ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ປະຖົມ​ມະການ 48


ປຈສ, ປະຖົມ​ມະການ 48:5–11. ປຽບ​ທຽບ​ໃສ່​ກັບ ປະຖົມ​ມະການ 48:5–6

ເອຟະ​ຣາອີມ ແລະ ມາ​ນາ​ເຊ ໄດ້​ກາຍ​ເປັນ​ເຜົ່າ​ຂອງ​ອິດສະ​ຣາເອນ. ເຊັ່ນ​ດຽວ​ກັບ​ໂຢເຊັບ​ໃນ​ສະ​ໄໝ​ບູຮານ​ໄດ້​ຊ່ວຍ​ເຫລືອ​ຊີ​ວິດ​ຄອບ​ຄົວ​ຂອງ​ເພິ່ນ​ທາງ​ຮ່າງ​ກາຍ​ສັນ​ໃດ, ລູກ​ຫລານ​ຂອງ​ເພິ່ນ​ຈະ​ຊ່ວຍ​ເຫລືອ​ຊາວ​ອິດສະ​ຣາເອນ​ທາງ​ວິນ​ຍານ​ສັນ​ນັ້ນ ໃນ​ຍຸກ​ສຸດ​ທ້າຍ.

5 ແລະ ບັດ​ນີ້, ກ່ຽວ​ກັບ​ລູກ​ຊາຍ​ສອງ​ຄົນ​ຂອງ​ເຈົ້າ, ເອຟະ​ຣາອີມ ແລະ ມາ​ນາ​ເຊ, ຊຶ່ງ​ໄດ້​ເກີດ​ນຳ​ເຈົ້າ​ໃນ​ປະເທດ​ເອຢິບ, ກ່ອນ​ພໍ່​ໄດ້​ມາ​ຫາ​ເຈົ້າ​ໃນ​ເອຢິບ; ຈົ່ງ​ເບິ່ງ, ພວກ​ເຂົາເປັນ​ຂອງ​ພໍ່, ແລະ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພໍ່​ຈະ​ອວຍ​ພອນ​ພວກ​ເຂົາ; ແມ່ນ​ແຕ່​ເໝືອນ​ດັ່ງ ຣູເບັນ ແລະ ຊີ​ເມ​ໂອນ, ພວກ​ເຂົາຈະ​ໄດ້​ຮັບ​ພອນ, ເພາະ​ພວກ​ເຂົາ​ເປັນ​ຂອງ​ພໍ່; ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພໍ່. (ສະນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ເອີ້ນ​ວ່າ ອິດສະ​ຣາເອນ.)

6 ແລະ ຜູ້​ສືບ​ທອດ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ຈະ​ມີ​ຫລັງ​ຈາກ​ນີ້, ຈະ​ເປັນ​ຂອງ​ເຈົ້າ, ແລະ ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ອ້າຍ​ນ້ອງ​ຂອງ​ພວກ​ເຂົາ ໃນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ໃນ​ເຜົ່າ​ທັງ​ປວງ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ເອີ້ນ​ວ່າ ເຜົ່າ​ຂອງ ມາ​ນາ​ເຊ ແລະ ຂອງ​ເອຟະ​ຣາອີມ.

7 ແລະ ຢາໂຄບ​ໄດ້​ກ່າວ​ກັບ​ໂຢເຊັບ​ວ່າ, ເມື່ອ​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພໍ່ ໄດ້​ມາ​ປະກົດ​ຕໍ່​ພໍ່​ທີ່ ລູເຊ,​ໃນ​ແຜ່ນ​ດິນ​ກາ​ນາ​ອານ; ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ພໍ່, ວ່າ​ພຣະ​ອົງ​ຈະ​ມອບ​ແຜ່ນ​ດິນ​ນັ້ນ​ໃຫ້​ພໍ່ ແລະ ລູກ​ຫລານ​ຂອງ​ພໍ່ ເພື່ອ​ຄອບ​ຄອງ​ຕະຫລອດ​ໄປ​ເປັນ​ນິດ.

8 ສະນັ້ນ, ໂອ້ ລູກ​ຂອງ​ພໍ່, ພຣະ​ອົງ​ໄດ້​ອວຍ​ພອນ​ພໍ່ ໃນ​ການ​ລ້ຽງ​ດູ​ເຈົ້າ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພໍ່, ໃນ​ການ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ພໍ່​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ;

9 ໃນ​ການ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ພໍ່, ອ້າຍ​ນ້ອງ​ຂອງ​ເຈົ້າ, ຈາກ​ຄວາມ​ອຶດ​ຢາກ​ທີ່​ຮ້າຍ​ແຮງ​ໃນ​ແຜ່ນ​ດິນ; ດັ່ງ​ນັ້ນ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ ຈະ​ອວຍ​ພອນ​ເຈົ້າ, ແລະ ຜົນ​ແອວ​ຂອງ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ​ອ້າຍ​ນ້ອງ​ຂອງ​ເຈົ້າ, ແລະ ຫລາຍ​ກວ່າ​ຄອບ​ຄົວ​ຂອງ​ບິດາ​ຂອງ​ເຈົ້າ;

10 ເພາະ​ເຈົ້າ​ໄດ້​ຮັບ​ໄຊ​ຊະນະ​ແລ້ວ, ແລະ ບ້ານ​ຂອງ​ບິດາ​ຂອງ​ເຈົ້າ​ໄດ້​ກົ້ມ​ຂາບ​ເຈົ້າ, ແມ່ນ​ແຕ່​ດັ່ງ​ທີ່​ໄດ້​ສະແດງ​ແກ່​ເຈົ້າ, ກ່ອນ​ເຈົ້າ​ໄດ້​ຖືກ​ຂາຍ​ໄປ​ປະເທດ​ເອຢິບ ດ້ວຍ​ນ້ຳ​ມື​ຂອງ​ພວກ​ອ້າຍ​ຂອງ​ເຈົ້າ; ດັ່ງ​ນັ້ນ ພວກ​ອ້າຍ​ຂອງ​ເຈົ້າ​ຈຶ່ງ​ຈະ​ກົ້ມ​ຂາບ​ເຈົ້າ, ຈາກ​ລຸ້ນ​ສູ່​ລຸ້ນ, ກັບ​ຜົນ​ແອວ​ຂອງ​ເຈົ້າ​ຕະຫລອດ​ການ;

11 ເພາະ​ເຈົ້າ​ຈະ​ເປັນ​ແສງ​ສະ​ຫວ່າງ​ແກ່​ຜູ້​ຄົນ​ຂອງ​ພໍ່, ເພື່ອ​ປົດ​ປ່ອຍ​ພວກ​ເຂົາ​ໃນ​ວັນ​ແຫ່ງ​ການ​ເປັນ​ຊະ​ເລີຍ, ຈາກ​ຄວາມ​ເປັນ​ທາດ; ແລະ ເພື່ອ​ນຳ​ຄວາມ​ລອດ​ກັບ​ມາ​ໃຫ້​ພວກ​ເຂົາ, ເມື່ອ​ພວກ​ເຂົາ​ກົ້ມ​ຂາບ​ຢູ່​ໃຕ້​ບາບ.