ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 28 ເດືອນ​ຕຸ​ລາ–ວັນ​ທີ 3 ເດືອນ​ພະ​ຈິກ: “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ຊັກ​ຊວນ​ທ່ານ​ທັງ​ຫລາຍ … ໃຫ້​ກັບ​ໃຈ.” ມໍ​ມອນ 1–6


“ວັນ​ທີ 28 ເດືອນ​ຕຸ​ລາ–ວັນ​ທີ 3 ເດືອນ​ພະ​ຈິກ: ‘ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ຊັກ​ຊວນ​ທ່ານ​ທັງ​ຫລາຍ … ໃຫ້​ກັບ​ໃຈ.’ ມໍ​ມອນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 28 ເດືອນ​ຕຸ​ລາ–ວັນ​ທີ 3 ເດືອນ​ພະ​ຈິກ. ມໍ​ມອນ 1-6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ມໍ​ມອນ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

Mormon Abridging the Plates [ມໍ​ມອນ​ກຳ​ລັງ​ຫຍໍ້​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ທອມ ໂລ​ແວວ

ວັນ​ທີ 28 ເດືອນ​ຕຸ​ລາ–ວັນ​ທີ 3 ເດືອນ​ພະ​ຈິກ: “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ຊັກ​ຊວນ​ທ່ານ​ທັງ​ຫລາຍ … ໃຫ້​ກັບ​ໃຈ”

ມໍ​ມອນ 1–6

ມໍ​ມອນ​ໄດ້​ບັນ​ທຶກ​ເລື່ອງ​ລາວ​ໄວ້​ໃຫ້​ເຮົາ “ຢ່າງ​ຄົບ​ຖ້ວນ” ເຖິງ “ພາບ​ອັນ​ເປັນ​ຕາ​ຢ້ານ” ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ຂ້າ​ຟັນ ທີ່​ເພິ່ນ​ໄດ້​ເຫັນ​ໃນ​ບັນ​ດາ​ຊາວ​ນີ​ໄຟ (ມໍ​ມອນ 2:18; 5:8). ແຕ່​ສິ່ງ​ທີ່​ເພິ່ນ​ໄດ້​ບັນ​ທຶກ​ໄວ້​ຢູ່​ໃນ ມໍ​ມອນ 1–6 ແມ່ນ​ພຽງ​ພໍ​ທີ່​ຈະ​ເຕືອນ​ເຮົາ​ວ່າ ຜູ້​ຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຊອບ​ທຳ​ກໍ​ສາ​ມາດ​ຕົກ​ໄປ​ໄກ​ຫລາຍ​ຂະ​ໜາດ​ໃດ. ທ່າມ​ກາງ​ຄວາມ​ຊົ່ວ​ຮ້າຍ​ທີ່​ແຜ່​ຂະ​ຫຍາຍ, ບໍ່​ມີ​ໃຜ​ສາ​ມາດ​ກ່າວ​ໂທດ​ມໍ​ມອນ ທີ່​ເພິ່ນ​ໄດ້​ອ່ອນ​ເພຍ ແລະ ທໍ້​ຖອຍ​ໃຈ. ແຕ່​ໃນ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ເຫັນ ແລະ ມີ​ປະ​ສົບ​ການ, ເພິ່ນ​ບໍ່​ເຄີຍ​ລືມ​ຄວາມ​ເມດ​ຕາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ແລະ ຄວາມ​ເຊື່ອ​ໝັ້ນ​ຂອງ​ເພິ່ນ​ວ່າ ການ​ກັບ​ໃຈ​ຄື​ວິ​ທີ​ທີ່​ຈະ​ໄດ້​ຮັບ​ມັນ. ແລະ ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ມໍ​ມອນ​ເອງ​ໄດ້​ປະ​ຕິ​ເສດ​ຄຳ​ອ້ອນ​ວອນ​ຂອງ​ເພິ່ນ​ໃຫ້​ກັບ​ໃຈ, ແຕ່​ເພິ່ນ​ຮູ້​ວ່າ​ເພິ່ນ​ມີ​ຜູ້​ຄົນ​ກຸ່ມ​ໃຫຍ່​ກວ່າ​ນັ້ນ​ທີ່​ຈະ​ຊັກ​ຊວນ. “ຈົ່ງ​ເບິ່ງ,” ເພິ່ນ​ໄດ້​ປະ​ກາດ, “ຂ້າ​ພະ​ເຈົ້າ​ຂຽນ​ຫາ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.” ໃນ​ອີກ​ຄຳ​ໜຶ່ງ, ເພິ່ນ​ໄດ້​ຂຽນ​ຫາ​ທ່ານ (ເບິ່ງ ມໍ​ມອນ 3:17–20). ແລະ ຂ່າວ​ສານ​ຂອງ​ເພິ່ນ​ຕໍ່​ທ່ານ, ໃນ​ທຸກ​ວັນ​ນີ້, ກໍ​ເປັນ​ຂ່າວ​ສານ​ອັນ​ດຽວ​ກັນ​ນັ້ນ ທີ່​ອາດ​ຊ່ວຍ​ຊີ​ວິດ​ຂອງ​ຊາວ​ນີ​ໄຟ​ໄວ້​ໄດ້​ໃນ​ວັນ​ເວ​ລາ​ຂອງ​ພວກ​ເຂົາ ທີ່​ວ່າ: “ຈົ່ງ​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. … ກັບ​ໃຈ ແລະ ຕຽມ​ຕົວ​ເພື່ອ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ” (ມໍ​ມອນ 3:21–22).

ເບິ່ງ “Mormon Preserves the Record to Bring the House of Israel to Christ” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ມໍ​ມອນ 1–6

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ຫຍັງ​ກໍ​ຕາມ.

ຕອນ​ເພິ່ນ​ມີ​ອາ​ຍຸ​ພຽງ​ປະ​ມານ 10 ປີ, ມໍ​ມອນ​ມີ​ຄວາມ​ແຕກ​ຕ່າງ​ຫລາຍ​ຈາກ​ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຂ້າງ​ເພິ່ນ. ຂະ​ນະ​ທີ່​ທ່ານ​ອ່ານ ມໍ​ມອນ 1–6, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ສັດ​ທາ​ຂອງ​ມໍ​ມອນ​ໃນ​ພຣະ​ເຢ​ຊູ​ຄຣິດ ເຮັດ​ໃຫ້​ເພິ່ນ​ພິ​ເສດ ແລະ ໃຫ້​ໂອ​ກາດ​ເພິ່ນ​ເພື່ອ​ຮັບ​ໃຊ້ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ແນວ​ໃດ. ຂໍ້​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ:

ມໍ​ມອນ 1:2–3, 13–17.ທ່ານ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​ຢ່າງ​ໃດ​ແດ່​ລະ​ຫວ່າງ​ມໍ​ມອນ ແລະ ຜູ້​ຄົນ​ຂອງ​ເພິ່ນ? ເພິ່ນ​ມີ​ຄຸນ​ສົມ​ບັດ​ຢ່າງ​ໃດ​ແດ່ ທີ່​ຊ່ວຍ​ໃຫ້​ເພິ່ນ​ສືບ​ຕໍ່​ເຂັ້ມ​ແຂງ​ທາງ​ວິນ​ຍານ ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເຊັ່ນ​ນັ້ນ?

ມໍ​ມອນ 2:18–19.ມໍ​ມອນ​ໄດ້​ໃຊ້​ຄຳ​ໃດ​ເພື່ອ​ບັນ​ຍາຍ​ເຖິງ​ໂລກ​ທີ່​ເພິ່ນ​ອາ​ໄສ​ຢູ່? ເພິ່ນ​ຍັງ​ຄົງ​ມີ​ຄວາມ​ຫວັງ​ຢູ່​ໄດ້​ແນວ​ໃດ​ກັບ​ສິ່ງ​ທີ່​ຢູ່​ອ້ອມ​ຂ້າງ​ເພິ່ນ?

ມໍ​ມອນ 3:12.ມໍ​ມອນ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເພິ່ນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ພັດ​ທະ​ນາ​ຄວາມ​ຮັກ​ຄື​ກັນ​ກັບ​ທີ່​ເພິ່ນ​ມີ?

ມີ​ຂໍ້​ອື່ນ​ໃດ​ອີກ​ແດ່​ໃນ ມໍ​ມອນ 1–6 ທີ່​ລະ​ບຸ​ສັດ​ທາ​ຂອງ​ມໍ​ມອນ​ໃນ​ພຣະ​ເຢ​ຊູ​ຄຣິດ? ເພິ່ນ​ໄດ້​ຮັບ​ໂອ​ກາດ​ໃດ​ແດ່ ຍ້ອນ​ເພິ່ນ​ໄດ້​ເລືອກ​ທີ່​ຈະ​ຊື່​ສັດ​ຕໍ່​ໄປ?

ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ “Be an Example and a Light” (Liahona, Nov. 2015, 86–88), ເພື່ອ​ຊອກ​ຫາ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຈະ​ຕ້ອງ​ໂດດ​ເດັ່ນ ຫລື ແຕກ​ຕ່າງ. ທ່ານ​ຈະ​ປະ​ກອບ​ປະ​ໂຫຍກ​ແບບ​ນີ້​ໃຫ້​ສົມ​ບູນ​ໄດ້​ແນວ​ໃດ? “ ເປັນ​ຕົວ​ຢ່າງ​ທີ່​ດີ​ສຳ​ລັບ​ຂ້ອຍ​ເມື່ອ​ລາວ . ສິ່ງ​ນີ້​ຊ່ວຍ​ໃຫ້​ຂ້ອຍ​ຢາກ .”

ມໍ​ມອນ​ອາດ​ຈະ​ຮູ້​ສຶກ​ວ່າ ຕົວ​ຢ່າງ​ຂອງ​ເພິ່ນ​ບໍ່​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ກັບ​ຜູ້​ຄົນ​ຂອງ​ເພິ່ນ. ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ທີ່​ຈະ​ເວົ້າ​ກັບ​ມໍ​ມອນ, ທ່ານ​ຈະ​ບອກ​ຫຍັງ​ກັບ​ເພິ່ນ​ກ່ຽວ​ກັບ​ວ່າ ຕົວ​ຢ່າງ​ຂອງ​ເພິ່ນ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ກັບ​ທ່ານ​ແນວ​ໃດ?

ເບິ່ງ David A. Bednar, “Quick to Observe,” Ensign, Dec. 2006, 30–36, or Liahona, Dec. 2006, 14–20; “Something Different about Us: Example” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Living the Gospel of Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຊ່ວຍ​ໃຫ້​ຄົນ​ອື່ນ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້. ເມື່ອ​ຜູ້​ຄົນ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້, ເຂົາ​ເຈົ້າ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ ແລະ ສັດ​ທາ​ຂອງ​ຄົນ​ອື່ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:122). ລອງ​ຖາມ​ຄອບ​ຄົວ ຫລື ເພື່ອນ​ຫ້ອງ​ຮຽນ​ຂອງ​ທ່ານ ວ່າ​ເຂົາ​ເຈົ້າ​ເຄີຍ​ມີ​ປະ​ສົບ​ການ​ໃດ​ແດ່ ຂະ​ນະ​ທີ່​ເຂົາ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ກຳ​ລັງ​ສູ້​ຮົບ​ກັນ

Battle [ການ​ສູ້​ຮົບ], ໂດຍ ໂຮ​ເຮ ໂກ​ໂກ

ມໍ​ມອນ 2:10–15

ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ນຳ​ພາ​ເຮົາ​ໄປ​ສູ່​ພຣະ​ຄຣິດ ແລະ ໄປ​ສູ່​ການ​ປ່ຽນ​ແປງ​ທີ່​ຍືນ​ຍົງ.

ເມື່ອ​ມໍ​ມອນ​ໄດ້​ເຫັນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ເພິ່ນ​ຫວັງ​ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ. ແຕ່ “ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຂົາ​ບໍ່​ແມ່ນ​ເພື່ອ​ການ​ກັບ​ໃຈ” (ມໍ​ມອນ 2:13)—ມັນ​ບໍ່​ໄດ້​ເປັນ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ ແຕ່​ເປັນ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ໂລກ. ເພື່ອ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ ມໍ​ມອນ 2:10–15 ໃນ​ຕາ​ຕະ​ລາງ​ທີ່​ຄື​ກັນ​ກັບ​ອັນ​ນີ້:

ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ

ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ໂລກ

ມາ​ຫາ​ພຣະ​ເຢ​ຊູ (ຂໍ້​ທີ 14)

ສາບ​ແຊ່ງ​ພຣະ​ເຈົ້າ (ຂໍ້​ທີ 14)

ທ່ານ​ຈະ​ຮູ້​ຈັກ​ວ່າ ຄວາມ​ທຸກ​ໃຈ​ຂອງ​ທ່ານ​ເປັນ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ ຫລື ເປັນ​ຕາມ​ຢ່າງ​ໂລກ​ໄດ້​ແນວ​ໃດ? ຖ້າ​ຫາກ​ທ່ານ​ມີ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ໂລກ, ທ່ານ​ຈະ​ປ່ຽນ​ມັນ​ໃຫ້​ເປັນ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

ເບິ່ງ 2 ໂກ​ຣິນ​ໂທ 7:8–11; Michelle D. Craig, “Divine Discontent,” Liahona, Nov. 2018, 52–55 ນຳ​ອີກ.

ມໍ​ມອນ 3:3, 9

“ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ນີ້​ແຫລະ​ທີ່​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ.”

ມໍ​ມອນ​ໄດ້​ສັງ​ເກດ​ວ່າ ຊາວ​ນີ​ໄຟ​ບໍ່​ຮັບ​ຮູ້​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ພວກ​ເຂົາ. ຂະ​ນະ​ທີ່​ທ່ານ​ອ່ານ ມໍ​ມອນ 3:3, 9, ທ່ານ​ອາດ​ຢາກ​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຮັບ​ຮູ້​ອິດ​ທິ​ພົນ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ພອນ​ຢ່າງ​ໃດ​ແດ່​ໄດ້​ມາ​ເຖິງ ເມື່ອ​ທ່ານ​ຮັບ​ຮູ້​ອິດ​ທິ​ພົນ​ຂອງ​ພຣະ​ອົງ? ແມ່ນ​ຫຍັງ​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ບໍ່​ຮັບ​ຮູ້​ພຣະ​ອົງ? (ເບິ່ງ ມໍ​ມອນ 2:26; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:21).

ເບິ່ງ Henry B. Eyring, “O Remember, Remember,” Liahona, Nov. 2007, 66–69 ນຳ​ອີກ.

ມໍ​ມອນ 5:8–24; 6:16–22

ພຣະ​ເຢ​ຊູ​ຄຣິດ​ຢືນ​ວາ​ພຣະ​ພາ​ຫາ​ຕ້ອນ​ຮັບ​ເຮົາ​ຢູ່.

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ທໍ້​ແທ້​ໃຈ​ກ່ຽວ​ກັບ​ບາບ​ຂອງ​ຕົວ​ເອງ, ຄຳ​ບັນ​ຍາຍ​ຂອງ​ມໍ​ມອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ກຳ​ລັງ “ວາ​ພຣະ​ພາ​ຫາ​ຕ້ອນ​ຮັບ​ທ່ານ​ຢູ່” ສາ​ມາດ​ໃຫ້​ຄວາມ​ໝັ້ນ​ໃຈ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ ມໍ​ມອນ 5:8–24 ແລະ 6:16–22, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຕໍ່​ທ່ານ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ທ່ານ​ເຮັດ​ບາບ? ທ່ານ​ຮູ້​ສຶກ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ວາ​ພຣະ​ພາ​ຫາ​ອອກ​ມາ​ຫາ​ທ່ານ​ແນວ​ໃດ? ແລ້ວ​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ?

ເບິ່ງ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5 ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ມໍ​ມອນ 1:1–3; 2:1, 23–24; 3:1–3, 12, 17–22

ຄື​ກັນ​ກັບ​ມໍ​ມອນ, ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

  • ຍ້ອນ​ວ່າ​ມໍ​ມອນ​ຍັງ​ນ້ອຍ​ຢູ່ ຕອນ​ເພິ່ນ​ພັດ​ທະ​ນາ​ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຄຣິດ, ເພິ່ນ​ຈຶ່ງ​ສາ​ມາດ​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ລູກໆ​ຂອງ​ທ່ານ​ໄດ້. ບາງ​ທີ​ທ່ານ​ສາ​ມາດ​ອ່ານ ມໍ​ມອນ 1:1–3 ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຟັງ​ເບິ່ງ​ວ່າ ມໍ​ມອນ​ມີ​ອາ​ຍຸ​ໄດ້​ຈັກ​ປີ​ຕອນ​ອາມ​ມາ​ຣອນ​ໄດ້​ມອບ​ພາ​ລະ​ກິດ​ພິ​ເສດ​ໃຫ້​ເພິ່ນ. ທ່ານ​ກໍ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຄຸນ​ສົມ​ບັດ​ທີ່​ອາມ​ມາ​ຣອນ​ເຫັນ​ໃນ​ຕົວ​ຂອງ​ມໍ​ມອນ ໃນ​ຂໍ້​ເຫລົ່າ​ນີ້​ນຳ​ອີກ. ຄຸນ​ສົມ​ບັດ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

    ຮູບ​ພາບ
    ມໍ​ມອນ​ຕອນ​ຍັງ​ນ້ອຍ

    Mormon, Age 10 [ມໍ​ມອນ, ອາ​ຍຸ 10 ປີ], ໂດຍ ສະ​ກາດ ເອັມ ສະ​ໂນ

  • ຍ້ອນ​ວ່າ​ມໍ​ມອນ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ເພິ່ນ​ຈຶ່ງ​ໄດ້​ຮັບ​ໂອ​ກາດ​ເພື່ອ​ຮັບ​ໃຊ້ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້ ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ກ່ຽວ​ກັບ​ມໍ​ມອນ: ມໍ​ມອນ 1:1–3; 2:1, 23–24; ແລະ 3:1–3, 12, 20–22 (ເບິ່ງ “ບົດ​ທີ 49: ມໍ​ມອນ ແລະ ຄຳ​ສອນ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 138–42 ນຳ​ອີກ). ເພິ່ນ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຫລືອ ຫລື ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ແນວ​ໃດ? ສັດ​ທາ​ຂອງ​ເຮົາ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ທີ່​ເຮົາ​ຮູ້​ຈັກ​ໄດ້​ແນວ​ໃດ?

ມໍ​ມອນ 2:8–15

ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ນຳ​ພາ​ເຮົາ​ໄປ​ສູ່​ພຣະ​ຄຣິດ ແລະ ໄປ​ສູ່​ການ​ປ່ຽນ​ແປງ​ທີ່​ຍືນ​ຍົງ.

  • ບາງ​ທີ​ທ່ານ​ສາ​ມາດ​ເຮັດ​ຕາ​ຕະ​ລາງ​ຄື​ກັນ​ກັບ​ອັນ​ທີ່​ຢູ່​ໃນ “ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ” ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ໂລກ ແລະ ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ ຂະ​ນະ​ທີ່​ພວກ​ເຂົາ​ອ່ານ ມໍ​ມອນ 2:8, 10–15. ແລ້ວ​ພວກ​ເຂົາ​ສາ​ມາດ​ຄົ້ນ​ຄວ້າ ມໍ​ມອນ 2:12 ນຳ​ອີກ ເພື່ອ​ຊອກ​ຫາ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ການ​ກັບ​ໃຈ​ຈຶ່ງ​ຄວນ​ເຮັດ​ໃຫ້ “ໃຈ [ຂອງ​ເຮົາ] … ປິ​ຕິ​ຍິນ​ດີ.” ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ຄວາມ​ທຸກ​ໃຈ​ທີ່​ເຮົາ​ຮູ້​ສຶກ​ສຳ​ລັບ​ບາບ​ຂອງ​ເຮົາ ຈະ​ພາ​ເຮົາ​ໃຫ້​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ​ເພື່ອ​ປ່ຽນ​ແປງ?

ມໍ​ມອນ 3:3, 9

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ທານ​ພອນ​ຫລາຍ​ຢ່າງ​ໃຫ້​ເຮົາ.

  • ການ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເຮັດ​ລາຍ​ການ (ຫລື ແຕ້ມ​ຮູບ) ບາງ​ຢ່າງ ທີ່​ເຂົາ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່ ອາດ​ເປັນ​ວິ​ທີ​ທີ່​ດີ ໃນ​ການ​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ຮູ້​ສຶກ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ເຈົ້າ. ຫລັງ​ຈາກ​ພວກ​ເຂົາ​ໄດ້​ເຮັດ​ລາຍ​ການ​ແລ້ວ, ທ່ານ​ສາ​ມາດ​ອ່ານ ມໍ​ມອນ 3:3, 9 ແລະ ອະ​ທິ​ບາຍ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ໃຫ້​ພອນ​ແກ່​ຊາວ​ນີ​ໄຟ​ເຊັ່ນ​ກັນ, ແຕ່​ພວກ​ເຂົາ​ບໍ່​ຮັບ​ຮູ້. ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ສະ​ແດງ​ວ່າ​ເຮົາ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ພອນ​ຂອງ​ເຮົາ?

ມໍ​ມອນ 3:12

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຮັກ​ທຸກ​ຄົນ.

  • ເຖິງ​ແມ່ນ​ວ່າ​ຊາວ​ນີ​ໄຟ​ເປັນ​ຄົນ​ຊົ່ວ​ຮ້າຍ, ແຕ່​ມໍ​ມອນ​ກໍ​ບໍ່​ເຄີຍ​ຢຸດ​ຮັກ​ພວກ​ເຂົາ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ວ່າ “ໄດ້​ຮັກ” ແລະ “ຄວາມ​ຮັກ” ໃນ ມໍ​ມອນ 3:12. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ຮັກ​ຄົນ​ອື່ນ​ນຳ​ອີກ, ດັ່ງ​ເຊັ່ນ “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20), ຂະ​ນະ​ທີ່​ສະ​ແດງ​ຮູບ​ຂອງ​ເດັກ​ນ້ອຍ​ຈາກ​ທົ່ວ​ໂລກ. ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ແຜ່ນ​ຈາ​ລຶກ​ຄຳ

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ຂຶ້ນ​ມາ “ເພື່ອ​ທ່ານ​ຈະ​ໄດ້​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ” (ມໍ​ມອນ 3:21).