ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 19–25 ເດືອນ​ກຸມ​ພາ: “ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ.” 2 ນີ​ໄຟ 6–10


“ວັນ​ທີ 19–25 ເດືອນ​ກຸມ​ພາ: ‘ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ.’ 2 ນີ​ໄຟ 6–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 19–25 ເດືອນ​ກຸມ​ພາ. 2 ນີ​ໄຟ 6–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

Not My Will, but Thine, Be Done [ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ວັນ​ທີ 19–25 ເດືອນ​ກຸມ​ພາ: “ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ”

2 ນີ​ໄຟ 6–10

ຄົງ​ເປັນ​ຢ່າງ​ໜ້ອຍ 40 ປີ ນັບ​ຕັ້ງ​ແຕ່​ຄອບ​ຄົວ​ຂອງ​ລີ​ໄຮ​ໄດ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ​ມາ. ເຂົາ​ເຈົ້າ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໃໝ່, ຢູ່​ຊີກ​ໂລກ​ອີກ​ເບື້ອງ​ໜຶ່ງ ຈາກ​ເມືອງ​ເຢ​ຣູ​ຊາ​ເລັມ. ລີ​ໄຮ​ໄດ້​ເສຍ​ຊີ​ວິດ​ໄປ, ແລະ ຄອບ​ຄົວ​ຂອງ​ເພິ່ນ​ກໍ​ເລີ່ມ​ຕົ້ນ​ສິ່ງ​ທີ່​ກາຍ​ເປັນ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ຊາວ​ນີ​ໄຟ ເປັນ​ເວ​ລາ​ໜຶ່ງ​ສັດ​ຕະ​ວັດ—“ຜູ້​ທີ່​ເຊື່ອ​ໃນ​ການ​ເຕືອນ ແລະ ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ”—ກັບ​ຊາວ​ເລ​ມັນ, ຜູ້​ທີ່​ບໍ່​ເຊື່ອ (2 ນີ​ໄຟ 5:6). ຢາ​ໂຄບ, ຜູ້​ເປັນ​ນ້ອງ​ຊາຍ​ຂອງ​ນີ​ໄຟ ແລະ ບັດ​ນີ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຄູ​ສອນ​ຂອງ​ຊາວ​ນີ​ໄຟ, ຢາກ​ໃຫ້​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຮູ້​ວ່າ ພຣະ​ເຈົ້າ​ຈະ​ບໍ່​ເຄີຍ​ລືມ​ໄລ​ພວກ​ເຂົາ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ບໍ່​ຄວນ​ລືມ​ໄລ​ພຣະ​ອົງ. ນີ້​ຄື​ຂ່າວ​ສານ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ໃນ​ທຸກ​ວັນ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:15–16). “ຂໍ​ໃຫ້​ພວກ​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ … ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ຖືກ​ປະ​ຖິ້ມ. … ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່,” ຢາ​ໂຄບ​ໄດ້​ປະ​ກາດ (2 ນີ​ໄຟ 10:20–21). ໃນ​ບັນ​ດາ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ, ບໍ່​ມີ​ຢ່າງ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ຄຳ​ສັນ​ຍາ​ທີ່​ວ່າ “ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ” ຈະ​ເອົາ​ຊະ​ນະ​ຄວາມ​ຕາຍ ແລະ ນະ​ລົກ (2 ນີ​ໄຟ 9:7). “ສະ​ນັ້ນ,” ຢາ​ໂຄບ​ໄດ້​ສະ​ຫລຸບ, “ຈົ່ງ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ຊື່ນ​ບານ”! (2 ນີ​ໄຟ 10:23).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 6–8

ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ຈະ​ເຮັດ​ໃຫ້​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເລັດ​ຄົບ​ຖ້ວນ.

ເພື່ອ​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ເຂົ້າ​ໃຈ​ວ່າ ພວກ​ເຂົາ​ເປັນ​ພາກ​ສ່ວນ​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ແລະ ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ຢາ​ໂຄບ​ຈຶ່ງ​ໄດ້​ອ້າງ​ເຖິງ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ, ຊຶ່ງ​ມີ​ບັນ​ທຶກ​ຢູ່​ໃນ 2 ນີ​ໄຟ 6–8. ຂ່າວ​ສານ​ນັ້ນ​ແມ່ນ​ສຳ​ລັບ​ທ່ານ​ຄື​ກັນ, ເພາະ​ວ່າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ເປັນ​ພາກ​ສ່ວນ​ໃນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ເຊັ່ນ​ກັນ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ? ຄຳ​ໃດ ຫລື ວະ​ລີ​ໃດ​ທີ່​ສະ​ແດງ​ຄວາມ​ຮັກ​ນີ້​ໄດ້​ດີ​ໂດຍ​ສະ​ເພາະ?

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ສິ່ງ​ໃດ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ອົງ?

  • ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້ “ລໍ​ຖ້າ” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພອນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຢ່າງ​ຊື່​ສັດ?

2 ນີ​ໄຟ 9:1–26

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

ວິ​ທີ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ພຣະ​ເຢ​ຊູ​ຄຣິດ​ຄື​ການ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ອາດ​ໄດ້​ເກີດ​ຂຶ້ນ​ກັບ​ເຮົາ​ຖ້າ​ບໍ່​ມີ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 9:1–26, ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ການ ຫລື ໝາຍ​ດ້ວຍ​ສີ​ດຽວ ກ່ຽວ​ກັບ​ສິ່ງ​ທີ່​ອາດ​ຈະ​ເກີດ​ກັບ​ເຮົາ​ຖ້າ​ບໍ່​ມີ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ, ອີກ​ລາຍ​ການ​ໜຶ່ງ ຫລື ສີ​ໜຶ່ງ, ໃຫ້​ທ່ານ​ລະ​ບຸ​ສິ່ງ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ທ່ານ​ຈະ​ອະ​ທິ​ບາຍ​ແນວ​ໃດ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້​ສັນ​ລະ​ເສີນ “ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ, ພຣະ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ”? (2 ນີ​ໄຟ 9:8).

ນອກ​ເໜືອ​ຈາກ​ການ​ສິດ​ສອນ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໂຜດ​ເຮົາ​ໃຫ້​ລອດ​ຈາກ​ແລ້ວ, ຢາ​ໂຄບ​ຍັງ​ໄດ້​ໃຫ້​ຄວາມ​ຮູ້​ອີກ​ວ່າ​ພຣະ​ອົງ​ໄດ້​ເຮັດ​ແນວ​ໃດ. ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ໃນ 2 ນີ​ໄຟ 9:11–15, 20–24.

ຢາ​ໂຄບ​ໄດ້​ປະ​ຫລາດ​ໃຈ​ກັບ​ແຜນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຈົ້າ ຈົນ​ເພິ່ນ​ໄດ້​ອຸ​ທານ​ວ່າ, “ໂອ້ ແຜນ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຍິ່ງ​ໃຫຍ່​ພຽງ​ໃດ.” ໃຫ້​ຊອກ​ຫາ​ຄຳ​ອຸ​ທານ​ຂອງ​ເພິ່ນ​ໃນ 2 ນີ​ໄຟ 9 (ເກືອບ​ທັງ​ໝົດ​ມີ​ຢູ່​ໃນ ຂໍ້​ທີ 8–20). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ? ປະ​ສົບ​ການ​ໃດ​ແດ່​ທີ່​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ບາງ​ສິ່ງ​ທີ່​ຢາ​ໂຄບ​ໄດ້​ຮູ້​ສຶກ? ພາກ​ສ່ວນ​ໜຶ່ງ​ໃນ​ການ​ນະ​ມັດ​ສະ​ການ ແລະ ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ຄິດ​ທີ່​ຈະ​ຊອກ​ຫາ​ເພງ​ສວດ​ທີ່​ອາດ​ສະ​ແດງ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ອົງ, ດັ່ງ​ເຊັ່ນ “ຂ້າ​ເຝົ້າ​ພິ​ສະ​ຫວົງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24).

ເບິ່ງ “Where Justice, Love, and Mercy Meet,” “Jacob Teaches of the Resurrection” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Atonement of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

2 ນີ​ໄຟ 9:7

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ມີ​ຂອບ​ເຂດ.

ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ເຂົ້າ​ໃຈ “ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ” ຂອງ​ພຣະ​ເຢ​ຊູ​ຄຣິດ? (2 ນີ​ໄຟ 9:7). ບາງ​ທີ​ທ່ານ​ສາ​ມາດ​ເບິ່ງ ຫລື ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ບໍ່​ມີ​ຂອບ​ເຂດ ໃນ​ຈຳ​ນວນ​ເລກ—ໃບ​ຫຍ້າ​ຢູ່​ໃນ​ທົ່ງ, ເມັດ​ດິນ​ຊາຍ​ຢູ່​ໃນ​ຫາດ, ຫລື ດວງ​ດາວ​ຢູ່​ໃນ​ທ້ອງ​ຟ້າ. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ມີ​ຂອບ​ເຂດ​ແນວ​ໃດ? ມັນ​ກໍ​ຍັງ​ເປັນ​ສ່ວນ​ຕົວ​ແນວ​ໃດ? ວະ​ລີ​ໃດ​ແດ່​ໃນ 2 ນີ​ໄຟ 9 ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ກະ​ຕັນ​ຍູ​ຕໍ່​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ທ່ານ?

2 ນີ​ໄຟ 9:27–54

ເຮົາ​ສາ​ມາດ​ມາ​ຫາ​ພຣະ​ຄຣິດ ແລະ ເຮັດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ.

ໃນ 2 ນີ​ໄຟ 9, ຢາ​ໂຄບ​ໄດ້​ໃຊ້​ສອງ​ວະ​ລີ​ທີ່​ມີ​ພະ​ລັງ ແລະ ກົງ​ກັນ​ຂ້າມ​ກັນ ທີ່​ວ່າ: “ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ສ້າງ​ຜູ້​ຍິ່ງ​ໃຫຍ່” ແລະ “ແຜນ​ທີ່​ມີ​ເລ່​ຫລ່ຽມ​ຂອງ​ມານ​ຮ້າຍ​ນັ້ນ” (2 ນີ​ໄຟ 9:6, 28). ບາງ​ທີ​ທ່ານ​ສາ​ມາດ​ແຕ້ມ​ເສັ້ນ​ທາງ ແລະ ຕິດ​ປ້າຍ​ໃສ່​ວ່າ ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ແລ້ວ​ຄົ້ນ​ຄວ້າ 2 ນີ​ໄຟ 9:27–52. ຊອກ​ຫາ​ຄຳ​ເຕືອນ ແລະ ຄຳ​ເຊື້ອ​ເຊີນ​ທີ່​ຢາ​ໂຄບ​ໄດ້​ມອບ​ໃຫ້​ເພື່ອ​ຊ່ວຍ​ໃຫ້​ເຮົາ​ຕິດ​ຕາມ​ແຜນ​ນີ້. ຂຽນ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ໄວ້​ຕາມ​ຂ້າງ​ທາງ. ຊາ​ຕານ​ພະ​ຍາ​ຍາມ​ນຳ​ພາ​ເຮົາ​ໃຫ້​ໜີ​ຈາກ​ແຜນ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ​ເພື່ອ​ໃຫ້​ເຮັດ​ຫຍັງ​ໃນ​ການ​ຕອບ​ຮັບ​ຕໍ່​ຄຳ​ເຕືອນ ແລະ ຄຳ​ເຊື້ອ​ເຊີນ​ຂອງ​ຢາ​ໂຄບ?

2 ນີ​ໄຟ 10:20, 23–25

ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ.

ຂ່າວ​ສານ​ຂອງ​ຢາ​ໂຄບ​ເປັນ​ໜ້າ​ປິ​ຕິ​ຍິນ​ດີ​ແທ້ໆ. “ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ທ່ານ,” ເພິ່ນ​ໄດ້​ກ່າວ, “ເພື່ອ​ທ່ານ​ຈະ​ໄດ້​ປິ​ຕິ​ຍິນ​ດີ, ແລະ ເງີຍ​ຫົວ​ຂອງ​ທ່ານ​ຂຶ້ນ​ຕະ​ຫລອດ​ການ” (2 ນີ​ໄຟ 9:3). ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 10:20, 23–25, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ໃຫ້​ໃຈ​ຂອງ​ທ່ານ​ເບີກ​ບານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຈື່​ຈຳ​ສິ່ງ​ເຫລົ່າ​ນີ້ ເວ​ລາ​ທ່ານ​ຮູ້​ສຶກ​ທໍ້​ຖອຍ​ໃຈ?

ເບິ່ງ ໂຢ​ຮັນ 16:33; D. Todd Christofferson, “The Joy of the Saints,” Liahona, Nov. 2019, 15–18; “Jacob Encourages the Nephites to Be Reconciled with God” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 9:6–10, 19–24

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

  • ທ່ານ​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ ແລະ ຮູ້​ສຶກ​ວ່າ ພວກ​ເຂົາ​ຕ້ອງ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້​ສາ​ມາດ​ຊ່ວຍ​ໄດ້. ມັນ​ໃຊ້​ການ​ປຽບ​ທຽບ​ງ່າຍໆ​ຂອງ​ຂຸມ ແລະ ຂັ້ນ​ໄດ. ໃຫ້​ຄິດ​ທີ່​ຈະ​ໃຊ້ 2 ນີ​ໄຟ 9:21–22 ເພື່ອ​ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ເຢ​ຊູ​ຄຣິດ.

  • ວິ​ທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ການ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ການ​ຕົກ. ທ່ານ​ສາ​ມາດ​ສະ​ແດງ​ຮູບ​ອາ​ດາມ ແລະ ເອ​ວາ, ດັ່ງ​ເຊັ່ນ ການ​ໜີ​ຈາກ​ສວນ​ເອ​ເດນ (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ), ແລະ ຮູບ​ພຣະ​ເຢ​ຊູ​ຄຣິດ​ຢູ່​ເທິງ​ໄມ້​ກາງ​ແຂນ. ໃຫ້​ຄິດ​ທີ່​ຈະ​ຂໍ​ໃຫ້​ພວກ​ເຂົາ​ບັນ​ຍາຍ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ຮູບ​ແຕ່​ລະ​ແຜ່ນ. ເຮົາ​ເປັນ​ຄື​ກັນ​ກັບ​ອາ​ດາມ ແລະ ເອ​ວາ​ແນວ​ໃດ? ບາງ​ທີ 2 ນີ​ໄຟ 9:6–10 ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ເຫັນ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ກະ​ທຳ​ເພື່ອ​ເຮົາ. ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ລູກໆ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເພງ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ຊ່ວຍ​ໄດ້.

ສິດ​ສອນ​ຄວາມ​ຈິງ​ດ້ວຍ​ເລື່ອງ​ລາວ ແລະ ຕົວ​ຢ່າງ. ໃຫ້​ແນ່​ໃຈ​ວ່າ ເລື່ອງ​ລາວ ແລະ ຕົວ​ຢ່າງ​ທີ່​ທ່ານ​ໃຊ້​ນັ້ນ​ສິດ​ສອນ​ຄວາມ​ຈິງ. ຍົກ​ຕົວ​ຢ່າງ, ເມື່ອ​ໃຊ້​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້, ໃຫ້​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ລົງ​ມາ​ໃນ “ຂຸມ” ເພື່ອ​ຊ່ວຍ​ເຮົາ​ໃນ​ແຕ່​ລະ​ຂັ້ນ​ຕອນ ຂະ​ນະ​ທີ່​ເຮົາ​ປີນ​ອອກ​ຈາກ​ຂຸມ.

2 ນີ​ໄຟ 9:20, 28–29, 42–43, 49

“ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ຄວາມ​ຊອບ​ທຳ.”

  • ເພື່ອ​ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ໃຫ້ “[ເບີກ​ບານ] ໃນ​ຄວາມ​ຊອບ​ທຳ” ຫລື ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ (2 ນີ​ໄຟ 9:49), ບາງ​ທີ​ທ່ານ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ ຊຶ່ງ​ໃນ​ນັ້ນ​ເດັກ​ນ້ອຍ​ຄົນ​ໜຶ່ງ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ດີ ຫລື ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ. ເຊື້ອ​ເຊີນ​ລູກໆ​ໃຫ້​ຢືນ​ຂຶ້ນ​ເມື່ອ​ການ​ເລືອກ​ນຳ​ຄວາມ​ສຸກ​ມາ​ໃຫ້ ແລະ ນັ່ງ​ລົງ​ເມື່ອ​ການ​ເລືອກ​ນຳ​ຄວາມ​ໂສກ​ເສົ້າ​ມາ​ໃຫ້. ເຮົາ​ເຄີຍ​ຮູ້​ສຶກ​ມີ​ຄວາມ​ສຸກ​ເພາະ​ເຮົາ​ໄດ້​ເລືອກ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເມື່ອ​ໃດ?

  • ລູກໆ​ຂອງ​ທ່ານ​ອາດ​ມີ​ແນວ​ໂນ້ມ​ທີ່​ຈະ​ປະ​ຕິ​ສຳ​ພັນ​ກັບ​ຜູ້​ຄົນ (ຖ້າ​ເຂົາ​ຍັງ​ບໍ່​ໄດ້​ເຮັດ​ເທື່ອ) ຜູ້​ທີ່​ຄິດ​ວ່າ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເລື່ອງ​ໂງ່​ຈ້າ ຫລື ລ້າ​ສະ​ໄໝ​ແລ້ວ. ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຍິນ​ດີ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ຄຳ​ແນະ​ນຳ​ຂອງ​ພຣະ​ເຈົ້າ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ເຂົ້າ​ໃຈ​ທັງ​ໝົດ​ກໍ​ຕາມ? ທ່ານ​ສາ​ມາດ​ຊຸກ​ຍູ້​ພວກ​ເຂົາ​ໃຫ້​ເບິ່ງ​ໃນ 2 ນີ​ໄຟ 9:20, 28–29, 42–43 ເພື່ອ​ຄວາມ​ຊ່ວຍ​ເຫລືອ​ກັບ​ການ​ຄິດ ແລະ ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປິ່ນ​ປົວ​ຜູ້​ຄົນ

He Healed Many of Diverse Diseases [ພຣະ​ອົງ​ໄດ້​ປິ່ນ​ປົວ​ພະ​ຍາດ​ຕ່າງໆ], ໂດຍ ເຈ ເຄີກ ຣິ​ເຈີດສ໌