ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 14


ປຈສ, ມາ​ຣະ​ໂກ 14:20–26. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 14:22–25

ພຣະ​ເຢຊູ​ຈັດ​ຕັ້ງ​ສິນ​ລະ​ລຶກ ໃນ​ການ​ລະ​ນຶກ​ເຖິງ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ອົງ.

20 ແລະ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຮັບ​ປະທານ​ອາຫານ, ພຣະ​ເຢຊູ​ໄດ້​ຢິບ​ເອົາ​ເຂົ້າ​ຈີ່​ຂຶ້ນ​ມາ ແລະ ອວຍ​ພອນ​ມັນ, ແລະ ຫັກ​ມັນ​ເປັນ​ປ່ຽງໆ, ແລະ ມອບ​ມັນ​ໃຫ້​ເຂົາ​ເຈົ້າ, ແລະ ກ່າວ​ວ່າ ຈົ່ງ​ຮັບ​ເອົາ, ແລະ ກິນມັນ.

21 ຈົ່ງ​ເບິ່ງ, ໃຫ້​ພວກ​ເຈົ້າ​ເຮັດ​ສິ່ງ​ນີ້ ໃນ​ການ​ລະ​ນຶກ​ເຖິງ​ເນື້ອ​ກາຍ​ຂອງ​ເຮົາ; ເພາະ​ເມື່ອ​ພວກ​ເຈົ້າ​ເຮັດ​ສິ່ງ​ນີ້​ເລື້ອຍ​ເທົ່າ​ໃດ ພວກ​ເຈົ້າ​ຈະ​ຈື່​ຈຳ​ຊົ່ວ​ໂມງ​ນີ້ ທີ່​ເຮົາ​ໄດ້​ຢູ່​ກັບ​ພວກ​ເຈົ້າ.

22 ແລະ ພຣະ​ອົງ​ໄດ້​ຍົກ​ຈອກ​ຂຶ້ນ, ແລະ ເມື່ອ​ພຣະ​ອົງ​ໄດ້​ຂອບ​ພຣະ​ໄທ​ແລ້ວ, ພຣະ​ອົງ​ໄດ້​ຍື່ນ​ມັນ​ໃຫ້​ເຂົາ​ເຈົ້າ; ແລະ ເຂົາ​ເຈົ້າ​ໄດ້​ດື່ມ​ຈາກ​ຈອກ​ນັ້ນ.

23 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ວ່າ ນີ້​ເປັນການ​ລະ​ນຶກ​ເຖິງ​ເລືອດ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ຫລັ່ງ​ເພື່ອ​ຫລາຍ​ຄົນ, ແລະ ພັນທະ​ສັນ​ຍາ​ໃໝ່​ຊຶ່ງ​ເຮົາ​ມອບ​ໃຫ້​ພວກ​ເຈົ້າ; ເພາະ​ພວກ​ເຈົ້າ​ຈະ​ເປັນ​ພະຍານ​ເຖິງ​ເຮົາ​ຕໍ່​ທົ່ວ​ໂລກ.

24 ແລະ ເມື່ອ​ພວກ​ເຈົ້າ​ເຮັດ​ພິ​ທີ​ການ​ນີ້​ເລື້ອຍ​ເທົ່າ​ໃດ, ພວກ​ເຈົ້າ​ຈະ​ຈື່​ຈຳ​ຊົ່ວ​ໂມງ​ນີ້ ທີ່​ເຮົາ​ໄດ້​ຢູ່​ກັບ​ພວກ​ເຈົ້າ ແລະ ໄດ້​ດື່ມ​ກັບ​ພວກ​ເຈົ້າ​ຈາກ​ຈອກ​ນີ້, ແມ່ນ​ແຕ່​ຄັ້ງ​ສຸດ​ທ້າຍ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ.

25 ແທ້​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້; ເພາະເຮົາ​ຈະ​ບໍ່​ດື່ມ​ຜົນ​ຂອງ​ອະງຸ່ນກັບ​ພວກ​ເຈົ້າອີກ, ຈົນ​ກວ່າ​ເຖິງ​ວັນ​ນັ້ນ ວັນ​ທີ່​ເຮົາ​ຈະ​ດື່ມ​ຜົນ​ໃໝ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

26 ແລະ ບັດ​ນີ້ ເຂົາ​ເຈົ້າ​ໄດ້​ໂສກ​ເສົ້າ, ແລະ ໄດ້​ຮ້ອງ​ໄຫ້​ນຳ​ພຣະ​ອົງ.

ປຈສ, ມາ​ຣະ​ໂກ 14:36–38. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 14:32–34

ຢູ່​ເຄັດ​ເຊ​ມາ​ເນ, ແມ່ນ​ແຕ່​ອັກຄະ​ສາວົກ​ສິບ​ສອງ ບໍ່​ເຂົ້າ​ໃຈ​ຄັກ​ແນ່​ເຖິງ​ບົດ​ບາດ​ຂອງ​ຂອງ​ພຣະ​ຄຣິດ ໃນ​ຖານະ​ເປັນ​ພຣະ​ເມ​ຊີ​ອາ.

36 ແລະ ເຂົາ​ເຈົ້າ​ໄດ້​ມາ​ເຖິງ​ສະຖານ​ທີ່​ແຫ່ງ​ໜຶ່ງ ທີ່​ເອີ້ນ​ວ່າ ເຄັດ​ເຊ​ມາ​ເນ, ຊຶ່ງ​ເປັນ​ສວນ; ແລະ ສາ​ນຸ​ສິດ​ໄດ້​ເລີ່ມ​ກັງ​ວົນ​ໃຈ​ຢ່າງ​ໜັກ, ແລະ ໜັກ​ໃຈ​ຫລາຍ, ແລະ ເລີ່ມ​ຈົ່ມ​ຢູ່​ໃນ​ໃຈ, ສົງ​ໄສ​ວ່າ ນີ້​ຄື​ພຣະ​ເມ​ຊີ​ອາ​ຫລື​ບໍ່.

37 ແລະ ພຣະ​ເຢຊູ ໂດຍ​ທີ່​ຮູ້​ຈັກ​ເຖິງ​ຄວາມ​ໃນ​ໃຈ​ຂອງ​ເຂົາ​ເຈົ້າ, ໄດ້​ກ່າວ​ກັບສາ​ນຸ​ສິດ​ວ່າ ຈົ່ງ​ນັ່ງ​ຢູ່​ບ່ອນ​ນີ້, ໃນ​ຂະນະ​ທີ່​ເຮົາ​ອະ​ທິ​ຖານ.

38 ແລະ ພຣະ​ອົງ​ໄດ້​ພາ​ເປໂຕ, ແລະ ຢາ​ໂກ​ໂບ, ແລະ ໂຢຮັນ ໄປ​ກັບ​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ຕິ​ຕຽນ​ເຂົາ​ເຈົ້າ, ແລະ ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ວ່າ ຈິດ​ວິນ​ຍານ​ຂອງ​ເຮົາ​ໂສກ​ເສົ້າ​ຫລາຍ, ແມ່ນ​ແຕ່ຈົນ​ເຖິງ​ຕາຍ; ໃຫ້​ພວກ​ເຈົ້າ​ລໍ​ຖ້າ​ຢູ່​ນີ້ ແລະ ຄອຍ​ເຝົ້າ​ລະ​ວັງ.