ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 1–7 ເດືອນ​ເມ​ສາ: “ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.” ຢາ​ໂຄບ 1–4


“ວັນ​ທີ 1–7 ເດືອນ​ເມ​ສາ: ‘ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.’ ຢາ​ໂຄບ 1–4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 1–7 ເດືອນ​ເມ​ສາ. ຢາ​ໂຄບ 1–4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ທີ່​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ

Forgiven [ຖືກ​ໃຫ້​ອະ​ໄພ], ໂດຍ ກະ​ເຣກ ເຄ ອໍ​ເຊັນ. ຖືກ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ. www.GregOlsen.com

ວັນ​ທີ 1–7 ເດືອນ​ເມ​ສາ: ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ

ຢາ​ໂຄບ 1–4

ຊາວ​ນີ​ໄຟ​ນັບ​ຖື​ວ່າ ນີ​ໄຟ​ເປັນ “ຜູ້​ປົກ​ປັກ​ຮັກ​ສາ​ທີ່​ຍິ່ງ​ໃຫຍ່” ຂອງ​ພວກ​ເຂົາ (ເບິ່ງ ຢາ​ໂຄບ 1:10). ເພິ່ນ​ຍັງ​ປົກ​ປ້ອງ​ພວກ​ເຂົາ​ຈາກ​ໄພ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ນຳ​ອີກ, ເຕືອນ​ພວກ​ເຂົາ​ຈາກ​ບາບ ແລະ ຮຽກ​ຮ້ອງ​ພວກ​ເຂົາ​ໃຫ້​ມາ​ຫາ​ພຣະ​ຄຣິດ. ບັດ​ນີ້ ວຽກ​ງານ​ນັ້ນ​ໄດ້​ຕົກ​ຢູ່​ທີ່​ຢາ​ໂຄບ, ຜູ້​ທີ່​ນີ​ໄຟ​ໄດ້​ອຸ​ທິດ​ຖວາຍ​ໃຫ້​ເປັນ​ປະ​ໂລ​ຫິດ ແລະ ເປັນ​ຄູ​ສອນ (ເບິ່ງ ຢາ​ໂຄບ 1:18). ຢາ​ໂຄບ​ຮູ້​ສຶກ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຕ້ອງ​ເຕືອນ​ຜູ້​ທີ່ “ເລີ່ມ​ຕົ້ນ​ອອກ​ແຮງ​ງານ​ໃນ​ບາບ” ຢ່າງ​ກ້າ​ຫານ ຂະ​ນະ​ທີ່​ປອບ​ໂຍນ “ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ” ຂອງ​ຜູ້​ທີ່​ໄດ້​ຮັບ​ຄວາມ​ເຈັບ​ປວດ​ຈາກ​ບາບ​ຂອງ​ຄົນ​ອື່ນ (ເບິ່ງ ຢາ​ໂຄບ 2:5–9). ເພິ່ນ​ເຮັດ​ທັງ​ສອງ​ຢ່າງ​ໄດ້​ແນວ​ໃດ? ເພິ່ນ​ໄດ້​ຊີ້​ໃຫ້​ພວກ​ເຂົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ—ຍ້ອນ​ວ່າ​ທັງ​ສອງ​ກຸ່ມ​ຕ້ອງ​ການ​ການ​ປິ່ນ​ປົວ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ຢາ​ໂຄບ 4). ເຊັ່ນ​ດຽວ​ກັບ​ຂ່າວ​ສານ​ຂອງ​ນີ​ໄຟ​ກ່ອນ​ເພິ່ນ, ປະ​ຈັກ​ພະ​ຍານ​ຂອງ​ຢາ​ໂຄບ​ເປັນ​ການ​ເອີ້ນ​ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ] ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ” (ຢາ​ໂຄບ 4:11).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຢາ​ໂຄບ 1:6–8, 15–19; 2:1–11

ເຮົາ​ມີ “ວຽກ​ງານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.”

ສຳ​ລັບ​ຢາ​ໂຄບ​ແລ້ວ, ການ​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແມ່ນ “ວຽກ​ງານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ,” ສະ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ “ຂະ​ຫຍາຍ​ໜ້າ​ທີ່ [ຂອງ​ເພິ່ນ]” (ຢາ​ໂຄບ 1:17, 19). ວະ​ລີ​ເຫລົ່າ​ນີ້​ທີ່​ຢາ​ໂຄບ​ໄດ້​ໃຊ້ ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ? ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ແວ່ນ​ຂະ​ຫຍາຍ​ເຮັດ​ຫຍັງ​ໄດ້​ແດ່. ສິ່ງ​ນັ້ນ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ຄິດ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ ຢາ​ໂຄບ 1:6–8, 15–19 ແລະ 2:1–11, ໃຫ້​ຄິດ​ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ມີ​ສຳ​ລັບ​ທ່ານ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ເພື່ອ “ຂະ​ຫຍາຍ” ສິ່ງ​ເຫລົ່າ​ນັ້ນ?

ເບິ່ງ “Whom the Lord Calls, the Lord Qualifies,” ໃນ Teachings of Presidents of the Church: Thomas S. Monson (2022), 209–20; “Rise to Your Call” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຢາ​ໂຄບ 2:12–21

“ຢ່າ​ໃຫ້​ຄວາມ​ທະ​ນົງ​ໃຈ​ອັນ​ນີ້​ມາ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເລີຍ!”

ຊາວ​ນີ​ໄຟ​ໄດ້​ມີ​ບັນ​ຫາ​ເລື່ອງ​ຄວາມ​ທະ​ນົງ​ໃຈ ແລະ ສຸມ​ໃຈ​ໃສ່​ກັບ​ຄວາມ​ຮັ່ງ​ມີ (ເບິ່ງ ຢາ​ໂຄບ 2:13), ແລະ ບັນ​ຫາ​ນັ້ນ​ບໍ່​ໄດ້​ເກີດ​ຂຶ້ນ​ສະ​ເພາະ​ພວກ​ເຂົາ ຫລື ໃນ​ວັນ​ເວ​ລາ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ. ຜູ້​ປໍ​ລະ​ປັກ​ສົ່ງ​ເສີມ​ການ​ຮັກ​ຄວາມ​ຮັ່ງ​ມີ​ໃນ​ທຸກ​ວັນ​ນີ້​ແນວ​ໃດ? ຫລັງ​ຈາກ​ການ​ອ່ານ ຢາ​ໂຄບ 2:12–21, ໃຫ້​ບັນ​ຍາຍ​ໃນ​ຖ້ອຍ​ຄຳ​ຂອງ​ທ່ານ​ເອງ ເຖິງ​ວິ​ທີ​ທີ່​ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ເບິ່ງ​ຄວາມ​ຮັ່ງ​ມີ​ທາງ​ວັດ​ຖຸ​ແນວ​ໃດ. ເພງ​ສວດ “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12) ສາ​ມາດ​ໃຫ້​ຄວາມ​ຮູ້​ເພີ່ມ​ເຕີມ​ໄດ້. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້?

ຢາ​ໂຄບ 2:22–35; 3:10–12

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ພຣະ​ເຈົ້າ​ພໍ​ພຣະ​ໄທ​ໃນ​ພົມ​ມະ​ຈັນ.

ຂະ​ນະ​ທີ່​ທ່ານ​ອ່ານ ຢາ​ໂຄບ 2:22–35; 3:10–12, ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພົມ​ມະ​ຈັນ​ຈຶ່ງ​ສຳ​ຄັນ​ຫລາຍ​ຕໍ່​ພຣະ​ເຈົ້າ? ມີ​ຜົນ​ສະ​ທ້ອນ​ໃນ​ທາງ​ລົບ​ບາງ​ຢ່າງ​ໃດ​ແດ່​ຂອງ​ການ​ຜິດ​ສິນ​ທຳ—ໃນ​ວັນ​ເວ​ລາ​ຂອງ​ຢາ​ໂຄບ ແລະ ໃນ​ວັນ​ເວ​ລາ​ຂອງ​ເຮົາ? ແມ່ນ​ຫຍັງ​ຄື​ພອນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ທີ່​ບໍ​ລິ​ສຸດ?

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່ “ໃນ​ໂລກ​ນີ້ ທີ່​ນັບ​ມື້​ນັບ​ເຍາະ​ເຍີ້ຍ​ຄວາມ​ສັກ​ສິດ​ຂອງ​ການ​ໃຫ້​ກຳ​ເນີດ” (“We Believe in Being Chaste,” Liahona, May 2013, 41–44). ທ່ານ​ຈະ​ຊ່ວຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ເຊື່ອ​ຟັງ​ກົດ​ພົມ​ມະ​ຈັນ​ໄດ້​ແນວ​ໃດ? ຈຸດ​ເລີ່ມ​ຕົ້ນ​ທີ່​ດີ​ຄື​ການ​ອະ​ທິ​ບາຍ​ມາດ​ຕະ​ຖານ​ຂອງ​ພຣະ​ເຈົ້າ​ເລື່ອງ​ຄວາມ​ຮູ້​ສຶກ ແລະ ຄວາມ​ສຳ​ພັນ​ທາງ​ເພດ ໃນ “ຮ່າງ​ກາຍ​ຂອງ​ເຈົ້າ​ສັກ​ສິດ” ໃນ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (ໜ້າ​ທີ 22–29). ທ່ານ​ພົບ​ເຫັນ​ຫຍັງ​ອີກ​ແດ່​ໃນ​ແຫລ່ງ​ນັ້ນ​ທີ່​ຊ່ວຍ​ໃຫ້​ທ່ານ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ?

ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ຕອບ​ເພີ່ມ​ເຕີມ​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ແບ໊ດ​ນາ ທີ່​ອ້າງ​ເຖິງ​ຢູ່​ຂ້າງ​ເທິງ ຫລື ໃນ​ວິ​ດີ​ໂອ “I Choose to Be Pure” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ມາດ​ຕະ​ຖານ​ຂອງ​ພຣະ​ເຈົ້າ​ເລື່ອງ​ຄວາມ​ບໍ​ລິ​ສຸດ​ທາງ​ເພດ​ແຕກ​ຕ່າງ​ຈາກ​ຂ່າວ​ສານ​ອື່ນໆ​ທີ່​ທ່ານ​ເຄີຍ​ໄດ້​ຍິນ​ແນວ​ໃດ? ແມ່ນ​ຫຍັງ​ຄື​ພອນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ທີ່​ບໍ​ລິ​ສຸດ?

ເບິ່ງ Gospel Topics, “Virtue,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Same-Sex Attraction” ໃນ​ບ່ອນ​ເກັບ​ກຳ “Life Help” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຢາ​ໂຄບ 4

ເຮົາ​ສາ​ມາດ​ຄືນ​ດີ​ກັບ​ພຣະ​ເຈົ້າ ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຢາ​ໂຄບ​ໄດ້​ອ້ອນ​ວອນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ] ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ” (ຢາ​ໂຄບ 4:11). ນິ​ຍາມ​ໜຶ່ງ​ຂອງ ການ​ຄືນ​ດີ ຄື​ການ​ຟື້ນ​ຟູ​ມິດ​ຕະ​ພາບ ຫລື ຄວາມ​ປອງ​ດອງ. ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຊີ​ວິດ​ຂອງ​ທ່ານ​ເອງ, ໃຫ້​ຄິດ​ກ່ຽວ​ກັບ​ຕອນ​ທີ່​ທ່ານ​ອາດ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ທ່ານ​ຟື້ນ​ຟູ​ຄວາມ​ສຳ​ພັນ​ນີ້​ແນວ​ໃດ? ຄຳ​ແນະ​ນຳ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ພົບ​ເຫັນ​ໃນ​ບົດ​ນີ້ ທີ່​ຊ່ວຍ​ໃຫ້​ທ່ານ​ຄືນ​ດີ​ກັບ​ພຣະ​ເຈົ້າ? (ເບິ່ງ ຂໍ້​ທີ 4–14).

ຄວາມ​ຮູ້​ເພີ່ມ​ເຕີມ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ ມັດ​ທາຍ 5:23–24? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຄືນ​ດີ​ກັບ​ພຣະ​ເຈົ້າ—ແລະ ຄົນ​ອື່ນ​ແນວ​ໃດ?

ເບິ່ງ 2 ນີ​ໄຟ 10:24 ນຳ​ອີກ.

ຢາ​ໂຄບ 4:8–18

ເຮົາ​ສາ​ມາດ​ຫລີກ​ລ້ຽງ​ຈາກ​ຄວາມ​ມືດ​ບອດ​ທາງ​ວິນ​ຍານ​ໄດ້ ໂດຍ​ການ​ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂະ​ນະ​ທີ່​ຢາ​ໂຄບ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫັນ​ຜູ້​ຄົນ​ຂອງ​ເພິ່ນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ, ເພິ່ນ​ໄດ້​ເຕືອນ​ພວກ​ເຂົາ​ວ່າ ບໍ່​ໃຫ້​ບອດ​ທາງ​ວິນ​ຍານ ແລະ ບໍ່​ໃຫ້​ກຽດ​ຊັງ “ຄຳ​ເວົ້າ​ອັນ​ແຈ່ມ​ແຈ້ງ” ຂອງ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ຢາ​ໂຄບ 4:13–14). ອີງ​ຕາມ ຢາ​ໂຄບ 4:8–18, ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຫລີກ​ລ້ຽງ​ຈາກ​ຄວາມ​ມືດ​ບອດ​ທາງ​ວິນ​ຍານ?

ເບິ່ງ Quentin L. Cook, “Looking beyond the Mark,” Ensign, Mar. 2003, 40–44 ນຳ​ອີກ.

ເມື່ອ​ພຣະ​ອົງ​ສິດ​ສອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ການ​ປຽບ​ທຽບ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ຄຳ​ອຸ​ປະ​ມາ​ຂອງ​ພຣະ​ເຢ​ຊູ​ໄດ້​ຊ່ວຍ​ໃຫ້​ຜູ້​ຄົນ​ພົບ​ເຫັນ​ຄວາມ​ຈິງ​ທາງ​ວິນ​ຍານ ໃນ​ປະ​ສົບ​ການ​ທົ່ວ​ໄປ​ຂອງ​ພວກ​ເຂົາ. ໃຫ້​ພະ​ຍາ​ຍາມ​ເຮັດ​ຄື​ກັນ​ເມື່ອ​ທ່ານ​ສິດ​ສອນ. ຍົກ​ຕົວ​ຢ່າງ, ເມື່ອ​ສິດ​ສອນ ຢາ​ໂຄບ 4:8–18, ທ່ານ​ສາ​ມາດ​ຖາມ​ຜູ້​ຮຽນ​ວ່າ ເຂົາ​ເຈົ້າ​ເຄີຍ​ໄດ້​ໄປ​ກວດ​ສາຍ​ຕາ​ບໍ່. ທ່ານ​ໝໍ​ໄດ້​ກວດ​ກາ​ເບິ່ງ​ສາຍ​ຕາ​ທາງ​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ແນວ​ໃດ? ເຮົາ​ຈະ​ກວດ​ກາ​ເບິ່ງ​ສາຍ​ຕາ​ທາງ​ວິນ​ຍານ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຢາ​ໂຄບ 2:8

ພຣະ​ເຈົ້າ​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ເຖິງ​ວິ​ທີ​ທີ່ “ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ” ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ນຳ​ກັນ​ເຖິງ​ວິ​ທີ​ທີ່​ຮ່າງ​ກາຍ​ຂອງ​ເຮົາ​ໄດ້​ຮັບ​ບາດ​ເຈັບ ແລະ ແມ່ນ​ຫຍັງ​ທີ່​ຊ່ວຍ​ມັນ​ໃຫ້​ຫາຍ​ດີ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ເວ​ລາ​ທີ່​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ ແລະ ສິ່ງ​ທີ່​ຊ່ວຍ​ພວກ​ເຂົາ​ໃຫ້​ຫາຍ​ດີ. ທ່ານ​ກໍ​ສາ​ມາດ​ສະ​ແດງ​ຜ້າ​ຕິດ​ບາດ ຫລື ຢາ ໃຫ້​ພວກ​ເຂົາ​ເບິ່ງ ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນາ​ນີ້​ນຳ​ອີກ. ບາງ​ທີ​ທ່ານ​ສາ​ມາດ​ແບ່ງ​ປັນ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ທ່ານ ເມື່ອ​ວິນ​ຍານ​ຂອງ​ທ່ານ​ຕ້ອງ​ການ​ການ​ປິ່ນ​ປົວ​ແນວ​ໃດ.

ຢາ​ໂຄບ 2:17–19

ເຮົາ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ທີ່​ຂັດ​ສົນ​ເມື່ອ​ເຮົາ​ແບ່ງ​ປັນ​ໃຫ້​ກັບ​ເຂົາ​ເຈົ້າ.

  • ບາງ​ຄົນ​ໃນ​ວັນ​ເວ​ລາ​ຂອງ​ຢາ​ໂຄບ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ, ແຕ່​ພວກ​ເຂົາ​ບໍ່​ຢາກ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ມີ​ໃຫ້​ກັບ​ຄົນ​ອື່ນ. ຂະ​ນະ​ທີ່​ທ່ານ​ອ່ານ​ການ​ສິດ​ສອນ​ຂອງ​ຢາ​ໂຄບ​ຕໍ່​ພວກ​ເຂົາ​ໃນ ຢາ​ໂຄບ 2:17–19, ທ່ານ​ສາ​ມາດ​ເອົາ​ຮູບ ຫລື ສິ່ງ​ຂອງ​ໃຫ້​ລູກໆ​ຂອງ​ທ່ານ​ຈັບ​ໄວ້ ອັນ​ທີ່​ກົງ​ກັບ​ຄຳ ຫລື ວະ​ລີ​ໃນ​ຂໍ້​ເຫລົ່າ​ນີ້. ທ່ານ​ອາດ​ອະ​ທິ​ບາຍ​ວ່າ ທ່ານ​ໄດ້​ແບ່ງ​ປັນ​ສິ່ງ​ເຫລົ່າ​ນີ້​ໃຫ້​ກັບ​ພວກ​ເຂົາ; ບາງ​ທີ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແບ່ງ​ປັນ​ສິ່ງ​ຂອງ​ໃຫ້​ກັບ​ທ່ານ ຫລື ໃຫ້​ກັນ​ແລະ​ກັນ. ເວົ້າ​ລົມ​ກ່ຽວ​ກັບ​ວ່າ​ທ່ານ​ຮູ້​ສຶກ​ແນວ​ໃດ​ເມື່ອ​ທ່ານ​ແບ່ງ​ປັນ. ມີ​ຫຍັງ​ອີກ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນ ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ດີ​ໃຈ?

  • ຫລັງ​ຈາກ​ການ​ອ່ານ ຢາ​ໂຄບ 2:17, ນຳ​ກັນ, ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ບອກ​ພອນ​ບາງ​ຢ່າງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ແບ່ງ​ປັນ​ໃຫ້​ກັບ​ພວກ​ເຂົາ. ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຕ້ອງ​ການ​ໃຫ້​ທ່ານ​ແບ່ງ​ປັນ​ໃຫ້​ກັນ​ແລະ​ກັນ?

ຢາ​ໂຄບ 4:6, 10–11

ເຮົາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ສັດ​ທາ​ຂອງ​ຢາ​ໂຄບ​ໃນ​ພຣະ​ຄຣິດ​ເຂັ້ມ​ແຂງ​ທີ່​ສຸດ ຈົນ​ບໍ່​ອາດ​ສະ​ທ້ານ​ຫວັ່ນ​ໄຫວ. ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ເຖິງ​ວິ​ທີ​ເສີມ​ສ້າງ​ສັດ​ທາ​ເຊັ່ນ​ນັ້ນ, ທ່ານ​ສາ​ມາດ​ຖາມ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຮັດ ເພື່ອ​ໃຫ້​ຮ່າງ​ກາຍ​ຂອງ​ເຮົາ​ເຂັ້ມ​ແຂງ. ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ແດ່​ເພື່ອ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ? ອ່ານ ຢາ​ໂຄບ 4:6 ນຳ​ກັນ ເພື່ອ​ຊ່ວຍ​ລູກໆ​ຄົ້ນ​ຫາ​ສິ່ງ​ທີ່​ຢາ​ໂຄບ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ ເພື່ອ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ເຂົາ “ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.”

  • ວິ​ທີ​ໜຶ່ງ​ອີກ​ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ ຄຳ​ວ່າ “ບໍ່​ສະ​ທ້ານ​ຫວັ່ນ​ໄຫວ” ໃນ​ສັດ​ທາ​ຂອງ​ພວກ​ເຂົາ ແມ່ນ​ໃຫ້​ຊອກ​ຫາ​ຕົ້ນ​ໄມ້​ໃຫຍ່ ແລະ ຂໍ​ໃຫ້​ພວກ​ເຂົາ​ຈັບ​ສັ່ນ​ເບິ່ງ​ຫລາຍໆ​ງ່າ. ແລ້ວ​ໃຫ້​ພວກ​ເຂົາ​ລອງ​ສັ່ນ​ລຳ​ຕົ້ນ​ຂອງ​ມັນ. ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ສັ່ນ​ລຳ​ຕົ້ນ? ວະ​ລີ​ໃດ​ແດ່​ໃນ ຢາ​ໂຄບ 4:6, 10–11 ທີ່​ບັນ​ຍາຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ ເພື່ອ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ບໍ່​ສະ​ທ້ານ​ຫວັ່ນ​ໄຫວ?

    ຮູບ​ພາບ
    ຕົ້ນ​ໄມ້​ໃຫຍ່​ຢູ່​ເດີ່ນ​ຫລິ້ນ

    ຄື​ກັນ​ກັບ​ລຳ​ຕົ້ນ​ໄມ້, ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ ສາ​ມາດ “ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.”

  • ສຳ​ລັບ​ການ​ປຽບ​ທຽບ​ອື່ນ​ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສັດ​ທາ​ທີ່​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ​ໃນ​ພຣະ​ເຢ​ຊູ​ຄຣິດ, ໃຫ້​ເບິ່ງ Neil L. Andersen, “Spiritual Whirlwinds” (Liahona, May 2014, 18–21; ແລະ ວິ​ດີ​ໂອ “Spiritual Whirlwinds“) ຫລື “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70; ເບິ່ງ ມັດ​ທາຍ 7:24–27 ນຳ​ອີກ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

I Will Send Their Words Forth (Jacob the Teacher) [ເຮົາ​ຈະ​ສົ່ງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ໄປ (ຢາ​ໂຄບ​ຜູ້​ເປັນ​ຄູ​ສອນ)], ໂດຍ ແອວ​ສະ​ແປ ເຄດ​ລິນ ຢັງ