ຈົ່ງ​ຕາມ​ເຮົາ​ມາ 2024
ເດືອນ​ພຶດ​ສະ​ພາ 6–12: “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.” ໂມ​ໄຊ​ຢາ 7–10


“ເດືອນ​ພຶດ​ສະ​ພາ 6–12: ‘ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.’ ໂມ​ໄຊ​ຢາ 7–10” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 6–12 ເດືອນ​ພຶດ​ສະ​ພາ. ໂມ​ໄຊ​ຢາ 7–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ອຳ​ໂມນ​ກຳ​ລັງ​ສິດ​ສອນ​ກະ​ສັດ​ລິມ​ໄຮ

ມິ​ເນີ​ວາ ໄທ​ເກີດ (1888–1976), Ammon before King Limhi [ອຳ​ໂມນ​ຢູ່​ຕໍ່​ໜ້າ​ກະ​ສັດ​ລິມ​ໄຮ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35 15/16 × 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969.

ເດືອນ​ພຶດ​ສະ​ພາ 6–12: “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ”

ໂມ​ໄຊ​ຢາ 7–10

ຂະ​ນະ​ທີ່​ຜູ້​ຄົນ​ຂອງ​ກະ​ສັດ​ໂມ​ໄຊ​ຢາ​ຊື່ນ​ຊົມ​ກັບ “ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ” ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ (ໂມ​ໄຊ​ຢາ 7:1), ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ຊາວ​ນີ​ໄຟ​ອີກ​ກຸ່ມ​ໜຶ່ງ, ຜູ້​ໄດ້​ໜີ​ໄປ​ຫລາຍ​ປີ​ແລ້ວ ເພື່ອ​ໄປ​ຢູ່​ໃນ​ແຜ່ນ​ດິນ ລີ​ໄຮ–ນີ​ໄຟ. ຫລາຍ​ລຸ້ນ​ຄົນ​ໄດ້​ຜ່ານ​ໄປ, ແລະ ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ບໍ່​ໄດ້​ຍິນ​ຫຍັງ​ເລີຍ​ຈາກ​ພວກ​ເຂົາ. ສະ​ນັ້ນ, ໂມ​ໄຊ​ຢາ​ຈຶ່ງ​ໄດ້​ຂໍ​ໃຫ້​ອຳ​ໂມນ​ນຳ​ພາ​ກຸ່ມ​ຄົ້ນ​ຫາ​ກຸ່ມ​ໜຶ່ງ ເພື່ອ​ໄປ​ຊອກ​ຫາ​ຊາວ​ນີ​ໄຟ​ຜູ້​ທີ່​ໄດ້​ໜີ​ໄປ. ກຸ່ມ​ຄົ້ນ​ຫາ​ໄດ້​ພົບ​ເຫັນ​ວ່າ ຊາວ​ນີ​ໄຟ​ເຫລົ່າ​ນີ້, “ເພາະ​ຄວາມ​ຊົ່ວ​ຮ້າຍ” (ໂມ​ໄຊ​ຢາ 7:24), ຈຶ່ງ​ໄດ້​ກາຍ​ເປັນ​ຊະ​ເລີຍ​ຂອງ​ຊາວ​ເລ​ມັນ. ແຕ່​ເມື່ອ​ອຳ​ໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ໄດ້​ໄປ​ເຖິງ, ທັນ​ໃດ​ນັ້ນ ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ.

ບາງ​ເທື່ອ​ເຮົາ​ກໍ​ເປັນ​ເໝືອນ​ດັ່ງ​ຊາວ​ນີ​ໄຟ​ທີ່​ເປັນ​ຊະ​ເລີຍ​ເຫລົ່າ​ນີ້, ຮັບ​ທຸກ​ທໍ​ລະ​ມານ​ເພາະ​ບາບ​ຂອງ​ເຮົາ, ສົງ​ໄສ​ວ່າ​ເມື່ອ​ໃດ​ເຮົາ​ຈຶ່ງ​ຈະ​ມີ​ສັນ​ຕິ​ສຸກ​ຄືນ​ອີກ. ບາງ​ເທື່ອ​ເຮົາ​ກໍ​ເປັນ​ເໝືອນ​ດັ່ງ​ອຳ​ໂມນ, ຮູ້​ສຶກ​ວ່າ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ແລະ ໃນ​ທີ່​ສຸດ​ພົບ​ເຫັນ​ວ່າ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ໄດ້​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້ “ເງີຍ​ໜ້າ [ຂອງ​ເຂົາ​ເຈົ້າ] ຂຶ້ນ, ແລະ ປິ​ຕິ​ຍິນ​ດີ, ແລະ ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 7:19). ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ເຮົາ​ທຸກ​ຄົນ​ຕ້ອງ​ກັບ​ໃຈ ແລະ “ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ,” ດ້ວຍ​ສັດ​ທາ ວ່າ “ພຣະ​ອົງ​ຈະ … ປົດ​ປ່ອຍ [ເຮົາ]” (ໂມ​ໄຊ​ຢາ 7:33).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 7:14–33

ພຣະ​ເຈົ້າ​ມີ​ອຳ​ນາດ​ທີ່​ຈະ​ປົດ​ປ່ອຍ​ເຮົາ.

ການ​ໄດ້​ພົບ​ກັບ​ອຳ​ໂມນ​ໄດ້​ເຮັດ​ໃຫ້​ກະ​ສັດ​ລິມ​ໄຮ​ມີ​ຄວາມ​ຫວັງ, ແລະ ເພິ່ນ​ຢາກ​ສົ່ງ​ຕໍ່​ຄວາມ​ຫວັງ​ນັ້ນ​ໄປ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ. ບາງ​ທີ​ຖ້ອຍ​ຄຳ​ຂອງ​ເພິ່ນ​ອາດ​ຈະ​ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ທ່ານ​ເຊັ່ນ​ກັນ. ສຳ​ລັບ​ເບື້ອງ​ຫລັງ, ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ສະ​ຖາ​ນະ​ການ​ຂອງ​ຜູ້​ຄົນ​ຂອງ​ລິມ​ໄຮ​ໃນ ໂມ​ໄຊ​ຢາ 7:20–25. ແລ້ວ​ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 7:14–33:

  • ລິມ​ໄຮ​ໄດ້​ເຮັດ​ຫຍັງ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ຄວາມ​ຫວັງ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ໃນ​ພຣະ​ຄຣິດ?

  • ວະ​ລີ​ໃດ​ແດ່​ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ມີ​ຄວາມ​ຫວັງ? (ເບິ່ງ ຂໍ້​ທີ 19, 33).

  • ປະ​ສົບ​ການ​ໃດ​ແດ່​ທີ່​ຊ່ວຍ​ໃຫ້​ທ່ານ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ສາ​ມາດ ແລະ ຈະ​ປົດ​ປ່ອຍ​ທ່ານ?

ເບິ່ງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

ໂມ​ໄຊ​ຢາ 7:26–27

ເຮົາ​ໄດ້​ຖືກ​ສ້າງ “ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.”

ໃນ ໂມ​ໄຊ​ຢາ 7:26–27, ລິມ​ໄຮ​ໄດ້​ອະ​ທິ​ບາຍ​ຄວາມ​ຈິງ​ບາງ​ຢ່າງ​ທີ່​ສິດ​ສອນ​ໂດຍ​ອະ​ບີ​ນາ​ໄດ. ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ລະ​ບຸ​ໃນ​ຂໍ້​ເຫລົ່າ​ນີ້? ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ເຫັນ​ພຣະ​ເຈົ້າ ແລະ ຕົວ​ທ່ານ​ເອງ​ແນວ​ໃດ?

ເບິ່ງ Russell M. Nelson, “Your Body: A Magnificent Gift to Cherish,” Liahona, Aug. 2019, 50–55 ນຳ​ອີກ.

ໂມ​ໄຊ​ຢາ 8:13–19

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ໄວ້ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມວນ​ມະ​ນຸດ.

ເມື່ອ​ລິມ​ໄຮ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ອຳ​ໂມນ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ​ຜູ້​ໜຶ່ງ​ຂຶ້ນ​ເປັນ​ຜູ້​ພະ​ຍາ​ກອນ, ລິມ​ໄຮ “ກໍ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ, ແລະ ຖວາຍ​ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ” (ໂມ​ໄຊ​ຢາ 8:19). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮູ້​ສຶກ​ເຊັ່ນ​ນັ້ນ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ພະ​ຍາ​ກອນ ຈາກ​ຖ້ອຍ​ຄຳ​ຂອງ​ອຳ​ໂມນ ຢູ່​ໃນ ໂມ​ໄຊ​ຢາ 8:13–19?

ທຸກ​ວັນ​ນີ້, ເຮົາ​ສະ​ໜັບ​ສະ​ໜູນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ວ່າ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ. ພວກ​ເພິ່ນ​ເປັນ “ປະ​ໂຫຍດ​ອັນ​ຍິ່ງ​ໃຫຍ່” ຕໍ່​ທ່ານ​ແນວ​ໃດ? (ໂມ​ໄຊ​ຢາ 8:18). ພວກ​ເພິ່ນ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?

ທ່ານ​ຈະ​ສາ​ມາດ, ເໝືອນ​ດັ່ງ​ອຳ​ໂມນ, ກ່າວ​ຢ່າງ​ກ້າ​ຫານ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 8:13–18). ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ແບ່ງ​ປັນ​ຫຍັງ​ແດ່​ກັບ​ຄອບ​ຄົວ​ຂອງ​ທ່ານ ຫລື ກັບ​ສື່​ສັງ​ຄົມ​ກ່ຽວ​ກັບ:

  • ຄວາມ​ຈິງ​ທີ່​ໄດ້​ຖືກ​ຟື້ນ​ຟູ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ໂດຍ​ໂຈ​ເຊັບ ສະ​ມິດ ແລະ ສາດ​ສະ​ດາ​ຄົນ​ອື່ນໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ດັ່ງ​ເຊັ່ນ ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ເອກ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ, ຫລື ລັກ​ສະ​ນະ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ). ການ​ທົບ​ທວນ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ” ຫລື “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ອາດ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ຄວາມ​ຈິງ​ບາງ​ຢ່າງ​ເຫລົ່າ​ນີ້.

  • ພອນ​ຂອງ​ພຣະ​ບັນ​ຍັດ ຫລື ພິ​ທີ​ການ (ດັ່ງ​ເຊັ່ນ ກົດ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ, ກົດ​ພົມ​ມະ​ຈັນ, ຫລື ການ​ຜະ​ນຶກ​ຄອບ​ຄົວ).

ເດືອນ​ແລ້ວ​ນີ້, ພວກ​ເຮົາ​ໄດ້​ຍິນ​ຈາກ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ຂ່າວ​ສານ​ໃດ​ແດ່​ທີ່​ດົນ​ໃຈ​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແຕກ​ຕ່າງ​ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້? ຜູ້​ພະ​ຍາ​ກອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຫຍັງ​ກ່ຽວ​ກັບ “ສິ່ງ​ທີ່​ຈະ​ມາ​ເຖິງ”? (ໂມ​ໄຊ​ຢາ 8:17).

ເບິ່ງ Gospel Topics, “Prophets,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໂມ​ໄຊ​ຢາ 9–10

ເຮົາ​ສາ​ມາດ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ເຮົາ “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.”

ຊີ​ນິບ​ໄດ້​ຍອມ​ຮັບ​ວ່າ​ຄວາມ​ຜິດ​ພາດ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ລາວ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ລຳ​ບາກ. ແຕ່​ຕໍ່​ມາ, ລະ​ຫວ່າງ​ການ​ເຮັດ​ສົງ​ຄາມ​ກັບ​ຊາວ​ເລ​ມັນ, ລາວ​ໄດ້​ຊ່ວຍ​ໃຫ້​ຜູ້​ຄົນ​ຂອງ​ລາວ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ພວກ​ເຂົາ​ດ້ວຍ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 9–10, ໃຫ້​ຊອກ​ຫາ​ສິ່ງ​ທີ່​ຜູ້​ຄົນ​ຂອງ​ຊີ​ນິບ​ໄດ້​ເຮັດ ເພື່ອ​ສະ​ແດງ​ອອກ​ເຖິງ​ສັດ​ທາ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ແນວ​ໃດ? ພຣະ​ອົງ​ໄດ້​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ແນວ​ໃດ? ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ ທີ່​ທ່ານ​ໄດ້​ອອກ​ໄປ “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ” (ໂມ​ໄຊ​ຢາ 9:17; 10:10–11).

ໂມ​ໄຊ​ຢາ 10:11–17

ການ​ເລືອກ​ຂອງ​ເຮົາ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ຫລາຍ​ລຸ້ນ​ຄົນ.

ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 10:11–17, ໃຫ້​ລະ​ບຸ​ວິ​ທີ​ທີ່​ການ​ກະ​ທຳ ແລະ ທັດ​ສະ​ນະ​ຂອງ​ຄົນ​ລຸ້ນ​ຜ່ານ​ມາ​ຂອງ​ຊາວ​ເລ​ມັນ ມີ​ຜົນ​ກະ​ທົບ​ຕໍ່​ຄົນ​ລຸ້ນ​ຫລັງ​ແນວ​ໃດ. ສິ່ງ​ນີ້​ແນະ​ນຳ​ແນວ​ໃດ​ວ່າ ການ​ເລືອກ​ຂອງ​ທ່ານ​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຄົນ​ອື່ນ—ໃນ​ທາງ​ດີ ຫລື ບໍ່​ດີ—​ລວມ​ທັງ​ຜູ້​ຄົນ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ?

ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ເຮັດ​ໃຫ້​ການ​ຮຽນ​ຮູ້​ສະ​ໜຸກ​ສະ​ໜານ ແລະ ໜ້າ​ຊົງ​ຈຳ. ບາງ​ທີ​ການ​ລຽງ​ໂດ​ມິ​ໂນ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເລືອກ​ຂອງ​ຜູ້​ຄົນ​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລູກ​ຫລານ​ຂອງ​ພວກ​ເຂົາ​ແນວ​ໃດ (ເບິ່ງ ໂມ​ໄຊ​ຢາ 10:11–17).

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 7:19

ພຣະ​ເຈົ້າ​ໄດ້​ຊ່ວຍ​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ, ແລະ ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ເຊັ່ນ​ກັນ.

  • ເມື່ອ​ຜູ້​ຄົນ​ຂອງ​ເພິ່ນ​ມີ​ບັນ​ຫາ, ກະ​ສັດ​ລິມ​ໄຮ​ໄດ້​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ເສີມ​ສ້າງ​ສັດ​ທາ​ຂອງ​ພວກ​ເຂົາ. ຖາມ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ເລື່ອງ​ລາວ ຫລື ຜູ້​ຄົນ​ໃນ​ພຣະ​ຄຳ​ພີ ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ສັດ​ທາ. ແລ້ວ​ທ່ານ​ສາ​ມາດ​ອ່ານ ໂມ​ໄຊ​ຢາ 7:19 ເພື່ອ​ເຕືອນ​ພວກ​ເຂົາ ແລະ ທົບ​ທວນ​ເລື່ອງ​ລາວ​ທີ່​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ນີ້ (ເບິ່ງ “ງານ​ປັດ​ສະ​ຄາ” ແລະ “ຊາວ​ອິດ​ສະ​ຣາ​ເອນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ, 70–76). ບາງ​ທີ​ລູກໆ​ຂອງ​ທ່ານ​ອາດ​ຢາກ​ສະ​ແດງ​ຕາມ​ເລື່ອງ. ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ຜູ້​ຄົນ​ໃນ​ເລື່ອງ​ເຫລົ່າ​ນີ້​ແນວ​ໃດ? ພຣະ​ອົງ​ຊ່ວຍ​ເຮົາ​ແນວ​ໃດ?

  • ສຳ​ລັບ​ຕົວ​ຢ່າງ​ເພີ່ມ​ເຕີມ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ​ເຮົາ, ໃຫ້​ເລືອກ​ບາງ​ຂໍ້​ໃນ “ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ” ຫລື “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ເພື່ອ​ຮ້ອງ​ກັບ​ລູກໆ​ຂອງ​ທ່ານ. ຊ່ວຍ​ພວກ​ເຂົາ​ໃຫ້​ລະ​ບຸ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ—ແລະ ວິ​ທີ​ທີ່​ພຣະ​ອົງ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ​ແນວ​ໃດ.

ໂມ​ໄຊ​ຢາ 8:16–18

ພຣະ​ເຈົ້າ​ໄດ້​ມອບ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ໃຫ້​ແກ່​ເຮົາ.

  • ວິ​ທີ​ໜຶ່ງ​ທີ່​ຈະ​ສິດ​ສອນ​ກ່ຽວ​ກັບ​ຜູ້​ພະ​ຍາ​ກອນ​ຄື​ການ​ປຽບ​ທຽບ​ພວກ​ເພິ່ນ​ໃສ່​ກັບ​ສິ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ເຫັນ​ແຈ້ງ​ກວ່າ​ເກົ່າ, ເຊັ່ນ​ແວ່ນ​ຕາ, ກ້ອງ​ສ່ອງ​ທາງ​ໄກ, ຫລື ກ້ອງ​ຈຸ​ລະ​ທັດ. ແລ້ວ​ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 8:17 ໃຫ້​ລູກໆ​ຂອງ​ທ່ານ​ຟັງ, ພວກ​ເຂົາ​ສາ​ມາດ​ຍົກ​ມື​ຂຶ້ນ​ກວມ​ຕາ​ແບບ​ສ່ອງ​ກ້ອງ​ທາງ​ໄກ ທຸກ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ “ຜູ້​ພະ​ຍາ​ກອນ” (ເບິ່ງ ໂມ​ເຊ 6:35–36 ນຳ​ອີກ). ເວົ້າ​ລົມ​ນຳ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ໃຫ້​ສາດ​ສະ​ດາ “ເຫັນ” ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ. ສາດ​ສະ​ດາ ຫລື ຜູ້​ພະ​ຍາ​ກອນ​ຂອງ​ເຮົາ, ດັ່ງ​ເຊັ່ນ ໂຈ​ເຊັບ ສະ​ມິດ, ໄດ້​ເປີດ​ເຜີຍ​ຫຍັງ​ແດ່​ກັບ​ເຮົາ?

  • ຫລັງ​ຈາກ​ການ​ອ່ານ ໂມ​ໄຊ​ຢາ 8:16–18 ກັບ​ລູກໆ​ຂອງ​ທ່ານ, ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ຄິດ​ຫາ​ທາງ​ທີ່​ຈະ​ປະ​ກອບ​ປະ​ໂຫຍກ​ໃຫ້​ສົມ​ບູນ ເຊັ່ນ ຜູ້​ພະ​ຍາ​ກອນ​ເປັນ​ເໝືອນ … ຜູ້​ຊ່ວຍ​ເຮົາ … . ຍົກ​ຕົວ​ຢ່າງ, ຜູ້​ພະ​ຍາ​ກອນ​ເປັນ​ເໝືອນ​ປ້າຍ​ທາງ ຜູ້​ຊີ້​ບອກ​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ.

  • ພວກ​ທ່ານ​ກໍ​ສາ​ມາດ​ເຮັດ​ເຈ້ຍ​ຮອຍ​ຕີນ​ນຳ​ອີກ ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ແຕ້ມ​ຮູບ​ໃສ່​ໃນ​ຮອຍ​ຕີນ​ເຫລົ່າ​ນັ້ນ ເຖິງ​ສິ່ງ​ທີ່​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ໄດ້​ແນະ​ນຳ​ເຮົາ​ໃຫ້​ເຮັດ. ວາງ​ຮອຍ​ຕີນ​ເປັນ​ເສັ້ນ​ທາງ​ຢູ່​ຕາມ​ຫ້ອງ, ແລະ ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ຍ່າງ​ໄປ​ຕາມ​ຮອຍ​ຕີນ​ເຫລົ່າ​ນັ້ນ. ຜູ້​ພະ​ຍາ​ກອນ​ສາ​ມາດ​ເປັນ “ປະ​ໂຫຍດ​ອັນ​ຍິ່ງ​ໃຫຍ່” ຕໍ່​ເຮົາ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 8:17–18).

ໂມ​ໄຊ​ຢາ 9:14–18; 10:10–11

ເມື່ອ​ເຮົາ​ອ່ອນ​ແອ, ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ.

  • ເມື່ອ​ເດັກ​ນ້ອຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ, ບາງ​ຄັ້ງ​ພວກ​ເຂົາ​ຮູ້​ສຶກ​ອ່ອນ​ແອ ແລະ ໝົດ​ຫົນ​ທາງ. ທ່ານ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເພິ່ງ​ອາ​ໄສ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ທ່ານ​ສາ​ມາດ​ຖາມ​ພວກ​ເຂົາ​ວ່າ ເຮົາ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ເຂັ້ມ​ແຂງ​ທາງ​ຮ່າງ​ກາຍ. ຄຳ​ວ່າ “ກຳ​ລັງ​ຂອງ​ມະ​ນຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 10:11). ການ​ມີ “ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 9:17–18; 10:10). ເຮົາ​ຈະ​ໄດ້​ຮັບ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ສິ່ງ​ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກັບ​ໂມ​ໂຣ​ໄນ

Vision to Joseph Smith [ພາບ​ນິ​ມິດ​ຕໍ່​ໂຈ​ເຊັບ ສະ​ມິດ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌