ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 8–14 ເດືອນ​ເມ​ສາ: “ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ.” ຢາ​ໂຄບ 5–7


“ວັນ​ທີ 8–14 ເດືອນ​ເມ​ສາ: ‘ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ.’ ຢາ​ໂຄບ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 8–14 ເດືອນ​ເມ​ສາ: ຢາ​ໂຄບ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ເຮັດ​ວຽກ​ຢູ່​ໃນ​ສວນ​ໝາກ​ກອກ

Allegory of the Olive Tree [ຄຳ​ປຽບ​ທຽບ​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ], ໂດຍ ແບຣດ ເທຍ

ວັນ​ທີ 8–14 ເດືອນ​ເມ​ສາ: ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ

ຢາ​ໂຄບ 5–7

ມີ​ຫລາຍໆ​ຄົນ​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທື່ອ. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໜັກ​ໜ່ວງ​ກັບ​ພາ​ລະ​ເລື່ອງ​ການ​ເຕົ້າ​ໂຮມ​ເຂົາ​ເຈົ້າ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສິ່ງ​ທີ່​ຢາ​ໂຄບ​ໄດ້​ກ່າວ​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ​ໃນ ຢາ​ໂຄບ 5 ມີ​ຄຳ​ເຕືອນ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ ທີ່​ວ່າ: ສວນ​ອະ​ງຸ່ນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໄດ້​ມອບ​ສວນ​ຕອນ​ນ້ອຍ​ໃຫ້​ເຮົາ​ແຕ່​ລະ​ຄົນ ເພື່ອ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ—ຄອບ​ຄົວ​ຂອງ​ເຮົາ, ໝູ່​ເພື່ອນ​ຂອງ​ເຮົາ, ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ເຮົາ. ແລະ ບາງ​ເທື່ອ​ຄົນ​ທຳ​ອິດ​ທີ່​ເຮົາ​ຊ່ວຍ​ເຕົ້າ​ໂຮມ ແມ່ນ​ຕົວ​ເຮົາ​ເອງ. ແຕ່​ເຮົາ​ບໍ່​ເຄີຍ​ຢູ່​ຄົນ​ດຽວ​ໃນ​ວຽກ​ງານ​ນີ້, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ໄດ້​ທຳ​ງານ​ຄຽງ​ຂ້າງ​ຄົນ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ຢາ​ໂຄບ 5:72). ພຣະ​ເຈົ້າ​ຮູ້​ຈັກ ແລະ ຮັກ​ລູກໆ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຕຽມ​ທາງ​ສຳ​ລັບ​ເຂົາ​ເຈົ້າ​ແຕ່​ລະ​ຄົນ ເພື່ອ​ຈະ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ, ແມ່ນ​ແຕ່​ຜູ້​ທີ່​ປະ​ຕິ​ເສດ​ພຣະ​ອົງ ໃນ​ອະ​ດີດ (ເບິ່ງ ຢາ​ໂຄບ 4:15–18). ແລະ ແລ້ວ, ເມື່ອ​ວຽກ​ງານ​ສຳ​ເລັດ​ແລ້ວ, ທຸກ​ຄົນ​ທີ່​ໄດ້ “ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ກັບ [ພຣະ​ອົງ] … ຈະ​ມີ​ຄວາມ​ສຸກ​ກັບ [ພຣະ​ອົງ] ເພາະ​ໝາກ​ໄມ້​ໃນ​ສວນ​ອະ​ງຸ່ນ [ຂອງ​ພຣະ​ອົງ]” (ຢາ​ໂຄບ 5:75).

ເບິ່ງ “Jacob Teaches about the Gathering of Israel” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຢາ​ໂຄບ 5

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ.

ຢາ​ໂຄບ 5 ແມ່ນ​ເລື່ອງ​ລາວ​ທີ່​ມີ​ຄວາມ​ໝາຍ​ທາງ​ສັນ​ຍາ​ລັກ. ມັນ​ບັນ​ຍາຍ​ຕົ້ນ​ໄມ້ ແລະ ໝາກ​ໄມ້ ແລະ ຄົນ​ງານ, ແຕ່​ທີ່​ຈິງ​ແລ້ວ ມັນ​ເວົ້າ​ກ່ຽວ​ກັບ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕະ​ຫລອດ​ທັງ​ປະ​ຫວັດ​ສາດ. ດັ່ງ​ນັ້ນ ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ພື້ນ​ຖານ, ໃຫ້​ຄິດ​ວ່າ ບາງ​ຢ່າງ​ໃນ​ເລື່ອງ​ລາວ​ນີ້​ອາດ​ເປັນ​ສັນ​ຍາ​ລັກ​ເຖິງ​ຫຍັງ.

ຍົກ​ຕົວ​ຢ່າງ, ຖ້າ​ສວນ​ອະ​ງຸ່ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ໂລກ​ນີ້, ແລະ ຕົ້ນ​ໝາກ​ກອກ​ເທດ ເປັນ​ຕົວ​ແທນ​ໃຫ້​ແກ່​ອິດ​ສະ​ຣະ​ເອນ (ຫລື ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໄວ້​ກັບ​ພຣະ​ເຈົ້າ​ແລ້ວ; ເບິ່ງ ຢາ​ໂຄບ 5:3), ຕົ້ນ​ໝາກ​ກອກ​ປ່າ​ອາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຫຍັງ? ໝາກ​ທີ່​ດີ ແລະ ໝາກ​ທີ່​ບໍ່​ດີ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ໃດ? ທ່ານ​ເຫັນ​ສັນ​ຍາ​ລັກ​ອື່ນ​ໃດ​ແດ່?

ເຖິງ​ແມ່ນ​ວ່າ ຢາ​ໂຄບ 5 ສິດ​ສອນ​ກ່ຽວ​ກັບ​ຊົນ​ຊາດ ແລະ ສັດ​ຕະ​ວັດ​ຕ່າງໆ​ໃນ​ປະ​ຫວັດ​ສາດ​ໂລກ, ມັນ​ກໍ​ກ່ຽວ​ກັບ​ທ່ານ ແລະ ຊີ​ວິດ​ຂອງ​ທ່ານ​ເຊັ່ນ​ກັນ. ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ທ່ານ​ເອງ ຢູ່​ໃນ ຢາ​ໂຄບ 5?

ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ກໍ​ຄື, ຢາ​ໂຄບ 5 ແມ່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ຊອກ​ຫາ​ພຣະ​ອົງ​ຂະ​ນະ​ທີ່​ທ່ານ​ອ່ານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ, ຍົກ​ຕົວ​ຢ່າງ, ຢູ່​ໃນ ຂໍ້​ທີ 40–41, 46–47?

ສຳ​ລັບ​ຄວາມ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ ຢາ​ໂຄບ 5, ໃຫ້​ເບິ່ງ​ແຜນ​ພາບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້.

ຢາ​ໂຄບ 5:61–75

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ອອກ​ແຮງ​ກັບ​ພຣະ​ອົງ​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ.

“ຄົນ​ໃຊ້​ຜູ້​ອື່ນ” (ຢາ​ໂຄບ 5:70) ທີ່​ຖືກ​ເອີ້ນ​ໃຫ້​ເຮັດ​ວຽກ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ລວມ​ທັງ​ຜູ້​ຄົນ​ທີ່​ຄື​ກັນ​ກັບ​ທ່ານ. ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ຢາ​ໂຄບ 5, ໂດຍ​ສະ​ເພາະ ຂໍ້​ທີ 61–62 ແລະ 70–75, ກ່ຽວ​ກັບ​ການ​ເຮັດ​ວຽກ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ໂດຍ​ການ​ຊ່ວຍ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ?

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ​ເປັນ “ເທື່ອ​ສຸດ​ທ້າຍ,” ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ໃຫ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ “ດ້ວຍ​ກຳ​ລັງ​ຂອງ​ພວກ​ເຈົ້າ”? (ຢາ​ໂຄບ 5:71). ບາງ​ທີ​ທ່ານ​ສາ​ມາດ​ຄິດ​ເຖິງ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ທ່ານ ຊຶ່ງ​ທ່ານ​ໄດ້​ຮູ້​ສຶກ​ມີ​ຄວາມ​ສຸກ​ໃນ​ຂະ​ນະ​ທີ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ—ຍົກ​ຕົວ​ຢ່າງ, ຜ່ານ​ທາງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ການ​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ, ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ອື່ນໆ. ທ່ານ​ອາດ​ສາ​ມາດ​ສຳ​ຫລວດ​ຕົວ​ຢ່າງ​ຕ່າງໆ ທີ່​ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ໄດ້​ແບ່ງ​ປັນ​ໃນ​ຂ່າວ​ສານ​ຂອງ​ເພິ່ນ “Simply Beautiful—Beautifully Simple” (Liahona, Nov. 2021, 47–50).

ປະ​ທານ​ແນວ​ສັນ​ໄດ້​​ສິດ​ສອນ​ວ່າ: “ທຸກ​ເທື່ອ ທີ່​ທ່ານ​ເຮັດ ສິ່ງ ທີ່​ຊ່ວຍ ບາງ​ຄົນ—ຢູ່​ທັງ​ສອງ​ຟາກ​ມ່ານ—ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັບ​ເອົາ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ທີ່​ຈຳ​ເປັນ, ແລ້ວ​ທ່ານ​ກໍ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ມັນ​ງ່າຍໆ​ແບບ​ນັ້ນ.” (“Hope of Israel” [worldwide youth devotional, June 3, 2018], ChurchofJesusChrist.org). ໃຫ້​ຄິດ​ທີ່​ຈະ​ເລີ່ມ​ຂຽນ​ລາຍ​ການ​ແນວ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣະ​ເອນ. ຈາກ​ລາຍ​ການ​ຂອງ​ທ່ານ, ທ່ານ​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ທ່ານ​ເຮັດ​ສິ່ງ​ໃດ​ໃນ​ມື້​ນີ້ ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ? ອີງ​ຕາມ ຂໍ້​ທີ 75, ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ລາງ​ວັນ​ແກ່​ເຮົາ​ສຳ​ລັບ​ການ​ຮັບ​ໃຊ້​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50; “Old Testament Olive Vineyard” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Gathering Israel,” “Inviting All to Receive the Gospel of Jesus Christ,” “Participating in Temple and Family History Work,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ສິດ​ສອນ​ຄໍາ​ສອນ. ໃຫ້​ແນ່​ໃຈ​ວ່າ ການ​ສົນ​ທະ​ນາ​ຂອງ​ທ່ານ​ສຸມ​ໃສ່​ຄຳ​ສອນ​ທີ່​ເປັນ​ພື້ນ​ຖານ​ໃນ​ພຣະ​ຄຳ​ພີ. ພວກ​ທ່ານ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ໂດຍ​ການ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ ແລະ ຈາກ​ນັ້ນ​ກໍ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ພວກ​ທ່ານ​ພົບ​ເຫັນ​ໃຫ້​ກັນ​ແລະ​ກັນ, ພ້ອມ​ທັງ​ປະ​ສົບ​ການ​ຕ່າງໆ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ເຫລົ່າ​ນັ້ນ.

ຢາ​ໂຄບ 6:4–5

ພຣະ​ຜູ້​ເປັນ​ເຈົ້າ​ຈື່​ຈຳ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ.

ອີກ​ຄວາມ​ໝາຍ​ໜຶ່ງ​ຂອງ​ຄຳ​ວ່າ ສະ​ໜິດ ແມ່ນ​ການ​ຍຶດ​ໝັ້ນ ຫລື ຍຶດ​ຕິດ​ກັບ​ບາງ​ສິ່ງ​ຢ່າງ​ໝັ້ນ​ຄົງ, ຢ່າງ​ໃກ້​ຊິດ, ແລະ ຢ່າງ​ບໍ່​ຫວັ່ນ​ໄຫວ. ຄຳ​ນິ​ຍາມ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ເຂົ້າ​ໃຈ ຢາ​ໂຄບ 6:4–5 ແນວ​ໃດ? ໃນ​ເລື່ອງ​ລາວ​ຂອງ​ຕົ້ນ​ໝາກ​ກອກ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ໄດ້​ຍື່ນ “ແຂນ​ແຫ່ງ​ຄວາມ​ເມດ​ຕາ” ອອກ​ມາ​ແນວ​ໃດ? (ເບິ່ງ, ຍົກ​ຕົວ​ຢ່າງ, ຢາ​ໂຄບ 5:47, 51, 60–61, 71–72). ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນີ້​ສຳ​ລັບ​ທ່ານ​ແນວ​ໃດ?

ຢາ​ໂຄບ 7:1–23

ເຮົາ​ສາ​ມາດ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ເມື່ອ​ຄົນ​ອື່ນ​ທ້າ​ທາຍ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ປະ​ສົບ​ການ​ຂອງ​ຊາວ​ນີ​ໄຟ​ນຳ​ເຊ​ເຣັມ ມັກ​ຈະ​ຊໍ້າ​ຮອຍ​ໃນ​ທຸກ​ວັນ​ນີ້: ຜູ້​ຄົນ​ກຳ​ລັງ​ພະ​ຍາ​ຍາມ​ທຳ​ລາຍ​ສັດ​ທາ​ໃນ​ພຣະ​ຄຣິດ. ຢາ​ໂຄບ​ຕອບ​ຮັບ​ແນວ​ໃດ ເມື່ອ​ສັດ​ທາ​ຂອງ​ເພິ່ນ​ຖືກ​ໂຈມ​ຕີ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ຕອບ​ຮັບ​ຂອງ​ເພິ່ນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ໃນ​ເວ​ລາ​ນີ້ ເພື່ອ​ກະ​ກຽມ​ສຳ​ລັບ​ເວ​ລາ​ທີ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຖືກ​ທ້າ​ທາຍ?

ເບິ່ງ Jeffrey R. Holland, “The Cost—and Blessings—of Discipleship,” Ensign ຫລື Liahona, May 2014, 6–9; “Sherem Denies Christ” (ວິດີໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຢາ​ໂຄບ 5

ພຣະ​ຜູ້​ເປັນ​ເຈົ້າ​ຫ່ວງ​ໃຍ​ຜູ້​ຄົນ​ຂອງ​ພຣະ​ອົງ.

  • ທ່ານ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ຕົ້ນ​ໝາກ​ກອກ​ໃນ​ວິ​ທີ​ທີ່​ລູກໆ​ຂອງ​ທ່ານ​ສາ​ມາດ​ເຂົ້າ​ໃຈ​ໄດ້​ແນວ​ໃດ? ວິ​ທີ​ໜຶ່ງ​ແມ່ນ​ການ​ຍ່າງ​ອອກ​ໄປ​ທາງ​ນອກ​ເພື່ອ​ເບິ່ງ​ຕົ້ນ​ໄມ້​ຕົ້ນ​ໜຶ່ງ ແລະ ທົບ​ທວນ​ປະ​ເດັນ​ຫລັກ​ຂອງ​ເລື່ອງ​ລາວ​ນັ້ນ​ແບບ​ຫຍໍ້ໆ. ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ໄດ້​ເຮັດ​ຫຍັງ​ຕໍ່​ຕົ້ນ​ໄມ້​ຂອງ​ພຣະ​ອົງ? ເຮົາ​ຈະ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ຄົນ​ງານ​ໃນ​ເລື່ອງ​ລາວ​ນັ້ນ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ?

  • ຢາ​ໂຄບ​ໄດ້​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ຕົ້ນ​ໝາກ​ກອກ ເພື່ອ​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ. ເລື່ອງ​ລາວ​ສາ​ມາດ​ເຮັດ​ຢ່າງ​ດຽວ​ກັນ​ສຳ​ລັບ​ລູກໆ​ຂອງ​ທ່ານ. ບາງ​ທີ ທ່ານ​ກໍ​ສາ​ມາດ​ສະ​ຫລຸບ​ເລື່ອງ​ລາວ​ກັບ​ຂໍ້​ພຣະ​ຄຳ​ພີ​ຕ່າງໆ​ເຊັ່ນ: ຢາ​ໂຄບ 5:3–4, 28–29, 47, ແລະ 70–72 (ເບິ່ງ “Old Testament Olive Vineyard” [ວິ​ດີ​ໂອ], ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ). ແລ້ວ​ທ່ານ ຫລື ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ຢາ​ໂຄບ 5:11, 41, 47, ແລະ 72, ເພື່ອ​ຊອກ​ຫາ​ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ (ພຣະ​ເຢ​ຊູ​ຄຣິດ) ຫ່ວງ​ໃຍ​ຕົ້ນ​ໄມ້​ເຫລົ່າ​ນັ້ນ​ສໍ່າ​ໃດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ອົງ​ຫ່ວງ​ໃຍ​ພວກ​ເຮົາ?

ຢາ​ໂຄບ 6:4–5

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຮົາ ແລະ ຈະ​ໃຫ້​ອະ​ໄພ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ.

  • ຢາ​ໂຄບ 6:4–5 ມີ​ຂ່າວ​ສານ​ສຳ​ຄັນ​ສຳ​ລັບ​ເຮົາ ເມື່ອ​ເຮົາ​ເລືອກ​ທາງ​ທີ່​ຜິດ. ບາງ​ເທື່ອ​ທ່ານ​ກໍ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ມັນ. ຖ້ອຍ​ຄຳ​ໃດ​ແດ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ໃຫ້​ຄວາມ​ຫວັງ​ໃນ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ເຈົ້າ​ແກ່​ເຮົາ? ເລື່ອງ​ລາວ​ຂອງ ແອວ​ເດີ ອາ​ເລັນ ດີ ເຮ​ນີ ກ່ຽວ​ກັບ​ການ​ເຮັດ​ໃຫ້​ຕົວ​ເອງ​ເປື້ອນ​ໃນ​ກອງ​ຕົມ, ໃນ​ຂ່າວ​ສານ​ຂອງ​ເພິ່ນ “Remembering in Whom We Have Trusted” (Liahona, Nov. 2015, 121–22), ອາດ​ຊ່ວຍ​ໄດ້. ເລື່ອງ​ລາວ​ນີ້ ແລະ ຢາ​ໂຄບ 6:4–5 ສິດ​ສອນ​ເຮົາ​ກ່ຽວ​ກັບ​ສິ່ງ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ ເພື່ອ​ທີ່​ຈະ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ?

ຢາ​ໂຄບ 7:1–23

ເຮົາ​ສາ​ມາດ​ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນ​ຄວາມ​ຈິງ.

  • ທ່ານ​ຈະ​ສາ​ມາດ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ຢືນ​ຢັດ​ເພື່ອ​ຄວາມ​ຈິງ​ເໝືອນ​ດັ່ງ​ທີ່​ຢາ​ໂຄບ​ໄດ້​ເຮັດ​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “Chapter 10: Jacob and Sherem” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ແລະ ສະ​ແດງ​ບົດ​ບາດ​ການ​ປະ​ຕິ​ສຳ​ພັນ​ລະ​ຫວ່າງ​ຢາ​ໂຄບ ແລະ ເຊ​ເຣັມ, ໂດຍ​ໃຊ້ ຢາ​ໂຄບ 7:1–23 ເປັນ​ແນວ​ທາງ. ຢາ​ໂຄບ​ໄດ້​ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ເພິ່ນ​ຮູ້​ວ່າ​ຖືກ​ຕ້ອງ​ແນວ​ໃດ? ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ແບ່ງ​ປັນ​ປະ​ສົບ​ການ​ຕ່າງໆ ຕອນ​ທີ່​ພວກ​ເຂົາ​ໄດ້​ຢືນ​ຢັດ​ເພື່ອ​ສິ່ງ​ທີ່​ຖືກ​ຕ້ອງ, ຫລື ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ເອງ. ບາງ​ທີ ພວກ​ເຂົາ​ກໍ​ສາ​ມາດ​ຮ້ອງ​ເພງ​ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ກ້າ​ຫານ​ຄື​ກັນ​ກັບ​ຢາ​ໂຄບ, ເຊັ່ນ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.