ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 15


ປຈສ, ປະຖົມ​ມະການ 15:9–12. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 15:1–6

ອັບ​ຣາ​ຮາມ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ ແລະ ເຫັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ເຢຊູ ໃນ​ພາບ​ນິມິດ.

9 ແລະ ອັບຣາມ​ໄດ້​ກ່າວ​ວ່າ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ປະທານ​ແຜ່ນ​ດິນ​ນີ້​ໃຫ້​ຂ້າ​ນ້ອຍ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ອັນ​ເປັນ​ນິດ​ໄດ້​ແນວ​ໃດ?

10 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ເຖິງ​ແມ່ນ​ເຈົ້າ​ຕາຍ​ໄປ, ແຕ່​ເຮົາ​ກໍ​ສາ​ມາດ​ປະທານ​ມັນ​ໃຫ້​ແກ່​ເຈົ້າ ບໍ່​ແມ່ນ​ບໍ?

11 ແລະ ຖ້າ​ເຈົ້າ​ຈະ​ຕາຍ, ແຕ່​ເຈົ້າ​ຈະ​ຄອບ​ຄອງ​ມັນ, ເພາະ​ວັນ​ເວລາ​ຈະ​ມາ​ເຖິງ, ເມື່ອ​ບຸດ​ມະນຸດ​ຈະ​ມີ​ຊີ​ວິດ; ແຕ່​ພຣະ​ອົງ​ຈະ​ມີ​ຊີ​ວິດ​ໄດ້​ແນວ​ໃດ ຖ້າ​ຫາກ​ພຣະ​ອົງ​ບໍ່​ໄດ້​ສິ້ນ​ພຣະ​ຊົນ? ພຣະ​ອົງ​ຕ້ອງ​ຄືນ​ຊີບ​ເສຍ​ກ່ອນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຄື​ອັບຣາມ​ໄດ້​ຫລຽວ​ອອກ​ໄປ ແລະ ໄດ້​ເຫັນ​ວັນ​ເວລາ​ຂອງ​ບຸດ​ມະນຸດ, ແລະ ຍິນ​ດີ, ແລະ ຈິດ​ວິນ​ຍານ​ຂອງ​ເພິ່ນ​ສະຫງົບ​ງຽບ, ແລະ ເພິ່ນ​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພຣະ​ຜູ້​ເປັນ​ເຈົ້າໄດ້​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບ​ທຳ.