ບົດທີ 14
ຊາມູເອນເວົ້າໄວ້ກ່ຽວກັບຄວາມແຈ້ງໃນຍາມກາງຄືນ ແລະ ດາວດວງໃໝ່ທີ່ປະກົດຂຶ້ນໃນເວລາທີ່ພຣະຄຣິດກຳເນີດ—ພຣະຄຣິດໄຖ່ມະນຸດຈາກຄວາມຕາຍທາງໂລກ ແລະ ທາງວິນຍານ—ເຄື່ອງໝາຍຂອງການສິ້ນພຣະຊົນຂອງພຣະອົງລວມທັງສາມມື້ແຫ່ງຄວາມມືດ, ການພັງທະລາຍຂອງກ້ອນຫີນ, ແລະ ການທຳລາຍຢ່າງຮ້າຍແຮງຂອງທຳມະຊາດ. ປະມານ 6 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກຊາມູເອນຄົນເລມັນໄດ້ທຳນາຍອີກຫລາຍເລື່ອງຊຶ່ງຂຽນໄວ້ບໍ່ໄດ້.
2 ແລະ ຈົ່ງເບິ່ງ, ເພິ່ນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ຂ້າພະເຈົ້າຈະໃຫ້ເຄື່ອງໝາຍແກ່ພວກທ່ານ; ເພາະອີກຫ້າປີທີ່ຈະມາເຖິງນີ້, ແລະ ຈົ່ງເບິ່ງ, ເວລານັ້ນພຣະບຸດຂອງພຣະເຈົ້າຈະສະເດັດມາເພື່ອໄຖ່ຄົນທັງປວງຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ.
3 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຈະໃຫ້ສິ່ງນີ້ແກ່ພວກທ່ານ ເພື່ອເປັນ ກເຄື່ອງໝາຍຂອງການສະເດັດມາ; ເພາະຈົ່ງເບິ່ງ, ມັນຈະມີຄວາມແຈ້ງທີ່ສຸດໃນສະຫວັນ, ເຖິງຂະໜາດທີ່ໃນຄືນກ່ອນທີ່ພຣະອົງຈະສະເດັດມານັ້ນ, ມັນຈະບໍ່ມີຄວາມມືດເລີຍ, ເຖິງຂະໜາດທີ່ມັນປະກົດແກ່ມະນຸດວ່າ ມັນເປັນກາງເວັນ.
4 ສະນັ້ນ, ມັນຈະມີມື້ໜຶ່ງກັບຄືນໜຶ່ງ ແລະ ອີກມື້ໜຶ່ງ, ເບິ່ງຄືກັບວ່າເປັນມື້ດຽວ ແລະ ບໍ່ມີກາງຄືນ; ແລະ ນີ້ຈະເປັນເຄື່ອງໝາຍແກ່ພວກທ່ານ; ເພາະວ່າພວກທ່ານຮູ້ຈັກເຖິງການຂຶ້ນຂອງດວງຕາເວັນ ແລະ ການຕົກຂອງມັນນຳອີກ; ສະນັ້ນ ພວກທ່ານຈະຮູ້ຈັກເຖິງຄວາມແນ່ນອນວ່າ ມັນຈະມີສອງມື້ກັບໜຶ່ງຄືນ ເຖິງຢ່າງໃດກໍຕາມ ຄືນນັ້ນຈະບໍ່ມີຄວາມມືດ ແລະ ມັນຈະເປັນຄືນກ່ອນທີ່ ກພຣະອົງຈະກຳເນີດ.
5 ແລະ ຈົ່ງເບິ່ງ, ມັນຈະມີ ກດາວດວງໃໝ່ປະກົດຂຶ້ນ, ຊຶ່ງເປັນດາວທີ່ພວກທ່ານບໍ່ເຄີຍເຫັນມາກ່ອນ ແລະ ດາວດວງນີ້ຈະເປັນເຄື່ອງໝາຍແກ່ພວກທ່ານຄືກັນ.
6 ແລະ ຈົ່ງເບິ່ງ ນີ້ຍັງບໍ່ໝົດ, ມັນຈະມີເຄື່ອງໝາຍ ແລະ ການແປກປະຫລາດຫລາຍຢ່າງໃນທ້ອງຟ້າ.
7 ແລະ ເຫດການຈະບັງເກີດຂຶ້ນຄື ພວກທ່ານທຸກຄົນຈະແປກປະຫລາດໃຈ ແລະ ອັດສະຈັນໃຈຫລາຍ, ເຖິງຂະໜາດທີ່ພວກທ່ານຈະ ກລົ້ມລົງຢູ່ກັບພື້ນດິນ.
8 ແລະ ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ ກເຊື່ອໃນພຣະບຸດຂອງພຣະເຈົ້າ, ຜູ້ນັ້ນຈະມີຊີວິດອັນເປັນນິດ.
9 ແລະ ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ບັນຊາຂ້າພະເຈົ້າໂດຍທູດຂອງພຣະອົງ, ວ່າໃຫ້ຂ້າພະເຈົ້າມາບອກເລື່ອງນີ້ແກ່ພວກທ່ານ; ແທ້ຈິງແລ້ວ, ພຣະອົງໄດ້ບັນຊາໃຫ້ຂ້າພະເຈົ້າທຳນາຍເລື່ອງເຫລົ່ານີ້ແກ່ພວກທ່ານ; ແທ້ຈິງແລ້ວ, ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງປ່າວປະກາດຕໍ່ຜູ້ຄົນພວກນີ້ວ່າ ຈົ່ງກັບໃຈ ແລະ ຕຽມທາງຂອງພຣະຜູ້ເປັນເຈົ້າ.
10 ແລະ ບັດນີ້, ເພາະຂ້າພະເຈົ້າເປັນຄົນເລມັນ, ແລະ ເວົ້າກັບພວກທ່ານມາແລ້ວເຖິງພຣະຄຳທີ່ພຣະເຈົ້າໄດ້ບັນຊາຂ້າພະເຈົ້າ, ແລະ ເພາະມັນໄດ້ຕຳນິພວກທ່ານຢ່າງຮຸນແຮງ, ພວກທ່ານຈຶ່ງຄຽດແຄ້ນໃຫ້ຂ້າພະເຈົ້າ ແລະ ພະຍາຍາມທີ່ຈະທຳລາຍຂ້າພະເຈົ້າ, ແລະ ໄດ້ ກຂັບໄລ່ຂ້າພະເຈົ້າອອກໄປຈາກບັນດາພວກທ່ານ.
11 ແລະ ຂໍໃຫ້ພວກທ່ານຈົ່ງຟັງຄຳເວົ້າຂອງຂ້າພະເຈົ້າກ່ອນເຖີດ, ເພາະວ່າດ້ວຍເຈດຕະນານີ້ ຂ້າພະເຈົ້າຈຶ່ງໄດ້ຂຶ້ນມາເທິງກຳແພງເມືອງນີ້, ເພື່ອພວກທ່ານຈະໄດ້ຍິນ ແລະ ຮູ້ເຖິງການພິພາກສາຂອງພຣະເຈົ້າ ຊຶ່ງຄອຍຖ້າພວກທ່ານຢູ່ ເພາະຄວາມຊົ່ວຮ້າຍຂອງພວກທ່ານ, ແລະ ເພື່ອວ່າພວກທ່ານຈະໄດ້ຮູ້ເຖິງເງື່ອນໄຂຂອງການກັບໃຈນຳອີກ.
12 ແລະ ເພື່ອວ່າພວກທ່ານຈະໄດ້ຮູ້ຈັກເຖິງການສະເດັດມາຂອງພຣະເຢຊູຄຣິດນຳອີກ, ຜູ້ເປັນພຣະບຸດຂອງພຣະເຈົ້າ, ຜູ້ເປັນ ກພຣະບິດາຂອງສະຫວັນ ແລະ ຂອງແຜ່ນດິນໂລກ, ຜູ້ເປັນພຣະຜູ້ສ້າງສາລະພັດສິ່ງຕັ້ງແຕ່ຕົ້ນ; ແລະ ເພື່ອວ່າພວກທ່ານຈະໄດ້ຮູ້ເຖິງເຄື່ອງໝາຍຂອງການສະເດັດມາຂອງພຣະອົງ, ດ້ວຍເຈດຕະນານີ້ ພວກທ່ານຈະໄດ້ເຊື່ອໃນພຣະນາມຂອງພຣະອົງ.
13 ແລະ ຖ້າຫາກພວກທ່ານ ກເຊື່ອໃນພຣະນາມຂອງພຣະອົງແລ້ວ, ພວກທ່ານຈະກັບໃຈຈາກບາບທັງໝົດຂອງພວກທ່ານ, ເພື່ອດ້ວຍເຫດນີ້ ພວກທ່ານຈະໄດ້ຮັບການປົດບາບໂດຍ ຂພຣະຄຸນຄວາມດີຂອງພຣະອົງ.
14 ແລະ ຈົ່ງເບິ່ງ, ອີກອັນໜຶ່ງ, ຂ້າພະເຈົ້າຈະໃຫ້ເຄື່ອງໝາຍອີກຢ່າງໜຶ່ງແກ່ພວກທ່ານ, ແທ້ຈິງແລ້ວ, ຄືເຄື່ອງໝາຍຂອງການສິ້ນພຣະຊົນຂອງພຣະອົງ.
15 ເພາະຈົ່ງເບິ່ງ, ພຣະອົງຈະສິ້ນພຣະຊົນຢ່າງແນ່ນອນເພື່ອ ກຄວາມລອດຈະມີຂຶ້ນ; ແທ້ຈິງແລ້ວ, ພຣະອົງເຫັນວ່າ ມັນຈຳເປັນ ແລະ ມັນເປັນການສົມຄວນທີ່ພຣະອົງຈະສິ້ນພຣະຊົນ, ເພື່ອເຮັດໃຫ້ເກີດ ຂການຟື້ນຄືນຊີວິດຂອງຄົນຕາຍ, ເພື່ອໂດຍການສິ້ນພຣະຊົນນີ້ ມະນຸດຈະຖືກນຳເຂົ້າມາຫາທີ່ປະທັບຂອງພຣະຜູ້ເປັນເຈົ້າ.
16 ແທ້ຈິງແລ້ວ, ຈົ່ງເບິ່ງ, ການສິ້ນພຣະຊົນນີ້ຈະເຮັດໃຫ້ເກີດການຟື້ນຄືນຊີວິດ, ແລະ ກໄຖ່ມະນຸດຊາດທັງປວງຈາກຄວາມຕາຍຄັ້ງທຳອິດ—ຊຶ່ງເປັນຄວາມຕາຍທາງວິນຍານ; ໂດຍ ຂການຕົກຂອງອາດາມ ມະນຸດຊາດທັງປວງຈຶ່ງຖືກ ຄຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ, ແລະ ຖືວ່າ ງຕາຍແລ້ວ, ຊຶ່ງເປັນທັງທາງໂລກ ແລະ ທາງວິນຍານ.
17 ແຕ່ ຈົ່ງເບິ່ງ, ການຟື້ນຄືນພຣະຊົນຂອງພຣະຄຣິດ ກໄຖ່ມະນຸດຊາດ, ແທ້ຈິງແລ້ວ, ເຖິງແມ່ນມະນຸດຊາດທັງປວງ, ແລະ ນຳພວກເຂົາກັບເຂົ້າໄປຫາທີ່ປະທັບຂອງພຣະຜູ້ເປັນເຈົ້າ.
18 ແທ້ຈິງແລ້ວ, ແລະ ມັນເຮັດໃຫ້ເກີດເງື່ອນໄຂແຫ່ງການກັບໃຈ, ຄືຜູ້ໃດກໍຕາມທີ່ກັບໃຈ ຜູ້ນັ້ນຍ່ອມບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ; ແຕ່ຜູ້ໃດກໍຕາມທີ່ບໍ່ກັບໃຈ ຜູ້ນັ້ນຍ່ອມຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ; ແລະ ຄວາມຕາຍທາງວິນຍານຈະມາເຖິງພວກເຂົາອີກ, ແທ້ຈິງແລ້ວ, ຄືຄວາມຕາຍຄັ້ງທີສອງ, ເພາະວ່າພວກເຂົາຖືກຕັດອອກໄປອີກຈາກສິ່ງທີ່ກ່ຽວຂ້ອງກັບຄວາມຊອບທຳ.
19 ສະນັ້ນ ພວກທ່ານຈົ່ງກັບໃຈ, ພວກທ່ານຈົ່ງກັບໃຈເຖີດ, ເມື່ອພວກທ່ານຮູ້ຈັກເລື່ອງເຫລົ່ານີ້ແລ້ວ ແຕ່ບໍ່ປະຕິບັດຕາມ ພວກທ່ານຈະປ່ອຍໃຫ້ຕົນເອງມາຢູ່ພາຍໃຕ້ການກ່າວໂທດ, ແລະ ພວກທ່ານຈະຖືກນຳລົງໄປຫາຄວາມຕາຍຄັ້ງທີສອງນີ້.
20 ແຕ່ຈົ່ງເບິ່ງ, ຄືກັນກັບທີ່ຂ້າພະເຈົ້າໄດ້ກ່າວກັບພວກທ່ານມາແລ້ວ, ກ່ຽວກັບ ກເຄື່ອງໝາຍອີກຢ່າງໜຶ່ງ, ຄືເຄື່ອງໝາຍຂອງການສິ້ນພຣະຊົນຂອງພຣະອົງ, ຈົ່ງເບິ່ງ, ໃນມື້ນັ້ນ ມື້ທີ່ພຣະອົງຈະຮັບເອົາຄວາມຕາຍ, ດວງຕາເວັນຈະ ຂມືດດັບ ແລະ ບໍ່ໃຫ້ຄວາມສະຫວ່າງຂອງມັນແກ່ພວກທ່ານ, ແລະ ດວງເດືອນກັບດວງດາວນຳອີກ, ແລະ ມັນຈະບໍ່ມີຄວາມສະຫວ່າງໃນຜືນແຜ່ນດິນນີ້ ນັບຕັ້ງແຕ່ເວລາທີ່ພຣະອົງຮັບເອົາຄວາມຕາຍໄປຈົນເຖິງ ຄສາມມື້, ຈົນວ່າເຖິງເວລາທີ່ພຣະອົງຈະລຸກຂຶ້ນອີກຈາກຄວາມຕາຍ.
21 ແທ້ຈິງແລ້ວ, ໃນເວລາທີ່ພຣະອົງຈະປ່ອຍຈິດວິນຍານຂຶ້ນໄປ ມັນຈະມີ ກຟ້າຮ້ອງ ແລະ ຟ້າແມບເຫລື້ອມເປັນເວລາຫລາຍຊົ່ວໂມງ ແລະ ແຜ່ນດິນຈະສັ່ນຫວັ່ນໄຫວ ແລະ ຫີນຊຶ່ງຢູ່ໃນແຜ່ນດິນນີ້ ທີ່ຢູ່ທາງເທິງ ແລະ ທາງໃຕ້ໜ້າດິນຈະພັງທະລາຍ, ຊຶ່ງພວກທ່ານຮູ້ຢູ່ແລ້ວວ່າ ໃນເວລານີ້ຫີນນັ້ນແຂງແກ່ນຊ່ຳໃດ, ຫລື ແຜ່ນດິນທີ່ເປັນແຜ່ນອັນກວ້າງໃຫຍ່ຈະ ຂແຕກແຍກອອກໄປ;
22 ແທ້ຈິງແລ້ວ, ມັນຈະແຍກອອກເປັນສອງ, ແລະ ນັບຕັ້ງແຕ່ນັ້ນໄປ ຈະ ກເຫັນເປັນຮ່ອງ ແລະ ຮອຍແຕກ, ແລະ ເປັນເສດແຕກຫັກຢູ່ທົ່ວທັງແຜ່ນດິນໂລກ, ແທ້ຈິງແລ້ວ ທັງທາງເທິງ ແລະ ທາງໃຕ້ໜ້າດິນ.
23 ແລະ ຈົ່ງເບິ່ງ, ມັນຈະມີພະຍຸຝົນຟ້າຄະນອງໃຫຍ່, ແລະ ພູຜາຫລາຍໜ່ວຍຈະພັງທະລາຍລົງເປັນຮ່ອມພູ, ແລະ ຈະມີບ່ອນຫລາຍແຫ່ງຊຶ່ງດຽວນີ້ເອີ້ນກັນວ່າ ຮ່ອມພູຈະກັບເປັນພູເຂົາ, ຊຶ່ງມີຄວາມສູງທີ່ສຸດ.
24 ແລະ ທາງໃຫຍ່ຫລາຍສາຍຈະຂາດອອກ, ແລະ ຫລາຍ ກຫົວເມືອງຈະກັບມາຮົກຮ້າງ.
25 ແລະ ກຫລຸມຝັງສົບເປັນຈຳນວນຫລວງຫລາຍຈະເປີດອອກ, ແລະ ປ່ອຍຄົນຕາຍຂຶ້ນເປັນຈຳນວນຫລວງຫລາຍ; ແລະ ໄພ່ພົນຂອງພຣະເຈົ້າຢ່າງຫລວງຫລາຍຈະມາປະກົດແກ່ຄົນຢ່າງຫລວງຫລາຍ.
26 ແລະ ຈົ່ງເບິ່ງ, ກທູດໄດ້ບອກຂ້າພະເຈົ້າດັ່ງນີ້; ເພາະເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ ມັນຈະມີຟ້າຮ້ອງ ແລະ ຟ້າແມບເຫລື້ອມເປັນເວລາຫລາຍຊົ່ວໂມງ.
27 ແລະ ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ ໃນຂະນະທີ່ຟ້າຮ້ອງ ແລະ ຟ້າແມບເຫລື້ອມ, ແລະ ພະຍຸຝົນຟ້າຄະນອງຍັງມີຢູ່, ວ່າສິ່ງເຫລົ່ານີ້ຈະເປັນໄປ, ກຄວາມມືດຈະປົກຄຸມທັງແຜ່ນດິນໂລກເປັນເວລາສາມມື້.
28 ແລະ ທູດໄດ້ເວົ້າກັບຂ້າພະເຈົ້າວ່າ ຄົນຢ່າງຫລວງຫລາຍຈະໄດ້ເຫັນສິ່ງທີ່ອັດສະຈັນໃຈຫລາຍກວ່ານັ້ນ, ເພາະມີເຈດຕະນາທີ່ຈະໃຫ້ພວກເຂົາເຊື່ອວ່າ ກເຄື່ອງໝາຍ ແລະ ການແປກປະຫລາດເຫລົ່ານີ້ຈະເກີດຂຶ້ນທົ່ວຜືນແຜ່ນດິນນີ້ ໂດຍມີເຈດຕະນາທີ່ຈະບໍ່ໃຫ້ມີສາເຫດຂອງການບໍ່ເຊື່ອຖືໃນບັນດາລູກຫລານມະນຸດ—
29 ແລະ ນີ້ດ້ວຍເຈດຕະນາວ່າ ຜູ້ໃດກໍຕາມທີ່ມີຄວາມເຊື່ອ ຜູ້ນັ້ນຈະລອດ, ແລະ ຜູ້ໃດກໍຕາມທີ່ຈະບໍ່ເຊື່ອ, ກການພິພາກສາອັນຊອບທຳຈະມາສູ່ຜູ້ນັ້ນ; ແລະ ຖ້າຫາກພວກເຂົາຖືກກ່າວໂທດ, ພວກເຂົາກໍເປັນຜູ້ນຳການກ່າວໂທດນັ້ນມາສູ່ຕົນເອງ.
30 ແລະ ບັດນີ້ຈົ່ງຈື່ຈຳໄວ້, ຈົ່ງຈື່ຈຳໄວ້ພີ່ນ້ອງຂອງຂ້າພະເຈົ້າ, ວ່າຜູ້ໃດກໍຕາມທີ່ຕາຍໄປ, ກໍເປັນຍ້ອນວ່າລາວສ້າງຄວາມຕາຍໃຫ້ຕົວລາວເອງ, ແລະ ຜູ້ໃດກໍຕາມທີ່ກະທຳຄວາມຊົ່ວຮ້າຍ, ຜູ້ນັ້ນກໍຈະນຳຄວາມຊົ່ວຮ້າຍມາສູ່ຕົວເຂົາເອງ; ເພາະຈົ່ງເບິ່ງ, ພວກທ່ານມີ ກອິດສະລະ; ພວກທ່ານໄດ້ຮັບອະນຸຍາດໃຫ້ເຮັດເພື່ອຕົວເອງ; ເພາະຈົ່ງເບິ່ງ, ພຣະເຈົ້າໄດ້ປະທານ ຂຄວາມຮູ້ໃຫ້ແກ່ພວກທ່ານ ແລະ ພຣະອົງໄດ້ເຮັດໃຫ້ພວກທ່ານເປັນອິດສະລະ.
31 ພຣະອົງປະທານມັນໃຫ້ພວກທ່ານ ເພື່ອວ່າພວກທ່ານຈະໄດ້ ກຮູ້ຈັກຄວາມດີຈາກຄວາມຊົ່ວ, ແລະ ພຣະອົງຈະປະທານມັນໃຫ້ພວກທ່ານເພື່ອວ່າ ພວກທ່ານຈະໄດ້ ຂເລືອກເອົາຊີວິດ ຫລື ຄວາມຕາຍ; ແລະ ພວກທ່ານສາມາດເຮັດຄວາມດີໄດ້ ແລະ ຖືກ ຄນຳກັບຄືນຫາສິ່ງທີ່ດີ, ຫລື ໃຫ້ສິ່ງທີ່ດີກັບຄືນມາຫາພວກທ່ານ; ຫລື ພວກທ່ານສາມາດເຮັດຄວາມຊົ່ວໄດ້, ແລະ ໃຫ້ສິ່ງທີ່ຊົ່ວກັບຄືນມາຫາພວກທ່ານ.