ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 13–19 ເດືອນ​ພຶດ​ສະ​ພາ: “ແສງ​ສະ​ຫວ່າງ … ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ.” ໂມ​ໄຊ​ຢາ 11–17


“ວັນ​ທີ 13–19 ເດືອນ​ພຶດ​ສະ​ພາ: ‘ແສງ​ສະ​ຫວ່າງ … ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ.’ ໂມ​ໄຊ​ຢາ 11–17,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 13–19 ເດືອນ​ພຶດ​ສະ​ພາ. ໂມ​ໄຊ​ຢາ 11–17,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ອະ​ບີ​ນາ​ໄດ​ກຳ​ລັງ​ເປັນ​ພະ​ຍານ​ຕໍ່​ກະ​ສັດ​ໂນ​ອາ

Abinadi before King Noah [ອະ​ບີ​ນາ​ໄດ​ຢູ່​ຕໍ່​ໜ້າ​ກະ​ສັດ​ໂນ​ອາ], ໂດຍ ແອນ​ດຣູ ໂບສ໌​ລີ

ວັນ​ທີ 13–19 ເດືອນ​ພຶດ​ສະ​ພາ: “ແສງ​ສະ​ຫວ່າງ … ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ”

ໂມ​ໄຊ​ຢາ 11–17

ໄຟ​ທີ່​ລຸກ​ລາມ​ສາ​ມາດ​ເກີດ​ຈາກ​ປະ​ກາຍ​ໄຟ​ພຽງ​ເມັດ​ດຽວ. ອະ​ບີ​ນາ​ໄດ​ເປັນ​ພຽງ​ຄົນ​ດຽວ​ທີ່​ໄດ້​ເປັນ​ພະ​ຍານ​ຕໍ່​ຕ້ານ​ກະ​ສັດ​ທີ່​ມີ​ອິດ​ທິ​ພົນ ແລະ ສານ​ຂອງ​ເພິ່ນ. ພາກ​ສ່ວນ​ໃຫຍ່​ຂອງ​ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ຖືກ​ປະ​ຕິ​ເສດ, ແລະ ເພິ່ນ​ໄດ້​ຖືກ​ສັ່ງ​ປະ​ຫານ. ແຕ່​ປະ​ຈັກ​ພະ​ຍານ​ຂອງ​ອະ​ບີ​ນາ​ໄດ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ເປັນ “ແສງ​ສະ​ຫວ່າງ … ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ” (ໂມ​ໄຊ​ຢາ 16:9), ໄດ້​ຈຸດ​ປະ​ກາຍ​ບາງ​ຢ່າງ​ໃນ​ປະ​ໂລ​ຫິດ​ໜຸ່ມ​ຄົນ​ໜຶ່ງ​ຊື່​ວ່າ ແອວ​ມາ. ແລະ ຈຸດ​ປະ​ກາຍ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ນັ້ນ ໄດ້​ເລີ່ມ​ຕົ້ນ​ເຕີບ​ໂຕ​ຂຶ້ນ ຂະ​ນະ​ທີ່​ແອວ​ມາ​ໄດ້​ນຳ​ຫລາຍ​ຄົນ​ມາ​ສູ່​ການ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ແປວ​ໄຟ​ທີ່​ໄດ້​ຂ້າ​ອະ​ບີ​ນາ​ໄດ ໄດ້​ດັບ​ມອດ​ໄປ​ແລ້ວ, ແຕ່​ແປວ​ໄຟ​ແຫ່ງ​ສັດ​ທາ​ທີ່​ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ກໍ່​ສ້າງ​ໄວ້ ຈະ​ມີ​ອິດ​ທິ​ພົນ​ຕະ​ຫລອດ​ໄປ​ຕໍ່​ຊາວ​ນີ​ໄຟ—ແລະ ຕໍ່​ຜູ້​ທີ່​ອ່ານ​ຖ້ອຍ​ຄຳ​ຂອງ​ເພິ່ນ ໃນ​ທຸກ​ວັນ​ນີ້. ເຮົາ​ສ່ວນ​ຫລາຍ​ຈະ​ບໍ່​ເຄີຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທີ່​ອະ​ບີ​ນາ​ໄດ​ໄດ້​ປະ​ເຊີນ ເພາະ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ແຕ່​ກໍ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ ທີ່​ເຮົາ​ຈະ​ຖືກ​ທົດ​ສອບ​ເລື່ອງ​ຄວາມ​ກ້າ​ຫານ ແລະ ສັດ​ທາ ເພາະ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ການ​ສຶກ​ສາ​ປະ​ຈັກ​ພະ​ຍານ​ຂອງ​ອະ​ບີ​ນາ​ໄດ ຈະ​ວີ​ແປວ​ໄຟ​ແຫ່ງ​ປະ​ຈັກ​ພະ​ຍານ ແລະ ແຫ່ງ​ຄວາມ​ກ້າ​ຫານ​ໃນ​ໃຈ​ຂອງ​ທ່ານ​ເຊັ່ນ​ກັນ.

ເບິ່ງ “Abinadi Testifies of Jesus Christ” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 11–1317

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ຢືນ​ຢັດ​ເພື່ອ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ.

ຂະ​ນະ​ທີ່​ທ່ານ​ກຳ​ລັງ​ສຶກ​ສາ ໂມ​ໄຊ​ຢາ 11–13; 17, ໃຫ້​ເບິ່ງ​ຮູບ​ພາບ​ຂອງ​ອະ​ບີ​ນາ​ໄດ​ໃນ​ໂຄງ​ຮ່າງ​ນີ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຢືນ​ເປັນ​ພະ​ຍານ​ໃຫ້​ພຣະ​ຄຣິດ? ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ທ່ານ​ສາ​ມາດ​ສຸມ​ການ​ສຶກ​ສາ​ຂອງ​ທ່ານ​ໃສ່​ກັບ​ຂໍ້​ພຣະ​ຄຳ​ພີ ແລະ ຄຳ​ຖາມ​ຕ່າງໆ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຈະ​ບັນ​ຍາຍ​ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ວ່າ​ແນວ​ໃດ? ເປັນ​ຫຍັງ​ອະ​ບີ​ນາ​ໄດ​ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ກັບ​ພວກ​ເພິ່ນ? (ເບິ່ງ ໂມ​ໄຊ​ຢາ 11:1–19, 27–29; 12:9–15).

  • ທ່ານ​ຈະ​ບັນ​ຍາຍ​ອະ​ບີ​ນາ​ໄດ​ວ່າ​ແນວ​ໃດ? ສິ່ງ​ໃດ​ທີ່​ອະ​ບີ​ນາ​ໄດ​ໄດ້​ເຂົ້າ​ໃຈ ທີ່​ໄດ້​ຊ່ວຍ​ໃຫ້​ເພິ່ນ​ມີ​ຄວາມ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ? (ເບິ່ງ ໂມ​ໄຊ​ຢາ 13:2–9, 28, 33–35; 17:8–10, 20).

ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກ​ວ່າ ທ່ານ​ຢືນ​ຢູ່​ຄົນ​ດຽວ​ໃນ​ການ​ປົກ​ປ້ອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ? ພຣະ​ອົງ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ວ່າ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ທ່ານ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ເລື່ອງ​ນີ້, ທ່ານ​ສາ​ມາດ​ອ່ານ​ເລື່ອງ​ເລົ່າ​ຂອງ​ເອ​ລີ​ຊາ ແລະ ຜູ້​ຮັບ​ໃຊ້​ໜຸ່ມ​ຂອງ​ເພິ່ນ​ໃນ 2 ກະ​ສັດ 6:14–17. ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ ກ່ຽວ​ກັບ​ເລື່ອງ​ເລົ່າ​ຂອງ​ເພິ່ນ?

ທ່ານ​ຍັງ​ສາ​ມາດ​ຄົ້ນ​ຄວ້າ ໜ້າ​ທີ 31–33 ຂອງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ ເພື່ອ​ຊອກ​ຫາ​ວະ​ລີ​ທີ່​ໃຫ້​ຄວາມ​ກ້າ​ຫານ​ແກ່​ທ່ານ​ໃນ​ການ​ປົກ​ປ້ອງ​ຄວາມ​ຈິງ. ຫລື ທ່ານ​ສາ​ມາດ​ເຮັດ​ຢ່າງ​ດຽວ​ກັນ​ໃນ​ເນື້ອ​ເພງ​ຂອງ​ເພງ​ສວດ​ເຊັ່ນ “ເຮັດ​ແຕ່​ຄວາມ​ດີ” ຫລື “ຂໍ​ໃຫ້​ເຮົາ​ເດີນ​ໄປ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38, 10).

ທ່ານ​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ອະ​ບີ​ນາ​ໄດ​ແນວ​ໃດ? ວິ​ດີ​ໂອ “Dare to Stand Alone” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ສະ​ເໜີ​ສະ​ຖາ​ນະ​ການ​ຊຶ່ງ​ທ່ານ​ສາ​ມາດ​ຢືນ​ຢັດ​ເພື່ອ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ມີ​ຕົວ​ຢ່າງ​ອື່ນ​ໃດ​ແດ່​ທີ່​ທ່ານ​ຄິດ​ອອກ?

ເບິ່ງ ໂຣມ 1:16; 2 ຕີ​ໂມ​ທຽວ 1:7–8; “Chapter 8: The Call for Courage,” Teachings of Presidents of the Church: Thomas S. Monson (2022), 135–47; Gospel Topics, “Faith in Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ. “ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ພະ​ລັງ​ຮຽກ​ຮ້ອງ​ບໍ່​ພຽງ​ແຕ່​ການ​ກະ​ກຽມ​ບົດ​ຮຽນ​ເທົ່າ​ນັ້ນ ແຕ່​ຕ້ອງ​ກະ​ກຽມ​ຕົວ​ທ່ານ​ເອງ​ທາງ​ວິນ​ຍານ​ນຳ​ອີກ ເພື່ອ​ຈະ​ໄດ້​ຍິນ ແລະ ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ ຂະ​ນະ​ທີ່​ທ່ານ​ສິດ​ສອນ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 17).

ໂມ​ໄຊ​ຢາ 12:19–37

ເຮົາ​ຕ້ອງ​ຕັ້ງ​ໃຈ​ເພື່ອ​ຈະ​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ບັນ​ດາ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ໂນ​ອາ​ເຄີຍ​ຄຸ້ນ​ເຄີຍ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ສາ​ມາດ​ອ້າງ​ເຖິງ​ຂໍ້​ຄວາມ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ອ້າງ​ວ່າ​ໄດ້​ສິດ​ສອນ​ພຣະ​ບັນ​ຍັດ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ຊີ​ວິດ​ຂອງ​ພວກ​ເຂົາ​ເບິ່ງ​ຄື​ວ່າ ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຫຍັງ​ຈາກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລີຍ. ເປັນ​ຫຍັງ​ຄື​ເປັນ​ແນວ​ນັ້ນ?

ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 12:19–37. ທ່ານ​ຄິດ​ວ່າ​ການ​ຕັ້ງ​ໃຈ​ເພື່ອ​ໃຫ້​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ? ວະ​ລີ ຫລື ຂໍ້​ຄວາມ​ໃດ​ທີ່​ດົນ​ໃຈ​ທ່ານ​ໃຫ້​ປ່ຽນ​ແປງ​ວິ​ທີ​ທີ່​ທ່ານ​ເຂົ້າ​ຫາ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ?

ໂມ​ໄຊ​ຢາ 13:11–26

ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄວນ​ມີ​ຂຽນ​ໄວ້​ໃນ​ໃຈ​ຂອງ​ເຮົາ.

ໃຫ້​ໄຕ່​ຕອງ​ຂໍ້​ສັງ​ເກດ​ຂອງ​ອະ​ບີ​ນາ​ໄດ​ທີ່​ວ່າ ພຣະ​ບັນ​ຍັດ “ບໍ່​ມີ​ຂຽນ​ໄວ້​ໃນ​ໃຈ” ຂອງ​ພວກ​ປະ​ໂລ​ຫິດ​ເລີຍ (ໂມ​ໄຊ​ຢາ 13:11). ວະ​ລີ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 13:11–26, ໃຫ້​ພິ​ຈາ​ລະ​ນາ​ວ່າ ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໄດ້​ມີ​ຂຽນ​ໄວ້​ໃຈ​ຂອງ​ທ່ານ​ຫລື​ບໍ່.

ເບິ່ງ ເຢ​ເຣ​ມີ​ຢາ 31:31–34; 2 ໂກ​ຣິນ​ໂທ 3:3 ນຳ​ອີກ.

ໂມ​ໄຊ​ຢາ 14–15

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ.

ໃນ ໂມ​ໄຊ​ຢາ 14–15, ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ທ່ານ. ຂໍ້​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ເຮັດ​ໃຫ້​ຄວາມ​ຮັກ ແລະ ຄວາມ​ຮູ້​ບຸນ​ຄຸນ​ຂອງ​ທ່ານ​ຕໍ່​ພຣະ​ອົງ ເລິກ​ເຊິ່ງ​ຫລາຍ​ຂຶ້ນ?

ໂມ​ໄຊ​ຢາ 15:1–12

ພຣະ​ເຢ​ຊູ​ຄຣິດ​ເປັນ​ທັງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ແນວ​ໃດ?

ອະ​ບີ​ນາ​ໄດ​ໄດ້​ສິດ​ສອນ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບຸດ—ພຣະ​ເຢ​ຊູ​ຄຣິດ—ຈະ​ເປັນ​ພຣະ​ຜູ້​ໄຖ່ (ເບິ່ງ ໂມ​ໄຊ​ຢາ 15:1), ຢູ່​ໃນ​ເນື້ອ​ໜັງ, ໂດຍ​ເປັນ​ທັງ​ມະ​ນຸດ ແລະ ພຣະ​ເຈົ້າ (ຂໍ້​ທີ 2–3). ພຣະ​ອົງ​ໄດ້​ຍິນ​ຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ທັງ​ໝົດ (ຂໍ້​ທີ 5–9). ເພາະ​ສິ່ງ​ນີ້, ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ໄດ້​ເປັນ​ທັງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຢູ່​ໃນ​ໂລກ (ເບິ່ງ ໂຢ​ຮັນ 14:6–10).

ພຣະ​ເຢ​ຊູ​ຄຣິດ​ກໍ​ຍັງ​ເປັນ​ພຣະ​ບິ​ດາ​ນຳ​ອີກ ໃນ​ຄວາມ​ໝາຍ​ທີ່​ວ່າ ເມື່ອ​ເຮົາ​ຮັບ​ເອົາ​ການ​ໄຖ່​ຂອງ​ພຣະ​ອົງ, ເຮົາ​ກໍ​ກາຍ​ເປັນ “ລູກ​ຫລານ​ຂອງ​ພຣະ​ອົງ” ແລະ “ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 15:11–12). ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ໄດ້​ເກີດ​ໃໝ່​ທາງ​ວິນ​ຍານ​ຜ່ານ​ທາງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 5:7).

ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ ມັນ​ສຳ​ຄັນ​ທີ່​ຈະ​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ? ປະ​ຈັກ​ພະ​ຍານ​ຂອງ​ອະ​ບີ​ນາ​ໄດ​ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພວກ​ພຣະ​ອົງ​ແນວ​ໃດ?

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 11–1317

ເຮົາ​ສາ​ມາດ​ຢືນ​ຢັດ​ເພື່ອ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ.

  • ບາງ​ຄັ້ງ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ໃຫ້​ເລືອກ​ສິ່ງ​ທີ່​ຂັດ​ກັບ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ. ລູກໆ​ຂອງ​ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ອະ​ບີ​ນາ​ໄດ​ກ່ຽວ​ກັບ​ການ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຖິງ​ແມ່ນ​ວ່າ ມັນ​ຈະ​ບໍ່​ເປັນ​ທີ່​ນິ​ຍົມ​ກໍ​ຕາມ? ວຽກ​ງານ​ສິ​ລະ​ປະ​ໃນ​ໂຄງ​ຮ່າງ​ນີ້ ຫລື “ບົດ​ທີ 14: ອະ​ບີ​ນາ​ໄດ ແລະ ກະ​ສັດ​ໂນ​ອາ” (ໃນ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 38–42) ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ນຶກ​ພາບ​ເລື່ອງ​ລາວ​ໃນ ໂມ​ໄຊ​ຢາ 11–13; 17. ຖາມ​ພວກ​ເຂົາ​ວ່າ ພວກ​ເຂົາ​ມັກ​ຫຍັງ​ກ່ຽວ​ກັບ​ອະ​ບີ​ນາ​ໄດ.

  • ລູກໆ​ຂອງ​ທ່ານ​ອາດ​ມ່່ວນ​ຊື່ນ​ກັບ​ການ​ສະ​ແດງ​ຕາມ​ເລື່ອງ​ລາວ​ຂອງ​ອະ​ບີ​ນາ​ໄດ. ແລ້ວ​ພວກ​ເຂົາ​ຍັງ​ສາ​ມາດ​ສະ​ແດງ​ຈຳ​ລອງ ເພື່ອ​ຝຶກ​ຊ້ອມ​ສິ່ງ​ທີ່​ພວກ​ເຂົາ​ອາດ​ເຮັດ ຖ້າ​ຄົນ​ອື່ນ​ຢາກ​ໃຫ້​ພວກ​ເຂົາ​ເຮັດ​ບາງ​ສິ່ງ​ທີ່​ຜິດ. ຫລື ພວກ​ເຂົາ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ພວກ​ເຂົາ​ກ້າ​ຫານ​ໃນ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ອະ​ບີ​ນາ​ໄດ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? (ເບິ່ງ ໂມ​ໄຊ​ຢາ 13:2–9; 17:7–10). ເປັນ​ຫຍັງ​ກະ​ສັດ​ໂນ​ອາ​ຈຶ່ງ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ເພິ່ນ​ຄິດ​ວ່າ​ຖືກ​ຕ້ອງ? (ເບິ່ງ ໂມ​ໄຊ​ຢາ 17:11–12).

ໂມ​ໄຊ​ຢາ 12:33–36; 13:11–24

ເຮົາ​ຄວນ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ສິບ​ຂໍ້.

  • ພວກ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ໂນ​ອາ​ຮູ້​ຈັກ​ພຣະ​ບັນ​ຍັດ​ສິບ​ຂໍ້ ແຕ່​ພວກ​ເຂົາ​ພັດ​ບໍ່​ມີ​ມັນ “ຂຽນ​ໄວ້​ໃນ​ໃຈ​ຂອງ [ພວກ​ເຂົາ]” (ໂມ​ໄຊ​ຢາ 13:11). ທ່ານ​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຮູ້​ຈັກ​ພຣະ​ບັນ​ຍັດ ແລະ ຮັກ​ມັນ​ແນວ​ໃດ? ບາງ​ເທື່ອ​ພວກ​ເຂົາ​ອາດ​ສາ​ມາດ​ຂຽນ​ພຣະ​ບັນ​ຍັດ​ຈາກ ໂມ​ໄຊ​ຢາ 12:33–36 ແລະ 13:11–24 ໃສ່​ໃນ​ເຈ້ຍ​ຮູບ​ຫົວ​ໃຈ. ຂະ​ນະ​ທີ່​ພວກ​ເຂົາ​ເຮັດ​ເຊັ່ນ​ນັ້ນ, ໃຫ້​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວ່າ ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໝາຍ​ເຖິງ​ຫຍັງ ແລະ ຈະ​ຕິດ​ຕາມ​ມັນ​ແນວ​ໃດ. ເຮົາ​ຈະ​ຂຽນ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ໄວ້​ໃນ​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ?

  • ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ພຣະ​ບັນ​ຍັດ, ເຊັ່ນ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6). ພອນ​ໃດ​ແດ່​ທີ່​ມາ​ຈາກ​ການ​ຮັກ​ສາ​ພຣະ​ບັນ​ຍັດ?

ຮູບ​ພາບ
ພໍ່​ກັບ​ລູກ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ໂມ​ໄຊ​ຢາ 14; 16:4–9

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເພື່ອ​ນຳ​ພາ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

  • ເຖິງ​ແມ່ນ​ຈະ​ເປັນ​ບົດ​ທີ່​ສັ້ນ​ກໍ​ຕາມ, ໂມ​ໄຊ​ຢາ 14 ມີ​ຄຳ​ສັບ ແລະ ວະ​ລີ​ຫລາຍ​ຄຳ ທີ່​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ບາງ​ເທື່ອ​ທ່ານ ແລະ ລູກໆ​ຂອງ​ທ່ານ ສາ​ມາດ​ຂຽນ​ເປັນ​ລາຍ​ການ​ອອກ​ມາ ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ບົດ​ນີ້​ນຳ​ກັນ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ເວົ້າ​ລົມ​ນຳ​ກັນ​ກ່ຽວ​ກັບ​ວ່າ ພວກ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ພວກ​ທ່ານ​ສຶກ​ສາ​ຄຳ​ສັບ ແລະ ວະ​ລີ​ເຫລົ່າ​ນີ້.

  • ເພື່ອ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ອະ​ບີ​ນາ​ໄດ​ໄດ້​ອ້າງ​ເຖິງ​ສາດ​ສະ​ດາ​ເອ​ຊາ​ຢາ, ຜູ້​ທີ່​ໄດ້​ປຽບ​ທຽບ​ເຮົາ​ໃສ່​ກັບ​ແກະ​ທີ່​ເສຍ​ໄປ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຕ່າງໆ ຕອນ​ທີ່​ພວກ​ເຂົາ​ໄດ້​ສູນ​ເສຍ​ບາງ​ຢ່າງ ແລະ ຕອນ​ທີ່​ຕົວ​ພວກ​ເຂົາ​ເອງ​ຫລົງ​ທາງ. ພວກ​ເຂົາ​ໄດ້​ຮູ້​ສຶກ​ແນວ​ໃດ? ພວກ​ເຂົາ​ໄດ້​ເຮັດ​ແນວ​ໃດ? ແລ້ວ​ພວກ​ທ່ານ​ສາ​ມາດ​ອ່ານ ໂມ​ໄຊ​ຢາ 14:6 ແລະ 16:4–9 ນຳ​ກັນ. ເຮົາ​ເປັນ​ຄື​ດັ່ງ​ແກະ​ທີ່​ຊັດ​ເຊ​ໄປ​ຈາກ​ພຣະ​ເຈົ້າ​ແນວ​ໃດ? ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ໃຫ້​ເຮົາ​ກັບ​ຄືນ​ມາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ອະ​ບີ​ນາ​ໄດ​ກຳ​ລັງ​ເປັນ​ພະ​ຍານ​ຕໍ່​ກະ​ສັດ​ໂນ​ອາ

His Face Shone with Exceeding Luster [ໃບ​ໜ້າ​ຂອງ​ເພິ່ນ​ສົ່ງ​ແສງ​ສະ​ຫວ່າງ​ອອກ​ມາ​ດ້ວຍ​ລັດ​ສະ​ໝີ], ໂດຍ ແຈ​ຣາ​ມີ ວິນ​ບອກ