ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 14–20 ເດືອນ​ຕຸ​ລາ: “ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ.” 3 ນີ​ໄຟ 20–26


“ວັນ​ທີ 14–20 ເດືອນ​ຕຸ​ລາ: ‘ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ.’ 3 ນີ​ໄຟ 20–26,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 14–20 ເດືອນ​ຕຸ​ລາ. 3 ນີ​ໄຟ 20–26,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

ຮູບ​ພຣະ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ, ໂດຍ ແອນ​ດຣູ ໂບສ໌​ລີ

ວັນ​ທີ 14–20 ເດືອນ​ຕຸ​ລາ: “ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ”

3 ນີ​ໄຟ 20–26

ເມື່ອ​ທ່ານ​ໄດ້​ຍິນ​ຜູ້​ຄົນ​ໃຊ້​ຖ້ອຍ​ຄຳ​ເຊັ່ນ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ທ່ານ​ຮູ້​ສຶກ​ວ່າ​ເຂົາ​ເຈົ້າ​ເວົ້າ​ກ່ຽວ​ກັບ​ທ່ານ​ບໍ? ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ເປັນ​ລູກ​ຫລານ​ແທ້ໆ​ຂອງ​ອິດ​ສະ​ຣາ​ເອນ, “ກິ່ງ​ງ່າ​ຂອງ​ຕົ້ນ​ອິດ​ສະ​ຣາ​ເອນ,” ແຕ່​ພວກ​ເຂົາ​ກໍ​ຍັງ​ໄດ້​ຮູ້​ສຶກ​ວ່າ “ຫລົງ​ຈາກ​ຕົ້ນ​ຂອງ​ມັນ” (ແອວ​ມາ 26:36; ເບິ່ງ 1 ນີ​ໄຟ 15:12 ນຳ​ອີກ). ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກ​ໃຫ້​ພວກ​ເຂົາ​ຮູ້​ວ່າ ພວກ​ເຂົາ​ບໍ່​ໄດ້​ສູນ​ເສຍ​ໄປ​ຈາກ​ພຣະ​ອົງ. “ເຈົ້າ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ພຣະ​ອົງ​ໄດ້​ກ່າວ, “ແລະ ເຈົ້າ​ຢູ່​ໃນ​ພັນ​ທະ​ສັນ​ຍາ” (3 ນີ​ໄຟ 20:25). ພຣະ​ອົງ​ອາດ​ເວົ້າ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ກັບ​ທ່ານ​ໃນ​ທຸກ​ວັນ​ນີ້, ເພາະ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ ກໍ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, “ຢູ່​ໃນ​ພັນ​ທະ​ສັນ​ຍາ” ຄື​ກັນ. ໃນ​ອີກ​ຄຳ​ໜຶ່ງ, ເມື່ອ​ພຣະ​ເຢ​ຊູ​ກ່າວ​ເຖິງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ທ່ານ. ຄຳ​ແນະ​ນຳ​ໃຫ້​ມອບ​ພອນ​ແກ່ “ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ” ແມ່ນ​ສຳ​ລັບ​ທ່ານ (3 ນີ​ໄຟ 20:27). ຄຳ​ເຊື້ອ​ເຊີນ​ໃຫ້ “ຕື່ນ​ຂຶ້ນ​ອີກ, ແລະ ຈົ່ງ​ມີ​ຄວາມ​ເຂັ້ມ​ແຂງ” ແມ່ນ​ສຳ​ລັບ​ທ່ານ (3 ນີ​ໄຟ 20:36). ແລະ ຄຳ​ສັນ​ຍາ​ທີ່​ປະ​ເສີດ​ຂອງ​ພຣະ​ອົງ ທີ່​ວ່າ, “ຄວາມ​ຮັກ​ຂອງ​ເຮົາ ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ​ໄດ້, ທັງ​ເຮົາ​ຈະ​ຮັກ​ສາ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ​ໄວ້​ສືບ​ໄປ,” ແມ່ນ​ສຳ​ລັບ​ທ່ານ (3 ນີ​ໄຟ 22:10).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 20–22

ໃນ​ຍຸກ​ສຸດ​ທ້າຍ, ພຣະ​ເຈົ້າ​ຈະ​ກະ​ທຳ​ວຽກ​ງານ​ທີ່​ມະ​ຫັດ​ສະ​ຈັນ.

ໃນ 3 ນີ​ໄຟ 20–22, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ (ເບິ່ງ ໂດຍ​ສະ​ເພາະ 3 ນີ​ໄຟ 20:30–32, 39–41; 21:9–11, 22–29). ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຈື່​ຈຳ​ສິ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ເຮົາ​ກໍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັນ​ລຸ​ຄຳ​ສັນ​ຍາ​ເຫລົ່າ​ນີ້. ນີ້​ເປັນ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ພຽງ​ໃດ​ທີ່​ຈະ​ມີ​ຊີ​ວິດ​ຢູ່!” (“The Gathering of Scattered Israel,” Liahona, Nov. 2006, 79). ຄຳ​ທຳ​ນາຍ​ຂໍ້​ໃດ​ທີ່​ໜ້າ​ຕື່ນ​ເຕັ້ນ​ຕໍ່​ທ່ານ​ໂດຍ​ສະ​ເພາະ? ທ່ານ​ຈະ​ເຮັດ​ສິ່ງ​ໃດ​ຈຶ່ງ​ຈະ​ຊ່ວຍ​ໃຫ້​ມັນ​ເກີດ​ເປັນ​ຈິງ​ໄດ້?

ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ດົນ​ໃຈ. ທ່ານ​ອາດ​ພົບ​ເຫັນ​ຖ້ອຍ​ຄຳ ແລະ ວະ​ລີ​ບາງ​ຢ່າງ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ປະ​ທັບ​ໃຈ​ທ່ານ, ຄື​ກັບ​ວ່າ​ມັນ​ຖືກ​ຂຽນ​ໄວ້​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ. ໃຫ້​ຄິດ​ທີ່​ຈະ​ໝາຍ​ມັນ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ ຫລື ຂຽນ​ມັນ​ໄວ້​ຢູ່​ໃນ​ປຶ້ມ​ບັນ​ທຶກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ.

3 ນີ​ໄຟ 2224

ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ຄົນ​ທີ່​ກັບ​ມາ​ຫາ​ພຣະ​ອົງ.

ໃນ 3 ນີ​ໄຟ 22 ແລະ 24, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອ້າງ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ ແລະ ມາ​ລາ​ກີ ທີ່​ເຕັມ​ໄປ​ດ້ວຍ​ພາບ​ທີ່​ແຈ່ມ​ແຈ້ງ ແລະ ການ​ປຽບ​ທຽບ—ຖ່ານ​ຫີນ​ຢູ່​ໃນ​ໄຟ, ຊຳ​ລະ​ເງິນ​ໃຫ້​ບໍ​ລິ​ສຸດ, ການ​ແຕ່ງ​ງານ, ປະ​ຕູ​ສະ​ຫວັນ (ເບິ່ງ ໂດຍ​ສະ​ເພາະ 3 ​ນີ​ໄຟ 22:7–8, 10–17; 24:10–12, 17–18). ການ​ປຽບ​ທຽບ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ—ແລະ ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ທ່ານ? ຄຳ​ສັນ​ຍາ​ຢູ່​ໃນ​ບົດ​ເຫລົ່າ​ນີ້​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ ຫລື ຊີ​ວິດ​ຂອງ​ຄອບ​ຄົວ​ທ່ານ​ແນວ​ໃດ?

ເບິ່ງ “The Refiner’s Fire” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3 ນີໄຟ 23:6–13

ການ​ບັນ​ທຶກ​ປະ​ສົບ​ການ​ທາງ​ວິນ​ຍານ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ.

ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ນີ​ໄຟ ຢູ່​ໃນ 3 ນີ​ໄຟ 23: 6–13? ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກ​ກວດ​ເບິ່ງ​ບັນ​ທຶກ​ທີ່​ທ່ານ​ໄດ້​ຂຽນ​ລົງ​ໄວ້, ພຣະ​ອົງ​ອາດ​ຖາມ​ທ່ານ​ຄຳ​ຖາມ​ໃດ​ແດ່? ມີ​ເຫດ​ການ​ທີ່​ສຳ​ຄັນ ຫລື ປະ​ສົບ​ການ​ທາງ​ວິນ​ຍານ​ໃດ​ບໍ​ທີ່​ເຮົາ​ຄວນ​ບັນ​ທຶກ​ໄວ້? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ບັນ​ທຶກ​ໄວ້? (ເບິ່ງ 3 ນີ​ໄຟ 26:2).

3 ນີ​ໄຟ 23; 26:1–12

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ເຮົາ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ.

ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 20:10–12; 23; 26:1–12, ໃຫ້​ໄຕ່​ຕອງ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຄຳ​ພີ. ມີ​ຄວາມ​ແຕກ​ຕ່າງ​ຫຍັງ​ແດ່​ລະ​ຫວ່າງ​ການ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ການ​ພຽງ​ແຕ່​ອ່ານ​ພຣະ​ຄຳ​ພີ? (​ເບິ່ງ 3 ນີ​ໄຟ 23:1).

3 ນີ​ໄຟ 24:7–12

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ການ​ຈ່າຍ​ສ່ວນ​ສິບ​ເປີດ​ປະ​ຕູ​ສະ​ຫວັນ.

ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ຈ່າຍ​ສ່ວນ​ສິບ​ສະ​ເໝີ​ມາ (ເບິ່ງ ປະ​ຖົມ​ມະ​ການ 14:17–20; ມາ​ລາ​ກີ 3:8–11). ຂະ​ນະ​ທີ່​ທ່ານ​ສຶກ​ສາ 3 ນີ​ໄຟ 24:7–12, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ຂໍ​ຮ້ອງ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ຈ່າຍ​ສ່ວນ​ສິບ. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ນຳ​ພາ​ການ​ສຶກ​ສາ​ຂອງ​ທ່ານ​ໄດ້.

  • ແມ່ນ​ຫຍັງ​ຄື​ກົດ​ສ່ວນ​ສິບ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119. “ລາຍ​ໄດ້” ໃນ​ການ​ເປີດ​ເຜີຍ​ນີ້​ໝາຍ​ເຖິງ​ລາຍ​ຮັບ. ສະ​ມາ​ຊິກ​ທຸກ​ຄົນ​ທີ່​ມີ​ລາຍ​ຮັບ​ຄວນ​ຈ່າຍ​ສ່ວນ​ສິບ.) ເງິນ​ສ່ວນ​ສິບ​ແຕກ​ຕ່າງ​ຈາກ​ການ​ບໍ​ລິ​ຈາກ​ແບບ​ອື່ນ​ແນວ​ໃດ?

  • ເງິນ​ສ່ວນ​ສິບ​ຖຶກ​ນຳ​ໃຊ້​ແບບ​ໃດ? ທ່ານ​ສາ​ມາດ​ຊອກ​ຫາ​ລາຍ​ການ​ສ່ວນ​ໜຶ່ງ​ຢູ່​ໃນ Gospel Topics, “Tithing” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ໃນ​ວິ​ທີ​ທາງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ພອນ ເພາະ​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຈ່າຍ​ສ່ວນ​ສິບ?

  • ພອນ​ຫຍັງ​ແດ່​ທີ່​ໄດ້​ມາ​ສູ່​ຜູ້​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ສ່ວນ​ສິບ? (ເບິ່ງ 3 ນີ​ໄຟ 24:7–12). ທ່ານ​ສາ​ມາດ​ຊອກ​ຫາ​ພອນ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ “The Windows of Heaven” (Liahona, Nov. 2013, 17–20). ໃຫ້​ຊອກ​ຫາ, ໂດຍ​ສະ​ເພາະ, ພອນ​ທີ່​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ເລື່ອງ​ເງິນ. ທ່ານ​ເຄີຍ​ເຫັນ​ພອນ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ທ່ານ​ອາດ​ຢາກ​ເບິ່ງ​ວິ​ດີ​ໂອ “Jesus Teaches about the Widow’s Mite” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ), ຫລື ອ່ານ ມາ​ຣະ​ໂກ 12:41–44. ເລື່ອງ​ລາວ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່?

3 ນີ​ໄຟ 25:5–6

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເອ​ລີ​ຢາ​ມາ ເພື່ອ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ຫົວ​ໃຈ​ຂອງ​ເຮົາ​ຖືກ “ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ [ຂອງ​ເຮົາ]” ຜ່ານ​ທາງ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ. ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ສຳ​ລັບ​ທ່ານ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 25:5–6 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16, ໃຫ້​ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ?

ເບິ່ງ: “ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73 ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

3 ນີ​ໄຟ 23:1, 5

ເຮົາ​ສາ​ມາດ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ.

  • ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີ​ໄຟ 23 ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ຄຳ​ພີ​ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ​ສຳ​ລັບ​ພຣະ​ອົງ. ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ພົບ​ສິ່ງ​ນີ້, ທ່ານ​ສາ​ມາດ​ອ່ານ 3 ນີ​ໄຟ 23:1, 5 ອອກ​ສຽງ ແລະ ຂໍ​ໃຫ້​ພວກ​ເຂົາ​ຟັງ​ເພື່ອ​ຫາ​ຖ້ອຍ​ຄຳ​ທີ່​ຖືກ​ກ່າວ​ຊ້ຳ​ສາມ​ເທື່ອ. ການ​ຄົ້ນ​ຄວ້າ​ແຕກ​ຕ່າງ​ຈາກ​ພຽງ​ແຕ່​ການ​ອ່ານ​ເທົ່າ​ນັ້ນ​ແນວ​ໃດ?

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຂຽນ​ຂໍ້​ພຣະ​ຄຳ​ພີ​ທີ່​ໂປດ​ປານ ແລະ ເຊື່ອງ​ມັນ​ໄວ້. ແລ້ວ​ພວກ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ຂອງ​ກັນ​ແລະ​ກັນ, ອ່ານ​ມັນ​ນຳ​ກັນ, ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຈຶ່ງ​ມີ​ຄວາມ​ໝາຍ.

3 ນີ​ໄຟ 24:8–12

ການ​ຈ່າຍ​ສ່ວນ​ສິບ​ເປີດ​ປະ​ຕູ​ສະ​ຫວັນ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຄວ້າ 3 ນີ​ໄຟ 24:8–12 ເພື່ອ​ຊອກ​ຫາ​ວິ​ທີ​ຈະ​ປະ​ກອບ​ປະ​ໂຫຍກ​ນີ້​ໃຫ້​ສົມ​ບູນ: ຖ້າ​ເຮົາ​ຈ່າຍ​ສ່ວນ​ສິບ, ພຣະ​ຜູ້​ເປັນ​ເຈົ້າ​ຈະ … . ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ອີກ ຊຶ່ງ​ໃນ​ນັ້ນ​ທ່ານ​ໄດ້​ຮັບ​ພອນ ເພາະ​ທ່ານ​ໄດ້​ຈ່າຍ​ສ່ວນ​ສິບ. ຖ້າ​ວ່າ​ມັນ​ຈະ​ຊ່ວຍ​ໄດ້, ໃຫ້​ຄິດ​ທີ່​ຈະ​ຂຽນ​ຈຳ​ນວນ​ເງິນ ແລະ ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄຳ​ນວນ​ວ່າ​ການ​ຈ່າຍ (10 ເປີ​ເຊັນ) ຂອງ​ສ່ວນ​ສິບ​ນັ້ນ​ແມ່ນ​ຫລາຍ​ເທົ່າ​ໃດ​ສຳ​ລັບ​ແຕ່​ລະ​ຈຳ​ນວນ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ເວົ້າ​ລົມ​ກ່ຽວ​ກັບ​ບາງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ເງິນ​ສ່ວນ​ສິບ ເພື່ອ​ເປັນ​ພອນ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ບາງ​ທີ​ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ (ຫລື ຊອກ​ຫາ​ຮູບ​ຢູ່​ໃນ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ) ກ່ຽວ​ກັບ​ວິ​ທີ​ທີ່​ເງິນ​ສ່ວນ​ສິບ​ເປັນ​ພອນ​ໃຫ້​ແກ່​ພວກ​ເຂົາ.

3 ນີ​ໄຟ 25:5–6

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

  • ທ່ານ​ຈະ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ຫາ ແລະ ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ແນວ​ໃດ? ທ່ານ​ຈະ​ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ແນວ​ໃດ​ເມື່ອ​ພວກ​ເຂົາ​ໃຫຍ່​ຂຶ້ນ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຄົ້ນ​ຄວ້າ 3 ນີ​ໄຟ 25:5–6 ເພື່ອ​ຊອກ​ຫາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ. ລູກ​ຜູ້​ນ້ອຍ​ສາ​ມາດ​ວາງ​ມື​ຂອງ​ພວກ​ເຂົາ​ໃສ່​ຫົວ​ໃຈ ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ “ໃຈ” ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້. ທ່ານ​ສາ​ມາດ​ອ່ານ​ກ່ຽວ​ກັບ​ວ່າ​ຄຳ​ທຳ​ນາຍ​ນີ້​ໄດ້​ເກີດ​ເປັນ​ຈິງ​ແນວ​ໃດ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16 (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 95) ນຳ​ອີກ. ບອກ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ໃຈ​ຂອງ​ທ່ານ​ໄດ້​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ທ່ານ​ເຄີຍ​ມີ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ແລະ ການ​ເຮັດ​ພິ​ທີ​ການ​ພຣະ​ວິ​ຫານ​ແທນ​ເຂົາ​ເຈົ້າ.

  • ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຂຽນ​ຊື່​ໃສ່​ຕົ້ນ​ຕະ​ກຸນ ດ້ວຍ​ຊື່​ຂອງ​ພໍ່​ແມ່ ແລະ ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ. ມີ​ເລື່ອງ​ລາວ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ? ສະ​ແດງ​ຮູບ​ພາບ​ຖ້າ​ເປັນ​ໄປ​ໄດ້. ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48) ນຳ​ກັນ ແລະ ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຄອບ​ຄົວ​ຈຶ່ງ​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອ່ານ​ບັນ​ທຶກ​ຂອງ​ຊາວ​ນີ​ໄຟ​ກັບ​ນີ​ໄຟ

Bring Forth the Record [ຈົ່ງ​ນຳ​ບັນ​ທຶກ​ອອກ​ມາ], ໂດຍ ແກ​ຣີ ແອວ ແຄບ.