ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 23–29 ເດືອນ​ທັນ​ວາ: “ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ໂລກ​ນີ້​ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.” ຄຣິດ​ສະ​ມາດ


“ວັນ​ທີ 23–29 ເດືອນ​ທັນ​ວາ: ‘ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ໂລກ​ນີ້​ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.’ ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 23–29 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ໂຢ​ເຊັບ, ມາ​ຣີ, ແລະ ກຸມ​ມານ​ນ້ອຍ​ເຢ​ຊູ ຢູ່​ໃນ​ຄອກ​ສັດ

Behold the Lamb of God [ຈົ່ງ​ເບິ່ງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ], ໂດຍ ວາວ​ເຕີ ເຣນ

ວັນ​ທີ 23–29 ເດືອນ​ທັນ​ວາ: “ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ໂລກ​ນີ້​ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ”

ຄຣິດ​ສະ​ມາດ

ຈາກ​ນີ​ໄຟ ເຖິງ ໂມ​ໂຣ​ໄນ, ສາດ​ສະ​ດາ​ທຸກ​ຄົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຈຸດ​ປະ​ສົງ​ທີ່​ສັກ​ສິດ ຊຶ່ງ​ຖືກ​ສະ​ຫລຸບ​ຢູ່​ໃນ ໜ້າ​ວິ​ເຄາະ​ສະ​ບັບ ຂອງ​ພຣະ​ຄຳ​ພີ: “ເພື່ອ​ໃຫ້ [ຜູ້​ຄົນ​ທັງ​ປວງ] ຮັບ​ຮູ້​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ.” ສາດ​ສະ​ດາ​ຄົນ​ໜຶ່ງ​ໄດ້​ເຫັນ​ພຣະ​ອົງ​ເປັນ​ວິນ​ຍານ​ຢູ່​ໃນ​ສະ​ຫວັນ, ແລະ ອີກ​ຄົນ​ໜຶ່ງ​ໄດ້​ເຫັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ ຢູ່​ໃນ​ພາບ​ນິ​ມິດ. ຄົນ​ໜຶ່ງ​ໄດ້​ຢືນ​ຢູ່​ເທິງ​ກຳ​ແພງ ປະ​ກາດ​ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ອີກ​ຄົນ​ໜຶ່ງ​ໄດ້​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ຈັບ​ບາຍ​ຮອຍ​ແຜ​ຢູ່​ໃນ​ພຣະ​ຫັດ, ພຣະ​ບາດ, ແລະ ຂ້າງ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ທັງ​ໝົດ​ຮູ້​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້​ວ່າ: “ບໍ່​ມີ​ທາງ ຫລື ວິ​ທີ​ອື່ນ​ໃດ​ເລີຍ​ທີ່​ມະ​ນຸດ​ຈະ​ລອດ​ໄດ້, ນອກ​ຈາກ​ທາງ​ໂລ​ຫິດ​ທີ່​ຊົດ​ໃຊ້​ແທນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້ … ໄດ້​ມາ​ໄຖ່​ໂລກ” (ຮີ​ລາ​ມັນ 5:9).

ສະ​ນັ້ນ ລະ​ຫວ່າງ​ເທດ​ສະ​ການ​ຄຣິດ​ສະ​ມາດ​ນີ້, ຂະ​ນະ​ທີ່​ຜູ້​ເຊື່ອ​ຕະ​ຫລອດ​ທົ່ວ​ໂລກ​ສະ​ເຫລີມ​ສະ​ຫລອງ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ໃນ​ການ​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ​ແນວ​ໃດ. ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ, ໃຫ້​ໄຕ່​ຕອງ​ເຖິງ​ເຫດ​ຜົນ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ມາ ແລະ ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ແລ້ວ​ທ່ານ​ຈະ​ສາ​ມາດ​ປະ​ສົບ​ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ຂອງ​ບຸນ​ຄຣິດ​ສະ​ມາດ—ຂອງ​ປະ​ທານ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ​ໃຫ້​ທ່ານ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ ເພື່ອ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ມັນ​ເປັນ​ປະ​ເພ​ນີ​ທີ່​ຈະ​ອ່ານ​ເລື່ອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ ໃນ​ຊ່ວງ​ເວ​ລາ​ຂອງ​ບຸນ​ຄຣິດ​ສະ​ມາດ, ແຕ່​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ຄຳ​ທຳ​ນາຍ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ເຫດ​ການ​ທີ່​ສັກ​ສິດ​ນີ້ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ອີກ. ຍົກ​ຕົວ​ຢ່າງ, ການ​ທຳ​ນາຍ​ເຖິງ​ການ​ກຳ​ເນີດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກໍ​ພົບ​ເຫັນ​ຢູ່​ໃນ 1 ນີ​ໄຟ 11:13–36; ໂມ​ໄຊ​ຢາ 3:5–10; ແລະ ຮີ​ລາ​ມັນ 14:1–13. ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ຂ່າວ​ສານ​ເຫລົ່າ​ນີ້ ແລະ ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້​ຂອງ​ສັນ​ຍາ​ລັກ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ? ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ​ແນວ​ໃດ?

ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ບາງ​ຢ່າງ​ອື່ນ​ອີກ ເພື່ອ​ຊ່ວຍ​ໃຫ້​ທ່ານ​ສຸມ​ໃຈ​ໃສ່​ພຣະ​ເຢ​ຊູ​ຄຣິດ​ໃນ​ຊ່ວງ​ເວ​ລາ​ຄຣິດ​ສະ​ມາດ:

  • ທ່ານ​ຮູ້​ບໍ​ວ່າ ທ່ານ​ສາ​ມາດ​ຮັບ​ຊົມ​ຂ່າວ​ສານ​ຈາກ ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ? ໃຫ້​ຊອກ​ຫາ​ມັນ​ຢູ່​ໃນ​ບ່ອນ​ເກັບ​ກຳ “Christmas Videos”. ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ຂ່າວ​ສານ ແລະ ເພງ​ເຫລົ່າ​ນີ້ ເພື່ອ​ຂະ​ຫຍາຍ​ກຳ​ລັງ​ໃຈ​ຊ່ວງ​ຄຣິດ​ສະ​ມາດ.

  • ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຟັງ​ເພງ​ຈາກ​ບ່ອນ​ເກັບ​ກຳ “Christmas Music” ນຳ​ອີກ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ໃຫ້​ພິ​ຈາ​ລະ​ນາ​ວາງ​ແຜນ​ກິດ​ຈະ​ກຳ​ທີ່​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ໃນ​ຫລາຍ​ມື້​ກ່ອນ​ວັນ​ຄຣິດ​ສະ​ມາດ​ທີ່​ຈະ​ມາ​ເຖິງ​ນີ້ ເພື່ອ​ຈະ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ, ດັ່ງ​ເຊັ່ນ​ການ​ຮັບ​ໃຊ້​ບາງ​ຄົນ ຫລື ການ​ຮ້ອງ​ເພງ​ຄຣິດ​ສະ​ມາດ​ນຳ​ກັນ. ເບິ່ງ LighttheWorld.org ສຳ​ລັບ​ແນວ​ຄິດ.

ເບິ່ງ ມັດ​ທາຍ 1:18–25; 2; ລູ​ກາ 2; 3 ນີ​ໄຟ 1:4–22; “ໄກ​ແສນ​ໄກ​ຢູ່​ທີ່​ຮາບ​ຢູ​ດີ​ຢາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 56 ນຳ​ອີກ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ.

ເຫດ​ຜົນ​ຕົ້ນ​ຕໍ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຍ້ອນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເພາະ​ການ​ເສຍ​ສະ​ລະ​ນັ້ນ, ພຣະ​ອົງ​ຈຶ່ງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ, ປອບ​ໂຍນ​ເຮົາ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ ຊ່ວຍ​ເຫລືອ​ເຮົາ “ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” (ໂມ​ໂຣ​ໄນ 10:32). ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ປີ​ນີ້​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ໄຖ່​ທ່ານ? ມີ​ເລື່ອງ​ລາວ ຫລື ຄຳ​ສອນ​ໃດ​ບໍ​ທີ່​ໂດດ​ເດັ່ນ​ສຳ​ລັບ​ທ່ານ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: 2 ນີ​ໄຟ 2:6; ແອວ​ມາ 7:7–13; 11:40; ແລະ ຮີ​ລາ​ມັນ 5:9; 14:16–17. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ຄວາມ​ກະ​ຕັນ​ຍູ​ຂອງ​ທ່ານ?

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

“ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ” ແມ່ນ​ເກີນ​ກວ່າ​ຫົວ​ເລື່ອງ​ຍ່ອຍ​ເທົ່າ​ນັ້ນ​ສຳ​ລັບ​ພຣະ​ຄຳ​ພີ​ມໍ​ມອນ; ມັນ​ເປັນ​ບົດ​ຄວາມ​ເຖິງ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ມັນ. ໃຫ້​ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ: 1 ນີ​ໄຟ 6:4; 19:18; ແລະ 2 ນີ​ໄຟ 25:23, 26; 33:4, 10.

ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ວິ​ທີ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ປີ​ນີ້ ໄດ້​ເຮັດ​ໃຫ້​ທ່ານ​ເຂົ້າ​ໃກ້​ຊິດ​ພຣະ​ຄຣິດ​ຫລາຍ​ກວ່າ​ເກົ່າ​ແນວ​ໃດ. ການ​ກະ​ຕຸ້ນ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • “ບາງ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້ ຫລື ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ປີ​ນີ້​ແມ່ນ …”

  • “ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ປ່ຽນ​ແປງ​ວິ​ທີ​ທີ່​ເຮົາ …”

  • “ບຸກ​ຄົນ [ຫລື ເລື່ອງ​ລາວ] ທີ່​ເຮົາ​ມັກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ສິດ​ສອນ​ເຮົາ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ …”

ບາງ​ທີ​ອາດ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຈະ​ໄດ້​ຮັບ​ພອນ​ໃນ​ການ​ຮູ້​ຈັກ​ວ່າ ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ທ່ານ​ຈະ​ແບ່ງ​ປັນ​ປະ​ສົບ​ການ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ? ທ່ານ​ອາດ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຂອງ​ຂວັນ​ຄຣິດ​ສະ​ມາດ. ແອັບ​ພຣະ​ຄຳ​ພີ​ມໍ​ມອນ ເຮັດ​ໃຫ້​ການ​ແບ່ງ​ປັນ​ງ່າຍ​ຂຶ້ນ.

ອະ​ທິ​ການ​ແຈ​ໂຣ ໂຄ​ເຊ ໄດ້​ລະ​ບຸ​ຄວາມ​ຈິງ​ຫລາຍ​ຢ່າງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ “A Living Witness of the Living Christ,” Liahona, May 2020, 39–40). ທ່ານ​ອາດ​ຢາກ​ເບິ່ງ​ສິ່ງ​ທີ່​ເພິ່ນ​ລະ​ບຸ ແລະ ໄຕ່​ຕອງ​ວ່າ ຄວາມ​ຈິງ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້​ໄດ້​ປ່ຽນ​ແປງ—ຫລື ສາ​ມາດ​ປ່ຽນ​ແປງ—ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ເບິ່ງ Gospel Topics, “Book of Mormon,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເພາະ​ວັນ​ອາ​ທິດ​ນີ້​ເປັນ​ວັນ​ອາ​ທິດ​ທີ​ຫ້າ​ຂອງ​ເດືອນ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ນຳ​ໃຊ້​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ທີ່​ຢູ່​ໃນ “ພາກ​ຫ້ອຍ​ທ້າຍ ຂ: ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຂອງ​ປະ​ທານ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ເຮົາ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ເນັ້ນ​ເລື່ອງ​ຂອງ​ປະ​ທານ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ທານ​ໃຫ້​ເຮົາ ໂດຍ​ການ​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ, ທ່ານ​ສາ​ມາດ​ຫໍ່​ຮູບ​ພຣະ​ເຢ​ຊູ​ຄຣິດ ຄື​ກັບ​ວ່າ​ພຣະ​ຄຣິດ​ເປັນ​ຂອງ​ຂວັນ. ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຂອງ​ຂວັນ​ຄຣິດ​ສະ​ມາດ​ທີ່​ພວກ​ທ່ານ​ມັກ ທີ່​ໄດ້​ຮັບ ຫລື ຫວັງ​ຈະ​ໄດ້​ຮັບ. ແລ້ວ​ພວກ​ເຂົາ​ສາ​ມາດ​ເປີດ​ຫໍ່​ຮູບ​ພຣະ​ຄຣິດ ແລະ ສົນ​ທະ​ນາ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ສຳ​ລັບ​ເຮົາ​ແນວ​ໃດ. ເພງ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ເພີ່ມ​ໃສ່​ການ​ສົນ​ທະ​ນາ​ນີ້. ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ພົບ​ວະ​ລີ​ໃນ​ເພງ​ທີ່​ບັນ​ຍາຍ​ພອນ​ທີ່​ເຮົາ​ມີ ຍ້ອນ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ເພື່ອ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

  • ລູກໆ​ຂອງ​ທ່ານ​ອາດ​ຈະ​ມັກ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ຈັກ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ກັບ​ທ່ານ. ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ມີ​ຮູບ​ພາບ​ຫລາຍ​ໃບ​ທີ່​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ເລົ່າ​ເລື່ອງ​ລາວ (ເບິ່ງ ເລກ​ທີ 28, 29, 3031). ພວກ​ທ່ານ​ກໍ​ສາ​ມາດ​ເບິ່ງ​ຮູບ​ພາບ​ທີ່​ພັນ​ລະ​ນາ​ເຖິງ​ພຣະ​ຊົນ​ຊີບ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ. ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ?

    ຮູບ​ພາບ
    ທູດ​ສະ​ຫວັນ
  • ລູກໆ​ຂອງ​ທ່ານ​ອາດ​ຈະ​ມັກ​ແຕ້ມ​ຮູບ​ດ້ວຍ​ຕົວ​ເອງ​ກ່ຽວ​ກັບ​ການ​ກຳ​ເນີດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ນຳ​ອີກ. ບາງ​ທີ​ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ທີ່​ບັນ​ຍາຍ​ໃນ 1 ນີ​ໄຟ 11:13–23; ໂມ​ໄຊ​ຢາ 3:5–10; ຮີ​ລາ​ມັນ 14:1–13; ແລະ 3 ນີ​ໄຟ 1:4–22. ແລ້ວ​ພວກ​ເຂົາ​ສາ​ມາດ​ແບ່ງ​ປັນ​ກັບ​ທ່ານ​ວ່າ ຮູບ​ພາບ​ຂອງ​ພວກ​ເຂົາ​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ເນັ້ນ​ໜັກ​ວ່າ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ, ທ່ານ​ສາ​ມາດ​ຂຽນ​ລາຍ​ການ​ທີ່​ບັນ​ຍາຍ​ໄວ້​ຢູ່​ໃນ ລູ​ກາ 2:4–14; ມັດ​ທາຍ 2:1–2; ແລະ 3 ນີ​ໄຟ 1:15, 19–21. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ເພື່ອ​ພິ​ຈາ​ລະ​ນາ​ວ່າ ເຫດ​ການ​ໃດ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເບັດ​ເລ​ເຮັມ, ໃນ​ອາ​ເມ​ຣິ​ກາ, ຫລື ທັງ​ສອງ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຂອບ​ພຣະ​ໄທ​ທີ່​ມີ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພະ​ຍານ​ທີ​ສອງ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ?

ເດັກ​ນ້ອຍ​ມັກ​ເລື່ອງ​ເລົ່າ. ເລື່ອງ​ເລົ່າ​ເປັນ​ວິ​ທີ​ໜຶ່ງ​ທີ່​ດີ​ທີ່​ສຸດ ໃນ​ການ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮຽນ​ຮູ້ ແລະ ຈື່​ຈຳ​ຄວາມ​ຈິງ. ຂະ​ນະ​ທີ່​ທ່ານ​ແບ່ງ​ປັນ​ເລື່ອງ​ລາວ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ເລື່ອງ​ລາວ​ຈາກ​ຊີ​ວິດ​ຂອງ​ທ່ານ ທີ່​ໄດ້​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ.

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ສະ​ຫລຸບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ພວກ​ທ່ານ​ໃນ​ປີ​ນີ້, ມັນ​ອາດ​ເປັນ​ເວ​ລາ​ທີ່​ດີ​ທີ່​ຈະ​ແບ່ງ​ປັນ​ເລື່ອງ​ລາວ ຫລື ຂໍ້​ພຣະ​ຄຳ​ພີ​ທີ່​ພວກ​ທ່ານ​ມັກ ຈາກ​ປຶ້ມ​ທີ່​ສັກ​ສິດ​ນີ້​ນຳ​ກັນ. ການ​ເບິ່ງ​ຮູບ​ພາບ​ບາງ​ອັນ​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຫລື ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຈື່​ຈຳ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ຮຽນ​ຮູ້​ໃນ​ປີ​ນີ້. ຊ່ວຍ​ໃຫ້​ພວກ​ເຂົາ​ເຫັນ​ສິ່ງ​ທີ່​ເລື່ອງ​ລາວ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ.

  • ທ່ານ​ກໍ​ຍັງ​ສາ​ມາດ​ມອບ​ຮູບ​ພຣະ​ເຢ​ຊູ​ໃຫ້​ລູກໆ​ຂອງ​ທ່ານ, ຫລື ປ່ອຍ​ໃຫ້​ພວກ​ເຂົາ​ແຕ້ມ​ເອງ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຍົກ​ຮູບ​ຂອງ​ພວກ​ເຂົາ​ຂຶ້ນ​ທຸກ​ເທື່ອ​ທີ່​ພວກ​ເຂົາ​ໄດ້​ຍິນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 25:23, 26. ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ຂຶ້ນ​ເພື່ອ​ຊ່ວຍ​ໃຫ້​ເຮົາ “ເຊື່ອ​ໃນ​ພຣະ​ຄຣິດ” (2 ນີ​ໄຟ 25:23).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ທູດ​ອົງ​ໜຶ່ງ​ສະ​ແດງ​ໃຫ້​ນີ​ໄຟ​ເຫັນ​ນາງ​ມາ​ຣີ ຍິງ​ສາວ​ພົມ​ມະ​ຈາ​ຣີ ຢູ່​ໃນ​ພາບ​ນິ​ມິດ

Nephi’s Vision of the Virgin Mary [ພາບ​ນິ​ມິດ​ຂອງ​ນີ​ໄຟ​ກ່ຽວ​ກັບ​ນາງ​ມາ​ຣີ ຍິງ​ສາວ​ພົມ​ມະ​ຈາ​ຣີ], ໂດຍ ຈູ​ດິດ ເອ ເມີ