ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 9


ປຈສ, ມາ​ຣະ​ໂກ 9:3. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 9:4

ໂຢຮັນ​ບັບຕິ​ສະໂຕ ໄດ້​ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະພາບ.

3 ແລະ ອີລາຍ ແລະ ໂມເຊ ໄດ້​ປະກົດ​ຕົວ​ຕໍ່​ເຂົາ​ເຈົ້າ, ຫລື ອີກ​ຄຳ​ໜຶ່ງ, ໂຢຮັນ​ບັບຕິ​ສະໂຕ ແລະ ໂມເຊ; ແລະ ພວກ​ເພິ່ນ​ກຳ​ລັງ​ສົນ​ທະ​ນາ​ຢູ່​ກັບ​ພຣະ​ເຢຊູ.

ປຈສ, ມາ​ຣະ​ໂກ 9:40–48. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 9:43–48

ພຣະ​ເຢຊູ​ປຽບ​ທຽບ​ການ​ຕັດ​ມື ຫລື ຕັດ​ຕີນ​ຂ້າງ​ໜຶ່ງ​ອອກ ໃສ່​ກັບ​ການ​ຕັດ​ຄວາມ​ສຳ​ພັນ​ທີ່​ອາດ​ພາ​ຫລົງ​ທາງ​ໄປ.

40 ສະນັ້ນ, ຖ້າ​ມື​ຂອງ​ພວກ​ເຈົ້າ​ເຮັດ​ຄວາມ​ຜິດ​ຕໍ່​ພວກ​ເຈົ້າ, ໃຫ້​ຕັດ​ມັນ​ຖິ້ມ; ຫລື ຖ້າ​ຫາກ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ເຮັດ​ຄວາມ​ຜິດ​ຕໍ່​ພວກ​ເຈົ້າ ແລະ ບໍ່​ຍອມ​ສາ​ລະ​ພາບ ແລະ ບໍ່​ຍອມ​ເຊົາ, ເຂົາ​ຈະ​ຖືກ​ຕັດ​ອອກ. ການ​ທີ່​ພວກ​ເຈົ້າ ຈະ​ເຂົ້າ​ມາ​ສູ່​ຊີ​ວິດ​ຢ່າງ​ຄົນ​ມື​ກຸດ ກໍ​ດີ​ກວ່າ​ການ​ລົງ​ໄປ​ນະລົກ​ພ້ອມ​ດ້ວຍ​ມື​ທັງ​ສອງ​ຂ້າງ.

41 ການ​ທີ່​ພວກ​ເຈົ້າ​ເຂົ້າ​ມາ​ສູ່​ຊີ​ວິດ​ປາດ​ສະ​ຈາກ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ ກໍ​ດີ​ກວ່າ​ພວກ​ເຈົ້າ ແລະ ພີ່​ນ້ອງ​ຂອງ​ພວກ​ເຈົ້າ ຖືກ​ໂຍນ​ລົງ​ໄປ​ນະລົກ​ນຳ​ກັນ; ລົງ​ໄປ​ໃນ​ໄຟ​ຊຶ່ງ​ມອດ​ບໍ່​ເປັນ​ຈັກ​ເທື່ອ, ບ່ອນ​ທີ່​ໂຕ​ໜອນ​ບໍ່​ຮູ້​ຕາຍ, ແລະ ໄຟ​ບໍ່​ຮູ້​ມອດ​ຈັກ​ເທື່ອ.

42 ແລະ ອີກ​ເທື່ອ​ໜຶ່ງ, ຖ້າ​ຕີນ​ຂອງ​ພວກ​ເຈົ້າ​ເຮັດ​ຄວາມ​ຜິດ​ຕໍ່​ພວກ​ເຈົ້າ, ໃຫ້​ຕັດ​ມັນ​ຖິ້ມ; ເພາະ​ຄົນ​ໃດ​ເປັນ​ມາດ​ຕະ​ຖານ​ຂອງ​ພວກ​ເຈົ້າ, ຄົນ​ນັ້ນ​ແຫລະ​ທີ່​ພວກ​ເຈົ້າ​ຈະ​ເດີນ​ຕາມ, ຖ້າ​ເຂົາ​ກາຍ​ເປັນ​ຜູ້​ລ່ວງ​ລະເມີດ, ເຂົາ​ຈະ​ຖືກ​ຕັດ​ອອກ.

43 ການ​ທີ່​ພວກ​ເຈົ້າ​ເຂົ້າ​ມາ​ສູ່​ຊີ​ວິດ​ຢ່າງ​ຄົນ​ພິ​ການ ກໍ​ດີ​ກວ່າ​ຕີນ​ທັງ​ສອງ​ເບື້ອງ​ຂອງ​ພວກ​ເຈົ້າ ຖືກ​ໂຍນ​ລົງ​ໄປ​ນະລົກ; ລົງ​ໄປ​ໃນ​ໄຟ​ທີ່​ບໍ່​ຮູ້​ມອດ​ຈັກ​ເທື່ອ.

44 ສະນັ້ນ, ຂໍ​ໃຫ້​ຢືນ​ຢູ່ ຫລື ຕົກ​ໄປ​ດ້ວຍ​ຕົນ​ເອງ, ແລະ ບໍ່​ແມ່ນ​ເພື່ອ​ຄົນ​ອື່ນ; ຫລື ບໍ່​ເຊື່ອ​ຄົນ​ອື່ນ.

45 ຈົ່ງ​ທູນ​ຖາມ​ພຣະ​ບິດາ​ຂອງ​ເຮົາ, ແລະ ມັນ​ຈະ​ເກີດ​ຂຶ້ນ​ເອງ​ວ່າ​ພວກ​ເຈົ້າ​ຈະ​ທູນ​ຂໍ​ສິ່ງ​ໃດ​ໃນ​ເວລາ​ນັ້ນ, ຖ້າ​ຫາກ​ພວກ​ເຈົ້າ​ທູນ​ຂໍ​ດ້ວຍ​ສັດທາ, ໂດຍ​ເຊື່ອ​ວ່າ​ຈະ​ໄດ້​ຮັບ.

46 ແລະ ຖ້າ​ຫາກ​ດວງ​ຕາ​ຂອງ​ພວກ​ເຈົ້າ ຊຶ່ງ​ມອງ​ເຫັນ​ແທນ​ພວກ​ເຈົ້າ, ຄົນ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ພວກ​ເຈົ້າ ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ​ແສງ​ສະ​ຫວ່າງ, ກາຍ​ເປັນ​ຜູ້​ລ່ວງ​ລະເມີດ ແລະ ເຮັດ​ຄວາມ​ຜິດ​ຕໍ່​ພວກ​ເຈົ້າ, ຈົ່ງ​ຕັດເຂົາອອກ.

47 ການ​ທີ່​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ດ້ວຍ​ຕາ​ໜ່ວຍ​ດຽວ, ກໍ​ດີ​ກວ່າ​ຕາ​ທັງ​ສອງ​ໜ່ວຍ​ຖືກ​ໂຍນ​ລົງ​ໃນ​ໄຟ​ນະລົກ.

48 ເພາະ​ການ​ທີ່​ພວກ​ເຈົ້າ​ເອງ​ຈະ​ລອດ ກໍ​ດີ​ກວ່າ​ຖືກ​ໂຍນ​ລົງ​ນະລົກ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ, ບ່ອນ​ທີ່​ໜອນ​ຂອງ​ພວກ​ເຂົາ​ບໍ່​ຮູ້​ຕາຍ ແລະ ໄຟ​ບໍ່​ຮູ້​ມອດ​ຈັກ​ເທື່ອ.