ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 21–27 ເດືອນ​ຕຸ​ລາ: “ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້.” 3 ນີ​ໄຟ 27–4 ນີ​ໄຟ


“ວັນ​ທີ 21–27 ເດືອນ​ຕຸ​ລາ: ‘ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້.’ 3 ນີ​ໄຟ 27–4 ນີ​ໄຟ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 21–27 ເດືອນ​ຕຸ​ລາ. 3 ນີ​ໄຟ 27–4 ນີ​ໄຟ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ວັນ​ທີ 21–27 ເດືອນ​ຕຸ​ລາ: “ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້”

3 ນີ​ໄຟ 274 ນີ​ໄຟ

ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ຫລາຍ​ກວ່າ​ປັດ​ຊະ​ຍາ​ທີ່​ງົດ​ງາມ​ໃຫ້​ໄຕ່​ຕອງ. ມັນ​ມີ​ໄວ້​ເພື່ອ​ດົນ​ໃຈ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ໜັງ​ສື 4 ນີ​ໄຟ ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ປ່ຽນ​ແປງ​ຜູ້​ຄົນ​ໄດ້​ຢ່າງ​ສົມ​ບູນ​ພຽງ​ໃດ. ຫລັງ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ສັ້ນໆ​ຂອງ​ພຣະ​ເຢ​ຊູ, ການ​ຂັດ​ແຍ້ງ​ລະ​ຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ​ໄດ້​ຢຸດ​ຕິ​ລົງ. ສອງ​ປະ​ຊາ​ຊາດ​ທີ່​ຮູ້​ຈັກ​ກັນ​ວ່າ​ເປັນ​ຜູ້​ຄົນ​ທີ່​ແຕກ​ແຍກ ແລະ ມີ​ຄວາມ​ທະ​ນົງ​ຕົວ ໄດ້​ກາຍ​ເປັນ “ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພຣະ​ຄຣິດ” (4 ນີ​ໄຟ 1:17), ແລະ ພວກ​ເຂົາ​ເລີ່ມ​ຕົ້ນ “ມີ​ເຂົ້າ​ຂອງ​ທັງ​ໝົດ​ນຳ​ກັນ” (4 ນີ​ໄຟ 1:3). “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ … ມີ​ຢູ່​ໃນ​ໃຈ​ຂອງ​ຜູ້​ຄົນ,” ແລະ “ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ທີ່​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ” (4 ນີ​ໄຟ 1:15–16). ນີ້​ຄື​ວິ​ທີ​ທີ່​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປ່ຽນ​ແປງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ. ຄຳ​ສອນ​ໄດ້​ປ່ຽນ​ແປງ​ທ່ານ​ແນວ​ໃດ?

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

3 ນີ​ໄຟ 27:1–12

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລີ່ມ​ຕົ້ນ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ, ໄດ້​ເກີດ​ມີ​ຄຳ​ຖາມ​ໜຶ່ງ​ຂຶ້ນ​ມາ, ຊຶ່ງ​ສຳ​ລັບ​ບາງ​ຄົນ​ແລ້ວ, ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ—ສາດ​ສະ​ໜາ​ຈັກ​ຄວນ​ມີ​ຊື່​ວ່າ​ແນວ​ໃດ? (ເບິ່ງ 3 ນີ​ໄຟ 27:1–3). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຊື່​ນີ້​ຈາກ​ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີ​ໄຟ 27:4–12?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ສະ​ໄໝ​ປະ​ຈຸ​ບັນ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4. ໃຫ້​ໄຕ່​ຕອງ​ແຕ່​ລະ​ຄຳ​ຢູ່​ໃນ​ຊື່​ນັ້ນ. ຄຳ​ເຫລົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ເຖິງ​ຜູ້​ທີ່​ເຮົາ​ເປັນ, ສິ່ງ​ທີ່​ເຮົາ​ເຊື່ອ​ຖື, ແລະ ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ແນວ​ໃດ?

ເບິ່ງ Russell M. Nelson, “The Correct Name of the Church,” Liahona, Nov. 2018, 87–89; “Jesus Christ Declares the Name of His Church and His Doctrine” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

3 ນີ​ໄຟ 27:10–22

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ທີ່​ອະ​ທິ​ບາຍ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຕ້ອງ “ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ [ພຣະ​ອົງ]” (3 ນີ​ໄຟ 27:10), ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ນັ້ນ​ແມ່ນ​ຫຍັງ. ທ່ານ​ຈະ​ສະ​ຫລຸບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໃນ 3 ນີ​ໄຟ 27:13–22 ວ່າ​ແນວ​ໃດ? ອີງ​ຕາມ​ນິ​ຍາມ​ນີ້, ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ສາດ​ສະ​ໜາ​ຈັກ—ແລະ ຕໍ່​ທ່ານ—ທີ່​ຈະ​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ?

ບັນ​ທຶກ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້. ສັງ​ເກດ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ບັນ​ດາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ 3 ນີ​ໄຟ 27:23–26. ເປັນ​ຫຍັງ​ການ​ບັນ​ທຶກ​ປະ​ສົບ​ການ​ທາງ​ວິນ​ຍານ​ຈຶ່ງ​ສຳ​ຄັນ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ບັນ​ທຶກ​ຫຍັງ ເມື່ອ​ທ່ານ​ສຶກ​ສາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ 3 ນີ​ໄຟ ແລ້ວ?

3 ນີ​ໄຟ 28:1–11

“ພວກ​ເຈົ້າ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ເຮົາ?”

ທ່ານ​ຈະ​ວ່າ​ແນວ​ໃດ ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖາມ​ທ່ານ, ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ຖາມ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ເຮົາ?” (3 ນີ​ໄຟ 28:1). ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 3 ນີ​ໄຟ 28:1–11. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ສາ​ນຸ​ສິດ ຈາກ​ຄຳ​ຕອບ​ຂອງ​ພວກ​ເຂົາ​ຕໍ່​ຄຳ​ຖາມ​ຂອງ​ພຣະ​ອົງ? ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ປ່ຽນ​ແປງ​ທ່ານ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ເພງ​ສວດ​ມັກ​ຈະ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຈາກ​ໃຈ​ຈິງ—“ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ” ເປັນ​ແບບ​ຢ່າງ​ທີ່​ດີ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12). ໃຫ້​ຄິດ​ທີ່​ຈະ​ຊອກ​ຫາ​ເພງ​ສວດ​ທີ່​ສະ​ທ້ອນ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ.

3 ນີ​ໄຟ 29–30

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ເຄື່ອງ​ໝາຍ​ວ່າ ວຽກ​ງານ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ບັນ​ລຸ​ຄວາມ​ສຳ​ເລັດ.

ໃຫ້​ຄິດ​ກ່ຽວ​ກັບ​ເຄື່ອງ​ໝາຍ​ທີ່​ເຮັດ​ໃຫ້​ທ່ານ​ຮູ້​ວ່າ ບາງ​ຢ່າງ​ຈະ​ເກີດ​ຂຶ້ນ. ຍົກ​ຕົວ​ຢ່າງ, ທ່ານ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຝົນ​ກຳ​ລັງ​ຈະ​ຕົກ ຫລື ລະ​ດູ​ກຳ​ລັງ​ຈະ​ປ່ຽນ? ອີງ​ຕາມ 3 ນີ​ໄຟ 29:1–3, ທ່ານ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ວຽກ​ງານ​ຂອງ​ພຣະ​ເຈົ້າ​ໃນ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ “ໄດ້​ເລີ່ມ​ສຳ​ເລັດ​ແລ້ວ”? (ເບິ່ງ 3 ນີ​ໄຟ 21:1–7 ນຳ​ອີກ). ທ່ານ​ອາດ​ສັງ​ເກດ​ໄດ້​ອີກ, ໃນ 3 ນີ​ໄຟ 29:4–9, ເຖິງ​ສິ່ງ​ທີ່​ຜູ້​ຄົນ​ຈະ​ປະ​ຕິ​ເສດ​ໃນ​ສະ​ໄໝ​ຂອງ​ພວກ​ເຮົາ. ພຣະ​ຄຳ​ພີ​ມໍ​ມອນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ເຖິງ​ສິ່ງ​ເຫລົ່າ​ນີ້​ແນວ​ໃດ?

4 ນີ​ໄຟ 1:1–18

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ການ​ຕິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ ນຳ​ໄປ​ສູ່​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ຄວາມ​ສຸກ.

ມັນ​ຈະ​ເປັນ​ແນວ​ໃດ​ຖ້າ​ທ່ານ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ໄລ​ຍະ​ຊຸມ​ປີ ຫລັງ​ຈາກ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ຂະ​ນະ​ທີ່​ທ່ານ​ສຶກ​ສາ 4 ນີ​ໄຟ 1:1–18, ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ການ​ພອນ​ທີ່​ຜູ້​ຄົນ​ໄດ້​ຮັບ. ທ່ານ​ຍັງ​ອາດ​ໝາຍ ຫລື ສັງ​ເກດ​ການ​ຕັດ​ສິນ​ໃຈ​ທີ່​ພວກ​ເຂົາ​ໄດ້​ເລືອກ ທີ່​ໄດ້​ຊ່ວຍ​ນຳ​ໄປ​ສູ່​ຊີ​ວິດ​ທີ່​ໄດ້​ຮັບ​ພອນ​ນຳ​ອີກ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ຫຍັງ​ໃຫ້​ແກ່​ພວກ​ເຂົາ ທີ່​ອາດ​ດົນ​ໃຈ​ການ​ເລືອກ​ທີ່​ຊອບ​ທຳ​ຂອງ​ພວກ​ເຂົາ? ນີ້​ແມ່ນ​ຕົວ​ຢ່າງ​ຈຳ​ນວນ​ໜຶ່ງ, ແຕ່​ທ່ານ​ອາດ​ພົບ​ຕົວ​ຢ່າງ​ອື່ນໆ​ອີກ: 3 ນີ​ໄຟ 11:28–30; 12:8–9, 21–24, 40–44; 13:19–21, 28–33; 14:12; 18:22–25.

ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ຄອບ​ຄົວ, ຫວອດ, ຫລື ຊຸມ​ຊົນ​ຂອງ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ມີ​ຄວາມ​ສຸກ​ຫລາຍ​ກວ່າ​ເກົ່າ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເອົາ​ຊະ​ນະ​ຄວາມ​ແຕກ​ແຍກ ແລະ ກາຍ​ເປັນ “ໜຶ່ງ​ດຽວ” ຢ່າງ​ແທ້​ຈິງ ກັບ​ບັນ​ດາ​ລູກ​ຄົນ​ອື່ນໆ​ຂອງ​ພຣະ​ເຈົ້າ? ຄຳ​ສອນ​ໃດ​ແດ່​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ເປົ້າ​ໝາຍ​ນີ້​ໄດ້?

ໜ້າ​ເສຍ​ດາຍ​ທີ່​ສັງ​ຄົມ​ຊີ​ໂອນ ຊຶ່ງ​ມີ​ບັນ​ຍາຍ​ຢູ່​ໃນ 4 ນີ​ໄຟ ໃນ​ທີ່​ສຸດ ໄດ້​ເລີ່ມ​ເສື່ອມ​ໂຊມ​ລົງ​ໄປ​ສູ່​ຄວາມ​ຊົ່ວ​ຮ້າຍ. ຂະ​ນະ​ທີ່​ທ່ານ​ອ່ານ 4 ນີ​ໄຟ 1:19–49, ໃຫ້​ຊອກ​ຫາ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ປະ​ພຶດ ທີ່​ເຮັດ​ໃຫ້​ຄວາມ​ສຸກ ແລະ ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພວກ​ເຂົາ​ສິ້ນ​ສຸດ​ລົງ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ກຳ​ຈັດ​ທັດ​ສະ​ນະ​ຄະ​ຕິ ຫລື ການ​ປະ​ພຶດ​ເຫລົ່າ​ນີ້?

ເບິ່ງ ໂມ​ເຊ 7:18; D. Todd Christofferson, “Sustainable Societies,” Liahona, Nov. 2020, 32–35; Reyna I. Aburto, “With One Accord,” Liahona, May 2018, 78–80; Gospel Topics, “Belonging in the Church of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

3 ນີ​ໄຟ 27:3–8

ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ແນະ​ນຳ​ຄວາມ​ສຳ​ຄັນ​ຂອງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ, ໃຫ້​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ຊື່​ຂອງ​ພວກ​ເຂົາ​ເອງ. ເປັນ​ຫຍັງ​ຊື່​ຂອງ​ພວກ​ເຮົາ​ຈຶ່ງ​ສຳ​ຄັນ? ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ອ່ານ 3 ນີ​ໄຟ 27:3 ນຳ​ກັນ, ເພື່ອ​ຊອກ​ຫາ​ຄຳ​ຖາມ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໄດ້​ມີ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ຕອບ​ໃນ 3 ນີ​ໄຟ 27:5–8. ເປັນ​ຫຍັງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ສຳ​ຄັນ?

  • ທ່ານ​ອາດ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ກຸ່ມ​ທີ່​ແຕກ​ຕ່າງ​ກັນ​ທີ່​ພວກ​ເຂົາ​ເປັນ​ສະ​ມາ​ຊິກ, ເຊັ່ນ ຄອບ​ຄົວ ຫລື ຫ້ອງ​ຮຽນ​ປະ​ຖົມ​ໄວ. ຖາມ​ພວກ​ເຂົາ​ວ່າ ພວກ​ເຂົາ​ມັກ​ຫຍັງ​ກ່ຽວ​ກັບ​ການ​ເປັນ​ສະ​ມາ​ຊິກ​ໃນ​ແຕ່​ລະ​ກຸ່ມ. ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ “ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4) ນຳ​ກັນ ແລະ ເວົ້າ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ຂອບ​ພຣະ​ຄຸນ​ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

3 ນີ​ໄຟ 27:13–16

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ຫລຸບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໃນ 3 ນີ​ໄຟ 27. ທ່ານ​ອາດ​ອະ​ທິ​ບາຍ​ຕໍ່​ລູກໆ​ຂອງ​ທ່ານ​ວ່າ ພຣະ​ກິດ​ຕິ​ຄຸນ ໝາຍ​ເຖິງ “ຂ່າວ​ດີ.” ຂ່າວ​ດີ​ຫຍັງ​ທີ່​ພວກ​ເຮົາ​ພົບ​ໃນ 3 ນີ​ໄຟ 27:13–16? ໃຊ້ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ເພື່ອ​ສິດ​ສອນ​ພວກ​ເຂົາ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແນວ​ໃດ.

3 ນີ​ໄຟ 27:30–31

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປິ​ຕິ​ຍິນ​ດີ ເມື່ອ​ລູກໆ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຫາ​ພຣະ​ອົງ.

  • ໃຫ້​ຄິດ​ທີ່​ຈະ​ຫລິ້ນ​ເກມ ທີ່​ໃຫ້​ຄົນ​ໜຶ່ງ​ໄປ​ລີ້ ແລະ ໃຫ້​ຄົນ​ອື່ນໆ​ໄປ​ຊອກ​ຫາ​ລາວ. ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ເຮົາ​ຮູ້​ສຶກ ເມື່ອ​ຄົນ​ທີ່​ເສຍ​ໄປ​ຖືກ​ພົບ​ເຫັນ. ຫລັງ​ຈາກ​ທີ່​ອ່ານ 3 ນີ​ໄຟ 27:30–31, ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ກັນ​ໃຫ້​ຢູ່​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ວ່າ​ຈະ “ບໍ່​ມີ​ຜູ້​ໃດ … ເສຍ​ໄປ.”

4 ນີ​ໄຟ

ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ.

  • ເພື່ອ​ທີ່​ຈະ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສຸກ​ຂອງ​ຜູ້​ຄົນ​ທີ່​ມີ​ບັນ​ຍາຍ​ໄວ້​ໃນ 4 ນີ​ໄຟ, ທ່ານ​ສາ​ມາດ​ເອົາ​ຮູບ​ຂອງ​ຄົນ​ທີ່​ມີ​ຄວາມ​ສຸກ​ໃຫ້​ພວກ​ເຂົາ​ເບິ່ງ. ແລ້ວ, ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ຂໍໍ້​ທີ 2–3 ແລະ 15–17 ນຳ​ກັນ (ຫລື “ບົດ​ທີ 48: ຄວາມ​ຜາ​ສຸກ​ໃນ​ອາ​ເມ​ຣິ​ກາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 136–37), ພວກ​ເຂົາ​ສາ​ມາດ​ຊີ້​ໄປ​ຍັງ​ຮູບ ເມື່ອ​ທ່ານ​ຮອດ​ບາງ​ບ່ອນ​ໃນ​ເລື່ອງ​ລາວ​ທີ່​ນຳ​ຄວາມ​ສຸກ​ມາ​ໃຫ້.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຝຶກ​ຝົນ​ສິ່ງ​ທີ່​ສິດ​ສອນ​ໃນ 4 ນີ​ໄຟ 1:15–16, ທ່ານ​ສາ​ມາດ​ນຳ​ສະ​ເໜີ​ສະ​ຖາ​ນະ​ການ​ຕ່າງໆ​ທີ່​ຄົນ​ໃຈ​ຮ້າຍ​ໃຫ້​ກັນ. ເຊື້ອ​ເຊີນ​ໃຫ້​ພວກ​ເຂົາ​ຫລິ້ນ​ລະ​ຄອນ​ກ້ອມ ວ່າ​ສະ​ຖາ​ນະ​ການ​ຈະ​ເປັນ​ແນວ​ໃດ ຖ້າ​ພວກ​ເຮົາ​ມີ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ” ໃນ​ໃຈ​ຂອງ​ພວກ​ເຮົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ລົມ​ກັບ​ສາ​ນຸ​ສິດ​ຊາວ​ນີ​ໄຟ​ສາມ​ຄົນ

Christ with Three Nephite Disciples [ພຣະ​ຄຣິດ​ກັບ​ສາ​ນຸ​ສິດ​ຊາວ​ນີ​ໄຟ​ສາມ​ຄົນ], ໂດຍ ແກ​ຣີ ແອວ ແຄບ.