ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 25–31 ເດືອນ​ມີ​ນາ: “ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ.” ອີດ​ສະ​ເຕີ


“ວັນ​ທີ 25–31 ເດືອນ​ມີ​ນາ: ‘ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ.’ ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 25–31 ເດືອນ​ມີ​ນາ. ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ

Christ and the Apostles [ພຣະ​ຄຣິດ​ກັບ​ອັກ​ຄະ​ສາ​ວົກ], ໂດຍ ແດວ ພາ​ສັນ

ວັນ​ທີ 25–31 ເດືອນ​ມີ​ນາ: “ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ”

ອີດ​ສະ​ເຕີ

ອັກ​ຄະ​ສາ​ວົກ​ໃນ​ສະ​ໄໝ​ບູ​ຮານ ມີ​ຄວາມ​ກ້າ​ຫານ​ຫລາຍ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ (ເບິ່ງ ກິດ​ຈະ​ການ 4:33). ຫລາຍ​ລ້ານ​ຄົນ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ແຕ່​ບາງ​ຄົນ​ອາດ​ສົງ​ໄສ: ຖ້າ​ຫາກ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ທັງ​ໂລກ, ແລ້ວ​ເປັນ​ຫຍັງ​ພະ​ຍານ​ຂອງ​ພຣະ​ອົງ​ຈຶ່ງ​ມີ​ໜ້ອຍ​ຄົນ ທີ່​ຢູ່​ໃນ​ພາກ​ພື້ນ​ນ້ອຍ​ແຫ່ງ​ໜຶ່ງ​ເທົ່າ​ນັ້ນ?

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເພີ່ມ​ເຕີມ​ຢ່າງ​ໜຶ່ງ ທີ່​ໜ້າ​ເຊື່ອ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ທີ່ “ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ປະ​ຊາ​ຊາດ​ທັງ​ປວງ” (ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ) ແລະ ສະ​ເໜີ​ມອບ​ຄວາມ​ລອດ​ໃຫ້​ທຸກ​ຄົນ ທີ່​ມາ​ຫາ​ພຣະ​ອົງ. ນອກ​ເໜືອ​ຈາກ​ນັ້ນ, ພະ​ຍານ​ຢ່າງ​ທີ​ສອງ​ນີ້ ກໍ​ຍັງ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ນຳ​ອີກ ວ່າ​ຄວາມ​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ດ້ວຍ​ເຫດ​ນີ້ ນີ​ໄຟ, ຢາ​ໂຄບ, ມໍ​ມອນ, ແລະ ສາດ​ສະ​ດາ​ຄົນ​ອື່ນໆ ຈຶ່ງ​ໄດ້​ອອກ​ແຮງ​ງານ “ຢ່າງ​ພາກ​ພຽນ​ທີ່​ຈະ​ຄວັດ​ຂໍ້​ຄວາມ​ນີ້​ໄວ້​ໃນ​ແຜ່ນ​ຈາ​ລຶກ”—ເພື່ອ​ປະ​ກາດ​ຕໍ່​ຄົນ​ລຸ້ນ​ຫລັງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ “ຮູ້​ຈັກ​ພຣະ​ຄຣິດ, ແລະ … ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ” (ຢາ​ໂຄບ 4:3–4). ໃນ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ໃຫ້​ສະ​ທ້ອນ​ຄິດ​ເຖິງ​ປະ​ຈັກ​ພະ​ຍານ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ​ອຳ​ນາດ​ຂອງ​ພຣະ​ຄຣິດ ແມ່ນ​ສຳ​ລັບ​ທົ່ວ​ໄປ ແລະ ສ່ວນ​ບຸກ​ຄົນ—ໄຖ່​ຖອນ​ໂລກ​ທັງ​ໂລກ ແລະ ໄຖ່​ຖອນ​ທ່ານ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

ມັນ​ເປັນ​ປະ​ເພ​ນີ​ໃນ​ວັນ​ອີດ​ສະ​ເຕີ ທີ່​ຈະ​ໄຕ່​ຕອງ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຕ່​ຄຳ​ວ່າ ການ​ຟື້ນ​ຄືນ​ຊີ​ວິດ ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ? ມີ​ຄວາມ​ຮູ້​ຢ່າງ​ໃດ​ແດ່​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ມີ​ໃຫ້ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ? ບາງ​ທີ​ເທດ​ສະ​ການ​ວັນ​ອີດ​ສະ​ເຕີ​ນີ້ ທ່ານ​ສາ​ມາດ​ຂຽນ​ຄວາມ​ຈິງ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ 2 ນີ​ໄຟ 9:6–15, 22; ແອວ​ມາ 11:41–45; 40:21–25; 3 ນີ​ໄຟ 26:4–5.

ທ່ານ​ກໍ​ສາ​ມາດ​ບັນ​ທຶກ​ວ່າ​ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ການ​ກະ​ທຳ​ຂອງ​ທ່ານ ແລະ ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ. ຍົກ​ຕົວ​ຢ່າງ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ສຳ​ເລັດ​ປະ​ໂຫຍກ​ເຫລົ່າ​ນີ້: ຖ້າ​ຫາກ​ເຮົາ​ບໍ່​ໄດ້​ຮູ້​ສິ່ງ​ເຫລົ່າ​ນີ້ … ແລະ ເພາະ​ເຮົາ​ຮູ້​ສິ່ງ​ເຫລົ່າ​ນີ້ …

ເພງ​ດັ່ງ​ເຊັ່ນ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5) ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ. ຂະ​ນະ​ທີ່​ທ່ານ​ຮ້ອງ, ຟັງ, ຫລື ອ່ານ​ເພງ​ສວດ, ທ່ານ​ອາດ​ຖາມ​ຕົວ​ເອງ​ວ່າ, “ຊີ​ວິດ​ຂອງ​ເຮົາ​ແຕກ​ຕ່າງ​ແນວ​ໃດ​ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ?”

ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ມີ​ບ່ອນ​ເກັບ​ກຳ ວິ​ດີ​ໂອ​ອີດ​ສະ​ເຕີ ທີ່​ສາ​ມາດ​ເປັນ​ພາກ​ສ່ວນ​ທີ່​ມີ​ຄວາມ​ໝາຍ​ຂອງ​ການ​ສຶກ​ສາ​ຂອງ​ທ່ານ​ໄດ້. ບາງ​ທີ​ທ່ານ​ສາ​ມາດ​ເບິ່ງ​ວິ​ດີ​ໂອ​ເລື່ອງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ແລະ ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຮູ້​ບຸນ​ຄຸນ​ຂອງ​ທ່ານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເບິ່ງ ລູ​ກາ 24: 36–43; ກິດ​ຈະ​ການ 24:15; 1 ໂກ​ຣິນ​ໂທ 15:12–23; Reyna I. Aburto, “The Grave Has No Victory,” Liahona, May 2021, 85–86; Gospel Topics, “Resurrection,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Death, Grieving, and Loss” ຢູ່​ໃນ​ບ່ອນ​ເກັບ​ກຳ “Life Help” ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄປ.

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ພຣະ​ຄຳ​ພີ​ມໍ​ມອນ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ເຖິງ​ການ​ເສຍ​ສະ​ລະ ແລະ ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ ໃນ​ທາງ​ທີ່​ສຳ​ຄັນ. ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ສອນ​ເຫລົ່າ​ນີ້ ຢູ່​ໃນ ໂມ​ໄຊ​ຢາ 3:7; 15:5–9; ແອວ​ມາ 7:11–13. ຫລັງ​ຈາກ​ທ່ານ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ແລ້ວ, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຄົ້ນ​ພົບ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ ທີ່​ຄື​ກັນ​ກັບ​ອັນ​ນີ້:

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ໃດ​ແດ່?

ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຮັບ​ທຸກ​ທໍ​ລະ​ມານ?

ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຮົາ?

ນີ້​ຄື​ອີກ​ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້: ຊອກ​ຫາ​ເພງ​ສວດ​ທີ່​ທ່ານ​ຮູ້​ສຶກ​ວ່າ​ເຂົ້າ​ກັບ​ຂ່າວ​ສານ​ທີ່​ຂໍ້​ເຫລົ່າ​ນີ້​ສິດ​ສອນ. ດັດ​ຊະ​ນີ “Scriptures” ຢູ່​ທາງ​ຫລັງ​ປຶ້ມ​ເພງ​ສວດ​ສາ​ມາດ​ຊ່ວຍ​ທ່ານ​ໄດ້. ວະ​ລີ​ໃດ​ແດ່​ຈາກ​ເພງ​ສວດ ແລະ ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ບຸນ​ຄຸນ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ?

ເບິ່ງ ເອ​ຊາ​ຢາ 53; ເຮັບ​ເຣີ 4:14–16; Gérald Caussé, “A Living Witness of the Living Christ,” Liahona, May 2020, 38–40 ນຳ​ອີກ.

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ ແລະ ຊ່ວຍ​ເຮັດ​ໃຫ້​ເຮົາ​ດີ​ພ້ອມ.

ສາ​ມາດ​ເວົ້າ​ໄດ້​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ທີ່​ໄດ້​ປ່ຽນ​ແປງ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ສາ​ມາດ​ອ່ານ​ເຖິງ​ປະ​ສົບ​ການ​ເຫລົ່າ​ນີ້ ຢູ່​ໃນ ໂມ​ໄຊ​ຢາ 5:1–2; 27:8–28; ແອວ​ມາ 15:3–12; 24:7–19. ທ່ານ​ອາດ​ຄິດ​ເຖິງ​ຕົວ​ຢ່າງ​ອື່ນໆ​ອີກ​ທີ່​ຈະ​ສຶກ​ສາ​ນຳ​ອີກ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່ ທີ່​ປະ​ສົບ​ການ​ເຫລົ່າ​ນີ້ ມີ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ? ທ່ານ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ໃດ​ແດ່? ປະ​ສົບ​ການ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປ່ຽນ​ແປງ​ທ່ານ?

ເບິ່ງ ແອວ​ມາ 5:6–14; 13:11–12; 19:1–16; 22:1–26; 36:16–21; ອີ​ເທີ 12:27; ໂມ​ໂຣ​ໄນ 10:32–33​ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ກໍ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ​ຄື​ກັນ.

  • ທ່ານ​ສາ​ມາດ​ໃຊ້ “ບົດ​ທີ 53: ພຣະ​ເຢ​ຊູ​ຖືກ​ຄຶງ” ແລະ “ບົດ​ທີ 54: ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ” (ຢູ່​ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 136–38, 139–44) ເພື່ອ​ບອກ​ເລົ່າ​ໃຫ້​ລູກໆ​ຂອງ​ທ່ານ​ຟັງ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຫລື ໃຫ້​ລູກໆ​ຂອງ​ທ່ານ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ທ່ານ​ຟັງ, ໂດຍ​ການ​ໃຊ້​ຮູບ​ພາບ​ຈາກ​ບົດ​ເຫລົ່າ​ນີ້.

  • ການ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ຕໍ່​ຜູ້​ຄົນ​ຢູ່​ອາ​ເມ​ຣິ​ກາ ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ໃຫ້​ຄິດ​ທີ່​ຈະ​ເລົ່າ​ເລື່ອງ​ນີ້​ໃຫ້​ລູກໆ​ຂອງ​ທ່ານ​ຟັງ, ໂດຍ​ການ​ໃຊ້ 3 ນີ​ໄຟ 1117; ເພງ “ພຣະ​ຄຣິດ​ເຈົ້າ​ຄືນ​ຊີບ​ວັນ​ນີ້”; ຫລື​ບາດ​ສຸດ​ທ້າຍ​ຂອງ “ຈາ​ລຶກ​ທອງ​ຄຳ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71). ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ວ່າ ມັນ​ຈະ​ເປັນ​ແບບ​ໃດ ທີ່​ໄດ້​ສຳ​ຜັດ​ຮອຍ​ແຜ​ຂອງ​ພຣະ​ອົງ (ເບິ່ງ 3 ນີ​ໄຟ 11:14–15) ຫລື ໄດ້​ເປັນ​ເດັກ​ນ້ອຍ​ຄົນ​ໜຶ່ງ ທີ່​ພຣະ​ອົງ​ໄດ້​ອວຍ​ພອນ (ເບິ່ງ 3 ນີ​ໄຟ 17:21). ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພວກ​ທ່ານ​ນຳ​ກັນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ພົບ​ສິ່ງ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ທຳ​ທ່າ​ວ່າ​ທ່ານ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ ຂໍ​ໃຫ້​ພວກ​ເຂົາ​ອະ​ທິ​ບາຍ​ໃຫ້​ທ່ານ​ຟັງ. ຊ່ວຍ​ໃຫ້​ພວກ​ເຂົາ​ຊອກ​ຫາ​ຢູ່​ໃນ 2 ​ນີ​ໄຟ 9:10–15; ແອວ​ມາ 11:41–45; ແລະ ແອວ​ມາ 40:21–23 ສຳ​ລັບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຄື​ດັ່ງ​ຕໍ່​ໄປ​ນີ້: ການ​ຟື້ນ​ຄືນ​ຊີ​ວິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຜ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ? ພ້ອມ​ນີ້​ໃຫ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເປັນ​ພາກ​ສ່ວນ​ຂອງ​ຄຳ​ຕອບ​ຂອງ​ພວກ​ເຂົາ.

ພຣະ​ເຢ​ຊູ​ຄຣິດ​ຮູ້​ວິ​ທີ​ທີ່​ຈະ​ປອບ​ໂຍນ​ເຮົາ.

  • ໂມ​ໄຊ​ຢາ 3:7 ແລະ ແອວ​ມາ 7:11 ບັນ​ຍາຍ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ຕໍ່​ທີ່​ເປັນ​ພາກ​ສ່ວນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ທ່ານ​ອາດ​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ໃຫ້​ລູກໆ​ຂອງ​ທ່ານ​ຟັງ ແລະ ຂໍ​ໃຫ້​ພວກ​ເຂົາ​ຟັງ​ເພື່ອ​ຫາ​ຖ້ອຍ​ຄຳ​ທີ່​ບອກ​ພວກ​ເຂົາ​ເຖິງ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ແທນ​ເຮົາ. ແລ້ວ​ທ່ານ​ກໍ​ສາ​ມາດ​ອ່ານ ແອວ​ມາ 7:12 ເພື່ອ​ຊອກ​ຫາ​ວ່າ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ມັນ. ໃຫ້​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ເຈັບ​ປວດ ແລະ ຄວາມ​ເຈັບ​ປ່ວຍ​ຂອງ​ເຮົາ​ທັງ​ໝົດ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ປອບ​ໂຍນ​ເຮົາ​ແນວ​ໃດ.

  • ລູກໆ​ຂອງ​ທ່ານ​ມີ​ເພງ​ສວດ ຫລື ເພງ​ທີ່​ມັກ​ຊອບ​ທີ່​ສຸດ​ບໍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ? ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ນັ້ນ​ນຳ​ກັນ—ຫລື ຮຽນ​ເພງ​ໃໝ່. ເວົ້າ​ລົມ​ກ່ຽວ​ກັບ​ຖ້ອຍ​ຄຳ ຫລື ວະ​ລີ​ຢູ່​ໃນ​ເນື້ອ​ເພງ ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ຄວາມ​ປອບ​ໂຍນ ແລະ ສັນ​ຕິ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ໃຫ້​ເຮົາ.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

Gethsemane [ເຄັດ​ເຊ​ມາ​ເນ], ໂດຍ ໄມ​ໂກ ທີ ມອມ

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ ແລະ ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ.

  • ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຕົວ​ຢ່າງ​ຢ່າງ​ຫລວງ​ຫລາຍ​ເຖິງ​ຜູ້​ຄົນ​ທີ່​ຖືກ​ປ່ຽນ​ແປງ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ເລືອກ​ບຸກ​ຄົນ​ໃດ​ໜຶ່ງ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ, ດັ່ງ​ເຊັ່ນ ເອ​ໂນດ (ເບິ່ງ ເອ​ໂນດ 1:2–8), ແອວ​ມາ​ຜູ້​ລູກ (ເບິ່ງ ໂມ​ໄຊ​ຢາ 27:8–24), ຫລື ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ (ເບິ່ງ ແອວ​ມາ 24:7–19). ບຸກ​ຄົນ ຫລື ກຸ່ມ​ນີ້​ໄດ້​ປ່ຽນ​ແປງ​ແນວ​ໃດ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ? ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ປຽບ​ທຽບ​ບາງ​ສິ່ງ​ທີ່​ສະ​ອາດ ກັບ​ບາງ​ສິ່ງ​ທີ່​ເປື້ອນ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ສິ່ງ​ທີ່​ເປື້ອນ​ຖືກ​ເຮັດ​ໃຫ້​ສະ​ອາດ​ແນວ​ໃດ. ອ່ານ ແອວ​ມາ 13:11–13 ນຳ​ກັນ. ພຣະ​ເຢ​ຊູ​ໄດ້​ກະ​ທຳ​ສິ່ງ​ໃດ​ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຖືກ​ເຮັດ​ໃຫ້​ສະ​ອາດ​ໄດ້​ຈາກ​ບາບ​ຂອງ​ເຮົາ? ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ບາບ? ມັນ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ສຳ​ລັບ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ. ພຣະ​ວິນ​ຍານ​ເປັນ​ຄູ​ສອນ​ທີ່​ແທ້​ຈິງ. ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ພຣະ​ອົງ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ, ພຣະ​ອົງ​ຈະ​ປະ​ທານ​ຄວາມ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ແກ່​ທ່ານ.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ທັກ​ທາຍ​ຊາວ​ນີ​ໄຟ

ຮູບ​ພາບ​ພຣະ​ຄຣິດ​ກັບ​ຊາວ​ນີ​ໄຟ, ໂດຍ ເບັນ ຊໍ​ວອດ