ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 2–8 ເດືອນ​ທັນ​ວາ: “ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ.” ໂມ​ໂຣ​ໄນ 1–6


“ວັນ​ທີ 2–8 ເດືອນ​ທັນ​ວາ: ‘ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ.’ ໂມ​ໂຣ​ໄນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 2–8 ເດືອນ​ທັນ​ວາ. ໂມ​ໂຣ​ໄນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ແອວ​ມາ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ຄົນ​ຢູ່​ທີ່​ນ້ຳ​ມໍ​ມອນ

ມິ​ເນີ​ວາ ໄທ​ເກີດ (1888–1976), Alma Baptizes in the Waters of Mormon [ແອວ​ມາ​ໃຫ້​ບັບ​ຕິ​ສະ​ມາ​ຢູ່​ໃນ​ນ້ຳ​ມໍ​ມອນ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35 7/8 × 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969

ວັນ​ທີ 2–8 ເດືອນ​ທັນ​ວາ: “ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ”

ໂມ​ໂຣ​ໄນ 1–6

ຫລັງ​ຈາກ​ໄດ້​ສຳ​ເລັດ​ບັນ​ທຶກ​ຂອງ​ບິ​ດາ​ຂອງ​ເພິ່ນ​ເລື່ອງ​ຊາວ​ນີ​ໄຟ​ແລ້ວ ແລະ ໄດ້​ຫຍໍ້​ບັນ​ທຶກ​ຂອງ​ຊາວ​ຢາ​ເຣັດ, ໂມ​ໂຣ​ໄນ​ໄດ້​ຄິດ​ວ່າ ການ​ຮັກ​ສາ​ບັນ​ທຶກ​ຂອງ​ເພິ່ນ​ແມ່ນ​ສຳ​ເລັດ​ຮຽບ​ຮ້ອຍ​ແລ້ວ (ເບິ່ງ ໂມ​ໂຣ​ໄນ 1:1). ມີ​ຫຍັງ​ອີກ​ແດ່​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ສອງ​ປະ​ຊາ​ຊາດ​ນີ້ ທີ່​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ? ແຕ່​ໂມ​ໂຣ​ໄນ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ (ເບິ່ງ ມໍ​ມອນ 8:35), ແລະ ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້ “ຂຽນ​ຕື່ມ​ອີກ​ເລັກ​ນ້ອຍ, ເພື່ອ​ບາງ​ທີ​ມັນ​ອາດ​ຈະ​ມີ​ຄຸນ​ຄ່າ … ໃນ​ມື້​ໜຶ່ງ​ຂ້າງ​ໜ້າ” (ໂມ​ໂຣ​ໄນ 1:4). ເພິ່ນ​ໄດ້​ຮູ້​ວ່າ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຢ່າງ​ຫລວງ​ຫລາຍ​ຈະ​ເກີດ​ຂຶ້ນ, ຊຶ່ງ​ຈະ​ເກີດ​ຄວາມ​ສັບ​ສົນ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ກ່ຽວ​ກັບ​ສາດ​ສະ​ໜາ​ໂດຍ​ທົ່ວ​ໄປ. ສິ່ງ​ນີ້​ຈຶ່ງ​ອາດ​ເປັນ​ເຫດ​ຜົນ​ທີ່​ເພິ່ນ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ສິນ​ລະ​ລຶກ, ການ​ບັບ​ຕິ​ສະ​ມາ, ການ​ມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ພອນ​ຂອງ​ການ​ເຕົ້າ​ໂຮມ​ກັບ​ຜູ້​ທີ່​ເຊື່ອ​ຖື​ດ້ວຍ​ກັນ ໃຫ້ “ຮັກ​ສາ [ກັນ​ແລະ​ກັນ] ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ, … ໂດຍ​ເພິ່ງ​ອາ​ໄສ​ແຕ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ຄຣິດ​ຢ່າງ​ດຽວ, ອົງ​ຜູ້​ເປັນ​ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດ​ທາ [ຂອງ​ເຮົາ] ສົມ​ບູນ” (ໂມ​ໂຣ​ໄນ 6:4). ຄວາມ​ຮູ້​ອັນ​ລ້ຳ​ຄ່າ​ແບບ​ນີ້​ໄດ້​ໃຫ້​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ຂອບ​ພຣະ​ຄຸນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ໂມ​ໂຣ​ໄນ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້ “ຂຽນ​ຕື່ມ​ອີກ​ເລັກ​ນ້ອຍ” (ໂມ​ໂຣ​ໄນ 1:4).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໂຣ​ໄນ 1

ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເຖິງ​ແມ່ນ​ຈະ​ມີ​ການ​ຕໍ່​ຕ້ານ​ກໍ​ຕາມ.

ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 1, ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ຊື່​ສັດ​ຂອງ​ໂມ​ໂຣ​ໄນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ການ​ເອີ້ນ​ຂອງ​ເພິ່ນ? ມີ​ທາງ​ໃດ​ແດ່​ທີ່​ຜູ້​ຄົນ​ສາ​ມາດ “ປະ​ຕິ​ເສດ​ພຣະ​ຄຣິດ”? (ໂມ​ໂຣ​ໄນ 1:2–3). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ຊື່​ສັດ​ຕໍ່​ພຣະ​ເຢ​ຊູ​ຄຣິດ, ແມ່ນ​ແຕ່​ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ ແລະ ການ​ຕໍ່​ຕ້ານ​ກໍ​ຕາມ.

ໂມ​ໂຣ​ໄນ 2–6

ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຕ້ອງ​ຖືກ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ.

ໂມ​ໂຣ​ໄນ​ໄດ້​ປົບ​ໜີ​ເພື່ອ​ເອົາ​ຕົວ​ລອດ ເມື່ອ​ເພິ່ນ​ໄດ້​ຂຽນ​ບົດ​ເຫລົ່າ​ນີ້ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໄດ້​ຂຽນ​ກ່ຽວ​ກັບ​ລາຍ​ລະ​ອຽດ​ຂອງ​ການ​ປະ​ຕິ​ບັດ ດັ່ງ​ເຊັ່ນ​ວິ​ທີ​ທີ່​ຈະ​ປະ​ຕິ​ບັດ​ພິ​ທີ​ການ​ແນວ​ໃດ? ໃຫ້​ໄຕ່​ຕອງ​ສິ່ງ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 2–6. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ລາຍ​ລະ​ອຽດ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ທີ່​ສາ​ມາດ​ນຳ​ພາ​ທ່ານ ໃນ​ການ​ສຶກ​ສາ:

ການ​ຢືນ​ຢັນ (ໂມ​ໂຣ​ໄນ 2; 6:4).ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນະ​ນຳ​ສິ່ງ​ໃດ ຢູ່​ໃນ ໂມ​ໂຣ​ໄນ 2:2 ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ການ​ຢືນ​ຢັນ? ທ່ານ​ຈະ​ອະ​ທິ​ບາຍ​ວ່າ “ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກະ​ທຳ ແລະ ຊຳ​ລະ​ລ້າງ​ເຂົາ​ໃຫ້​ສະ​ອາດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມ​ໂຣ​ໄນ 6:4).

ການ​ແຕ່ງ​ຕັ້ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ໂມ​ໂຣ​ໄນ 3).ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ບົດ​ນີ້ ທີ່​ສາ​ມາດ​ຊ່ວຍ​ບາງ​ຄົນ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ບາງ​ຄົນ​ໃຫ້​ກະ​ກຽມ​ທີ່​ຈະ​ປະ​ຕິ​ບັດ​ພິ​ທີ​ການ​ແຕ່ງ​ຕັ້ງ?

ສິນ​ລະ​ລຶກ (ໂມ​ໂຣ​ໄນ 4–5; 6:6).ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ຈຸດ​ເດັ່ນ​ຂອງ​ອາ​ທິດ​ຂອງ​ທ່ານ?

ການ​ບັບ​ຕິ​ສະ​ມາ (ໂມ​ໂຣ​ໄນ 6:1–3).ທ່ານ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ເພື່ອ​ຈະ​ສືບ​ຕໍ່​ໃຫ້​ເໝາະ​ສົມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ?

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ຮັບ​ພອນ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຖິງ​ວິ​ທີ​ທີ່​ຄວນ​ປະ​ຕິ​ບັດ​ພິ​ທີ​ການ

ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້, ທ່ານ​ຈະ​ປ່ຽນ​ແປງ​ວິ​ທີ​ທີ່​ທ່ານ​ຄິດ, ມີ​ພາກ​ສ່ວນ, ຫລື ກະ​ກຽມ​ຄົນ​ອື່ນ​ສຳ​ລັບ​ພິ​ທີ​ການ​ເຫລົ່າ​ນີ້​ແນວ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20 ນຳ​ອີກ.

ຫລິ້ນ​ລະ​ຄອນ​ກ້ອມ. ວິ​ທີ​ທີ່​ດີ​ຢ່າງ​ໜຶ່ງ​ທີ່​ຈະ​ຈື່​ຈຳ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ຢູ່ ແມ່ນ​ການ​ອະ​ທິ​ບາຍ​ມັນ​ຕໍ່​ຄົນ​ອື່ນ. ຍົກ​ຕົວ​ຢ່າງ, ລອງ​ຫລິ້ນ​ລະ​ຄອນ​ກ້ອມ​ທີ່​ສະ​ແດງ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​ນີ້: ເພື່ອນ​ຄົນ​ໜຶ່ງ​ບໍ່​ແນ່​ໃຈ​ວ່າ​ນາງ​ພ້ອມ​ຈະ​ຮັບ​ບັບ​ຕິ​ສະ​ມາ. ທ່ານ​ຈະ​ໃຊ້ ໂມ​ໂຣ​ໄນ 6 ເພື່ອ​ຊ່ວຍ​ນາງ​ແນວ​ໃດ?

ໂມ​ໂຣ​ໄນ 4–5

ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ທ່ານ​ອາດ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ​ຫລາຍ​ເທື່ອ​ແລ້ວ ແຕ່​ວ່າ​ທ່ານ​ຄິດ​ຢ່າງ​ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ນັ້ນ​ເລື້ອຍ​ປານ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ລອງ​ຂຽນ​ຄຳ​ອະ​ທິ​ຖານ​ສອງ​ບົດ​ນັ້ນ​ຈາກ​ຄວາມ​ຊົງ​ຈຳ​ລົງ​ໄວ້. ແລ້ວ​ໃຫ້​ປຽບ​ທຽບ​ສິ່ງ​ທີ່​ທ່ານ​ໄດ້​ຂຽນ​ໃສ່​ກັບ ໂມ​ໂຣ​ໄນ 4:3 ແລະ 5:2. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ເຫລົ່າ​ນີ້ ທີ່​ແຕ່​ກ່ອນ​ທ່ານ​ບໍ່​ໄດ້​ສັງ​ເກດ​ເຫັນ?

ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ລວມ​ເພງ​ສວດ​ສຳ​ລັບ​ສິນ​ລະ​ລຶກ​ໃສ່​ກັບ​ການ​ສຶກ​ສາ​ຂອງ​ທ່ານ, ດັ່ງ​ເຊັ່ນ “ມີ​ພູ​ຂຽວ​ແສນ​ໄກ​ຫ່າງ​ໄປ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 26).

ໂມ​ໂຣ​ໄນ 6:4–9

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ດູ​ແລ​ຈິດ​ວິນ​ຍານ​ຂອງ​ກັນ​ແລະ​ກັນ.

ການ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ​ເປັນ​ເລື່ອງ​ຂອງ​ສ່ວນ​ບຸກ​ຄົນ, ແຕ່​ຜູ້​ທີ່​ເຊື່ອ​ຖື​ດ້ວຍ​ກັນ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຢູ່ “ໃນ​ທາງ​ທີ່​ຖືກ​ຕ້ອງ” ໄດ້ (ໂມ​ໂຣ​ໄນ 6:4–5). ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສະ​ໄໝ​ຂອງ​ໂມ​ໂຣ​ໄນ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ? ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 6:4–9, ໃຫ້​ໄຕ່​ຕອງ​ເຖິງ​ພອນ​ທີ່​ມາ​ຈາກ​ການ “ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ” (ໂມ​ໂຣ​ໄນ 6:4).

ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄປ​ຮ່ວມ​ໃນ​ຫວອດ ຫລື ສາ​ຂາ​ຂອງ​ທ່ານ​ນຳ​ອີກ. ມີ​ຜູ້​ໃດ​ບໍ​ທີ່​ອາດ​ຕ້ອງ​ການ​ຄວາມ​ຮັກ​ຂອງ​ທ່ານ​ເປັນ​ພິ​ເສດ—ບາງ​ທີ​ອາດ​ເປັນ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມາ​ໂບດ​ໃໝ່ ແລະ ຫາ​ກໍ​ກັບ​ຄືນ​ມາ​ໂບດ​ເມື່ອ​ບໍ່​ດົນ​ມາ​ນີ້? ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ຢູ່​ທີ່​ໂບດ​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ບັນ​ຍາຍ​ໄດ້​ແນວ​ໃດ? (ສຳ​ລັບ​ແນວ​ຄິດ, ໃຫ້​ເບິ່ງ My Covenant Path ຫລື “Strengthening New Members” ວິ​ດີ​ໂອ​ທີ່​ຢູ່​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ທ່ານ​ອາດ​ພົບ​ເຫັນ​ການ​ດົນ​ໃຈ​ບາງ​ຢ່າງ​ຢູ່​ໃນ​ພາກ I ຂອງ​ຂ່າວ​ສານ​ຂອງ ປະ​ທານ​ດາ​ລິນ ເອັຈ ໂອກສ໌ “The Need for a Church” (Liahona, Nov. 2021, 24–25).

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄວາມ​ໝາຍ​ຂອງ​ການ​ຖືກ “ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 6:4), ມັນ​ອາດ​ຊ່ວຍ​ໄດ້​ທີ່​ຈະ​ຄິດ​ກ່ຽວ​ກັບ​ການ​ບຳ​ລຸງ​ລ້ຽງ​ທີ່​ຕົ້ນ​ໄມ້​ນ້ອຍ ຫລື ແອ​ນ້ອຍ​ຕ້ອງ​ການ—ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຖ້າ​ຫາກ​ມັນ​ຖືກ​ລະ​ເລີຍ. ໃຫ້​ຄົ້ນ​ຄວ້າ ໂມ​ໂຣ​ໄນ 6:4–9 ສຳ​ລັບ​ແນວ​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ສາ​ມາດ​ຊ່ວຍ “ບຳ​ລຸງ​ລ້ຽງ” ຄົນ​ອື່ນ​ທາງ​ວິນ​ຍານ​ໄດ້​ແນວ​ໃດ. ເພື່ອນ​ສາ​ນຸ​ສິດ​ດ້ວຍ​ກັນ​ໄດ້​ຊ່ວຍ​ບຳ​ລຸງ​ລ້ຽງ​ທ່ານ​ແນວ​ໃດ?

ມັນ​ບໍ່​ຈະ​ແຈ້ງ​ຕໍ່​ທຸກ​ຄົນ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຖຶກ “ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ” ແລະ ໄດ້ “ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ” ໃນ​ກອງ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ. ທ່ານ​ຈະ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຂອບ​ພຣະ​ຄຸນ​ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? (ເບິ່ງ​ພາກ​ອື່ນໆ​ຂອງ​ຂ່າວ​ສານ​ຂອງ​ປະ​ທານ​ໂອກສ໌ “The Need for a Church”).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໂຣ​ໄນ 2–6

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຂອງ​ປະ​ທານ​ສັກ​ສິດ.

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ ຫລື ພຣະ​ວິນ​ຍານ​ກໍ​ຖືກ​ກ່າວ​ເຖິງ​ຫລາຍ​ເທື່ອ​ຢູ່​ໃນ ໂມ​ໂຣ​ໄນ 2–6. ບາງ​ທີ​ທ່ານ​ກໍ​ສາ​ມາດ​ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ທຸກໆ​ຂໍ້​ທີ່​ກ່າວ​ເຖິງ​ພຣະ​ອົງ, ອ່ານ​ຂໍ້​ເຫລົ່າ​ນັ້ນ, ແລະ ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ກັນ ຕອນ​ທີ່​ທ່ານ​ໄດ້​ຮູ້​ສຶກ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ.

ໂມ​ໂຣ​ໄນ 4–5

ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ເວ​ລາ.

  • ການ​ອ່ານ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ​ກັບ​ລູກໆ​ຂອງ​ທ່ານ ສາ​ມາດ​ນຳ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ມີ​ປະ​ສົບ​ການ​ທີ່​ມີ​ປະ​ໂຫຍດ​ກັບ​ສິນ​ລະ​ລຶກ​ຫລາຍ​ຂຶ້ນ. ມັນ​ອາດ​ຊ່ວຍ​ໄດ້​ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ວາດ​ພາບ​ເຫັນ​ເພື່ອນ​ຄົນ​ໜຶ່ງ​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ເທື່ອ​ທຳ​ອິດ. ເຮົາ​ຈະ​ອະ​ທິ​ບາຍ​ໃຫ້​ເພື່ອນ​ຂອງ​ເຮົາ​ຮູ້​ແນວ​ໃດ​ວ່າ ສິນ​ລະ​ລຶກ​ຄື​ຫຍັງ ແລະ ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສັກ​ສິດ? ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ໃຫ້​ໃຊ້​ບາງ​ສິ່ງ​ຈາກ ໂມ​ໂຣ​ໄນ 4 ຫລື 5 ໃນ​ຄຳ​ອະ​ທິ​ບາຍ​ຂອງ​ພວກ​ເຂົາ. ລູກ​ຜູ້​ນ້ອຍ​ສາ​ມາດ​ໃຊ້​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 108.

  • ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ໜຶ່ງ​ນຳ​ກັນ​ທີ່​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ດັ່ງ​ເຊັ່ນ “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28). ທ່ານ​ສາ​ມາດ​ຝຶກ​ນັ່ງ​ຢ່າງ​ຄາ​ລະ​ວະ​ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ​ນຳ​ອີກ.

ໂມ​ໂຣ​ໄນ 6:1–3

ເຮົາ​ສາ​ມາດ​ກະ​ກຽມ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ.

  • ໃຜ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້? ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້ ຢູ່​ໃນ ໂມ​ໂຣ​ໄນ 6:1–3. ຄຳ​ວ່າ “ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມ​ໂຣ​ໄນ 6:2). ສິ່ງ​ນີ້​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ບອກ​ລູກໆ​ຂອງ​ທ່ານ​ວ່າ​ທ່ານ​ໄດ້​ກະ​ກຽມ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ແນວ​ໃດ.

ໂມ​ໂຣ​ໄນ 6:4–6, 9

ເຮົາ​ໄປ​ໂບດ​ເພື່ອ​ຮັບ​ສິນ​ລະ​ລຶກ ແລະ ສະ​ໜັນ​ສະ​ໜູນ​ກັນ​ແລະ​ກັນ.

  • ລູກໆ​ຂອງ​ທ່ານ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ມັກ​ໄປ​ໂບດ? ການ​ອ່ານ ໂມ​ໂຣ​ໄນ 6:4–6, 9 ສາ​ມາດ​ໃຫ້​ໂອ​ກາດ​ທ່ານ​ທີ່​ຈະ​ສົນ​ທະ​ນາ​ນຳ​ກັນ​ເຖິງ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່​ທີ່​ໂບດ. ບາງ​ທີ​ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ຕົນ​ເອງ​ກຳ​ລັງ​ເຮັດ​ສິ່ງ​ເຫລົ່າ​ນີ້ (ດັ່ງ​ເຊັ່ນ ອະ​ທິ​ຖານ, ສິດ​ສອນ, ຮ້ອງ​ເພງ, ແລະ ຮັບ​ສ່ວນ​ສິນ​ລະ​ລຶກ).

  • ຫລັງ​ຈາກ​ການ​ອ່ານ ໂມ​ໂຣ​ໄນ 6:4 ນຳ​ກັນ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ ຫລື ຕົວ​ຢ່າງ​ຂອງ​ອາ​ຫານ​ທີ່​ບຳ​ລຸງ​ລ້ຽງ ແລະ ປຽບ​ທຽບ​ການ​ບຳ​ລຸງ​ລ້ຽງ​ຮ່າງ​ກາຍ​ຂອງ​ເຮົາ​ໃສ່​ກັບ​ການ​ຖືກ “ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ.” ພວກ​ທ່ານ​ກໍ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “Children Sharing the Gospel” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ

Moroni in the Cave [ໂມ​ໂຣ​ໄນ​ຢູ່​ໃນ​ຖ້ຳ], ໂດຍ ໂຮ​ເຮ ໂກ​ໂກ