ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 22–28 ເດືອນ​ເມ​ສາ: “ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ.” ໂມ​ໄຊ​ຢາ 1–3


“ວັນ​ທີ 22–28 ເດືອນ​ເມ​ສາ: ‘ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ.’ ໂມ​ໄຊ​ຢາ 1–3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 22–28 ເດືອນ​ເມ​ສາ. ໂມ​ໄຊ​ຢາ 1–3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

Receiving the Teachings of King Benjamin [ການ​ຮັບ​ເອົາ​ຄຳ​ສອນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ], ໂດຍ ມາ​ເຣຍ ອາ​ເລ​ຮານ​ດຣາ ຮຽວ

ວັນ​ທີ 22–28 ເດືອນ​ເມ​ສາ: “ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ”

ໂມ​ໄຊ​ຢາ 1–3

ເມື່ອ​ທ່ານ​ໄດ້​ຍິນ​ຄຳ​ວ່າ ກະ​ສັດ, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ມົງ​ກຸດ, ຜູ້​ຮັບ​ໃຊ້, ແລະ ບັນ​ລັງ. ໃນ ໂມ​ໄຊ​ຢາ 1–3, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ກະ​ສັດ​ທີ່​ແຕກ​ຕ່າງ​ຈາກ​ກະ​ສັດ​ອື່ນ. ແທນ​ທີ່​ຈະ​ໃຊ້​ຊີ​ວິດ​ຈາກ​ແຮງ​ງານ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ກະ​ສັດ​ເບັນ​ຢາ​ມິນ “ໄດ້​ເຮັດ​ວຽກ​ງານ​ດ້ວຍ​ມື [ຂອງ​ເພິ່ນ] ເອງ” (ໂມ​ໄຊ​ຢາ 2:14). ແທນ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ເພິ່ນ, ເພິ່ນ​ໄດ້​ຮັບ​ໃຊ້​ຜູ້​ຄົນ​ຂອງ​ເພິ່ນ “ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້ [ເພິ່ນ]” (ໂມ​ໄຊ​ຢາ 2:11). ກະ​ສັດ​ອົງ​ນີ້​ບໍ່​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ນະ​ມັດ​ສະ​ການ​ເພິ່ນ; ແຕ່​ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ນະ​ມັດ​ສະ​ການ​ກະ​ສັດ​ແຫ່ງ​ສະ​ຫວັນ​ຂອງ​ພວກ​ເຂົາ, ພຣະ​ເຢ​ຊູ​ຄຣິດ. ກະ​ສັດ​ເບັນ​ຢາ​ມິນ​ເຂົ້າ​ໃຈ​ວ່າ ແມ່ນ “ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ຜູ້​ຄອບ​ຄອງ” (ໂມ​ໄຊ​ຢາ 3:5), ຜູ້​ໄດ້​ສະ​ເດັດ “ມາ​ຈາກ​ສະ​ຫວັນ” ແລະ ໄດ້​ສະ​ເດັດ “ອອກ​ໄປ​ໃນ​ບັນ​ດາ​ມະ​ນຸດ, … ເພື່ອ​ຄວາມ​ລອດ​ຈະ​ໄດ້​ມາ​ເຖິງ​ລູກ​ຫລານ​ມະ​ນຸດ ເຖິງ​ແມ່ນ​ໂດຍ​ທາງ​ສັດ​ທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ໂມ​ໄຊ​ຢາ 3:5, 9).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 1:1–7

“ຄົ້ນ​ຄວ້າ [ພຣະ​ຄຳ​ພີ] ຢ່າງ​ພາກ​ພຽນ.”

ໃນ​ຂໍ້​ເຫລົ່າ​ນີ້, ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ບັນ​ທຶກ​ສັກ​ສິດ​ໄດ້​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ແນວ​ໃດ. ຊີ​ວິດ​ຂອງ​ທ່ານ​ດີ​ຂຶ້ນ​ແນວ​ໃດ​ເພາະ​ທ່ານ​ມີ​ພຣະ​ຄຳ​ພີ?

ໂມ​ໄຊ​ຢາ 2:10–26

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

ທ່ານ​ຄິດ​ວ່າ​ກະ​ສັດ​ເບັນ​ຢາ​ມິນ​ຈະ​ກ່າວ​ແນວ​ໃດ ຖ້າ​ຫາກ​ທ່ານ​ຖາມ​ເພິ່ນ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮັບ​ໃຊ້​ດ້ວຍ​ສຸດ “ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ເພິ່ນ”? (ໂມ​ໄຊ​ຢາ 2:11). ໃຫ້​ໄຕ່​ຕອງ​ສິ່ງ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 2:10–26. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້​ຮັບ​ໃຊ້​ຄົນ​ອື່ນ​ໃນ​ວິ​ທີ​ທີ່ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ເກົ່າ? ຍົກ​ຕົວ​ຢ່າງ, ຄຳ​ວ່າ ເມື່ອ​ທ່ານ​ຮັບ​ໃຊ້​ຄົນ​ອື່ນ, ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ທ່ານ​ນັ້ນ​ເອງ ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ເບິ່ງ ໂມ​ໄຊ​ຢາ 2:17). ໃຫ້​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຮັບ​ໃຊ້​ບາງ​ຄົນ​ໃນ​ອາ​ທິດ​ນີ້.

ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ວ່າ​ເຮົາ​ຄວນ​ຮັບ​ໃຊ້​ຄົນ​ອື່ນ, ບາງ​ເທື່ອ​ເຮົາ​ກໍ​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢູ່. ວິ​ທີ​ໜຶ່ງ​ອີກ​ໃນ​ການ​ສຶກ​ສາ ໂມ​ໄຊ​ຢາ 2:10–26 ຄື​ການ​ຂຽນ​ຄວາມ​ຈິງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ ທີ່​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເອົາ​ຊະ​ນະ​ການ​ທ້າ​ທາຍ ທີ່​ອາດ​ກີດ​ກັນ​ທ່ານ​ຈາກ​ການ​ຮັບ​ໃຊ້. ປະ​ສົບ​ການ​ໃດ​ແດ່​ທີ່​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ເປັນ​ຄວາມ​ຈິງ?

ປະ​ທານ​ຈອຍ ດີ ໂຈນສ໌ ໄດ້​ແບ່ງ​ປັນ​ປະ​ສົບ​ການ​ທີ່​ມີ​ພະ​ລັງ ທີ່​ໄດ້​ປ່ຽນ​ແປງ​ວິ​ທີ​ທີ່​ເພິ່ນ​ເບິ່ງ​ການ​ຮັບ​ໃຊ້​ຄົນ​ອື່ນ. ອ່ານ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ “For Him” (Ensign ຫລື Liahona, Nov. 2018, 50–52), ແລະ ຄິດ​ກ່ຽວ​ກັບ​ໂອ​ກາດ​ທີ່​ທ່ານ​ມີ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ. ທ່ານ​ກໍ​ສາ​ມາດ​ຂຽນ​ສອງ​ສາມ​ຢ່າງ​ຕື່ມ​ອີກ ແລະ ໄຕ່​ຕອງ​ວິ​ທີ​ທີ່​ຂ່າວ​ສານ​ຂອງ​ປະ​ທານ​ໂຈນສ໌, ພ້ອມ​ທັງ ໂມ​ໄຊ​ຢາ 2:17, ອາດ​ເປັນ​ອິດ​ທິ​ພົນ​ໃນ​ວິ​ທີ​ທີ່​ທ່ານ​ເຂົ້າ​ເຖິງ​ໂອ​ກາດ​ເຫລົ່າ​ນີ້​ແນວ​ໃດ. ເພງ​ສວດ​ດັ່ງ​ເຊັ່ນ “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12) ຫລື ວິ​ດີ​ໂອ​ດັ່ງ​ເຊັ່ນ “The Old Shoemaker” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ອາດ​ຊ່ວຍ​ທ່ານ​ຄິດ​ຫາ​ຄວາມ​ຮູ້​ເພີ່ມ​ເຕີມ​ໄດ້.

ເບິ່ງ ມັດ​ທາຍ 25:40; “Faith Murray’s Story: Overcoming Adversity through Service,” “King Benjamin Teaches about Serving God” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; JustServe.org; Gospel Topics, “Service,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ໂອບ​ກອດ​ກັນ

ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

ໂມ​ໄຊ​ຢາ 2:38–41

ຄວາມ​ສຸກ​ມາ​ຈາກ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ທ່ານ​ຈະ​ບັນ​ຍາຍ​ຄວາມ​ສຸກ​ທີ່​ມາ​ຈາກ​ການ​ເຊື່ອ​ຟັງ​ພຣະ​ເຈົ້າ​ແນວ​ໃດ? ມີ​ວະ​ລີ​ໃດ​ບໍ​ໃນ ໂມ​ໄຊ​ຢາ 2:38–41 ທີ່​ຈະ​ຊ່ວຍ​ທ່ານ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ?

ໂມ​ໄຊ​ຢາ 3:1–20

ເຮົາ​ສາ​ມາດ​ກາຍ​ເປັນ​ໄພ່​ພົນ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກະ​ສັດ​ເບັນ​ຢາ​ມິນ, ຄື​ກັນ​ກັບ​ສາດ​ສະ​ດາ​ທຸກ​ຄົນ, ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ຜູ້​ຄົນ​ຂອງ​ເພິ່ນ “ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ” (ໂມ​ໄຊ​ຢາ 3:13). ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ ເພື່ອ​ໃຫ້​ໄຕ່​ຕອງ​ຂະ​ນະ​ທີ່​ທ່ານ​ອ່ານ​ປະ​ຈັກ​ພະ​ຍານ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ ໂມ​ໄຊ​ຢາ 3:1–20:

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ?

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂມ​ໄຊ​ຢາ 3:18–19 ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກາຍ​ເປັນ​ໄພ່​ພົນ?

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ບາບ, ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ, ແລະ ກາຍ​ເປັນ​ເໝືອນ​ໄພ່​ພົນ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

ໂມ​ໄຊ​ຢາ 3:5–21

“ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ … ຈະ​ສະ​ເດັດ​ຈາກ​ສະ​ຫວັນ​ລົງ​ມາ.”

ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ຄວາມ​ສາ​ມາດ​ແກ່​ທ່ານ​ເພື່ອ​ເຮັດ​ສິ່ງ​ໃດ​ແດ່? ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ​ຖ້າ​ບໍ່​ມີ​ມັນ? ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ໄຕ່​ຕອງ​ແມ່ນ​ແຕ່​ກ່ຽວ​ກັບ​ພະ​ລັງ​ທີ່​ຍິ່ງ​ໃຫຍ່​ກວ່າ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ນຳ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້.

ທູດ​ສະ​ຫວັນ​ຜູ້​ປະ​ກົດ​ຕົວ​ຕໍ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ອ້າງ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ວ່າ​ເປັນ “ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່,” ຕຳ​ແໜ່ງ​ທີ່​ໝາຍ​ຄວາມ​ວ່າ​ພຣະ​ອົງ​ມີ​ອຳ​ນາດ​ທັງ​ໝົດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂມ​ໄຊ​ຢາ 3:5–21 ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຊ້​ອຳ​ນາດ​ນັ້ນ? ທ່ານ​ເຄີຍ​ເຫັນ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ​ບໍ? ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ຄວາມ​ສາ​ມາດ​ແກ່​ທ່ານ​ເພື່ອ​ເຮັດ ແລະ ກາຍ​ເປັນ​ສິ່ງ​ໃດ? ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ​ຖ້າ​ບໍ່​ມີ​ມັນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 2:11–18

ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້​ມີ​ຮູບ​ມົງ​ກຸດ​ງ່າຍໆ​ທີ່​ລູກ​ຂອງ​ທ່ານ​ສາ​ມາດ​ເຮັດ​ໄດ້. ບາງ​ທີ​ພວກ​ເຂົາ​ອາດ​ຢາກ​ປ່ຽນ​ຜຽນ​ກັນ​ຢືນ​ຂຶ້ນ​ເທິງ​ເກົ້າ​ອີ້ ຫລື ຕັ່ງ​ເກາະ ແລະ ທຳ​ທ່າ​ເປັນ​ກະ​ສັດ​ເບັນ​ຢາ​ມິນ ຂະ​ນະ​ທີ່​ທ່ານ​ແບ່ງ​ປັນ​ບາງ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ, ມີ​ຢູ່​ໃນ ໂມ​ໄຊ​ຢາ 2–3. ທ່ານ​ກໍ​ຍັງ​ສາ​ມາດ​ແບ່ງ​ປັນ “ບົດ​ທີ 12: ກະ​ສັດ​ເບັນ​ຢາ​ມິນ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 32–35) ກັບ​ພວກ​ເຂົາ​ນຳ​ອີກ ເພື່ອ​ໃຫ້​ພວກ​ເຂົາ​ເຫັນ​ພາບ​ລວມ​ຂອງ​ຄຳ​ສອນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ.

  • ໂມ​ໄຊ​ຢາ 2:17 ອາດ​ເປັນ​ຂໍ້​ທີ່​ດີ​ສຳ​ລັບ​ລູກໆ​ຂອງ​ທ່ານ​ທີ່​ຈະ​ຮຽນ​ຮູ້. ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ກ່າວ​ລຶ້ມ​ຄືນ​ເທື່ອ​ລະ​ສອງ​ສາມ​ຄຳ. ຫລື ທ່ານ​ສາ​ມາດ​ຂຽນ​ຂໍ້​ດັ່ງ​ກ່າວ, ທີ່​ມີ​ສອງ​ສາມ​ຄຳ​ຂາດ​ຫາຍ, ແລະ ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ທີ່​ຂາດ​ຫາຍ​ເຫລົ່າ​ນັ້ນ. ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ຕ້ອງ​ການ​ໃຫ້​ເຮົາ​ຮັບ​ໃຊ້​ກັນ​ແລະ​ກັນ.

  • ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຄວ້າ ໂມ​ໄຊ​ຢາ 2:11–18 ເພື່ອ​ຊອກ​ຫາ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເຮັດ ເພື່ອ​ຮັບ​ໃຊ້​ຄົນ​ອື່ນ. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ຂຽນ​ບາງ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ຮັບ​ໃຊ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃສ່​ໃນ​ເຈ້ຍ​ນ້ອຍ. ເອົາ​ເຈ້ຍ​ເຫລົ່າ​ນັ້ນ​ໃສ່​ໄວ້​ໃນ​ພາ​ຊະ​ນະ, ດັ່ງ​ເຊັ່ນ​ຖົງ ຫລື ຂວດ, ເພື່ອ​ວ່າ​ລູກໆ​ຂອງ​ທ່ານ​ຈະ​ສາ​ມາດ​ຈົກ​ເອົາ​ໃບ​ໜຶ່ງ​ທຸກ​ມື້ ແລະ ເຮັດ​ການ​ຮັບ​ໃຊ້​ນັ້ນ​ໃຫ້​ກັບ​ຄົນ​ອື່ນ.

ເດັກ​ນ້ອຍ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ການ​ເຮັດ​ຊ້ຳ. ຢ່າ​ຢ້ານ​ທີ່​ຈະ​ເຮັດ​ກິດ​ຈະ​ກຳ​ຊ້ຳ​ຄືນ​ຫລາຍ​ເທື່ອ, ໂດຍ​ສະ​ເພາະ​ກັບ​ລູກ​ຜູ້​ນ້ອຍ. ການ​ເຮັດ​ຊ້ຳ​ຄືນ​ຈະ​ຊ່ວຍ​ໃຫ້​ລູກໆ​ຈື່​ຈຳ​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້.

ຮູບ​ພາບ
ພວກ​ເດັກ​ນ້ອຍ​ກຳ​ລັງ​ພັບ​ຜ້າ

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ ເຮົາ​ສາ​ມາດ​ຮັບ​ໃຊ້​ພຣະ​ເຈົ້າ​ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ.

ໂມ​ໄຊ​ຢາ 2:19–25

ພອນ​ທັງ​ໝົດ​ຂອງ​ເຮົາ​ມາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ການ​ຮັບ​ໃຊ້​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ​ດົນ​ໃຈ​ໂດຍ​ຄວາມ​ກະ​ຕັນ​ຍູ​ອັນ​ເລິກ​ເຊິ່ງ​ຂອງ​ເພິ່ນ​ຕໍ່​ພຣະ​ເຈົ້າ. ທ່ານ​ຈະ​ດົນ​ໃຈ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ໃນ​ລູກໆ​ຂອງ​ທ່ານ​ໄດ້​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ອ່ານ ໂມ​ໄຊ​ຢາ 2:21 ນຳ​ກັນ ແລະ ເລີ່ມ​ຂຽນ​ພອນ​ຕ່າງໆ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ແກ່​ເຮົາ. ແລ້ວ​ບາງ​ທີ​ທ່ານ​ສາ​ມາດ​ຕື່ມ​ພອນ​ສອງ​ສາມ​ຢ່າງ​ທີ່​ລູກໆ​ຂອງ​ທ່ານ​ຄິດ​ອອກ​ໃສ່​ນຳ.

  • ຕໍ່​ໄປ​ນີ້​ແມ່ນ​ເກມ​ທີ່​ພວກ​ທ່ານ​ສາ​ມາດ​ຫລິ້ນ ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮັບ​ຮູ້​ພອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ລູກໆ​ສາ​ມາດ​ສົ່ງ​ຕໍ່​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ກັນ ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ເພງ ຫລື ຟັງ​ເພງ​ກ່ຽວ​ກັບ​ຄວາມ​ກະ​ຕັນ​ຍູ (ເບິ່ງ “Gratitude” ໃນ​ດັດ​ຊະ​ນີ​ຂອງ Children’s Songbook). ຢຸດ​ຮ້ອງ​ເພງ ຫລື ຢຸດ​ເພງ​ເປັນ​ບາງ​ຄັ້ງ, ແລະ ເຊື້ອ​ເຊີນ​ຜູ້​ທີ່​ຈັບ​ຮູບ​ໃຫ້​ເວົ້າ​ກ່ຽວ​ກັບ​ພອນ​ທີ່​ເຂົາ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່. ອີງ​ຕາມ ໂມ​ໄຊ​ຢາ 2:22–24, ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຂອບ​ພຣະ​ຄຸນ​ສຳ​ລັບ​ພອນ​ຂອງ​ເຮົາ​ແນວ​ໃດ?

ໂມ​ໄຊ​ຢາ 3:5–10, 19

ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

  • ທູດ​ອົງ​ໜຶ່ງ​ໄດ້​ບອກ​ກະ​ສັດ​ເບັນ​ຢາ​ມິນ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຮູບ​ພາບ​ບາງ​ຢ່າງ​ກ່ຽວ​ກັບ​ເຫດ​ການ​ທີ່​ກ່າວ​ເຖິງ​ຢູ່​ໃນ ໂມ​ໄຊ​ຢາ 3:5–10 (ເບິ່ງ, ຕົວ​ຢ່າງ​ເຊັ່ນ, ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 30, 41, 42, 5759). ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 3:5–10, ລູກໆ​ຂອງ​ທ່ານ​ສາ​ມາດ​ຍົກ​ມື​ຂຶ້ນ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ບາງ​ສິ່ງ​ໃນ​ຂໍ້​ພຣະ​ຄຳ​ພີ​ທີ່​ປະ​ກົດ​ໃນ​ຮູບ​ພາບ​ໃດ​ໜຶ່ງ.

  • ລູກໆ​ຂອງ​ທ່ານ​ເຄີຍ​ຊ່ວຍ​ເຮັດ​ອາ​ຫານ​ຕາມ​ຕຳ​ລາ​ບໍ? ບາງ​ທີ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ນັ້ນ ແລະ ໃຊ້ ໂມ​ໄຊ​ຢາ 3:19 ເພື່ອ​ປະ​ກອບ​ເປັນ “ຕຳ​ລາ” ສຳ​ລັບ​ວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ເຢ​ຊູ​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ກຳ​ລັງ​ສັ່ງ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

King Benjamin’s Address [ການ​ປາ​ໄສ​ຂອງ​ກະ​ສັດ​ເບັນ​ຢາ​ມິນ], ໂດຍ ແຈ​ຣາ​ມີ ວິນ​ບອກ