ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 5–11 ເດືອນ​ກຸມ​ພາ: “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ.” 2 ນີ​ໄຟ 1–2


“ວັນ​ທີ 5–11 ເດືອນ​ກຸມ​ພາ: ‘ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ.’ 2 ນີ​ໄຟ 1–2,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 5–11 ເດືອນ​ກຸມ​ພາ. 2 ນີ​ໄຟ 1–2,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ອາ​ດາມ ແລະ ເອ​ວາ ກຳ​ລັງ​ໜີ​ຈາກ​ສວນ​ເອ​ເດນ

Adam and Eve [ອາ​ດາມ ແລະ ເອ​ວາ], ໂດຍ ດັກ​ລັສ ຟຣາຍ​ເອີ

ວັນ​ທີ 5–11 ເດືອນ​ກຸມ​ພາ: “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ”

2 ນີ​ໄຟ 1–2

ຖ້າ​ຫາກ​ທ່ານ​ຮູ້​ວ່າ ທ່ານ​ຈະ​ຕາຍ​ເມື່ອ​ໃດ, ແມ່ນ​ຫຍັງ​ຄື​ຂ່າວ​ສານ​ອັນ​ສຸດ​ທ້າຍ ທີ່​ທ່ານ​ຢາກ​ບອກ​ກ່າວ ແກ່​ຄົນ​ທີ່​ທ່ານ​ຮັກ​ຫລາຍ​ທີ່​ສຸດ? ເມື່ອ​ສາດ​ສະ​ດາ​ລີ​ໄຮ​ຮູ້​ສຶກ​ວ່າ ເພິ່ນ​ຈະ​ມີ​ຊີ​ວິດ​ຢູ່​ບໍ່​ໄດ້​ດົນ, ເພິ່ນ​ຈຶ່ງ​ໄດ້​ເຕົ້າ​ໂຮມ​ຄອບ​ຄົວ​ຂອງ​ເພິ່ນ​ເປັນ​ເທື່ອ​ສຸດ​ທ້າຍ. ເພິ່ນ​ໄດ້​ແບ່ງ​ປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເປີດ​ເຜີຍ​ແກ່​ເພິ່ນ​ກັບ​ພວກ​ເຂົາ. ເພິ່ນ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ເມ​ຊີ​ອາ. ເພິ່ນ​ໄດ້​ສິດ​ສອນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ເພິ່ນ​ທະ​ນຸ​ຖະ​ໜອມ​ໃຫ້​ກັບ​ຜູ້​ຄົນ​ທີ່​ເພິ່ນ​ທະ​ນຸ​ຖະ​ໜອມ. ເພິ່ນ​ໄດ້​ກ່າວ​ເຖິງ​ເສ​ລີ​ພາບ, ການ​ເຊື່ອ​ຟັງ, ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ໄຖ່​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ຊື່ນ​ຊົມ. ບໍ່​ແມ່ນ​ລູກ​ທຸກ​ຄົນ​ຂອງ​ເພິ່ນ​ທີ່​ເລືອກ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ສິດ​ສອນ—ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ສາ​ມາດ​ເລືອກ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແທນ​ຄົນ​ທີ່​ເຮົາ​ຮັກ. ແຕ່​ເຮົາ​ສາ​ມາດ​ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ໄຖ່, ຜູ້​ເຮັດ​ໃຫ້​ເຮົາ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ” (ເບິ່ງ 2 ນີ​ໄຟ 2:26–27).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 1:13–29

ເຮົາ​ສາ​ມາດ “ຈົ່ງ​ຕື່ນ​ເຖີດ! ແລະ ຈົ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ.”

ໃນ 2 ນີ​ໄຟ 1:13–29, ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ​ທີ່​ລີ​ໄຮ​ໄດ້​ໃຊ້​ເພື່ອ​ບັນ​ຍາຍ​ສະ​ພາ​ວະ​ທາງ​ວິນ​ຍານ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ. ແມ່ນ​ຫຍັງ​ຊ່ວຍ​ທ່ານ​ໃຫ້​ຕື່ນ​ຈາກ “ການ​ນອນ​ຫລັບ​ຢ່າງ​ແຈບ​ຈົມ”? ແມ່ນ​ຫຍັງ​ຊ່ວຍ​ໃຫ້​ທ່ານ​ສັ່ນ “ສາຍ​ໂສ້ ” ທາງ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ທ່ານ​ໃຫ້​ຫລຸດ​ອອກ? ໃຫ້​ຄິດ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ລີ​ໄຮ​ຢູ່​ໃນ ຂໍ້​ທີ 15 ແລະ ຄຳ​ເຊື້ອ​ເຊີນ​ຂອງ​ເພິ່ນ​ຢູ່​ໃນ ຂໍ້​ທີ 23. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຂ່າວ​ສານ​ໃດ​ແດ່​ສຳ​ລັບ​ທ່ານ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ໃຊ້​ຮູບ​ພາບ. ການ​ໃຊ້​ຮູບ​ພາບ​ຈະ​ຊ່ວຍ​ຜູ້​ຮຽນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຈື່​ຈຳ​ມັນ​ໄດ້​ດົນ​ນານ. ຂະ​ນະ​ທີ່​ທ່ານ​ກະ​ກຽມ​ຈະ​ສິດ​ສອນ​ຈາກ​ໂຄງ​ຮ່າງ​ນີ້, ໃຫ້​ພິ​ຈາ​ລະ​ນາ​ວ່າ​ທ່ານ​ຈະ​ສາ​ມາດ​ໃຊ້​ຮູບ​ພາບ​ໃດ​ແດ່. ຍົກ​ຕົວ​ຢ່າງ, ບາງ​ທີ​ສາຍ​ໂສ້​ເຈ້ຍ​ອາດ​ຊ່ວຍ​ຜູ້​ຮຽນ​ໃຫ້​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ລີ​ໄຮ​ຢູ່​ໃນ 2 ນີ​ໄຟ 1:13 ຫລື 2 ນີ​ໄຟ 2:27.

2 ນີ​ໄຟ 2

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຍ້ອນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ.”

ບັດ​ນີ້ ຄອບ​ຄົວ​ຂອງ​ລີ​ໄຮ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໃໝ່, ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ໄປ​ໄດ້​ໃໝ່ໆ. ທາງ​ເລືອກ​ທີ່​ເຂົາ​ເຈົ້າ​ໄດ້​ເລືອກ​ເຮັດ​ຢູ່​ໃນ​ສະ​ຖານ​ທີ່​ໃໝ່​ນີ້​ຈະ​ສຳ​ຄັນ​ຕໍ່​ຄວາມ​ສຳ​ເລັດ ແລະ ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ. ບາງ​ທີ​ນີ້​ຈຶ່ງ​ເປັນ​ເຫດ​ຜົນ​ທີ່​ລີ​ໄຮ​ໄດ້​ສິດ​ສອນ​ຢາ​ໂຄບ ລູກ​ຊາຍ​ຂອງ​ເພິ່ນ​ກ່ຽວ​ກັບ​ອຳ​ເພີ​ໃຈ ຫລື ຄວາມ​ສາ​ມາດ​ທີ່​ຈະ​ເລືອກ​ເຮັດ, ຢູ່​ໃນ 2 ນີ​ໄຟ 2. ຂະ​ນະ​ທີ່​ທ່ານ​ສຶກ​ສາ ຂໍ້​ທີ 11–30, ໃຫ້​ຂຽນ​ຄຳ​ຕອບ​ທີ່​ເປັນ​ໄປ​ໄດ້​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້:

  • ເປັນ​ຫຍັງ​ອຳ​ເພີ​ໃຈ​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຖິງ​ແມ່ນ​ວ່າ​ບາງ​ຄົນ​ໃຊ້​ມັນ​ໃນ​ທາງ​ທີ່​ເຮັດ​ໃຫ້​ເຈັບ​ປວດ?

  • ຜູ້​ປໍ​ລະ​ປັກ​ພະ​ຍາ​ຍາມ​ເຮັດ​ໃຫ້​ອຳ​ເພີ​ໃຈ​ຂອງ​ທ່ານ​ອ່ອນ​ແອ​ລົງ ຫລື ທຳ​ລາຍ​ມັນ​ແນວ​ໃດ?

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ທ່ານ​ໃຫ້ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ” (ຂໍ້​ທີ 27) ແນວ​ໃດ?

ນີ້​ຄື​ອີກ​ທາງ​ໜຶ່ງ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ອຳ​ເພີ​ໃຈ​ຢູ່​ໃນ 2 ນີ​ໄຟ 2: ໃຫ້​ຊອກ​ຫາ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ເຮົາ ເພື່ອ​ຈະ​ມີ​ອຳ​ເພີ​ໃຈ ແລະ ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ:

ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ອຳ​ເພີ​ໃຈ​ຂອງ​ເຮົາ ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ຂາດ​ໄປ?

ແຕ່​ລະ​ພາກ​ໃນ​ຈຳ​ນວນ​ຫົກ​ພາກ​ຂອງ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ ບັນ​ຈຸ “ຄຳ​ເຊື້ອ​ເຊີນ” ແລະ “ພອນ​ທີ່​ສັນ​ຍາ​ໄວ້.” ໃຫ້​ເບິ່ງ​ໜຶ່ງ​ພາກ ຫລື ຫລາຍ​ກວ່າ​ນັ້ນ​ຂອງ​ພາກ​ເຫລົ່າ​ນີ້, ແລະ ໃຫ້​ເລືອກ​ພອນ​ທີ່​ສັນ​ຍາ​ໄວ້​ທີ່​ທ່ານ​ຫວັງ​ຈະ​ໄດ້​ຮັບ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ຕ້ອງ​ການ​ຄຳ​ເຊື້ອ​ເຊີນ​ຫຍັງ​ແດ່​ທີ່​ຈະ​ລົງ​ມື​ກະ​ທຳ​ເພື່ອ​ຈະ​ໄດ້​ຮັບ​ພອນ​ນີ້? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ພອນ​ກັບ​ຄົນ​ອື່ນ ທີ່​ທ່ານ​ໄດ້​ຮັບ​ຈາກ​ການ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້.

ເບິ່ງ Gospel Topics, “Agency and Accountability,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38 ນຳ​ອີກ.

2 ນີ​ໄຟ 2:1–4, 6–25

ພຣະ​ເຈົ້າ​ສາ​ມາດ​ປ່ຽນ​ຄວາມ​ຍາກ​ລຳ​ບາກ​ຂອງ​ເຮົາ​ໃຫ້​ເປັນ​ພອນ​ໄດ້.

ລີ​ໄຮ​ໄດ້​ຮູ້​ວ່າ ຢາ​ໂຄບ ລູກ​ຊາຍ​ນ້ອຍ​ຂອງ​ເພິ່ນ​ໄດ້​ຮັບ “ຄວາມ​ທຸກ​ຍາກ​ລຳ​ບາກ” ແລະ “ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ” ໃນ​ໄວ​ເດັກ​ຂອງ​ລາວ (2 ນີ​ໄຟ 2:1). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ປະ​ຈັກ​ພະ​ຍານ​ຂອງ​ລີ​ໄຮ​ໃນ 2 ນີ​ໄຟ 2:1–3, 6–25 ຈຶ່ງ​ມີ​ຄ່າ​ຫລາຍ​ຕໍ່​ຢາ​ໂຄບ? ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ຫລາຍ​ຕໍ່​ທ່ານ? ໃຫ້​ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ທ່ານ​ພົບ​ເຫັນ​ວ່າ​ມີ​ພະ​ລັງ​ເປັນ​ພິ​ເສດ. ພຣະ​ເຈົ້າ​ໄດ້​ອຸ​ທິດ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ທ່ານ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທ່ານ​ແນວ​ໃດ? ເບິ່ງ 2 ນີ​ໄຟ 2:2.

ເບິ່ງ ໂຣມ 8:28; Dale G. Renlund, “Infuriating Unfairness,” Liahona, May 2021, 41–45 ນຳ​ອີກ.

2 ນີ​ໄຟ 2:15–29

ການ​ຕົກ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຫລາຍ​ຄົນ​ເຊື່ອ​ວ່າ​ການ​ຕົກ​ໄດ້​ເປັນ​ພຽງ​ແຕ່​ຄວາມ​ໂສກ​ເສົ້າ ແລະ ວ່າ​ເອ​ວາ ແລະ ອາ​ດາມ​ໄດ້​ເຮັດ​ຄວາມ​ຜິດ​ພາດ​ອັນ​ຖາ​ວອນ​ເມື່ອ​ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ກິນ​ໝາກ​ໄມ້​ນັ້ນ. ຢູ່​ໃນ 2 ນີ​ໄຟ 2:15–28, ລີ​ໄຮ​ສິດ​ສອນ​ຄວາມ​ຈິງ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຕົກ—ແລະ ກ່ຽວ​ກັບ​ການ​ໄຖ່​ຜ່ານ​ທາງ​ພຣະ​ຄຣິດ. ຂະ​ນະ​ທີ່​ທ່ານ​ຄົ້ນ​ຄວ້າ​ຂໍ້​ເຫລົ່າ​ນີ້, ໃຫ້​ຂຽນ​ລາຍ​ຊື່​ຂອງ​ຄວາມ​ຈິງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ສວນ​ເອ​ເດນ. ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • ເປັນ​ຫຍັງ​ການ​ຕົກ​ຈຶ່ງ​ຈຳ​ເປັນ?

  • ພຣະ​ເຢ​ຊູ​ຄຣິດ​ມີ​ບົດ​ບາດ​ໃດ​ແດ່​ໃນ​ການ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ຂອງ​ການ​ຕົກ?

  • ການ​ເຂົ້າ​ໃຈ​ການ​ຕົກ​ຢ່າງ​ຖືກ​ຕ້ອງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ເຮົາ​ທີ່​ຕ້ອງ​ມີ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ແນວ​ໃດ?

ເບິ່ງ Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 72–75 ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Let Not Your Heart Be Troubled [ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ], ໂດຍ ຮາວ​ເວີດ ລີ​ອອນ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 1:13, 15, 23

ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ຂອງ​ບາບ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ຄຳ​ເຊື້ອ​ເຊີນ​ຂອງ​ລີ​ໄຮ​ທີ່​ຈະ​ໃຫ້ “ສັ່ນ​ສາຍ​ໂສ້” ຂອງ​ບາບ​ໃຫ້​ຫລຸດ​ອອກ, ບາງ​ທີ​ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ເຮັດ​ສາຍ​ໂສ້​ຈາກ​ເສັ້ນ​ເຈ້ຍ. ຢູ່​ໃນ​ເສັ້ນ​ເຈ້ຍ​ນັ້ນ, ລູກໆ​ຂອງ​ທ່ານ​ສາ​ມາດ​ຊ່ວຍ​ທ່ານ​ຂຽນ​ບາງ​ສິ່ງ​ທີ່​ຊາ​ຕານ​ລໍ້​ລວງ​ໃຫ້​ເຮົາ​ເຮັດ. ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ 2 ນີ​ໄຟ 1:13, 15, 23 ນຳ​ກັນ ຂະ​ນະ​ທີ່​ພວກ​ເຂົາ​ສະ​ແດງ​ອອກ​ບາງ​ທ່າ​ຂອງ​ວະ​ລີ​ທີ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້—ລວມ​ທັງ​ການ​ສັ່ນ​ໃຫ້​ສາຍ​ໂສ້​ເຈ້ຍ​ຫລຸດ​ອອກ. ບາບ​ເປັນ​ຄື​ກັນ​ກັບ​ສາຍ​ໂສ້​ແນວ​ໃດ? ພຣະ​ເຢ​ຊູ​ຊ່ວຍ​ໃຫ້​ເຮົາ “ສັ່ນ​ສາຍ​ໂສ້” ຂອງ​ບາບ​ໃຫ້​ຫລຸດ​ອອກ​ແນວ​ໃດ?

2 ນີ​ໄຟ 1:20

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

  • ມັນ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ບໍ​ທີ່​ຈະ​ປຽບ​ທຽບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ໃສ່​ກັບ​ເກີບ, ໝວກ, ຖົງ​ມື, ຫລື ສິ່ງ​ຂອງ​ຢ່າງ​ອື່ນ​ທີ່​ປົກ​ປ້ອງ​ເຮົາ? ບາງ​ທີ​ທ່ານ​ກໍ​ສາ​ມາດ​ປ່ອຍ​ໃຫ້​ພວກ​ເຂົາ​ລອງ​ສວມ​ໃສ່​ບາງ​ສິ່ງ​ຂະ​ນະ​ທີ່​ພວກ​ທ່ານ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ພຣະ​ບັນ​ຍັດ​ປົກ​ປ້ອງ​ເຮົາ​ແນວ​ໃດ. ແລ້ວ​ທ່ານ​ສາ​ມາດ​ອ່ານ 2 ນີ​ໄຟ 1:20, ເນັ້ນ​ວ່າ​ເຮົາ​ຈະ “ຮຸ່ງ​ເຮືອງ” (ໄດ້​ຮັບ​ພອນ ຫລື ຖືກ​ປົກ​ປ້ອງ) ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ. ແບ່ງ​ປັນ​ປະ​ສົບ​ການ​ຢ່າງ​ໜຶ່ງ​ຕອນ​ທ່ານ​ໄດ້​ຮັບ​ພອນ ຫລື ຖືກ​ປົກ​ປ້ອງ​ໂດຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ.

  • ເພື່ອ​ສາ​ທິດ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ການ​ຖືກ​ຕັດ​ອອກ​ຈາກ​ພຣະ​ເຈົ້າ (ເບິ່ງ 2 ນີ​ໄຟ 1:20), ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ພາ​ກັນ​ເບິ່ງ​ຕົ້ນ​ໄມ້ ແລະ ໃບ​ໄມ້​ທີ່​ສົມ​ບູນ ຫລື ງ່າ​ໄມ້​ທີ່​ຖືກ​ຕັດ​ອອກ​ຈາກ​ຕົ້ນ. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ທົບ​ທວນ​ທາງ​ເລືອກ​ທີ່​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ເລືອກ​ເຮັດ (ເບິ່ງ 1 ນີ​ໄຟ 2:11–16; 3:5–7; 18:9–11). ແມ່ນ​ຫຍັງ​ຄື​ຜົນ​ຮັບ​ຂອງ​ທາງ​ເລືອກ​ເຫລົ່າ​ນີ້? ທາງ​ເລືອກ​ໃດ​ແດ່​ທີ່​ຊ່ວຍ​ໃຫ້​ເຮົາ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ເຈົ້າ?

2 ນີ​ໄຟ 2:11, 16, 27

ພຣະ​ເຈົ້າ​ໄດ້​ມອບ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ໃຫ້​ແກ່​ເຮົາ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ລີ​ໄຮ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ກົງ​ກັນ​ຂ້າມ ແລະ ການ​ເລືອກ​ເຮັດ, ທ່ານ​ສາ​ມາດ​ຫລິ້ນ​ເກມ ຊຶ່ງ​ທ່ານ​ຈະ​ເວົ້າ​ຄຳ​ໜຶ່ງ (ດັ່ງ​ເຊັ່ນ ຄວາມ​ສະ​ຫວ່າງ) ແລະ ລູກໆ​ຂອງ​ທ່ານ​ບອກ​ຄຳ​ທີ່​ກົງ​ກັນ​ຂ້າມ (ຄວາມ​ມືດ). ຊ່ວຍ​ໃຫ້​ພວກ​ເຂົາ​ຮຽນ​ຮູ້​ວ່າ ເປັນ​ຫຍັງ​ການ​ກົງ​ກັນ​ຂ້າມ​ຈຶ່ງ​ເປັນ​ພາກ​ສ່ວນ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ​ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 2 ນີ​ໄຟ 2:11, 16 ນຳ​ກັນ. ແລ້ວ​ທ່ານ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ລາວ​ກ່ຽວ​ກັບ​ເດັກ​ນ້ອຍ​ຄົນ​ໜຶ່ງ ຜູ້​ທີ່​ຖືກ​ລໍ້​ລວງ​ໃຫ້​ເລືອກ​ທາງ​ຜິດ. ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ການ​ກົງ​ກັນ​ຂ້າມ​ຂອງ​ການ​ເລືອກ​ທາງ​ຜິດ​ນັ້ນ​ຄື​ຫຍັງ ແລະ ສະ​ແດງ​ທ່າ​ນັ້ນ​ອອກ​ມາ.

  • ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ “ເສ​ລີ​ພາບ” ແລະ “ການ​ເປັນ​ຊະ​ເລີຍ” (2 ນີ​ໄຟ 2:27), ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ສັດ​ທີ່​ຢູ່​ໃນ​ກົງ ແລະ ສັດ​ທີ່​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ມັນ. ສັດ​ໂຕ​ໃດ​ທີ່​ເປັນ​ອິດ​ສະ​ລະ? ເຊື້ອ​ເຊີນ​ລູກໆ​ໃຫ້​ຊີ້​ໄປ​ຫາ​ຮູບ​ພາບ​ທີ່​ຖືກ​ຕ້ອງ​ເມື່ອ​ທ່ານ​ອ່ານ​ຄຳ​ທີ່​ວ່າ “ອິດ​ສະ​ລະ” ຢູ່​ໃນ 2 ນີ​ໄຟ 2:27. ເປັນ​ພະ​ຍານ​ວ່າ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ​ແນວ​ໃດ.

  • ຮ້ອງ​ເພງ​ດັ່ງ​ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ​ທີ່​ກ່ຽວ​ກັບ​ການ​ເລືອກ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຄອບ​ຄົວ​ຂອງ​ລີ​ໄຮ​ນັ່ງ​ຄຸ​ເຂົ່າ​ຢູ່​ຫາດ​ຊາຍ

Lehi and His People Arrive in the New World [ລີ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ ມາ​ເຖິງ​ໂລກ​ໃໝ່], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌