢູ່​ຫລາຍ​ຄົນ​ທີ່​ເວົ້າວ່າ: ຖ້າ​ຫາກ​ທ່ານ​ຈະ​ສະ​ແດງ​ເຄື່ອງ​ໝາຍ​ຈາກ​ສະຫວັນ​ແກ່​ພວກ​ເຮົາ​ແລ້ວ, ພວກ​ເຮົາ​ຈຶ່ງ​ຈະ​ຮູ້​ເຖິງ​ຄວາມ​ແນ່ນອນ; ເມື່ອນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຊື່ອ.

 18 ບັດ​ນີ້ຂ້າພະ​ເຈົ້າຂໍ​ຖາມ​ວ່າ ນີ້​ແມ່ນ​ສັດທາ​ບໍ? ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເພາະ​ຖ້າ​ຫາກ ລາວ​ຮູ້​ສິ່ງ​ນັ້ນ​ແລ້ວ ລາວ​ກໍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ເຊື່ອ, ເພາະ​ລາວ​ຮູ້​ມັນ​ແລ້ວ.

 19 ແລະ ບັດ​ນີ້ຄົນທີ່​ຮູ້​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ແລ້ວບໍ່​ປະຕິບັດ​ຕາມຈະ​ຖືກ​ສາບ​ແຊ່ງ​ຫລາຍ​ປານ​ໃດກວ່າ​ຄົນທີ່​ພຽງ​ແຕ່​ເຊື່ອ ຫລື ພຽງ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ ແລະ ຕົກ​ຢູ່​ໃນ​ການ​ລ່ວງ​ລະ​ເມີດ?

 20 ບັດ​ນີ້ພວກ​ທ່ານ​ຄວນ​ຕັດສິນ​ກ່ຽວ​ກັບ​ເລື່ອງ​ນີ້. ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ກ່າວກັບ​ພວກ​ທ່ານ​ວ່າ ມັນ​ເປັນ​ທາງ​ໜຶ່ງ ແມ່ນດັ່ງ​ທີ່ມັນ​ເປັນ​ອີກ​ທາງ​ໜຶ່ງ; ແລະ ມັນ​ຈະ​ເປັນ​ກັບມະນຸດ​ທຸກຄົນ​ຕາມ​ວຽກ​ງານ​ຂອງ​ເຂົາ.

 21 ແລະ ບັດ​ນີ້ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າມາ​ແລ້ວ​ກ່ຽວ​ກັບ​ສັດທາ—ສັດທາ​ບໍ່​ແມ່ນ​ການ​ມີ​ຄວາມ​ຮູ້​ອັນ​ສົມບູນ​ເຖິງ​ເລື່ອງ​ຕ່າງໆ; ດັ່ງນັ້ນ ຖ້າ​ຫາກ​ພວກ​ທ່ານ​ມີ​ສັດທາ ພວກ​ທ່ານ​ກໍ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ, ຊຶ່ງ​ເປັນຄວາມ​ຈິງ.

 22 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ, ແລະ ຢາກ​ໃຫ້​ພວກ​ທ່ານ​ຈຳ​ໄວ້, ວ່າ​ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ດັ່ງນັ້ນ ພຣະ​ອົງ​ຈຶ່ງ​ປາ​ຖະ​ໜາ​ໃນ​ປະການ​ທຳ​ອິດ​ໃຫ້​ທ່ານ​ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ.

 23 ແລະ ບັດ​ນີ້, ພຣະ​ອົງ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ແກ່​ມະນຸດ​ຈາກ​ເຫລົ່າ​ທູດ, ແທ້​ຈິງ​ແລ້ວ, ບໍ່​ແມ່ນ​ແຕ່​ໃຫ້​ຜູ້​ຊາຍ​ເທົ່າ​ນັ້ນ ແຕ່​ໃຫ້​ແກ່​ຜູ້ຍິງ​ນຳ​ອີກ. ບັດ​ນີ້ຍັງ​ບໍ່​ໝົດ; ເດັກນ້ອຍໆ​ກໍ​ໄດ້​ຮັບ​ພຣະ​ຄຳ​ມາສູ່​ຕົນ​ເອງ​ຫລາຍ​ເທື່ອ, ຈົນ​ວ່າ​ຈະ​ເຮັດ​ໃຫ້​ຄົນ​ທີ່​ມີ​ປັນຍາ ແລະ ຄົນ​ທີ່​ມີ​ການ​ສຶກສາຍ​ອມຈຳນົນ.

 24 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ເນື່ອງ​ຈາກ​ວ່າພວກ​ທ່ານ​ປາ​ຖະໜາ​ຢາກ​ຮູ້​ຈາກ​ຂ້າພະ​ເຈົ້າວ່າ​ພວກ​ທ່ານ​ຄວນ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ພວກ​ທ່ານ​ມີ​ທຸກ ແລະ ໄດ້​ຖືກ​ຂັບ​ໄລ່​ອອກ​ມາ—ບັດ​ນີ້ຂ້າພະ​ເຈົ້າບໍ່​ຢາກ​ໃຫ້​ພວກ​ທ່ານ​ຄິດ​ວ່າ ຂ້າພະ​ເຈົ້າຕັ້ງ​ໃຈ​ຕັດສິນ​ພວກ​ທ່ານ​ນອກ​ຈາກ​ມັນ​ເປັນ​ໄປ​ຕາມ​ສິ່ງ​ທີ່​ມີ​ຈິງ​ເທົ່າ​ນັ້ນ—

 25 ເພາະ​ຂ້າພະ​ເຈົ້າບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ທ່ານ​ທຸກ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ຖ່ອມຕົວ ເພາະ​ຂ້າພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ມີ​ບາງ​ຄົນ​ໃນ​ບັນດາ​ພວກ​ທ່ານ​ທີ່​ຈະ​ຖ່ອມຕົວ ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​ສະພາບ​ແບບ​ໃດ​ກໍ​ຕາມ.

 26 ບັດ​ນີ້, ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ສັດທາ—ວ່າ​ມັນ​ບໍ່​ແມ່​ນຄວາມ​ຮູ້​ອັນ​ສົມບູນ—ຄຳ​ເວົ້າຂອງ​ຂ້າພະ​ເຈົ້າກໍ​ເໝືອນ​ກັນ. ທຳ​ອິດ​ພວກ​ທ່ານ​ຈະ​ຮູ້​ເຖິງ​ຄວາມ​ແນ່ນອນ​ຂອງ​ມັນ​ຈົນ​ສົມບູນ​ບໍ່​ໄດ້, ເຊັ່ນ​ດຽວ​ກັນ​ກັບ​ສັດທາ​ທີ່​ບໍ່​ແມ່ນ​ຄວາມ​ຮູ້​ອັນ​ສົມບູນ.

 27 ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຕື່ນ ແລະ ປຸກ​ຄວາມ​ສາມາດ​ຂອງ​ພວກ​ທ່ານ ຈົນ​ມາ​ຫາ​ການ​ທົດ​ລອງ​ຄຳ​ເວົ້າຂອງ​ຂ້າພະ​ເຈົ້າ ແລະ ໃຊ້​ສັດທາ​ຈັກ​ໜ້ອຍ​ໜຶ່ງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ຄວາມ​ປາ​ຖະໜາ​ທີ່​ຈະ​ເຊື່ອ, ກໍ​ຂໍ​ໃຫ້​ຄວາມ​ປາ​ຖະໜາ​ນີ້​ເກີດ​ຜົນ​ໃນ​ພວກ​ທ່ານ ຈົນ​ວ່າ​ພວກ​ທ່ານຈະ​ໃຫ້​ບ່ອນ​ສຳລັບ​ຄຳ​ສ່ວນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ​ໄດ້.

 28 ບັດ​ນີ້ພວກ​ເຮົາຈະ​ປຽບທຽບ​ພຣະ​ຄຳ​ໃສ່​ກັບ​ເມັດ​ພືດ. ບັດ​ນີ້ຖ້າ​ຫາກ​ພວກ​ທ່ານ​ໃຫ້​ບ່ອນ​ເພື່ອ​ຈະ​ປູກ​ເມັດ​ພືດ​ໃນ​ໃຈ​ຂອງ​ພວກ​ທ່ານ, ຈົ່ງ​ເບິ່ງ, ຖ້າ​ຫາກ​ເປັນ​ເມັດ​ພື​ດ​ທີ່​ແທ້​ຈິງ ຫລື ເມັດ​ທີ່​ດີ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ໂຍນ​ມັນ​ຖິ້ມ​ໂດຍ​ຄວາມ​ບໍ່​ເຊື່ອຖື​ຂອງ​ພວກ​ທ່ານ, ວ່າ​ພວກ​ທ່ານ​ຈະ​ຕໍ່ຕ້ານ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແລ້ວ, ຈົ່ງເບິ່ງ, ມັນ​ຈະ​ເລີ່ມ​ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ, ແລະ ເມື່ອ​ພວກ​ທ່ານ​ຮູ້ສຶກ​ເຖິງ​ການ​ພອງ​ນີ້, ພວກ​ທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍ​ໃນ​ຕົວ​ເອງ​ວ່າ—ມັນ​ຕ້ອງ​ເປັນ​ເມັດ​ດີ ຫລື​ວ່າ​ພຣະ​ຄຳ​ນີ້​ດີ ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຂະຫຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມມີ​ລົດ​ແຊບ​ສຳລັບ​ເຮົາ.

 29 ບັດ​ນີ້​ຈົ່ງ​ເບິ່ງ, ສິ່ງ​ນີ້​ຈະ​ບໍ່​ເພີ່​ມສັດທາ​ຂອງ​ພວກ​ທ່ານ​ບໍ? ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ, ແນ່ນອນ; ປານ​ນັ້ນມັນ​ຍັງ​ບໍ່​ເຕີບ​ໂຕ​ເປັນຄວາມ​ຮູ້​ອັນ​ສົມບູນ.

 30 ແຕ່​ຈົ່ງ​ເບິ່ງ, ເມື່ອ​ເມັດ​ນັ້ນພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ, ເມື່ອນັ້ນພວກ​ທ່ານ​ຕ້ອງ​ເວົ້າວ່າ ມັນ​ແມ່ນ​ເມັດ​ດີ; ເພາະ​ຈົ່ງ​ເບິ່ງ ມັນ​ພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ. ແລະ ບັດ​ນີ້, ຈົ່ງ​ເບິ່ງສິ່ງ​ນີ້​ຈະ​ບໍ່​ເຮັດ​ໃຫ້​ສັດທາ​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ​ຂຶ້ນບໍ? ແທ້​ຈິງ​ແລ້ວ, ມັນ​ຈະ​ເຮັດ​ໃຫ້​ສັດທາ​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ​ຂຶ້ນ: ເພາະ​ພວກ​ທ່ານ​ຈະ​ເວົ້າວ່າ ເຮົາ​ຮູ້​ແລ້ວ​ວ່າມັນ​ແມ່ນ​ເມັດ​ດີ; ເພາະ​ຈົ່ງ​ເບິ່ງ ມັນ​ງອກ ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ.

 31 ແລະ ບັດ​ນີ້, ຈົ່ງ​ເບິ່ງພວກ​ທ່ານ​ແນ່​ໃຈ​ບໍ​ວ່າ​ນີ້​ຄື​ເມັດ​ດີ? ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ແມ່ນ​ແລ້ວ; ເພາະ​ທຸກ​ເມັດ​ໄດ້​ອອກ​ຜົນ​ໃນ​ລັກສະນະ​ຂອງ​ມັນ​ເອງ.

 32 ສະນັ້ນ, ຖ້າ​ຫາກ​ເມັດ​ໃດ​ເຕີບ​ໂຕ ມັນ​ກໍ​ຈະ​ຕ້ອງ​ເປັນ​ເມັດ​ດີ, ແຕ່​ຖ້າ​ຫາກ​ມັນ​ບໍ່​ເຕີບ​ໂຕ, ຈົ່ງ​ເບິ່ງ ມັນ​ກໍ​ຕ້ອງ​ເປັນ​ເມັດ​ບໍ່​ດີ, ສະນັ້ນ ມັນ​ຈຶ່ງ​ຖືກ​ໂຍນ​ຖິ້ມ​ໄປ.

 33 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເພາະ​ພວກ​ທ່ານ​ໄດ້​ພິສູດ​ການ​ທົດ​ລອງ, ແລະ ໄດ້​ປູກ​ເມັດ​ນັ້ນ, ແລະ ມັນ​ໄດ້​ພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ, ພວກ​ທ່ານ​ກໍ​ຕ້ອງ​ຮູ້​ວ່າ ມັນ​ແມ່ນ​ເມັດ​ດີ.

 34 ແລະ ບັດ​ນີ້, ຈົ່ງ​ເບິ່ງຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມບູນ​ບໍ? ແທ້​ຈິງ​ແລ້ວ, ຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມບູນ​ໃນ​ເລື່ອງ​ນັ້ນ, ແລະ ສັດທາ​ຂອງ​ພວກ​ທ່ານ​ຄົງ​ທີ່; ແລະ ເປັນ​ຍ້ອນ​ພວກ​ທ່ານ​ຮູ້ ຊຶ່ງ​ພວກ​ທ່ານ​ຮູ້​ວ່າ​ພຣະ​ຄຳ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ພອງ​ຂຶ້ນ, ແລະ ພວກ​ທ່ານ​ຮູ້​ອີກ​ວ່າ​ມັນ​ງອກ​ຂຶ້ນ, ແລະ ຄວາມ​ເຂົ້າ​ໃຈຂອງ​ພວກ​ທ່ານ​ເລີ່ມ​ແຈ້ງ​ອອກ ແລະ ຈິດ​ໃຈ​ຂອງ​ພວກ​ທ່ານ​ເລີ່ມ​ຂະຫຍາຍ​ອອກ.

 35 ໂອ້ ດັ່ງນັ້ນ​ແລ້ວ, ນີ້​ບໍ່​ແມ່ນ​ຄວາມ​ຈິງ​ບໍ? ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖືກ​ແລ້ວ, ເພາະ​ມັນ​ຄື​ຄວາມ​ສະຫວ່າງ; ແລະ ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ສະ​ຫວ່າງ​ຍ່ອມ​ດີ, ເພາະ​ຫລຽວ​ເຫັນ​ໄດ້, ດັ່ງ​ນັ້ນ ພວກ​ທ່ານ​ຕ້ອງ​ຮູ້​ວ່າ​ມັນ​ດີ; ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຫລັງ​ຈາກ​ພວກ​ທ່ານ​ໄດ້​ຊີມ​ຄວາມ​ສະຫວ່າງ​ນີ້​ແລ້ວ, ຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມບູນ​ແລ້ວ​ບໍ?

 36 ຈົ່ງ​ເບິ່ງ ຂ້າພະ​ເຈົ້າ​ກ່າວ​ກັບພວກ​ທ່ານ​ວ່າ, ບໍ່​ເລີຍ, ພວກ​ທ່ານ​ບໍ່​ຄວນ​ປະ​ຖິ້ມ​ສັດທາ​ຂອງ​ພວກ​ທ່ານ, ເພາະ​ພວກ​ທ່ານ​ພຽງ​ແຕ່​ໃຊ້​ສັດທາ​ຂອງ​ພວກ​ທ່ານ​ເພື່ອ​ປູກ​ເມັດ ເພື່ອ​ພວກ​ທ່ານ​ຈະ​ໄດ້​ພິສູດ​ການ​ທົດ​ລອງ​ໃຫ້​ຮູ້​ຖ້າ​ຫາກ​ມັນ​ເປັນ​ເມັດ​ດີ.

 37 ແລະ ຈົ່ງ​ເບິ່ງ, ເມື່ອຕົ້ນ​ເລີ່ມ​ເຕີບ​ໂຕ​ຂຶ້ນ, ພວກ​ທ່ານ​ຈະ​ເວົ້າວ່າ: ຈົ່ງ​ໃຫ້​ພວກ​ເຮົາ​ບຳລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ເພື່ອ​ມັນ​ຈະ​ແຕກ​ຮາກ, ເພື່ອ​ມັນ​ຈະ​ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ​ໃຫ້​ແກ່​ພວກ​ເຮົາ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ບຳລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ມັນ​ກໍ​ຈະ​ແຕກ​ຮາກ, ແລະ ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ.

 38 ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະລະ​ເລີຍ​ຕົ້ນນັ້ນ, ແລະ ບໍ່​ຄິດ​ເຖິງ​ການ​ບຳລຸງ​ລ້ຽງ​ມັນ, ຈົ່ງ​ເບິ່ງ ມັນ​ກໍ​ຈະ​ບໍ່​ແຕກ​ຮາກ​ເລີຍ; ແລະ ເມື່ອ​ຄວາມ​ຮ້ອນ​ຂອງ​ດວງ​ຕາ​ເວັນ​ມາ​ເຖິງ ແລະ ເຜົາ​ມັນ, ເມື່ອ​ມັນ​ບໍ່​ມີ​ຮາກ ມັນ​ຍ່ອມ​ຫ່ຽວ​ແຫ້ງ​ໄປ, ແລະ ພວກ​ທ່ານ​ກໍ​ຈະ​ຖອນ​ມັນ​ຂຶ້ນ ແລະ ໂຍນ​ມັນ​ຖິ້ມ​ໄປ.

 39 ບັດ​ນີ້, ມັນ​ບໍ່​ແມ່ນ​ວ່າ ເພາະ​ເມັດ​ບໍ່​ດີ, ທັງ​ບໍ່​ແມ່ນ​ວ່າ​ຜົນ​ຂອງ​ມັນ​ບໍ່​ເປັນ​ທີ່​ປາ​ຖະໜາ; ແຕ່​ເປັນ​ເພາະ​ດິນ​ຂອງ​ພວກ​ທ່ານ​ແຫ້ງ​ແລ້ງ, ແລະ ພວກ​ທ່ານ​ບໍ່​ຍອມ​ບຳລຸງ​ລ້ຽງ​ຕົ້ນນັ້ນ, ສະນັ້ນ ພວກ​ທ່ານ​ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ຈາກ​ມັນ.

 40 ແລະ ດ້ວຍ​ເຫດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ບໍ່​ບຳລຸງ​ລ້ຽງ​ພຣະ​ຄຳ, ໂດຍ​ຄອງ​ຄອຍ​ໝາກ​ຂອງ​ຕົ້ນ​ດ້ວຍ​ຕາ​ແຫ່ງ​ສັດທາ, ແລ້ວ​ພວກ​ທ່ານ​ຈະ​ເກັບ​ໝາກ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີວິດ​ບໍ່​ໄດ້​ເລີຍ.

 41 ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ​ບຳລຸງ​ລ້ຽງ​ພຣະ​ຄຳ, ແທ້​ຈິງ​ແລ້ວ, ບຳ​ລຸງ​ລ້ຽງ​ຕົ້ນ​ເມື່ອ​ມັນ​ເລີ່ມ​ເຕີບ​ໂຕ​ໂດຍ​ສັດທາ​ຂອງ​ພວກ​ທ່ານດ້ວຍ​ຄວາມ​ພາກ​ພຽນ, ແລະ ດ້ວຍ​ຄວາມ​ອົດທົນ, ໂດຍ​ຄອງ​ຄອຍ​ຜົນ​ຈາກ​ຕົ້ນນັ້ນ, ແລ້ວ​ມັນ​ຈະ​ແຕກ​ຮາກ; ແລະ ຈົ່ງ​ເບິ່ງ ມັນ​ຈະ​ເປັນຕົ້ນທີ່​ງອກ​ງາມ​ໄປ​ສູ່​ຊີວິດ​ອັນ​ເປັນນິດ.

 42 ແລະ ເພາະ​ຄວາມ​ພາກ​ພຽນ​ຂອງ​ພວກ​ທ່ານ ແລະ ສັດທາຂອງ​ພວກ​ທ່ານ ແລະ ດ້ວຍ​ຄວາມ​ອົດທົນ​ຂອງ​ພວກ​ທ່ານ​ໃນ​ການ​ບຳລຸງ​ລ້ຽງ​ພຣະ​ຄຳ, ເພື່ອ​ມັນ​ຈະ​ໄດ້​ແຕກ​ຮາກ​ຢູ່​ໃນ​ພວກທ່ານ, ຈົ່ງ​ເບິ່ງ, ໃນ​ບໍ່​ຊ້າ​ນີ້​ພວກ​ທ່ານ​ຈະ​ເກັບ​ໝາກ​ຂອງ​ມັນ​ໄດ້ ຊຶ່ງມີຄ່າ​ທີ່​ສຸດ, ຊຶ່ງຫວານ​ເໜືອກວ່າ​ທຸກ​ສິ່ງທີ່​ຫວານ, ແລະ ຂາວ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່ຂາວ, ແທ້​ຈິງ​ແລ້ວ, ແລະ ​ບໍລິສຸດ​ເໜືອ​ກວ່າ​ທຸກ​ສິ່ງທີ່​ບໍລິສຸດ; ແລະ ພວກ​ທ່ານ​ຈະ​ອີ່ມ​ໜຳ​ສຳລານ​ດ້ວຍ​ໝາກ​ໄມ້​ນີ້ ເພື່ອ​ພວກ​ທ່ານ​ຈະ​ບໍ່​ຫິວທັງ​ບໍ່​ກະຫາຍ.

 43 ເມື່ອນັ້ນພີ່​ນ້ອງ​ຂອງ​ຂ້າພະ​ເຈົ້າ, ພວກ​ທ່ານ​ຈະ​ເກັບ​ກ່ຽວ​ລາງ​ວັນ​ແຫ່ງ​ສັດທາ ແລະ ຄວາມ​ພາກ​ພຽນ, ແລະ ຄວາມ​ອົດທົນ, ແລະ ຄວາມ​ອົດກັ້ນຂອງ​ພວກ​ທ່ານ ໂດຍໄດ້​ຄອຍ​ຖ້າ​ໃຫ້​ຕົ້ນ​ໄມ້​ອອກ​ຜົນໃຫ້​ພວກ​ທ່ານ.