ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 29 ເດືອນ​ມັງ​ກອນ–ວັນ​ທີ 4 ເດືອນ​ກຸມ​ພາ: “ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ.” 1 ນີ​ໄຟ 16–22


“ວັນ​ທີ 29 ເດືອນ​ມັງ​ກອນ–ວັນ​ທີ 4 ເດືອນ​ກຸມ​ພາ: ‘ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ.’ 1 ນີ​ໄຟ 16–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 29 ເດືອນ​ມັງ​ກອນ–ວັນ​ທີ 4 ເດືອນ​ກຸມ​ພາ. 1 ນີ​ໄຟ 16–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກວດ​ເບິ່ງ​ເລຍ​ໂຮ​ນາ

ວັນ​ທີ 29 ເດືອນ​ມັງ​ກອນ–ວັນ​ທີ 4 ເດືອນ​ກຸມ​ພາ: “ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ”

1 ນີ​ໄຟ 16–22

ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ລີ​ໄຮ​ເດີນ​ທາງ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເຂົາ​ເຈົ້າ​ວ່າ: “ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ, ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ” (1 ນີ​ໄຟ 17:13). ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ, ວ່າ​ຄຳ​ສັນ​ຍາ​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ເດີນ​ທາງ​ຈະ​ງ່າຍ—ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຍັງ​ບໍ່​ເຫັນ​ພ້ອມ​ນຳ​ກັນ, ຄັນ​ທະ​ນູ​ກໍ​ຫັກ, ຜູ້​ຄົນ​ໄດ້​ດີ້ນ​ລົນ ແລະ ຕາຍ​ກໍ​ມີ, ແລະ ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ເຮືອ​ຈາກ​ວັດ​ຖຸ​ດິບ​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ຄອບ​ຄົວ​ໄດ້​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ ຫລື ວຽກ​ງານ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້, ນີ​ໄຟ​ໄດ້​ຮັບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເຄີຍ​ຢູ່​ຫ່າງ​ໄກ. ເພິ່ນ​ໄດ້​ຮູ້​ວ່າ ພຣະ​ເຈົ້າ “ບຳ​ລຸງ​ລ້ຽງ​ດູ [ຄົນ​ຊື່​ສັດ], ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ, ແລະ ຈັດ​ຫາ​ທາງ​ຊຶ່ງ​ໂດຍ​ທາງ​ນັ້ນ​ພວກ​ເຂົາ​ຈະ​ສຳ​ເລັດ​ໄດ້​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ເຂົາ” (1 ນີ​ໄຟ 17:3). ຖ້າ​ຫາກ​ທ່ານ​ເຄີຍ​ສົງ​ໄສ​ວ່າ​ເປັນ​ຫຍັງ​ສິ່ງ​ທີ່​ບໍ່​ດີ​ຈຶ່ງ​ເກີດ​ກັບ​ຄົນ​ດີ ເຊັ່ນ ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ຄວາມ​ຮູ້​ຢູ່​ໃນ​ບົດ​ເຫລົ່າ​ນີ້. ແຕ່​ບາງ​ທີ​ສິ່ງ​ທີ່​ສຳ​ຄັນ​ຫລາຍ​ໄປ​ກວ່າ​ນັ້ນ, ທ່ານ​ຈະ​ພົບ​ເຫັນ​ສິ່ງ​ທີ່​ຄົນ​ດີ​ເຮັດ ເມື່ອ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

1 ນີ​ໄຟ 16–18

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ.

ຄອບ​ຄົວ​ຂອງ​ນີ​ໄຟ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໜັກ​ຫລາຍ​ຢ່າງ—ຄື​ກັນ​ກັບ​ເຮົາ​ທຸກ​ຄົນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນີ​ໄຟ​ກ່ຽວ​ກັບ​ການ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ? ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເພິ່ນ​ໃນ 1 ນີ​ໄຟ 16:17–32; 16:34–39; 17:7–16; 18:1–4; ແລະ 18:9–22. ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ໄວ້​ກ້ອງ​ຫົວ​ຂໍ້​ດັ່ງ​ເຊັ່ນ: “ການ​ທ້າ​ທາຍ,” “ວິ​ທີ​ທີ່​ນີ​ໄຟ​ຕອບ​ຮັບ,” ແລະ “​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເຫລືອ.” ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ກັບ​ການ​ທ້າ​ທາຍ​ທີ່​ທ່ານ​ໄດ້​ປະ​ເຊີນ?

ຫລັງ​ຈາກ​ທີ່​ຮຽນ​ຮູ້​ຈາກ​ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ, ທ່ານ​ອາດ​ຢາກ​ບັນ​ທຶກ​ຄວາມ​ຄິດ​ເພີ່ມ​ເຕີມ​ໄວ້​ຢູ່​ກ້ອງ​ຫົວ​ຂໍ້​ດັ່ງ​ເຊັ່ນ: “ການ​ທ້າ​ທາຍ​ຂອງ​ເຮົາ,” “ວິ​ທີ​ທີ່​ເຮົາ​ຕອບ​ຮັບ,” ແລະ “​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ.” ຂະ​ນະ​ທີ່​ທ່ານ​ເຮັດ, ທ່ານ​ສາ​ມາດ​ອ້າງ​ເຖິງ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ເຊັ່ນ: ມັດ​ທາຍ 11:28–30; ໂຢ​ຮັນ 14:26–27; ໂມ​ໄຊ​ຢາ 24:13–15. ເພງ​ສວດ​ເຊັ່ນ “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12), ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໃນ​ຄວາມ​ຊ່ວຍ​ເຫລືອ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ໃນ​ຊ່ວງ​ເວ​ລາ​ຂອງ​ການ​ທົດ​ລອງ​ໄດ້.

ເບິ່ງ Anthony D. Perkins, “Remember Thy Suffering Saints, O Our God,” Liahona, Nov. 2021, 103–5; “He Will Give You Help,” “The Lord Guides Lehi’s Journey,” “The Lord Commands Nephi to Build a Ship,” ແລະ “Lehi’s Family Sails to the Promised Land” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Life Help,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

1 ນີ​ໄຟ 16:10–16, 23–31; 18:11–22

ພຣະ​ເຈົ້າ​ນຳ​ພາ​ເຮົາ​ຜ່ານ​ທາງ​ວິ​ທີ​ນ້ອຍໆ ແລະ ງ່າຍໆ.

ເມື່ອ​ພຣະ​ເຈົ້າ​ນຳ​ພາ​ຄອບ​ຄົວ​ຂອງ​ລີ​ໄຮ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພຣະ​ອົງບໍ່​ໄດ້​ມອບ​ແຜນ​ທີ່ ທີ່​ສະ​ແດງ​ລາຍ​ລະ​ອຽດ​ທັງ​ໝົດ​ຂອງ​ການ​ເດີນ​ທາງ​ໃຫ້​ເຂົາ​ເຈົ້າ. ກົງ​ກັນ​ຂ້າມ, ພຣະ​ອົງ​ໄດ້​ມອບ​ເລຍ​ໂຮ​ນາ​ໃຫ້ ເພື່ອ​ນຳ​ພາ​ເຂົາ​ເຈົ້າ​ໃນ​ແຕ່​ລະ​ວັນ. ຂະ​ນະ​ທີ່​ທ່ານ​ອ່ານ 1 ນີ​ໄຟ 16:10–16, 23–31, ແລະ 18:11–22, ໃຫ້​ຄິດ​ທີ່​ຈະ​ຂຽນ​ຫລັກ​ທຳ​ທີ່​ສະ​ແດງ​ເຖິງ​ວິ​ທີ​ທີ່​ພຣະ​ເຈົ້າ​ນຳ​ພາ​ລູກໆ​ຂອງ​ພຣະ​ອົງ​ລົງ​ໄວ້ (ຍົກ​ຕົວ​ຢ່າງ, 1 ນີ​ໄຟ 16:10 ສາ​ມາດ​ສິດ​ສອນ​ວ່າ ບາງ​ເທື່ອ​ພຣະ​ເຈົ້າ​ນຳ​ພາ​ເຮົາ​ໃນ​ວິ​ທີ​ທີ່​ບໍ່​ຄາດ​ຄິດ). ແມ່ນ​ຫຍັງ​ທີ່​ຄ້າຍ​ຄື​ກັນ​ທີ່​ທ່ານ​ເຫັນ​ລະ​ຫວ່າງ​ເລຍ​ໂຮ​ນາ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ? “ວິ​ທີ​ນ້ອຍໆ” ຢ່າງ​ໃດ​ແດ່ ຊຶ່ງ​ພຣະ​ອົງ​ໄດ້​ນຳ “ເລື່ອງ​ອັນ​ຍິ່ງ​ໃຫຍ່​ມາ” ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ ແອວ​ມາ 37:7, 38–47; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33–34 ນຳ​ອີກ.

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ໃຊ້​ເລຍ​ໂຮ​ນາ

If Ye Are Prepared Ye Shall Not Fear [ຖ້າ​ຫາກ​ພວກ​ເຈົ້າ​ຕຽມ​ພ້ອມ ພວກ​ເຈົ້າ​ຈະ​ບໍ່​ຢ້ານ​ກົວ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌

1 ນີ​ໄຟ 17:1–6, 17–22

ການ​ທົດ​ລອງ​ຂອງ​ເຮົາ​ສາ​ມາດ​ເປັນ​ພອນ.

ເຖິງ​ແມ່ນ​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ປະ​ສົບ​ກັບ​ການ​ທ້າ​ທາຍ​ຢ່າງ​ດຽວ​ກັນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແຕ່​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ. ບາງ​ທີ​ທ່ານ​ສາ​ມາດ​ປຽບ​ທຽບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເລື່ອງ​ລາວ​ການ​ເດີນ​ທາງ​ຂອງ​ນີ​ໄຟ ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ (ເບິ່ງ 1 ນີ​ໄຟ 17:1–6) ກັບ​ເລື່ອງ​ລາວ​ຂອງ​ພວກ​ອ້າຍ​ຂອງ​ເພິ່ນ (ເບິ່ງ 1 ນີ​ໄຟ 17:17–22). ນີ​ໄຟ​ໄດ້​ຮູ້ ຫລື ເຮັດ​ຫຍັງ​ທີ່​ຊ່ວຍ​ໃຫ້​ເພິ່ນ​ມີ​ທັດ​ສະ​ນະ​ທີ່​ຊື່​ສັດ? ໃຫ້​ຄິດ​ທີ່​ຈະ​ຂຽນ​ກ່ຽວ​ກັບ​ການ​ທົດ​ລອງ​ເມື່ອ​ບໍ່​ດົນ​ມາ​ນີ້ ຫລື ໃນ​ປະ​ຈຸ​ບັນ ຈາກ​ທັດ​ສະ​ນະ​ແຫ່ງ​ສັດ​ທາ ແລະ ຄວາມ​ກະ​ຕັນ​ຍູ. ທ່ານ​ຮູ້​ສຶກ ຫລື ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສິ່ງ​ນີ້?

ເບິ່ງ Amy A. Wright, “Christ Heals That Which Is Broken,” Liahona, May 2022, 81–84; “No Strength without Struggle” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຊ່ວງ​ເວ​ລາ​ສະ​ທ້ອນ​ຢ່າງ​ງຽບໆ. ການ​ໃຊ້​ເວ​ລາ​ເພື່ອ​ຄິດ, ໄຕ່​ຕອງ, ສະ​ທ້ອນ, ຫລື ຂຽນ ສາ​ມາດ​ນຳ​ໄປ​ສູ່​ການ​ດົນ​ໃຈ​ໄດ້. ມັນ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຄຳ​ສອນ ຫລື ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ. ເມື່ອ​ທ່ານ​ສິດ​ສອນ​ຄົນ​ອື່ນ, ຈົ່ງ​ໃຫ້​ເວ​ລາ​ເຂົາ​ເຈົ້າ​ສະ​ທ້ອນ ແລະ ຂຽນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ລົງ​ໄວ້. ສິ່ງ​ນີ້​ກໍ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຕັມ​ໃຈ​ຫລາຍ​ຂຶ້ນ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກັບ​ຄົນ​ອື່ນ.

1 ນີ​ໄຟ 19:22–24; 20–22

ເຮົາ​ສາ​ມາດ “ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ” ໃສ່​ກັບ​ຕົວ​ເຮົາ​ເອງ.

ເພາະ​ພຣະ​ຄຳ​ພີ​ໄດ້​ຖືກ​ຂຽນ​ດົນ​ນານ​ມາ​ແລ້ວ, ມັນ​ອາດ​ເບິ່ງ​ຄື​ວ່າ ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ເຮົາ​ໃນ​ທຸກ​ວັນ​ນີ້. ແຕ່​ນີ​ໄຟ​ຮູ້​ດີ​ກວ່າ​ນັ້ນ. “ຂ້າ​ພະ​ເຈົ້າ​ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ຂອງ​ພວກ​ເຮົາ,” ເພິ່ນ​ກ່າວ, “ເພື່ອ​ມັນ​ຈະ​ໄດ້​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້​ຂອງ​ພວກ​ເຮົາ” (1 ນີ​ໄຟ 19:23). ນີ້​ຄື​ເຫດ​ຜົນ​ໜຶ່ງ​ທີ່​ນີ​ໄຟ​ພົບ​ເຫັນ​ພະ​ລັງ​ທາງ​ວິນ​ຍານ​ຫລາຍ​ທີ່​ສຸດ​ໃນ​ພຣະ​ຄຳ​ພີ.

ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 1 ນີ​ໄຟ 20–22:

1 ນີ​ໄຟ 20:1–9.ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ຄົນ​ໃນ​ສະ​ໄໝ​ຂອງ​ເອ​ຊາ​ຢາ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ?

1 ນີ​ໄຟ 20:17–22.ຂໍ້​ເຫລົ່າ​ນີ້​ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ນຳ​ພາ​ຜູ້​ຄົນ​ໃນ​ສະ​ໄໝ​ຂອງ​ເອ​ຊາ​ຢາ​ແນວ​ໃດ? ພຣະ​ອົງ​ເຊື້ອ​ເຊີນ​ທ່ານ​ໃຫ້​ຕິດ​ຕາມ​ພຣະ​ອົງ​ແນວ​ໃດ?

ທ່ານ​ພົບ​ເຫັນ​ສິ່ງ​ໃດ​ອີກ​ແດ່​ໃນ 1 ນີ​ໄຟ 20–22 ທີ່​ທ່ານ​ສາ​ມາດ “ປຽບ​ທຽບ” ໃສ່​ກັບ​ຕົວ​ທ່ານ​ເອງ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

1 ນີ​ໄຟ 16:10, 28–29; 18:8–13, 20–22

ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ.

  • ຖ້າ​ຫາກ​ທ່ານ​ມີ​ເຂັມ​ທິດ, ແຜນ​ທີ່, ຫລື ບາງ​ສິ່ງ​ອື່ນ​ອີກ​ທີ່​ຊ່ວຍ​ເຮົາ​ພົບ​ເຫັນ​ເສັ້ນ​ທາງ, ທ່ານ​ສາ​ມາດ​ສະ​ແດງ​ມັນ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ. ສິ່ງ​ນີ້​ອາດ​ເປັນ​ວິ​ທີ​ທີ່​ດີ ໃນ​ການ​ເລີ່ມ​ຕົ້ນ​ສົນ​ທະ​ນາ​ກ່ຽວ​ກັບ​ເລຍ​ໂຮ​ນາ, ຊຶ່ງ​ທ່ານ​ສາ​ມາດ​ອ່ານ​ກ່ຽວ​ກັບ​ໃນ 1 ນີ​ໄຟ 16:10, 28–29. ມີ​ເຫດ​ຜົນ​ບາງ​ຢ່າງ​ໃດ​ແດ່​ທີ່​ເຂັມ​ທິດ ຫລື ແຜນ​ທີ່​ອາດ​ບໍ່​ທຳ​ງານ? ເປັນ​ຫຍັງ​ບາງ​ຄັ້ງ​ເລຍ​ໂຮ​ນາ​ຈຶ່ງ​ບໍ່​ທຳ​ງານ​ສຳ​ລັບ​ຄອບ​ຄົວ​ຂອງ​ລີ​ໄຮ? (ເບິ່ງ 1 ນີ​ໄຟ 18:9–12, 20–22). ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ມອບ​ຫຍັງ​ແດ່​ໃຫ້​ເຮົາ​ໃນ​ທຸກ​ວັນ​ນີ້​ເພື່ອ​ນຳ​ພາ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ?

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ນຳ​ໃຊ້​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້​ກ່ຽວ​ກັບ​ເລຍ​ໂຮ​ນາ​ໃນ 1 ນີ​ໄຟ 16:10, 26–31; 18:8–22, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ຄິດ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ ຫລື ຍາກໆ. ພຣະ​ເຈົ້າ​ໄດ້​ມອບ​ຫຍັງ​ແດ່​ໃຫ້​ເຮົາ​ເພື່ອ​ນຳ​ພາ​ເຮົາ​ໃນ​ທຸກ​ວັນ​ນີ້ ທີ່​ທຳ​ງານ​ຄື​ກັນ​ກັບ​ເລຍ​ໂຮ​ນາ? (ເບິ່ງ, ຍົກ​ຕົວ​ຢ່າງ, ແອວ​ມາ 37:38–44.) ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ ຊຶ່ງ​ໃນ​ນັ້ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ນຳ​ພາ​ເຮົາ.

1 ນີ​ໄຟ 16:21–32

ເຮົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ.

  • ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 1 ນີ​ໄຟ 16:21–32 ນຳ​ກັນ, ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ນີ​ໄຟ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເພິ່ນ​ແນວ​ໃດ (ເບິ່ງ ວິ​ດີ​ໂອ “The Lord Guides Lehi’s Journey” [ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ]) ນຳ​ອີກ. ສິ່ງ​ນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ນີ​ໄຟ​ໄດ້. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ວາງ​ແຜນ​ສິ່ງ​ໜຶ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ ເພື່ອ​ຈະ​ໄດ້​ເປັນ​ອິດ​ທິ​ພົນ​ທີ່​ດີ​ໃຫ້​ກັບ​ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ.

1 ນີ​ໄຟ 17:7–19; 18:1–4

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ທີ່​ຍາກໆ​ໄດ້.

  • ເດັກ​ນ້ອຍ​ມັກ​ເລົ່າ​ເລື່ອງ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ​ເລົ່າ​ເລື່ອງ​ນີ​ໄຟ​ຖືກ​ບັນ​ຊາ​ໃຫ້​ສ້າງ​ເຮືອ (ເບິ່ງ 1 ນີ​ໄຟ 17:7–19; 18:1–4; ເບິ່ງ “ບົດ​ທີ 7: ການ​ສ້າງ​ເຮືອ​ໃຫຍ່,” ໃນ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 21–22; ຫລື ວິ​ດີ​ໂອ “The Lord Instructs Nephi to Build a Ship” [ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ]) ນຳ​ອີກ. ພວກ​ເຂົາ​ສາ​ມາດ​ຮ້ອງ​ບາດ​ທີ​ສອງ​ຂອງ​ເພງ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ນຳ​ກັນ. ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ນີ​ໄຟ​ມີ​ຄວາມ​ກ້າ​ຫານ ເມື່ອ​ພວກ​ອ້າຍ​ຂອງ​ເພິ່ນ​ເວົ້າ​ເຍາະ​ເຍີ້ຍ​ເພິ່ນ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ເຮືອ?

  • ນີ​ໄຟ​ບໍ່​ຮູ້​ຈັກ​ວິ​ທີ​ສ້າງ​ເຮືອ, ສະ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ເພິ່ງ​ອາ​ໄສ​ຄຳ​ແນະ​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ຫລັງ​ຈາກ​ການ​ອ່ານ 1 ນີ​ໄຟ 18:1 ກັບ​ທ່ານ, ລູກໆ​ຂອງ​ທ່ານ​ສາ​ມາດ​ເຮັດ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້. ຂະ​ນະ​ທີ່​ພວກ​ເຂົາ​ເຮັດ, ໃຫ້​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ທີ່​ຍາກໆ​ໄດ້, ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ນີ​ໄຟ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຢູ່​ໃນ​ເຮືອ

They Did Treat Me with Much Harshness [ພວກ​ເຂົາ​ໄດ້​ເຮັດ​ຮຸນ​ແຮງ​ຕໍ່​ຂ້າ​ພະ​ເຈົ້າ​ຫລາຍ​ຢ່າງ], ໂດຍ ວາວ​ເຕີ ເຣນ