ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 11–17 ເດືອນ​ພະ​ຈິກ: “ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື​ນັ້ນ​ອອກ.” ອີ​ເທີ 1–5


“ວັນ​ທີ 11–17 ເດືອນ​ພະ​ຈິກ: ‘ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື​ນັ້ນ​ອອກ.’ ອີ​ເທີ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 11–17 ເດືອນ​ພະ​ຈິກ. ອີ​ເທີ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ຊາວ​ຢາ​ເຣັດ​ກຳ​ລັງ​ເດີນ​ທາງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

The Jaredites Leaving Babel [ຊາວ​ຢາ​ເຣັດ​ໜີ​ຈາກ​ບາ​ເບນ], ໂດຍ ອາ​ບິນ ເວ​ແຊວ​ກາ

ວັນ​ທີ 11–17 ເດືອນ​ພະ​ຈິກ: “ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື​ນັ້ນ​ອອກ”

ອີ​ເທີ 1–5

ເຖິງ​ແມ່ນ​ມັນ​ເປັນ​ຄວາມ​ຈິງ​ທີ່​ວ່າ ວິ​ທີ​ຂອງ​ພຣະ​ເຈົ້າ​ແມ່ນ​ສູງ​ກວ່າ​ວິ​ທີ​ຂອງ​ເຮົາ ແລະ ເຮົາ​ຄວນ​ຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສະ​ເໝີ, ແຕ່​ພຣະ​ອົງ​ກໍ​ຍັງ​ຊຸກ​ຍູ້​ໃຫ້​ເຮົາ​ຄິດ ແລະ ກະ​ທຳ​ເພື່ອ​ຕົວ​ເອງ. ນັ້ນ​ຄື​ບົດ​ຮຽນ​ຢ່າງ​ໜຶ່ງ​ທີ່​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ຮຽນ​ຮູ້. ຍົກ​ຕົວ​ຢ່າງ, ແນວ​ຄິດ​ທີ່​ຈະ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ໃໝ່ “ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ໃນ​ໂລກ” ເບິ່ງ​ຄື​ໄດ້​ເລີ່ມ​ຕົ້ນ​ຈາກ​ຢາ​ເຣັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍອມ​ຮັບ​ຄຳ​ຂໍ​ນັ້ນ, ໂດຍ​ກ່າວ​ຕໍ່​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ວ່າ, “ເຮົາ​ຈະ​ໃຫ້​ເຈົ້າ​ດັ່ງ​ນີ້​ຍ້ອນ​ວ່າ​ເຈົ້າ​ໄດ້​ຂໍ​ເຮົາ​ເປັນ​ເວ​ລາ​ອັນ​ຍາວ​ນານ” (ເບິ່ງ ອີ​ເທີ 1:38–43). ແລະ ເມື່ອ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ຕ້ອງ​ການ​ແສງ​ສະ​ຫວ່າງ​ທາງ​ໃນ​ເຮືອ​ທີ່​ຈະ​ພາ​ເຂົາ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖາມ​ຄຳ​ຖາມ​ທີ່​ໂດຍ​ປົກ​ກະ​ຕິ​ແລ້ວ ເຮົາ​ຈະ​ເປັນ​ຜູ້​ຖາມ ພຣະ​ອົງ: “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ໃຫ້​ເຈົ້າ?” (ອີ​ເທີ 2:23). ພຣະ​ອົງ​ຢາກ​ໄດ້​ຍິນ​ຄວາມ​ຄິດ ແລະ ແນວ​ຄິດ​ຂອງ​ເຮົາ, ແລະ ພຣະ​ອົງ​ຈະ​ຮັບ​ຟັງ ແລະ ໃຫ້​ການ​ຢືນ​ຢັນ ຫລື ແນະ​ນຳ​ໃຫ້​ເຮົາ​ເຮັດ​ຢ່າງ​ອື່ນ. ບາງ​ເທື່ອ​ສິ່ງ​ດຽວ​ທີ່​ແຍກ​ເຮົາ​ຈາກ​ພອນ​ທີ່​ເຮົາ​ສະ​ແຫວງ​ຫາ ແມ່ນ “ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື” ຂອງ​ເຮົາ​ເອງ, ແລະ ຖ້າ​ຫາກ​ເຮົາ​ສາ​ມາດ “ເປີດ​ມ່ານ” (ອີ​ເທີ 4:15), ເຮົາ​ອາດ​ປະ​ຫລາດ​ໃຈ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ໄທ​ທີ່​ຈະ​ກະ​ທຳ​ເພື່ອ​ເຮົາ.

ເບິ່ງ “The Lord Appears to the Brother of Jared” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອີ​ເທີ 1:33–43

ຂະ​ນະ​ທີ່​ເຮົາ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ມີ​ຄວາມ​ເມດ​ຕາ​ປາ​ນີ​ຕໍ່​ເຮົາ.

ອີ​ເທີ 1:33–43 ບອກ​ເຖິງ​ການ​ອະ​ທິ​ຖານ​ສາມ​ເທື່ອ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ແຕ່​ລະ​ຄຳ​ອະ​ທິ​ຖານ? ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ທ່ານ​ໄດ້​ປະ​ສົບ​ກັບ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ເອີ້ນ​ຫາ​ພຣະ​ອົງ​ໃນ​ຄຳ​ອະ​ທິ​ຖານ. ທ່ານ​ອາດ​ຢາກ​ບັນ​ທຶກ​ປະ​ສົບ​ການ​ນີ້​ໄວ້ ແລະ ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ​ທີ່​ອາດ​ຢາກ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ.

ເບິ່ງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

ອີ​ເທີ 2; 3:1–6; 4:7–15

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງ​ວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. … ໃຫ້​ເລືອກ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ທາງ​ວິນ​ຍານ ເພື່ອ​ຈະ​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຫລາຍ​ກວ່າ​ເກົ່າ ແລະ ແຈ່ມ​ແຈ້ງ​ກວ່າ​ເກົ່າ” (“Revelation for the Church, Revelation for Our Lives,” Liahona, May 2018, 96).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ອີ​ເທີ 2; 3:1–6; 4:7–15, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ “ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ” ທີ່​ປະ​ທານ​ແນວ​ສັນ​ໄດ້​ກ່າວ​ເຖິງ? ທ່ານ​ສາ​ມາດ​ໝາຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ ແລະ ສິ່ງ​ທີ່​ລາວ​ໄດ້​ເຮັດ​ກ່ຽວ​ກັບ​ມັນ ດ້ວຍ​ສີ​ໜຶ່ງ, ແລະ ອີກ​ສີ​ໜຶ່ງ ທ່ານ​ສາ​ມາດ​ໝາຍ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ລາວ ແລະ ໃຫ້​ລາວ​ຮູ້​ຈັກ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ຕໍ່​ໄປ​ນີ້​ແມ່ນ​ບາງ​ຄຳ​ຖາມ​ເພື່ອ​ໃຫ້​ໄຕ່​ຕອງ ຂະ​ນະ​ທີ່​ທ່ານ​ສຶກ​ສາ:

  • ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຄຳ​ຖາມ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໃນ ອີ​ເທີ 2:18–25?

  • ທ່ານ​ຈະ​ໃຊ້ ອີ​ເທີ 3:1–5 ເພື່ອ​ຊ່ວຍ​ຄົນ​ອື່ນ​ທີ່​ກຳ​ລັງ​ຮຽນ​ຮູ້​ວິ​ທີ​ອະ​ທິ​ຖານ​ແນວ​ໃດ?

  • ແມ່ນ​ຫຍັງ​ທີ່​ຂັດ​ຂວາງ​ທ່ານ​ບໍ່​ໃຫ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ ອີ​ເທີ 4:8–10). ທ່ານ​ຈະ​ສາ​ມາດ​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ອົງ​ໃຫ້​ດຸ​ຂຶ້ນ​ໄດ້​ແນວ​ໃດ? (ເບິ່ງ ອີ​ເທີ 4:7, 11–15).

  • ທ່ານ​ຄິດ​ວ່າ ການ “ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື” ໃນ​ຊີ​ວິດ​ຂອງ​ທ່ານ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? (ອີ​ເທີ 4:15).

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ?

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ກ່ຽວ​ກັບ “A Framework for Personal Revelation [ກະ​ຕິ​ກາ​ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ]” (Liahona, Nov. 2022, 16–19). ໃຫ້​ພິ​ຈາ​ລະ​ນາ​ແຕ້ມ​ກອບ​ຮູບ ແລະ ຂຽນ​ອົງ​ປະ​ກອບ​ສີ່​ຢ່າງ​ຂອງ​ກະ​ຕິ​ກາ​ນັ້ນ​ໃສ່​ແຕ່​ລະ​ດ້ານ. ກະ​ຕິ​ກາ​ນີ້​ຈະ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ “ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ການ​ເປີດ​ເຜີຍ” ໄດ້​ແນວ​ໃດ?

ເບິ່ງ Gospel Topics, “Personal Revelation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ອີ​ເທີ 2:14–15; 3:1–20

ຜ່ານ​ການ​ຕີ​ສອນ​ຂອງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.

ແມ່ນ​ແຕ່​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່​ດັ່ງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ ກໍ​ຈຳ​ເປັນ​ຕ້ອງ​ຖືກ​ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ອີ​ເທີ 2:14–15 ກ່ຽວ​ກັບ​ການ​ຕີ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ໃຫ້​ຄິດ​ກ່ຽວ​ກັບ​ວ່າ ການ​ຕີ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ຕອບ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ ໄດ້​ຊ່ວຍ​ກຽມ​ລາວ​ສຳ​ລັບ​ປະ​ສົບ​ການ​ຂອງ​ລາວ​ແນວ​ໃດ​ໃນ ອີ​ເທີ 3:1–20.

ອີ​ເທີ 2:16–25

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕຽມ​ເຮົາ​ໃຫ້​ຂ້າມ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” ຂອງ​ເຮົາ.

ບາງ​ເທື່ອ, ການ​ຂ້າມ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” ເປັນ​ວິ​ທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ. ທ່ານ​ເຫັນ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ຊີ​ວິດ​ຂອງ​ທ່ານ​ບໍ່ ຢູ່​ໃນ ອີ​ເທີ 2:16–25? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ທ່ານ​ສຳ​ລັບ​ການ​ທ້າ​ທາຍ​ຂອງ​ທ່ານ​ແນວ​ໃດ? ພຣະ​ອົງ​ຂໍ​ໃຫ້​ທ່ານ​ເຮັດ​ຫຍັງ​ແດ່​ໃນ​ເວ​ລາ​ນີ້ ເພື່ອ​ກະ​ກຽມ​ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ເຮັດ​ໃນ​ອະ​ນາ​ຄົດ?

ເບິ່ງ L. Todd Budge, “Consistent and Resilient Trust,” Liahona, Nov. 2019, 47–49 ນຳ​ອີກ.

ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຄວນ​ດົນ​ໃຈ​ເຮົາ​ໃຫ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຮົາ. ຫລັງ​ຈາກ​ທີ່​ອ່ານ ອີ​ເທີ 4:11–12, ທ່ານ​ອາດ​ຢາກ​ຂຽນ​ລາຍ​ການ​ອິດ​ທິ​ພົນ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ທ່ານ​ລົງ​ໄວ້ ແລະ ພິ​ຈາ​ລະ​ນາ​ວ່າ ມັນ​ຊັກ​ຊວນ​ໃຫ້​ທ່ານ​ເຮັດ​ດີ​ຫລື​ບໍ່. ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກ​ໄດ້​ຮັບ​ດົນ​ໃຈ​ໃຫ້​ປ່ຽນ​ແປງ?

ອີ​ເທີ 5

ພະ​ຍານ​ທັງ​ຫລາຍ​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ທຳ​ນາຍ​ຂອງ​ໂມ​ໂຣ​ໄນ​ໃນ ອີ​ເທີ 5, ໃຫ້​ໄຕ່​ຕອງ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ກຽມ​ພະ​ຍານ​ຫລາຍໆ​ຄົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ບັນ​ດາ​ພະ​ຍານ​ທັງ​ຫລາຍ​ໄດ້​ດົນ​ໃຈ​ຫຍັງ​ໃຫ້​ທ່ານ​ເຊື່ອ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສະ​ແດງ​ໃຫ້​ທ່ານ​ເຫັນ “ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຄຳ​ຂອງ​ພຣະ​ອົງ​ອີກ” ແນວ​ໃດ? (ອີ​ເທີ 5:4).

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອີ​ເທີ 1:33–37; 2:16–25; 3:1–6

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

  • ຖ້າ​ທ່ານ​ຮູ້​ພາ​ສາ​ທີ່​ລູກໆ​ຂອງ​ທ່ານ​ບໍ່​ຮູ້, ລອງ​ອອກ​ຄຳ​ສັ່ງ​ງ່າຍໆ​ໃນ​ພາ​ສາ​ນັ້ນ (ຫລື ເປີດ​ອັດ​ສຽງ​ຂອງ​ອີກ​ພາ​ສາ​ໜຶ່ງ). ທ່ານ​ສາ​ມາດ​ໃຊ້​ສິ່ງ​ນີ້​ເພື່ອ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ຈຶ່ງ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃນ ອີ​ເທີ 1:33–37. ເນັ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກັບ​ຄຳ​ອະ​ທິ​ຖານ​ນີ້ ແລະ ພຣະ​ອົງ​ໄດ້​ຕອບ​ວ່າ​ແນວ​ໃດ (ເບິ່ງ “ບົດ​ທີ 50: ຊາວ​ຢາ​ເຮັດ​ໜີ​ຈາກ​ເມືອງ​ບາ​ເບນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 143–44 ນຳ​ອີກ).

  • ລູກໆ​ຂອງ​ທ່ານ​ສາ​ມາດ​ທຳ​ທ່າ​ສ້າງ​ເຮືອ ຂະ​ນະ​ທີ່​ທ່ານ​ອ່ານ ອີ​ເທີ 2:16–17. ແລ້ວ​ທ່ານ ແລະ ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ອ່ານ​ກ່ຽວ​ກັບ​ບັນ​ຫາ​ທີ່​ຊາວ​ຢາ​ເຣັດ​ໄດ້​ມີ​ກັບ​ເຮືອ​ຂອງ​ພວກ​ເຂົາ (ເບິ່ງ ອີ​ເທີ 2:19) ແລະ ວິ​ທີ​ທີ່​ແຕກ​ຕ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຢາ​ເຣັດ (ເບິ່ງ ອີ​ເທີ 2:19–25; 3:1–6). ຮູບ​ພາບ ແລະ ໜ້າ​ກິດ​ຈະ​ກຳ​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້ ສາ​ມາດ​ຊ່ວຍ​ທ່ານ ແລະ ລູກໆ​ຂອງ​ທ່ານ​ເລົ່າ​ເລື່ອງ​ໄດ້. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກ່ຽວ​ກັບ​ການ​ອະ​ທິ​ຖານ? ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ທ່ານ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຊ່ວຍ​ທ່ານ.

ອີ​ເທີ 3:6–16

ເຮົາ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.

  • ຂະ​ນະ​ທີ່​ພວກ​ເຂົາ​ເຕີບ​ໃຫຍ່​ຂຶ້ນ, ລູກໆ​ຂອງ​ທ່ານ​ຈະ​ພົບ​ກັບ​ຂ່າວ​ສານ​ປອມ​ກ່ຽວ​ກັບ​ພຣະ​ເຈົ້າ, ພວກ​ເຂົາ​ເອງ, ແລະ ຝ່າຍ​ຮ່າງ​ກາຍ​ຂອງ​ພວກ​ເຂົາ. ທ່ານ​ອາດ​ຂໍ​ໃຫ້​ພວກ​ເຂົາ​ຊ່ວຍ​ທ່ານ​ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ຫົວ​ຂໍ້​ເຫລົ່າ​ນີ້​ໃນ ອີ​ເທີ 3:6–16. ເພື່ອ​ທີ່​ຈະ​ເນັ້ນ​ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ ອີ​ເທີ 3:13, 15, ພວກ​ທ່ານ​ສາ​ມາດ​ເບິ່ງ​ໄປ​ທີ່​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ກັນ ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊີ້​ໄປ​ຍັງ​ຫລາຍໆ​ສ່ວນ​ໃນ​ພຣະ​ກາຍ​ຂອງ​ພຣະ​ອົງ. ແລ້ວ​ພວກ​ເຂົາ​ກໍ​ສາ​ມາດ​ຊີ້​ໃສ່​ສ່ວນ​ທີ່​ຄື​ກັນ​ຂອງ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເອງ. ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ​ທີ່​ກ່ຽວ​ຂ້ອງ​ກັບ​ຮ່າງ​ກາຍ​ຂອງ​ເຮົາ​ນຳ​ກັນ, ເຊັ່ນ “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68). ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ຂອບ​ພຣະ​ຄຸນ​ສຳ​ລັບ​ຮ່າງ​ກາຍ​ຂອງ​ພວກ​ທ່ານ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ແລ່ນ​ຢູ່​ໃນ​ເດີ່ນ

ເຮົາ​ຖືກ​ສ້າງ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ

ອີ​ເທີ 5

ພະ​ຍານ​ສາມ​ຄົນ​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

  • ໂມ​ໂຣ​ໄນ​ໄດ້​ທຳ​ນາຍ​ວ່າ ພະ​ຍານ​ສາມ​ຄົນ ຈະ​ຊ່ວຍ​ສະ​ຖາ​ປະ​ນາ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ເພື່ອ​ທີ່​ຈະ​ສິດ​ສອນ​ວ່າ ພະ​ຍານ​ແມ່ນ​ຫຍັງ, ທ່ານ​ສາ​ມາດ​ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ບັນ​ຍາຍ​ບາງ​ຢ່າງ​ທີ່​ພວກ​ເຂົາ​ເຄີຍ​ເຫັນ ຫລື ເຄີຍ​ປະ​ສົບ ທີ່​ຄົນ​ອື່ນ​ບໍ່​ເຄີຍ. ແລ້ວ​ໃນ​ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ອີ​ເທີ 5 ນຳ​ກັນ, ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ເຈົ້າ​ໃຊ້​ພະ​ຍານ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ​ແນວ​ໃດ. ພວກ​ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ນຳ​ກັນ ວ່າ​ພວກ​ທ່ານ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ​ໄດ້​ແນວ​ໃດ ແລະ ພວກ​ທ່ານ​ຈະ​ສາ​ມາດ​ແບ່ງ​ປັນ​ຄຳ​ພະ​ຍານ​ຂອງ​ພວກ​ທ່ານ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ແຕະ​ຕ້ອງ​ຫີນ 16 ກ້ອນ ຢູ່​ຕໍ່​ໜ້າ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ

Sawest Thou More Than This? [ເຈົ້າ​ເຫັນ​ຫລາຍ​ກວ່າ​ສິ່ງ​ນີ້​ບໍ?], ໂດຍ ມາ​ກັສ ອາ​ລານ ວິນ​ເຊັນ