ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 30 ເດືອນ​ກັນ​ຍາ–ວັນ​ທີ 6 ເດືອນ​ຕຸ​ລາ: “ເຮົາ​ຄື​ກົດ, ແລະ ຄວາມ​ສະ​ຫວ່າງ.” 3 ນີ​ໄຟ 12–16


“ວັນ​ທີ 30 ເດືອນ​ກັນ​ຍາ–ວັນ​ທີ 6 ເດືອນ​ຕຸ​ລາ: ‘ເຮົາ​ຄື​ກົດ, ແລະ ຄວາມ​ສະ​ຫວ່າງ.’ 3 ນີ​ໄຟ 12–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 30 ເດືອນ​ກັນ​ຍາ–ວັນ​ທີ 6 ເດືອນ​ຕຸ​ລາ. 3 ນີ​ໄຟ 12–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ບົ່ງ​ບອກ​ອັກ​ຄະ​ສາ​ວົກ​ສິບ​ສອງ

Third Nephi: These Twelve Whom I Have Chosen [ນີ​ໄຟ​ສະ​ບັບ​ທີ​ສາມ: ສິບ​ສອງ​ຄົນ​ນີ້ ຊຶ່ງ​ເຮົາ​ໄດ້​ເລືອກ], ໂດຍ ແກ​ຣີ ແອວ ແຄບ

ວັນ​ທີ 30 ເດືອນ​ກັນ​ຍາ–ວັນ​ທີ 6 ເດືອນ​ຕຸ​ລາ: “ເຮົາ​ຄື​ກົດ, ແລະ ຄວາມ​ສະ​ຫວ່າງ”

3 ນີ​ໄຟ 12–16

ເຊັ່ນ​ດຽວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ ທີ່​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ຄຳ​ເທດ​ສະ​ໜາ​ຢູ່​ເນີນ​ພູ​ໃນ​ແຂວງ​ຄາ​ລີ​ເລ, ຜູ້​ຄົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ພຣະ​ວິ​ຫານ​ໃນ​ເມືອງ​ອຸ​ດົມ​ສົມ​ບູນ ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ໂມ​ເຊ. ພວກ​ເຂົາ​ໄດ້​ເຮັດ​ຕາມ​ກົດ​ນັ້ນ ເພາະ​ມັນ​ຊີ້​ນຳ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ໃຫ້​ໄປ​ຫາ​ພຣະ​ຄຣິດ (ເບິ່ງ ຢາ​ໂຄບ 4:5), ແລະ ບັດ​ນີ້​ພຣະ​ຄຣິດ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ, ປະ​ກາດ​ເຖິງ​ກົດ​ທີ່​ສູງ​ກວ່າ. ແຕ່ ແມ່ນ​ແຕ່​ຜູ້​ຄົນ​ເຫລົ່າ​ນັ້ນ​ໃນ​ພວກ​ເຮົາ​ຜູ້​ທີ່​ບໍ່​ເຄີຍ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ໂມ​ເຊ ກໍ​ສາ​ມາດ​ຮັບ​ຮູ້​ວ່າ ມາດ​ຕະ​ຖານ​ທີ່​ພຣະ​ເຢ​ຊູ​ໄດ້​ຕັ້ງ​ໄວ້​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແມ່ນ​ກົດ​ທີ່​ສູງ. “ເຮົາ​ຈຶ່ງ​ຢາກ​ໃຫ້​ເຈົ້າ​ດີ​ພ້ອມ,” ພຣະ​ອົງ​ໄດ້​ປະ​ກາດ (3 ນີ​ໄຟ 12:48). ຖ້າ​ເລື່ອງ​ນີ້​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ບໍ່​ພຽບ​ພ້ອມ, ໃຫ້​ຈື່​ໄວ້​ວ່າ​ພຣະ​ເຢ​ຊູ​ໄດ້​ກ່າວ​ອີກ​ວ່າ, “ຄົນ​ຍາກ​ຈົນ​ທາງ​ວິນ​ຍານ​ທີ່​ມາ​ຫາ​ເຮົາ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ອາ​ນາ​ຈັກ​ສະ​ຫວັນ​ຈະ​ເປັນ​ຂອງ​ຜູ້​ນັ້ນ” (3 ນີ​ໄຟ 12:3). ກົດ​ທີ່​ສູງ​ກວ່າ​ແມ່ນ​ຄຳ​ເຊື້ອ​ເຊີນ—ວິ​ທີ​ໜຶ່ງ​ອີກ​ຂອງ​ການ​ກ່າວ​ວ່າ “ຈົ່ງ​ມາ​ຫາ​ເຮົາ ແລະ ເຈົ້າ​ຈະ​ລອດ” (3 ນີ​ໄຟ 12:20). ເຊັ່ນ​ດຽວ​ກັບ​ກົດ​ຂອງ​ໂມ​ເຊ, ກົດ​ນີ້​ຊີ້​ນຳ​ເຮົາ​ໃຫ້​ໄປ​ຫາ​ພຣະ​ຄຣິດ—ພຣະ​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ລອດ ແລະ ໃຫ້​ດີ​ພ້ອມ​ທຸກ​ຢ່າງ. “ຈົ່ງ​ເບິ່ງ,” ພຣະ​ອົງ​ໄດ້​ກ່າວ, “ເຮົາ​ຄື​ກົດ, ແລະ ຄວາມ​ສະ​ຫວ່າງ. ຈົ່ງ​ເບິ່ງ​ທີ່​ເຮົາ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ” (3 ນີ​ໄຟ 15:9).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 12–14

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້.

ຕໍ່​ໄປ​ນີ້​ແມ່ນ​ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ ແລະ ນຳ​ໃຊ້​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ໃນ 3 ນີ​ໄຟ 12–14: ໃຫ້​ເລືອກ​ເອົາ​ຂໍ້​ຕ່າງໆ​ກຸ່ມ​ໜຶ່ງ, ແລະ ໃຫ້​ເບິ່ງ​ວ່າ​ທ່ານ​ຈະ​ສາ​ມາດ​ສະ​ຫລຸບ​ຂໍ້​ເຫລົ່າ​ນັ້ນ ໃນ​ປະ​ໂຫຍກ​ດຽວ​ໄດ້​ຫລື​ບໍ່ ທີ່​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ …” ຍົກ​ຕົວ​ຢ່າງ, ຄຳ​ສະ​ຫລຸບ​ໜຶ່ງ​ຂອງ 3 ນີ​ໄຟ 13:1-8 ອາດ​ເປັນ “ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ ບໍ່​ສະ​ແຫວງ​ຫາ​ຄຳ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ສາ​ທາ​ລະ​ນະ​ຊົນ​ສຳ​ລັບ​ການ​ເຮັດ​ຄວາມ​ດີ.” ໃຫ້​ລອງ​ໃຊ້​ກັບ​ຂໍ້​ເຫລົ່າ​ນີ້:

  • 12:3–16:

  • 12:38–44:

  • 13:19–24:

  • 14:1–5:

  • 14:21–27:

  • ຂໍ້​ພຣະ​ຄຳ​ພີ​ອື່ນໆ​ທີ່​ດົນ​ໃຈ​ທ່ານ

ຫລັງ​ຈາກ​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ?

ພຣະ​ບັນ​ຍັດ​ໃນ 3 ນີ​ໄຟ 12:48 ອາດ​ເບິ່ງ​ຄື​ວ່າ​ລົ້ນ​ເຫລືອ—ແມ່ນ​ແຕ່​ເປັນ​ໄປ​ບໍ່​ໄດ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ “Be Ye Therefore Perfect—Eventually” (Liahona, Nov. 2017, 40–42) ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຂໍ້​ນີ້? ອີງ​ຕາມ ໂມ​ໂຣ​ໄນ 10:32–33, ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ຄົນ​ດີ​ພ້ອມ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເບິ່ງ Dallin H. Oaks, “The Challenge to Become,” Ensign, Nov. 2000, 32–34; Gospel Topics, “Become like Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5; “Jesus Christ Teaches How to Live the Higher Law” (ວິດີໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ ໂດຍ​ການ​ອ້າງ​ເຖິງ​ສິ່ງ​ຂອງ​ທີ່​ຄຸ້ນ​ເຄີຍ. ທ່ານ​ສາ​ມາດ​ເຮັດ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ ຂະ​ນະ​ທີ່​ທ່ານ​ອ່ານ ຫລື ສຶກ​ສາ​ກ່ຽວ​ກັບ 3 ນີ​ໄຟ 12. ການ​ເບິ່ງ ຫລື ຖື​ເກືອ, ທຽນ​ໄຂ, ຫລື ເສື້ອ​ຄຸມ ສາ​ມາດ​ສົ່ງ​ເສີມ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ.

3 ນີ​ໄຟ 12:1–215:23–2416:1–6

ຜູ້​ທີ່​ເຊື່ອ​ປາດ​ສະ​ຈາກ​ການ​ໄດ້​ເຫັນ​ຍ່ອມ​ເປັນ​ສຸກ.

ມີ​ໜ້ອຍ​ຄົນ​ທີ່​ສຸດ​ໃນ​ບັນ​ດາ​ລູກ​ຂອງ​ພຣະ​ເຈົ້າ ທີ່​ເຄີຍ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ຄື​ກັນ​ກັບ​ຜູ້​ຄົນ​ຢູ່​ເມືອງ​ອຸ​ດົມ​ສົມ​ບູນ​ໄດ້​ເຫັນ ແລະ ໄດ້​ຍິນ. ພວກ​ເຮົາ​ສ່ວນ​ຫລາຍ​ເປັນ​ເໝືອນ​ດັ່ງ​ຜູ້​ຄົນ​ທີ່​ມີ​ບັນ​ຍາຍ ຢູ່​ໃນ 3 ນີ​ໄຟ 12:2; 15:23; ແລະ 16:4–6. ມີ​ຄຳ​ສັນ​ຍາ​ໃດ​ແດ່​ທີ່​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ເຊັ່ນ​ນັ້ນ ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ຄຳ​ສັນ​ຍາ​ເຫລົ່າ​ນີ້​ໄດ້​ເກີດ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ ໂຢ​ຮັນ 20:26–29; 2 ນີ​ໄຟ 26:12–13; ແອວ​ມາ 32:16–18 ນຳ​ອີກ.

3 ນີ​ໄຟ 12:21–30; 13:1–8, 16–18; 14:21–23

ເຮົາ​ສາ​ມາດ​ພະ​ຍາ​ຍາມ​ຊຳ​ລະ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ເຮົາ​ໃຫ້​ສະ​ອາດ.

ຫົວ​ຂໍ້​ໜຶ່ງ​ທີ່​ທ່ານ​ອາດ​ສັງ​ເກດ​ເຫັນ​ຢູ່​ໃນ​ບົດ​ເຫລົ່າ​ນີ້ ແມ່ນ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ທີ່​ສູງ​ກວ່າ—ໃຫ້​ເປັນ​ຄົນ​ຊອບ​ທຳ ບໍ່​ແມ່ນ​ພຽງ​ແຕ່​ໃນ​ການ​ກະ​ທຳ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ໃນ​ໃຈ​ຂອງ​ເຮົາ​ເຊັ່ນ​ກັນ. ໃຫ້​ຊອກ​ຫາ​ຫົວ​ຂໍ້​ນີ້ ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ​ກ່ຽວ​ກັບ​ການ​ຂັດ​ແຍ້ງ (3 ນີ​ໄຟ 12:21–26), ການ​ຜິດ​ສິນ​ທຳ (3 ນີ​ໄຟ 12:27–30), ການ​ອະ​ທິ​ຖານ (3 ນີ​ໄຟ 13:5–8), ແລະ ການ​ຖື​ສິນ​ອົດ​ເຂົ້າ (3 ນີ​ໄຟ 13:16–18). ມີ​ຕົວ​ຢ່າງ​ອື່ນ​ອີກ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ພົບ​ເຫັນ? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ໄດ້​ແດ່ ເພື່ອ​ຊຳ​ລະ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ທ່ານ?

3 ນີ​ໄຟ 14:7–11

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ປະ​ທານ​ສິ່ງ​ທີ່​ດີ​ໃຫ້​ເຮົາ ເມື່ອ​ເຮົາ​ໝັ່ນ​ຂໍ, ໝັ່ນ​ຊອກ, ແລະ ໝັ່ນ​ເຄາະ.

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີ​ໄຟ 14:7–11 ມີ​ການ​ຂໍ, ການ​ຊອກ, ແລະ ການ​ເຄາະ, ການ​ໄຕ່​ຕອງ “ສິ່ງ​ທີ່​ດີ” ອັນ​ໃດ​ແດ່​ທີ່​ພຣະ​ອົງ​ຢາກ​ໃຫ້​ທ່ານ​ທູນ​ຂໍ. ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ວິ​ທີ​ທີ່​ຈະ​ຂໍ, ຊອກ, ແລະ ເຄາະ. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ອາດ​ຊ່ວຍ​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ຄຳ​ອະ​ທິ​ຖານ​ບາງ​ຢ່າງ ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ວິ​ທີ​ທີ່​ທ່ານ​ຄາດ​ໄວ້: ເອ​ຊາ​ຢາ 55:8–9; ຮີ​ລາ​ມັນ 10:4–5; ໂມ​ໂຣ​ໄນ 7:26–27, 33, 37; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:7–9; 88:64. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຂໍ, ຊອກ, ແລະ ເຄາະ​ແນວ​ໃດ?

ເບິ່ງ Milton Camargo, “Ask, Seek, and Knock,” Liahona, Nov. 2020, 106–8 ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

3 ນີ​ໄຟ 12:14–16

ເຮົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ​ໄດ້ ໂດຍ​ການ​ຕິດ​ຕາມ​ພຣະ​ເຢ​ຊູ.

  • ບາງ​ເທື່ອ​ເດັກ​ນ້ອຍ​ອາດ​ບໍ່​ຮູ້​ວ່າ ຕົວ​ຢ່າງ​ຂອງ​ພວກ​ເຂົາ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ຫລາຍ​ສໍ່າ​ໃດ. ໃຊ້ 3 ນີ​ໄຟ 12:14–16 ເພື່ອ​ຊຸກ​ຍູ້​ພວກ​ເຂົາ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ພວກ​ເຂົາ​ສ່ອງ​ແຈ້ງ. ຍົກ​ຕົວ​ຢ່າງ, ເມື່ອ​ທ່ານ​ອ່ານ​ຄຳ​ວ່າ “ເຈົ້າ” ຫລື “ຂອງ​ເຈົ້າ” ໃນ​ຂໍ້​ເຫລົ່າ​ນີ້, ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຊີ້​ໃສ່​ຕົວ​ເອງ. ບອກ​ລູກໆ​ກ່ຽວ​ກັບ​ແສງ​ສະ​ຫວ່າງ​ທີ່​ທ່ານ​ເຫັນ​ໃນ​ຕົວ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ມັນ​ດົນ​ໃຈ​ທ່ານ​ໃຫ້​ຕິດ​ຕາມ​ພຣະ​ອົງ​ແນວ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ທີ່​ຊຸກ​ຍູ້​ໃຫ້​ລູກໆ​ສ່ອງ​ແສງ​ເໝືອນ​ດັ່ງ​ແສງ​ສະ​ຫວ່າງ, ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72) ນຳ​ອີກ.

  • ເພື່ອ​ທີ່​ຈະ​ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ບໍ່​ໃຫ້​ເຊື່ອງ​ແສງ​ສະ​ຫວ່າງ​ຂອງ​ພວກ​ເຂົາ (ເບິ່ງ 3 ນີ​ໄຟ 12:15), ໃຫ້​ພວກ​ເຂົາ​ປ່ຽນ​ຜຽນ​ກັນ​ເຊື່ອງ ຫລື ກວມ​ຕະ​ກຽງ ຫລື ແສງ​ອື່ນໆ. ພວກ​ເຂົາ​ສາ​ມາດ​ເປີດ​ແສງ ແຕ່່​ລະ​ເທື່ອ​ທີ່​ພວກ​ເຂົາ​ບອກ​ສິ່ງ​ເຖິງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ທີ່​ຈະ​ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ຄົນ​ອື່ນ.

3 ນີ​ໄຟ 13:19–21

“ຈົ່ງ​ຮິບ​ໂຮມ​ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ສະ​ຫວັນ.”

  • ການ​ອ່ານ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ກະ​ຕຸ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຖື​ວ່າ​ມີ​ຄ່າ. ບາງ​ທີ​ທ່ານ​ກໍ​ສາ​ມາດ​ນຳ​ພາ​ລູກໆ​ຂອງ​ທ່ານ​ໃນ​ການ​ຊອກ​ຫາ​ສົມ​ບັດ ທີ່​ເຕືອນ​ພວກ​ເຂົາ​ເຖິງ​ຊັບ​ສົມ​ບັດ​ທີ່​ມີ​ຄຸນ​ຄ່າ​ນິ​ລັນ​ດອນ.

3 ນີ​ໄຟ 14:7–11

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 14:7, ລູກໆ​ຂອງ​ທ່ານ​ສາ​ມາດ​ເຮັດ​ການ​ສະ​ແດງ​ທີ່​ເປັນ​ຕົວ​ແທນ​ເຖິງ​ແຕ່​ລະ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຂໍ້​ນີ້. ຍົກ​ຕົວ​ຢ່າງ, ພວກ​ເຂົາ​ສາ​ມາດ​ຍົກ​ມື​ຂຶ້ນ (ຖາມ), ເອົາ​ມື​ເຮັດ​ກ້ອງ​ສ່ອງ​ທາງ​ໄກ (ຊອກ), ຫລື ທຳ​ທ່າ​ເຄາະ​ປະ​ຕູ (ເຄາະ). ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ສາ​ມາດ​ເວົ້າ ແລະ ຂໍ ໃນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ຫລິ້ນ​ເກມ ຊຶ່ງ​ພວກ​ເຂົາ​ຂໍ​ບາງ​ສິ່ງ ແລະ ໄດ້​ຮັບ​ບາງ​ສິ່ງ​ທີ່​ແຕກ​ຕ່າງ​ຈາກ​ທີ່​ຂໍ. ໃນ 3 ນີ​ໄຟ 14:7–11, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ເຮົາ​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ?

3 ນີ​ໄຟ 14:21–27; 15:1

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ເຮົາ​ໄດ້​ຍິນ ແລະ ເຮັດ​ສິ່ງ​ທີ່​ພຣະ​ອົງ​ສິດ​ສອນ.

  • ໃຫ້​ຄິດ​ຫາ​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ນຶກ​ພາບ​ຄຳ​ອຸ​ປະ​ມາ ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ບາງ​ທີ ພວກ​ເຂົາ​ກໍ​ສາ​ມາດ​ແຕ້ມ​ຮູບ, ເຮັດ​ການ​ສະ​ແດງ, ຫລື ສ້າງ​ສິ່ງ​ຕ່າງໆ​ໃສ່​ເທິງ​ຮາກ​ຖານ​ທີ່​ແຂງ​ແກ່ນ ແລະ ເທິງ​ຮາກ​ຖານ​ທີ່​ເປັນ​ດິນ​ຊາຍ. ພວກ​ເຂົາ​ຍັງ​ສາ​ມາດ​ໃສ່​ຊື່​ຂອງ​ພວກ​ເຂົາ​ແທນ​ຄຳ​ວ່າ “ຄົນ​ສະ​ຫລາດ” ຂະ​ນະ​ທີ່​ພວກ​ເຂົາ​ອ່ານ 3 ນີ​ໄຟ 14:24–27 ຫລື ຮ້ອງ​ເພງ “The Wise Man and the Foolish Man” (Children’s Songbook, 281). ຫລື ພວກ​ເຂົາ​ສາ​ມາດ​ຢືນ​ຂຶ້ນ ທຸກ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ “ປະ​ຕິ​ບັດ​ຕາມ” ໃນ 3 ນີ​ໄຟ 14:21–27 ແລະ 15:1.

  • ນີ້​ແມ່ນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ທີ່​ທ່ານ​ສາ​ມາດ​ລອງ​ໄດ້: ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຈິນ​ຕະ​ນາ​ການ​ວ່າ ຂາ​ຂ້າງ​ໜຶ່ງ​ຂອງ​ພວກ​ເຂົາ​ເປັນ​ຕົວ​ແທນ​ເຖິງ​ການ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອີກ​ຂ້າງ​ໜຶ່ງ​ເປັນ​ຕົວ​ແທນ​ເຖິງ​ການ​ເຮັດ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ. ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ພະ​ຍາ​ຍາມ​ຊົງ​ຕົວ​ດ້ວຍ​ຂາ​ທີ່ “ໄດ້​ຍິນ” ເທົ່າ​ນັ້ນ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ລົມ​ແຮງ​ພັດ​ຜ່ານ​ຫ້ອງ​ໄປ? ແລ້ວ​ທ່ານ ແລະ ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ສິ່ງ​ທີ່​ສະ​ເພາະ​ເຈາະ​ຈົງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ພວກ​ເຮົາ​ໃຫ້​ເຮັດ: ເບິ່ງ 3 ນີ​ໄຟ 12:3–12, 21–26; 13:5–8.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຊາວ​ນີ​ໄຟ

The Savior’s Visit to the People in America [ການ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຜູ້​ຄົນ​ຢູ່​ອາ​ເມ​ຣິ​ກາ], ໂດຍ ກະ​ເລັນ ​ແອັສ ຮອບ​ຄິນ​ສັນ.