ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 8–14 ເດືອນ​ກໍ​ລະ​ກົດ: “ພວກ​ເຂົາ ‘ບໍ່​ເຄີຍ​ຕົກ​ໄປ.’” ແອວ​ມາ 23–29


“ວັນ​ທີ 8–14 ເດືອນ​ກໍ​ລະ​ກົດ: ‘ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ.’’’ ແອວ​ມາ 23–29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 8–14 ເດືອນ​ກໍ​ລະ​ກົດ. ແອວ​ມາ 23–29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ​ກຳ​ລັງ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ

Anti–Nephi–Lehies Bury Their Weapons of War [ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ​ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ], ໂດຍ ໂຈ​ດີ ລີບ​ວິງ​ສະ​ຕັນ

ວັນ​ທີ 8–14 ເດືອນ​ກໍ​ລະ​ກົດ: ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ”

ແອວ​ມາ 23–29

ບາງ​ເທື່ອ​ທ່ານ​ກໍ​ເຄີຍ​ສົງ​ໄສ​ຢູ່​ບໍ​ວ່າ ຜູ້​ຄົນ​ສາ​ມາດ​ປ່ຽນ​ແປງ​ແທ້ໆ? ບາງ​ທີ​ທ່ານ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ​ທ່ານ​ສາ​ມາດ​ເອົາ​ຊະ​ນະ​ການ​ເລືອກ​ທີ່​ບໍ່​ດີ ທີ່​ໄດ້​ເຮັດ​ໄປ ຫລື ນິ​ໄສ​ທີ່​ບໍ່​ດີ​ທີ່​ທ່ານ​ໄດ້​ພັດ​ທະ​ນາ​ຫລື​ບໍ່, ຫລື ທ່ານ​ອາດ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ກ່ຽວ​ກັບ​ຄົນ​ທີ່​ທ່ານ​ຮັກ. ຖ້າ​ເປັນ​ແນວ​ນັ້ນ, ເລື່ອງ​ເລົ່າ​ກ່ຽວ​ກັບ​ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ ສາ​ມາດ​ຊ່ວຍ​ທ່ານ​ໄດ້. ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ສາ​ບານ​ທີ່​ຈະ​ເປັນ​ສັດ​ຕູ​ຂອງ​ຊາວ​ນີ​ໄຟ. ເມື່ອ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ຕັດ​ສິນ​ໃຈ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ພວກ​ເຂົາ, ຊາວ​ນີ​ໄຟ “ກໍ​ຫົວ​ເຍາະ​ເຍີ້ຍ [ພວກ​ເຂົາ].” ການ​ຂ້າ​ຊາວ​ເລ​ມັນ​ເບິ່ງ​ຄື​ເປັນ​ສິ່ງ​ທີ່​ໜ້າ​ເຊື່ອ​ຖື ຫລາຍ​ກວ່າ​ທີ່​ຈະ​ໃຫ້​ພວກ​ເຂົາ​ປ່ຽນ​ໃຈ​ເຫລື້ອມ​ໃສ. (ເບິ່ງ ແອວ​ມາ 26:23–25.)

ແຕ່​ຊາວ​ເລ​ມັນ​ໄດ້​ປ່ຽນ​ແປງ—ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຄັ້ງ​ໜຶ່ງ​ພວກ​ເຂົາ​ເຄີຍ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ຄົນ​ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ” (ແອວ​ມາ 17:14), ແຕ່​ພວກ​ເຂົາ​ໄດ້​ກັບ​ກາຍ​ເປັນ​ຄົນ “ດີ​ເດັ່ນ​ຂຶ້ນ ຍ້ອນ​ວ່າ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ” (ແອວ​ມາ 27:27). ຕາມ​ຈິງ​ແລ້ວ, ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ” (ແອວ​ມາ 23:6).

ບາງ​ທີ​ທ່ານ​ອາດ​ມີ​ຄວາມ​ຄິດ ຫລື ການ​ກະ​ທຳ​ທີ່​ຈະ​ຕ້ອງ​ປ່ຽນ ຫລື ມີ “ອາ​ວຸດ​ແຫ່ງ​ການ​ກະ​ບົດ” ທີ່​ຈະ​ວາງ​ລົງ (ແອວ​ມາ 23:7). ຫລື ບາງ​ທີ​ທ່ານ​ພຽງ​ແຕ່​ຕ້ອງ​ມີ​ຄວາມ​ອຸ​ທິດ​ຕົນ​ຫລາຍ​ຂຶ້ນ​ຕໍ່​ພຣະ​ເຈົ້າ. ບໍ່​ວ່າ​ທ່ານ​ຕ້ອງ​ປ່ຽນ​ແປງ​ສິ່ງ​ໃດ​ກໍ​ຕາມ, ແອວ​ມາ 23–29 ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ທ່ານ ຊຶ່ງ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປ່ຽນ​ແປງ​ອັນ​ຍາວ​ນານ​ສາ​ມາດ​ເປັນ​ໄປ​ໄດ້.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 23–25; 27

ຮູບ​ພາບ
seminary icon
ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຈະ​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຮົາ.

ຊາວ​ເລ​ມັນ​ເບິ່ງ​ຄື​ວ່າ​ຄົງ​ຈະ​ບໍ່​ປ່ຽນ​ໃຈ​ເຫລື້ອມ​ໃສ, ແຕ່​ພວກ​ເຂົາ​ຫລາຍ​ຄົນ​ໄດ້​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຍ້ອນ​ພຣະ​ເຢ​ຊູ​ຄຣິດ. ຊາວ​ເລ​ມັນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້​ເອີ້ນ​ຕົນ​ເອງ​ວ່າ ອານ​ໄທ-ນີ​ໄຟ-ລີ​ໄຮ.

ການ​ອ່ານ ແອວ​ມາ 23–25; 27 ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ໄຕ່​ຕອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ເອງ. ຊອກ​ຫາ​ວິ​ທີ​ທີ່​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ປ່ຽນ​ແປງ—ວິ​ທີ​ທີ່​ພວກ​ເຂົາ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ “ໃນ​ພຣະ​ຜູ້​ເປັນ​ເຈົ້າ” ແນວ​ໃດ (ແອວ​ມາ 23:6). ຂໍ້​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ:

ໃນ​ທາງ​ໃດ​ແດ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄດ້​ປ່ຽນ​ແປງ​ທ່ານ? ທ່ານ​ເຄີຍ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ອົງ​ເມື່ອ​ໃດ? ທ່ານ​ຈະ​ສາ​ມາດ​ບອກ​ໄດ້​ແນວ​ໃດ​ວ່າ​ທ່ານ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ? ພຣະ​ວິນ​ຍານ​ກຳ​ລັງ​ກະ​ຕຸ້ນ​ທ່ານ​ໃຫ້​ເຮັດ​ຫຍັງ​ຕໍ່​ໄປ?

ເບິ່ງ David A. Bednar, “Converted unto the Lord,Liahona, Nov. 2012, 106–9; Dale G. Renlund, “Unwavering Commitment to Jesus Christ,” Liahona, Nov. 2019, 22–25; Gospel Topics: “Become like Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 24:7–19; 26:17–22

ຍ້ອນ​ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ, ພຣະ​ອົງ​ຈຶ່ງ​ໄດ້​ໃຫ້​ອະ​ໄພ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ.

ການ​ປ່ຽນ​ແປງ​ທີ່​ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ​ໄດ້​ປະ​ສົບ​ແມ່ນ​ເກີນ​ກວ່າ​ການ​ພຽງ​ແຕ່​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ—ມັນ​ເປັນ​ການ​ປ່ຽນ​ໃຈ​ທີ່​ເກີດ​ຈາກ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ. ບາງ​ທີ​ທ່ານ​ສາ​ມາດ​ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ການ​ກັບ​ໃຈ​ໃນ​ແຕ່​ລະ​ຂໍ້ ໃນ ແອວ​ມາ 24:7–19. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ທີ່​ກັບ​ໃຈ? ມີ​ຄວາມ​ຈິງ​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຮຽນ​ຮູ້​ຈາກ ແອວ​ມາ 26:17–22?

ໄຕ່​ຕອງ​ວ່າ​ພຣະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ທ່ານ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ທ່ານ​ຕໍ່​ພຣະ​ອົງ​ໄດ້​ແນວ​ໃດ?

ແອວ​ມາ 26; 29

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ.

ຄຳ​ວ່າ ຊື່ນ​ຊົມ ປະ​ກົດ 24 ເທື່ອ​ໃນ ແອວ​ມາ 23–29, ເຮັດ​ໃຫ້​ບົດ​ເຫລົ່າ​ນີ້​ເປັນ​ບ່ອນ​ທີ່​ດີ​ໃນ​ການ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ມີ​ຄວາມ​ຊື່ນ​ຊົມ​ໃນ​ການ​ດຳ​ລົງ​ຊີ​ວິດ—ແລະ ໃນ​ການ​ແບ່ງ​ປັນ—ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ຄິດ​ທີ່​ຈະ​ສຶກ​ສາ ແອວ​ມາ 26:12–22, 35–37; ແລະ 29:1–17, ຊອກ​ຫາ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ອຳ​ໂມນ, ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ແລະ ແອວ​ມາ​ຈຶ່ງ​ປິ​ຕິ​ຍິນ​ດີ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ທີ່​ສາ​ມາດ​ນຳ​ພາ​ໄປ​ສູ່​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ?

ແອວ​ເດີ ມາ​ກັສ ບີ ແນຊ໌ ໄດ້​ສິດ​ສອນ​ວ່າ: “ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ສ່ອງ​ແສງ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ຫວັງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ທັງ​ຜູ້​ໃຫ້ ແລະ ຜູ້​ຮັບ. ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຄື​ຄວາມ​ຊື່ນ​ຊົມ​ເພີ່ມ​ຕື່ມ​ໃສ່​ຄວາມ​ຊື່ນ​ຊົມ, ຄວາມ​ຫວັງ​ເພີ່ມ​ຕື່ມ​ໃສ່​ຄວາມ​ຫວັງ” (“Hold Up Your Light,” Liahona, Nov. 2021, 71). ທ່ານ​ເຄີຍ​ມີ​ປະ​ສົບ​ການ​ໃດ​ແດ່​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ? ທ່ານ​ເຄີຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃດ​ແດ່​ເມື່ອ​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ຊ່ວຍ​ທ່ານ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ເຫລົ່າ​ນີ້​ແນວ​ໃດ?

ສຳ​ລັບ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ກ່ຽວ​ກັບ ວິ​ທີ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ—ແລະ ພົບ​ຄວາມ​ຊື່ນ​ຊົມ​ໃນ​ການ​ແບ່ງ​ປັນ—ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ “Sharing the Restored Gospel,” (Liahona, Nov. 2016, 57–60). ເຮົາ​ພົບ​ເຫັນ​ຄຳ​ແນະ​ນຳ​ແນວ​ໃດ​ແດ່ ໃນ​ຂ່າວ​ສານ​ຂອງ​ເພິ່ນ?

ເບິ່ງ “The Bush Family Story,” “Sharing Your Beliefs,” “Sharing the Gospel” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ທ່ານ​ຈະ​ແບ່ງ​ປັນ​ກັບ​ເພື່ອນ​ຄົນ​ໜຶ່ງ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ໃຫ້​ພະ​ຍາ​ຍາມ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ໂດຍ​ການ​ໃຊ້ ແອັບ​ພຣະ​ຄຳ​ພີ​ມໍ​ມອນ.

ຊອກ​ຫາ​ແບບ​ແຜນ ແລະ ຫົວ​ຂໍ້. ເມື່ອ​ສຶກ​ສາ​ພຣະ​ຄຳ​ພີ, ເຮົາ​ສາ​ມາດ​ພົບ​ຄວາມ​ຈິງ​ອັນ​ລ້ຳ​ຄ່າ​ໄດ້ ໂດຍ​ການ​ຊອກ​ຫາ​ຄຳ, ວະ​ດີ, ຫລື ແນວ​ຄິດ​ຊ້ຳໆ. ແນວ​ຄິດ​ຊ້ຳໆ​ເຫລົ່າ​ນັ້ນ​ສາ​ມາດ​ອ້າງ​ອີງ ຫລື ເຊື່ອມ​ໂຍງ​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ ເພື່ອ​ໃຫ້​ເບິ່ງ​ງ່າຍ​ຂຶ້ນ.

ແອວ​ມາ 26:5–7

ເຮົາ​ສາ​ມາດ​ພົບ​ບ່ອນ​ຫລົບ​ໄພ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ໃນ​ລະ​ດູ​ເກັບ​ກ່ຽວ, ເຂົ້າ​ມັກ​ຈະ​ຖືກ​ຮວບ​ຮວມ​ໄວ້​ເປັນ​ມັດໆ ເອີ້ນ​ວ່າ ຟ່ອນ​ເຂົ້າ ແລະ ຖືກ​ເກັບ​ໄວ້​ຢູ່​ໃນ​ສາງ, ບາງ​ເທື່ອ​ເອີ້ນ​ວ່າ ເລົ້າ. ໃນ ແອວ​ມາ 26:5–7 ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ຟ່ອນ​ເຂົ້າ, ເລົ້າ, ແລະ ພະ​ຍຸ​ວ່າ​ອາດ​ເປັນ​ຕົວ​ແທນ​ໃຫ້​ກັບ​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ຈະ​ພົບ​ບ່ອນ​ຫລົບ​ໄພ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

ເບິ່ງ Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 93–96; David A. Bednar, “Honorably Hold a Name and a Standing,” Liahona, May 2009, 97–100; “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 24:6–24

ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ເຮົາ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ອາດ​ຊື່ນ​ຊົມ​ກັບ​ການ​ຝັງ “ອາ​ວຸດ” ຂອງ​ພວກ​ເຂົາ ຄື​ກັນ​ກັບ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ. ທ່ານ​ສາ​ມາດ​ອ່ານ​ສອງ​ສາມ​ຂໍ້​ຈາກ ແອວ​ມາ 24:6–24 ເພື່ອ​ສິດ​ສອນ​ລູກໆ​ກ່ຽວ​ກັບ​ຄຳ​ສັນ​ຍາ​ທີ່​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ເຮັດ​ເພື່ອ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລ້ວ​ພວກ​ເຂົາ​ສາ​ມາດ​ຄິດ​ຫາ​ບາງ​ສິ່ງ​ທີ່​ພວກ​ເຂົາ​ຈະ​ປ່ຽນ​ແປງ ເພື່ອ​ຕິດ​ຕາມ​ພຣະ​ອົງ, ຂຽນ​ມັນ​ລົງ​ໃນ​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້, ແລະ ທຳ​ທ່າ​ຂຸດ​ຂຸມ ແລະ ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 24:15–19, ເພື່ອ​ຊອກ​ຫາ​ສິ່ງ​ທີ່​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ເຮັດ​ເພື່ອ “ເປັນ​ປະ​ຈັກ​ພະ​ຍານ​ຕໍ່​ພຣະ​ເຈົ້າ.” ແລ້ວ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ສາ​ມາດ “ເປັນ​ປະ​ຈັກ​ພະ​ຍານ​ຕໍ່​ພຣະ​ເຈົ້າ” ແນວ​ໃດ (ຂໍ້​ທີ 18). ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ຈະ​ສະ​ແດງ​ຕໍ່​ພຣະ​ເຈົ້າ​ວ່າ ພວກ​ເຂົາ​ຕ້ອງ​ການ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ແນວ​ໃດ. ການ​ຮ້ອງ​ເພງ​ເຊັ່ນ “​ໂອ້​ພຣະ​ບິ​ດາ​ຜູ້​ນິ​ລັນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 18) ສາ​ມາດ​ຊ່ວຍ​ດົນ​ໃຈ​ພວກ​ເຂົາ​ໄດ້.

ແອວ​ມາ 24:7–10; 26:23–34; 27:27–30

ເຮົາ​ສາ​ມາດ​ກັບ​ໃຈ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ເມື່ອ​ເຮົາ​ກັບ​ໃຈ, ທ່ານ​ສາ​ມາດ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ. ໃນ​ການ​ເຮັດ​ສິ່ງ​ນີ້, ທ່ານ​ສາ​ມາດ​ເຮັດ​ປ້າຍ​ໝາຍ​ຖ້ວຍ​ສອງ​ໃບ “ກ່ອນ” ແລະ “ຫລັງ​ຈາກ.” ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 17:14–15 ແລະ 27:27–30, ຂຽນ​ສິ່ງ​ທີ່​ຊາວ​ເລ​ມັນ​ເປັນ​ຄົນ​ແບບ​ໃດ ກ່ອນ ແລະ ຫລັງ​ຈາກ​ການ​ກັບ​ໃຈ, ແລະ ເອົາ​ມັນ​ໃສ່​ໄວ້​ໃນ​ຖ້ວຍ​ໃບ​ທີ່​ຖືກ​ຕ້ອງ. ອີງ​ຕາມ ແອວ​ມາ 24:7–10, ແມ່ນ​ຫຍັງ​ທີ່​ຊ່ວຍ​ພວກ​ເຂົາ​ໃຫ້​ປ່ຽນ​ແປງ? ເຮົາ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ຂອບ​ພຣະ​ຄຸນ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

ແອວ​ມາ 26; 29

ພຣະ​ເຢ​ຊູ​ຄຣິດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ, ແລະ ເຮົາ​ສາ​ມາດ​ແບ່ງ​ປັນ​ຄວາມ​ຊື່ນ​ຊົມ​ນີ້.

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ອາດ​ຊື່ນ​ຊົມ​ກັບ​ການ​ແຕ້ມ​ຮູບ​ຕ່າງໆ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ພວກ​ທ່ານ. ເອົາ​ຮູບ​ທີ່​ທ່ານ​ແຕ້ມ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ, ແລະ ຊຸກ​ຍູ້​ພວກ​ເຂົາ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ ເພື່ອ​ຄົນ​ອື່ນ​ຈະ​ຊື່ນ​ຊົມ​ດ້ວຍ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ວ່າ ຊື່ນ​ຊົມ ແລະ ປິ​ຕິ​ຍິນ​ດີ ໃນ ແອວ​ມາ 26 ແລະ 29. ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ອຳ​ໂມນ ແລະ ແອວ​ມາ ຫລື ເຮັດ​ໃຫ້​ພວກ​ເພິ່ນ​ປິ​ຕິ​ຍິນ​ດີ? ຄຳ​ຖາມ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ ຫລື ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 27:20–30

ເຮົາ​ສາ​ມາດ​ຊ່ວຍ​ໝູ່​ເພື່ອນ​ຂອງ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 27:22–23, ເພື່ອ​ຊອກ​ຫາ​ສິ່ງ​ທີ່​ຊາວ​ນີ​ໄຟ​ໄດ້​ເຮັດ ເພື່ອ​ຊ່ວຍ​ເຫລືອ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ ໃຫ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ ທີ່​ຈະ​ບໍ່​ຕໍ່​ສູ້​ອີກ. ເຮົາ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ໝູ່​ເພື່ອນ​ຂອງ​ເຮົາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ຫລິ້ນ​ລະ​ຄອນ​ກ້ອມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໄດ້. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ເວົ້າ​ຫຍັງ​ກັບ​ໝູ່ ຜູ້​ທີ່​ຢາກ​ເວົ້າ​ຕົວະ ຫລື ປະ​ພຶດ​ຫຍາບ​ຄາຍ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ​ກຳ​ລັງ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ

ຮູບ​ພາບ​ຊາວ​ອານ​ໄທ–ນີ​ໄຟ–ລີ​ໄຮ​ກຳ​ລັງ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ, ໂດຍ ແດນ ເບີ