ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 29 ເດືອນ​ເມ​ສາ–ວັນ​ທີ 5 ເດືອນ​ພຶດ​ສະ​ພາ: “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ.” ໂມ​ໄຊ​ຢາ 4–6


“ວັນ​ທີ 29 ເດືອນ​ເມ​ສາ–ວັນ​ທີ 5 ເດືອນ​ພຶດ​ສະ​ພາ: ‘ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ.’ ໂມ​ໄຊ​ຢາ 4–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 29 ເດືອນ​ເມ​ສາ–ວັນ​ທີ 5 ເດືອນ​ພຶດ​ສະ​ພາ. ໂມ​ໄຊ​ຢາ 4–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

In the Service of Your God [ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ນັ້ນ​ເອງ], ໂດຍ ວາວ​ເຕີ ເຣນ

ວັນ​ທີ 29 ເດືອນ​ເມ​ສາ–ວັນ​ທີ 5 ເດືອນ​ພຶດ​ສະ​ພາ: “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ”

ໂມ​ໄຊ​ຢາ 4–6

ທ່ານ​ເຄີຍ​ໄດ້​ຍິນ​ບາງ​ຄົນ​ເວົ້າ ແລະ ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ຢູ່​ບໍ? ບາງ​ທີ​ທ່ານ​ໄດ້​ຕັດ​ສິນ​ໃຈ​ໃຊ້​ຊີ​ວິດ​ທີ່​ແຕກ​ຕ່າງ​ໜ້ອຍ​ໜຶ່ງ ເພາະ​ສິ່ງ​ທີ່​ທ່ານ​ໄດ້​ຍິນ—ຫລື ແຕກ​ຕ່າງ​ຫລາຍ​ກວ່າ​ນັ້ນ. ຄຳ​ເທດ​ສະ​ໜາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ກໍ​ເປັນ​ຄຳ​ເທດ​ສະ​ໜາ​ແບບ​ນັ້ນ​ຫລະ, ແລະ ຄວາມ​ຈິງ​ທີ່​ເພິ່ນ​ໄດ້​ສິດ​ສອນ ກໍ​ມີ​ຜົນ​ກະ​ທົບ​ແບບ​ນັ້ນ​ຄື​ກັນ ຕໍ່​ຜູ້​ຄົນ​ທີ່​ໄດ້​ຍິນ​ເພິ່ນ​ກ່າວ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ເຖິງ​ສິ່ງ​ທີ່​ທູດ​ສະ​ຫວັນ​ໄດ້​ສິດ​ສອນ​ເພິ່ນ—ວ່າ​ພອນ​ທີ່​ປະ​ເສີດ​ນັ້ນ ຈະ​ຮັບ​ໄດ້​ຜ່ານ​ທາງ “ການ​ຊົດ​ໃຊ້​ດ້ວຍ​ໂລ​ຫິດ​ຂອງ​ພຣະ​ຄຣິດ” (ໂມ​ໄຊ​ຢາ 4:2). ເພາະ​ຂ່າວ​ສານ​ຂອງ​ເພິ່ນ, ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ກ່ຽວ​ກັບ​ຕົວ​ເອງ (ເບິ່ງ ໂມ​ໄຊ​ຢາ 4:2), ໄດ້​ປ່ຽນ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 5:2), ແລະ ເຂົາ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສະ​ເໝີ (ເບິ່ງ ໂມ​ໄຊ​ຢາ 5:5). ນີ້​ຄື​ວິ​ທີ​ທີ່​ຖ້ອຍ​ຄຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ. ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ​ແນວ​ໃດ?

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 4

ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ຮັບ ແລະ ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້​ໄດ້.

ບາງ​ເທື່ອ, ແມ່ນ​ແຕ່​ຕອນ​ທີ່​ທ່ານ​ຮູ້​ສຶກ​ວ່າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ແລ້ວ, ແຕ່​ທ່ານ​ກໍ​ຍາກ​ທີ່​ຈະ​ເກັບ​ຄວາມ​ຮູ້​ສຶກ​ນັ້ນ​ໄວ້ ແລະ ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຊອບ​ທຳ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ ເຖິງ​ວິ​ທີ​ຮັບ ແລະ ຮັກ​ສາ​ການ​ປົດ​ບາບ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ບົດ​ທີ 4 ຂອງ ໂມ​ໄຊ​ຢາ, ທ່ານ​ອາດ​ຖາມ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

ຂໍ້​ທີ 1–8.ພາຍ​ໃຕ້​ເງື່ອນ​ໄຂ​ໃດ​ແດ່​ທີ່​ພຣະ​ເຈົ້າ​ປະ​ທານ​ການ​ປົດ​ບາບ​ໃຫ້​ແກ່​ທ່ານ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ດົນ​ໃຈ​ທ່ານ​ໃຫ້​ກັບ​ໃຈ? ທ່ານ​ສາ​ມາດ​ຮູ້​ໄດ້​ແນວ​ໃດ​ວ່າ​ທ່ານ​ໄດ້​ກັບ​ໃຈ​ແລ້ວ?

ຂໍ້​ທີ 11–16.ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້​ທີ 11? ທ່ານ ຫລື ຄົນ​ທີ່​ທ່ານ​ຮັກ​ເຄີຍ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ເຫລົ່າ​ນີ້​ແນວ​ໃດ? ໃຫ້​ປຽບ​ທຽບ​ການ​ປ່ຽນ​ແປງ​ເຫລົ່າ​ນີ້​ກັບ​ການ​ປ່ຽນ​ແປງ​ທີ່​ບັນ​ຍາຍ​ຢູ່​ໃນ ໂມ​ໄຊ​ຢາ 3:19.

ຂໍ້​ທີ 16–30.ການ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ກັບ​ຄົນ​ອື່ນ​ອາດ​ຊ່ວຍ​ທ່ານ​ໃຫ້​ຮັກ​ສາ​ການ​ປົດ​ບາບ​ຂອງ​ທ່ານ​ໄວ້​ແນວ​ໃດ? ທ່ານ​ຈະ​ນຳ​ໃຊ້ ຂໍ້​ທີ 27 ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ແນວ​ໃດ?

ໃນ​ທາງ​ໃດ​ແດ່​ທີ່​ເຮົາ​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ? ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ໃນ​ແບບ​ໃດ? (ເບິ່ງ ໂມ​ໄຊ​ຢາ 4:26). ແມ່ນ​ໃຜ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ທ່ານ?

ເບິ່ງ Becky Craven, “Keep the Change,” Liahona, Nov. 2020, 58–60 ນຳ​ອີກ.

ໂມ​ໄຊ​ຢາ 4:5–10

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ເຊື່ອ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ.

ຄຳ​ເຊື້ອ​ເຊີນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ທີ່​ໃຫ້​ເຊື່ອ ແລະ ໄວ້​ວາງ​ໃຈ​ພຣະ​ເຈົ້າ​ກໍ​ຍັງ​ສຳ​ຄັນ​ຢູ່​ໃນ​ວັນ​ເວ​ລາ​ນີ້​ດັ່ງ​ໃນ​ສະ​ໄໝ​ບູ​ຮານ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 4:5–10, ໃຫ້​ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຈົ້າ​ທີ່​ໃຫ້​ເຫດ​ຜົນ​ແກ່​ທ່ານ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ອົງ. ໃຫ້​ສັງ​ເກດ​ເບິ່ງ​ຄຳ​ເຊື້ອ​ເຊີນ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ມອບ​ໃຫ້​ໃນ​ຂໍ້​ທີ 10. ເປັນ​ຫຍັງ​ການ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ມັນ​ງ່າຍ​ຂື້ນ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ເຊື້ອ​ເຊີນ?

ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ເຫລົ່າ​ນີ້ ເພື່ອ​ຂຽນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ​ລົງ​ໄວ້: ເຢ​ເຣ​ມີ​ຢາ 32:17; 1 ໂຢ​ຮັນ 4:8; 2 ນີ​ໄຟ 9:17; ​ແອວ​ມາ 32:22; ມໍ​ມອນ 9:9; ອີ​ເທີ 3:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:1–3; 88:41 (ເບິ່ງ ວິ​ດີ​ໂອ “Christlike Attributes,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ). ທ່ານ​ສາ​ມາດ​ໃຊ້​ຄຸນ​ລັກ​ສະ​ນະ​ທີ່​ທ່ານ​ໄດ້​ຂຽນ​ໄວ້ ເພື່ອ​ຫາ​ວິ​ທີ​ອື່ນໆ​ທີ່​ຈະ​ປະ​ກອບ​ປະ​ໂຫຍກ​ທີ່​ຄ້າຍ​ຄື​ກັນ​ນີ້​ໃຫ້​ສົມ​ບູນ: “ເພາະ​ເຮົາ​ຮູ້​ວ່າ​ພຣະ​ເຈົ້າ , ເຮົາ​ຈຶ່ງ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ອົງ​ທີ່​ຈະ .”

ການ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ເຈົ້າ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ຂະ​ນະ​ທີ່​ເຮົາ​ມີ​ປະ​ສົບ​ການ​ກັບ​ພຣະ​ອົງ. ຢູ່​ໃນ ໂມ​ໄຊ​ຢາ 4:1–3, ແມ່ນ​ຫຍັງ​ໄດ້​ຊ່ວຍ​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໃຫ້​ມາ “ຮູ້​ເລື່ອງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ”? (ຂໍ້​ທີ 6). ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ທ່ານ​ເຄີຍ​ໄດ້​ມີ​ກັບ​ພຣະ​ເຈົ້າ. ປະ​ສົບ​ການ​ເຫລົ່າ​ນີ້​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ? ທ່ານ​ກຳ​ລັງ​ເຮັດ​ຕາມ​ຂັ້ນ​ຕອນ​ໃດ​ແດ່ (ຫລື ສາ​ມາດ​ເຮັດ) ເພື່ອ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ ຫລື ຄວາມ​ໄວ້​ວາງ​ໃຈ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ?

ເບິ່ງ Jeffrey R. Holland, “The Grandeur of God,” Liahona, Nov. 2003, 70–73; Gospel Topics “God the Father,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 41 ນຳ​ອີກ.

ການ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ສັກ​ສິດ. ປະ​ສົບ​ການ​ບາງ​ຢ່າງ​ແມ່ນ​ສັກ​ສິດ ຫລື ເປັນ​ເລື່ອງ​ສ່ວນ​ຕົວ​ຫລາຍ​ເກີນ​ກວ່າ​ທີ່​ຈະ​ແບ່ງ​ປັນ. ເມື່ອ​ເຊື້ອ​ເຊີນ​ໃຫ້​ຄົນ​ອື່ນ​ແບ່ງ​ປັນ​ປະ​ສົບ​ການ, ຢ່າ​ກົດ​ດັນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ.

ໂມ​ໄຊ​ຢາ 4:29–30

ເຮົາ​ຕ້ອງ​ລະ​ວັງ​ຄວາມ​ນຶກ​ຄິດ, ຄຳ​ເວົ້າ, ແລະ ການ​ກະ​ທຳ​ຂອງ​ເຮົາ.

ພຣະ​ເຈົ້າ​ຈະ​ບໍ່​ມອບ​ລາຍ​ການ​ຂອງ​ບາບ​ທີ່​ເປັນ​ໄປ​ໄດ້​ທັງ​ໝົດ​ໃຫ້​ເຮົາ. ອີງ​ຕາມ ໂມ​ໄຊ​ຢາ 4:29–30, ພຣະ​ອົງ​ຈະ​ເຮັດ​ສິ່ງ​ໃດ​ແທນ​ນັ້ນ? ໃຫ້​ໄຕ່​ຕອງ​ວ່າ​ຄວາມ​ນຶກ​ຄິດ, ຄຳ​ເວົ້າ, ແລະ ການ​ກະ​ທຳ​ຂອງ​ທ່ານ​ມີ​ຜົນ​ກະ​ທົບ​ຕໍ່​ຕົວ​ທ່ານ​ເອງ ແລະ ຕໍ່​ຄົນ​ອື່ນ​ແນວ​ໃດ. ມັນ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ​ແນວ​ໃດ? ທ່ານ​ຈະ “ລະ​ວັງ [ຕົວ​ທ່ານ​ເອງ]” ແນວ​ໃດ?

ໂມ​ໄຊ​ຢາ 5:1–5

ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ ຢູ່​ໃນ​ໃຈ​ຂອງ​ເຮົາ​ໄດ້.

ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ຜູ້​ຄົນ​ຈະ​ເວົ້າ​ວ່າ, “ຂ້ອຍ​ປ່ຽນ​ບໍ່​ໄດ້. ຂ້ອຍ​ເປັນ​ຄົນ​ແນວ​ນີ້​ຢູ່​ແລ້ວ.” ກົງ​ກັນ​ຂ້າມ, ປະ​ສົບ​ການ​ຂອງ​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປ່ຽນ​ແປງ​ໃຈ​ຂອງ​ເຮົາ​ແທ້ໆ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 5:1–5, ໃຫ້​ຄິດ​ກ່ຽວ​ກັບ​ວ່າ “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ” ພາ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ—ຫລື ສາ​ມາດ​ເກີດ​ຂຶ້ນ—ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ໃຫ້​ຄິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ເຫັນ​ໄດ້​ຍາກ, ເທື່ອ​ລະ​ເລັກ​ລະ​ນ້ອຍ ພ້ອມ​ທັງ​ປະ​ສົບ​ການ​ອັນ “ໃຫຍ່​ຫລວງ”. ປະ​ສົບ​ການ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ແນວ​ໃດ​ເມື່ອ​ທ່ານ​ປະ​ເຊີນ​ໜ້າ​ກັບ​ການ​ລໍ້​ລວງ?

ເບິ່ງ ເອ​ເຊ​ກຽນ 36:26–27; ແອວ​ມາ 5:14; “A Change of Heart,” “The People of King Benjamin Make a Covenant” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ພຣະ​ຄຣິດ​ປິ່ນ​ປົວ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ປ່ວຍ​ໂຊ

Healing Hands [ພຣະ​ຫັດ​ທີ່​ປິ່ນ​ປົວ], ໂດຍ ອາ​ດາມ ເອ​ບຣຳ

ໂມ​ໄຊ​ຢາ 5:5–15

ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂມ​ໄຊ​ຢາ 5:7–9 ວ່າ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ​ແນວ​ໃດ? ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ (ເບິ່ງ ໂມ​ໂຣ​ໄນ 4–5) ສິດ​ສອນ​ຫຍັງ​ກ່ຽວ​ກັບ​ສິ່ງ​ນີ້? ທ່ານ​ຈະ​ສະ​ແດງ​ໃຫ້​ເຫັນ​ໃນ​ວິ​ທີ​ໃດ ເພື່ອ​ບອກ​ວ່າ​ທ່ານ “ເປັນ​ຂອງ” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເບິ່ງ D. Todd Christofferson, “Why the Covenant Path,” Liahona, May 2021, 116–19 ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 4:1–3, 10

ການ​ກັບ​ໃຈ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້.

  • ເພື່ອ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ຂອງ​ການ​ກັບ​ໃຈ, ບາງ​ທີ​ທ່ານ​ສາ​ມາດ​ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ເຮັດ​ໃຫ້​ມື​ຂອງ​ພວກ​ເຂົາ​ໜຽວ ຫລື ເປື້ອນ ແລະ ສັງ​ເກດ​ເຫັນ​ວ່າ​ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ​ຫລັງ​ຈາກ​ໄດ້​ລ້າງ​ມື. ແລ້ວ​ທ່ານ​ສາ​ມາດ​ປຽບ​ທຽບ​ສິ່ງ​ນັ້ນ​ໃສ່​ກັບ​ວິ​ທີ​ທີ່​ຜູ້​ຄົນ​ຢູ່​ໃນ ໂມ​ໄຊ​ຢາ 4:1–3 ໄດ້​ຮູ້​ສຶກ​ແນວ​ໃດ ກ່ອນ ແລະ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ບາບ. ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຈະ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ​ທາງ​ວິນ​ຍານ.

  • ລູກໆ​ຂອງ​ທ່ານ​ຮູ້​ບໍ​ວ່າ​ຈະ​ກັບ​ໃຈ​ຢ່າງ​ເຕັມ​ທີ່ ແລະ ຢ່າງ​ຈິງ​ໃຈ​ແນວ​ໃດ? ຊ່ວຍ​ພວກ​ເຂົາ​ໃຫ້​ພົບ​ເຫັນ​ສິ່ງ​ທີ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເຮັດ​ຢູ່​ໃນ ໂມ​ໄຊ​ຢາ 4:1–3, 10. ພວກ​ເຂົາ​ຍັງ​ສາ​ມາດ​ທົບ​ທວນ “ກັບ​ໃຈ, ການ​ກັບ​ໃຈ” ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ​ນຳ​ອີກ. ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ການ​ກັບ​ໃຈ​ເປັນ​ໄປ​ໄດ້​ແນວ​ໃດ?

ໂມ​ໄຊ​ຢາ 2:10–26

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ດົນ​ໃຈ​ເຮົາ​ໃຫ້​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ.

  • ການ​ຮັບ​ໃຊ້​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ດີ​ໃຈ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເວ​ລາ​ໃດ​ໜຶ່ງ​ຕອນ​ທີ່​ພວກ​ເຂົາ​ໄດ້​ຮັກ ແລະ ໄດ້​ຮັບ​ໃຊ້​ບາງ​ຄົນ ແລະ ວ່າ​ປະ​ສົບ​ການ​ນັ້ນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ. ແມ່ນ​ຫຍັງ​ຄື​ເຫດ​ຜົນ​ບາງ​ຢ່າງ​ທີ່​ຜູ້​ຄົນ​ອາດ​ບໍ່​ຢາກ​ຮັບ​ໃຊ້​ຄົນ​ອື່ນ? ເຮົາ​ສາ​ມາດ​ເວົ້າ​ຫຍັງ​ແດ່​ກັບ​ບາງ​ຄົນ​ເພື່ອ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊ່ວຍ​ເຫລືອ​ຄົນ​ທີ່​ຂັດ​ສັນ? ໃຫ້​ຊອກ​ຫາ​ແນວ​ຄິດ​ຢູ່​ໃນ ໂມ​ໄຊ​ຢາ 4:16–26.

  • ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ໄດ້​ຮັບ​ການ​ປົດ​ບາບ​ຂອງ​ເຮົາ, ເຮົາ​ກໍ “ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 4:12). ສິ່ງ​ນີ້​ຈະ​ນຳ​ພາ​ເຮົາ​ໃຫ້​ມີ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຕໍ່​ຄົນ​ອື່ນ. ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ ໂມ​ໄຊ​ຢາ 4:13–16, 26 (ຫລື ຮ້ອງ​ເພງ​ເຊັ່ນ “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48) ແລະ ຊອກ​ຫາ​ວະ​ລີ​ທີ່​ບັນ​ຍາຍ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ​ໄດ້​ແນວ​ໃດ. ແລ້ວ​ພວກ​ເຂົາ​ກໍ​ສາ​ມາດ​ສະ​ແດງ​ທ່າ​ທີ​ຂອງ​ວິ​ທີ​ເຫລົ່າ​ນີ້ ຫລື ແຕ້ມ​ຮູບ ແລະ ທວາຍ​ວະ​ລີ​ຂອງ​ກັນ​ແລະ​ກັນ. ເຮົາ​ຈະ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຢູ່​ທີ່​ບ້ານ, ຢູ່​ທີ່​ໂຮງ​ຮຽນ, ຫລື ຢູ່​ທີ່​ໂບດ​ໄດ້​ແນວ​ໃດ?

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ຍິງ​ກຳ​ລັງ​ຫລິ້ນ​ກັບ​ແອ​ນ້ອຍ

ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ເຮົາ​ໃຫ້​ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ.

ໂມ​ໄຊ​ຢາ 5:5–15

ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ໄວ້​ກັບ​ຕົນ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ເຮັດ​ປ້າຍ​ທີ່​ສະ​ແດງ​ພຣະ​ນາມ​ຂອງ “ພຣະ​ເຢ​ຊູ​ຄຣິດ” ແລະ ໃສ່​ມັນ​ໄວ້​ເທິງ​ຫົວ​ໃຈ​ຂອງ​ພວກ​ເຂົາ (ເບິ່ງ​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້). ຂະ​ນະ​ທີ່​ພວກ​ເຂົາ​ເຮັດ​ດັ່ງ​ນັ້ນ, ທ່ານ​ສາ​ມາດ​ອ່ານ​ໃຫ້​ພວກ​ເຂົາ​ຟັງ​ຈາກ ໂມ​ໄຊ​ຢາ 5:12 ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ​ການ​ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ, ກັບ​ພຣະ​ເຈົ້າ​ກໍ​ຄື​ກັນ​ກັບ​ການ​ມີ​ພຣະ​ນາມ​ຂອງ​ພຣະ​ຄຣິດ “ຈາ​ລຶກ​ໄວ້​ໃນ​ໃຈ [ຂອງ​ເຮົາ] ສະ​ເໝີ​ໄປ.”

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເກືອ​ນົກ

In His Constant Care [ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ພຣະ​ອົງ​ສະ​ເໝີ], ໂດຍ ກະ​ເຣກ ເຄ ອໍ​ສັນ