ສິ່ງ​ຊ່ວຍ​ສຶກ​ສາ
ໄຖ່, ການ​ໄຖ່, ຖືກ​ໄຖ່


ໄຖ່, ການ​ໄຖ່, ຖືກ​ໄຖ່

ເພື່ອ​ປົດ​ປ່ອຍ, ເພື່ອ​ຈ່າຍ​ຄ່າ, ຫລື ເພື່ອ​ໄຖ່​ຖອນ, ດັ່ງ​ເຊັ່ນ​ບຸກ​ຄົນ​ທີ່​ເປັນ​ອິດສະ​ລະ​ຈາກ​ຄວາມ​ເປັນ​ທາດ ໂດຍ​ການ​ຈ່າຍ​ທົດ​ແທນ. ການ​ໄຖ່​ແມ່ນ​ອ້າງ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ແລະ ການ​ປົດ​ປ່ອຍ​ຈາກ​ບາບ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ໄດ້​ໄຖ່​ມະນຸດ​ຊາດ​ທັງ​ປວງ​ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຜູ້​ທີ່​ມີ​ສັດທາ​ໃນ​ພຣະ​ອົງ ແລະ ຜູ້​ທີ່​ກັບ​ໃຈ ກໍ​ຈະ​ຖືກ​ໄຖ່​ຈາກ​ຄວາມ​ຕາຍ​ທາງ​ວິນ​ຍານ​ນຳ​ອີກ.