ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 15–21 ເດືອນ​ເມ​ສາ: “ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.” ເອ​ໂນດ–ຄຳ​ຂອງ​ມໍ​ມອນ


“ວັນ​ທີ 15–21 ເດືອນ​ເມ​ສາ: ‘ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.’ ເອ​ໂນດ–ຄຳ​ຂອງ​ມໍ​ມອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 15–21 ເດືອນ​ເມ​ສາ. ເອ​ໂນດ–ຄຳ​ຂອງ​ມໍ​ມອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ເອ​ໂນດ​ຕອນ​ຍັງ​ນ້ອຍ​ກັບ​ຢາ​ໂຄບ​ພໍ່​ຂອງ​ເພິ່ນ, ແລະ ແມ່

Jacob and Enos [ຢາ​ໂຄບ ແລະ ເອ​ໂນດ], ໂດຍ ສະ​ກາດ ສະ​ໂນ

ວັນ​ທີ 15–21 ເດືອນ​ເມ​ສາ: “ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ”

ເອ​ໂນດ–ຄຳ​ຂອງ​ມໍ​ມອນ

ເຖິງ​ແມ່ນ​ວ່າ​ເອ​ໂນດ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ລ່າ​ສັດ ໃນ​ການ​ຕອບ​ສະ​ໜອງ​ຄວາມ​ຫິວ​ໂຫຍ​ທາງ​ຮ່າງ​ກາຍ, ແຕ່​ເພິ່ນ​ກັບ​ຢູ່​ໃນ​ນັ້ນ​ໝົດ​ມື້​ຈົນ​ຄ່ຳ ຍ້ອນ​ວ່າ “ຈິດ​ວິນ​ຍານ​ຂອງ​ເພິ່ນ​ຫິວ​ໂຫຍ.” ການ​ຫິວ​ໂຫຍ​ນີ້​ໄດ້​ເຮັດ​ໃຫ້​ເອ​ໂນດ “ເປັ່ງ​ສຽງ [ຂອງ​ເພິ່ນ] ຂຶ້ນ​ເຖິງ​ຟ້າ​ສະ​ຫວັນ.” ເພິ່ນ​ໄດ້​ບັນ​ຍາຍ​ປະ​ສົບ​ການ​ນີ້​ວ່າ​ເປັນ “ການ​ຕໍ່​ສູ້” ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ (ເບິ່ງ ເອ​ໂນດ 1:2–4; ເນັ້ນ​ຄຳ​ເນີ້ງ). ຈາກ​ເອ​ໂນດ ເຮົາ​ຮຽນ​ຮູ້​ວ່າ ການ​ອະ​ທິ​ຖານ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ​ເພື່ອ​ຈະ​ໄດ້​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ເມື່ອ​ທ່ານ​ອະ​ທິ​ຖານ​ດ້ວຍ​ເຈດ​ຕະ​ນາ, ສ່ວນ​ຫລາຍ​ແລ້ວ​ທ່ານ​ຈະ​ຄົ້ນ​ພົບ, ດັ່ງ​ທີ່​ເອ​ໂນດ​ໄດ້​ຄົ້ນ​ພົບ, ວ່າ​ພຣະ​ເຈົ້າ​ໄດ້​ຍິນ​ທ່ານ ແລະ ຫ່ວງ​ໃຍ​ທ່ານ, ຄົນ​ທີ່​ທ່ານ​ຮັກ, ແລະ ແມ່ນ​ແຕ່​ສັດ​ຕູ​ຂອງ​ທ່ານ​ແທ້ໆ (ເບິ່ງ ເອ​ໂນດ 1:4–17). ເມື່ອ​ທ່ານ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ໄດ້​ດີ​ກວ່າ​ເກົ່າ. ຄື​ກັນ​ກັບ​ມໍ​ມອນ, ທ່ານ​ອາດ “ບໍ່​ຮູ້​ຈັກ​ໝົດ​ທຸກ​ເລື່ອງ; ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ທຸກ​ເລື່ອງ … ; ສະ​ນັ້ນ, ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ [ທ່ານ] ເພື່ອ​ໃຫ້​ມັນ​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ” (ຄຳ​ຂອງ​ມໍ​ມອນ 1:7).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ເອ​ໂນດ 1:1–17

ພຣະ​ເຈົ້າ​ຈະ​ປິ່ນ​ປົວ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

ປະ​ສົບ​ການ​ຂອງ​ທ່ານ​ກັບ​ການ​ອະ​ທິ​ຖານ​ອາດ​ບໍ່​ຕື່ນ​ເຕັ້ນ​ຫລາຍ​ກວ່າ​ຂອງ​ເອ​ໂນດ, ແຕ່​ມັນ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ໝາຍ​ໜ້ອຍ​ກວ່າ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ເພື່ອ​ໃຫ້​ຄິດ​ເບິ່ງ​ໃນ ຂະ​ນະ​ທີ່​ທ່ານ​ສຶກ​ສາ ເອ​ໂນດ 1:1–17:

  • ຄຳ​ໃດ​ທີ່​ບັນ​ຍາຍ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ເອ​ໂນດ ຂະ​ນະ​ທີ່​ເພິ່ນ​ອະ​ທິ​ຖານ?

  • ການ​ອະ​ທິ​ຖານ​ຂອງ​ເອ​ໂນດ​ປ່ຽນ​ແປງ​ຈາກ ຂໍ້​ທີ 4 ເຖິງ 11 ແນວ​ໃດ?

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເອ​ໂນດ ທີ່​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ປັບ​ປຸງ​ການ​ອະ​ທິ​ຖານ​ຂອງ​ເຮົາ?

ເບິ່ງ “Enos Prays Mightily” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ອະ​ທິ​ຖານ​ຄອບ​ຄົວ,” Hymns, 73 ນຳ​ອີກ.

ການ​ແບ່ງ​ປັນ​ຄຳ​ຖາມ​ສົນ​ທະ​ນາ. ຖ້າ​ຫາກ​ທ່ານ​ສິດ​ສອນ​ຄົນ​ອື່ນ, ໃຫ້​ຄິດ​ທີ່​ຈະ​ວາງ​ຄຳ​ຖາມ​ທີ່​ທ່ານ​ຕ້ອງ​ການ​ສົນ​ທະ​ນາ ໄວ້​ບ່ອນ​ທີ່​ທຸກ​ຄົນ​ສາ​ມາດ​ຫລຽວ​ເຫັນ​ໄດ້​ງ່າຍ. ສິ່ງ​ນີ້​ຊ່ວຍ​ໃຫ້​ຜູ້​ຄົນ​ໄຕ່​ຕອງ​ຄຳ​ຖາມ ແລະ ໃຫ້​ຄຳ​ຕອບ​ທີ່​ດົນ​ໃຈ​ໄດ້.

ເອ​ໂນດ 1:1–4

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຮົາ ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ຂອງ​ເຮົາ.

ບາງ​ທີ​ອາດ​ມີ​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ທ່ານ ທີ່​ທ່ານ​ປາດ​ຖະ​ໜາ​ໃຫ້​ມາ​ຫາ​ພຣະ​ຄຣິດ, ແຕ່​ທ່ານ​ສົງ​ໄສ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ຫລື​ບໍ່. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ເອ​ໂນດ 1:1–4 ກ່ຽວ​ກັບ​ອິດ​ທິ​ພົນ​ຂອງ​ຢາ​ໂຄບ​ຕໍ່​ເອ​ໂນດ​ລູກ​ຊາຍ​ຂອງ​ເພິ່ນ? ຍົກ​ຕົວ​ຢ່າງ, ວະ​ລີ​ທີ່​ວ່າ “ການ​ລ້ຽງ​ດູ ແລະ ການ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? ທ່ານ​ຈະ​ສາ​ມາດ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃນ​ບ້ານ​ຂອງ​ທ່ານ​ໄດ້​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ທ່ານ​ເອງ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ ແລະ ແຫລ່ງ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້:

ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ແບ່ງ​ປັນ​ຄຳ​ແນະ​ນຳ​ທີ່​ເປັນ​ປະ​ໂຫຍດ​ສຳ​ລັບ​ຄອບ​ຄົວ ຢູ່​ໃນ “In Praise of Those Who Save” (Ensign ຫລື Liahona, May 2016, 77–80). ຂ່າວ​ສານ​ຂອງ​ເພິ່ນ​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ? (ເບິ່ງ ໂດຍ​ສະ​ເພາະ​ພາກ​ສ່ວນ​ກ້ອງ​ຫົວ​ຂໍ້ “Saving Our Families”).

ເບິ່ງ Gospel Topics, “Family,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Home and Family—Through Small Things” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ເອ​ໂນດ 1:1–18

ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ.

ບາງ​ຄັ້ງ​ທ່ານ​ອາດ​ສົງ​ໄສ​ວ່າ ບາບ​ຂອງ​ທ່ານ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ​ຫລື​ບໍ່, ເຖິງ​ແມ່ນ​ຫລັງ​ຈາກ​ທ່ານ​ໄດ້​ກັບ​ໃຈ​ຈາກ​ບາບ​ເຫລົ່າ​ນັ້ນ​ແລ້ວ. ທ່ານ​ໄດ້​ຮັບ​ຄວາມ​ຮູ້​ໃດ​ແດ່​ຈາກ​ປະ​ສົບ​ການ​ຂອງ​ເອ​ໂນດ​ໃນ ເອ​ໂນດ 1:1–8? ເອ​ໂນດ​ໄດ້​ສະ​ແດງ​ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ເຢ​ຊູ​ຄຣິດ ກ່ອນ ແລະ ຫລັງ​ຈາກ​ເພິ່ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແນວ​ໃດ?

ເຈ​ຣອມ–ອອມ​ໄນ

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ.

ໜັງ​ສື​ເຈ​ຣອມ ແລະ ອອມ​ໄນ ທັງ​ສອງ​ບັນ​ຍາຍ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຄວາມ​ຊອບ​ທຳ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ເຈ​ຣອມ 1:7–12; ອອມ​ໄນ 1:5–7, 12–18? ຄຳ​ນິ​ຍາມ​ຂອງ​ໂລກ​ກ່ຽວ​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແຕກ​ຕ່າງ​ຈາກ​ຄຳ​ນິ​ຍາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ເລີນ​ຮຸ່ງ​ເຮືອງ​ແນວ​ໃດ? (ເບິ່ງ ແອວ​ມາ 37:13; 48:15–16).

ອອມ​ໄນ 1:25–26

“ມາ​ຫາ​ພຣະ​ຄຣິດ, ຜູ້​ເປັນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ.”

ຄຳ​ເຊື້ອ​ເຊີນ​ໃຫ້ “ມາ​ຫາ​ພຣະ​ຄຣິດ” ປະ​ກົດ​ເລື້ອຍໆ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຕາມ​ຄວາມ​ຈິງ​ແລ້ວ, ຈຸດ​ປະ​ສົງ​ຫລັກ​ຢ່າງ​ໜຶ່ງ​ຂອງ​ໜັງ​ສື​ເຫລັ້ມ​ນີ້​ຄື​ເພື່ອ​ເຊື້ອ​ເຊີນ​ທຸກ​ຄົນ. ຂະ​ນະ​ທີ່​ທ່ານ​ອ່ານ ອອມ​ໄນ 1:25–26, ຄຳ​ໃດ ຫລື ວະ​ລີ​ໃດ​ທີ່​ທ່ານ​ພົບ​ເຫັນ ທີ່​ບັນ​ຍາຍ​ວິ​ທີ​ທີ່​ພາ​ມາ​ຫາ​ພຣະ​ຄຣິດ? ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ມາ​ຫາ​ພຣະ​ອົງ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ?

ຮູບ​ພາບ
ມໍ​ມອນ​ກຳ​ລັງ​ຮວບ​ຮວມ​ແຜ່ນ​ຈາ​ລຶກ​ຄຳ

Mormon Compiling the Plates [ມໍ​ມອນ​ກຳ​ລັງ​ຮວບ​ຮວມ​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ໂຮ​ເຮ ໂກ​ໂກ

ຄຳ​ຂອງ​ມໍ​ມອນ 1:1–8

ພຣະ​ເຈົ້າ​ຈະ​ທຳ​ງານ​ຜ່ານ​ທາງ​ເຮົາ ເມື່ອ​ເຮົາ​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ອົງ.

ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ມໍ​ມອນ​ໃຫ້​ລວມ​ແຜ່ນ​ຈາ​ລຶກ​ນ້ອຍ​ຂອງ​ນີ​ໄຟ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຄື ຍ້ອນ​ພຣະ​ເຈົ້າ​ຮູ້​ວ່າ ​ການ​ແປ 116 ໜ້າ​ຈະ​ສູນ​ຫາຍ​ໄປ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10; Saints, volume 1, chapter 5). ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ທີ່​ມໍ​ມອນ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ລວມ​ການ​ຂຽນ​ເຫລົ່າ​ນີ້​ໃສ່​ນຳ (ລວມ​ດ້ວຍ 1 ນີ​ໄຟ ເຖິງ ອອມ​ໄນ)? ມໍ​ມອນ​ມີ​ເຫດ​ຜົນ​ໃດ​ແດ່​ທີ່​ໄດ້​ລວມ​ໜັງ​ສື​ເຫລົ່າ​ນີ້​ໄວ້​ນຳ? (ເບິ່ງ ຄຳ​ຂອງ​ມໍ​ມອນ 1:3–7). ທ່ານ​ໄດ້​ເຫັນ​ພຣະ​ເຈົ້າ​ກະ​ທຳ​ວຽກ​ງານ​ຜ່ານ​ທາງ​ຕົວ​ທ່ານ ຫລື ຄົນ​ອື່ນໆ​ເມື່ອ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເອ​ໂນດ 1:1–5

ເຮົາ​ສາ​ມາດ​ເວົ້າ​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜ່ານ​ທາງ​ການ​ອະ​ທິ​ຖານ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ເຮັດ​ໃຫ້​ການ​ອະ​ທິ​ຖານ​ຂອງ​ພວກ​ເຂົາ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ​ທີ່​ເອ​ໂນດ​ກຳ​ລັງ​ອະ​ທິ​ຖານ​ໃຫ້​ພວກ​ເຂົາ​ເບິ່ງ; ປ່ອຍ​ໃຫ້​ພວກ​ເຂົາ​ບັນ​ຍາຍ​ສິ່ງ​ທີ່​ພວກ​ເຂົາ​ເຫັນ. ແລ້ວ​ພວກ​ເຂົາ​ສາ​ມາດ​ຫລັບ​ຕາ ແລະ ຈິນ​ຕະ​ນາ​ການ​ວ່າ​ພວກ​ເຂົາ​ກຳ​ລັງ​ເວົ້າ​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໜ້າ​ຕໍ່​ໜ້າ. ພວກ​ເຂົາ​ຢາກ​ເວົ້າ​ກ່ຽວ​ກັບ​ຫຍັງ? ພຣະ​ອົງ​ອາດ​ຢາກ​ກ່າວ​ຫຍັງ​ກັບ​ພວກ​ເຂົາ?

  • ຂະ​ນະ​ທີ່​ທ່ານ​ອ່ານ ເອ​ໂນດ 1:1–5, ລູກ​ຜູ້​ນ້ອຍ​ສາ​ມາດ​ທຳ​ທ່າ​ເປັນ​ເອ​ໂນດ ໂດຍ​ສະ​ແດງ​ການ​ອອກ​ລ່າ​ສັດ, ຄຸ​ເຂົ່າ​ອະ​ທິ​ຖານ, ແລະ ອື່ນໆ. ລູກ​ຜູ້​ໃຫຍ່​ສາ​ມາດ​ຕັ້ງ​ໃຈ​ຟັງ​ຂໍ້​ຄວາມ ຫລື ວະ​ລີ​ທີ່​ບັນ​ຍາຍ​ຄຳ​ອະ​ທິ​ຖານ​ຂອງ​ເອ​ໂນດ. ຂໍ້​ຄວາມ​ເຫລົ່າ​ນີ້​ບອກ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ຂອງ​ເອ​ໂນດ? ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ຈິດ​ວິນ​ຍານ​ຂອງ​ທ່ານ “ຫິວ​ໂຫຍ” ແລະ ທ່ານ “ອ້ອນ​ວອນ​ຕໍ່” ພຣະ​ຜູ້​ເປັນ​ເຈົ້າ (ເອ​ໂນດ 1:4).

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ

ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ເອ​ໂນດ 1:2–16

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ຂຽນ​ບາງ​ສິ່ງ​ທີ່​ພວກ​ເຂົາ​ມັກ​ອະ​ທິ​ຖານ​ກ່ຽວ​ກັບ. ແລ້ວ​ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ເຫັນ​ສິ່ງ​ທີ່​ເອ​ໂນດ​ອະ​ທິ​ຖານ​ກ່ຽວ​ກັບ​ໃນ ເອ​ໂນດ 1:2, 9, 13–14, ແລະ 16 (ເບິ່ງ “ບົດ​ທີ 11: ເອ​ໂນດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 30–31).

    ແມ່ນ​ຫຍັງ​ຄື​ຜົນ​ຮັບ​ຂອງ​ການ​ອະ​ທິ​ຖານ​ຂອງ​ເອ​ໂນດ? (ເບິ່ງ ຂໍ້​ທີ 6, 9, 11).

    ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ເອ​ໂນດ​ກ່ຽວ​ກັບ​ວິ​ທີ​ປັບ​ປຸງ​ການ​ອະ​ທິ​ຖານ​ຂອງ​ເຮົາ?

  • ຮ້ອງ​ເພງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ນຳ​ກັນ, ດັ່ງ​ເຊັ່ນ “ອະ​ທິ​ຖານ​ແລ້ວ​ບໍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 52). ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ຍົກ​ມື​ຂຶ້ນ​ທຸກ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ “ອະ​ທິ​ຖານ” ຫລື “ການ​ອະ​ທິ​ຖານ” ຫລື ຄຳ​ອື່ນ​ທີ່​ກ່າວ​ຊ້ຳໆ. ບອກ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ບາງ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ.

ຄຳ​ຂອງ​ມໍ​ມອນ 1:3–8

ເຮົາ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ມໍ​ມອນ​ໄດ້​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ໃຫ້​ລວມ​ແຜ່ນ​ຈາ​ລຶກ​ນ້ອຍ​ຂອງ​ນີ​ໄຟ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສຶກ​ສາ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ມາ​ໃນ​ປີ​ນີ້ ໄດ້​ມາ​ສູ່​ເຮົາ​ຍ້ອນ​ມໍ​ມອນ​ໄດ້​ເລືອກ​ເຊື່ອ​ຟັງ​ຕາມ​ພຣະ​ວິນ​ຍານ. ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເຊື່ອ​ຟັງ​ພຣະ​ວິນ​ຍານ​ໄດ້​ແນວ​ໃດ? ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ປ່ຽນ​ຜຽນ​ກັນ​ອ່ານ​ຂໍ້​ຕ່າງໆ​ຈາກ ຄຳ​ຂອງ​ມໍ​ມອນ 1:3–8. ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້​ຈາກ​ແຕ່​ລະ​ຂໍ້. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ:

    • ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ປີ​ນີ້ (ຮູບ​ພາບ​ຈາກ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ຈື່​ຈຳ​ໄດ້).

    • ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ກັນ, ດັ່ງ​ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30).

    • ເວົ້າ​ລົມ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ ຊຶ່ງ​ໃນ​ນັ້ນ​ພວກ​ເຂົາ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ​ເພື່ອ​ເຮັດ​ບາງ​ສິ່ງ​ທີ່​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ອະ​ທິ​ຖານ

Enos Praying [ເອ​ໂນດ​ກຳ​ລັງ​ອະ​ທິ​ຖານ], ໂດຍ ຣໍ​ເບີດ ທີ ແບ​ແຣັດ