ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 1 ເດືອນ​ທັນ​ວາ: “ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ.” ອີ​ເທີ 12–15


“ວັນ​ທີ 27 ເດືອນ​ພະ​ຈິກ–ວັນ​ທີ 1 ເດືອນ​ທັນ​ວາ: ‘ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ.’ ອີ​ເທີ 12–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 25 ເດືອນ​ພະ​ຈິກ–ວັນ​ທີ 1 ເດືອນ​ທັນ​ວາ. ອີ​ເທີ 12–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ອີ​ເທີ​ກຳ​ລັງ​ເຂົ້າ​ໄປ​ໃນ​ຖ້ຳ

Ether Hiding in the Cavity of a Rock [ອີ​ເທີ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຫລືບ​ຫີນ], ໂດຍ ແກ​ຣີ ເອີນ​ເນັສ໌ ສະ​ມິດ

ວັນ​ທີ 25 ເດືອນ​ພະ​ຈິກ–ວັນ​ທີ 1 ເດືອນ​ທັນ​ວາ: “ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ”

ອີ​ເທີ 12–15

ຄຳ​ທຳ​ນາຍ​ຂອງ​ອີ​ເທີ​ຕໍ່​ຊາວ​ຢາ​ເຣັດ ແມ່ນ “ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” (ອີ​ເທີ 12:5). ເພິ່ນ “ໄດ້​ບອກ​ພວກ​ເຂົາ​ເຖິງ​ເລື່ອງ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ມະ​ນຸດ” (ອີ​ເທີ 13:2). ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ “ວັນ​ເວ​ລາ​ຂອງ​ພຣະ​ຄຣິດ” ແລະ ເຢ​ຣູ​ຊາ​ເລັມ​ໃໝ່​ໃນ​ຍຸກ​ສຸດ​ທ້າຍ (ອີ​ເທີ 13:4). ແລະ ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ “ມຸ້ງ​ຫວັງ​ສຳ​ລັບ​ໂລກ​ທີ່​ຈະ​ດີ​ກວ່າ​ນີ້, ແທ້​ຈິງ​ແລ້ວ, ແມ່ນ​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” (ອີ​ເທີ 12:4). ແຕ່​ຊາວ​ຢາ​ເຣັດ​ໄດ້​ປະ​ຕິ​ເສດ​ຖ້ອຍ​ຄຳ​ຂອງ​ເພິ່ນ, ເພາະ​ເຫດ​ຜົນ​ດຽວ​ກັນ​ກັບ​ທີ່​ຜູ້​ຄົນ​ປະ​ຕິ​ເສດ​ຄຳ​ທຳ​ນາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ວັນ​ນີ້—“ຍ້ອນ​ວ່າ​ພວກ​ເຂົາ​ບໍ່ [ເຫັນ] ມັນ” (ອີ​ເທີ 12:5). ຕ້ອງ​ມີ​ສັດ​ທາ​ກ່ອນ​ຈະ​ເຊື່ອ​ໃນ​ຄຳ​ສັນ​ຍາ ຫລື ໃນ​ຄຳ​ເຕືອນ​ກ່ຽວ​ກັບ​ເລື່ອງ​ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ, ຄື​ກັນ​ກັບ​ອີ​ເທີ​ທີ່​ຕ້ອງ​ມີ​ສັດ​ທາ​ທີ່​ຈະ​ທຳ​ນາຍ​ເຖິງ “ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” ຕໍ່​ຜູ້​ຄົນ​ທີ່​ບໍ່​ເຊື່ອ. ໂມ​ໂຣ​ໂນ​ຕ້ອງ​ມີ​ສັດ​ທາ​ທີ່​ຈະ​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປ່ຽນ “ຄວາມ​ອ່ອນ​ແອ​ຂອງ​ການ​ຂຽນ” ຂອງ​ເພິ່ນ ໃຫ້​ກັບ​ເປັນ​ຄວາມ​ເຂັ້ມ​ແຂງ (ເບິ່ງ ອີ​ເທີ 12:23–27). ມັນ​ແມ່ນ​ສັດ​ທາ​ແບບ​ນີ້​ແຫລະ ທີ່​ເຮັດ​ໃຫ້​ເຮົາ “ແນ່​ໃຈ ແລະ ແນ່ວ​ແນ່, ເຮັດ​ວຽກ​ງານ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ, ອັນ​ຈະ​ນຳ​ໄປ​ຫາ​ການ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ” (ອີ​ເທີ 12:4). ແລະ ມັນ​ແມ່ນ​ສັດ​ທາ​ແບບ​ນີ້ ຊຶ່ງ​ໂດຍ​ການ​ນັ້ນ “ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ” (ອີ​ເທີ 12:3).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ອີ​ເທີ 12

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ນຳ​ໄປ​ສູ່​ການ​ມະ​ຫັດ​ສະ​ຈັນ.

ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ໃນ​ທຸກ​ວັນ​ນີ້, ດັ່ງ​ທີ່​ມັນ​ໄດ້​ເປັນ​ໃນ​ວັນ​ເວ​ລາ​ຂອງ​ອີ​ເທີ, ທີ່​ຫລາຍ​ຄົນ​ຢາກ​ເຫັນ​ຫລັກ​ຖານ​ກ່ອນ​ພວກ​ເຂົາ​ຈະ​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ໃນ​ອຳ​ນາດ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ອີ​ເທີ 12:5–6 ກ່ຽວ​ກັບ​ຄວາມ​ຄິດ​ນີ້?

ຂະ​ນະ​ທີ່​ທ່ານ​ອ່ານ ອີ​ເທີ 12, ທ່ານ​ອາດ​ຢາກ​ໝາຍ​ເຫດ​ທຸກໆ​ເທື່ອ​ທີ່​ທ່ານ​ພົບ​ເຫັນ​ຄຳ​ວ່າ “ສັດ​ທາ.” ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ແຕ່​ລະ​ເຫດ​ການ​ສິດ​ສອນ​ກ່ຽວ​ກັບ​ສັດ​ທາ. ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ໄດ້: ແມ່ນ​ຫຍັງ​ຄື​ສັດ​ທາ? ການ​ໃຊ້​ສັດ​ທາ​ໝາຍ​ຄວາມ​ວ່າ​ແນວ​ໃດ? ແມ່ນ​ຫຍັງ​ຄື​ຜົນ​ຂອງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ກໍ​ຍັງ​ສາ​ມາດ​ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ພະ​ຍານ​ທີ່​ທ່ານ​ໄດ້​ຮັບ​ນຳ​ອີກ “ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ” (ອີ​ເທີ 12:6).

ເບິ່ງ Russell M. Nelson, “Christ Is Risen; Faith in Him Will Move Mountains,” Liahona, May 2021, 101–4 ນຳ​ອີກ.

ປ່ອຍ​ໃຫ້​ຄົນ​ອື່ນ​ແບ່ງ​ປັນ, ແລະ ບາງ​ເທື່ອ​ສິດ​ສອນ. ຜູ້​ຄົນ​ຈະ​ຮຽນ​ຮູ້​ໄດ້​ດີ​ທີ່​ສຸດ​ເມື່ອ​ເຂົາ​ເຈົ້າ​ມີ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ຢູ່ ຫລື ແມ່ນ​ແຕ່​ສິດ​ສອນ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ເປັນ​ທາງ​ການ. ບໍ່​ວ່າ​ຈະ​ຢູ່​ທີ່​ບ້ານ ຫລື ທີ່​ໂບດ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຄົນ​ອື່ນ, ລວມ​ທັງ​ຊາວ​ໜຸ່ມ, ສິດ​ສອນ​ສ່ວນ​ໃດ​ໜື່ງ​ຂອງ​ບົດ​ຮຽນ.

ອີ​ເທີ 12:1–9, 28, 32

ພຣະ​ເຢ​ຊູ​ໃຫ້ “ຄວາມ​ຫວັງ​ອັນ​ປະ​ເສີດ​ທີ່​ສຸດ” ແກ່​ເຮົາ.

ນອກ​ເໜືອ​ຈາກ​ຄວາມ​ຮູ້​ກ່ຽວ​ກັບ​ສັດ​ທາ​ທີ່​ເລິກ​ເຊິ່ງ​ແລ້ວ, ອີ​ເທີ 12 ກໍ​ຍັງ​ມີ​ຫລາຍ​ສິ່ງ​ທີ່​ຈະ​ກ່າວ​ກ່ຽວ​ກັບ​ຄວາມ​ຫວັງ​ນຳ​ອີກ. ປ່ອຍ​ໃຫ້​ຄຳ​ຖານ​ເຫລົ່າ​ນີ້​ນຳ​ພາ​ການ​ສຶກ​ສາ​ຂອງ​ທ່ານ.

  • ແມ່ນ​ຫຍັງ​ຄື​ເຫດ​ຜົນ​ທີ່​ອີ​ເທີ​ໄດ້ “ມຸ້ງ​ຫວັງ​ສຳ​ລັບ​ໂລກ​ທີ່​ຈະ​ດີ​ກວ່າ​ນີ້”? (ເບິ່ງ ອີ​ເທີ 12:2–5).

  • ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ສະ​ໝໍ? ຄວາມ​ຫວັງ​ເຮັດ​ຫຍັງ​ແດ່​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ທ່ານ ທີ່​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ສະ​ໝໍ​ເຮັດ​ສຳ​ລັບ​ເຮືອ? (ເບິ່ງ ອີ​ເທີ 12:4).

  • ເຮົາ​ຄວນ​ມຸ້ງ​ຫວັງ​ຫຍັງ​ແດ່? (ເບິ່ງ ອີ​ເທີ 12:4; ໂມ​ໂຣ​ໄນ 7:41).

  • ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້ “ຄວາມ​ຫວັງ​ອັນ​ປະ​ເສີດ​ທີ່​ສຸດ” ແກ່​ທ່ານ​ແນວ​ໃດ? (ອີ​ເທີ 12:32).

ເບິ່ງ ໂມ​ໂຣ​ໄນ 7:40–41; Jeffrey R. Holland, “A Perfect Brightness of Hope,” Liahona, May 2020, 81–84 ນຳ​ອີກ.

ອີ​ເທີ 12:23–29

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ກາຍ​ເປັນ​ຄວາມ​ເຂັ້ມ​ແຂງ​ໄດ້.

ເມື່ອ​ເຮົາ​ອ່ານ​ການ​ຂຽນ​ທີ່​ມີ​ພະ​ລັງ​ຂອງ​ໂມ​ໂຣ​ໂນ, ມັນ​ງ່າຍ​ທີ່​ຈະ​ລືມ​ໄປ​ວ່າ ເພິ່ນ​ໄດ້​ເປັນ​ຫ່ວງ​ກັບ “ຄວາມ​ອ່ອນ​ແອ​ຂອງ​ການ​ຂຽນ” ຂອງ​ເພິ່ນ ແລະ ຢ້ານ​ວ່າ​ຜູ້​ຄົນ​ຈະ​ເຍາະ​ເຍີ້ຍ​ຖ້ອຍ​ຄຳ​ຂອງ​ເພິ່ນ (ເບິ່ງ ອີ​ເທີ 12:23–25). ຖ້າ​ຫາກ​ທ່ານ​ເຄີຍ​ຮູ້​ສຶກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ​ຂອງ​ທ່ານ​ເອງ, ໃຫ້​ອ່ານ​ກ່ຽວ​ກັບ​ການ​ຕໍ່​ສູ້​ດີ້ນ​ລົນ​ຂອງ​ໂມ​ໂຣ​ໄນ—ແລະ ການ​ຕອບ​ຮັບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ຢູ່​ໃນ ອີ​ເທີ 12:23–29. ທ່ານ​ອາດ​ໄຕ່​ຕອງ​ເວ​ລາ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ເຫລືອ​ທ່ານ​ໃຫ້​ຮັບ​ຮູ້​ຄວາມ​ອ່ອນ​ແອ​ຂອງ​ທ່ານ ແລະ ໄດ້​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ—ເຖິງ​ແມ່ນ​ວ່າ​ພຣະ​ອົງ​ບໍ່​ໄດ້​ລົບ​ລ້າງ​ມັນ​ທັງ​ໝົດ​ກໍ​ຕາມ. ພ້ອມ​ນີ້​ກໍ​ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ​ຕ່າງໆ​ທີ່​ທ່ານ​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ​ຢູ່​ໃນ​ເວ​ລາ​ນີ້. ທ່ານ​ຕ້ອງ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ “ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ”? (ອີ​ເທີ 12:27).

ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ຈະ​ເຫັນ​ວ່າ​ຄົນ​ອື່ນ​ຢູ່​ໃນ​ພຣະ​ຄຳ​ພີ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ:

ເບິ່ງ Gospel Topics, “Grace,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ເຮົາ​ຮູ້​ວ່າ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 65.

ອີ​ເທີ 13:13–22; 14–15

ການ​ປະ​ຕິ​ເສດ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເຮົາ​ໄປ​ສູ່​ສິ່ງ​ອັນ​ຕະ​ລາຍ​ທາງ​ວິນ​ຍານ.

ການ​ເປັນ​ກະ​ສັດ​ຂອງ​ຊາວ​ຢາ​ເຣັດ, ຕາມ​ປະ​ຫວັດ​ສາດ, ເປັນ​ຕຳ​ແໜ່ງ​ທີ່​ອັນ​ຕະ​ລາຍ. ມັນ​ເປັນ​ຄວາມ​ຈິງ​ໂດຍ​ສະ​ເພາະ​ສຳ​ລັບ​ໂຄ​ຣິ​ອານ​ທະ​ເມີ, ດັ່ງ​ທີ່​ຫລາຍ​ຄົນ​ຊຶ່ງ​ເປັນ “ພວກ​ຍິ່ງ​ໃຫຍ່ … ພະ​ຍາ​ຍາມ​ທຳ​ລາຍ [ເພິ່ນ]” (ອີ​ເທີ 13:15–16). ໃນ ອີ​ເທີ 13:15–22, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ໂຄ​ຣິ​ອານ​ທະ​ເມີ​ໄດ້​ເຮັດ ເພື່ອ​ປ້ອງ​ກັນ​ຕົວ​ເອງ ແລະ ສິ່ງ​ທີ່​ສາດ​ສະ​ດາ​ອີ​ເທີ​ໄດ້​ແນະ​ນຳ​ເພິ່ນ​ໃຫ້​ເຮັດ​ແທນ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ໜັງ​ສື​ອີ​ເທີ, ໃຫ້​ໄຕ່​ຕອງ​ຜົນ​ສະ​ທ້ອນ​ຂອງ​ການ​ປະ​ຕິ​ເສດ​ສາດ​ສະ​ດາ. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ເມື່ອ “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ [ເລີກ​ລົ້ມ] ຄວາມ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ”? (ອີ​ເທີ 15:19). ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ເຫລົ່າ​ນີ້? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ອີ​ເທີ 12:6–22

ສັດ​ທາ​ຄື​ການ​ເຊື່ອ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ.

  • ໃຫ້​ຄິດ​ທີ່​ຈະ​ຊ່ວຍ​ລູກໆ​ຂອງ​ທ່ານ​ກ່າວ​ຊ້ຳ​ກັບ​ທ່ານ​ຄຳ​ທີ່​ວ່າ “ສັດ​ທາ​ຄື​ສິ່ງ​ທີ່​ມຸ້ງ​ຫວັງ​ໄວ້ ແລະ ຍັງ​ບໍ່​ທັນ​ເຫັນ” ຈາກ ອີ​ເທີ 12:6. ພວກ​ເຂົາ​ອາດ​ມັກ​ເບິ່ງ​ຮູບ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ຕົວ​ຢ່າງ​ຂອງ​ສັດ​ທາ​ຢູ່​ໃນ ອີ​ເທີ 12:13–15, 19–21 (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 78, 85, ແລະ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້). ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ອະ​ທິ​ບາຍ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ເລື່ອງ​ລາວ​ແຕ່​ລະ​ເລື່ອງ​ນີ້. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ເພື່ອ​ຊ່ວຍ​ພວກ​ທ່ານ​ໃຫ້​ສົນ​ທະ​ນາ​ຕົວ​ຢ່າງ​ຂອງ​ສັດ​ທາ​ເຫລົ່າ​ນີ້:

    • ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ມຸ້ງ​ຫວັງ​ຫຍັງ​ແດ່?

    • ສັດ​ທາ​ຂອງ​ເຂົາ​ເຈົ້າ​ຖືກ​ທົດ​ລອງ​ແນວ​ໃດ?

    • ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ຍ້ອນ​ສັດ​ທາ​ຂອງ​ພວກ​ເຂົາ?

    ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ທ່ານ​ໃນ​ການ​ໃຊ້​ສັດ​ທາ​ເຊັ່ນ​ກັນ.

ອີ​ເທີ 12:4, 32

ຄວາມ​ຫວັງ​ແມ່ນ​ຄື​ກັນ​ກັບ​ສະ​ໝໍ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ.

  • ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່ ອີ​ເທີ 12:4 ສິດ​ສອນ​ກ່ຽວ​ກັບ​ຄວາມ​ຫວັງ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ເຮືອ ແລະ ສະ​ໝໍ. ເປັນ​ຫຍັງ​ເຮືອ​ຈຶ່ງ​ຕ້ອງ​ການ​ສະ​ໝໍ? ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຮືອ​ທີ່​ບໍ່​ມີ​ສະ​ໝໍ? ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ອີ​ເທີ 12:4 ນຳ​ກັນ, ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ຄວາມ​ຫວັງ​ຊ່ວຍ​ເຮົາ​ໃນ​ທຳ​ນອງ​ດຽວ​ກັນ​ກັບ​ທີ່​ສະ​ໝໍ​ຊ່ວຍ​ເຮືອ​ແນວ​ໃດ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ແຕ້ມ​ຮູບ​ເຮືອ ແລະ ສະ​ໝໍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ສິດ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ຫວັງ.

  • ຖ້າ​ຫາກ​ລູກໆ​ຂອງ​ທ່ານ​ຕ້ອງ​ການ​ນິ​ຍາມ​ຂອງ​ຄຳ​ວ່າ ຄວາມ​ຫວັງ, ໃຫ້​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ຢ່າງ​ໜຶ່ງ​ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ, “ຄວາມ​ຫວັງ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ອີງ​ຕາມ​ນິ​ຍາມ​ນີ້ ແລະ ອີ​ເທີ 12:4, 32, ເຮົາ​ຄວນ​ມຸ້ງ​ຫວັງ​ຫຍັງ​ແດ່? (ເບິ່ງ ໂມ​ໂຣ​ໄນ 7:40–42 ນຳ​ອີກ). ຊ່ວຍ​ລູກໆ​ຂອງ​ທ່ານ​ຄິດ​ຫາ​ຖ້ອຍ​ຄຳ​ອື່ນໆ​ສຳ​ລັບ ຄວາມ​ຫວັງ, ພ້ອມ​ທັງ​ຖ້ອຍ​ຄຳ​ທີ່​ມີ​ຄວາມ​ໝາຍ​ກົງ​ກັນ​ຂ້າມ​ກັບ​ຄຳ​ທີ່​ວ່າ ຄວາມ​ຫວັງ. ພວກ​ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ບາງ​ຢ່າງ​ນຳ​ກັນ ທີ່​ໃຫ້​ຄວາມ​ຫວັງ​ແກ່​ພວກ​ທ່ານ​ນຳ​ອີກ.

ອີ​ເທີ 12:23–29

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເຂັ້ມ​ແຂງ​ທາງ​ວິນ​ຍານ.

  • ບາງ​ເທື່ອ​ເດັກ​ນ້ອຍ​ຈະ​ປະ​ເຊີນ​ສະ​ພາບ​ການ ຊຶ່ງ​ໃນ​ນັ້ນ​ພວກ​ເຂົາ​ຮູ້​ສຶກ​ອ່ອນ​ແອ, ດັ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ຮູ້​ສຶກ. ຊ່ວຍ​ລູກໆ​ຂອງ​ທ່ານ​ຄົ້ນ​ຫາ​ວ່າ ເປັນ​ຫຍັງ​ໂມ​ໂຣ​ໄນ​ຈຶ່ງ​ຮູ້​ສຶກ​ແບບ​ນີ້ ຢູ່​ໃນ ອີ​ເທີ 12:23–25, ແລະ ຖາມ​ພວກ​ເຂົາ​ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຄີຍ​ມີ​ຄວາມ​ຮູ້​ສຶກ​ຄ້າຍ​ຄື​ກັນ​ບໍ. ແລ້ວ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ອ່ານ ຂໍ້​ທີ 26–27 ເພື່ອ​ຄົ້ນ​ຫາ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ໂມ​ໂຣ​ໄນ​ແນວ​ໃດ.

  • ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຂອງ​ສິ່ງ​ທີ່​ອ່ອນ​ແອ ແລະ ສິ່ງ​ທີ່​ແຂງ​ແກ່ນ. ແລ້ວ​ທ່ານ​ສາ​ມາດ​ຕື່ມ​ຖ້ອຍ​ຄຳ ແລະ ວະ​ລີ​ຈາກ ອີ​ເທີ 12:23–29 ໃສ່​ໃນ​ຮູບ​ແຕ້ມ​ຂອງ​ພວກ​ເຂົາ ທີ່​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປ່ຽນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໃຫ້​ເປັນ​ຄວາມ​ເຂັ້ມ​ແຂງ​ແນວ​ໃດ. ຊຸກ​ຍູ້​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ​ທີ່​ພວກ​ເຂົາ​ມີ ແລະ ແລ້ວ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ຈະ​ເຂັ້ມ​ແຂງ​ຂຶ້ນ. ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ທ່ານ​ໃຫ້​ເຂັ້ມ​ແຂງ​ພໍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຍາກ​ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ອີ​ເທີ​ກຳ​ລັງ​ນັ່ງ​ຄຸ​ເຂົ່າ​ຢູ່​ທີ່​ປາກ​ຖ້ຳ

Marvelous Were the Prophecies of Ether [ຄຳ​ທຳ​ນາຍ​ຂອງ​ອີ​ເທີ​ແມ່ນ​ໜ້າ​ອັດ​ສະ​ຈັນ], ໂດຍ ວາວ​ເຕີ ເຣນ