ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 12–18 ເດືອນ​ກຸມ​ພາ: “ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ.” 2 ນີ​ໄຟ 3–5


“ວັນ​ທີ 12–18 ເດືອນ​ກຸມ​ພາ: ‘ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ.’ 2 ນີ​ໄຟ 3–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 12–18 ເດືອນ​ກຸມ​ພາ. 2 ນີ​ໄຟ 3–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ນີ​ໄຟ​ກັບ​ເມຍ​ຂອງ​ເພິ່ນ

ວັນ​ທີ 12–18 ເດືອນ​ກຸມ​ພາ: “ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ”

2 ນີ​ໄຟ 3–5

ເມື່ອ​ອ່ານ 1 ນີ​ໄຟ, ທ່ານ​ອາດ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ວ່າ ນີ​ໄຟ​ເປັນ​ຄົນ​ທີ່​ໜ້າ​ສົນ​ໃຈ. ໂດຍ​ທີ່ “ສູງ​ໃຫຍ່” ທັງ​ຮ່າງ​ກາຍ ແລະ ວິນ​ຍານ (1 ນີ​ໄຟ 2:16), ເບິ່ງ​ຄື​ວ່າ​ເພິ່ນ​ບໍ່​ຫວັ່ນ​ໄຫວ​ກັບ​ການ​ທົດ​ລອງ​ທີ່​ເພິ່ນ​ປະ​ເຊີນ. ຫລື ຢ່າງ​ໜ້ອຍ, ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ອາດ​ສັນ​ນິ​ຖານ​ໄວ້. ຂະ​ນະ​ທີ່​ສັດ​ທາ​ຂອງ​ນີ​ໄຟ​ຈະ​ໜ້າ​ອັດ​ສະ​ຈັນ​ໃຈ​ກໍ​ຕາມ, ຖ້ອຍ​ຄຳ​ທີ່​ອ່ອນ​ໂຍນ​ຂອງ​ເພິ່ນ​ໃນ 2 ນີ​ໄຟ 4 ເປີດ​ເຜີຍ​ວ່າ ແມ່ນ​ແຕ່​ຜູ້​ຄົນ​ທີ່​ຊື່​ສັດ ບາງ​ເທື່ອ​ກໍ​ຮູ້​ສຶກ “ຕ່ຳ​ຕ້ອຍ” ແລະ ຖືກ “ກີດ​ກັນ​ຢ່າງ​ງ່າຍ​ດາຍ” ໂດຍ​ການ​ລໍ້​ລວງ. ຢູ່​ບ່ອນ​ນີ້​ເຮົາ​ເຫັນ​ບາງ​ຄົນ​ທີ່​ກຳ​ລັງ​ພະ​ຍາ​ຍາມ, ຜູ້​ທີ່​ຢາກ​ມີ​ຄວາມ​ຊື່ນ​ຊົມ, ແຕ່ “ໃຈ​ຄວນ​ຄາງ​ເພາະ​ບາບ [ຂອງ​ລາວ].” ເຮົາ​ກໍ​ເຄີຍ​ຮູ້​ສຶກ​ແບບ​ນີ້​ເຊັ່ນ​ກັນ ແລະ ກໍ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ມີ​ຄວາມ​ຫວັງ​ທີ່​ຕາມ​ມາ: “ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ຮູ້​ວ່າ, ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ຜູ້​ໃດ” (ເບິ່ງ 2 ນີ​ໄຟ 4:15–19).

ຂະ​ນະ​ທີ່​ນີ​ໄຟ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຮຽນ​ຮູ້​ການ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີ​ໄຟ 5:27), ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ຮຽນ​ຮູ້​ວ່າ ຄວາມ​ສຸກ​ບໍ່​ໄດ້​ມີ​ມາ​ຢ່າງ​ງ່າຍ​ດາຍ ຫລື ປາດ​ສະ​ຈາກ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ໂສກ​ເສົ້າ. ໃນ​ທີ່​ສຸດ​ມັນ​ຈະ​ມີ​ມາ​ຈາກ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, “ສີ​ລາ​ແຫ່ງ​ຄວາມ​ຊອບ​ທຳ [ຂອງ​ເຮົາ]” (2 ນີ​ໄຟ 4:35).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 3:6–24

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ເລືອກ​ໂດຍ​ພຣະ​ເຈົ້າ​ໃຫ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ.

ລີ​ໄຮ​ໄດ້​ແບ່ງ​ປັນ​ກັບ​ລູກ​ຊາຍ​ຂອງ​ເພິ່ນ ໂຈ​ເຊັບ ກ່ຽວ​ກັບ​ຄຳ​ທຳ​ນາຍ​ທີ່​ໄດ້​ຖືກ​ມອບ​ໃຫ້​ໂດຍ​ໂຢ​ເຊັບ​ແຫ່ງ​ເອ​ຢິບ. ຄຳ​ທຳ​ນາຍ​ແມ່ນ​ກ່ຽວ​ກັບ “ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ” ໃນ​ອະ​ນາ​ຄົດ, ຄື​ໂຈ​ເຊັບ ສະ​ມິດ. ຂໍ້​ທີ 6–24 ກ່າວ​ວ່າ​ໂຈ​ເຊັບ ສະ​ມິດ ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ໃຫ້​ພອນ​ແກ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ? ໃຫ້​ພິ​ຈາ​ລະ​ນາ​ວ່າ ວຽກ​ງານ​ຂອງ​ໂຈ​ເຊັບ ສະ​ມິດ “ມີ​ຄຸນ​ຄ່າ​ໃຫຍ່​ຫລວງ” ຕໍ່​ທ່ານ​ແນວ​ໃດ? ທ່ານ​ອາດ​ໄດ້​ແນວ​ຄິດ​ຈາກ​ວິ​ດີ​ໂອ​ກ່ຽວ​ກັບ​ໂຈ​ເຊັບ ສະ​ມິດ ໃນ​ບ່ອນ​ເກັບ​ກຳ “Prophets of the Restoration” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້, ແລະ ຄິດ​ທີ່​ຈະ​ຈົດ​ບັນ​ທຶກ​ຄຳ​ຕອບ​ຂອງ​ທ່ານ:

  • ທ່ານ​ຮູ້​ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຍ້ອນ​ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​​ສິດ​ສອນ?

  • ຊີ​ວິດ​ຂອງ​ທ່ານ​ແຕກ​ຕ່າງ​ໄປ​ແນວ​ໃດ​ຍ້ອນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ?

  • ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ ຖ້າ​ການ​ຟື້ນ​ຟູ​ບໍ່​ໄດ້​ເກີດ​ຂຶ້ນ?

ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ພາ​ລະ​ກິດ​ຂອງ​ໂຈ​ເຊັບ ສະ​ມິດ ແມ່ນ​ການ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບົດ​ນີ້ ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ຄຳ​ພີ​ມໍ​ມອນ​ຈຶ່ງ​ສຳ​ຄັນ? ໂດຍ​ສະ​ເພາະ​ແລ້ວ, ທ່ານ​ສາ​ມາດ​ຊອກ​ຫາ​ເຫດ​ຜົນ​ໃນ ຂໍ້​ທີ 7, 11–13, 18–24.

ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ປະ​ຖົມ​ມະ​ການ 50:24–38 (ໃນ​ພາກ​ຫ້ອຍ​ທ້າຍ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ); Gospel Topics, “Joseph Smith,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ສັນ​ເສີນ​ບຸ​ຣຸຸດ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 54.

ຮູບ​ພາບ
ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

Prophet of the Lord [ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ], ໂດຍ ເດ​ວິດ ລິນ​ຊະ​ລີ

2 ນີ​ໄຟ 4:15–35

“ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.”

ນີ​ໄຟ​ໄດ້​ກ່າວ​ວ່າ ເພິ່ນ​ຈະ “ບັນ​ທຶກ​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ” (ຂໍ້​ທີ 15). ຂະ​ນະ​ທີ່​ທ່ານ​ອ່ານ​ສິ່ງ​ທີ່​ເພິ່ນ​ຂຽນ​ໃນ 2 ນີ​ໄຟ 4:15–35, ໃຫ້​ຖາມ​ຕົວ​ເອງ​ວ່າ, “ແມ່ນ​ຫຍັງ​ຄື​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ ຂ້າ​ພະ​ເຈົ້າ?” ໃຫ້​ຄິດ​ທີ່​ຈະ​ຂຽນ​ມັນ​ລົງ​ໄວ້, ຄື​ກັນ​ກັບ​ນີ​ໄຟ​ໄດ້​ເຮັດ, ແລະ ແບ່ງ​ປັນ​ມັນ​ກັບ​ຄົນ​ທີ່​ທ່ານ​ຮັກ.

ເບິ່ງ​ວ່າ ການ​ທີ່​ນີ​ໄຟ​ໄດ້​ພົບ​ຄວາມ​ປອບ​ໂຍນ​ເມື່ອ​ເພິ່ນ​ຮູ້​ສຶກ​ໜັກ​ໃຈ ແລະ ວິ​ຕົກ​ກັງ​ວົນ ສາ​ມາດ​ຊ່ວຍ​ທ່ານ​ໃນ​ຍາມ​ທີ່​ທ່ານ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້​ແນວ​ໃດ. ເບິ່ງ​ໃນ ຂໍ້​ທີ 15–35 ເພື່ອ​ຊອກ​ຫາ​ຂໍ້​ພ​ຣະ​ຄຳ​ພີ​ທີ່​ນຳ​ຄວາມ​ປອບ​ໂຍນ​ມາ​ໃຫ້​ທ່ານ. ທ່ານ​ຮູ້​ຈັກ​ໃຜ​ທີ່​ອາດ​ພົບ​ຄວາມ​ປອບ​ໂຍນ​ໃນ​ຂໍ້​ຄວາມ​ເຫລົ່າ​ນີ້​ບໍ່?

ເບິ່ງ Ronald A. Rasband, “The Things of My Soul,” Liahona, Nov. 2021, 39–41 ນຳ​ອີກ.

2 ນີ​ໄຟ 5

ເຮົາ​ສາ​ມາດ​ພົບ​ຄວາມ​ສຸກ​ຢູ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ທ່ານ​ຄິດ​ວ່າ​ການ​ທີ່​ມີ​ຄວາມ​ສຸກ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ນີ​ໄຟ​ໄດ້​ຂຽນ​ວ່າ ຜູ້​ຄົນ​ຂອງ​ເພິ່ນ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີ​ໄຟ 5:27). ທ່ານ​ອາດ​ຊອກ​ຫາ​ການ​ເລືອກ​ຕ່າງໆ​ທີ່​ນີ​ໄຟ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ ທີ່​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ (ເບິ່ງ, ຍົກ​ຕົວ​ຢ່າງ 2 ນີ​ໄຟ 5:6, 10–17). ແມ່ນ​ຫຍັງ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ສ້າງ​ຊີ​ວິດ​ຕາມ​ທາງ​ແຫ່ງ​ຄວາມ​ສຸກ ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ນີ​ໄຟ?

2 ນີ​ໄຟ 5:20–21

ແມ່ນ​ຫຍັງ​ຄື​ການ​ສາບ​ແຊ່ງ​ທີ່​ມາ​ສູ່​ຊາວ​ເລ​ມັນ?

ໃນ​ວັນ​ເວ​ລາ​ຂອງ​ນີ​ໄຟ ການ​ສາບ​ແຊ່ງ​ຂອງ​ຊາວ​ເລ​ມັນ​ແມ່ນ​ວ່າ ພວກ​ເຂົາ “ໄດ້​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ] … ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ” (2 ນີ​ໄຟ 5:20–21). ນີ້​ໝາຍ​ຄວາມ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ຖອນ​ຈາກ​ຊີ​ວິດ​ຂອງ​ພວກ​ເຂົາ​ແລ້ວ. ຕໍ່​ມາ ເມື່ອ​ຊາວ​ເລ​ມັນ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, “ການ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຕິດ​ຕາມ​ພວກ​ເຂົາ​ອີກ​ຕໍ່​ໄປ” (ແອວ​ມາ 23:18).

ພຣະ​ຄຳ​ພີ​ມໍ​ມອນ​ກໍ​ຍັງ​ກ່າວ​ອີກ​ວ່າ ເຄື່ອງ​ໝາຍ​ຂອງ​ຜິວ​ຄ້ຳ​ໄດ້​ມາ​ສູ່​ຊາວ​ເລ​ມັນ ຫລັງ​ຈາກ​ທີ່​ຊາວ​ນີ​ໄຟ​ໄດ້​ແຍກ​ອອກ​ຈາກ​ພວກ​ເຂົາ. ສະ​ພາບ ແລະ ການ​ປະ​ກົດ​ຂອງ​ເຄື່ອງ​ໝາຍ​ນີ້ ຍັງ​ບໍ່​ເປັນ​ທີ່​ເຂົ້າ​ໃຈ​ຢ່າງ​ສົມ​ບູນ. ໃນ​ຕອນ​ຕົ້ນ ເຄື່ອງ​ໝາຍ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ແຕກ​ຕ່າງ​ຈາກ​ຊາວ​ນີ​ໄຟ. ຕໍ່​ມາ, ເມື່ອ​ທັງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ ຕ່າງ​ກໍ​ໄດ້​ຜ່ານ​ໄລ​ຍະ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ຊອບ​ທຳ, ເຄື່ອງ​ໝາຍ​ກໍ​ເລີຍ​ກາຍ​ເປັນ​ສິ່ງ​ທີ່​ບໍ່​ກ່ຽວ​ຂ້ອງ.

ສາດ​ສະ​ດາ​ຢືນ​ຢັນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ວ່າ ຜິວ​ຄ້ຳ​ນັ້ນ​ບໍ່​ໄດ້​ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມ​ບໍ່​ໂປດ​ປານ​ແຫ່ງ​ສະ​ຫວັນ ຫລື ເປັນ​ການ​ສາບ​ແຊ່ງ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ: “ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ຖາ​ນະ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ສີ​ຜິວ​ຂອງ​ທ່ານ. ຄວາມ​ໂປດ​ປານ ຫລື ບໍ່​ໂປດ​ປານ​ຕໍ່​ພຣະ​ເຈົ້າ​ແມ່ນ​ຂຶ້ນ​ກັບ​ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ບໍ່​ແມ່ນ​ຂຶ້ນ​ກັບ​ສີ​ຜິວ​ຂອງ​ທ່ານ” (“Let God Prevail,” Liahona, Nov. 2020, 94).

ດັ່ງ​ທີ່​ນີ​ໄຟ​ໄດ້​ສິດ​ສອນ, ພຣະ​ຜູ້​ເປັນ​ເຈົ້າ “ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; … ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ” (2 ນີ​ໄຟ 26:33).

ເບິ່ງ “Till We All Come in the Unity of the Faith” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 3:6–24

ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ.

  • ໃຫ້​ພິ​ຈາ​ລະ​ນາ​ເບິ່ງ​ວ່າ ທ່ານ​ຈະ​ສາ​ມາດ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ເຈົ້າ​ໄດ້​ສຳ​ເລັດ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ ແນວ​ໃດ? ເພື່ອ​ເປັນ​ການ​ເລີ່ມ​ຕົ້ນ, ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ວ່າ “ຜູ້​ພະ​ຍາ​ກອນ” ໃນ 2 ນີ​ໄຟ 3:6 ແລະ ອະ​ທິ​ບາຍ​ວ່າ ສາດ​ສະ​ດາ​ທັງ​ຫລາຍ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ພະ​ຍາ​ກອນ ຍ້ອນ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ​ໃຫ້​ພວກ​ເພິ່ນ​ເຫັນ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ເຫັນ. ແບ່ງ​ປັນ​ເຫດ​ຜົນ​ທີ່​ທ່ານ​ຮູ້​ສຶກ​ຂອບ​ຄຸນ​ທີ່​ມີ​ຜູ້​ພະ​ຍາ​ກອນ​ນຳ​ພາ​ສາດ​ສະ​ໜາ​ຈັກ.

  • ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ມີ​ຫລາຍ​ຮູບ​ທີ່​ທ່ານ​ສາ​ມາດ​ໃຊ້​ເພື່ອ​ສິດ​ສອນ​ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ (ເບິ່ງ ຮູບ 89–95). ໃຫ້​ລູກໆ​ຂອງ​ທ່ານ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ຮູບ​ເຫລົ່າ​ນັ້ນ. ເປັນ​ຫຍັງ​ໂຈ​ເຊັບ ສະ​ມິດ ຈຶ່ງ​ຖືກ​ເອີ້ນ​ໃຫ້​ເປັນ “ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ”? ໂຈ​ເຊັບ ສະ​ມິດ ໄດ້​ເຮັດ​ສິ່ງ​ໃດ​ທີ່ “ມີ​ຄຸນ​ຄ່າ​ໃຫຍ່​ຫລວງ”? (ຂໍ້​ທີ 7).

2 ນີ​ໄຟ 4:15–355

ເຮົາ​ຮັກ “ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

  • ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ? ໃຫ້​ຄິດ​ທີ່​ຈະ​ອ່ານ​ຂໍ້​ພຣະ​ຄຳ​ພີ​ຈາກ 2 ນີ​ໄຟ 4 ນຳ​ກັນ ເພື່ອ​ຊອກ​ຫາ​ສິ່ງ​ທີ່​ເຮັດ​ໃຫ້​ນີ​ໄຟ​ເບີກ​ບານ ຫລື ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ (ເບິ່ງ ຂໍ້​ທີ 15–16, 20–25, 34–35). ໃນ​ຂ່າວ​ສານ​ຂອງ​ເພິ່ນ “ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ,” ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ໄດ້​ແບ່ງ​ປັນ​ເຈັດ “ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ທີ່​ມີ​ຄຸນ​ຄ່າ​ຕໍ່​ເພິ່ນ (Liahona, Nov. 2021, 39–41). ບາງ​ທີ ພວກ​ທ່ານ​ກໍ​ສາ​ມາດ​ທົບ​ທວນ​ລາຍ​ການ​ຂອງ​ເພິ່ນ​ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ “ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ທີ່​ມີ​ຄຸນ​ຄ່າ​ຕໍ່​ພວກ​ທ່ານ.

  • 2 ນີໄ​ຟ 5 ຍັງ​ໄດ້​ບັນ​ຍາຍ​ເຖິງ​ສິ່ງ​ຕ່າງໆ​ທີ່​ໄດ້​ຊ່ວຍ​ໃຫ້​ນີ​ໄຟ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (ຂໍ້​ທີ 27). ທ່ານ​ສາ​ມາດ​ຈັດ​ຫາ​ຄຳ​ສັບ ຫລື ຮູບ​ພາບ​ຕ່າງໆ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ເຫລົ່າ​ນີ້ ແລະ ຊ່ວຍ​ລູກໆ​ຂອງ​ທ່ານ​ຈັບ​ຄູ່​ມັນ​ໃສ່​ຂໍ້​ພຣະ​ຄຳ​ພີ​ໃນ ບົດ​ທີ 5. ບາງ​ຕົວ​ຢ່າງ​ແມ່ນ​ລວມ​ທັງ ຄອບ​ຄົວ (ຂໍ້​ທີ 6), ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ (ຂໍ້​ທີ 10), ພຣະ​ຄຳ​ພີ (ຂໍ້​ທີ 12), ວຽກ​ງານ (ຂໍ້​ທີ 15 ແລະ 17), ພຣະ​ວິ​ຫານ (ຂໍ້​ທີ 16), ແລະ ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ (ຂໍ້​ທີ 26). ສິ່ງ​ເຫລົ່າ​ນີ້​ຊ່ວຍ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຮົາ​ແນວ​ໃດ?

2 ນີ​ໄຟ 5:15–16

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 5:15–16 ໃຫ້​ລູກໆ​ຂອງ​ທ່ານ​ຟັງ, ພວກ​ເຂົາ​ສາ​ມາດ​ທຳ​ທ່າ​ວ່າ ​ພວກ​ເຂົາ​ກຳ​ລັງ​ຊ່ວຍ​ນີ​ໄຟ​ສ້າງ​ພຣະ​ວິ​ຫານ. ທ່ານ​ກໍ​ສາ​ມາດ​ເອົາ​ຮູບ​ພາບ​ຂອງ​ຕຶກ​ທີ່​ແຕກ​ຕ່າງ​ກັນ​ໃຫ້​ພວກ​ເຂົາ​ເບິ່ງ, ລວມ​ເຖິງ​ພຣະ​ວິ​ຫານ. ພຣະ​ວິ​ຫານ​ແຕກ​ຕ່າງ​ຈາກ​ຕຶກ​ອື່ນໆ​ແນວ​ໃດ? ໃຫ້​ແບ່ງ​ປັນ​ຕໍ່​ກັນ​ວ່າ ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ (ເບິ່ງ “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68).

ທຸກ​ຊ່ວງ​ເວ​ລາ​ສາ​ມາດ​ເປັນ​ເວ​ລາ​ສິດ​ສອນ​ໄດ້. ຢ່າ​ຄິດ​ວ່າ​ການ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ເປັນ​ບາງ​ສິ່ງ​ທີ່​ທ່ານ​ເຮັດ​ອາ​ທິດ​ລະ​ເທື່ອ​ໃນ​ລະ​ຫວ່າງ​ບົດ​ຮຽນ​ທີ່​ເປັນ​ທາງ​ການ​ເທົ່າ​ນັ້ນ. ໃຫ້​ຄິດ​ວ່າ ມັນ​ເປັນ​ບາງ​ສິ່ງ​ທີ່​ທ່ານ​ເຮັດ​ໃນ​ທຸກ​ເວ​ລາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊາວ​ນີ​ໄຟ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ

The Temple of Nephi [ພຣະ​ວິ​ຫານ​ຂອງ​ນີ​ໄຟ], ໂດຍ ໄມ​ໂກ ທີ ມອມ