ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 1–7 ເດືອນ​ກໍ​ລະ​ກົດ: “ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື.” ແອວ​ມາ 17–22


“ວັນ​ທີ 1–7 ເດືອນ​ກໍ​ລະ​ກົດ: ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື.’ ແອວມາ 17–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 1–7 ເດືອນ​ກໍ​ລະ​ກົດ. ແອວມາ 17–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ອຳ​ໂມນ​ກຳ​ລັງ​ເວົ້າ​ກັບ​ກະ​ສັດ​ລາ​ໂມ​ໄນ

Ammon and King Lamoni [ອຳ​ໂມນ ແລະ ກະ​ສັດ​ລາ​ໂມ​ໄນ], ໂດຍ ສະ​ກາດ ເອັມ ສະ​ໂນ

ວັນ​ທີ 1–7 ເດືອນ​ກໍ​ລະ​ກົດ: “ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື”

ແອວ​ມາ 17–22

ໃຫ້​ຄິດ​ເຖິງ​ເຫດ​ຜົນ​ທັງ​ໝົດ​ຂອງ​ຜູ້​ຄົນ ທີ່​ບໍ່​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ: “ຂ້ອຍ​ບໍ່​ຮູ້​ຈັກ​ພຽງ​ພໍ” ຫລື “ຂ້ອຍ​ບໍ່​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ຊິ​ສົນ​ໃຈ” ຫລື ບາງ​ເທື່ອ “ຂ້ອຍ​ຢ້ານ​ຖືກ​ປະ​ຕິ​ເສດ.” ບາງ​ທີ​ທ່ານ​ພົບ​ເຫັນ​ຕົວ​ເອງ​ວ່າ ກໍ​ຄິດ​ຄ້າຍ​ຄື​ກັນ​ນີ້ ໃນ​ບາງ​ຄັ້ງ. ຊາວ​ນີ​ໄຟ​ໄດ້​ມີ​ເຫດ​ຜົນ​ອື່ນ​ອີກ ທີ່​ບໍ່​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຊາວ​ເລ​ມັນ: ພວກ​ເຂົາ​ເປັນ “ຄົນ​ປ່າ ແລະ ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ; ເປັນ​ຜູ້​ຄົນ​ທີ່​ເບີກ​ບານ​ໃນ​ການ​ຄາດ​ຕະ​ກຳ​ຊາວ​ນີ​ໄຟ” (ແອວ​ມາ 17:14; ເບິ່ງ ແອວ​ມາ 26:23–25 ນຳ​ອີກ). ແຕ່​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ມີ​ເຫດ​ຜົນ​ທີ່​ໜັກ​ແໜ້ນ​ກວ່າ​ນັ້ນ ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຮູ້​ສຶກ​ວ່າ ເຂົາ​ເຈົ້າ ຕ້ອງ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຊາວ​ເລ​ມັນ: “ພວກ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ປະ​ກາດ​ຄວາມ​ລອດ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ, ເພາະ​ວ່າ​ພວກ​ເຂົາ​ທົນ​ບໍ່​ໄດ້​ທີ່​ຈິດ​ວິນ​ຍານ​ຂອງ​ຜູ້​ໜຶ່ງ​ຈະ​ຕ້ອງ​ຕາຍ” (ໂມ​ໄຊ​ຢາ 28:3). ຄວາມ​ຮັກ​ນີ້ ທີ່​ດົນ​ໃຈ​ອຳ​ໂມນ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນ ກໍ​ສາ​ມາດ​ດົນ​ໃຈ​ທ່ານ​ເພື່ອ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄອບ​ຄົວ​ຂອງ​ທ່ານ, ໝູ່​ເພື່ອນ, ແລະ ຄົນ​ທີ່​ທ່ານ​ຮູ້​ຈັກ​ນຳ​ອີກ—ແມ່ນ​ແຕ່​ໃຫ້​ກັບ​ຄົນ​ທີ່​ອາດ​ເບິ່ງ​ຄື​ວ່າ ຈະ​ບໍ່​ຮັບ​ເອົາ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 17:1–4

ການ​ກະ​ທຳ​ທີ່​ລຽບ​ງ່າຍ ແລະ ສະ​ໝໍ່າ​ສະ​ເໝີ​ຂອງ​ການ​ອຸ​ທິດ​ຕົນ​ຕໍ່​ພຣະ​ຄຣິດ ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ອົງ.

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວ​ມາ 17:1–4 ກ່ຽວ​ກັບ​ວິ​ທີ​ຮັກ​ສາ​ປະ​ຈັກ​ພະ​ຍານ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ທ່ານ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເຂັ້ມ​ແຂງ? ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ເຮັດ​ຫຍັງ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ເຂົາ​ເຈົ້າ​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໃນ ແອວ​ມາ 17–22, ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ການ​ກຽມ​ພ້ອມ​ທາງ​ວິນ​ຍານ​ຂອງ​ເຂົາ​ເຈົ້າ ມີ​ຜົນ​ກະ​ທົບ​ຕໍ່​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ​ໃນ​ທ່າມ​ກາງ​ຊາວ​ເລ​ມັນ​ແນວ​ໃດ (ຍົກ​ຕົວ​ຢ່າງ, ເບິ່ງ ແອວ​ມາ 18:10–18, 34–36; 20:2–5; 22:12–16). ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

ແອວ​ມາ 17:6–12; 19:16–36

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້.

ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ເຮົາ​ໄດ້​ອ່ານ​ຢູ່​ໃນ​ພຣະ​ຄຳ​ພີ ມັກ​ຈະ​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ, ແຕ່​ຈຸດ​ສຳ​ຄັນ​ທີ່​ສຸດ​ຂອງ​ເລື່ອງ​ເຫລົ່າ​ນັ້ນ ເຮົາ​ມັກ​ຈະ​ພົບ​ເຫັນ​ບຸກ​ຄົນ​ທີ່​ມີ​ຄວາມ​ກ້າ​ຫານ ທີ່​ຈະ​ເວົ້າ ແລະ ແບ່ງ​ປັນ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ນາງ​ເອ​ບິດ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໃນ​ອາ​ທິດ​ນີ້.

ທ່ານ​ຄິດ​ວ່າ ການ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? ມັນ​ອາດ​ຊ່ວຍ​ໄດ້​ທີ່​ຈະ​ຄິດ​ເຖິງ​ເຄື່ອງ​ມື​ທີ່​ທ່ານ​ອາດ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ. ໃນ ແອວ​ມາ 17:6–12, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ເຮັດ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້. ທ່ານ​ຈະ​ສາ​ມາດ​ກາຍ​ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໃນ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ​ໄດ້​ແນວ​ໃດ?

ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ນາງ​ເອ​ບິດ​ໃນ ແອວ​ມາ 19:16–36? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນາງ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ສ້າງ​ສັດ​ທາ​ໃນ​ພຣະ​ຄຣິດ? ຍົກ​ຕົວ​ຢ່າງ, ທ່ານ​ຮູ້​ສຶກ​ວ່າ​ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ຄົນ​ທີ່​ທ່ານ​ຮັກ “ເຊື່ອ​ຖື​ໃນ​ອຳ​ນາດ​ຂອງ​ພຣະ​ເຈົ້າ”? (ແອວ​ມາ 19:17).

ທ່ານ​ຍັງ​ອາດ​ປຽບ​ທຽບ​ປະ​ສົບ​ການ​ຂອງ​ນາງ​ເອ​ບິດ​ກັບ​ຫລັກ​ທຳ​ທີ່ ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ສິດ​ສອນ​ນຳ​ອີກ​ໃນ “Missionary Work: Sharing What Is in Your Heart” (Liahona, May 2019, 15–18). ນາງ​ເອ​ບິດ​ໄດ້​ເປັນ​ຕົວ​ຢ່າງ​ຂອງ “ຄຳ​ແນະ​ນຳ​ທີ່​ລຽບ​ງ່າຍ​ຫ້າ​ຢ່າງ” ຂອງ ແອວ​ເດີ ອຸກ​ດອບ ແນວ​ໃດ? ລອງ​ຂຽນ​ບາງ​ສິ່ງ​ທີ່​ທ່ານ​ອາດ​ເວົ້າ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ລົງ. ຍົກ​ຕົວ​ຢ່າງ, “ສຳ​ລັບ​ຂ້ອຍ, ພຣະ​ເຢ​ຊູ​ຄຣິດ …” ຫລື “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ຂ້ອຍ …”

ເບິ່ງ Gospel Topics, “Ministering as the Savior Does,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ພຣະ​ບິ​ດາ ໂປດ​ຟັງ​ເຮົາ​ວອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 23; “Come and See,” “Come and Help,” “Come and Belong” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ທຸກ​ເທື່ອ​ທີ່​ຜູ້​ຄົນ​ສາ​ມາດ​ເຫັນ ຫລື ສຳ​ຜັດ​ກັບ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ພວກ​ເຂົາ​ກຳ​ລັງ​ຮຽນ​ຮູ້​ຢູ່​ນັ້ນ, ພວກ​ເຂົາ​ມັກ​ຈະ​ຈົດ​ຈຳ​ສິ່ງ​ນັ້ນ​ໄດ້​ດົນ​ກວ່າ. ຍົກ​ຕົວ​ຢ່າງ, ຖ້າ​ທ່ານ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ ແອວ​ມາ 17:11, ໃຫ້​ພິ​ຈາ​ລະ​ນາ​ເອົາ​ເຄື່ອງ​ດົນ​ຕີ ຫລື ເຄື່ອງ​ມື​ສຳ​ລັບ​ການ​ຂຽນ​ໃຫ້​ເຂົາ​ເຈົ້າ​ເບິ່ງ ເພື່ອ​ຊ່ວຍ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ.

ແອວ​ມາ 17–19

ເມື່ອ​ເຮົາ​ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ, ເຮົາ​ກໍ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ໃນ ແອວ​ມາ 17–19 ທີ່​ສະ​ແດງ​ວ່າ ຄວາມ​ຮັກ​ຂອງ​ອຳ​ໂມນ​ຕໍ່​ຊາວ​ເລ​ມັນ ໄດ້​ດົນ​ໃຈ​ຄວາມ​ພະ​ຍາ​ຍາມ​ຂອງ​ເພິ່ນ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ. ມີ​ຄວາມ​ຈິງ​ອື່ນ​ໃດ​ອີກ​ແດ່​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານ​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ຂອງ​ເພິ່ນ?

ເບິ່ງ “Ammon Serves and Teaches King Lamoni” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ອຳ​ໂມນ​ກຳ​ລັງ​ປົກ​ປ້ອງ​ຝູງ​ສັດ​ຂອງ​ກະ​ສັດ

ມິ​ເນີ​ວາ ໄທ​ເກີດ (1888–1976), Ammon Saves the King’s Flocks [ອຳ​ໂມນ​ປົກ​ປ້ອງ​ຝູງ​ສັດ​ຂອງ​ກະ​ສັດ], 1949–1951, ສີ​ນ້ຳ​ມັນ​ເທິງ​ແຜ່ນ​ໄມ້​ອັດ, 35 15/16 × 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969.

ແອວ​ມາ 19:36

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ກັບ​ໃຈ.

ຫລັງ​ຈາກ​ໄດ້​ເລົ່າ​ເລື່ອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາ​ໂມ​ໄນ ແລະ ຜູ້​ຄົນ​ຂອງ​ເພິ່ນ​ແລ້ວ, ມໍ​ມອນ​ໄດ້​ສະ​ຫລຸບ​ເລື່ອງ​ລາວ​ດ້ວຍ​ຂໍ້​ສັງ​ເກດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ແອວ​ມາ 19:36 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເລື່ອງ​ລາວ​ໃນ ແອວ​ມາ 19:16–36 ສິດ​ສອນ​ທ່ານ​ຫຍັງ​ອີກ​ແດ່​ກ່ຽວ​ກັບ​ພຣະ​ອົງ? ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເດ່​ພຣະ​ຫັດ​ອອກ​ມາ​ຫາ​ທ່ານ?

ແອວ​ມາ 20:23; 22:15–18

ການ​ຮູ້​ຈັກ​ພຣະ​ເຈົ້າ​ມີ​ຄ່າ​ແກ່​ການ​ເສຍ​ສະ​ລະ​ໃດໆ.

ປຽບ​ທຽບ​ສິ່ງ​ທີ່​ບິ​ດາ​ຂອງ​ລາ​ໂມ​ໄນ​ເຕັມ​ໃຈ​ທີ່​ຈະ​ປະ​ຖິ້ມ ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ເພິ່ນ (ເບິ່ງ ແອວ​ມາ 20:23) ກັບ​ສິ່ງ​ທີ່​ເພິ່ນ​ເຕັມ​ໃຈ​ທີ່​ຈະ​ປະ​ຖິ້ມ​ຫລັງ​ຈາກ​ນັ້ນ ເພື່ອ​ທີ່​ຈະ​ຮັບ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຮູ້​ຈັກ​ພຣະ​ເຈົ້າ (ເບິ່ງ ແອວ​ມາ 22:15, 18). ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ເຕັມ​ໃຈ​ທີ່​ຈະ​ເສຍ​ສະ​ລະ ເພື່ອ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ​ຫລາຍ​ຍິ່ງ​ຂຶ້ນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 17:2–3

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ເຕີບ​ໃຫຍ່​ຂຶ້ນ​ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ, ອະ​ທິ​ຖານ, ແລະ ຖື​ສິນ​ອົດ​ເຂົ້າ.

  • ຕົວ​ຢ່າງ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ສິ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ເຮັດ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ​ໃນ ແອວ​ມາ 17:2–3. ຫລັງ​ຈາກ​ນັ້ນ ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ ຫລື ຊອກ​ຫາ​ວັດ​ຖຸ​ທີ່​ເປັນ​ຕົວ​ແທນ​ເຖິງ​ສິ່ງ​ເຫລົ່າ​ນີ້. ຊ່ວຍ​ພວກ​ເຂົາ​ວາງ​ແຜນ​ສິ່ງ​ທີ່​ພວກ​ເຂົາ​ຈະ​ເຮັດ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ແອວ​ມາ 17–19

ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ຄົນ​ອື່ນ​ໄດ້.

  • ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ການ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ດັ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ເປັນ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ເຄື່ອງ​ມື​ຊະ​ນິດ​ໃດ​ໜຶ່ງ ແລະ ເວົ້າ​ກ່ຽວ​ກັບ​ວ່າ ມັນ​ໃຊ້​ໄວ້​ເຮັດ​ຫຍັງ. ແລ້ວ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 17:11 ແລະ ເວົ້າ​ກ່ຽວ​ກັບ​ວ່າ ການ​ເປັນ​ເຄື່ອງ​ມື​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ມີ​ຮູບ​ທີ່​ເປັນ​ຕົວ​ແທນ​ເຖິງ​ຄວາມ​ຈິງ​ທີ່​ອຳ​ໂມນ​ໄດ້​ສິດ​ສອນ​ກະ​ສັດ​ລາ​ໂມ​ໄນ. ທ່ານ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄວາມ​ຈິງ​ເຫລົ່າ​ນີ້​ໃນ ແອວ​ມາ 18:24–40. ລູກໆ​ຂອງ​ທ່ານ​ສາ​ມາດ​ທຳ​ທ່າ​ເປັນ​ຜູ້​ສອນ​ສາດ​ສະ​ໜາ ແລະ ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້.

  • ຫລັງ​ຈາກ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ນາງ​ເອ​ບິດ​ກັບ​ລູກໆ​ຂອງ​ທ່ານ​ແລ້ວ (ເບິ່ງ ແອວ​ມາ 19:16–20, 28–29), ພວກ​ເຂົາ​ສາ​ມາດ​ທຳ​ທ່າ​ເປັນ​ຄື​ດັ່ງ​ນາງ​ເອ​ບິດ ໂດຍ​ການ​ແລ່ນ​ຢູ່​ບ່ອນ​ເກົ່າ, ເຄາະ​ປະ​ຕູ, ແລະ ບອກ​ເລົ່າ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ ແອວ​ມາ 19:1–17. ເຮົາ​ຈະ​ສາ​ມາດ​ເປັນ​ຄື​ດັ່ງ​ນາງ​ເອ​ບິດ ແລະ ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຕົນ​ເອງ​ກຳ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ໃຜ​ບາງ​ຄົນ ຫລື ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50).

ແອວ​ມາ 17:21–25; 20:8–27; 22:1–3

ເຮົາ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ​ໄດ້ ໂດຍ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພວກ​ເຂົາ.

  • ຕອນ​ທຳ​ອິດ, ທັງ​ກະ​ສັດ​ລາ​ໂມ​ໄນ ແລະ ບິ​ດາ​ຂອງ​ເພິ່ນ ມີ​ໃຈ​ທີ່​ແຂງ​ກະ​ດ້າງ​ຕໍ່​ພຣະ​ກິດ​ຕິ​ຄຸນ. ຕໍ່​ມາ, ໃຈ​ຂອງ​ພວກ​ເພິ່ນ​ກໍ​ອ່ອນ​ລົງ, ພວກ​ເພິ່ນ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ. ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ນີ້ ຂະ​ນະ​ທີ່​ທ່ານ​ທົບ​ທວນ​ປະ​ສົບ​ການ​ຂອງ​ອຳ​ໂມນ​ກັບ​ພວກ​ເຂົາ. ພວກ​ເຂົາ​ສາ​ມາດ​ສະ​ແດງ “ບົດ​ທີ 23: ອຳ​ໂມນ: ຂ້າ​ໃຊ້​ຜູ້​ຍິ່ງ​ໃຫຍ່” ແລະ “ບົດ​ທີ 24: ອຳ​ໂມນ​ພົບ​ກັບ​ບິ​ດາ​ຂອງ​ກະ​ສັດ​ລາ​ໂມ​ໄນ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 64–68, 69–70). ຫລື ບາງ​ທີ​ລູກໆ​ຂອງ​ທ່ານ​ອາດ​ຢາກ​ແຕ້ມ​ຮູບ​ຂອງ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເລື່ອງ​ລາວ​ນັ້ນ ແລະ ໃຊ້​ຮູບ​ເຫລົ່າ​ນັ້ນ​ເພື່ອ​ເລົ່າ​ເລື່ອງ. ອຳ​ໂມນ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ໃຫ້​ລາ​ໂມ​ໄນ ແລະ ບິ​ດາ​ຂອງ​ເພິ່ນ​ເປີດ​ໃຈ​ຂອງ​ພວກ​ເພິ່ນ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ? (ເບິ່ງ ແອວ​ມາ 17:21–25; 20:8–27; 22:1–3).

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຄິດ​ເຖິງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຢາກ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຊ່ວຍ​ພວກ​ເຂົາ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ ແລະ ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນໆ​ນັ້ນ, ເໝືອນ​ດັ່ງ​ທີ່​ອຳ​ໂມນ​ໄດ້​ເຮັດ​ກັບ​ລາ​ໂມ​ໄນ ແລະ ບິ​ດາ​ຂອງ​ເພິ່ນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ຮູບ​ພາບ​ນາງ​ເອ​ບິດ

ຮູບ​ພາບ​ນາງ​ເອ​ບິດ ໂດຍ ດຽວ​ລີນ ມາສ໌