ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 18–24 ເດືອນ​ມີ​ນາ: “ນີ້​ຄື​ທາງ​ນັ້ນ.” 2 ນີ​ໄຟ 31–33


“ວັນ​ທີ 18–24 ເດືອນ​ມີ​ນາ: ‘ນີ້​ຄື​ທາງ​ນັ້ນ.’ 2 ນີ​ໄຟ 31–33,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 18–24 ເດືອນ​ມີ​ນາ. 2 ນີ​ໄຟ 31–33,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ: 2024 (2024)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ

Christ Teaching His Disciples [ພຣະ​ຄຣິດ​ກຳ​ລັງ​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ], ໂດຍ ຈັດ​ສະ​ຕິນ ຄູນສ໌

ວັນ​ທີ 18–24 ເດືອນ​ມີ​ນາ: “ນີ້​ຄື​ທາງ​ນັ້ນ”

2 ນີ​ໄຟ 31–33

ໃນ​ບັນ​ດາ​ຖ້ອຍ​ຄຳ​ສຸດ​ທ້າຍ​ທີ່​ນີ​ໄຟ​ໄດ້​ບັນ​ທຶກ, ເຮົາ​ພົບ​ເຫັນ​ການ​ປະ​ກາດ​ນີ້: “ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້, ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ເຊື່ອ​ຟັງ” (2 ນີ​ໄຟ 33:15). ສິ່ງ​ນີ້​ເບິ່ງ​ຄື​ວ່າ​ເປັນ​ບົດ​ສະ​ຫລຸບ​ທີ່​ດີ​ຂອງ​ຊີ​ວິດ​ຂອງ​ນີ​ໄຟ. ເພິ່ນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ໃຈ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ໄດ້​ເຊື່ອ​ຟັງ​ຢ່າງ​ກ້າ​ຫານ—ບໍ່​ວ່າ ນັ້ນ​ໝາຍ​ຄວາມ​ວ່າ ຕ້ອງ​ສ່ຽງ​ຊີ​ວິດ​ຂອງ​ເພິ່ນ ເພື່ອ​ທີ່​ຈະ​ໄດ້​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ຈາກ​ລາ​ບານ, ການ​ສ້າງ​ເຮືອ ແລະ ການ​ຂ້າມ​ທະ​ເລ, ຫລື ການ​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ຢ່າງ​ຊື່​ສັດ ດ້ວຍ​ຄວາມ​ແຈ່ມ​ແຈ້ງ ແລະ ດ້ວຍ​ອຳ​ນາດ​ກໍ​ຕາມ. ນີ​ໄຟ​ສາ​ມາດ​ກ່າວ​ດ້ວຍ​ຄວາມ​ຈູງ​ໃຈ ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ,” ເຖິງ​ການ​ເດີນ​ຕາມ “ທາງ​ຄັບ ແລະ ແຄບ​ນີ້​ຊຶ່ງ​ນຳ​ໄປ​ຫາ​ຊີ​ວິດ​ນິ​ລັນ​ດອນ” (2 ນີ​ໄຟ 31:20, 18), ເພາະ​ວ່າ​ນັ້ນ​ຄື​ທາງ​ທີ່​ເພິ່ນ​ໄດ້​ເດີນ​ຕາມ. ເພິ່ນ​ໄດ້​ຮູ້​ຈັກ​ໂດຍ​ປະ​ສົບ​ການ​ວ່າ ທາງ​ນີ້, ເຖິງ​ແມ່ນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ເປັນ​ບາງ​ຄັ້ງ, ແຕ່​ກໍ​ເປັນ​ໜ້າ​ປິ​ຕິ​ຍິນ​ດີ, ແລະ ວ່າ “ບໍ່​ມີ​ທາງ ຫລື ພຣະ​ນາມ​ອື່ນ​ໃດ​ຈະ​ປະ​ທານ​ໃຫ້​ພາຍ​ໃຕ້​ສະ​ຫວັນ​ອີກ​ເລີຍ ຊຶ່ງ​ໂດຍ​ທາງ​ນັ້ນ​ມະ​ນຸດ​ຈະ​ລອດ​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (2 ນີ​ໄຟ 31:21).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

2 ນີ​ໄຟ 31

ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ ເປັນ​ພຽງ​ທາງ​ດຽວ​ທີ່​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ຖ້າ​ຫາກ​ທ່ານ​ຕ້ອງ​ສະ​ຫລຸບ​ເສັ້ນ​ທາງ​ທີ່​ພາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ ໃນ​ສອງ​ສາມ​ຄຳ, ທ່ານ​ຈະ​ວ່າ​ແນວ​ໃດ? ສັງ​ເກດ​ເບິ່ງ​ວ່າ ນີ​ໄຟ​ໄດ້​ບັນ​ຍາຍ​ມັນ​ວ່າ​ແນວ​ໃດ​ໃນ 2 ນີ​ໄຟ 31. ໃຫ້​ຄິດ​ທີ່​ຈະ​ແຕ້ມ​ເສັ້ນ​ທາງ​ໜຶ່ງ ຫລື ເຮັດ​ຮອຍ​ຕີນ ແລະ ຂຽນ​ຫລັກ​ທໍາ​ບາງ​ຈຳ​ນວນ​ໃສ່​ຕາມ​ເສັ້ນ​ທາງ ດັ່ງ​ທີ່​ທ່ານ​ພົບ​ເຫັນ​​ຢູ່​ໃນ​ບົດ​ເຫລົ່າ​ນີ້. ທ່ານ​ສາ​ມາດ​ຕື່ມ​ຮູບ​ພາບ ຫລື ບົດ​ສະ​ຫລຸບ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ສິ່ງ​ທີ່​ນີ​ໄຟ​ສິດ​ສອນ​ກ່ຽວ​ກັບ​ແຕ່​ລະ​ຫລັກ​ທຳ​ໃສ່​ນຳ.

ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 31:18–20, ໃຫ້​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເອງ​ໃນ​ການ “ມຸ້ງ​ໜ້າ” ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.

ເບິ່ງ “ສິດ​ທິ​ຊົນ​ມາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2 ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ​ນຳ​ກັນ

ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ເຮົາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

2 ນີ​ໄຟ 31:4–13

ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ເຖິງ​ການ​ເຊື່ອ​ຟັງ ເມື່ອ​ພຣະ​ອົງ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ບໍ່​ວ່າ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ​ໄດ້​ເກີດ​ຂຶ້ນ​ມື້​ວານ​ນີ້ ຫລື ເມື່ອ 80 ປີ ກ່ອນ​ກໍ​ຕາມ, ມັນ​ເປັນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ. ທ່ານ​ໄດ້​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ນິ​ລັນ​ດອນ​ເພື່ອ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ຄິດ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 2 ນີ​ໄຟ 31:4–13. ການ​ຕອບ​ຄຳ​ຖາມ​ດັ່ງ​ເຊັ່ນ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • ເປັນ​ຫຍັງ​ພຣະ​ຄຣິດ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ? ເປັນ​ຫຍັງ​ເຮົາ​ຈຶ່ງ​ເລືອກ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ?

  • ຄຳ​ສັນ​ຍາ​ຫຍັງ​ແດ່​ທີ່​ເຮົາ​ໄດ້​ເຮັດ​ໄວ້ ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ? ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຫຍັງ​ຕອບ​ແທນ? (ເບິ່ງ ຂໍ້​ທີ 12–13; ເບິ່ງ ໂມ​ໄຊ​ຢາ 18:10, 13) ນຳ​ອີກ.

  • ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ມຸ່ງ​ໝັ້ນ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

2 ນີ​ໄຟ 31:15–20

“ຜູ້​ໃດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ຈະ​ລອດ.”

ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 31: 15–20, ໃຫ້​ຖາມ​ຕົວ​ເອງ​ວ່າ, “ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ກຳ​ລັງ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ?” ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນີ​ໄຟ​ທີ່​ຊ່ວຍ​ທ່ານ​ຕອບ​ຄຳ​ຖາມ​ນີ້?

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ວ່າ: “ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ບໍ່​ແມ່ນ​ຂັ້ນ​ຕອນ​ທີ່​ແຍກ​ຕົວ​ອອກ​ຈາກ​ຄຳ​ສອນ​ຂອງ​ພຣະ​ຄຣິດ—ຄື​ກັບ​ວ່າ ເຮົາ​ຈະ​ເຮັດ​ສີ່​ຂັ້ນ​ຕອນ​ທຳ​ອິດ​ສຳ​ເລັດ ແລ້ວ​ຫຍໍ້​ຕົວ​ລົງ, ກັດ​ແຂ້ວ, ແລະ ລໍ​ຖ້າ​ຄວາມ​ຕາຍ. ບໍ່​ເລີຍ, ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແມ່ນ​ການ​ເຮັດ​ຂັ້ນ​ຕອນ​ຕ່າງໆ​ຢ່າງ​ຫ້າວ​ຫັນ ແລະ ຕັ້ງ​ໃຈ ຊໍ້າ​ແລ້ວ​ຊໍ້າ​ອີກ” (“Lifelong Conversion” [Brigham Young University devotional, Sept. 14, 2021], 2, speeches.byu.edu). ທ່ານ​ຈະ​ສາ​ມາດ​ເຮັດ​ຂັ້ນ​ຕອນ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຢ່າງ​ຊໍ້າໆ​ໄດ້​ແນວ​ໃດ? (ສັດ​ທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ)?

2 ນີ​ໄຟ 32; 33:2

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຜ່ານ​ທາງ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ.

ທ່ານ​ເຄີຍ​ຮູ້​ສຶກ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ຂັ້ນ​ຕອນ​ຕໍ່​ໄປ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ມີ​ຄວາມ​ກັງ​ວົນ​ທີ່​ຄ້າຍ​ຄື​ກັນ​ນີ້ (ເບິ່ງ 2 ນີ​ໄຟ 32:1). ໃຫ້​ຊອກ​ຫາ​ຄຳ​ຕອບ​ຂອງ​ນີ​ໄຟ​ໃນ 2 ນີ​ໄຟ 32:2–9. ທ່ານ​ຈະ​ກ່າວ​ເຖິງ​ສິ່ງ​ທີ່​ນີ​ໄຟ​ສິດ​ສອນ​ເປັນ​ຄຳ​ເວົ້າ​ຂອງ​ທ່ານ​ເອງ​ແນວ​ໃດ? ມີ​ປະ​ສົບ​ການ​ໃດ​ແດ່​ທີ່​ໄດ້​ສິດ​ສອນ​ທ່ານ​ວ່າ ຖ້ອຍ​ຄຳ​ຂອງ​ນີ​ໄຟ​ເປັນ​ຄວາມ​ຈິງ?

ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ການ​ການ​ຕັດ​ສິນ​ໃຈ ຫລື ສະ​ຖາ​ນະ​ການ (ໃນ​ປະ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດ) ຊຶ່ງ​ທ່ານ​ຕ້ອງ​ການ​ການ​ນຳ​ພາ​ຈາກ​ພຣະ​ເຈົ້າ. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ 2 ນີ​ໄຟ 32 ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮັບ​ເອົາ​ການ​ດົນ​ໃຈ​ຈາກ​ພຣະ​ອົງ? ແມ່ນ​ຫຍັງ​ທີ່​ອາດ​ນຳ​ພາ​ຜູ້​ຄົນ​ໄປ​ສູ່ “ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ວິນ​ຍານ​ສັກ​ສິດ”? (2 ນີ​ໄຟ 33:2).

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄຳ​ແນະ​ນຳ​ຂອງ​ນີ​ໄຟ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຈະ​ບັນ​ຍາຍ​ມັນ​ວ່າ​ເປັນ​ການ​ກິນ​ຫລິ້ນ, ການ​ກິນ​ທຳ​ມະ​ດາ, ຫລື ແບບ​ງານ​ກິນ​ລ້ຽງ? ໃນ​ຄວາມ​ຄິດ​ຂອງ​ທ່ານ​ແລ້ວ, ມັນ​ແຕກ​ຕ່າງ​ກັນ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ສົບ​ການ​ຂອງ​ທ່ານ​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ຄື​ກັນ​ກັບ​ງານ​ກິນ​ລ້ຽງ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ. ບາງ​ເທື່ອ​ທ່ານ​ກໍ​ສາ​ມາດ​ຮັບ​ແນວ​ຄິດ​ຈາກ​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ.

ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ. ມີ​ຫລາຍ​ວິ​ທີ​ທີ່​ຈະ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ລວມ​ທັງ​ການ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ດົນ​ໃຈ, ການ​ຖາມ​ຄຳ​ຖາມ​ກ່ອນ ແລະ ຂະ​ນະ​ທີ່​ສຶກ​ສາ, ການ​ນິ​ຍາມ​ຄຳ​ຕ່າງໆ, ການ​ໄຕ່​ຕອງ, ການ​ອ້າງ​ອີງ​ເຊື່ອມ​ໂຍງ, ການ​ຈົດ​ບັນ​ທຶກ, ການ​ຊອກ​ຫາ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ແລະ ການ​ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ທ່ານ (ເບິ່ງ 1 ນີ​ໄຟ 19:23).

ທ່ານ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເປັນ​ເພື່ອນ​ໃນ​ຊີ​ວິດ​ຂອງ​ທ່ານ​ສະ​ເໝີ, ແທນ​ທີ່​ຈະ​ເປັນ​ຜູ້​ຢ້ຽມ​ຢາມ​ໃນ​ບາງ​ໂອ​ກາດ​ໄດ້​ແນວ​ໃດ? ອ່ານ​ຄຳ​ແນະ​ນຳ​ສາມ​ຢ່າງ​ຂອງ ເດ​ວິດ ເອ ແບ໊ດ​ນາ ເພື່ອ​ເຮັດ​ໃຫ້​ມິດ​ຕະ​ພາບ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ “ຄວາມ​ເປັນ​ຈິງ​ທີ່​ຕໍ່​ເນື່ອງ” ໃນ “Receive the Holy Ghost” (Liahona, Nov. 2010, 94–97). ທ່ານ​ຈະ​ນຳ​ໃຊ້​ຄຳ​ແນະ​ນຳ​ຂອງ​ເພິ່ນ​ແນວ​ໃດ?

ເບິ່ງ Gospel Topics, “Revelation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Daily Bread: Pattern” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

2 ນີ​ໄຟ 33

ພຣະ​ຄຳ​ພີ​ມໍ​ມອນ​ຊັກ​ຊວນ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ເຊື່ອ​ໃນ​ພຣະ​ຄຣິດ.

ໃນ 2 ນີ​ໄຟ 33, ຂະ​ນະ​ທີ່​ນີ​ໄຟ​ໄດ້​ສະ​ຫລຸບ​ການ​ຂຽນ​ຂອງ​ເພິ່ນ, ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຂຽນ​ມັນ​ຕັ້ງ​ແຕ່​ແລກ. ມີ​ເຫດ​ຜົນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ບົດ​ນີ້? ໃຫ້​ສະ​ທ້ອນ​ເຖິງ​ເລື່ອງ​ລາວ ແລະ ຄຳ​ສອນ​ຕ່າງໆ​ທີ່​ທ່ານ​ໄດ້​ອ່ານ​ມາ​ຈົນ​ຮອດ​ຕອນ​ນີ້​ໃນ 1 ນີ​ໄຟ ແລະ 2 ນີ​ໄຟ. ຄຳ​ສອນ​ໃດ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ທ່ານ ແລະ ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ​ຫລາຍ​ທີ່​ສຸດ?

ເບິ່ງ “Nephi Records His Final Testimony” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 31:4–13

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ກໍ​ກຳ​ລັງ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

  • ມີ​ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ທີ່​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ຢູ່​ທ້າຍ​ຂອງ​ໂຄງ​ຮ່າງ​ນີ້. ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ສາ​ມາດ​ໃຊ້​ມັນ​ເພື່ອ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ເຫດ​ການ​ນີ້ (ເບິ່ງ ມັດ​ທາຍ 3:13–17 ນຳ​ອີກ) ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ຄື​ກັນ​ກັບ​ພຣະ​ອົງ? ລູກໆ​ຂອງ​ທ່ານ​ສາ​ມາດ​ຟັງ​ເຫດ​ຜົນ​ຕ່າງໆ ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ບາງ​ສ່ວນ​ຂອງ 2 ນີ​ໄຟ 31: 4–13 ນຳ​ກັນ. ມັນ​ອາດ​ເປັນ​ປະ​ໂຫຍດ ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຫາ​ກໍ​ຮັບ​ບັບ​ຕິ​ສະ​ມາ​ເມື່ອ​ບໍ່​ດົນ​ມາ​ນີ້ ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ລາວ.

2 ນີ​ໄຟ 31

ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ພາບ​ຄຳ​ສອນ​ໃນ 2 ນີ​ໄຟ 31, ພວກ​ເຂົາ​ສາ​ມາດ​ແຕ້ມ​ເສັ້ນ​ທາງ ໂດຍ​ມີ​ຮູບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ຕອນ​ທ້າຍ. ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ ຫລື ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ຂັ້ນ​ຕອນ​ຕ່າງໆ​ຢູ່​ທີ່​ເສັ້ນ​ທາງ​ນັ້ນ, ດັ່ງ​ເຊັ່ນ: ສັດ​ທາ​ໃນ​ພຣະ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ພວກ​ເຂົາ​ສາ​ມາດ​ຊີ້​ໃສ່​ຮູບ​ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 2 ນີ​ໄຟ 31:17–20 ນຳ​ກັນ.

2 ນີ​ໄຟ 32:3–5

ເຮົາ​ສາ​ມາດ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ

  • ເພື່ອ​ສິດ​ສອນ​ກ່ຽວ​ກັບ “ການ​ຊື່ນ​ຊົມ” ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ທ່ານ​ສາ​ມາດ​ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ສະ​ແດງ​ບົດ​ບາດ​ວ່າ ພວກ​ເຂົາ​ຈະ​ຊື່ນ​ຊົມ​ກັບ​ອາ​ຫານ​ທີ່​ພວກ​ເຂົາ​ມັກ​ທີ່​ສຸດ​ແນວ​ໃດ. ໃນ 2 ນີ​ໄຟ 32:3, ນີ​ໄຟ​ໄດ້​ກ່າວ​ວ່າ ພວກ​ເຮົາ​ຄວນ​ຊື່ນ​ຊົມ​ກັບ​ຫຍັງ? ການ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແຕກ​ຕ່າງ​ຈາກ​ພຽງ​ແຕ່ ອ່ານ ຊື່ໆ​ແນວ​ໃດ? ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ສະ​ແດງ​ບົດ​ບາດ​ເຖິງ​ຄວາມ​ແຕກ​ຕ່າງ. ໃຫ້​ແບ່ງ​ປັນ​ກັບ​ພວກ​ເຂົາ​ເຖິງ​ພອນ​ທີ່​ທ່ານ​ເຄີຍ​ໄດ້​ຮັບ​ເມື່ອ​ທ່ານ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ພີ.

2 ນີ​ໄຟ 32:8–9

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ອະ​ທິ​ຖານ​ຢູ່​ສະ​ເໝີ.

  • ຫລັງ​ຈາກ​ທີ່​ອ່ານ 2 ນີ​ໄຟ 32:8–9, ໃຫ້​ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຊາ​ຕານ​ຈຶ່ງ​ບໍ່​ຢາກ​ໃຫ້​ເຮົາ​ອະ​ທິ​ຖານ. ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ເຮົາ “ອະ​ທິ​ຖານ​ຢູ່​ສະ​ເໝີ”? ລູກໆ​ຂອງ​ທ່ານ​ສາ​ມາດ​ຂຽນ​ລາຍ​ການ ຫລື ແຕ້ມ​ຮູບ​ສະ​ຖາ​ນະ​ການ​ຕ່່າງໆ ຊຶ່ງ​ພວກ​ເຂົາ​ສາ​ມາດ​ອະ​ທິ​ຖານ​ໄດ້. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ອະ​ທິ​ຖານ, ດັ່ງ​ເຊັ່ນ “ອະ​ທິ​ຖານ​ຄອບ​ຄົວເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73. ທ່ານ​ສາ​ມາດ​ປ່ຽນ​ແທນ​ບາງ​ຄຳ​ຢູ່​ໃນ​ເພງ​ດ້ວຍ​ຄຳ​ສັບ​ຈາກ​ລາຍ​ການ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ປະ​ທານ​ພອນ​ໃຫ້​ແກ່​ເຮົາ​ແນວ​ໃດ ເມື່ອ​ເຮົາ​ອະ​ທິ​ຖານ​ສະ​ເໝີ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ

To Fulfill All Righteousness [ເພື່ອ​ບັນ​ລຸ​ຄວາມ​ຊອບ​ທຳ​ທັງ​ປວງ], ໂດຍ ລີສ໌ ລີ​ມັນ ສະ​ວິນ​ໂດ