ບົດທີ 27
ພຣະເຢຊູບັນຊາໃຫ້ພວກເຂົາເອີ້ນສາດສະໜາຈັກຕາມພຣະນາມຂອງພຣະອົງ—ພາລະກິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງປະກອບເປັນພຣະກິດຕິຄຸນຂອງພຣະອົງ—ມະນຸດຖືກບັນຊາໃຫ້ກັບໃຈ ແລະ ຮັບບັບຕິສະມາ ເພື່ອພວກເຂົາຈະໄດ້ຮັບການຊຳລະໃຫ້ບໍລິສຸດ ໂດຍພຣະວິນຍານບໍລິສຸດ—ພວກເຂົາຄວນເປັນດັ່ງທີ່ພຣະເຢຊູເປັນ. ປະມານ ຄ.ສ. 34–35.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນໄລຍະເວລາທີ່ສານຸສິດຂອງພຣະເຢຊູກຳລັງເດີນທາງໄປສັ່ງສອນເລື່ອງທີ່ພວກເພິ່ນໄດ້ຍິນ ແລະ ໄດ້ເຫັນມານັ້ນ, ແລະ ໄດ້ໃຫ້ບັບຕິສະມາໃນພຣະນາມຂອງພຣະເຢຊູ, ເຫດການໄດ້ບັງເກີດຂຶ້ນຄື ສານຸສິດໄດ້ມາ ກເຕົ້າໂຮມກັນເພື່ອອະທິຖານ ແລະ ຂຖືສິນອົດເຂົ້າຢ່າງເອົາຈິງເອົາຈັງ.
2 ແລະ ພຣະອົງໄດ້ສະເດັດມາ ກປະກົດຕົວຕໍ່ພວກເພິ່ນອີກ, ເພາະພວກເພິ່ນໄດ້ອະທິຖານຫາພຣະບິດາໃນພຣະນາມຂອງພຣະອົງ, ແລະ ພຣະເຢຊູໄດ້ສະເດັດມາຢືນຢູ່ທ່າມກາງພວກເພິ່ນ, ແລະ ຖາມພວກເພິ່ນວ່າ: ເຈົ້າຕ້ອງການອັນໃດຈາກເຮົາ?
3 ແລະ ພວກເພິ່ນໄດ້ກ່າວກັບພຣະອົງວ່າ: ພຣະອົງເຈົ້າເອີຍ, ພວກຂ້ານ້ອຍຢາກໃຫ້ພຣະອົງບອກພວກຂ້ານ້ອຍວ່າພວກຂ້ານ້ອຍຄວນເອີ້ນຊື່ຂອງສາດສະໜາຈັກນີ້ວ່າແນວໃດ ເພາະວ່າໄດ້ມີການໂຕ້ຖຽງກັນໃນບັນດາຜູ້ຄົນກ່ຽວກັບເລື່ອງນີ້.
4 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເພິ່ນວ່າ: ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເປັນດ້ວຍເຫດໃດຜູ້ຄົນຈຶ່ງຈົ່ມ ແລະ ໂຕ້ຖຽງກັນເພາະເລື່ອງນີ້?
5 ພວກເຂົາບໍ່ໄດ້ອ່ານພຣະຄຳພີບໍ, ຊຶ່ງມັນບອກໄວ້ວ່າ ເຈົ້າຕ້ອງຮັບເອົາ ກພຣະນາມຂອງພຣະຄຣິດ, ຊຶ່ງເປັນນາມຂອງເຮົາ? ເພາະໂດຍນາມນີ້ເຈົ້າຈະຖືກເອີ້ນໃນວັນສຸດທ້າຍ;
6 ແລະ ຜູ້ໃດທີ່ຮັບນາມຂອງເຮົາ, ແລະ ກອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະລອດໃນວັນສຸດທ້າຍ.
7 ສະນັ້ນ, ອັນໃດກໍຕາມທີ່ເຈົ້າຈະເຮັດ, ຈົ່ງເຮັດໃນນາມຂອງເຮົາ; ສະນັ້ນ ເຈົ້າຈົ່ງເອີ້ນສາດສະໜາຈັກຕາມນາມຂອງເຮົາ; ແລະ ເຈົ້າຈົ່ງເອີ້ນຫາພຣະບິດາໃນນາມຂອງເຮົາ ເພື່ອພຣະອົງຈະປະທານພອນໃຫ້ແກ່ສາດສະໜາຈັກເພື່ອເຫັນແກ່ເຮົາ.
8 ແລະ ມັນຈະເປັນ ກສາດສະໜາຈັກ ຂຂອງເຮົາໄດ້ແນວໃດຖ້າຫາກມັນບໍ່ມີຊື່ຕາມນາມຂອງເຮົາ? ເພາະຖ້າຫາກສາດສະໜາຈັກມີຊື່ຕາມຊື່ຂອງໂມເຊ, ແລ້ວມັນກໍຈະເປັນສາດສະໜາຈັກຂອງໂມເຊ; ຫລື ຖ້າຫາກມັນມີຊື່ຕາມຊື່ຂອງມະນຸດ, ມັນກໍຈະເປັນສາດສະໜາຈັກຂອງມະນຸດ; ແຕ່ຖ້າຫາກມັນມີຊື່ຕາມນາມຂອງເຮົາ, ມັນກໍຈະເປັນສາດສະໜາຈັກຂອງເຮົາຖ້າຫາກເປັນໄປວ່າມັນຖືກສ້າງເທິງພຣະກິດຕິຄຸນຂອງເຮົາ.
9 ຕາມຈິງແລ້ວເຮົາກ່າວກັບເຈົ້າ, ວ່າເຈົ້າຖືກສ້າງເທິງພຣະກິດຕິຄຸນຂອງເຮົາ; ສະນັ້ນອັນໃດກໍຕາມທີ່ເຈົ້າຈະເອີ້ນ ເຈົ້າຈົ່ງເອີ້ນຕາມນາມຂອງເຮົາ; ສະນັ້ນ ຖ້າຫາກເຈົ້າເອີ້ນຫາພຣະບິດາເພື່ອສາດສະໜາຈັກ, ແລະ ຖ້າຫາກມັນເປັນໄປໃນນາມຂອງເຮົາ ພຣະບິດາຈະຮັບຟັງເຈົ້າ;
10 ແລະ ຖ້າຫາກເປັນໄປວ່າສາດສະໜາຈັກຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງເຮົາ ແລ້ວພຣະບິດາຈະສະແດງວຽກງານຂອງພຣະອົງອອກມາໃນນັ້ນ.
11 ແຕ່ຖ້າຫາກມັນບໍ່ໄດ້ຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງເຮົາ, ແລະ ມັນຖືກສ້າງຂຶ້ນເທິງວຽກງານຂອງມະນຸດ, ຫລື ເທິງວຽກງານຂອງມານ, ຕາມຈິງແລ້ວເຮົາກ່າວກັບເຈົ້າ ພວກເຂົາຈະມີຄວາມສຸກໃນວຽກງານຂອງພວກເຂົາພຽງຊົ່ວໄລຍະໜຶ່ງເທົ່ານັ້ນ, ແລະ ໃນບໍ່ຊ້າເວລາສຸດທ້າຍຍ່ອມມາເຖິງ, ແລະ ພວກເຂົາຈະຖືກ ກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ຊຶ່ງຈາກບ່ອນນັ້ນຈະບໍ່ມີທາງຫວນກັບຄືນໄດ້.
12 ເພາະວ່າວຽກງານຂອງພວກເຂົາຈະ ກຕິດຕາມພວກເຂົາ, ເປັນຍ້ອນວຽກງານຂອງພວກເຂົາທີ່ພວກເຂົາຖືກໂຄ່ນລົງ; ສະນັ້ນ ຈົ່ງຈື່ຈຳສິ່ງທີ່ເຮົາໄດ້ບອກເຈົ້າ.
13 ຈົ່ງເບິ່ງ ເຮົາໄດ້ມອບ ກພຣະກິດຕິຄຸນຂອງເຮົາໃຫ້ແກ່ເຈົ້າ, ແລະ ນີ້ຄືພຣະກິດຕິຄຸນຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ—ຄືເຮົາໄດ້ມາເກີດໃນໂລກເພື່ອກະທຳຕາມ ຂພຣະປະສົງຂອງພຣະບິດາຂອງເຮົາ, ເພາະວ່າພຣະບິດາຂອງເຮົາໄດ້ສົ່ງເຮົາມາ.
14 ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາເພື່ອວ່າເຮົາຈະໄດ້ຖືກ ກຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ ຂຊັກນຳຄົນທັງຫລາຍມາຫາເຮົາ, ດັ່ງທີ່ເຮົາໄດ້ຖືກຍົກຂຶ້ນໂດຍມະນຸດສັນໃດ ມະນຸດກໍຈະໄດ້ຖືກຍົກຂຶ້ນໂດຍພຣະບິດາສັນນັ້ນ, ເພື່ອພວກເຂົາຈະໄດ້ມາຢືນຢູ່ຕໍ່ພຣະພັກຂອງເຮົາ ເພື່ອຮັບ ຄການພິພາກສາຕາມວຽກງານຂອງພວກເຂົາ, ບໍ່ວ່າຈະເປັນວຽກງານດີ ຫລື ວຽກງານຊົ່ວ—
15 ແລະ ເປັນດ້ວຍເຫດນີ້ ເຮົາຈຶ່ງຖືກ ກຍົກຂຶ້ນ; ສະນັ້ນ ຕາມອຳນາດຂອງພຣະບິດາ, ເຮົາຈຶ່ງຈະຊັກນຳຄົນທັງຫລາຍມາຫາເຮົາ, ເພື່ອພວກເຂົາຈະໄດ້ຮັບການພິພາກສາຕາມວຽກງານຂອງພວກເຂົາ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ ກກັບໃຈ ແລະ ຂຮັບບັບຕິສະມາໃນນາມຂອງເຮົາ ຜູ້ນັ້ນຈະເຕັມປ່ຽມ; ແລະ ຖ້າຫາກເຂົາ ຄອົດທົນຈົນເຖິງທີ່ສຸດ, ຈົ່ງເບິ່ງ, ເຮົາຈະຖືວ່າເຂົາບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະບິດາຂອງເຮົາໃນມື້ນັ້ນທີ່ເຮົາຈະຢືນຂຶ້ນເພື່ອພິພາກສາໂລກ.
17 ແລະ ຜູ້ທີ່ບໍ່ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນກໍຈະເປັນຜູ້ທີ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ຊຶ່ງຈາກບ່ອນນັ້ນເຂົາຈະກັບຄືນມາອີກບໍ່ໄດ້, ເພາະຄວາມ ກຍຸດຕິທຳຂອງພຣະບິດາ.
18 ແລະ ນີ້ຄືພຣະຄຳທີ່ພຣະອົງໄດ້ປະທານໃຫ້ແກ່ລູກຫລານມະນຸດ. ແລະ ເພາະດ້ວຍເຫດນີ້ ພຣະອົງຈຶ່ງໄດ້ເຮັດໃຫ້ພຣະຄຳ ຊຶ່ງພຣະອົງໄດ້ກ່າວໄວ້ສຳເລັດ, ແລະ ພຣະອົງບໍ່ໄດ້ເວົ້າຕົວະ, ແຕ່ໄດ້ເຮັດໃຫ້ພຣະຄຳຂອງພຣະອົງສຳເລັດທັງໝົດ.
19 ແລະ ກສິ່ງທີ່ບໍ່ສະອາດຈະບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້; ສະນັ້ນ ຈະບໍ່ມີສິ່ງໃດສາມາດເຂົ້າໄປໃນ ຂທີ່ພັກຂອງພຣະອົງໄດ້ ນອກຈາກຜູ້ທີ່ໄດ້ ຄຊຳລະລ້າງອາພອນຂອງເຂົາໃຫ້ຂາວສະອາດແລ້ວດ້ວຍເລືອດຂອງເຮົາ, ເພາະສັດທາ ແລະ ການກັບໃຈຈາກບາບທັງໝົດ ແລະ ຄວາມຊື່ສັດຈົນເຖິງທີ່ສຸດຂອງເຂົາ.
20 ບັດນີ້ ນີ້ຄືພຣະບັນຍັດ: ຈົ່ງ ກກັບໃຈ, ເຈົ້າທັງຫລາຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ, ແລະ ຈົ່ງມາຫາເຮົາ ແລະ ຂຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຮັບ ຄການຊຳລະໃຫ້ບໍລິສຸດ ໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍ ງບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ.
21 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ນີ້ຄືພຣະກິດຕິຄຸນຂອງເຮົາ ແລະ ເຈົ້າຮູ້ເຖິງສິ່ງທີ່ເຈົ້າຄວນຈະກະທຳໃນສາດສະໜາຈັກຂອງເຮົາ; ເພາະວຽກງານທີ່ເຈົ້າເຫັນເຮົາເຮັດມາແລ້ວ ສິ່ງນັ້ນເຈົ້າຈົ່ງເຮັດຕາມເໝືອນກັນ; ເພາະສິ່ງໃດທີ່ເຈົ້າເຫັນເຮົາເຮັດມາແລ້ວ ເຖິງແມ່ນສິ່ງນັ້ນເຈົ້າຈົ່ງກະທຳ.
22 ສະນັ້ນ, ຖ້າຫາກເຈົ້າເຮັດສິ່ງເຫລົ່ານີ້ ເຈົ້າຍ່ອມເປັນສຸກ, ເພາະວ່າເຈົ້າຈະຖືກຍົກຂຶ້ນໃນວັນສຸດທ້າຍ.
23 ຈົ່ງຂຽນເລື່ອງທີ່ເຈົ້າເຫັນ ແລະ ໄດ້ຍິນມານັ້ນ, ນອກຈາກເລື່ອງທີ່ ກຖືກຫ້າມໄວ້ເທົ່ານັ້ນ.
24 ຈົ່ງຂຽນວຽກງານຂອງຜູ້ຄົນພວກນີ້ໄວ້, ຊຶ່ງມັນຈະເກີດຂຶ້ນ, ດັ່ງທີ່ມີຂຽນໄວ້ກ່ຽວກັບເລື່ອງທີ່ເກີດຂຶ້ນແລ້ວ.
25 ເພາະຈົ່ງເບິ່ງ, ຈາກບັນດາໜັງສືທີ່ມີຂຽນໄວ້ ແລະ ທີ່ຈະຂຽນ, ຜູ້ຄົນພວກນີ້ຈະໄດ້ຮັບ ກການພິພາກສາ, ເພາະຕາມໜັງສືເຫລົ່ານັ້ນ ຂວຽກງານຂອງພວກເຂົາຈຶ່ງຈະໄດ້ເປັນທີ່ຮູ້ຈັກແກ່ມວນມະນຸດ.
26 ແລະ ຈົ່ງເບິ່ງ, ທຸກສິ່ງໄດ້ຖືກ ກຂຽນໄວ້ໂດຍພຣະບິດາ; ສະນັ້ນໂລກຈະໄດ້ຮັບການພິພາກສາຈາກໜັງສືທີ່ຈະຂຽນ.
27 ແລະ ຈົ່ງຮູ້ໄວ້ວ່າ ກເຈົ້າຈະເປັນຜູ້ພິພາກສາຂອງຜູ້ຄົນພວກນີ້, ຕາມການພິພາກສາຊຶ່ງເຮົາຈະມອບໃຫ້ແກ່ເຈົ້າ, ຊຶ່ງຈະຍຸດຕິທຳ. ສະນັ້ນ ເຈົ້າ ຂຄວນເປັນຄົນແນວໃດ? ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນ ຄດັ່ງທີ່ເຮົາເປັນ.
28 ແລະ ບັດນີ້ເຮົາ ກໄປເຝົ້າພຣະບິດາ. ແລະ ຕາມຈິງແລ້ວເຮົາກ່າວກັບເຈົ້າ, ສິ່ງໃດກໍຕາມທີ່ເຈົ້າຈະຂໍຈາກພຣະບິດາໃນນາມຂອງເຮົາ ເຈົ້າຈະໄດ້ຮັບ.
29 ສະນັ້ນ, ຈົ່ງ ກໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ, ແລ້ວຈະມີຄົນໄຂປະຕູໃຫ້; ເພາະວ່າທຸກຄົນທີ່ໝັ່ນຂໍ ກໍໄດ້ຮັບ; ແລະ ທຸກຄົນທີ່ໝັ່ນເຄາະ ກໍມີຄົນໄຂປະຕູໃຫ້.
30 ແລະ ບັດນີ້, ຈົ່ງເບິ່ງຄວາມສຸກຂອງເຮົາໃຫຍ່ຍິ່ງຈົນເຕັມບໍລິບູນເພາະເຈົ້າ, ແລະ ເພາະຄົນລຸ້ນນີ້; ແທ້ຈິງແລ້ວ, ເຖິງແມ່ນພຣະບິດາກໍປິຕິຍິນດີ ແລະ ເຫລົ່າທູດທີ່ສັກສິດທັງຫລາຍນຳອີກ, ເພາະເຈົ້າ ແລະ ຄົນລຸ້ນນີ້; ເພາະ ກບໍ່ມີຜູ້ໃດໃນພວກເຂົາເສຍໄປ.
31 ຈົ່ງເບິ່ງ, ເຮົາຢາກໃຫ້ເຈົ້າເຂົ້າໃຈ; ເພາະເຮົາໝາຍເຖິງຜູ້ ກຄົນລຸ້ນນີ້ທີ່ມີຊີວິດຢູ່ ຂຕອນນີ້; ແລະ ບໍ່ມີຜູ້ໃດໃນພວກເຂົາເສຍໄປ; ແລະ ເຮົາມີ ຄຄວາມສຸກຫລາຍແທ້ໆນຳພວກເຂົາ.
32 ແຕ່ຈົ່ງເບິ່ງ, ມັນເຮັດໃຫ້ເຮົາເສົ້າສະຫລົດໃຈເພາະຄົນລຸ້ນ ກທີສີ່ນັບຈາກຄົນລຸ້ນນີ້ໄປຈະຖືກມານຈັບໄປເປັນຊະເລີຍເຖິງແມ່ນດັ່ງບຸດແຫ່ງຄວາມຈິບຫາຍ; ເພາະວ່າພວກເຂົາຈະຂາຍເຮົາເພື່ອເງິນ ແລະ ເພື່ອຄຳ, ແລະ ເພື່ອສິ່ງທີ່ ຂມອດ ແລະ ຂີ້ໝ້ຽງກັດກິນ ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້, ແລະ ໃນມື້ນັ້ນເຮົາຈະມາຢ້ຽມຢາມພວກເຂົາຈົນເຖິງຂັ້ນທີ່ນຳເອົາວຽກງານຂອງພວກເຂົາກັບມາໃສ່ຫົວຂອງພວກເຂົາເອງ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ຈົບຂໍ້ຄວາມນີ້ແລ້ວ ພຣະອົງໄດ້ກ່າວກັບສານຸສິດຂອງພຣະອົງວ່າ: ຈົ່ງເຂົ້າໄປທາງ ກປະຕູຄັບ; ເພາະປະຕູຄັບ, ແລະ ທາງແຄບນັ້ນແຫລະທີ່ນຳໄປສູ່ຊີວິດ, ແລະ ມີໜ້ອຍຄົນທີ່ຈະພົບເຫັນມັນ; ແຕ່ວ່າປະຕູ ແລະ ທາງທີ່ນຳໄປຫາຄວາມຕາຍນັ້ນກວ້າງຂວາງຫລາຍ ແລະ ມີຄົນເປັນຈຳນວນຫລວງຫລາຍເດີນໄປທາງນັ້ນ, ຈົນວ່າຕາເວັນຄ້ອຍຄ່ຳ, ແລ້ວພວກເຂົາກໍບໍ່ອາດສາມາດເຮັດຫຍັງໄດ້.