ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 21


ປຈສ, ປະຖົມ​ມະການ 21:31–32. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 21:32–34

ອັບ​ຣາ​ຮາມ​ນະມັດ​ສະການ​ພຣະ​ເຈົ້າ​ຜູ້​ດຳ​ລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ.

31 ແລ້ວ ອາບີ​ເມເຫລັກ, ແລະ ຟີ​ໂກນ, ແມ່​ທັບ​ຂອງ​ເພິ່ນ, ໄດ້​ໄປ, ແລະ ພວກ​ເພິ່ນ​ໄດ້​ປູກ​ກົກ​ໄມ້​ຕົ້ນ​ໜຶ່ງ​ທີ່ ເບ​ເອນເຊບາ, ແລະ ໄດ້​ຮ້ອງ​ທູນ​ອອກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເພິ່ນ​ໄດ້​ກັບ​ຄືນ​ສູ່​ແຜ່ນ​ດິນ​ຟີລິດ​ສະຕິນ.

32 ແລະ ອັບ​ຣາ​ຮາມ ໄດ້​ນະມັດ​ສະການ​ພຣະ​ເຈົ້າ​ຜູ້​ດຳ​ລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ, ແລະ ໄດ້​ຢູ່​ໃນ​ແຜ່ນ​ດິນ​ຟີລິດ​ສະຕິນ​ເປັນ​ເວລາ​ນານ.