ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 9–15 ເດືອນ​ທັນ​ວາ: “ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ.” ໂມ​ໂຣ​ໄນ 7–9


“ວັນ​ທີ 9–15 ເດືອນ​ທັນ​ວາ: ‘ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ.’ ໂມ​ໂຣ​ໄນ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 9–15 ເດືອນ​ທັນ​ວາ. ໂມ​ໂຣ​ໄນ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

ມິ​ເນີ​ວາ ໄທ​ເກີດ (1888–1976), Moroni: The Last Nephite [ໂມ​ໂຣ​ໄນ: ຊາວ​ນີ​ໄຟ​ຄົນ​ສຸດ​ທ້າຍ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 34 3/4 × 47 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969

ວັນ​ທີ 9–15 ເດືອນ​ທັນ​ວາ: “ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ”

ໂມ​ໂຣ​ໄນ 7–9

ກ່ອນ​ໂມ​ໂຣ​ໄນ​ໄດ້​ສະ​ຫລຸບ​ບັນ​ທຶກ ທີ່​ເຮົາ​ຮູ້​ຈັກ​ກັນ​ໃນ​ທຸກ​ວັນ​ນີ້ ວ່າ​ເປັນ​ພຣະ​ຄຳ​ພີ​ມໍ​ມອນ ດ້ວຍ​ຖ້ອຍ​ຄຳ​ສຸດ​ທ້າຍ​ຂອງ​ເພິ່ນ​ເອງ, ເພິ່ນ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ສາມ​ຢ່າງ​ຈາກ​ມໍ​ມອນ, ບິ​ດາ​ຂອງ​ເພິ່ນ: ຊຶ່ງ​ກ່າວ​ຕໍ່ “ຜູ້​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ” (ໂມ​ໂຣ​ໄນ 7:3) ແລະ ຈົດ​ໝາຍ​ສອງ​ສະ​ບັບ​ທີ່​ມໍ​ມອນ​ໄດ້​ຂຽນ​ເຖິງ​ໂມ​ໂຣ​ໄນ. ບາງ​ທີ​ໂມ​ໂຣ​ໄນ​ໄດ້​ລວມ​ຂ່າວ​ສານ​ເຫລົ່າ​ນີ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເພາະ​ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ຄວາມ​ຫຍຸ້ງ​ຍາກ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ ແລະ ຂອງ​ເຮົາ. ຕອນ​ທີ່​ຖ້ອຍ​ຄຳ​ເຫລົ່າ​ນີ້​ຖືກ​ຂຽນ, ຜູ້​ຄົນ​ຂອງ​ຊາວ​ນີ​ໄຟ​ກຳ​ລັງ​ຫັນ​ໜີ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ເຂົາ​ຫລາຍ​ຄົນ​ໄດ້ “ສູນ​ເສຍ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ກັນ” ແລະ ເບີກ​ບານ​ໃນ “ທຸກ​ສິ່ງ​ທຸກ​ຢ່າງ​ນອກ​ຈາກ​ສິ່ງ​ທີ່​ດີ” (ໂມ​ໂຣ​ໄນ 9:5, 19). ແຕ່​ມໍ​ມອນ​ຍັງ​ມີ​ເຫດ​ຜົນ​ສຳ​ລັບ​ຄວາມ​ຫວັງ, ສິດ​ສອນ​ເຮົາ​ວ່າ ຄວາມ​ຫວັງ​ບໍ່​ໄດ້​ໝາຍ​ເຖິງ ການ​ບໍ່​ສົນ​ໃຈ ຫລື ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ບັນ​ຫາ​ຂອງ​ໂລກ. ຄວາມ​ຫວັງ​ໝາຍ​ເຖິງ​ການ​ມີ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ຍິ່ງ​ໃຫຍ່​ກວ່າ ແລະ ທົນ​ທານ​ກວ່າ​ບັນ​ຫາ​ເຫລົ່າ​ນີ້. ມັນ​ໝາຍ​ເຖິງ “[ການ] ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້” (ໂມ​ໂຣ​ໄນ 7:19). ມັນ​ໝາຍ​ເຖິງ​ການ​ປ່ອຍ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ “ແລະ ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ, ມີ​ຢູ່​ໃນ​ຈິດ​ໃຈ​ຂອງ​ທ່ານ” (ໂມ​ໂຣ​ໄນ 9:25).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂມ​ໂຣ​ໄນ 7:12–20

ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຊ່ວຍ​ເຮົາ​ໃຫ້​ຮູ້​ລະ​ຫວ່າງ​ຄວາມ​ຈິງ ແລະ ຄວາມ​ຜິດ.

ຫລາຍ​ຄົນ​ສົງ​ໄສ​ວ່າ, “ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ຖ້າ​ຫາກ​ວ່າ​ຄວາມ​ປະ​ທັບ​ໃຈ​ມາ​ຈາກ​ພຣະ​ເຈົ້າ ຫລື ວ່າ​ມາ​ຈາກ​ຄວາມ​ຄິດ​ຂອງ​ເຮົາ​ເອງ?” ຫລື “ໂດຍ​ທີ່​ມີ​ການ​ຫລອກ​ລວງ​ຢ່າງ​ຫລວງ​ຫລາຍ​ໃນ​ທຸກ​ວັນ​ນີ້, ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ຖືກ ຫລື ອັນ​ໃດ​ຜິດ?” ຖ້ອຍ​ຄຳ​ຂອງ​ມໍ​ມອນ ຢູ່​ໃນ ໂມ​ໂຣ​ໄນ 7 ໃຫ້​ຫລັກ​ທຳ​ຫລາຍ​ຢ່າງ​ແກ່​ເຮົາ ທີ່​ເຮົາ​ສາ​ມາດ​ໃຊ້​ເພື່ອ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້. ໃຫ້​ຊອກ​ຫາ​ມັນ ໂດຍ​ສະ​ເພາະ​ໃນ ຂໍ້​ທີ 12–20. ທ່ານ​ສາ​ມາດ​ໃຊ້​ຄວາມ​ຈິງ​ເຫລົ່າ​ນີ້​ເພື່ອ​ຊ່ວຍ​ໃຫ້​ທ່ານ​ປະ​ເມີນ​ຂ່າວ​ສານ​ທີ່​ທ່ານ​ປະ​ເຊີນ ແລະ ປະ​ສົບ​ການ​ທີ່​ທ່ານ​ມີ​ໃນ​ອາ​ທິດ​ນີ້.

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ຄວາມ​ສະ​ຫວ່າງ, ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Patterns of Light: Discerning Light” (ວິ​ດີ​ໂອ) ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໂມ​ໂຣ​ໄນ 7:20–48

ຍ້ອນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ “ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້.”

ມໍ​ມອນ​ໄດ້​ຖາມ​ຄຳ​ຖາມ​ທີ່​ເບິ່ງ​ຄື​ວ່າ​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ທຸກ​ວັນ​ນີ້​ວ່າ: “ຈະ​ເປັນ​ໄປ​ໄດ້​ແນວ​ໃດ [ທີ່​ຈະ] ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້?” (ໂມ​ໂຣ​ໄນ 7:20). ແລ້ວ​ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ. ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້​ທີ 20–48, ໃຫ້​ຊອກ​ຫາ​ວ່າ ຄຸນ​ລັກ​ສະ​ນະ​ແຕ່​ລະ​ຢ່າງ​ຈະ​ຊ່ວຍ​ທ່ານ​ພົບ​ເຫັນ ແລະ “ຍຶດ​ຖື” ພຣະ​ກະ​ລຸ​ນາ​ທິ​ຄຸນ​ທີ່​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ເປັນ​ຫຍັງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ຈຶ່ງ​ຈຳ​ເປັນ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ເບິ່ງ “Mormon’s Teachings about Faith, Hope, and Charity” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໂມ​ໂຣ​ໄນ 7:44–48

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”

ມໍ​ມອນ​ໄດ້​ສັງ​ເກດ​ເຫັນ​ວ່າ ສັດ​ທາ ແລະ ຄວາມ​ຫວັງ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ນຳ​ພາ​ເຮົາ​ໃຫ້​ມີ​ຄວາມ​ໃຈ​ບຸນ. ແຕ່​ຄວາມ​ໃຈ​ບຸນ​ຄື​ຫຍັງ? ທ່ານ​ອາດ​ຂຽນ​ວ່າ ຄວາມ​ໃຈ​ບຸນ​ຄື … ແລະ ແລ້ວ​ອ່ານ ໂມ​ໂຣ​ໄນ 7:44–48, ຊອກ​ຫາ​ຖ້ອຍ​ຄຳ ຫລື ວະ​ລີ​ທີ່​ສາ​ມາດ​ປະ​ກອບ​ປະ​ໂຫຍກ​ນີ້​ໃຫ້​ສົມ​ບູນ. ເມື່ອ​ທ່ານ​ເຮັດ​ສຳ​ເລັດ​ແລ້ວ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້​ພຣະ​ນານ​ຂອງ ພຣະ​ເຢ​ຊູ​ຄຣິດ ແທນ​ຄຳ​ວ່າ ຄວາມ​ໃຈ​ບຸນ. ສິ່ງ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ພຣະ​ເຢ​ຊູ​ຄຣິດ​ໄດ້​ສາ​ທິດ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ແນວ​ໃດ? ໃຫ້​ຄິດ​ເຖິງ​ຕົວ​ຢ່າງ​ຈາກ​ພຣະ​ຄຳ​ພີ ແລະ ຈາກ​ຊີ​ວິດ​ຂອງ​ທ່ານ​ເອງ?

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສັງ​ເກດ​ວ່າ: “ເຫດ​ຜົນ​ທີ່​ຄວາມ​ໃຈ​ບຸນ​ບໍ່​ເຄີຍ​ລົ້ມ​ເຫລວ ແລະ ເຫດ​ຜົນ​ທີ່​ຄວາມ​ໃຈ​ບຸນ​ຍິ່ງ​ໃຫຍ່​ຫລາຍ​ກວ່າ​ເກົ່າ ແມ່ນ​ແຕ່​ຍິ່ງ​ໃຫຍ່​ກວ່າ​ການ​ກະ​ທຳ​ຄວາມ​ດີ​ທີ່​ສຳ​ຄັນ​ທີ່​ສຸດ … ຄື​ວ່າ ຄວາມ​ໃຈ​ບຸນ​ນັ້ນ, ‘ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ’ [ໂມ​ໂຣ​ໄນ 7:47], ບໍ່​ແມ່ນ ການ​ກະ​ທຳ ແຕ່​ແມ່ນ ສະ​ພາບ ຫລື ການ​ເປັນ​ຄົນ​ໃຈ​ບຸນ. … ຄວາມ​ໃຈ​ບຸນ​ຄື​ສິ່ງ​ທີ່​ບຸກ​ຄົນ​ກາຍ​ເປັນ” (“The Challenge to Become,” Ensign, Nov. 2000, 34). ໂດຍ​ມີ​ຄຳ​ຖະ​ແຫລງ​ການ​ນີ້​ຢູ່​ໃນ​ໃຈ, ທ່ານ​ສາ​ມາດ​ອ່ານ​ຂ່າວ​ສານ​ຂອງ​ແອວ​ເດີ ມາ​ຊີ​ໂມ ເດ​ເຟ​ໂອ “Pure Love: The True Sign of Every True Disciple of Jesus Christ” (Liahona, May 2018, 81–83). ຄວາມ​ໃຈ​ບຸນ​ມີ​ຜົນ​ກະ​ທົບ​ຕໍ່​ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ​ແນວ​ໃດ? ທ່ານ​ສາ​ມາດ “ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ໃຈ​ບຸນ” ໄດ້​ແນວ​ໃດ? (ຂໍ້​ທີ 46).

ເບິ່ງ 1 ໂກ​ຣິນ​ໂທ 13:1–13; ອີ​ເທີ 12:33–34; “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48; “Charity: An Example of the Believers” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Charity,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຊ້​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ບາງ​ທີ​ການ​ຄິດ​ເຖິງ​ຕັ່ງ​ສາມ​ຂາ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ (ເບິ່ງ Dieter F. Uchtdorf, “The Infinite Power of Hope,” Liahona, Nov. 2008, 21–24).

ໂມ​ໂຣ​ໄນ 9:3–5

ຄວາມ​ໃຈ​ຮ້າຍ​ນຳ​ໄປ​ສູ່​ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ທຸກ​ທໍ​ລະ​ມານ.

ກົງ​ກັນ​ຂ້າມ​ກັບ​ຂ່າວ​ສານ​ແຫ່ງ​ຄວາມ​ຮັກ​ຂອງ​ມໍ​ມອນ​ຢູ່​ໃນ ໂມ​ໂຣ​ໄນ 7:44–48, ສານ​ສະ​ບັບ​ທີ​ສອງ​ຂອງ​ມໍ​ມອນ​ເຖິງ​ໂມ​ໂຣ​ໄນ​ແມ່ນ​ລວມ​ທັງ​ຄຳ​ເຕືອນ​ຕໍ່​ຕ້ານ​ກັບ​ບາງ​ສິ່ງ​ທີ່​ຫລາຍ​ຄົນ​ຕໍ່​ສູ້​ດີ້ນ​ລົນ​ໃນ​ທຸກ​ວັນ​ນີ້ ນັ້ນ​ຄື—ຄວາມ​ໃຈ​ຮ້າຍ. ອີງ​ຕາມ ໂມ​ໂຣ​ໄນ 9:3–5, ຜົນ​ທີ່​ຕາມ​ມາ​ບາງ​ຢ່າງ​ຈາກ​ຄວາມ​ໃຈ​ຮ້າຍ​ຂອງ​ຊາວ​ນີ​ໄຟ​ນັ້ນ​ມີ​ຫຍັງ​ແດ່? ມີ​ຄຳ​ເຕືອນ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ ຂໍ້​ທີ 3–5, 18–20, 23?

ເບິ່ງ Gordon B. Hinckley, “Slow to Anger,” Liahona, Nov. 2007, 62–66 ນຳ​ອີກ.

ໂມ​ໂຣ​ໄນ 9:25–26

ເຮົາ​ສາ​ມາດ​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຫລັງ​ຈາກ​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ທີ່​ເພິ່ນ​ໄດ້​ເຫັນ​ແລ້ວ, ມໍ​ມອນ​ໄດ້​ບອກ​ລູກ​ຊາຍ​ຂອງ​ເພິ່ນ​ບໍ່​ໃຫ້​ໂສກ​ເສົ້າ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ມໍ​ມອນ​ເລື່ອງ​ຄວາມ​ຫວັງ? ພຣະ​ຄຣິດ​ຈະ “ຍົກ [ທ່ານ] ຂຶ້ນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ໃດ​ແດ່​ທີ່ “ມີ​ຢູ່​ໃນ​ຈິດ​ໃຈ​ຂອງ [ທ່ານ]” ແລະ ໃຫ້​ຄວາມ​ຫວັງ​ແກ່​ທ່ານ? (ໂມ​ໂຣ​ໄນ 9:25).

ເບິ່ງ Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84 ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໂຣ​ໄນ 7:33

ຖ້າ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ເຮັດ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເບິ່ງ​ຮູບ​ສາມ​ສີ່​ໃບ​ນຳ​ກັນ ທີ່​ສະ​ແດງ​ໃຫ້​ເຫັນ​ບາງ​ຄົນ​ຈາກ​ພຣະ​ຄຳ​ພີ ທີ່​ກຳ​ລັງ​ສຳ​ເລັດ​ສິ່ງ​ທີ່​ສຳ​ຄັນ​ບາງ​ຢ່າງ (ເບິ່ງ, ຍົກ​ຕົວ​ຢ່າງ, ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 19, 70, 7881). ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຕົວ​ຢ່າງ​ເຫລົ່າ​ນີ້​ແນວ​ໃດ? ແລ້ວ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ ໂມ​ໂຣ​ໄນ 7:33, ຊອກ​ຫາ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ເມື່ອ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ນຳ​ກັນ ຕອນ​ທີ່​ພຣະ​ເຈົ້າ​ໄດ້​ອວຍ​ພອນ​ທ່ານ​ດ້ວຍ​ອຳ​ນາດ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ໂມ​ໂຣ​ໄນ 7:41

ການ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ.

  • ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 7:41 ໃຫ້​ລູກໆ​ຟັງ, ບາງ​ທີ​ພວກ​ເຂົາ​ສາ​ມາດ​ຍົກ​ມື​ຂຶ້ນ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ມໍ​ມອນ​ກ່າວ​ເຖິງ​ສິ່ງ​ທີ່​ເຮົາ​ຄວນ​ມຸ້ງ​ຫວັງ. ບອກ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຫວັງ​ທີ່​ທ່ານ​ຮູ້​ສຶກ ຍ້ອນ​ພຣະ​ເຢ​ຊູ​ຄຣິດ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຄິດ​ເຖິງ​ຄົນ​ໃດ​ຄົນ​ໜຶ່ງ ຜູ້​ທີ່​ອາດ​ມີ​ຄວາມ​ຫຍຸ້ງ​ຍາກ​ກັບ​ອັນ​ໃດ​ບາງ​ຢ່າງ. ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ໃຫ້​ບຸກ​ຄົນ​ນັ້ນ​ທີ່​ສາ​ມາດ​ເຕືອນ​ເຂົາ​ໃຫ້​ມີ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ.

ໂມ​ໂຣ​ໄນ 7:40–41; 9:25–26

ເຮົາ​ສາ​ມາດ​ມີ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ, ແມ່ນ​ແຕ່​ລະ​ຫວ່າງ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ.

  • ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສາ​ມາດ​ເອົາ​ນ້ຳ​ໃສ່​ພາ​ຊະ​ນະ​ໃສ ແລະ ວາງ​ສິ່ງ​ຂອງ​ສອງ​ຢ່າງ​ລົງ​ໃນ​ນ້ຳ—ອັນ​ໜຶ່ງ​ຟູ ແລະ ອີກ​ອັນ​ໜຶ່ງ​ຈົມ. ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ໂມ​ໂຣ​ໄນ 7:40–41 ແລະ 9:25–26 ນຳ​ກັນ, ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ສິ່ງ​ທີ່​ຄວາມ​ຫວັງ​ເຮັດ​ຫຍັງ​ເພື່ອ​ເຮົາ. ແລ້ວ​ພວກ​ເຂົາ​ສາ​ມາດ​ປຽບ​ທຽບ​ສິ່ງ​ຂອງ​ທີ່​ຟູ​ໃສ່​ກັບ​ຄົນໆ​ໜຶ່ງ ຜູ້​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ. ພຣະ​ອົງ “ຍົກ [ເຮົາ] ຂຶ້ນ” ແນວ​ໃດ​ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ? ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ຮັກ​ສາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ທີ່​ໃຫ້​ກຳ​ລັງ​ໃຈ​ຂອງ​ພຣະ​ອົງ​ໄວ້ “ຢູ່​ໃນ​ຈິດ​ໃຈ [ຂອງ​ພວກ​ເຂົາ] ຕະ​ຫລອດ​ໄປ.”

ໂມ​ໂຣ​ໄນ 7:45–48

“ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”

  • ເພງ​ກ່ຽວ​ກັບ​ຄວາມ​ຮັກ, ດັ່ງ​ເຊັ່ນ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48), ອາດ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ວ່າ ຄວາມ​ໃຈ​ບຸນ​ນັ້ນ​ຄື​ຫຍັງ? ທ່ານ​ສາ​ມາດ​ອ່ານ ຫລື ສະ​ຫລຸບ ໂມ​ໂຣ​ໄນ 7:47 ແລະ ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ແຕ້ມ​ຮູບ​ຂອງ​ຕົນ​ເອງ​ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນ​ໃດ​ຄົນ​ໜຶ່ງ. ແນະ​ນຳ​ພວກ​ເຂົາ​ວ່າ​ໃຫ້​ພວກ​ເຂົາ​ວາງ​ຮູບ​ນັ້ນ​ຢູ່​ໃນ​ບ່ອນ​ທີ່​ມັນ​ຈະ​ເຕືອນ​ພວກ​ເຂົາ​ໃຫ້​ຮັກ​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ເຢ​ຊູ​ຮັກ.

  • ທ່ານ​ຈະ​ດົນ​ໃຈ​ລູກໆ​ຂອງ​ທ່ານ​ໃຫ້​ຄົ້ນ​ຫາ ແລະ ພັດ​ທະ​ນາ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ຄິດ​ເຖິງ​ວິ​ທີ​ທີ່​ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຄວາມ​ໃຈ​ບຸນ (ເບິ່ງ, ຍົກ​ຕົວ​ຢ່າງ, ລູ​ກາ 23:34; ໂຢ​ຮັນ 8:1–11; ອີ​ເທີ 12:33–34). ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Portrait of Christ the Savior [ຮູບ​ພຣະ​ຄຣິດ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ