ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 20–26 ເດືອນ​ພຶດ​ສະ​ພາ: “ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.” ໂມ​ໄຊ​ຢາ 18–24


“ວັນ​ທີ 20–26 ເດືອນ​ພຶດ​ສະ​ພາ: ‘ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.’ ໂມ​ໄຊ​ຢາ 18–24,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 20–26 ເດືອນ​ພຶດ​ສະ​ພາ. ໂມ​ໄຊ​ຢາ 18–24,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຜູ້​ຄົນ​ຂອງ​ລິມ​ໄຮ​ກຳ​ລັງ​ລັກ​ໜີ

ມິ​ເນີ​ວາ ໄທ​ເກີດ (1888–1976), Escape of King Limhi and His People [ການ​ລັກ​ໜີ​ຂອງ​ກະ​ສັດ​ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35 7/8 × 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969.

ວັນ​ທີ 20–26 ເດືອນ​ພຶດ​ສະ​ພາ: ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ

ໂມ​ໄຊ​ຢາ 18–24

ເລື່ອງ​ລາວ​ຂອງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ ຢູ່​ໃນ ໂມ​ໄຊ​ຢາ 18; 23–24 ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ຂອງ​ການ “ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ” (ໂມ​ໄຊ​ຢາ 18:8). ເມື່ອ​ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ພວກ​ເຂົາ​ກໍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ທີ່​ຈະ “ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (ໂມ​ໄຊ​ຢາ 18:10). ເຖິງ​ແມ່ນ​ສິ່ງ​ນີ້​ເປັນ​ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ສ່ວນ​ຕົວ​ກັບ​ພຣະ​ເຈົ້າ, ແຕ່​ມັນ​ຍັງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ນຳ​ອີກ. ແມ່ນ​ແລ້ວ, ການ​ເດີນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເປັນ​ສ່ວນ​ບຸກ​ຄົນ, ແລະ ບໍ່​ມີ​ຄົນ​ໃດ​ສາ​ມາດ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໃຫ້​ເຮົາ, ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຢູ່​ຕາມ​ລຳ​ພັງ. ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ໂດຍ​ການ​ຊ່ວຍ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ຢູ່​ໃນ​ເສັ້ນ​ທາງ, “ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ” (ໂມ​ໄຊ​ຢາ 18:8–10). ຜູ້​ຄົນ​ຂອງ​ແອວ​ມາ ໄດ້​ມີ​ພາ​ລະ​ແບກ​ຫາບ​ທີ່​ໜັກ​ໜ່ວງ​ແທ້ໆ, ຄື​ກັນ​ກັບ​ເຮົາ​ທຸກ​ຄົນ. ແລະ ວິ​ທີ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ​ເຮົາ​ໃຫ້ “ທົນ​ຕໍ່​ພາ​ລະ​ແບກ​ຫາບ [ຂອງ​ເຮົາ] ຢ່າງ​ງ່າຍ​ດາຍ” (ໂມ​ໄຊ​ຢາ 24:15) ແມ່ນ​ໂດຍ​ການ​ມອບ​ຊຸມ​ຊົນ​ຂອງ​ໄພ່​ພົນ​ໃຫ້​ເຮົາ ຜູ້​ທີ່​ໄດ້​ສັນ​ຍາ​ທີ່​ຈະ​ເປັນ​ທຸກ​ກັບ​ເຮົາ ແລະ ປອບ​ໃຈ​ເຮົາ, ຄື​ກັນ​ກັບ​ທີ່​ເຮົາ​ໄດ້​ສັນ​ຍາ​ທີ່​ຈະ​ເຮັດ​ເພື່ອ​ເຂົາ​ເຈົ້າ.

ເບິ່ງ “The Lord Delivers the Covenant Peoples of Alma and Limhi” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໄຊ​ຢາ 18:1–17

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

ໃຫ້​ພິ​ຈາ​ລະ​ນາ​ວ່າ​ຜູ້​ຄົນ​ທີ່​ເຊື່ອ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ ໂມ​ໄຊ​ຢາ 18 ໄດ້​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ​ຂະ​ໜາດ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ໄດ້​ຊຸມ​ນຸມ​ກັນ​ຢ່າງ​ລັບໆ, ໂດຍ​ມີ​ຄວາມ​ສ່ຽງ​ສູງ, ເພື່ອ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ (ເບິ່ງ ຂໍ້​ທີ 3). ແລະ ເມື່ອ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຂົາ​ໂດຍ​ພັນ​ທະ​ສັນ​ຍາ​ຂອງ​ການ​ບັບ​ຕິ​ສະ​ມາ, “ພວກ​ເຂົາ​ຕົບ​ມື​ດ້ວຍ​ຄວາມ​ສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຮົາ” (ໂມ​ໄຊ​ຢາ 18:11).

ການ​ອ່ານ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ຈະ​ໄຕ່​ຕອງ​ວ່າ ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ສຳ​ຄັນ​ຂະ​ໜາດ​ໃດ​ຕໍ່​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມ​ໄຊ​ຢາ 18:8–14 ໂດຍ​ສະ​ເພາະ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ຄຳ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ? ພຣະ​ເຈົ້າ​ສັນ​ຍາ​ຫຍັງ​ແດ່​ກັບ​ທ່ານ? (ເບິ່ງ ຂໍ້​ທີ 10, 13).

  • ການ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ​ກ່ຽວ​ພັນ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ​ແນວ​ໃດ? (ເບິ່ງ ຂໍ້​ທີ 8–9).

  • ການ “ຢືນ​ເປັນ [ພະ​ຍານ] ຂອງ​ພຣະ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້​ທີ 9).

  • ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ ຊ່ວຍ​ທ່ານ​ໃຫ້ “ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ” ແນວ​ໃດ? (ໂມ​ໄຊ​ຢາ 18:14). ພຣະ​ວິນ​ຍານ​ຊ່ວຍ​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ແນວ​ໃດ?

ການ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ອາດ​ນຳ​ພາ​ທ່ານ​ໃຫ້​ໄຕ່​ຕອງ​ວ່າ ເປັນ​ຫຍັງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ເຈົ້າ. ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຮູ້​ແຈ້ງ​ຢູ່​ໃນ​ຂ່າວ​ສານ​ຂອງ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ “Covenant Belonging” (Liahona, Nov. 2019, 80–83) ຫລື ຂ່າວ​ສານ​ຂອງ​ປະ​ທານ ຈີນ ບີ ບິງ​ກຳ “Covenants with God Strengthen, Protect, and Prepare Us for Eternal Glory” (Liahona, May 2022, 66–69). ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ສຳ​ລັບ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ທ່ານ?

ເບິ່ງ Gospel Topics, “Baptism,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Alma the Elder Teaches and Baptizes at the Waters of Mormon” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສິດ​ສອນ​ຄວາມ​ຈິງ​ຈາກ​ພຣະ​ຄຳ​ພີ ແລະ ຈາກ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ. ຂະ​ນະ​ທີ່​ທ່ານ​ສິດ​ສອນ—ແລະ ຮຽນ​ຮູ້—ໃຫ້​ຈຳ​ໄວ້​ວ່າ ວິ​ທີ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ເພື່ອ​ຈະ​ເພີ່ມ​ພູນ​ສັດ​ທາ​ໃນ​ພຣະ​ຄຣິດ​ຄື​ທີ່​ຈະ​ສຸມ​ໃສ່​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ (ເບິ່ງ ໂມ​ໄຊ​ຢາ 18:19).

ໂມ​ໄຊ​ຢາ 18:17–30

ພຣະ​ເຈົ້າ​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ເຕົ້າ​ໂຮມ, ຈັດ​ລະ​ບຽບ, ແລະ ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

ບາງ​ຄົນ​ສົງ​ໄສ​ວ່າ, ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ສາດ​ສະ​ໜາ​ຈັກ? ໃຫ້​ຄົ້ນ​ຄວ້າ ໂມ​ໄຊ​ຢາ 18:17–31, ເພື່ອ​ຊອກ​ຫາ​ຄຸນ​ຄ່າ​ທີ່​ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ພົບ​ເຫັນ​ໃນ​ການ​ເຕົ້າ​ໂຮມ​ກັນ​ຢູ່​ໃນ “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ,” (ໂມ​ໄຊ​ຢາ 18:17). ທ່ານ​ເຫັນ​ຄວາມ​ຄ້າຍ​ຄື​ກັນ​ຢ່າງ​ໃດ​ແດ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ວັນ​ເວ​ລາ​ຂອງ​ແອວ​ມາ ແລະ ວັນ​ເວ​ລາ​ຂອງ​ເຮົາ?

ທ່ານ​ຈະ​ຕອບ​ຮັບ​ແນວ​ໃດ​ຕໍ່​ໝູ່​ເພື່ອນ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ ຜູ້​ທີ່​ບໍ່​ເຊື່ອ​ວ່າ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຈັດ​ຕັ້ງ​ນັ້ນ​ແມ່ນ​ຈຳ​ເປັນ? ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ທີ່​ຈະ​ເປັນ​ພາກ​ສ່ວນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ໃຫ້​ຄິດ​ກ່ຽວ​ກັບ​ວ່າ ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ຂອງ​ຫວອດ ຫລື ສາ​ຂາ​ຂອງ​ທ່ານ ໃຫ້ “ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ” (ໂມ​ໄຊ​ຢາ 18:21)?

ເບິ່ງ Dallin H. Oaks, “The Need for a Church,” Liahona, Nov. 2021, 24–26; “ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38 ນຳ​ອີກ.

ໂມ​ໄຊ​ຢາ 21–24

ພຣະ​ເຈົ້າ​ຊ່ວຍ​ເຮົາ​ແບກ​ຫາບ​ພາ​ລະ​ຂອງ​ເຮົາ.

ທັງ​ຜູ້​ຄົນ​ຂອງ​ລິມ​ໄຮ ແລະ ຜູ້​ຄົນ​ຂອງ​ແອວ​ມາ ໄດ້​ຕົກ​ຢູ່​ໃນ​ຄວາມ​ເປັນ​ທາດ, ເຖິງ​ແມ່ນ​ດ້ວຍ​ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ໂດຍ​ການ​ປຽບ​ທຽບ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ລິມ​ໄຮ ຢູ່​ໃນ ໂມ​ໄຊ​ຢາ 19–22 ໃສ່​ກັບ​ຜູ້​ຄົນ​ຂອງ​ແອວ​ມາ ຢູ່​ໃນ ໂມ​ໄຊ​ຢາ 18; 23–24? ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຈົ່ງ​ຊອກ​ຫາ​ຂ່າວ​ສານ​ທີ່​ນຳ​ໃຊ້​ໄດ້​ກັບ​ຊີ​ວິດ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ຄຳ​ວ່າ “ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ເປັນ​ລະ​ດັບ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໂມ​ໄຊ​ຢາ 21:16). ທ່ານ​ຈະ​ນຳ​ໃຊ້​ຫລັກ​ທຳ​ນີ້​ໄດ້​ແນວ​ໃດ?

ໂມ​ໄຊ​ຢາ 23:21–24; 24:8–17

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ.

ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ເຈົ້າ​ແລ້ວ, ແຕ່​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຍັງ​ໄດ້​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ຄວາມ​ເປັນ​ທາດ​ຢູ່​ຄື​ເກົ່າ. ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ບໍ່​ໄດ້​ເອົາ​ການ​ທ້າ​ທາຍ​ຂອງ​ເຮົາ​ອອກ​ໄປ​ສະ​ເໝີ​ໄປ, ແຕ່​ມັນ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ເຫລົ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 23:21–24 ແລະ 24:8–17, ໃຫ້​ສັງ​ເກດ​ເບິ່ງ​ຂໍ້​ຄວາມ ແລະ ວະ​ລີ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ.

ເບິ່ງ David A. Bednar, “Bear Up Their Burdens with Ease,” Liahona, May 2014, 87–90 ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໄຊ​ຢາ 18:7–17

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

  • ວິ​ທີ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ຄື​ທີ່​ຈະ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຂົາ​ຈະ​ເຮັດ​ເມື່ອ​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ. ສິ່ງ​ນີ້​ເປັນ​ເລື່ອງ​ທີ່​ລຽບ​ງ່າຍ​ໄດ້​ດັ່ງ​ເຊັ່ນ ການ​ສະ​ແດງ​ຮູບ​ພາບ​ທີ່​ຢູ່​ທ້າຍ​ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ແລະ ການ​ອ່ານ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ກັບ​ພວກ​ເຂົາ​ຢູ່​ໃນ ໂມ​ໄຊ​ຢາ 18:9–10. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເຊື້ອ​ເຊີນ​ເດັກ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ໃຫ້​ສິດ​ສອນ​ເລື່ອງ​ນີ້​ໃຫ້​ກັບ​ເດັກ​ນ້ອຍ​ທີ່​ນ້ອຍ​ກວ່າ. ລູກໆ​ຂອງ​ທ່ານ​ອາດ​ມັກ​ຈະ​ໄດ້​ຍິນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

  • ເດັກ​ນ້ອຍ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ກໍ​ສາ​ມາດ​ໄດ້​ຮັບ​ການ​ເຕືອນ​ເລື້ອຍໆ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຂົາ​ໄດ້​ເຮັດ ແລະ ເຮັດ​ຄືນ​ອີກ​ແຕ່​ລະ​ອາ​ທິດ​ດ້ວຍ​ສິນ​ລະ​ລຶກ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ປຽບ​ທຽບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ ໂມ​ໄຊ​ຢາ 18:8–10 ກັບ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79). ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ເວ​ລາ​ທີ່​ພິ​ເສດ, ແລະ ຄາ​ລະ​ວະ, ຄື​ກັນ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ​ໄດ້​ແນວ​ໃດ?

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຕອນ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ໂມ​ໄຊ​ຢາ 18:17–28

ເມື່ອ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

  • ລູກໆ​ຂອງ​ທ່ານ​ຮູ້​ຄວາມ​ໝາຍ​ຂອງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ​ຮູບ​ພາບ​ທີ່​ເປັນ​ຕົວ​ແທນ​ຂອງ​ສິ່ງ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຮັດ​ຢູ່​ໃນ ໂມ​ໄຊ​ຢາ 18:17–28. ຍົກ​ຕົວ​ຢ່າງ, ຮູບ​ພາບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ຈ່າຍ​ເງິນ​ສ່ວນ​ສິບ (ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ,  106113) ອາດ​ເປັນ​ຕົວ​ແທນ ຂໍ້​ທີ 18 ແລະ 27–28. ບອກ​ພວກ​ເຂົາ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ກະ​ຕັນ​ຍູ​ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ການ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮູ້​ສຶກ “ຜູກ​ພັນ​ກັນ​ໄວ້​ໃນ ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ.” (ໂມ​ໄຊ​ຢາ 18:21) ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຕິດ​ຕໍ່​ພົວ​ພັນ​ກັບ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ. ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ອ່ານ ໂມ​ໄຊ​ຢາ 18:17–28. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ວັນ​ເວ​ລາ​ຂອງ​ແອວ​ມາ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮັກ ແລະ ຮັບ​ໃຊ້​ກັນ​ແລະ​ກັນ? ເຮົາ​ຈະ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ແນວ​ໃດ​ໃນ​ຫວອດ, ສາ​ຂາ, ຫລື ຊຸມ​ຊົນ​ຂອງ​ເຮົາ? ເພງ​ທີ່​ກ່ຽວ​ກັບ​ຄວາມ​ຮັກ, ດັ່ງ​ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69), ສາ​ມາດ​ຊ່ວຍ​ຢືນ​ຢັນ​ຂ່າວ​ສານ​ນີ້.

ໂມ​ໄຊ​ຢາ 24:8–17

ພຣະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ພາ​ລະ​ຂອງ​ເຮົາ​ເບົາ​ບາງ​ລົງ.

  • ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ສາ​ມາດ​ເຮັດ​ໃຫ້​ການ​ຮຽນ​ຮູ້​ເປັນ​ທີ່​ໜ້າ​ຊົງ​ຈຳ​ໄດ້​ດີ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເອົາ​ສິ່ງ​ຂອງ​ໜັກ​ໃສ່​ໃນ​ຖົງ (ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ພາ​ລະ) ແລະ ເຊື້ອ​ເຊີນ​ໃຫ້​ລູກ​ຄົນ​ໜຶ່ງ​ຖື​ຖົງ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໄຊ​ຢາ 24:8–17 ກັບ​ລູກໆ​ຂອງ​ທ່ານ, ຂໍ​ໃຫ້​ພວກ​ເຂົາ​ເອົາ​ສິ່ງ​ຂອງ​ອັນ​ໜຶ່ງ​ອອກ​ຈາກ​ຖົງ​ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ ໃນ​ການ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ເຈົ້າ​ກັບ​ພາ​ລະ​ຂອງ​ເຂົາ​ເຈົ້າ. ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ເຮັດ​ໃຫ້​ພາ​ລະ​ຂອງ​ເຮົາ​ເບົາ​ບາງ​ລົງ ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

The Waters of Mormon [ນ້ຳ​ມໍ​ມອນ], ໂດຍ ໂຮ​ເຮ ໂກ​ໂກ