ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 14


ປຈສ, ປະຖົມ​ມະການ 14:25–40. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 14:18–20

ເມນ​ຄີ​ເສ​ເດັກ​ອວຍ​ພອນ​ອັບຣາມ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ເມນ​ຄີ​ເສ​ເດັກ ແລະ ອຳນາດ ແລະ ພອນ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໄດ້​ຖືກ​ບັນ​ຍາຍ​ໄວ້.

25 ແລະ ເມນ​ຄີ​ເສ​ເດັກ​ໄດ້​ເປັ່ງ​ສຽງ ແລະ ອວຍ​ພອນ​ອັບຣາມ.

26 ບັດ​ນີ້ ເມນ​ຄີ​ເສ​ເດັກ​ເປັນ​ຄົນ​ມີ​ສັດທາ, ຜູ້​ໄດ້​ເຮັດ​ຄວາມ​ຊອບ​ທຳ; ແລະ ເມື່ອ​ຕອນ​ຍັງ​ນ້ອຍ ເພິ່ນ​ໄດ້​ຢຳເກງ​ພຣະ​ເຈົ້າ, ແລະ ໄດ້​ປິດ​ປາກ​ສິງ, ແລະ ໄດ້​ດັບ​ຄວາມ​ຮ້ອນ​ຂອງ​ໄຟ.

27 ແລະ ດັ່ງ​ນັ້ນ, ໂດຍ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ຊອບ​ຂອງ​ພຣະ​ເຈົ້າ, ເພິ່ນ​ຈຶ່ງ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ມະຫາ​ປະ​ໂລ​ຫິດ ຕາມ​ລະບຽບ​ຂອງ​ພັນທະ​ສັນ​ຍາ ຊຶ່ງ​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ເອນົກ,

28 ມັນ​ເປັນ​ໄປ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ຊຶ່ງ​ລະບຽບ​ໄດ້​ເກີດ​ຂຶ້ນ, ບໍ່​ແມ່ນ​ໂດຍ​ມະນຸດ, ຫລື ໂດຍ​ຄວາມ​ປະສົງ​ຂອງ​ມະນຸດ; ບໍ່​ແມ່ນ​ໂດຍ​ພໍ່ ຫລື ແມ່; ບໍ່​ແມ່ນ​ໂດຍ​ການ​ເລີ່ມ​ຕົ້ນ​ຂອງ​ວັນ ຫລື ໂດຍ​ການ​ສິ້ນ​ສຸດ​ຂອງ​ປີ; ແຕ່​ໂດຍ​ພຣະ​ເຈົ້າ;

29 ແລະ ມັນ​ໄດ້​ຖືກ​ມອບ​ໃຫ້​ມະນຸດ ໂດຍ​ການ​ເອີ້ນ​ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ, ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ​ເອງ, ແກ່​ຄົນ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

30 ເພາະ​ພຣະ​ເຈົ້າ​ໂດຍ​ທີ່​ໄດ້​ປະ​ຕິ​ຍານ​ກັບ​ເອນົກ ແລະ ກັບ​ລູກ​ຫລານ​ຂອງ​ເພິ່ນ ດ້ວຍ​ຄຳ​ສາບານ​ດ້ວຍ​ຕົວ​ພຣະ​ອົງ​ເອງ; ວ່າ​ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕາມ​ລະບຽບ ແລະ ການ​ເອີ້ນ ຈະ​ມີ​ອຳນາດ, ໂດຍ​ສັດທາ, ເພື່ອ​ທຳ​ລາຍ​ພູ​ເຂົາ, ເພື່ອ​ແຍກ​ທະເລ, ເພື່ອ​ເຮັດ​ໃຫ້​ນ້ຳ​ແຫ້ງ, ເພື່ອ​ປ່ຽນ​ສາຍ​ນ້ຳ​ອອກ​ຈາກ​ເສັ້ນ​ທາງ​ເດີນ​ຂອງ​ມັນ;

31 ເພື່ອ​ຕໍ່​ຕ້ານ​ບັນ​ດາ​ກອງ​ທັບ​ຂອງ​ປະ​ຊາ​ຊາດ, ເພື່ອ​ແຍກ​ແຜ່ນ​ດິນ​ໂລກ, ເພື່ອ​ຕັດ​ສາຍ​ຮັດ​ທຸກ​ເສັ້ນ, ເພື່ອ​ຢືນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ເພື່ອ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ, ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ, ປາບ​ເຂດ​ປົກ​ຄອງ ແລະ ອຳນາດ​ທັງ​ຫລາຍ; ແລະ ສິ່ງ​ນີ້​ໂດຍ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ຊຶ່ງ​ດຳ​ລົງ​ຢູ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ.

32 ແລະ ມະນຸດ​ໂດຍ​ທີ່​ມີ​ສັດທາ​ນີ້, ທີ່​ຂຶ້ນ​ມາ​ເຖິງ​ລະບຽບ​ນີ້​ຂອງ​ພຣະ​ເຈົ້າ, ໄດ້​ຖືກ​ປ່ຽນ​ແປງ​ສະພາບ ແລະ ຖືກ​ພາ​ຂຶ້ນ​ສູ່​ສະຫວັນ.

33 ແລະ ບັດ​ນີ້, ເມນ​ຄີ​ເສ​ເດັກ​ໄດ້​ເປັນ​ປະ​ໂລ​ຫິດ​ຂອງ​ລະບຽບ​ນີ້; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ຮັບ​ສັນ​ຕິ​ສຸກ ໃນ​ຊາເລັມ, ແລະ ຖືກ​ເອີ້ນ​ວ່າ ເຈົ້າ​ສັນ​ຕິ​ລາດ.

34 ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ​ຄວາມ​ຊອບ​ທຳ, ແລະ ໄດ້​ຮັບ​ສະຫວັນ, ແລະ ໄດ້​ສະແຫວງ​ຫາ​ເມືອງ​ຂອງ​ເອນົກ ຊຶ່ງ​ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ໄປ​ກ່ອນ​ໜ້າ​ນັ້ນ, ໄດ້​ແຍກ​ມັນ​ອອກ​ຈາກ​ແຜ່ນ​ດິນ​ໂລກ, ໄດ້​ຮັກ​ສາ​ມັນ​ໄວ້​ສຳ​ລັບ​ຍຸກ​ສຸດ​ທ້າຍ, ຫລື ຄາວ​ສິ້ນ​ສຸດ​ໂລກ;

35 ແລະ ໄດ້​ກ່າວ, ແລະ ໄດ້​ປະ​ຕິ​ຍານ​ດ້ວຍ​ຄຳ​ສາບານ, ວ່າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ ຈະ​ບໍ່​ເຂົ້າ​ມາ​ຫາ​ກັນ​ອີກ; ແລະ ບັນ​ດາ​ບຸດ​ຂອງ​ພຣະ​ເຈົ້າ ຈະ​ຖືກ​ທົດ​ສອບ​ດັ່ງ​ນັ້ນ​ດ້ວຍ​ໄຟ.

36 ແລະ ເມນ​ຄີ​ເສ​ເດັກ​ຄົນ​ນີ້, ໂດຍ​ທີ່​ໄດ້​ສະຖາ​ປະນາ​ຄວາມ​ຊອບ​ທຳ​ດັ່ງ​ນີ້, ຈຶ່ງ​ໄດ້​ຖືກ​ເອີ້ນ​ວ່າ ກະສັດ​ແຫ່ງ​ສະຫວັນ ໂດຍ​ຜູ້​ຄົນ​ຂອງ​ເພິ່ນ, ຫລື ອີກ​ຄຳ​ໜຶ່ງ, ກະສັດ​ແຫ່ງ​ສັນ​ຕິ​ສຸກ.

37 ແລະ ເພິ່ນ​ໄດ້​ເປັ່ງ​ສຽງ​ຂອງ​ເພິ່ນ; ແລະ ເພິ່ນ​ໄດ້​ອວຍ​ພອນ​ອັບຣາມ, ໂດຍ​ທີ່​ເປັນ​ມະຫາ​ປະ​ໂລ​ຫິດ, ແລະ ຜູ້​ດູ​ແລ​ຄັງ​ຂອງ​ພຣະ​ເຈົ້າ;

38 ເພິ່ນ​ປັນ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ກຳ​ນົດ​ໄວ້ ເພື່ອ​ໃຫ້​ຮັບ​ເອົາ​ໜຶ່ງ​ສ່ວນ​ສິບ ສຳ​ລັບ​ຄົນ​ຍາກ​ຈົນ.

39 ດັ່ງ​ນັ້ນ, ອັບຣາມ​ຈຶ່ງ​ໄດ້​ຈ່າຍ​ໜຶ່ງ​ສ່ວນ​ສິບ​ຂອງ​ທຸກ​ສິ່ງ​ທີ່​ເພິ່ນ​ມີ​ໃຫ້​ເພິ່ນ, ຈາກ​ຊັບ​ສົມ​ບັດ​ທັງ​ໝົດ​ທີ່​ເພິ່ນ​ຄອບ​ຄອງ, ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເພິ່ນ ຫລາຍ​ກວ່າ​ທີ່​ເພິ່ນ​ຕ້ອງ​ການ.

40 ແລະ ເຫດ​ການ​ໄດ້​ເກີດ​ຂຶ້ນ, ຄື​ພຣະ​ເຈົ້າ​ໄດ້​ອວຍ​ພອນ​ອັບຣາມ, ແລະ ໄດ້​ປະທານ​ຄວາມ​ຮັ່ງ​ມີ​ໃຫ້​ເພິ່ນ, ແລະ ກຽດ​ຕິ​ຍົດ, ແລະ ທີ່​ດິນ ເພື່ອ​ເປັນ​ຊັບ​ສົມ​ບັດ​ອັນ​ເປັນ​ນິດ; ຕາມ​ພັນທະ​ສັນ​ຍາ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້, ແລະ ຕາມ​ພອນ​ທີ່​ເມນ​ຄີ​ເສ​ເດັກ​ໄດ້​ມອບ​ໃຫ້​ເພິ່ນ.