ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 26 ເດືອນ​ກຸມ​ພາ–ວັນ​ທີ 3 ເດືອນ​ມີ​ນາ: “ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ … ອົງ​ສັນ​ຕິ​ລາດ.” 2 ນີ​ໄຟ 11–19


“ວັນ​ທີ 26 ເດືອນ​ກຸມ​ພາ–ວັນ​ທີ 3 ເດືອນ​ມີ​ນາ: ‘ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ … ອົງ​ສັນ​ຕິ​ລາດ.’ 2 ນີ​ໄຟ 11–19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 26 ເດືອນ​ກຸມ​ພາ–ວັນ​ທີ 3 ເດືອນ​ມີ​ນາ. 2 ນີ​ໄຟ 11–19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ຂຽນ​ໃສ່​ມ້ວນ​ໜັງ​ສື

ວັນ​ທີ 26 ເດືອນ​ກຸມ​ພາ–ວັນ​ທີ 3 ເດືອນ​ມີ​ນາ: “ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ … ອົງ​ສັນ​ຕິ​ລາດ”

2 ນີ​ໄຟ 11–19

ການ​ສະ​ຫລັກ​ອັກ​ຂະ​ລະ​ໃສ່​ແຜ່ນ​ໂລ​ຫະ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ, ແລະ ຊ່ອງ​ວ່າງ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ນ້ອຍ​ຂອງ​ນີ​ໄຟ​ກໍ​ມີ​ຈຳ​ກັດ. ດັ່ງ​ນັ້ນ ເປັນ​ຫຍັງ​ນີ​ໄຟ​ຈຶ່ງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ເພື່ອ​ກ່າຍ​ການ​ຂຽນ​ຂອງ​ສາດ​ສະ​ດາ​ເອ​ຊາ​ຢາ​ໃສ່​ໃນ​ບັນ​ທຶກ​ຂອງ​ເພິ່ນ? ເພິ່ນ​ໄດ້​ເຮັດ​ໄປ ເພາະ​ເພິ່ນ​ຢາກ​ໃຫ້​ເຮົາ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ. “ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ,” ເພິ່ນ​ໄດ້​ຂຽນ, “ໃນ​ການ​ພິ​ສູດ​ຄວາມ​ຈິງ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ຕໍ່​ຄົນ​ຂອງ​ຂ້າ​ພະ​ເຈົ້າ” (2 ນີ​ໄຟ 11:4). ນີ​ໄຟ​ໄດ້​ເຫັນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ໃນ​ຄົນ​ລຸ້ນ​ຫລັງ. ເພິ່ນ​ໄດ້​ເຫັນ​ວ່າ, ເຖິງ​ແມ່ນ​ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ອັນ​ຍິ່ງ​ໃຫຍ່, ແຕ່​ພວກ​ເຂົາ​ຈະ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ, ຂັດ​ແຍ້ງ, ແລະ ຕັນ​ຫາ​ຝ່າຍ​ໂລກ (ເບິ່ງ 1 ນີ​ໄຟ 12; 15:4–6). ເພິ່ນ​ຍັງ​ໄດ້​ເຫັນ​ບັນ​ຫາ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ລ່ວງ​ໜ້າ ໃນ​ວັນ​ເວ​ລາ​ຂອງ​ເຮົາ​ນຳ​ອີກ (ເບິ່ງ 1 ນີ​ໄຟ 14). ການ​ຂຽນ​ຂອງ​ເອ​ຊາ​ຢາ​ໄດ້​ເຕືອນ​ຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ດັ່ງ​ກ່າວ. ແຕ່​ມັນ​ຍັງ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ນີ​ໄຟ​ສຳ​ລັບ​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫລື້ອມ—ທີ່​ສຸດ​ຂອງ​ຄວາມ​ຊົ່ວ​ຮ້າຍ, ການ​ເຕົ້າ​ໂຮມ​ຄົນ​ຊື່​ສັດ, ແລະ “ແສງ​ສະ​ຫວ່າງ​ຢ່າງ​ໃຫຍ່​ຫລວງ” ສຳ​ລັບ​ຜູ້​ທີ່ “ດຳ​ເນີນ​ໄປ​ໃນ​ຄວາມ​ມືດ” (2 ນີ​ໄຟ 19:2). ທຸກ​ສິ່ງ​ຢ່າງ​ນີ້​ຈະ​ເກີດ​ຂຶ້ນ​ເພາະ “ເດັກ​ນ້ອຍ​ຜູ້​ໜຶ່ງ [ໄດ້] ເກີດ​ມາ” ຜູ້​ສາ​ມາດ​ກຳ​ຈັດ​ການ​ຜິດ​ຖຽງ​ທັງ​ໝົດ—“ອົງ​ສັນ​ຕິ​ລາດ” (2 ນີ​ໄຟ 19:6).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ເອ​ຊາ​ຢາ ຫລາຍ​ຂຶ້ນ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

ນີ​ໄຟ​ໄດ້​ຍອມ​ຮັບ​ວ່າ “ຄຳ​ເວົ້າ​ຂອງ​ເອ​ຊາ​ຢາ​ບໍ່​ແຈ່ມ​ແຈ້ງ” (2 ນີ​ໄຟ 25:4). ແຕ່​ເພິ່ນ​ກໍ​ຍັງ​ໄດ້​ແບ່ງ​ປັນ​ແນວ​ຄິດ ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຄວາມ​ໝາຍ​ຢູ່​ໃນ​ການ​ຂຽນ​ຂອງ​ເອ​ຊາ​ຢາ ທີ່​ວ່າ:

  • ໃຫ້ “ປຽບ​ທຽບ​ຄຳ​ເວົ້າ​ຂອງ​ເພິ່ນ​ກັບ” ຕົວ​ທ່ານ​ເອງ (2 ນີ​ໄຟ 11:2). ຄຳ​ສອນ​ຂອງ​ເອ​ຊາ​ຢາ​ຫລາຍ​ຢ່າງ ອາດ​ມີ​ຫລາກ​ຫລາຍ​ຄວາມ​ໝາຍ ແລະ ການ​ນຳ​ມາ​ໃຊ້ ໃນ​ຫລາຍ​ຮູບ​ແບບ. ຍົກ​ຕົວ​ຢ່າງ, ເມື່ອ​ທ່ານ​ອ່ານ​ກ່ຽວ​ກັບ​ບ່ອນ​ອາ​ໄສ​ຢູ່​ໃນ 2 ນີ​ໄຟ 14:5–6, ໃຫ້​ພິ​ຈາ​ລະ​ນາ​ວ່າ​ຂໍ້​ເຫລົ່າ​ນີ້​ນຳ​ໃຊ້​ກັບ​ບ້ານ​ຂອງ​ທ່ານ​ແນວ​ໃດ. ໃຫ້​ຖາມ​ຕົວ​ທ່ານ​ເອງ​ວ່າ, “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ຮຽນ​ຮູ້​ຫຍັງ​ແດ່?”

  • ໃຫ້​ຊອກ​ຫາ​ສັນ​ຍາ​ລັກ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ 2 ນີ​ໄຟ 11:4). ຄຳ​ສອນ​ຫລາຍ​ຢ່າງ​ຂອງ​ເອ​ຊາ​ຢາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ຖືກ​ສື່​ສານ​ຜ່ານ​ທາງ​ສັນ​ຍາ​ລັກ. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ແທນ​ແບບ​ໃດ​ໃນ 2 ນີ​ໄຟ 19:2? ສັນ​ຍາ​ລັກ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

  • ສະ​ແຫວງ​ຫາ​ທີ່​ຈະ “ເຕັມ​ໄປ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ” (2 ນີ​ໄຟ 25:4). ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ອະ​ທິ​ຖານ​ເພື່ອ​ການ​ນຳ​ພາ​ທາງ​ວິນ​ຍານ. ທ່ານ​ອາດ​ບໍ່​ເຂົ້າ​ໃຈ​ທຸກ​ຢ່າງ​ບາດ​ດຽວ, ແຕ່​ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ສິ່ງ​ທີ່​ທ່ານ​ຕ້ອງ​ຮູ້.

ທ່ານ​ອາດ​ພົບ​ວ່າ​ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ກວດ​ເບິ່ງ ສິ່ງ​ຊ່ວຍ​ສຶກ​ສາ ຢູ່​ໃນ​ພຣະ​ຄຳ​ພີ, ລວມ​ທັງ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, ຫົວ​ຂໍ້​ບົດ, ແລະ ຄູ່​ມື​ພຣະ​ຄຳ​ພີ. ຄູ່​ມື​ສະ​ຖາ​ບັນ​ສະ​ບັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ​ເດີມ ມີ​ຂໍ້​ມູນ​ເພີ່ມ​ເຕີມ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ສະ​ພາບ​ການ​ທາງ​ປະ​ຫວັດ​ສາດ​ຂອງ​ຄຳ​ສອນ​ຂອງ​ເອ​ຊາ​ຢາ​ໄດ້.

2 ນີ​ໄຟ 11–19

ເອ​ຊາ​ຢາ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ເພາະ​ເອ​ຊາ​ຢາ​ໄດ້​ໃຊ້​ພາ​ສາ​ທີ່​ເປັນ​ສັນ​ຍາ​ລັກ, ມັນ​ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ມອງ​ຂ້າມ​ການ​ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ​ຂອງ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ 2 ນີ​ໄຟ 13:13; 14:4–6; 15:1–7; 16:1–7; 17:14; 18:14–15; 22:2. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ຄຳ​ທຳ​ນາຍ​ຢູ່​ໃນ 2 ນີ​ໄຟ 19:6 ລະ​ບຸ​ຫລາຍໆ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ໄດ້​ບັນ​ລຸ​ບົດ​ບາດ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Ulisses Soares, “Jesus Christ: The Caregiver of Our Soul,” Liahona, May 2021, 82–84 ນຳ​ອີກ.

2 ນີ​ໄຟ 12–13; 15

ຄົນ​ອວດ​ດີ ແລະ ຄົນ​ເຫັນ​ແກ່​ໂລກ ຈະ​ຖ່ອມ​ຕົວ​ລົງ.

ນີ​ໄຟ​ໄດ້​ເຫັນ​ລ່ວງ​ໜ້າ​ວ່າ ຄວາມ​ທະ​ນົງ​ໃຈ​ຈະ​ເປັນ​ສາ​ເຫດ​ຂອງ​ຄວາມ​ພິ​ນາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ (ເບິ່ງ 1 ນີ​ໄຟ 12:19). ດັ່ງ​ນັ້ນ ມັນ​ຈຶ່ງ​ບໍ່​ແປກ​ເລີຍ​ທີ່​ນີ​ໄຟ​ໄດ້​ແບ່ງ​ປັນ​ຄຳ​ເຕືອນ​ຂອງ​ເອ​ຊາ​ຢາ​ຄືນ​ອີກ ກັບ​ຜູ້​ຄົນ​ຂອງ​ເພິ່ນ ເພື່ອ​ຕໍ່​ຕ້ານ​ກັບ​ຄວາມ​ທະ​ນົງ​ໃຈ. ໃນ ບົດ​ທີ 12 ແລະ 13, ໃຫ້​ຊອກ​ຫາ​ຖ້ອຍ​ຄຳ​ທີ່​ເອ​ຊາ​ຢາ​ໄດ້​ໃຊ້ ເພື່ອ​ບັນ​ຍາຍ​ເຖິງ​ຄວາມ​ທະ​ນົງ​ໃຈ, ດັ່ງ​ເຊັ່ນ ຄົນ​ຫຍິ່ງ​ຍະ​ໂສ ແລະ ຄົນ​ຈອງ​ຫອງ. ໃນ 2 ນີ​ໄຟ 15:1–24, ໃຫ້​ຊອກ​ຫາ​ພາ​ສາ​ທີ່​ເປັນ​ສັນ​ຍາ​ລັກ​ທີ່​ບັນ​ຍາຍ​ເຖິງ​ຜົນ​ສະ​ທ້ອນ​ຂອງ​ຄວາມ​ທະ​ນົງ​ໃຈ. ແລ້ວ​ທ່ານ​ອາດ​ພະ​ຍາ​ຍາມ​ສະ​ຫລຸບ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ດ້ວຍ​ຖ້ອຍ​ຄຳ​ຂອງ​ທ່ານ​ເອງ. ໃຫ້​ຄິດ​ກ່ຽວ​ກັບ​ວ່າ ທ່ານ​ຈະ​ເລືອກ​ເປັນ​ຄົນ​ຖ່ອມ​ຕົວ​ແນວ​ໃດ.

ເບິ່ງ “Chapter 18: Beware of Pride,Teachings of Presidents of the Church: Ezra Taft Benson (2014), 229–40 ນຳ​ອີກ.

2 ນີ​ໄຟ 12:2–3

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເອ​ຊາ​ຢາ​ໄດ້​ເອີ້ນ​ພຣະ​ວິ​ຫານ​ວ່າ​ເປັນ “ພູ​ທີ່​ເປັນ​ບ່ອນ​ຕັ້ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (2 ນີ​ໄຟ 12:2). ເປັນ​ຫຍັງ​ພູ​ຈຶ່ງ​ເປັນ​ສັນ​ຍາ​ລັກ​ທີ່​ດີ​ສຳ​ລັບ​ພຣະ​ວິ​ຫານ?

ທ່ານ​ຈະ​ອະ​ທິ​ບາຍ​ຕໍ່​ບາງ​ຄົນ​ແນວ​ໃດ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ພຣະ​ວິ​ຫານ? ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ຕອບ​ບາງ​ຢ່າງ​ທີ່​ເປັນ​ໄປ​ໄດ້​ຢູ່​ໃນ 2 ນີ​ໄຟ 12:2–3 ແລະ ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “The Temple and Your Spiritual Foundation” (Liahona, Nov. 2021, 93–96) ນຳ​ອີກ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ຮຽນ​ຮູ້ ແລະ ມີ​ປະ​ສົບ​ການ​ຫຍັງ​ແດ່​ຢູ່​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ? ທ່ານ​ໄດ້​ມີ​ປະ​ສົບ​ການ​ໃດ​ແດ່​ໃນ​ທີ່​ນັ້ນ?

ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ຖາມ​ການ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໄດ້​ຢູ່​ໃນ ໜ້າ 36–37 ຂອງ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ອ່ານ​ແຕ່​ລະ​ຄຳ​ຖາມ ແລະ ຖາມ​ຕົວ​ທ່ານ​ເອງ​ວ່າ, ຄຳ​ຖາມ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ມັນ​ຊ່ວຍ​ໃຫ້​ເຮົາ “ເດີນ​ຕາມ​ທາງ​ຂອງ​ພຣະ​ອົງ” ແນວ​ໃດ?

ເບິ່ງ Gospel Topics, “Temples,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68 ນຳ​ອີກ.

2 ນີ​ໄຟ 12–19

ພຣະ​ເຢ​ຊູ​ຄຣິດ​ຈະ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.

ເຖິງ​ແມ່ນ​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ຄວາມ​ຊົ່ວ​ຮ້າຍ, ແຕ່​ເອ​ຊາ​ຢາ​ກໍ​ຍັງ​ໄດ້​ເຫັນ​ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ພີ​ແຕ່​ລະ​ຂໍ້​ດັ່ງ​ຕໍ່​ໄປ​ນີ້. ຂຽນ​ຄວາມ​ຈິງ​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ທີ່​ພຣະ​ຄຳ​ພີ​ແຕ່​ລະ​ຂໍ້​ສິດ​ສອນ​ກ່ຽວ​ກັບ​ວັນ​ເວ​ລາ​ຂອງ​ເຮົາ: 2 ​ນີ​ໄຟ 12:1–5; 14:2–6; 15:20–26; 19:2–8. ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ແມ່ນ​ສຳ​ຄັນ​ສຳ​ລັບ​ເຮົາ​ທີ່​ຈະ​ເຂົ້າ​ໃຈ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ຊອກ​ຫາ​ແບບ​ແຜນ. ຢູ່​ໃນ​ພຣະ​ຄຳ​ພີ ເຮົາ​ສາ​ມາດ​ພົບ​ເຫັນ​ແບບ​ແຜນ ທີ່​ສະ​ແດງ​ແກ່​ເຮົາ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ. ຢູ່​ໃນ 2 ນີ​ໄຟ 11–19, ທ່ານ​ອາດ​ຊອກ​ຫາ​ແບບ​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຖິງ​ບາບ ແລະ ໃຫ້​ອະ​ໄພ​ຜູ້​ຄົນ​ທີ່​ກັບ​ໃຈ​ແນວ​ໃດ.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

2 ນີ​ໄຟ 12:2–3

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ວ່າ​ພຣະ​ວິ​ຫານ​ເປັນ “ພູ​ທີ່​ເປັນ​ບ່ອນ​ຕັ້ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ລູກໆ​ຂອງ​ທ່ານ​ອາດ​ມັກ​ທຳ​ທ່າ​ປີນ​ພູ​ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 12:2–3. ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ວະ​ລີ​ຕ່າງໆ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ບັນ​ຍາຍ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ພຣະ​ວິ​ຫານ.

  • ເພື່ອ​ສາ​ທິດ​ວະ​ລີ “ເດີນ​ຕາມ​ທາງ​ຂອງ​ພຣະ​ອົງ” ຈາກ 2 ນີ​ໄຟ 12:3, ທ່ານ​ສາ​ມາດ​ຈັດ​ເສັ້ນ​ທາງ​ຢູ່​ທີ່​ພື້ນ, ທີ່​ນຳ​ໄປ​ສູ່​ຮູບ​ພຣະ​ວິ​ຫານ. ຂະ​ນະ​ທີ່​ລູກໆ​ຂອງ​ທ່ານ​ຍ່າງ​ຢູ່​ໃນ​ເສັ້ນ​ທາງ, ພວກ​ເຂົາ​ສາ​ມາດ​ບອກ​ຊື່​ຂອງ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຈະ​ຍ່າງ​ຕາມ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຂອງ​ຕົວ​ພວກ​ເຂົາ​ເອງ​ກຳ​ລັງ​ໄປ​ພຣະ​ວິ​ຫານ. ພວກ​ເຂົາ​ສາ​ມາດ​ຮ້ອງ ຫລື ຟັງ​ເພງ​ທີ່​ກ່ຽວ​ກັບ​ພຣະ​ວິ​ຫານ​ນຳ​ອີກ, ດັ່ງ​ເຊັ່ນ “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68). ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ວະ​ລີ​ຢູ່​ໃນ​ບົດ​ເພງ​ທີ່​ສິດ​ສອນ​ວ່າ​ພຣະ​ວິ​ຫານ​ນັ້ນ​ຄື​ຫຍັງ ແລະ ວ່າ​ເຮົາ​ເຮັດ​ຫຍັງ​ຢູ່​ທີ່​ນັ້ນ.

2 ນີ​ໄຟ 11:4–7; 17:14; 19:6

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

  • ມີ​ຫລາຍ​ພຣະ​ນາມ​ສຳ​ລັບ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ 2 ນີ​ໄຟ 11:4–7; 17:14; 19:6. ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ ແລະ ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ນາມ​ເຫລົ່າ​ນັ້ນ​ໝາຍ​ເຖິງ. ຍົກ​ຕົວ​ຢ່າງ, “ພຣະ​ຄຣິດ” ໝາຍ​ຄວາມ​ວ່າ “ຜູ້​ທີ່​ຖືກ​ເຈີມ” ແລະ “ເອ​ມາ​ນູ​ເອນ” ໝາຍ​ຄວາມ​ວ່າ “ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຮົາ.” ພຣະ​ນາມ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?

  • ສາຍ​ສ່ວນ​ໃດ​ໜຶ່ງ​ຂອງ​ວິ​ດີ​ໂອ “The Christ Child” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້​ຄົນ​ຕ່າງໆ​ເຫັນ​ພຣະ​ເຢ​ຊູ​ເປັນ​ເທື່ອ​ທຳ​ອິດ. ຢຸດ​ວິ​ດີ​ໂອ​ບຶດ​ໜຶ່ງ​ລະ​ຫວ່າງ​ການ​ບັນ​ຍາຍ​ເຫລົ່າ​ນີ້, ແລະ ຖາມ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ຄົນ​ເຫລົ່າ​ນີ້​ອາດ​ໄດ້​ຮູ້​ສຶກ. ທ່ານ​ຈະ​ຮູ້​ສຶກ​ຫຍັງ​ແດ່​ຖ້າ​ຫາກ​ເຮົາ​ໄດ້​ຢູ່​ທີ່​ນັ້ນ? ເຮົາ​ຈະ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຮົາ​ເຫັນ​ພຣະ​ອົງ​ອີກ​ຄັ້ງ?

2 ນີ​ໄຟ 15:20

ຊາ​ຕານ​ພະ​ຍາ​ຍາມ​ເຮັດ​ໃຫ້​ເຮົາ​ສັບ​ສົນ​ກ່ຽວ​ກັບ​ຄວາມ​ດີ ແລະ ຄວາມ​ຊົ່ວ.

  • ສະ​ແດງ​ສິ່ງ​ທີ່​ຂົມ ຫລື ສົ້ມ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ, ດັ່ງ​ເຊັ່ນ​ປ່ຽງ​ໝາກ​ນາວ, ຢູ່​ໃນ​ເຈ້ຍ​ຫໍ່​ເຂົ້າ​ໜົມ. ອ່ານ 2 ນີ​ໄຟ 15:20 ນຳ​ກັນ. ຊາ​ຕານ​ພະ​ຍາ​ຍາມ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເບິ່ງ​ຄື​ວ່າ​ດີ​ແນວ​ໃດ? ທ່ານ​ກໍ​ສາ​ມາດ​ສາຍ 90 ວິ​ນາ​ທີ​ທຳ​ອິດ​ຂອງ​ວິ​ດີ​ໂອ “You Will Be Freed” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ອີກ. ເປັນ​ຫຍັງ​ຊາວ​ປະ​ມົງ​ຈຶ່ງ​ປອມ​ແປງ​ເບັດ​ຂອງ​ລາວ? ເປັນ​ຫຍັງ​ຊາ​ຕານ​ຈຶ່ງ​ປອມ​ແປງ​ບາບ? ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ຫລີກ​ລ້ຽງ​ຈາກ​ການ​ຖືກ​ຫລອກ​ໂດຍ​ຊາ​ຕານ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ວິ​ຫານ​ພາ​ນາ​ມາ​ຊີ​ທີ ພາ​ນາ​ມາ

ພຣະ​ວິ​ຫານ​ພາ​ນາ​ມາ​ຊີ​ທີ ພາ​ນາ​ມາ. “ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ເທິງ​ຈອມ​ພູ​ທັງ​ຫລາຍ, … ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຫລັ່ງ​ໄຫລ​ໄປ​ບ່ອນ​ນັ້ນ” (2 ນີ​ໄຟ 12:2).