ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 4–10 ເດືອນ​ມີ​ນາ: “ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ.” 2 ນີ​ໄຟ 20–25


“ວັນ​ທີ 4–10 ເດືອນ​ມີ​ນາ: ‘ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ.’ 2 ນີ​ໄຟ 20–25,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 4–10 ເດືອນ​ມີ​ນາ. 2 ນີ​ໄຟ 20–25,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ

ວັນ​ທີ 4–10 ເດືອນ​ມີ​ນາ: “ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ”

2 ນີ​ໄຟ 20–25

ການ​ຂຽນ​ຂອງ​ເອ​ຊາ​ຢາ​ລວມ​ທັງ​ຄຳ​ເຕືອນ​ທີ່​ຮຸນ​ແຮງ, ແຕ່​ມັນ​ກໍ​ຍັງ​ໃຫ້​ຄວາມ​ຫວັງ ແລະ ຄວາມ​ຊື່ນ​ຊົມ​ໄດ້. ນີ້​ຄື​ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ນີ​ໄຟ​ໄດ້​ລວມ​ມັນ​ຢູ່​ໃນ​ບັນ​ທຶກ​ຂອງ​ເພິ່ນ: “ຂ້າ​ພະ​ເຈົ້າ​ຂຽນ​ຄຳ​ເວົ້າ​ຂອງ​ເອ​ຊາ​ຢາ​ບາງ​ຄຳ,” ເພິ່ນ​ໄດ້​ເວົ້າ, “ສຳ​ລັບ​ຜູ້​ໃດ​ຜູ້​ໜຶ່ງ … ຈະ​ເຫັນ​ຄຳ​ເວົ້າ​ເຫລົ່າ​ນີ້ ແລະ ຈະ​ໄດ້​ມີ​ກຳ​ລັງ​ໃຈ ແລະ ປິ​ຕິ​ຍິນ​ດີ” (2 ນີ​ໄຟ 11:8). ໃນ​ວິ​ທີ​ໜຶ່ງ, ຄຳ​ເຊື້ອ​ເຊີນ​ໃຫ້​ອ່ານ​ການ​ຂຽນ​ຂອງ​ເອ​ຊາ​ຢາ ເປັນ​ຄຳ​ເຊື້ອ​ເຊີນ​ໃຫ້​ປິ​ຕິ​ຍິນ​ດີ. ທ່ານ​ສາ​ມາດ​ເບີກ​ບານ, ດັ່ງ​ທີ່​ນີ​ໄຟ​ໄດ້​ເບີກ​ບານ, ໃນ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ, ແລະ ສັນ​ຕິ​ສຸກ​ທີ່​ສັນ​ຍາ​ໄວ້​ກັບ​ຄົນ​ຊອບ​ທຳ. ທ່ານ​ສາ​ມາດ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ມີ​ຊີ​ວິດ​ໃນ​ວັນ​ເວ​ລາ​ທີ່​ມີ​ຄຳ​ທຳ​ນາຍ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ຕັ້ງ​ຫລັກ​ສັນ​ຍານ​ຂຶ້ນ​ໃຫ້​ແກ່​ປະ​ຊາ​ຊາດ, ແລະ ຈະ​ຊຸມ​ນຸມ​ອິດ​ສະ​ຣາ​ເອນ​ທີ່​ຖືກ​ຂັບ​ໄລ່​ອອກ​ໄປ” (2 ນີ​ໄຟ 21:12). ເມື່ອ​ທ່ານ​ກະ​ຫາຍ​ຄວາມ​ຊອບ​ທຳ, ທ່ານ​ສາ​ມາດ “ດ້ວຍ​ຄວາມ​ສຸກ … ຕັກ​ນ້ຳ​ຈາກ​ບໍ່​ແຫ່ງ​ຄວາມ​ລອດ” ໄດ້ (2 ນີ​ໄຟ 22:3). ໃນ​ອີກ​ຄຳ​ໜຶ່ງ, ທ່ານ​ສາ​ມາດ “ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” (2 ນີ​ໄຟ 25:26).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 21–22

ເຮົາ​ສາ​ມາດ​ພົບ​ສັນ​ຕິ​ສຸກ​ໄດ້​ໃນ​ພຣະ​ເຢ​ຊູ​ຄຣິດ.

ລູກ​ຫລານ​ຂອງ​ລີ​ໄຮ​ໄດ້​ມີ​ບັນ​ຫາ​ກັບ​ການ​ຂັດ​ແຍ້ງ. ບັນ​ຫາ​ນັ້ນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ໃນ​ຄົນ​ລຸ້ນ​ຫລັງ, ຊຶ່ງ​ນຳ​ໄປ​ສູ່​ການ​ແຕກ​ແຍກ, ການ​ເປັນ​ຊະ​ເລີຍ, ຄວາມ​ເສົ້າ​ສະ​ຫລົດ​ໃຈ, ແລະ ຄວາມ​ພິ​ນາດ. ແລະ ການ​ຂັດ​ແຍ້ງ​ກໍ​ຍັງ​ສືບ​ຕໍ່​ເປັນ​ບັນ​ຫາ​ໃນ​ທຸກ​ວັນ​ນີ້.

ດ້ວຍ​ມີ​ສິ່ງ​ທັງ​ໝົດ​ຢູ່​ໃນ​ໃຈ, ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ທຳ​ນາຍ​ຢູ່​ໃນ 2 ນີ​ໄຟ 21–22. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ເຫລົ່າ​ນີ້​ເກີດ​ເປັນ​ຈິງ​ແນວ​ໃດ. ຄຳ​ທຳ​ນາຍ​ທີ່​ວ່າ ໝາ​ປ່າ​ຈະ “ຢູ່​ກັບ​ລູກ​ແກະ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (2 ນີ​ໄຟ 21:6). ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

ເບິ່ງ Dale G. Renlund, “The Peace of Christ Abolishes Enmity,” Liahona, Nov. 2021, 83–85.

2 ນີ​ໄຟ 21:9–12

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ.

ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ກະ​ຈັດ​ກະ​ຈາຍ​ຂອງ​ຊາວ​ອິດ​ສະ​ຣາ​ເອນ (ເບິ່ງ 2 ນີ​ໄຟ 25:10). ບັດ​ນີ້​ທ່ານ​ກໍ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ (ເບິ່ງ 2 ນີ​ໄຟ 21:12). ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 21:9–12, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ທີ່​ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ເກີດ​ເປັນ​ຈິງ​ແນວ​ໃດ.

ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ “ຫລັກ​ສັນ​ຍານ” (ທຸງ ຫລື ປ້າຍ) ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເພື່ອ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ທ່ານ​ໄດ້​ເຫັນ​ພຣະ​ເຈົ້າ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ແນວ​ໃດ, ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ. ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດຶງ​ດູດ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ?

ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ?

2 ນີ​ໄຟ 23–24

ທາງ​ໂລກ​ຂອງ​ບາ​ບີ​ໂລນ​ຈະ​ພັງ​ທະ​ລາຍ.

ອາ​ນາ​ຈັກ​ບາ​ບີ​ໂລນ​ໄດ້​ເປັນ​ໄພ​ຄຸກ​ຄາມ​ທາງ​ການ​ເມືອງ ແລະ ການ​ທະ​ຫານ​ທີ່​ຮ້າຍ​ແຮງ​ຕໍ່​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ. ແຕ່​ຕໍ່​ຜູ້​ຄົນ​ຂອງ​ນີ​ໄຟ—ແລະ ຕໍ່​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້—ໄພ​ຄຸກ​ຄາມ​ທີ່​ຮ້າຍ​ແຮງ​ກວ່າ​ແມ່ນ​ສິ່ງ​ທີ່​ບາ​ບີ​ໂລນ​ເປັນ​ຕົວ​ແທນ​ໃຫ້: ທາງ​ໂລກ ແລະ ບາບ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ເຕືອນ​ຢູ່​ໃນ 2 ນີ​ໄຟ 23–24 ວ່າ​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ທີ່​ຢ້ານ​ກົວ ຫລື ຊົມ​ເຊີຍ ຫລື ໄວ້​ວາງ​ໃຈ​ກັບ​ຄວາມ​ຮັ່ງ​ມີ ແລະ ອຳ​ນາດ​ຂອງ​ບາ​ບີ​ໂລນ​ແນວ​ໃດ (ເບິ່ງ, ຍົກ​ຕົວ​ຢ່າງ 23:6–9, 11, 19–22; 24:10–19). ແມ່ນ​ຫຍັງ​ທີ່​ຄ້າຍ​ຄື​ສິ່ງ​ທີ່​ເຮົາ​ອາດ​ຢ້ານ​ກົວ ຫລື ຊົມ​ເຊີຍ ຫລື ໄວ້​ວາງ​ໃຈ​ໃນ​ທຸກ​ວັນ​ນີ້? ທ່ານ​ຮູ້​ສຶກ​ວ່າ​ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ທ່ານ​ອາດ​ມີ​ຫຍັງ​ແດ່​ຢູ່​ໃນ​ບົດ​ເຫລົ່າ​ນີ້? ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ວ່າ ທ່ານ “ປິ​ຕິ​ຍິນ​ດີ​ໃນ​ຄວາມ​ສູງ​ສົ່ງ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ]” ແນວ​ໃດ (2 ນີ​ໄຟ 23:3).

2 ນີ​ໄຟ 25:19–29

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ພວກ​ເຮົາ ເວົ້າ​ເຖິງ​ພຣະ​ຄຣິດ … ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ.”

ນີ​ໄຟ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ການ​ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເພິ່ນ—ໂດຍ​ສະ​ເພາະ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຕະ​ຫລອດ​ທົ່ວ​ການ​ສຶກ​ສາ​ຂອງ​ທ່ານ​ຈາກ 2 ນີ​ໄຟ 25, ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ນີ​ໄຟ ທີ່​ຈະ “ຊັກ​ຊວນ​ລູກ​ຫລານ [ຂອງ​ເພິ່ນ] … ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ” (ຂໍ້​ທີ 23). ນີ​ໄຟ​ຢາກ​ໃຫ້​ຜູ້​ຄົນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? (ເບິ່ງ ຂໍ້​ທີ 12–13, 16). ນີ​ໄຟ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຊັກ​ຊວນ​ຜູ້​ຄົນ​ໃຫ້​ເຊື່ອ​ໃນ​ພຣະ​ອົງ​ແນວ​ໃດ? (ເບິ່ງ ຂໍ້​ທີ 19–29). ໃຫ້​ສັງ​ເກດ​ເບິ່ງ​ຂໍ້​ຄວາມ​ໃນ​ບົດ​ນີ້​ທີ່​ຊັກ​ຊວນ ທ່ານ​ໃຫ້​ເຊື່ອ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ເຮົາ​ບາງ​ຄົນ​ອາດ​ບໍ່​ຮູ້​ສຶກ​ວ່າ​ກ້າ​ຫານ​ເທົ່າ​ກັບ​ນີ​ໄຟ​ກ່ຽວ​ກັບ​ການ​ກ່າວ​ເຖິງ​ພຣະ​ຄຣິດ. ແຕ່​ບາງ​ທີ​ທ່ານ​ຈະ​ສາ​ມາດ​ພົບ​ເຫັນ​ບາງ​ສິ່ງ​ໃນ​ຄຳ​ສອນ​ຂອງ​ນີ​ໄຟ​ຢູ່​ໃນ 2 ນີ​ໄຟ 25:23–26 ທີ່​ດົນ​ໃຈ​ທ່ານ​ໃຫ້​ເວົ້າ​ລົມ​ເຖິງ​ພຣະ​ອົງ​ກັບ​ຄົນ​ອື່ນ​ຢ່າງ​ເປີດ​ເຜີຍ​ຫລາຍ​ຂຶ້ນ. ຍົກ​ຕົວ​ຢ່າງ, ຄຳ​ປະ​ກາດ​ຂອງ​ນີ​ໄຟ​ທີ່​ວ່າ “ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ທ່ານ​ແນວ​ໃດ—ແລະ ວ່າ​ທ່ານ​ຈະ​ສາ​ມາດ​ແບ່ງ​ປັນ​ຄວາມ​ຊື່ນ​ຊົມ​ນັ້ນ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ.

ໃນ​ຂ່າວ​ສານ​ຂອງ​ເພິ່ນ “We Talk of Christ” (Liahona, Nov. 2020, 88–91), ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ແນະ​ນຳ​ວິ​ທີ​ທີ່​ເຮົາ​ສາ​ມາດ​ກ່າວ​ຢ່າງ​ເປີດ​ເຜີຍ​ຫລາຍ​ຂຶ້ນ​ເຖິງ​ພຣະ​ຄຣິດ​ໃນ​ສະ​ພາບ​ແວດ​ລ້ອມ​ຕ່າງໆ. ມີ​ຄຳ​ແນະ​ນຳ​ໃດ​ແດ່​ຂອງ​ເພິ່ນ​ທີ່​ປະ​ທັບ​ໃຈ​ທ່ານ? ທ່ານ​ມີ​ໂອ​ກາດ​ໃດ​ແດ່​ທີ່​ຈະ​ເວົ້າ​ເຖິງ​ພຣະ​ຄຣິດ ກັບ​ຄົນ​ອື່ນ?

ທ່ານ​ຮູ້​ສຶກ​ຖືກ​ດົນ​ໃຈ​ໃຫ້​ບອກ​ເລົ່າ​ສິ່ງ​ໃດ ແດ່​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ຖ້າ​ວ່າ​ທ່ານ​ຕ້ອງ​ການ​ແນວ​ຄິດ​ບາງ​ຢ່າງ, ທ່ານ​ສາ​ມາດ​ຄົ້ນ​ຄວ້າ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ເພງ​ສວດ​ດັ່ງ​ເຊັ່ນ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5) ສາ​ມາດ​ໃຫ້​ແນວ​ຄິດ​ເພີ່ມ​ເຕີມ​ແກ່​ທ່ານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 21:1–5

ພຣະ​ເຢ​ຊູ​ຄຣິດ​ຈະ​ຕັດ​ສີນ​ໃນ​ຄວາມ​ຊອບ​ທຳ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ຂໍ້​ເຫລົ່າ​ນີ້, ໃຫ້​ເບິ່ງ​ວ່າ​ພວກ​ທ່ານ​ສາ​ມາດ​ຊອກ​ຫາ​ຕົ້ນ​ໄມ້​ທີ່​ຖືກ​ຕັດ ຫລື ຮຸ່ນ​ໄມ້​ທີ່​ເກີດ​ອອກ​ມາ​ຈາກ​ຕົ້ນ​ໄມ້ (ຫລື ໃຊ້​ຮູບ​ພາບ​ຢູ່​ຂ້າງ​ລຸ່ມ). ຖ້າ​ຫາກ​ວ່າ “​ກິ່ງ​ງ່າ” ຢູ່​ໃນ 2 ນີ​ໄຟ 21:1 ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ເຢ​ຊູ​ຄຣິດ, ແລ້ວ ຂໍ້​ທີ່ 2–5 ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ຮູບ​ພາບ
ຕົ້ນ​ໄມ້​ນ້ອຍ​ເກີດ​ອອກ​ມາ​ຈາກ​ເຫງົ້າ​ໄມ້

2 ນີ​ໄຟ 21:6–9

ພຣະ​ເຢ​ຊູ​ຄຣິດ​ນຳ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້.

  • 2 ນີ​ໄຟ 21:6–9 ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ສາ​ມາດ​ເກີດ​ຂຶ້ນ ເມື່ອ​ທຸກ​ຄົນ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? (ເບິ່ງ 4 ນີ​ໄຟ 1:15–18 ນຳ​ອີກ). ເຮົາ​ຈະ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ແບບ​ນີ້​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ? ລູກໆ​ຂອງ​ທ່ານ​ອາດ​ມັກ​ເບິ່ງ​ຮູບ​ຂອງ​ສັດ​ຕ່າງໆ​ທີ່​ຖືກ​ກ່າວ​ເຖິງ​ຢູ່​ໃນ ຂໍ້​ທີ 6–7—ສັດ​ທີ່​ເປັນ​ສັດ​ຕູ​ກັນ​ຕາມ​ປົກ​ກະ​ຕິ ແຕ່​ຈະ​ບໍ່​ທຳ​ຮ້າຍ​ກັນ​ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ອີກ (ເບິ່ງ​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້). ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຂອງ​ຕົວ​ພວກ​ເຂົາ​ເອງ ແລະ ສັດ​ເຫລົ່າ​ນີ້ ອາ​ໄສ​ຢູ່​ນຳ​ກັນ​ຢ່າງ​ສະ​ຫງົບ​ສຸກ​ກັບ​ພຣະ​ເຢ​ຊູ.

2 ນີ​ໄຟ 21:11–1222

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ.

  • ເອ​ຊາ​ຢາ​ໄດ້​ກ່າວ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ “ຫລັກ​ສັນ​ຍານ​ຂຶ້ນ​ໃຫ້​ແກ່​ປະ​ຊາ​ຊາດ” ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ເຕົ້າ​ໂຮມ​ກັນ​ກັບ​ພຣະ​ອົງ (ເບິ່ງ 2 ນີ​ໄຟ 21:11–12). ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ຫລັກ​ສັນ​ຍານ​ນັ້ນ​ແມ່ນ​ຄ້າຍ​ຄື​ກັນ​ກັບ​ທຸງ. ບາງ​ທີ ພວກ​ເຂົາ​ຈະ​ມັກ​ແຕ້ມ​ຮູບ​ທຸງ​ຂອງ​ພວກ​ເຂົາ​ເອງ. ພວກ​ເຂົາ​ສາ​ມາດ​ລວມ​ທັງ​ຮູບ ຫລື ຖ້ອຍ​ຄຳ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ເຫດ​ຜົນ​ທີ່​ພວກ​ເຂົາ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ປ່ອຍ​ໃຫ້​ພວກ​ເຂົາ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ທຸງ​ຂອງ​ພວກ​ເຂົາ, ແລະ ຊ່ວຍ​ພວກ​ເຂົາ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ “ເຕົ້າ​ໂຮມ” ກັນ​ກັບ​ພຣະ​ເຢ​ຊູ​ຄຣິດ.

  • ຫລັງ​ຈາກ​ໄດ້​ອ່ານ 2 ນີ​ໄຟ 22:4–5 ນຳ​ກັນ​ແລ້ວ, ທ່ານ​ອາດ​ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ “ສິ່ງ​ທີ່​ດີ​ເລີດ” ບາງ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ. ມີ “ການ​ກະ​ທຳ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບາງ​ຢ່າງ​ໃດ​ແດ່​ກັບ​ພວກ​ເຮົາ]” ທີ່​ເຮົາ​ສາ​ມາດ​ປະ​ກາດ? ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ນີ້, ພວກ​ທ່ານ​ອາດ​ຮ້ອງ​ເພງ​ໜຶ່ງ​ນຳ​ກັນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27). ພວກ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຕື່ມ​ຄຳ​ໃສ່​ປະ​ໂຫຍກ​ໃຫ້​ສົມ​ບູນ ຄື​ປະ​ໂຫຍກ​ນີ້: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ ແລະ ເຝົ້າ​ຖວາຍ .” ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ເຮົາ​ໄດ້​ແນວ​ໃດ?

2 ນີ​ໄຟ 25:26

“ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ.”

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ ໃຫ້ “ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ຄົນ​ອື່ນ, ຫລື ທ່ານ​ສາ​ມາດ​ສາຍ​ວິ​ດີ​ໂອ ເຊັ່ນ “Jesus Heals a Man Born Blind” ຫລື “Suffer the Little Children to Come unto Me” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ລູກໆ​ຂອງ​ທ່ານ​ສາ​ມາດ​ບອກ​ເຖິງ​ວາ​ລະ​ທີ່​ຊື່ນ​ຊົມ​ໃນ​ເລື່ອງ​ເລົ່າ ຫລື ໃນ​ວິ​ດີ​ໂອ. ແລ້ວ, ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 2 ນີ​ໄຟ 25:26 ນຳ​ກັນ, ພວກ​ເຂົາ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ “ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ.”

ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ຢ່າ​ສັນ​ນິ​ຖານ​ວ່າ​ຄອບ​ຄົວ​ຂອງ​ທ່ານ​ຮູ້​ຈັກ​ວ່າ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ບອກ​ພວກ​ເຂົາ, ແລະ ປ່ອຍ​ໃຫ້​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ອິດ​ທິ​ພົນ​ໃນ​ທາງ​ທີ່​ທ່ານ​ປະ​ຕິ​ສຳ​ພັນ​ກັບ​ພວກ​ເຂົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

I’ll Go Where You Want Me to Go [ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ], ໂດຍ ຣາ​ໂມນ ເອ​ລີ ກາ​ເຊຍ ຣີ​ວາສ໌