ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 22–28 ເດືອນ​ກໍ​ລະ​ກົດ: “ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ.” ແອວ​ມາ 32–35


“ວັນ​ທີ 22–28 ເດືອນ​ກໍ​ລະ​ກົດ: ‘ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ.’ ແອວ​ມາ 32–35,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 22–28 ເດືອນ​ກໍ​ລະ​ກົດ. ແອວ​ມາ 32–35,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ເມັດ​ພືດ​ຢູ່​ໃນ​ມື​ຂອງ​ເດັກ​ນ້ອຍ

ວັນ​ທີ 22–28 ເດືອນ​ກໍ​ລະ​ກົດ: “ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ”

ແອວ​ມາ 32–35

ສຳ​ລັບ​ຊາວ​ໂຊ​ຣຳ, ການ​ອະ​ທິ​ຖານ​ແມ່ນ​ຮ່ວມ​ດ້ວຍ​ການ​ຢືນ​ຢູ່​ບ່ອນ​ທີ່​ໃຫ້​ທຸກ​ຄົນ​ເຫັນ ແລະ ເວົ້າ​ຊ້ຳ​ຄຳ​ເກົ່າ​ທີ່​ບໍ່​ມີ​ປະ​ໂຫຍດ ແລະ ຄຳ​ທີ່​ໃຫ້​ຕົວ​ເອງ​ພໍ​ໃຈ. ຊາວ​ໂຊ​ຣຳ​ຂາດ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ—ແມ່ນ​ແຕ່​ປະ​ຕິ​ເສດ​ການ​ເປັນ​ຢູ່​ຂອງ​ພຣະ​ອົງ—ແລະ ໄດ້​ຂົ່ມ​ເຫັງ​ຄົນ​ຍາກ​ຈົນ (ເບິ່ງ ແອວ​ມາ 31:9–25). ກົງ​ກັນ​ຂ້າມ, ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ວ່າ ການ​ອະ​ທິ​ຖານ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໃຈ​ເຮົາ​ຫລາຍ​ກວ່າ​ການ​ຢືນ​ຢູ່​ເທິງ​ເວ​ທີ. ແລະ ຖ້າ​ຫາກ​ເຮົາ​ບໍ່​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ທີ່​ຂັດ​ສົນ, ແລ້ວ​ມັນ​ກໍ “ບໍ່​ມີ​ປະ​ໂຫຍດ, ແລະ ບໍ່​ຊ່ວຍ … ອັນ​ໃດ” (ແອວ​ມາ 34:28). ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ເຮົາ​ອະ​ທິ​ຖານ​ເພາະ​ວ່າ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຜູ້​ສະ​ເໜີ​ມອບ​ການ​ໄຖ່​ໃຫ້ ຜ່ານ​ທາງ “ການ​ເສຍ​ສະ​ລະ​ອັນ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ” (ແອວ​ມາ 34:10). ສັດ​ທາ​ດັ່ງ​ກ່າວ, ແອວ​ມາ​ໄດ້​ອະ​ທິ​ບາຍ, ເລີ່ມ​ດ້ວຍ​ຄວາມ​ຖ່ອມ​ຕົວ ແລະ “ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ” (ແອວ​ມາ 32:27). ເມື່ອ​ເວ​ລາ​ຜ່ານ​ໄປ, ດ້ວຍ​ການ​ບຳ​ລຸງ​ລ້ຽງ​ທີ່​ສະ​ໝ່ຳ​ສະ​ເໝີ, ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ແຕກ​ຮາກ​ຢູ່​ໃນ​ໃຈ​ຂອງ​ເຮົາ​ຈົນ​ມັນ​ກາຍ​ເປັນ “ຕົ້ນ​ທີ່​ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ” (ແອວ​ມາ 32:41).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 32:17–43

ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ປູກ ແລະ ບຳ​ລຸງ​ລ້ຽງ​ພຣະ​ຄຳ​ຂອງ​ພຣະ​ອົງ ຢູ່​ໃນ​ໃຈ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 32:17–43, ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ສັດ​ທາ​ເປັນ ແລະ ບໍ່​ໄດ້​ເປັນ?

ອີກ​ວິ​ທີ​ໜຶ່ງ ທີ່​ຈະ​ສຶກ​ສາ ແອວ​ມາ 32 ແມ່ນ​ທີ່​ຈະ​ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຂັ້ນ​ຕອນ ຂອງ​ການ​ເຕີບ​ໂຕ​ຂອງ​ເມັດ​ພືດ. ແລ້ວ​ຂຽນ​ປ້າຍ​ໃສ່​ຮູບ​ແຕ່​ລະ​ໃບ ດ້ວຍ​ຖ້ອຍ​ຄຳ​ຈາກ ແອວ​ມາ 32:28–43 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ວິ​ທີ​ທີ່​ຈະ​ປູກ ແລະ ບຳ​ລຸງ​ລ້ຽງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ທ່ານ.

ເບິ່ງ Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 101–4 ນຳ​ອີກ.

ແອວ​ມາ 32:26–43

ເຮົາ​ສາ​ມາດ​ຮູ້​ໄດ້​ດ້ວຍ​ຕົວ​ເອງ.

ຕໍ່​ຊາວ​ໂຊ​ຣຳ​ຜູ້​ທີ່​ຍັງ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ແອວ​ມາ​ເຖິງ​ພຣະ​ຄຣິດ, ແອວ​ມາ​ໄດ້​ແນະ​ນຳ “ການ​ທົດ​ລອງ” (ເບິ່ງ ແອວ​ມາ 32:27). ການ​ທົດ​ລອງ​ຮຽກ​ຮ້ອງ​ຄວາມ​ປາດ​ຖະ​ໜາ, ຄວາມ​ຢາກ​ຮູ້​ຢາກ​ເຫັນ, ການ​ກະ​ທຳ, ແລະ ສັດ​ທາ​ໜ້ອຍ​ໜຶ່ງ—ແລະ ມັນ​ສາ​ມາດ​ນຳ​ໄປ​ສູ່​ການ​ຄົ້ນ​ພົບ​ທີ່​ປະ​ເສີດ. ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ການ​ທົດ​ລອງ​ທີ່​ທ່ານ​ເຄີຍ​ໄດ້​ເຫັນ ຫລື ໄດ້​ເຂົ້າ​ຮ່ວມ​ມາ​ແລ້ວ. ອີງ​ຕາມ ແອວ​ມາ 32:26–36, ການ​ທົດ​ລອງ​ແບບ​ໃດ​ທີ່​ສາ​ມາດ​ນຳ​ໄປ​ສູ່​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້.

ທ່ານ​ເຄີຍ “ທົດ​ລອງ”​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ມາ​ຮູ້​ວ່າ “ພຣະ​ຄຳ​ນີ້​ດີ” ແນວ​ໃດ? (ແອວ​ມາ 32:28).

ແອວ​ມາ 33:2–11; 34:17–29

ເຮົາ​ສາ​ມາດ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ, ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ບ່ອນ.

ຄຳ​ແນະ​ນຳ​ຂອງ​ແອວ​ມາ ແລະ ແອມ​ມິວ​ເລັກ​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ອະ​ທິ​ຖານ ມີ​ເຈດ​ຕະ​ນາ​ທີ່​ຈະ​ແກ້​ໄຂ​ຄວາມ​ເຂົ້າ​ໃຈ​ຜິດ​ບາງ​ຢ່າງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ຊາວ​ໂຊ​ຣຳ​ໄດ້​ມີ. ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ການ​ຄວາມ​ເຂົ້າ​ໃຈ​ຜິດ​ນັ້ນ​ລົງ​ໄວ້ (ເບິ່ງ ແອວ​ມາ 31:13–23). ຢູ່​ທາງ​ຂ້າງ​ລາຍ​ການ​ນັ້ນ, ທ່ານ​ສາ​ມາດ​ຂຽນ​ຄວາມ​ຈິງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ແອວ​ມາ 33:2–11 ແລະ 34:17–29 ລົງ​ໄວ້. ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ເຫລົ່າ​ນີ້ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ອະ​ທິ​ຖານ ແລະ ນະ​ມັດ​ສະ​ການ​ແນວ​ໃດ?

ທ່ານ​ຍັງ​ສາ​ມາດ​ພົບ​ເຫັນ​ຄວາມ​ຮູ້​ແຈ້ງ​ຈາກ​ເພງ​ສວດ​ກ່ຽວ​ກັບ​ການ​ອະ​ທິ​ຖານ, ດັ່ງ​ເຊັ່ນ “ອະ​ທິ​ຖານ​ຄອບ​ຄົວ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73) ນຳ​ອີກ.

ແອວ​ມາ 34:9–16

ຮູບ​ພາບ
seminary icon
ເຮົາ​ຕ້ອງ​ການ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ໃຫ້​ສັງ​ເກດ​ເບິ່ງ​ວ່າ ແອມ​ມິວ​ເລັກ​ໄດ້​ໃຊ້​ຄຳ ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ ເພື່ອ​ບັນ​ຍາຍ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ​ໃນ ແອວ​ມາ 34:9–14. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ? ໃຫ້​ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ບັນ​ຍາຍ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ: ​ເຮັບ​ເຣີ 10:10; 2 ນີ​ໄຟ 9:21; ໂມ​ໄຊ​ຢາ 3:13.

ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ວ່າ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ທີ່​ຈະ​ຊ່ວຍ​ໃຫ້​ລອດ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ, ບາງ​ເທື່ອ​ເຮົາ​ອາດ​ສົງ​ໄສ​ວ່າ​ມັນ​ກ່ຽວ​ກັບ​ເຮົາ​ຢູ່​ບໍ—ຫລື ກ່ຽວ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ຜູ້​ທີ່​ໄດ້​ເຮັດ​ບາບ​ຕໍ່​ເຮົາ. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ຄັ້ງ​ໜຶ່ງ​ໄດ້​ກ່າວ​ເຖິງ​ຜູ້​ຄົນ​ທີ່ “ເບິ່ງ​ຄື​ວ່າ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ພອນ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ນັ້ນ​ມີ​ໄວ້​ໃຫ້​ເຂົາ​ເຈົ້າ” (“If Ye Had Known Me,” Liahona, Nov. 2016, 104). ແມ່ນ​ຫຍັງ​ອາດ​ກີດ​ກັນ​ເຮົາ​ຈາກ​ການ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຮູ້​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ​ແນວ​ໃດ.

ເພື່ອ​ໄຕ່​ຕອງ​ວ່າ​ທ່ານ​ຕ້ອງ​ການ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ປານ​ໃດ, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຄິດ​ເຖິງ​ບາງ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທຸກໆ​ມື້. ໃຫ້​ຖາມ​ຕົວ​ເອງ​ວ່າ, “ຊີ​ວິດ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ຖ້າ​ປາດ​ສະ​ຈາກ​ສິ່ງ​ນີ້?” ແລ້ວ, ຂະ​ນະ​ທີ່​ທ່ານ​ສຶກ​ສາ ແອວ​ມາ 34:9–16, ໃຫ້​ໄຕ່​ຕອງ​ວ່າ​ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ຖ້າ​ປາດ​ສະ​ຈາກ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ສາ​ມາດ​ຊອກ​ຫາ​ຄວາມ​ຮູ້​ແຈ້ງ​ຢ່າງ​ອື່ນ​ຢູ່​ໃນ 2 ນີ​ໄຟ 9:7–9. ທ່ານ​ຈະ​ສະ​ຫລຸບ ແອວ​ມາ 34:9–10 ໃນ​ປະ​ໂຫຍກ​ດຽວ​ແນວ​ໃດ?

ເບິ່ງ Michael John U. Teh, “Our Personal Savior,” Liahona, May 2021, 99–101; Gospel Topics,“Atonement of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Reclaimed” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 34:30–41

“ບັດ​ນີ້​ຄື​ເວ​ລາ ແລະ ວັນ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ທ່ານ.”

ໃຫ້​ວາດ​ພາບ​ເຫັນ​ວ່າ ທ່ານ​ຢາກ​ເຂົ້າ​ຮ່ວມ​ການ​ແລ່ນ​ໄລ​ຍະ​ຍາວ ຫລື ການ​ສະ​ແດງ​ດົນ​ຕີ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ທ່ານ​ໄດ້​ລໍ​ຖ້າ​ຈົນ​ເຖິງ​ວັນ​ຂອງ​ກິດ​ຈະ​ກຳ​ກ່ອນ​ຈະ​ກະ​ກຽມ? ຕົວ​ຢ່າງ​ນີ້​ກ່ຽວ​ພັນ​ກັບ​ການ​ເຕືອນ​ຂອງ​ແອມ​ມິວ​ເລັກ ທີ່​ຢູ່​ໃນ ແອວ​ມາ 34:32–35 ແນວ​ໃດ? ແມ່ນ​ຫຍັງ​ຄື​ອັນ​ຕະ​ລາຍ​ຂອງ​ການ​ລັ່ງ​ເລ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ກັບ​ໃຈ ແລະ ປ່ຽນ​ແປງ?

ຂໍ້​ທີ 31 ຍັງ​ມີ​ຂ່າວ​ສານ​ນຳ​ອີກ​ສຳ​ລັບ​ຜູ້​ຄົນ​ທີ່​ອາດ​ເປັນ​ຫ່ວງ​ວ່າ​ເຂົາ​ເຈົ້າ​ໄດ້​ລັ່ງ​ເລ​ດົນ​ເກີນ​ໄປ​ແລ້ວ ແລະ ວ່າ​ມັນ​ສາຍ​ເກີນ​ໄປ​ທີ່​ຈະ​ກັບ​ໃຈ. ທ່ານ​ຄິດ​ວ່າ​ແມ່ນ​ຫຍັງ​ຄື​ຂ່າວ​ສານ​ນັ້ນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 32:1–16

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສິດ​ສອນ​ເຮົາ​ເມື່ອ​ເຮົາ​ເລືອກ​ທີ່​ຈະ​ຖ່ອມ​ຕົວ.

  • ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສິດ​ສອນ​ຊາວ​ໂຊ​ຣຳ​ຜູ້​ທີ່​ຖ່ອມ​ຕົວ. ການ​ຖ່ອມ​ຕົວ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ນິ​ຍາມ​ຂອງ​ຄຳ​ວ່າ ຖ່ອມ​ຕົວ ຢູ່​ໃນ ຄູ່​ມື​ພຣະ​ຄຳ​ພີ. ມີ​ຮ່ອງ​ຮອຍ​ອື່ນ​ໃດ​ແດ່​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ສັບ​ເຫລົ່າ​ນີ້​ທີ່​ເຮົາ​ສາ​ມາດ​ພົບ​ເຫັນ​ຢູ່​ໃນ ແອວ​ມາ 32:13–16? ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ປະ​ກອບ​ປະ​ໂຫຍກ​ໃຫ້​ສົມ​ບູນ ດັ່ງ​ເຊັ່ນ “ເຮົາ​ຖ່ອມ​ຕົວ​ເມື່ອ​ເຮົາ .”

ແອວ​ມາ 32:28–43

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ເຕີບ​ໂຕ​ຂະ​ນະ​ທີ່​ເຮົາ​ບຳ​ລຸງ​ລ້ຽງ​ມັນ.

  • ເມັດ​ພືດ, ຕົ້ນ​ໄມ້, ແລະ ໝາກ​ໄມ້​ເປັນ​ວັດ​ຖຸ​ທີ່​ຄຸ້ນ​ເຄີຍ​ທີ່​ສາ​ມາດ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ທີ່​ເປັນ​ແນວ​ຄິດ​ດັ່ງ​ເຊັ່ນ ສັດ​ທາ ແລະ ປະ​ຈັກ​ພະ​ຍານ. ໃຫ້​ລູກໆ​ຂອງ​ທ່ານ​ຈັບ​ເມັດ​ພືດ​ໃນ​ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 32:28. ແລ້ວ​ທ່ານ​ສາ​ມາດ​ຂໍ​ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ​ຄິດ​ຫາ​ວິ​ທີ​ທີ່​ວ່າ ການ​ປູກ​ຝັງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຄື​ກັນ​ກັບ​ການ​ປູກ ແລະ ການ​ບຳ​ລຸງ​ລ້ຽງ​ເມັດ​ພືດ (ເບິ່ງ “ບົດ​ທີ 29: ແອວ​ມາ​ສິດ​ສອນ​ກ່ຽວ​ກັບ​ສັດ​ທາ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 81). ບາງ​ທີ​ທ່ານ​ສາ​ມາດ​ປູກ​ເມັດ​ພືດ​ຂອງ​ທ່ານ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຕ້ອງ​ການ​ເພື່ອ​ຊ່ວຍ​ໃຫ້​ເມັດ​ພືດ—ຫລື ປະ​ຈັກ​ພະ​ຍານ​ຂອງ​ທ່ານ—ເຕີບ​ໂຕ.

  • ຮູບ​ພາບ​ຕົ້ນ​ໄມ້​ກໍ​ມີ​ຢູ່​ໃນ​ໂຄງ​ຮ່າງ​ນີ້; ທ່ານ​ສາ​ມາດ​ໃຊ້​ມັນ​ເພື່ອ​ສະ​ແດງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວ​ມາ ຢູ່​ໃນ ແອວ​ມາ 32:28–43. ຫລື ທ່ານ​ສາ​ມາດ​ໄປ​ຍ່າງ​ຫລິ້ນ ແລະ ຊອກ​ຫາ​ຕົ້ນ​ໄມ້​ທີ່​ຢູ່​ໃນ​ຂັ້ນ​ຕອນ​ການ​ເຕີບ​ໂຕ​ທີ່​ແຕກ​ຕ່າງ​ກັນ ແລະ ອ່ານ​ຂໍ້​ພຣະ​ຄຳ​ພີ​ຈາກ ແອວ​ມາ 32 ທີ່​ປຽບ​ທຽບ​ການ​ເຕີບ​ໂຕ​ຂອງ​ຕົ້ນ​ໄມ້​ກັບ​ສັດ​ທາ​ຂອງ​ເຮົາ. ຫລື ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຕົ້ນ​ໄມ້​ຢູ່​ເທິງ​ກະ​ດານ ແລະ ຕື່ມ​ໃບ​ໄມ້ ຫລື ໝາກ​ໄມ້​ໃສ່ ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ຄິດ​ເຖິງ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ເພື່ອ​ຊ່ວຍ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ເຕີບ​ໂຕ.

  • ທ່ານ​ສາ​ມາດ​ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ແຍ່​ເມັດ​ພືດ (ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ) ເຂົ້າ​ໄປ​ໃນ​ຫີນ (ເປັນ​ຕົວ​ແທນ​ໃຫ້​ແກ່​ຫົວ​ໃຈ​ທີ່​ທະ​ນົງ) ແລະ ເຂົ້າ​ໄປ​ໃນ​ດິນ​ທີ່​ນຸ້ມ​ນວນ (ເປັນ​ຕົວ​ແທນ​ໃຫ້​ແກ່​ຫົວ​ໃຈ​ທີ່​ຖ່ອມ). ອ່ານ ແອວ​ມາ 32:27–28 ນຳ​ກັນ. ເວົ້າ​ລົມ​ກ່ຽວ​ກັບ​ການ “ໃຫ້​ບ່ອນ” (ຂໍ້​ທີ 27) ສຳ​ລັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ໃນ​ໃຈ​ຂອງ​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ.

ແຕ້ມ​ຮູບ. ບາງ​ຄົນ​ຮຽນ​ຮູ້​ໄດ້​ດີ​ກວ່າ​ເມື່ອ​ເຂົາ​ເຈົ້າ​ແຕ້ມ​ຮູບ​ຂອງ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ຢູ່. ລູກໆ​ຂອງ​ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ແຕ້ມ​ຮູບ ກ່ຽວ​ກັບ​ເມັດ​ພືດ​ເຕີບ​ໂຕ​ເປັນ​ຕົ້ນ​ໄມ້ ຂະ​ນະ​ທີ່​ພວກ​ເຂົາ​ສຶກ​ສາ ແອວ​ມາ 32.

ແອວ​ມາ 33:2–11; 34:17–27

ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເວ​ລາ​ໃດ​ກໍ​ໄດ້, ກ່ຽວ​ກັບ​ສິ່ງ​ໃດໆ​ກໍ​ຕາມ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ວະ​ລີ​ທີ່​ບັນ​ຍາຍ​ສະ​ຖານ​ທີ່ ທີ່​ເຮົາ​ສາ​ມາດ​ອະ​ທິ​ຖານ (ໃນ ແອວ​ມາ 33:4–11) ແລະ ສິ່ງ​ທີ່​ເຮົາ​ສາ​ມາດ​ອະ​ທິ​ຖານ​ກ່ຽວ​ກັບ (ໃນ ແອວ​ມາ 34:17–27). ບາງ​ທີ​ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ຕົວ​ເອງ​ອະ​ທິ​ຖານ​ຢູ່​ໃນ​ສະ​ຖານ​ທີ່​ເຫລົ່າ​ນີ້. ແບ່ງ​ປັນ​ປະ​ສົບ​ການ​ນຳ​ກັນ​ເມື່ອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ນຳ​ອີກ, ດັ່ງ​ເຊັ່ນ “ອະ​ທິ​ຖານ​ຄອບ​ຄົວ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໝາກ​ໄມ້​ຢູ່​ໃນ​ຕົ້ນ

“ເພາະ​ຄວາມ​ພາກ​ພຽນ​ຂອງ​ພວກ​ທ່ານ ແລະ ສັດ​ທາ​ຂອງ​ພວກ​ທ່ານ ແລະ ດ້ວຍ​ຄວາມ​ອົດ​ທົນ​ຂອງ​ພວກ​ທ່ານ​ໃນ​ການ​ບຳ​ລຸງ​ລ້ຽງ​ພຣະ​ຄຳ, … ຈົ່ງ​ເບິ່ງ, ໃນ​ບໍ່​ຊ້າ​ນີ້​ພວກ​ທ່ານ​ຈະ​ເກັບ​ໝາກ​ຂອງ​ມັນ​ໄດ້ ຊຶ່ງ​ມີ​ຄ່າ​ທີ່​ສຸດ” (ແອວ​ມາ 32:42).