ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 4–10 ເດືອນ​ພະ​ຈິກ: “ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່​ໜ້າ.” ມໍ​ມອນ 7–9


“ວັນ​ທີ 4–10 ເດືອນ​ພະ​ຈິກ: ‘ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່​ໜ້າ.’ ມໍ​ມອນ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 4–10 ເດືອນ​ພະ​ຈິກ. ມໍ​ມອນ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

Moroni Writing on Gold Plates [ໂມ​ໂຣ​ໄນ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ແດວ ຄິວ​ບອນ

ວັນ​ທີ 4–10 ເດືອນ​ພະ​ຈິກ: “ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່​ໜ້າ”

ມໍ​ມອນ 7–9

ໂມ​ໂຣ​ໄນ​ໄດ້​ຮູ້​ວ່າ​ການ​ຢູ່​ຜູ້​ດຽວ​ຢູ່​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ​ນັ້ນ​ເປັນ​ແບບ​ໃດ—ໂດຍ​ສະ​ເພາະ​ຫລັງ​ຈາກ​ບິ​ດາ​ຂອງ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ສົງ​ຄາມ ແລະ ຊາວ​ນີ​ໄຟ​ໄດ້​ຖືກ​ທຳ​ລາຍ. “ຂ້າ​ພະ​ເຈົ້າ​ຖືກ​ປ່ອຍ​ໃຫ້​ຢູ່​ຜູ້​ດຽວ,” ເພິ່ນ​ໄດ້​ຂຽນ. “ຂ້າ​ພະ​ເຈົ້າ​ບໍ່​ມີ​ໝູ່​ເພື່ອນ​ເລີຍ​ທັງ​ບໍ່​ມີ​ບ່ອນ​ຈະ​ໄປ​ຫາ” (ມໍ​ມອນ 8:3, 5). ສະ​ພາບ​ການ​ອາດ​ເບິ່ງ​ຄື​ວ່າ​ໝົດ​ຫວັງ, ແຕ່​ໂມ​ໂຣ​ໄນ​ໄດ້​ພົບ​ຄວາມ​ຫວັງ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ວ່າ “ຈຸດ​ປະ​ສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດຳ​ເນີນ​ຕໍ່​ໄປ” (ມໍ​ມອນ 8:22). ແລະ ໂມ​ໂຣ​ໄນ​ໄດ້​ຮູ້​ວ່າ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ຈຸດ​ປະ​ສົງ​ນິ​ລັນ​ດອນ​ເຫລົ່າ​ນັ້ນ ຈະ​ເປັນ​ພຣະ​ຄຳ​ພີ​ມໍ​ມອນ—ບັນ​ທຶກ​ທີ່​ບັດ​ນີ້​ເພິ່ນ​ໄດ້​ເຮັດ​ສຳ​ເລັດ​ຢ່າງ​ພາກ​ພຽນ, ບັນ​ທຶກ​ທີ່​ໃນ​ມື້​ໜຶ່ງ​ຈະ​ນຳ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ມາ “ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຄຣິດ” (ມໍ​ມອນ 8:16; 9:36). ສັດ​ທາ​ຂອງ​ໂມ​ໂຣ​ໄນ ໃນ​ຄຳ​ສັນ​ຍາ​ເຫລົ່າ​ນີ້​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເພິ່ນ​ທີ່​ຈະ​ປະ​ກາດ​ຕໍ່​ຜູ້​ອ່ານ​ໃນ​ອະ​ນາ​ຄົດ​ເຖິງ​ປຶ້ມ​ເຫລັ້ມ​ນີ້​ວ່າ, “ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ຄື​ກັບ​ວ່າ​ທ່ານ​ຢູ່​ຕໍ່​ໜ້າ” ແລະ “ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ຈະ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ” (ມໍ​ມອນ 8:35; 9:30). ບັດ​ນີ້​ເຮົາ​ມີ​ຖ້ອຍ​ຄຳ​ຂອງ​ເພິ່ນ, ແລະ ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ດຳ​ເນີນ​ໄປ​ໜ້າ, ຊຶ່ງ​ພາກ​ສ່ວນ​ໜຶ່ງ​ເປັນ​ເພາະ​ມໍ​ມອນ ແລະ ໂມ​ໂຣ​ໄນ​ໄດ້​ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ​ໃຈ​ຕໍ່​ພາ​ລະ​ກິດ​ຂອງ​ພວກ​ເພິ່ນ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ຢູ່​ຜູ້​ດຽວ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ມໍ​ມອນ 7

“ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ” ແລະ “ຍຶດ​ໝັ້ນ​ໃນ​ພຣະ​ກິດ​ຕິ​ຄຸນ [ຂອງ​ພຣະ​ອົງ].”

ຫລັງ​ຈາກ​ການ​ຫຍໍ້​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ແລ້ວ, ມໍ​ມອນ​ໄດ້​ໃຫ້​ຂ່າວ​ສານ​ສຸດ​ທ້າຍ​ຂອງ​ເພິ່ນ​ຢູ່​ໃນ ມໍ​ມອນ 7. ທ່ານ​ຄິດ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໄດ້​ເລືອກ​ຂ່າວ​ສານ​ນີ້? ຄຳ​ວ່າ “ຍຶດ​ໝັ້ນ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ທ່ານ? (ມໍ​ມອນ 7:8).

ເບິ່ງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

ມໍ​ມອນ 7:8–10; 8:12–16; 9:31–37

ພຣະ​ຄຳ​ພີ​ມໍ​ມອນ​ມີ​ຄ່າ​ຢ່າງ​ຫລວງ​ຫລາຍ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຖາມ​ວ່າ: “ຖ້າ​ຫາກ​ມີ​ຄົນ​ມາ​ສະ​ເໜີ​ມອບ​ເພັດ​ພອຍ​ໃຫ້​ທ່ານ ຫລື ສະ​ເໜີ​ມອບ​ພຣະ​ຄຳ​ພີ​ໃຫ້​ທ່ານ, ທ່ານ​ຈະ​ເລືອກ​ເອົາ​ອັນ​ໃດ? ຕາມ​ຄວາມ​ຈິງ​ແລ້ວ, ສິ່ງ​ໃດ ມີ ຄ່າ​ຫລາຍ​ກວ່າ ສຳ​ລັບ​ທ່ານ?” (“The Book of Mormon: What Would Your Life Be Like without It?,” Liahona, Nov. 2017, 61).

ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ມໍ​ມອນ 7:8–10; 8:12–22; ແລະ 9:31–37 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພຣະ​ຄຳ​ພີ​ມໍ​ມອນ​ຈຶ່ງ​ມີ​ຄ່າ​ໃນ​ວັນ​ເວ​ລາ​ຂອງ​ເຮົາ? ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ຕໍ່​ທ່ານ? ທ່ານ​ອາດ​ພົບ​ເຫັນ​ຄວາມ​ຮູ້​ເພີ່ມ​ເຕີມ​ຢູ່​ໃນ 1 ນີ​ໄຟ 13:38–41; 2 ນີ​ໄຟ 3:11–12; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:16; 42:12–13.

ຮູບ​ພາບ
ພຣະ​ຄຳ​ພີ​ມໍ​ມອນ​ໃນ​ຫລາຍ​ພາ​ສາ

ສິ່ງ​ທີ່​ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຂຽນ​ໄວ້ ແມ່ນ​ກ່ຽວ​ຂ້ອງ​ກັບ​ເຮົາ.

ມໍ​ມອນ 8:1–11

ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ບໍ່​ເຮັດ​ກໍ​ຕາມ.

ບາງ​ເທື່ອ​ທ່ານ​ອາດ​ຮູ້​ສຶກ​ໂດດ​ດ່ຽວ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໂມ​ໂຣ​ໄນ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໄດ້ (ເບິ່ງ ມໍ​ມອນ 8:1–11). ຖ້າ​ຫາກ​ທ່ານ​ສາ​ມາດ​ຖາມ​ໂມ​ໂຣ​ໄນ​ວ່າ​ເພິ່ນ​ໄດ້​ຍຶດ​ໝັ້ນ​ຢ່າງ​ຊື່​ສັດ​ແນວ​ໃດ, ທ່ານ​ຄິດ​ວ່າ​ເພິ່ນ​ຈະ​ເວົ້າ​ແນວ​ໃດ?

ເບິ່ງ “All May Know the Truth: Moroni’s Promise” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ມໍ​ມອນ 8:26–41; 9:1–30

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ໄວ້​ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້​ໂມ​ໂຣ​ໄນ​ເຫັນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ເມື່ອ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ອອກ​ມາ (ເບິ່ງ ມໍ​ມອນ 8:34–35), ຊຶ່ງ​ໄດ້​ນຳ​ພາ​ເພິ່ນ​ໃຫ້​ຂຽນ​ຄຳ​ເຕືອນ​ຢ່າງ​ກ້າ​ຫານ​ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ. ຂະ​ນະ​ທີ່​ທ່ານ​ອ່ານ ມໍ​ມອນ 8:26–41 ແລະ 9:1–30, ໃຫ້​ໄຕ່​ຕອງ​ວ່າ ຖ້ອຍ​ຄຳ​ຂອງ​ເພິ່ນ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ໃນ​ຂໍ້​ເຫລົ່າ​ນີ້ ໂມ​ໂຣ​ໄນ​ຖາມ​ຄຳ​ຖາມ 24 ຂໍ້. ມີ​ຫລັກ​ຖານ​ໃດ​ແດ່​ທີ່​ທ່ານ​ເຫັນ​ຢູ່​ໃນ​ຄຳ​ຖາມ​ເຫລົ່າ​ນີ້ ທີ່​ໂມ​ໂຣ​ໄນ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ? ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ຊ່ວຍ​ກັບ​ການ​ທ້າ​ທາຍ​ທີ່​ໂມ​ໂຣ​ໄນ​ໄດ້​ເຫັນ​ລ່ວງ​ໜ້າ​ແນວ​ໃດ?

ຮັບ​ຟັງ​ພຣະ​ວິນ​ຍານ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ, ເຖິງ​ແມ່ນ​ວ່າ​ມັນ​ເບິ່ງ​ຄື​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່​ກໍ​ຕາມ. ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້​ອາດ​ເປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້. ຍົກ​ຕົວ​ຢ່າງ, ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຫຍັງ​ແດ່ ຫລັງ​ຈາກ​ການ​ໄຕ່​ຕອງ​ຄຳ​ຖາມ​ທີ່​ໂມ​ໂຣ​ໄນ​ຖາມ ຢູ່​ໃນ ມໍ​ມອນ 9:1–30?

ມໍ​ມອນ 9:1–25

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ມະ​ຫັດ​ສະ​ຈັນ.

ໂມ​ໂຣ​ໄນ​ໄດ້​ສະ​ຫລຸບ​ການ​ຂຽນ​ຂອງ​ບິ​ດາ​ຂອງ​ເພິ່ນ ດ້ວຍ​ຂ່າວ​ສານ​ທີ່​ມີ​ພະ​ລັງ​ສຳ​ລັບ​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຜູ້​ທີ່​ບໍ່​ເຊື່ອ​ໃນ​ການ​ມະ​ຫັດ​ສະ​ຈັນ (ເບິ່ງ ມໍ​ມອນ 8:26; 9:1, 10–11). ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ​ຄວາມ​ເຊື່ອ​ໃນ​ການ​ມະ​ຫັດ​ສະ​ຈັນ​ແມ່ນ​ຈຳ​ເປັນ​ໃນ​ວັນ​ເວ​ລາ​ນີ້? ໃຫ້​ຄົ້ນ​ຄວ້າ ມໍ​ມອນ 9:9–11, 15–27 ແລະ ໂມ​ໂຣ​ໄນ 7:27–29 ແລະ ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ຂໍ້​ເຫລົ່າ​ນີ້?

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ, ໃນ​ອະ​ດີດ ແລະ ປະ​ຈຸ​ບັນ?

  • ແມ່ນ​ຫຍັງ​ຄື​ຜົນ​ປະ​ໂຫຍດ​ຂອງ​ການ​ເຊື່ອ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ມະ​ຫັດ​ສະ​ຈັນ? ແມ່ນ​ຫຍັງ​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ບໍ່​ເຊື່ອ​ສິ່ງ​ນີ້?

  • ມີ​ການ​ມະ​ຫັດ​ສະ​ຈັນ​ໃດ​ແດ່—ໃຫຍ່ ແລະ ນ້ອຍ—ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ໃນ​ຊີ​ວິດ​ຂອງ​ເຮົາ? ການ​ມະ​ຫັດ​ສະ​ຈັນ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ແດງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບ​ຈາກ​ເວ​ລາ​ນີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ. ເຮົາ​ຈະ​ໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ ທີ່​ບົ່ງ​ບອກ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ນີ້ ໃນ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ດ້ວຍ​ລັດ​ສະ​ໝີ​ພາບ” (“Revelation for the Church, Revelation for Our Lives,” Liahona, May 2018, 96). ທ່ານ​ຮູ້​ສຶກ​ວ່າ ແມ່ນ​ຫຍັງ​ຄື​ການ​ມະ​ຫັດ​ສະ​ຈັນ​ບາງ​ຢ່າງ​ເຫລົ່າ​ນີ້? ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ໃຫ້​ມັນ​ເກີດ​ເປັນ​ຈິງ?

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສັດ​ທາ ແລະ ການ​ມະ​ຫັດ​ສະ​ຈັນ​ຈາກ​ປະ​ສົບ​ການ​ຂອງ​ໄພ່​ພົນ​ຢູ່​ທີ່​ປະ​ເທດ​ຊາ​ມົວ, ຕົງ​ກາ, ຟີ​ຈີ, ແລະ ຕາ​ຮີ​ຕີ ຕອນ​ທີ່​ປະ​ທານ ແລະ ຊິດ​ສະ​ເຕີ ແນວ​ສັນ ໄດ້​ໄປ​ຢ້ຽມ​ຢາມ​ເຂົາ​ເຈົ້າ? (ເບິ່ງ Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 101–4).

ເບິ່ງ Ronald A. Rasband, “Behold! I Am a God of Miracles,” Liahona, May 2021, 109–12; Gospel Topics, “Miracles,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ມໍ​ມອນ 7:8–10

ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ເນັ້ນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ, ດັ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ເນັ້ນ, ທ່ານ​ສາ​ມາດ​ຫລິ້ນ​ເກມ​ທີ່​ຄື​ກັນ​ກັບ​ເກມ​ນີ້​ກັບ​ລູກໆ​ຂອງ​ທ່ານ: ຂໍ​ໃຫ້​ພວກ​ເຂົາ​ເວົ້າ​ວ່າ, “ພຣະ​ຄຳ​ພີ​ເດີມ, ພຣະ​ຄຳ​ພີ​ໃໝ່” ເມື່ອ​ທ່ານ​ຍົກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂຶ້ນ ແລະ ວ່າ “ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ” ເມື່ອ​ທ່ານ​ຍົກ​ພຣະ​ຄຳ​ພີ​ມໍ​ມອນ​ຂຶ້ນ. ທ່ານ​ຍັງ​ສາ​ມາດ​ເລືອກ​ສີ່​ຫ້າ​ເຫດ​ການ​ທີ່ ທັງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ—ດັ່ງ​ເຊັ່ນ ການ​ກຳ​ເນີດ, ການ​ສິ້ນ​ພຣະ​ຊົນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ—ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ຮູບ​ພາບ​ຂອງ​ເຫດ​ການ​ເຫລົ່າ​ນີ້ (ຍົກ​ຕົວ​ຢ່າງ, ຢູ່​ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ).

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ແປດ, ທ່ານ​ສາ​ມາດ​ຂຽນ​ແຕ່​ລະ​ຄຳ​ໃສ່​ເຈ້ຍ​ນ້ອຍ​ແຕ່​ລະ​ໃບ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊ່ວຍ​ກັນ​ລຽງ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ຕາມ​ລຳ​ດັບ ແລະ ເຮັດ​ຊ້ຳ​ສາມ​ສີ່​ເທື່ອ.

ມໍ​ມອນ 8:1–7

ເຮົາ​ສາ​ມາດ​ຮັກ​ສາ​ພຣະ​ບັນ​ຍັດ​ເຖິງ​ແມ່ນ​ວ່າ​ເຮົາ​ຮູ້​ສຶກ​ໂດດ​ດ່ຽວ.

  • ຕົວ​ຢ່າງ​ຂອງ​ໂມ​ໂຣ​ໄນ​ສາ​ມາດ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແມ່ນ​ແຕ່​ເມື່ອ​ພວກ​ເຂົາ​ຮູ້​ສຶກ​ໂດດ​ດ່ຽວ. ຫລັງ​ຈາກ​ທ່ານ​ໄດ້​ອ່ານ ມໍ​ມອນ 8:1–7 ກັບ​ພວກ​ເຂົາ​ແລ້ວ, ພວກ​ເຂົາ​ສາ​ມາດ​ແບ່ງ​ປັນ​ວ່າ ພວກ​ເຂົາ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ວ່າ​ພວກ​ເຂົາ​ໄດ້​ເປັນ​ໂມ​ໂຣ​ໄນ. ໃນ ຂໍ້​ທີ 1, 3, ແລະ 4, ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ໂມ​ໂຣ​ໄນ​ຖືກ​ບັນ​ຊາ​ໃຫ້​ເຮັດ, ແລະ ວ່າ​ເພິ່ນ​ໄດ້​ເຊື່ອ​ຟັງ​ແນວ​ໃດ? ເຮົາ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ໂມ​ໂຣ​ໄນ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສະ​ພາບ​ການ ບ່ອນ​ທີ່​ພວກ​ເຂົາ​ຕ້ອງ​ເລືອກ​ລະ​ຫວ່າງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ຜິດ ເມື່ອ​ບໍ່​ມີ​ໃຜ​ຫລຽວ​ເບິ່ງ. ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ສະ​ພາບ​ການ​ເຫລົ່າ​ນີ້? ເພງ​ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ສາ​ມາດ​ເພີ່ມ​ໃສ່​ກັບ​ການ​ສົນ​ທະ​ນາ​ນີ້.

ມໍ​ມອນ 8:24–26; 9:7–26

ພຣະ​ເຢ​ຊູ​ຄຣິດ​ເປັນ “ພຣະ​ເຈົ້າ​ແຫ່ງ​ການ​ມະ​ຫັດ​ສະ​ຈັນ.”

  • ທ່ານ​ອາດ​ຢາກ​ອະ​ທິ​ບາຍ​ຕໍ່​ລູກໆ​ຂອງ​ທ່ານ​ວ່າ ການ​ມະ​ຫັດ​ສະ​ຈັນ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ກະ​ທຳ ເພື່ອ​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ອົງ ແລະ ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ. ແລ້ວ​ທ່ານ​ສາ​ມາດ​ອ່ານ​ວະ​ລີ​ຈາກ ມໍ​ມອນ 9:11–13, 17 ທີ່​ບັນ​ຍາຍ​ເຖິງ​ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ບາງ​ຢ່າງ, ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຄິດ​ເຖິງ​ການ​ມະ​ຫັດ​ສະ​ຈັນ​ຢ່າງ​ອື່ນ (ຮູບ​ພາບ​ຈາກ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ ເລກ​ທີ 26, 40, 41, ແລະ 83, ສາ​ມາດ​ຊ່ວຍ​ໄດ້). ເວົ້າ​ລົມ​ກັນ​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ໃນ​ຊີ​ວິດ​ຂອງ​ທ່ານ.

  • ເອົາ​ສູດ​ເຮັດ​ອາ​ຫານ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ, ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ຖ້າ​ຫາກ​ທ່ານ​ບໍ່​ເອົາ​ສ່ວນ​ປະ​ກອບ​ສຳ​ຄັນ​ຢ່າງ​ໜຶ່ງ​ໃສ່. ອ່ານ ມໍ​ມອນ 8:24 ແລະ 9:20–21 ນຳ​ກັນ ເພື່ອ​ຊອກ​ຫາ “ສ່ວນ​ປະ​ກອບ” ທີ່​ສາ​ມາດ​ນຳ​ໄປ​ສູ່​ການ​ມະ​ຫັດ​ສະ​ຈັນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຫລຽວ​ເບິ່ງ​ຄວາມ​ພິ​ນາດ​ຂອງ​ຊາວ​ນີ​ໄຟ

Moroni Overlooking the Destruction of the Nephites [ໂມ​ໂຣ​ໄນ​ກຳ​ລັງ​ຫລຽວ​ເບິ່ງ​ຄວາມ​ພິ​ນາດ​ຂອງ​ຊາວ​ນີ​ໄຟ], ໂດຍ ໂຈ​ເຊັບ ບຣິກ​ກີ