ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 17


ປຈສ, ປະຖົມ​ມະການ 17:3–12. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 17:3–12

ຜູ້​ຄົນ​ບໍ່​ສາ​ມາດ​ຮັກ​ສາ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ການ​ບັບຕິ​ສະມາ. ພຣະ​ເຈົ້າ​ອະ​ທິ​ບາຍ​ເລື່ອງ​ພັນທະ​ສັນ​ຍາ​ຂອງ​ພິ​ທີ​ຕັດ ແລະ ອາ​ຍຸ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ​ຂອງ​ເດັກ ແກ່​ອັບ​ຣາ​ຮາມ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຄືອັບຣາມ​ໄດ້​ກົ້ມ​ຂາບ​ລົງ​ຈົນ​ເຖິງ​ພື້ນ​ດິນ, ແລະ ໄດ້​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

4 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, ຜູ້​ຄົນ​ຂອງ​ເຮົາ​ໄດ້​ຫັນ​ໜີ​ຈາກ​ກົດ​ເກນ​ຂອງ​ເຮົາ, ແລະ ບໍ່​ໄດ້​ຮັກ​ສາ​ພິ​ທີ​ການ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ປະທານ​ໃຫ້​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ;

5 ແລະ ພວກ​ເຂົາ​ບໍ່​ໄດ້​ຮັກ​ສາ​ການ​ເຈີມ​ຂອງ​ເຮົາ, ແລະ ການ​ຝັງ, ຫລື ການ​ບັບຕິ​ສະມາ ຊຶ່ງ​ໃນ​ເລື່ອງ​ນີ້ ເຮົາ​ໄດ້​ບັນ​ຊາ​ພວກ​ເຂົາ;

6 ແຕ່​ໄດ້​ຫັນ​ໜີ​ຈາກ​ພຣະ​ບັນ​ຍັດ, ແລະ ດຳ​ເນີນ​ການ​ດ້ວຍ​ຕົນ​ເອງ ໂດຍ​ການ​ຊຳລະ​ລ້າງ​ເດັກ​ນ້ອຍໆ, ແລະ ການ​ພົມ​ເລືອດ;

7 ແລະ ໄດ້​ກ່າວ​ວ່າ ເລືອດ​ຂອງ​ອາ​ເບັນ​ທີ່​ຊອບ​ທຳ ໄດ້​ຫລັ່ງ​ເພື່ອ​ບາບ; ແລະ ບໍ່​ຮູ້​ວ່າ​ພວກ​ເຂົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຮົາ​ແນວ​ໃດ.

8 ແຕ່ ສຳ​ລັບເຈົ້າ, ຈົ່ງ​ເບິ່ງ, ເຮົາ​ຈະ​ເຮັດພັນທະ​ສັນ​ຍາ​ກັບ​ເຈົ້າ, ແລະ ວ່າ​ເຈົ້າ​ຈະ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ຊົນ​ຊາດ​ທັງ​ຫລາຍ.

9 ແລະ ເຮົາ​ເຮັດ​ພັນທະ​ສັນ​ຍາ​ນີ້, ວ່າ​ທຸກ​ປະ​ຊາ​ຊາດ​ຈະ​ຮູ້​ຈັກ​ລູກ​ຫລານ​ຂອງ​ເຈົ້າ. ຊື່​ເຈົ້າ​ຈະ​ບໍ່​ແມ່ນ​ອັບຣາມ​ອີກ​ຕໍ່​ໄປ, ແຕ່​ເຈົ້າ​ຈະ​ມີ​ຊື່​ໃໝ່​ວ່າ ອັບ​ຣາ​ຮາມ; ເພາະ​ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ຫລາຍໆ​ຊົນ​ຊາດ.

10 ແລະ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຢ່າງ​ຫລວງ​ຫລາຍ ແລະ ບາງ​ຄົນ​ໃນ​ເຊື້ອ​ສາຍ​ນັ້ນ, ແລະ ຈາກ​ລູກ​ຫລານ​ຂອງ​ເຈົ້າ ຈະ​ເປັນ​ເຖິງ​ກະສັດ.

11 ແລະ ເຮົາ​ຈະ​ສະຖາ​ປະນາພັນທະ​ສັນ​ຍາ​ຂອງ​ພິ​ທີ​ຕັດ​ໄວ້​ກັບ​ເຈົ້າ, ແລະ ມັນ​ຈະ​ເປັນພັນທະ​ສັນ​ຍາ​ລະຫວ່າງ​ເຮົາ ແລະ ເຈົ້າ, ແລະ ລູກ​ຫລານ​ຂອງ​ເຈົ້າ ນັບ​ຈາກ​ເຈົ້າ, ໃນ​ລຸ້ນ​ຂອງ​ພວກ​ເຂົາ; ເພື່ອ​ເຈົ້າ​ຈະ​ຮູ້​ໄປ​ຕະຫລອດ​ການ​ວ່າ ເດັກ​ນ້ອຍ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ໜ້າ​ເຮົາ ຈົນ​ກວ່າ​ເຂົາ​ເຖິງ​ແປດ​ປີ.

12 ແລະ ເຈົ້າ​ຕ້ອງ​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພັນທະ​ສັນ​ຍາ​ທັງ​ໝົດ​ຂອງ​ເຮົາ ຊຶ່ງ​ພັນທະ​ສັນ​ຍາ​ເຫລົ່າ​ນັ້ນ ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ; ແລະ ເຈົ້າ​ຕ້ອງ​ຮັກ​ສາ​ພຣະ​ບັນ​ຍັດ ທີ່​ເຮົາ​ໄດ້​ປະທານ​ໃຫ້​ແກ່​ເຈົ້າ ດ້ວຍ​ປາກ​ຂອງ​ເຮົາ​ເອງ, ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ ເປັນ​ພຣະ​ເຈົ້າ​ຂອງ​ລູກ​ຫລານ​ຂອງ​ເຈົ້າ ນັບ​ຈາກ​ເຈົ້າ.

ປຈສ, ປະຖົມ​ມະການ 17:23–24. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 17:17–18

ອັບ​ຣາ​ຮາມ​ປິ​ຕິ​ຍິນ​ດີ​ກັບ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ການ​ເກີດ​ຂອງ​ອີ​ຊາກ ແລະ ອະ​ທິ​ຖານ​ເພື່ອ​ອິດ​ຊະ​ມາ​ເອນ.

23 ຈາກ​ນັ້ນ​ອັບ​ຣາ​ຮາມ​ໄດ້​ກົ້ມ​ຂາບ​ລົງ​ຈົນ​ເຖິງ​ພື້ນ​ດິນ ແລະ ປິ​ຕິ​ຍິນ​ດີ, ແລະ ໄດ້​ກ່າວ​ຢູ່​ໃນ​ໃຈ​ວ່າ, ຈະມີ​ເດັກ​ມາ​ເກີດ​ນຳ​ຄົນ​ທີ່​ມີ​ອາ​ຍຸ​ໜຶ່ງ​ຮ້ອຍ​ປີ, ແລະ ນາງ​ຊາຣາ ຜູ້​ມີ​ອາ​ຍຸ​ເກົ້າ​ສິບ​ປີ ຈະ​ເປັນ​ຄົນ​ໃຫ້​ກຳ​ເນີດ.

24 ແລະ ອັບ​ຣາ​ຮາມ ໄດ້​ກ່າວ​ຕໍ່​ພຣະ​ເຈົ້າ​ວ່າ, ໂອ້ ຂ້າ​ແດ່​ພຣະ​ອົງ​ເຈົ້າ ເປັນ​ຫຍັງ​ບໍ່​ໃຫ້​ອິດ​ຊະ​ມາ​ເອນ ເປັນ​ຜູ້​ສືບ​ແທນ​ມໍ​ລະ​ດົກ​ຂອງ​ຂ້າ​ນ້ອຍຢ່າງ​ພາກ​ພູມ​ໃຈ!