ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 7–13 ເດືອນ​ຕຸ​ລາ: “ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ເຮົາ​ເຕັມ​ປ່ຽມ.” 3 ນີ​ໄຟ 17–19


“ວັນ​ທີ 7–13 ເດືອນ​ຕຸ​ລາ: ‘ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ເຮົາ​ເຕັມ​ປ່ຽມ.’ 3 ນີ​ໄຟ 17–19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 7–13 ເດືອນ​ຕຸ​ລາ. 3 ນີ​ໄຟ 17–19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

The Light of His Countenance Did Shine upon Them [ຄວາມ​ສະ​ຫວ່າງ​ໃນ​ພຣະ​ພັກ​ຂອງ​ພຣະ​ອົງ​ໄດ້​ສ່ອງ​ໃສ່​ພວກ​ເພິ່ນ], ໂດຍ ແກ​ຣີ ແອວ ແຄບ

ວັນ​ທີ 7–13 ເດືອນ​ຕຸ​ລາ: “ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ເຮົາ​ເຕັມ​ປ່ຽມ”

3 ນີ​ໄຟ 17–19

ພຣະ​ເຢ​ຊູ​ຄຣິດ​ຫາ​ກໍ​ໄດ້​ໃຊ້​ເວ​ລາ​ໜຶ່ງ​ວັນ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ປ່ອຍ​ໃຫ້​ຜູ້​ຄົນ​ເຫັນ ແລະ ສຳ​ຜັດ​ແຜ​ຢູ່​ໃນ​ພຣະ​ກາຍ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ເປັນ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຖືກ​ສັນ​ຍາ​ໄວ້. ແລະ ບັດ​ນີ້ ມັນ​ເຖິງ​ເວ​ລາ​ທີ່​ຈະ​ຕ້ອງ​ຈາກ​ໄປ​ແລ້ວ. “ເວ​ລາ​ຂອງ​ເຮົາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ,” ພຣະ​ອົງ​ໄດ້​ກ່າວ (3 ນີ​ໄຟ 17:1). ພຣະ​ອົງ​ກຳ​ລັງ​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຮູ້​ວ່າ ຜູ້​ຄົນ​ຕ້ອງ​ການ​ເວ​ລາ​ທີ່​ຈະ​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ. ສະ​ນັ້ນ, ໂດຍ​ທີ່​ໄດ້​ສັນ​ຍາ​ວ່າ​ຈະ​ກັບ​ຄືນ​ມາ​ອີກ​ໃນ​ມື້​ຕໍ່​ໄປ, ພຣະ​ອົງ​ຈຶ່ງ​ໄດ້​ໃຫ້​ຜູ້​ຄົນ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ. ແຕ່​ບໍ່​ມີ​ໃຜ​ກັບ​ໄປ. ພວກ​ເຂົາ​ບໍ່​ໄດ້​ບອກ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ, ແຕ່​ພຣະ​ເຢ​ຊູ​ຮູ້​ສຶກ: ພວກ​ເຂົາ​ຫວັງ​ວ່າ​ພຣະ​ອົງ​ຈະ “ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ” (3 ນີ​ໄຟ 17:5). ພຣະ​ອົງ​ມີ​ສິ່ງ​ສຳ​ຄັນ​ອື່ນໆ​ທີ່​ຈະ​ຕ້ອງ​ເຮັດ, ແຕ່​ການ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ເປັນ​ສິ່ງ​ທີ່​ສຳ​ຄັນ​ຕໍ່​ພຣະ​ອົງ​ສະ​ເໝີ. ສະ​ນັ້ນ​ພຣະ​ເຢ​ຊູ​ຈຶ່ງ​ຢູ່​ຕື່ມ​ອີກ​ໜ້ອຍ​ໜຶ່ງ. ສິ່ງ​ທີ່​ເກີດ​ຂຶ້ນ​ຫລັງ​ຈາກ​ນັ້ນ ຄົງ​ເປັນ​ຕົວ​ຢ່າງ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ທີ່​ມີ​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ. ຜູ້​ທີ່​ມີ​ໜ້າ​ຢູ່​ທີ່​ນັ້ນ ພຽງ​ແຕ່​ເວົ້າ​ໄດ້​ວ່າ ມັນ​ເກີນ​ກວ່າ​ຈະ​ພັນ​ລະ​ນາ​ໄດ້ (ເບິ່ງ 3 ນີ​ໄຟ 17:16–17). ພຣະ​ເຢ​ຊູ​ເອງ​ໄດ້​ສະ​ຫລຸບ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ທີ່​ບໍ່​ໄດ້​ກະ​ກຽມ​ລ່ວງ​ໜ້າ ດ້ວຍ​ພຣະ​ຄຳ​ທີ່​ລຽບ​ງ່າຍ ແລະ ມີ​ພະ​ລັງ​ເຫລົ່າ​ນີ້: “ບັດ​ນີ້​ຈົ່ງ​ເບິ່ງ, ຄວາມ​ສຸກ​ຂອງ​ເຮົາ​ເຕັມ​ປ່ຽມ” (3 ນີ​ໄຟ 17:20).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 17; 18:24–25, 30–32

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ທຸກ​ຢ່າງ ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ມີ​ຜູ້​ຄົນ​ປະ​ມານ 2,500 ຄົນ ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ປະ​ກົດ​ຕົວ, ແຕ່​ພຣະ​ອົງ​ຍັງ​ຫາ​ທາງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພວກ​ເຂົາ​ເທື່ອ​ລະ​ຄົນ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ 3 ນີ​ໄຟ 17; 18:24–25, 28–32? ມີ​ຄວາມ​ຕ້ອງ​ການ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່? ຄຸນ​ລັກ​ສະ​ນະ​ໃດ​ທີ່​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ມີ​ປະ​ສິດ​ທິ​ພາບ? ທ່ານ​ອາດ​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ອົງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ທ່ານ​ນຳ​ອີກ. ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? (ເບິ່ງ 3 ນີ​ໄຟ 18:24–25 ແລະ 28–32 ນຳ​ອີກ.)

ເບິ່ງ “Jesus Christ Has Compassion and Heals the People” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3 ນີ​ໄຟ 17:13–22; 18:15–25; 19:6–9, 15–36

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ເຮົາ​ໃຫ້​ຮູ້​ວິ​ທີ​ອະ​ທິ​ຖານ.

ໃຫ້​ຄິດ​ເອງ​ວ່າ ມັນ​ຈະ​ເປັນ​ແນວ​ໃດ ທີ່​ໄດ້​ຍິນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອະ​ທິ​ຖານ​ເພື່ອ​ທ່ານ. ປະ​ສົບ​ການ​ເຊັ່ນ​ນັ້ນ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ອະ​ທິ​ຖານ​ແນວ​ໃດ? ໄຕ່​ຕອງ​ສິ່ງ​ນີ້​ຂະ​ນະ​ທີ່​ທ່ານ​ສຶກ​ສາ 3 ນີ​ໄຟ 17:13–22; 18:15–25; ແລະ 19:6–9, 15–36. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກ່ຽວ​ກັບ​ການ​ອະ​ທິ​ຖານ? ໃຫ້​ພິ​ຈາ​ລະ​ນາ​ຊອກ​ຫາ​ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ວິ​ທີ​ໃດ, ເມື່ອ​ໃດ, ຢູ່​ໃສ, ສຳ​ລັບ​ໃຜ, ແລະ ເປັນ​ຫຍັງ​ຈຶ່ງ​ອະ​ທິ​ຖານ. ມີ​ຄວາມ​ຮູ້​ແຈ້ງ​ຢ່າງ​ອື່ນ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ​ຂໍ້​ເຫລົ່າ​ນີ້?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:5 ນຳ​ອີກ.

3 ນີ​ໄຟ 18:1–12

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ.

ເມື່ອ​ເຮົາ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເລື້ອຍໆ, ມັນ​ສາ​ມາດ​ກາຍ​ເປັນ​ກິດ​ຈະ​ວັດ ຫລື ສິ່ງ​ທຳ​ມະ​ດາ​ໄດ້. ບາງ​ເທື່ອ​ເຮົາ​ເລີ່ມ​ເຮັດ​ໂດຍ​ບໍ່​ໄດ້​ຄິດ. ທ່ານ​ຈະ​ສາ​ມາດ​ກີດ​ກັນ​ບໍ່​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໂດຍ​ການ​ຮັບ​ພິ​ທີ​ການ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ​ໄດ້​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 18:1–12, ໃຫ້​ໄຕ່​ຕອງ​ວ່າ ທ່ານ​ສາ​ມາດ “ອີ່ມ” ທາງ​ວິນ​ຍານ ທຸກ​ຄັ້ງ​ທີ່​ທ່ານ​ຮັບ​ສ່ວນ​ສິນ​ລະ​ນຶກ​ໄດ້​ແນວ​ໃດ (ເບິ່ງ 3 ນີ​ໄຟ 20:1–9) ນຳ​ອີກ. ອີງ​ຕາມ ຂໍ້​ທີ 5–7, 11, ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ຄວນ​ເຮັດ “ສະ​ເໝີ”? ທ່ານ​ອາດ​ໄຕ່​ຕອງ​ນຳ​ອີກ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ມອບ​ພິ​ທີ​ການ​ສິນ​ລະ​ລຶກ​ໃຫ້​ເຮົາ—ແລະ ວ່າ​ສິນ​ລະ​ລຶກ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ​ຫລື​ບໍ່. ເປັນ​ຫຍັງ​ສິນ​ລະ​ລຶກ​ຈຶ່ງ​ສັກ​ສິດ​ຕໍ່​ທ່ານ?

ໃນ​ຂ່າວ​ສານ​ຂອງ​ເພິ່ນ “Always Remember Him” (Liahona, Feb. 2018, 4–6), ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ມອບ “​ຄຳ​ແນະ​ນຳ​ສາມ​ຂໍ້ ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ຈື່​ຈຳ​ທຸກ​ອາ​ທິດ ເມື່ອ​ທ່ານ​ຮັບ​ສ່ວນ​ສິນ​ລະ​ລຶກ​ທີ່​ສັກ​ສິດ.” ມີ​ສິ່ງ​ໃດ​ອີກ​ທີ່​ໂດດ​ເດັ່ນ​ຕໍ່​ທ່ານ​ກ່ຽວ​ກັບ​ຄຳ​ແນະ​ນຳ​ຂອງ​ເພິ່ນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ເພື່ອ​ປັບ​ປຸງ​ການ​ນະ​ມັດ​ສະ​ການ​ຂອງ​ທ່ານ ລະ​ຫວ່າງ​ສິນ​ລະ​ລຶກ ແລະ ຕະ​ຫລອດ​ອາ​ທິດ?

ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ອີກ​ແດ່​ເພື່ອ​ນະ​ມັດ​ສະ​ການ​ຢ່າງ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ? ທ່ານ​ສາ​ມາດ​ຖາມ​ຕົວ​ເອງ​ດັ່ງ​ເຊັ່ນ: “ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?” “ເຮົາ​ກຳ​ລັງ​ເຮັດ​ຫຍັງ​ໄດ້​ດີ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ສິ່ງ​ໃດ​ທີ່​ເຮົາ​ສາ​ມາດ​ປັບ​ປຸງ?”

ເບິ່ງ ມັດ​ທາຍ 26:26–28; Jeffrey R. Holland, “Behold the Lamb of God,” Liahona, May 2019, 44–46; “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28; “Jesus Christ Introduces the Sacrament” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Sacrament,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຫ້​ເວ​ລາ​ໄຕ່​ຕອງ. ບາງ​ຄັ້ງ, ການ​ສຶກ​ສາ​ພຣະ​ຄຳ​ພີ​ກາຍ​ເປັນ​ການ​ປະ​ສົມ​ການ​ອ່ານ, ການ​ອະ​ທິ​ຖານ, ແລະ ການ​ໄຕ່​ຕອງ. ເມື່ອ​ທ່ານ​ໃຫ້​ເວ​ລາ​ເພື່ອ​ສະ​ທ້ອນ​ຄິດ ແລະ ເວົ້າ​ກັບ​ພຣະ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້, ທ່ານ​ສາ​ມາດ​ເພີ່ມ​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້.

3 ນີ​ໄຟ 18:22–25

ເຮົາ​ສາ​ມາດ “ຍົກ” ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຂຶ້ນ.

ສົມ​ມຸດ​ວ່າ​ທ່ານ​ມີ​ເພື່ອນ​ທີ່​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແຕ່​ທ່ານ​ເປັນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ. ເພື່ອນ​ຂອງ​ທ່ານ​ຈະ​ສະ​ຫລຸບ​ແນວ​ໃດ​ກ່ຽວ​ກັບ​ພຣະ​ອົງ, ອີງ​ຕາມ​ການ​ກະ​ທຳ​ຂອງ​ທ່ານ? ຄຳ​ວ່າ “ຈົ່ງ​ຍົກ​ຄວາມ​ສະ​ຫວ່າງ​ຂອງ​ເຈົ້າ​ຂຶ້ນ​ເພື່ອ​ມັນ​ຈະ​ສ່ອງ​ແສງ​ໄປ​ທົ່ວ​ໂລກ” ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ? (3 ນີ​ໄຟ 18:24). ມີ​ຄຳ​ເຊື້ອ​ເຊີນ​ໃດ​ອີກ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ໃນ 3 ນີ​ໄຟ 18:22–25 ທີ່​ຊ່ວຍ​ໃຫ້​ທ່ານ​ຍົກ​ຄວາມ​ສະ​ຫວ່າງ​ຂຶ້ນ?

ເບິ່ງ Bonnie H. Cordon, “That They May See,” Liahona, May 2020, 78–80 ນຳ​ອີກ.

3 ນີ​ໄຟ 18:36–37; 19:6–22

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃຫ້​ຄິດ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ​ທ່ານ. ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ອັນ​ເລິກ​ເຊິ່ງ​ຂອງ​ທ່ານ? ຫລັງ​ຈາກ​ໄດ້​ໃຊ້​ເວ​ລາ​ໜຶ່ງ​ວັນ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຝູງ​ຊົນ “ໄດ້​ອະ​ທິ​ຖານ​ຂໍ​ສິ່ງ​ທີ່ [ພວກ​ເຂົາ] ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ”—ນັ້ນ​ຄື ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (3 ນີ​ໄຟ 19:9). ເປັນ​ຫຍັງ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ເປັນ​ໜ້າ​ເພິ່ງ​ປາດ​ຖະ​ໜາ​ຫລາຍ​ແທ້? ຂະ​ນະ​ທີ່​ທ່ານ​ອ່ານ​ຂ່າວ​ສານ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ເອງ​ສຳ​ລັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ຈະ​ສາ​ມາດ​ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ນັ້ນ​ຢ່າງ​ຈິງ​ຈັງ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

3 ນີ​ໄຟ 17:7, 20–25

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ທີ່​ຄ້າຍ​ຄື​ກັນ​ກັບ​ຢູ່​ໃນ​ໂຄງ​ຮ່າງ​ນີ້ ຫລື ວິ​ດີ​ໂອ “Jesus Christ Prays and Angels Minister to the Children” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ວາດ​ພາບ​ເຫັນ​ເລື່ອງ​ລາວ​ຢູ່​ໃນ 3 ນີ​ໄຟ 17. ໃຫ້​ຄິດ​ທີ່​ຈະ​ອ່ານ​ວະ​ລີ ຫລື ຂໍ້​ພຣະ​ຄຳ​ພີ​ຈາກ 3 ນີ​ໄຟ 17 ທີ່​ເນັ້ນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສຳ​ລັບ​ຜູ້​ຄົນ (ດັ່ງ​ເຊັ່ນ ຂໍ້​ທີ 7 ແລະ 20–25). ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຕົວ​ເອງ​ກັບ​ພຣະ​ເຢ​ຊູ. ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ແຕ້ມ​ຮູບ, ໃຫ້​ຊ່ວຍ​ພວກ​ເຂົາ​ຄິດ​ເຖິງວິ​ທີ​ທີ່​ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ພວກ​ເຂົາ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອວຍ​ພອນ​ເດັກ​ນ້ອຍ

Behold Your Little Ones [ຈົ່ງ​ເບິ່ງ​ລູກ​ນ້ອຍໆ​ຂອງ​ເຈົ້າ], ໂດຍ ແກ​ຣີ ແອວ ແຄບ

3 ນີ​ໄຟ 18:1–12

ເຮົາ​ສາ​ມາດ​ຄິດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ.

  • ບາງ​ທີ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ສິນ​ລະ​ລຶກ. ແລ້ວ​ທ່ານ​ສາ​ມາດ​ອ່ານ 3 ນີ​ໄຟ 18:1–12 ແລະ ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຍົກ​ມື​ຂຶ້ນ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ມື້​ນີ້. ພຣະ​ເຢ​ຊູ​ຄຣິດ​ຕ້ອງ​ການ​ໃຫ້​ເຮົາ​ຈື່​ຈຳ​ເຖິງ ຫລື ຄິດ​ກ່ຽວ​ກັບ​ຫຍັງ​ລະ​ຫວ່າງ​ສິນ​ລະ​ລຶກ? (ເບິ່ງ 3 ນີ​ໄຟ 18:7, 11).

3 ນີ​ໄຟ 18:15–24; 19:6–9, 15–36

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ໃຫ້​ຮູ້​ວິ​ທີ​ອະ​ທິ​ຖານ.

  • ຮ້ອງ​ເພງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ນຳ​ກັນ, ດັ່ງ​ເຊັ່ນ “ອະ​ທິ​ຖານ​ແລ້ວ​ບໍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 52), ເປັນ​ວິ​ທີ​ທີ່​ດີ​ໃນ​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ອະ​ທິ​ຖານ. ແລ້ວ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ 3 ນີ​ໄຟ 18:18–21 ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ອະ​ທິ​ຖານ. ການ​ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ບອກ​ທ່ານ​ວ່າ​ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ ເມື່ອ​ພວກ​ເຂົາ​ອະ​ທິ​ຖານ ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ການ​ອະ​ທິ​ຖານ.

  • ມັນ​ອາດ​ເປັນ​ເລື່ອງ​ສະ​ໜຸກ​ສະ​ໜານ​ສຳ​ລັບ​ລູກໆ​ທີ່​ຈະ​ອອກ​ໄປ​ຊອກ​ຫາ​ພອນ​ອັນ​ລ້ຳ​ຄ່າ​ຂອງ​ການ​ອະ​ທິ​ຖານ. ທ່ານ​ສາ​ມາດ​ຂຽນ​ແຫລ່ງ​ອ້າງ​ອີງ​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ໃສ່​ເຈ້ຍ ແລະ ເຊື່ອງ​ເຈ້ຍ​ໄວ້ 3 ນີ​ໄຟ 18:15; 3 ນີ​ໄຟ 18:20; 3 ນີ​ໄຟ 18:21; 3 ນີ​ໄຟ 19:9; ແລະ 3 ນີ​ໄຟ 19:23. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ເຈ້ຍ​ເຫລົ່າ​ນັ້ນ ແລະ ອ່ານ​ຂໍ້​ພຣະ​ຄຳ​ພີ, ຊອກ​ຫາ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ ຫລື ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ອະ​ທິ​ຖານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ເຫລົ່າ​ທູດ​ກຳ​ລັງ​ຫຸ້ມ​ລ້ອມ​ພຣະ​ເຢ​ຊູ ແລະ ເດັກ​ນ້ອຍ​ຊາວ​ນີ​ໄຟ

Angels Ministered unto Them [ເຫລົ່າ​ທູດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພວກ​ເຂົາ], ໂດຍ ວາວ​ເຕີ ເຣນ