ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 18–24 ເດືອນ​ພະ​ຈິກ: “ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ.” ອີ​ເທີ 6–11


“ວັນ​ທີ 18–24 ເດືອນ​ພະ​ຈິກ: ‘ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ.’ ອີ​ເທີ 6–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 18–24 ເດືອນ​ພະ​ຈິກ. ອີ​ເທີ 6–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ເຮືອ​ຂອງ​ຊາວ​ຢາ​ເຮັດ​ຢູ່​ໃນ​ທະ​ເລ

I Will Bring You up Again out of the Depths [ເຮົາ​ຈະ​ເອົາ​ເຈົ້າ​ຂຶ້ນ​ມາ​ອີກ​ຈາກ​ຄວາມ​ເລິກ​ຂອງ​ທະ​ເລ], ໂດຍ ຈອນ​ນາ​ຕັນ ອາ​ເຕີ ຄະ​ລາກ

ວັນ​ທີ 18–24 ເດືອນ​ພະ​ຈິກ: “ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ”

ອີ​ເທີ 6–11

ຫລາຍ​ຮ້ອຍ​ປີ​ຫລັງ​ຈາກ​ທີ່​ຊາວ​ຢາ​ເຣັດ​ໄດ້​ຖືກ​ທຳ​ລາຍ, ຊາວ​ນີ​ໄຟ​ໄດ້​ຄົ້ນ​ພົບ​ເມືອງ​ຮ້າງ​ບູ​ຮານ​ຂອງ​ພວກ​ເຂົາ. ໃນ​ບັນ​ດາ​ເມືອງ​ຮ້າງ​ເຫລົ່າ​ນັ້ນ ມີ​ບັນ​ທຶກ​ລຶກ​ລັບ​ສະ​ບັບ​ໜຶ່ງ—ເປັນ​ບັນ​ທຶກ​ທີ່​ເຮັດ​ດ້ວຍ “ຄຳ​ສົດ” ຊຶ່ງ “ເຕັມ​ໄປ​ດ້ວຍ​ຕົວ​ອັກ​ຂະ​ລະ” ແລະ ຊາວ​ນີ​ໄຟ “ປາດ​ຖະ​ໜາ​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້” ທີ່​ຈະ​ອ່ານ​ມັນ (ໂມ​ໄຊ​ຢາ 8:9; 28:12). ທຸກ​ວັນ​ນີ້​ທ່ານ​ມີ​ເລື່ອງ​ຫຍໍ້​ຂອງ​ບັນ​ທຶກ​ນີ້, ແລະ ມັນ​ມີ​ຊື່​ວ່າ ໜັງ​ສື​ອີ​ເທີ. ເມື່ອ​ຊາວ​ນີ​ໄຟ​ໄດ້​ອ່ານ​ມັນ, “ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ” ທີ່​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ເສື່ອມ​ໂຊມ​ຂອງ​ຊາວ​ຢາ​ເຣັດ. “ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ໄດ້​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ, ຊຶ່ງ​ໃນ​ນັ້ນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ” (ໂມ​ໄຊ​ຢາ 28:18). ທ່ານ, ເຊັ່ນ​ດຽວ​ກັນ, ກໍ​ອາດ​ພົບ​ເຫັນ​ຊ່ວງ​ໄລ​ຍະ​ທີ່​ໂສກ​ເສົ້າ​ໃນ​ໜັງ​ສື​ເຫລັ້ມ​ນີ້. ແຕ່​ທ່ານ​ຍັງ​ສາ​ມາດ​ປິ​ຕິ​ຍິນ​ດີ ໃນ​ຂອງ​ປະ​ທານ​ແຫ່ງ​ຄວາມ​ຮູ້​ນີ້​ໄດ້​ນຳ​ອີກ. ຕາມ​ທີ່​ໂມ​ໂຣ​ໄນ​ໄດ້​ຂຽນ​ວ່າ, “ຂ້າ​ພະ​ເຈົ້າ … ໄດ້​ຮັບ​ບັນ​ຊາ​ໃຫ້​ຂຽນ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ, ແລະ ວ່າ​ເວ​ລາ​ຈະ​ມາ​ຮອດ ຊຶ່ງ​ຊາ​ຕານ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ” (ອີ​ເທີ 8:23, 26).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອີ​ເທີ 6:1–12

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ​ຜ່ານ​ຜ່າ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ.

ທ່ານ​ອາດ​ພົບ​ເຫັນ​ຄວາມ​ຮູ້​ທາງ​ວິນ​ຍານ ຖ້າ​ຫາກ​ທ່ານ​ປຽບ​ທຽບ​ການ​ເດີນ​ທາງ​ຂ້າມ​ທະ​ເລ​ຂອງ​ຊາວ​ຢາ​ເຣັດ​ໃສ່​ກັບ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ຫຍັງ​ໃຫ້​ທ່ານ​ເພື່ອ​ເປັນ​ແສງ​ສະ​ຫວ່າງ ທີ່​ຄື​ກັນ​ກັບ​ກ້ອນ​ຫີນ​ຢູ່​ໃນ​ເຮືອ​ຂອງ​ຊາວ​ຢາ​ເຣັດ? ເຮືອ​ເຫລົ່າ​ນັ້ນ, ຫລື ລົມ​ທີ່ “ພັດ​ໄປ​ທາງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ”? (ອີ​ເທີ 6:8). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ກະ​ທຳ​ຂອງ​ຊາວ​ຢາ​ເຣັດ ກ່ອນ, ລະ​ຫວ່າງ, ແລະ ຫລັງ​ຈາກ​ການ​ເດີນ​ທາງ? ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ນຳ​ພາ​ທ່ານ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແນວ​ໃດ?

“ຮ້ອງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.” ຊາວ​ຢາ​ເຣັດ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ພວກ​ເຂົາ ແລະ ຄວາມ​ຮັກ​ທີ່​ມີ​ໃຫ້​ແກ່​ພຣະ​ເຈົ້າ ຜ່ານ​ທາງ​ການ​ຮ້ອງ​ເພງ ແລະ ການ​ສັນ​ລະ​ເສີນ (ເບິ່ງ ອີ​ເທີ 6:9). ທ່ານ​ອາດ​ຊອກ​ຫາ ຫລື ສ້າງ​ໂອ​ກາດ​ທີ່​ຈະ​ນຳ​ໃຊ້​ສຽງ​ເພງ ແລະ ປະ​ຈັກ​ພະ​ຍານ​ຈາກ​ໃຈ​ຈິງ ເພື່ອ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ. ຍົກ​ຕົວ​ຢ່າງ, ມັນ​ອາດ​ສົມ​ຄວນ​ທີ່​ຈະ​ຮ້ອງ​ເພງ​ສັນ​ລະ​ເສີນ ດັ່ງ​ເຊັ່ນ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5) ເມື່ອ​ສຶກ​ສາ ອີ​ເທີ 6:1–12.

ຮູບ​ພາບ
ຄອບ​ຄົວ​ຊາວ​ຢາ​ເຣັດ​ຢູ່​ໃນ​ເຮືອ​ຂອງ​ພວກ​ເຂົາ

Baby on Board [ແອ​ນ້ອຍ​ໃນ​ເຮືອ], ໂດຍ ເຄັນ​ໂດ ເຣ ຈອນ​ສັນ

ອີ​ເທີ 6:5–18, 30; 9:28–35; 10:1–2

“ເດີນ​ໄປ​ຢ່າງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ເຖິງ​ແມ່ນ​ວ່າ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ​ເບິ່ງ​ຄື​ວ່າ ເຕັມ​ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ຊາວ​ຢາ​ເຣັດ, ແຕ່​ກໍ​ຍັງ​ມີ​ຕົວ​ຢ່າງ​ຂອງ​ຄວາມ​ຖ່ອມ​ຕົວ​ຢູ່​ໃນ​ບົດ​ເຫລົ່າ​ນີ້—ໂດຍ​ສະ​ເພາະ ຢູ່​ໃນ ອີ​ເທີ 6:5–18, 30; 9:28–35; ແລະ 10:1–2. ການ​ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ເຫລົ່າ​ນີ້: ເປັນ​ຫຍັງ​ຊາວ​ຢາ​ເຣັດ​ຈຶ່ງ​ຖ່ອມ​ຕົວ​ລົງ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້? ພວກ​ເຂົາ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ​ແນວ​ໃດ? ພຣະ​ເຈົ້າ​ອວຍ​ພອນ​ພວກ​ເຂົາ​ເພາະ​ການ​ຖ່ອມ​ຕົວ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ “ເດີນ​ໄປ​ຢ່າງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ດ້ວຍ​ຄວາມ​ເຕັມ​ໃຈ (ອີ​ເທີ 6:17) ແທນ​ທີ່​ຈະ​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ (ເບິ່ງ ໂມ​ໄຊ​ຢາ 4:11–12; ແອວ​ມາ 32:14–18).

ເບິ່ງ Dale G. Renlund, “Do Justly, Love Mercy, and Walk Humbly with God,” Liahona, Nov. 2020, 109–12 ນຳ​ອີກ.

ອີ​ເທີ 7–11

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ກາຍ​ເປັນ​ຜູ້​ນຳ​ເໝືອນ​ດັ່ງ​ພຣະ​ຄຣິດ.

ບົດ​ທີ 7–11 ຂອງ​ອີ​ເທີ ສຳ​ລວມ​ຢ່າງ​ໜ້ອຍ 28 ລຸ້ນ​ຄົນ. ເຖິງ​ແມ່ນ​ວ່າ​ບໍ່​ສາ​ມາດ​ໃຫ້​ລາຍ​ລະ​ອຽດ​ຢ່າງ​ຫລວງ​ຫລາຍ​ໄວ້​ໃນ​ຊ່ອງ​ວ່າງ​ຈຳ​ນວນ​ໜ້ອຍ​ນັ້ນ, ແຕ່​ແບບ​ແຜນ​ໄດ້​ເລີ່ມ​ຕົ້ນ​ປະ​ກົດ​ຂຶ້ນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ເປັນ​ຜູ້​ນຳ​ທີ່​ຊອບ​ທຳ ແລະ ຊົ່ວ​ຮ້າຍ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ເປັນ​ຜູ້​ນຳ​ຈາກ​ຕົວ​ຢ່າງ—ໃນ​ທາງ​ລົບ ແລະ ທາງ​ບວກ—ຂອງ​ກະ​ສັດ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ​ນີ້?

ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ເປັນ​ຜູ້​ນຳ​ໃນ​ຂ່າວ​ສານ​ຂອງ​ເພິ່ນ “The Greatest among You” (Liahona, May 2017, 78–81). ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຶກ​ສາ​ຂ່າວ​ສານ​ນີ້—ໂດຍ​ສະ​ເພາະ​ເລື່ອງ​ລາວ​ທີ່​ເພິ່ນ​ບອກ​ເລົ່າ—ຊອກ​ຫາ​ຫລັກ​ທຳ ຫລື ແບບ​ແຜນ​ຂອງ​ການ​ເປັນ​ຜູ້​ນຳ​ເໜືອນ​ດັ່ງ​ພຣະ​ຄຣິດ. ເມື່ອ​ໃດ​ທີ່​ທ່ານ​ໄດ້​ເຫັນ​ຫລັກ​ທຳ ຫລື ແບບ​ແຜນ​ເຫລົ່າ​ນີ້​ຖືກ​ສະ​ແດງ​ໃຫ້​ເຫັນ​ໃນ​ຜູ້​ຄົນ​ທີ່​ນຳ​ພາ?

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້, ໃຫ້​ຄິດ​ກ່ຽວ​ກັບ​ໂອ​ກາດ​ທີ່​ທ່ານ​ມີ ໃນ​ການ​ນຳ​ພາ ຫລື ເປັນ​ອິດ​ທິ​ພົນ​ຕໍ່​ຄົນ​ອື່ນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ, ໃນ​ຊຸມ​ຊົນ​ຂອງ​ທ່ານ, ແລະ ໃນ​ການ​ເອີ້ນ​ຂອງ​ທ່ານ​ໃນ​ສາດ​ສະ​ໜາ​ຈັກ, ແລະ ອື່ນໆ. ທ່ານ​ຈະ​ສາ​ມາດ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ຂອງ​ການ​ເປັນ​ຜູ້​ນຳ​ເໝືອນ​ດັ່ງ​ພຣະ​ຄຣິດ​ໄດ້​ແນວ​ໃດ, ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ມີ​ການ​ມອບ​ໝາຍ​ໃນ​ການ​ເປັນ​ຜູ້​ນຳ​ໂດຍ​ສະ​ເພາະ​ກໍ​ຕາມ.

ເບິ່ງ Gospel Topics, “Serving in Church Callings,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Principles of Leadership in the Church,” ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 4.2 ນຳ​ອີກ (ChurchofJesusChrist.org).

ອີ​ເທີ 8:7–26

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ກະ​ທຳ​ວຽກ​ງານ​ໃນ​ຄວາມ​ມືດ.

ເມື່ອ​ຜູ້​ຄົນ​ສົມ​ຮູ້​ຮ່ວມ​ຄິດ​ທີ່​ຈະ​ຮັກ​ສາ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ​ໄວ້​ເປັນ​ຄວາມ​ລັບ, ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ມົ້ວ​ສຸມ​ລັບ. ນອກ​ເໜືອ​ໄປ​ຈາກ​ການ​ມົ້ວ​ສຸມ​ລັບ​ທີ່​ບັນ​ຍາຍ​ຢູ່​ໃນ ອີ​ເທີ 8:7–18, ຕົວ​ຢ່າງ​ອື່ນໆ​ກໍ​ມີ​ຢູ່​ໃນ ຮີ​ລາ​ມັນ 1:9–12; 2:2–11; 6:16–30; ໂມ​ເຊ 5:29–33. ໃຫ້​ຄິດ​ທີ່​ຈະ​ປຽບ​ທຽບ​ການ​ກົງ​ກັນ​ຂ້າມ​ໃນ​ຂໍ້​ເຫລົ່າ​ນີ້​ໃສ່​ກັບ 2 ນີ​ໄຟ 26:22–24, ຊຶ່ງ​ໃນ​ນັ້ນ​ນີ​ໄຟ​ໄດ້​ບັນ​ຍາຍ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ວຽກ​ງານ​ຂອງ​ພຣະ​ອົງ​ແນວ​ໃດ. ທ່ານ​ຄິດ​ວ່າ ເປັນ​ຫຍັງ​ໂມ​ໂຣ​ໄນ​ຈຶ່ງ​ຖືກ​ບັນ​ຊາ​ໃຫ້​ຂຽນ​ສິ່ງ​ທີ່​ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ການ​ມົ້ວ​ສຸມ​ລັບ?

ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ໜັງ​ສື​ອີ​ເທີ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄດ້​ຮັບ​ພອນ​ທີ່​ບັນ​ຍາຍ​ຢູ່​ໃນ ອີ​ເທີ 8:26?

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອີ​ເທີ 6:1–12

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ປອບ​ໂຍນ​ເຮົາ ເມື່ອ​ເຮົາ​ຢ້ານ​ກົວ.

  • ທຸກ​ຄົນ​ມີ​ວັນ​ທີ່​ລຳ​ບາກ—ແມ່ນ​ແຕ່​ເດັກ​ນ້ອຍ. ບາງ​ທີ​ທ່ານ​ກໍ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ຢູ່​ໃນ ອີ​ເທີ 6:1–12 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຊາວ​ຢາ​ເຣັດ​ໄດ້​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ແນວ​ໃດ ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ ແລະ ໜ້າ​ຢ້ານ​ກົວ​ຫລາຍ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ກັນ ຕອນ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ພວກ​ທ່ານ​ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ຂອງ​ພວກ​ທ່ານ.

ອີ​ເທີ 6:9, 12, 30; 7:27; 10:2

ການ​ຈື່​ຈຳ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ຈະ​ນຳ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ສະ​ຫງົບ​ສຸກ​ມາ​ໃຫ້.

  • ຫລັງ​ຈາກ​ໄດ້​ມາ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຢ່າງ​ປອດ​ໄພ, ຊາວ​ຢາ​ເຣັດ​ໄດ້​ຮູ້​ສຶກ​ຂອບ​ພຣະ​ຄຸນ​ຈົນ​ພວກ​ເຂົາ “ໄດ້​ຫລັ່ງ​ນ້ຳ​ຕາ” (ອີ​ເທີ 6:12). ທ່ານ​ອາດ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ຮູ້​ສຶກ​ຂອບ​ພຣະ​ຄຸນ​ສຳ​ລັບ​ພອນ​ຂອງ​ພຣະ​ເຈົ້າ ໂດຍ​ການ​ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ​ວະ​ລີ​ຈາກ ອີ​ເທີ 6:9, 12 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຊາວ​ຢາ​ເຣັດ​ໄດ້​ສະ​ແດງ​ຄວາມ​ຂອບ​ພຣະ​ຄຸນ​ຂອງ​ພວກ​ເຂົາ​ແດ່​ພຣະ​ເຈົ້າ​ແນວ​ໃດ. ພວກ​ເຂົາ​ອາດ​ມັກ​ຈະ​ຮ້ອງ​ເພງ, ດັ່ງ​ທີ່​ຊາວ​ຢາ​ເຣັດ​ໄດ້​ຮ້ອງ, ເພງ​ທີ່​ສະ​ແດງ​ຄວາມ​ກະ​ຕັນ​ຍູ, ເຊັ່ນ “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67). ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ບອກ​ທ່ານ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ສຶກ​ຂອບ​ພຣະ​ຄຸນ.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ອ່ານ ອີ​ເທີ 6:30; 7:27; ແລະ 10:2 ແລະ ຊອກ​ຫາ​ສິ່ງ​ທີ່​ກະ​ສັດ​ຜູ້​ຊອບ​ທຳ​ໄດ້​ຈື່​ຈຳ. ມັນ​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ພວກ​ເພິ່ນ​ໄດ້​ນຳ​ພາ​ຜູ້​ຄົນ​ຂອງ​ພວກ​ເພິ່ນ​ແນວ​ໃດ? ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ເຕືອນ​ໃຈ​ຕົວ​ເອງ ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ທ່ານ. ຍົກ​ຕົວ​ຢ່າງ, ບາງ​ທີ​ພວກ​ເຂົາ​ສາ​ມາດ​ຂຽນ​ກ່ຽວ​ກັບ​ສິ່ງ​ນັ້ນ ຫລື ແຕ້ມ​ຮູບ. ທ່ານ​ອາດ​ແນະ​ນຳ​ໃຫ້​ພວກ​ເຂົາ​ຂຽນ​ພອນ​ຈາກ​ພຣະ​ເຈົ້າ ທີ່​ພວກ​ເຂົາ​ໄດ້​ສັງ​ເກດ​ເຫັນ​ລົງ​ໄວ້​ເປັນ​ປະ​ຈຳ​ຈົນ​ເປັນ​ນິ​ໄສ (ເບິ່ງ “O Remember, Remember” [ວິ​ດີ​ໂອ], ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ອີ​ເທີ 7:24–27

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

  • ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ຈະ​ມັກ​ການ​ສະ​ແດງ​ເຖິງ​ສິ່ງ​ທີ່​ສາດ​ສະ​ດາ​ໄດ້​ສິດ​ສອນ​ໃຫ້​ເຮົາ​ເຮັດ. ທ່ານ​ສາ​ມາດ​ເຮັດ​ໃຫ້​ເປັນ​ການ​ຫລິ້ນ​ເກມ​ກໍ​ໄດ້ ຊຶ່ງ​ໃນ​ນັ້ນ​ທ່ານ​ທວາຍ​ສິ່ງ​ທີ່​ການ​ສະ​ແດງ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ໃດ. ສິ່ງ​ນີ້​ສາ​ມາດ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ແລ້ວ​ທ່ານ​ສາ​ມາດ​ອ່ານ ອີ​ເທີ 7:24–27 ເພື່ອ​ຊອກ​ຫາ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ຜູ້​ຄົນ​ໄດ້​ເຊື່ອ​ຟັງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້​ຮັບ​ພອນ​ໂດຍ​ການ​ເຮັດ​ຕາມ​ສາດ​ສະ​ດາ​ໃນ​ທຸກ​ວັນ​ນີ້​ແນວ​ໃດ?

ອີ​ເທີ 9:28–35; 11:5–8

ພຣະ​ຜູ້​ເປັນ​ເຈົ້າ​ມີ​ເມດ​ຕາ​ເມື່ອ​ເຮົາ​ກັບ​ໃຈ.

  • ການ​ຊອກ​ຫາ​ແບບ​ແຜນ​ເປັນ​ທັກ​ສະ​ທີ່​ເປັນ​ປະ​ໂຫຍດ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ. ໜັງ​ສື​ອີ​ເທີ​ບັນ​ຈຸ​ແບບ​ແຜນ ລຶ້ມ​ຄືນ ທີ່​ເນັ້ນ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ພົບ​ເຫັນ​ແບບ​ແຜນ​ນີ້, ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ອ່ານ ອີ​ເທີ 9:28–35 ແລະ ອີ​ເທີ 11:5–8, ເພື່ອ​ຊອກ​ຫາ​ຄວາມ​ຄ້າຍ​ຄື​ກັນ​ລະ​ຫວ່າງ​ເລື່ອງ​ລາວ​ສອງ​ເລື່ອງ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ເລື່ອງ​ລາວ​ເຫລົ່າ​ນີ້? ບາງ​ທີ​ພວກ​ເຂົາ​ສາ​ມາດ​ຊອກ​ຫາ​ຮູບ​ພາບ​ຢູ່​ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ຂອງ​ຜູ້​ຄົນ​ອື່ນໆ​ຢູ່​ໃນ​ພຣະ​ຄຳ​ພີ ຜູ້​ທີ່​ໄດ້​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ເຮືອ​ຂອງ​ຊາວ​ຢາ​ເຮັດ​ຢູ່​ໃນ​ທະ​ເລ

Jaredite Barges [ເຮືອ​ຂອງ​ຊາວ​ຢາ​ເຣັດ], ໂດຍ ແກ​ຣີ ເອີນ​ເນັສ ສະ​ມິດ