ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 15–21 ເດືອນ​ກໍ​ລະ​ກົດ: “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.” ແອວ​ມາ 30–31


“ວັນ​ທີ 15–21 ເດືອນ​ກໍ​ລະ​ກົດ: ‘ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.’ ແອວ​ມາ 30–31,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 15–21 ເດືອນ​ກໍ​ລະ​ກົດ. ແອວ​ມາ 30–31,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ແອວ​ມາ​ກຳ​ລັງ​ສິດ​ສອນ​ໂຄ​ຣິ​ຫໍ

All Things Denote There Is a God (Alma and Korihor) [ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ ມັນ​ມີ​ພຣະ​ເຈົ້າ (ແອວ​ມາ ແລະ ໂຄ​ຣິ​ຫໍ)], ໂດຍ ວາວ​ເຕີ ເຣນ

ວັນ​ທີ 15–21 ເດືອນ​ກໍ​ລະ​ກົດ: “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ”

ແອວ​ມາ 30–31

ເລື່ອງ​ລາວ​ຢູ່​ໃນ ແອວ​ມາ 30–31 ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ພະ​ລັງ​ຂອງ​ຖ້ອຍ​ຄຳ—ສຳ​ລັບ​ທາງ​ຊົ່ວ ແລະ ສຳ​ລັບ​ທາງ​ດີ. “ຄວາມ​ຍົກ​ຍ້ອງ” ແລະ “ຄຳ​ເວົ້າ​ທີ່​ຮຸນ​ແຮງ​ຫລາຍ​ຂຶ້ນ” ຂອງ​ຄູ​ສອນ​ປອມ​ຊື່ ໂຄ​ຣິ​ຫໍ ໄດ້​ເປັນ​ຜົນ​ຮ້າຍ​ທີ່​ຈະ​ນຳພາ “ຈິດ​ວິນ​ຍານ​ຫລາຍ​ດວງ​ລົງ​ໄປ​ສູ່​ຄວາມ​ພິ​ນາດ” (ແອວ​ມາ 30:31, 47). ຄ້າຍ​ຄື​ກັນ​ນັ້ນ, ຄຳ​ສອນ​ຂອງ​ຜູ້​ຄັດ​ຄ້ານ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ໂຊ​ຣຳ ກໍ​ໄດ້​ນຳ​ພາ​ຄົນ​ທັງ​ກຸ່ມ​ລົງ “ໄປ​ສູ່​ຄວາມ​ຜິດ​ພາດ​ອັນ​ໃຫຍ່​ຫລວງ” ແລະ “ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວ​ມາ 31:9, 11).

ກົງ​ກັນ​ຂ້າມ, ແອວ​ມາ​ມີ​ສັດ​ທາ​ທີ່​ບໍ່​ຫວັ່ນ​ໄຫວ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ມີ “ຜົນ​ທີ່​ມີ​ອຳ​ນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ” (ແອວ​ມາ 31:5). ຖ້ອຍ​ຄຳ​ຂອງ​ແອວ​ມາ​ສະ​ແດງ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ການ​ເອີ້ນ​ຫາ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ລະ​ງັບ​ສຽງ​ຂອງ ໂຄ​ຣິ​ຫໍ (ເບິ່ງ ແອວ​ມາ 30:39–50), ແລະ ມັນ​ໄດ້​ເຊື້ອ​ເຊີນ​ພອນ​ຂອງ​ພຣະ​ອົງ​ໃຫ້​ມາ​ສູ່​ຜູ້​ທີ່​ໄປ​ກັບ​ເພິ່ນ ເພື່ອ​ພາ​ຊາວ​ໂຊ​ຣຳ​ກັບ​ຄືນ​ມາ​ຫາ​ຄວາມ​ຈິງ (ເບິ່ງ ແອວ​ມາ 31:31–38). ນີ້​ແມ່ນ​ຕົວ​ຢ່າງ​ອັນ​ມີ​ຄ່າ​ສຳ​ລັບ​ຜູ້​ທີ່​ຕິດ​ຕາມ​ພຣະ​ຄຣິດ​ໃນ​ສະ​ໄໝ​ນີ້ ເມື່ອ​ຂ່າວ​ສານ​ປອມ​ເປັນ​ເລື່ອງ​ທຳ​ມະ​ດາ. ເຮົາ​ສາ​ມາດ​ພົບ​ຄວາມ​ຈິງ ໂດຍ​ການ​ໄວ້​ວາງ​ໃຈໃນ “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ”, ເໝືອນ​ດັ່ງ​ທີ່​ແອວ​ມາ​ໄດ້​ເຮັດ (ແອວ​ມາ 31:5).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 30:6–31

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ຜູ້​ປໍ​ລະ​ປັກ​ພະ​ຍາ​ຍາມ​ຫລອກ​ລວງ​ເຮົາ​ດ້ວຍ​ຄຳ​ສອນ​ເທັດ.

ຢູ່​ໃນ ແອວ​ມາ 30, ໂຄ​ຣິ​ຫໍ​ຖືກ​ເອີ້ນ​ວ່າ “ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ” (ຂໍ້​ທີ 6). ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ ແມ່ນ​ຜູ້​ໃດ​ກໍ​ຕາມ ຫລື ສິ່ງ​ໃດ​ກໍ​ຕາມ ທີ່​ຕໍ່​ຕ້ານ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ເປີດ​ເຜີຍ ຫລື ຢ່າງ​ລັບໆ. ຂໍ້​ໃດ​ໃນ ແອວ​ມາ 30:6–31 ທີ່​ສະ​ແດງ​ວ່າ ໂຄ​ຣິ​ຫໍ​ເໝາະ​ສົມ​ກັບ​ຄຳ​ບັນ​ຍາຍ​ນີ້? ການ​ສຶກ​ສາ​ຄຳ​ສອນ​ເທັດ​ຂອງ​ໂຄ​ຣິ​ຫໍ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮູ້​ຈັກ ແລະ ປະ​ຕິ​ເສດ​ຄຳ​ສອນ​ທີ່​ຄ້າຍ​ຄື​ກັນ​ນີ້. ກິດ​ຈະ​ກຳ​ດັ່ງ​ຕໍ່​ໄປ​ນີ້ ອາດ​ຊ່ວຍ​ໃນ​ການ​ສຶກ​ສາ​ຂອງ​ທ່ານ​ໄດ້:

  • ບົດ​ຮຽນ​ໃດ​ແດ່​ທີ່​ໃຊ້​ສິ່ງ​ຂອງ ທີ່​ທ່ານ​ສາ​ມາດ​ຄິດ​ອອກ ເພື່ອ​ໃຫ້​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຮຽນ​ແບບ​ທີ່​ຈອມ​ປອມ​ຂອງ​ຊາ​ຕານ​ໄດ້​ດີ​ຂຶ້ນ? ບາງ​ຕົວ​ຢ່າງ​ຄື ເຫຍື່ອ​ທີ່​ໃຊ້​ລໍ້​ປາ, ເງິນ​ປອມ, ແລະ ການ​ໂຄ​ສະ​ນາ​ປອມ. ທ່ານ​ຈະ​ສາ​ມາດ​ຮູ້​ໄດ້​ແນວ​ໃດ​ວ່າ ສິ່ງ​ໃດ​ສິ່ງ​ໜຶ່ງ​ປອມ? ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ​ໄດ້​ແນວ​ໃດ?

  • ໃຫ້​ພິ​ຈາ​ລະ​ນາ​ເຮັດ​ລາຍ​ການ​ຫລັກ​ຄຳ​ສອນ​ເທັດ​ຂອງ​ໂຄ​ຣິ​ຫໍ​ໄດ້​ສິດ​ສອນ​ຢູ່​ໃນ ແອວ​ມາ 30:6–31. ຄຳ​ສອນ​ໃດ​ຂອງ​ລາວ​ທີ່​ອາດ​ເປັນ​ທີ່​ໜ້າ​ດຶງ​ດູດ​ໃນ​ສະ​ໄໝ​ນີ້? (ເບິ່ງ ແອວ​ມາ 30:12–18, 23–28). ການ​ຍອມ​ຮັບ​ແນວ​ຄິດ​ເຊັ່ນ​ນັ້ນ ສາ​ມາດ​ສົ່ງ​ຜົນ​ອັນ​ຕະ​ລາຍ​ຫຍັງ​ແດ່? ຂ່າວ​ສານ​ປອມ​ໃດ​ແດ່​ທີ່​ຜູ້​ປໍ​ລະ​ປັກ​ໃຊ້​ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ຫລອກ​ລວງ​ທ່ານ​ໃນ​ສະ​ໄໝ​ນີ້?

  • ແອວ​ມາ​ໄດ້​ເຮັດ​ຫຍັງ​ເພື່ອ​ກ່າວ​ໂຕ້​ຕອບ​ຄຳ​ສອນ​ຂອງ​ໂຄ​ຣິ​ຫໍ​ດ້ວຍ​ຄວາມ​ຈິງ? (ເບິ່ງ ແອວ​ມາ 30:31–54). ທ່ານ​ຈະ​ສາ​ມາດ​ໃຊ້​ຫລັກ​ທຳ​ດຽວ​ກັນ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ເຊັ່ນ​ດຽວ​ກັບ​ແອວ​ມາ, ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ສະ​ໄໝ​ໃໝ່ ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ຈິງ ແລະ ຄຳ​ຕົວະ​ຂອງ​ຊາ​ຕານ. ຄຳ​ແນະ​ນຳ​ໃດ​ທີ່​ທ່ານ​ພົບ​ເຫັນ​ໃນ​ຂ່າວ​ສານ​ເຫລົ່າ​ນີ້: Gary E. Stevenson, “Deceive Me Not” (Liahona, Nov. 2019, 00–00); Dallin H. Oaks “Be Not Deceived” (Liahona, Nov. 2004, 00).

ເບິ່ງ Gospel Topics, “Seek Truth and Avoid Deception,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ບອກ​ມາ ສັດ​ຈະ​ຄື​ຫຍັງ?,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34 ນຳ​ອີກ.

ຮູບ​ພາບ
ໂຄ​ຣິ​ຫໍ​ເວົ້າ​ກັບ​ແອວ​ມາ

Korihor Confronts Alma [ໂຄ​ຣິ​ຫໍ​ປະ​ເຊີນ​ໜ້າ​ກັບ​ແອວ​ມາ], ໂດຍ ຣໍ​ເບີດ ທີ ແບ​ແຣັດ

ແອວ​ມາ 30:39–46

ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ.

ຫລາຍ​ຄົນ​ສະ​ໄໝ​ນີ້​ເຊື່ອ​ວ່າ ບໍ່​ມີ​ພຣະ​ເຈົ້າ. ທ່ານ​ພົບ​ເຫັນ​ຫຍັງ​ໃນ ແອວ​ມາ 30:39–46 ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ ພຣະ​ເຈົ້າ​ມີ​ຈິງ? ແມ່ນ​ຫຍັງ​ທີ່​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ຮູ້​ຈັກ​ພຣະ​ອົງ? ປະ​ຈັກ​ພະ​ຍານ​ອື່ນ​ໃດ​ອີກ​ແດ່​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່?

ແອວ​ມາ 30:56–60

ຜູ້​ປໍ​ລະ​ປັກ​ບໍ່​ສະ​ໜັບ​ສະ​ໜູນ​ບໍ​ລິ​ວານ​ຂອງ​ມັນ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວ​ມາ 30:56–60 ກ່ຽວ​ກັບ​ວິ​ທີ​ທີ່​ມານ​ກະ​ທຳ​ກັບ​ບໍ​ລິ​ວານ​ຂອງ​ມັນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ປົກ​ປ້ອງ​ບ້ານ​ເຮືອນ​ຂອງ​ທ່ານ​ຈາກ​ອິດ​ທິ​ພົນ​ຂອງ​ມານ?

ເບິ່ງ ແອວ​ມາ 36:3 ນຳ​ອີກ.

ແອວ​ມາ 31

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມີ​ພະ​ລັງ​ທີ່​ຈະ​ນຳ​ພາ​ຜູ້​ຄົນ​ໄປ​ສູ່​ຄວາມ​ຊອບ​ທຳ.

ບັນ​ຫາ​ຂອງ​ຊາວ​ໂຊ​ຣຳ ທີ່​ແຍກ​ຕົວ​ອອກ​ໄປ​ຈາກ​ຊາວ​ນີ​ໄຟ ສຳ​ລັບ​ບາງ​ຄົນ​ອາດ​ເບິ່ງ​ຄື​ວ່າ ມັນ​ຕ້ອງ​ໄດ້​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ ແລະ ການ​ທະ​ຫານ (ເບິ່ງ ແອວ​ມາ 31:1–4). ແຕ່​ແອວ​ມາ​ໄດ້​ຮຽນ​ໄວ້​ວາງ​ໃຈ​ໃນ “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” (ແອວ​ມາ 31:5). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວ​ມາ 31:5 ກ່ຽວ​ກັບ​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? (ເບິ່ງ ເຮັບເຣີ 4:12; 1 ນີ​ໄຟ 15:23–24; 2 ນີ​ໄຟ 31:20; ຢາ​ໂຄບ 2:8; ຮີ​ລາ​ມັນ 3:29–30 ນຳ​ອີກ).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ແອວ​ມາ 31, ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ອື່ນ​ໃດ​ອີກ​ແດ່ ທີ່​ໃຊ້​ໄດ້​ໃນ​ປະ​ສົບ​ການ​ຊີ​ວິດ​ຂອງ​ທ່ານ? ຍົກ​ຕົວ​ຢ່າງ:

  • ທ່ານ​ເຄີຍ​ເຫັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ນຳ​ພາຜູ້​ຄົນໃຫ້​ເຮັດ​ໃນ​ສິ່ງ​ທີ່​ດີ​ແນວ​ໃດ? (ເບິ່ງ ຂໍ້​ທີ 5).

  • ປຽບ​ທຽບ​ທ່າ​ທີ, ຄວາມ​ຮູ້​ສຶກ, ແລະ ການ​ກະ​ທຳ​ຂອງ​ແອວ​ມາ​ກ່ຽວ​ກັບ​ຜູ້​ອື່ນ (ເບິ່ງ ຂໍ້​ທີ 34–35) ກັບ​ຂອງ​ຊາວ​ໂຊ​ຣຳ (ເບິ່ງ ຂໍ້​ທີ 17–28). ທ່ານ​ຈະ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ແອວ​ມາ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ແອວ​ມາ 31:30–38 ທີ່​ສາ​ມາດ​ຊ່ວຍ​ຄົນ​ທີ່​ໂສກ​ເສົ້າ​ກັບ​ບາບ​ຂອງ​ຄົນ​ອື່ນ?

ແອວ​ມາ 31:5–6

ເພາະ​ພຣະ​ເຢ​ຊູ​ຄຣິດ, ທຸກ​ຄົນ​ສາ​ມາດ​ປ່ຽນ​ແປງ.

ໃຫ້​ສັງ​ເກດ​ເບິ່ງ​ກຸ່ມ​ຜູ້​ຄົນ​ທີ່​ແອວ​ມາ​ໄດ້​ພາ​ໄປ​ກັບ​ເພິ່ນ​ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຊາວ​ໂຊ​ຣຳ (ເບິ່ງ ແອວ​ມາ 31:6). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ວິດ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້​ໃນ ໂມ​ໄຊ​ຢາ 27:8–37; 28:4; ແອວ​ມາ 10:1–6; 11:21–25; 15:3–12. ອາດ​ມີ​ຂ່າວ​ສານ​ໃດ​ແດ່​ສຳ​ລັບ​ທ່ານ​ໃນ​ປະ​ສົບ​ການ​ຂອງ​ພວກ​ເຂົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 30

ພຣະ​ຄຳ​ພີ​ມໍ​ມອນ​ເຕືອນ​ເຮົາ​ກ່ຽວ​ກັບ​ຄຳ​ສອນ​ເທັດ.

  • ໃຫ້​ພິ​ຈາ​ລະ​ນາ​ສະ​ແດງ​ວັດ​ຖຸ​ບາງ​ຢ່າງ (ເຊັ່ນ ເງິນ ຫລື ອາ​ຫານ) ແລະ ຂອງ​ຫລິ້ນ​ຮຽນ​ແບບ​ຂອງ​ວັດ​ຖຸ​ເຫລົ່າ​ນີ້. ສິ່ງ​ນີ້​ອາດ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິ່ງ​ຂອງ​ທີ່​ເປັນ​ຂອງ​ແທ້ ແລະ ສິ່ງ​ຂອງ​ທີ່​ເປັນ​ຂອງ​ປອມ. ແລ້ວ​ທ່ານ​ກໍ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ລະ​ບຸ​ຄຳ​ຕົວະ ຫລື ຄຳ​ສອນ​ເທັດ​ຈາກ ແອວ​ມາ 30:12–18 ທີ່​ໂຄ​ຣິ​ຫໍ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຈົ້າ. ໃນ ແອວ​ມາ 30:32–35, ແອວ​ມາ​ໄດ້​ໂຕ້​ຕອບ​ຄຳ​ຕົວະ​ເຫລົ່າ​ນັ້ນ​ວ່າ​ແນວ​ໃດ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເພິ່ນ?

ແອວ​ມາ 30:44

ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ.

  • ແອວ​ມາ​ໄດ້​ເວົ້າ​ກ່ຽວ​ກັບ​ວ່າ ສິ່ງ​ທີ່​ຢູ່​ໃນ​ສະ​ຫວັນ ແລະ ຢູ່​ເທິງ​ແຜ່ນ​ດິນ​ໂລກ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ແນວ​ໃດ. ຖ້າ​ເປັນ​ໄປ​ໄດ້, ໃຫ້​ຍ່າງ​ຢູ່​ທາງ​ນອກ​ກັບ​ລູກໆ​ຂອງ​ທ່ານ ຫລື ຢືນ​ຢູ່​ປ່ອງ​ຢ້ຽມ​ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 30:44. ຂໍ​ໃຫ້​ພວກ​ເຂົາ​ຊີ້​ບອກ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ເຫັນ ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ພຣະ​ເຈົ້າ​ມີ​ຈິງ ແລະ ວ່າ​ພຣະ​ເຈົ້າ​ຮັກ​ພວກ​ເຂົາ. ພວກ​ເຂົາ​ຍັງ​ສາ​ມາດ​ແຕ້ມ​ຮູບ​ສິ່ງ​ທີ່​ພວກ​ເຂົາ​ຄົ້ນ​ພົບ​ນຳ​ອີກ (ເບິ່ງ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້).

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ຮ້ອງ​ເພງ “ໂອ້​ພຣະ​ບິ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 46), ໃຫ້​ສົ່ງ​ໝາກ​ບານ ຫລື ສິ່ງ​ຂອງ​ອື່ນ​ໄປ​ອ້ອມໆ. ໃຫ້​ຢຸດ​ເພງ​ເປັນ​ໄລ​ຍະໆ ແລະ ຂໍ​ໃຫ້​ລູກ​ຜູ້​ທີ່​ກຳ​ລັງ​ຖື​ສິ່ງ​ຂອງ​ຢູ່​ແບ່ງ​ປັນ​ສິ່ງ​ໜຶ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສ້າງ ທີ່​ລາວ​ຮູ້​ສຶກ​ຮູ້​ບຸນ​ຄຸນ​ຕໍ່.

ເດັກ​ນ້ອຍ​ຮຽນ​ຮູ້​ຜ່ານ​ທາງ​ພາບ. ພາບ​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ໄດ້​ດີ​ຂຶ້ນ ແລະ ຈື່​ເປັນ​ເວ​ລາ​ດົນ​ນານ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຖືກ​ສິດ​ສອນ. ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ​ຢູ່​ໃນ​ໂຄງ​ຮ່າງ​ນີ້ ສ່ວນ​ໃຫຍ່​ຈະ​ແນະ​ນຳ​ພາບ​ໃຫ້​ໃຊ້. ໃຫ້​ພິ​ຈາ​ລະ​ນາ​ເອົາ​ພາບ​ດຽວ​ກັນ​ໃຫ້​ເບິ່ງ​ອີກ​ໃນ​ອະ​ນາ​ຄົດ ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຈື່​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້.

ແອວ​ມາ 31:5

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມີ​ອຳ​ນາດ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ນັ້ນ ມີ​ອຳ​ນາດ​ເໜືອ​ກວ່າ “ສິ່ງ​ໃດໆ” ໄດ້​ແນວ​ໃດ? (ແອວ​ມາ 31:5). ໃຫ້​ພິ​ຈາ​ລະ​ນາ​ຂໍ​ໃຫ້​ພວກ​ເຂົາ​ຄິດ​ເຖິງ​ສິ່ງ​ໃດ​ສິ່ງ​ໜຶ່ງ ຫລື ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ​ອຳ​ນາດ, ຫລື ເອົາ​ຮູບ​ຂອງ​ບາງ​ສິ່ງ​ທີ່​ມີ​ອຳ​ນາດ​ໃຫ້​ເບິ່ງ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ມັນ​ມີ​ອຳ​ນາດ? ອ່ານ ແອວ​ມາ 31:5 ນຳ​ກັນ, ແລະ ຖາມ​ລູກໆ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຄິດ​ວ່າ​ຂໍ້​ນີ້​ໝາຍ​ເຖິງ. ແບ່ງ​ປັນ​ປະ​ສົບ​ການ​ກ່ຽວ​ກັບ​ຕອນ​ທີ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມີ​ອິດ​ທິ​ພົນ​ຕໍ່​ທ່ານ.

ແອວ​ມາ 31:8–35

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ສະ​ຫລຸບ​ໂດຍ​ຫຍໍ້​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ແອວ​ມາ ແລະ ຊາວ​ໂຊ​ຣຳ, ໂດຍ​ໃຊ້​ຂໍ້​ພຣະ​ຄຳ​ພີ​ຈາກ ແອວ​ມາ 31:8–35 (ເບິ່ງ “ບົດ​ທີ 28: ຊາວ​ໂຊ​ຣຳ ແລະ ແຣ​ມີ​ອຳ​ທຳ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 78–80 ນຳ​ອີກ). ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ລະ​ບຸ​ສິ່ງ​ທີ່​ຊາວ​ໂຊ​ຣຳ​ໄດ້​ກ່າວ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ (ເບິ່ງ ແອວ​ມາ 31:15–18) ຂະ​ນະ​ທີ່​ພວກ​ເຂົາ​ຊ່ວຍ​ທ່ານ​ສ້າງ​ຫໍ​ແຣ​ມີ​ອຳ​ທຳ ດ້ວຍ​ທ່ອນ​ໄມ້ ຫລື ກ້ອນ​ຫີນ. ອະ​ທິ​ບາຍ​ວ່າ ນີ້​ບໍ່​ແມ່ນ​ວິ​ທີ​ທີ່​ພວກ​ເຮົາ​ຄວນ​ອະ​ທິ​ຖານ. ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຮົາ​ຄວນ​ອະ​ທິ​ຖານ, ໃຫ້​ພວກ​ເຂົາ​ເອົາ​ທ່ອນ​ໄມ້ ຫລື ກ້ອນ​ຫີນ​ອອກ​ເທື່ອ​ລະ​ອັນ. ບາງ​ເທື່ອ ພວກ​ເຂົາ​ອາດ​ເກັບ​ກ້ອນ​ຫີນ​ກ້ອນ​ໜຶ່ງ​ໄວ້​ຂ້າງ​ຕຽງ ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ​ພວກ​ເຂົາ​ໃຫ້​ຈື່​ທີ່​ຈະ​ອະ​ທິ​ຖານ ທຸກໆ​ເຊົ້າ ແລະ ແລງ. ພວກ​ເຂົາ​ອາດ​ມັກ​ທີ່​ຈະ​ທາ​ສີ​ປະ​ດັບ​ກ້ອນ​ຫີນ​ຂອງ​ພວກ​ເຂົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊາວ​ໂຊ​ຣຳ​ກຳ​ລັງ​ອະ​ທິ​ຖານ​ຢູ່​ເທິງ​ແຣ​ມີ​ອຳ​ທຳ

ໃຈ​ຂອງ​ຊາວ​ໂຊ​ຣຳ “ໄຝ່​ຝັນ​ໃນ​ການ​ອວດ​ອ້າງ, ແລະ ໃນ​ຄວາມ​ທະ​ນົງ​ຕົວ​ຂອງ​ພວກ​ເຂົາ” (ແອວ​ມາ 31:25).