ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 8


ປຈສ, ມາ​ຣະ​ໂກ 8:37–38. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 8:35

ຜູ້​ໃດ​ທີ່​ເຕັມ​ໃຈ​ຍອມ​ຕາຍ​ເພື່ອ​ເຫັນ​ແກ່​ພຣະ​ເຢຊູ ຈະ​ໄດ້​ຮັບ​ຄວາມ​ລອດ.

37 ເພາະ​ຜູ້​ໃດ​ທີ່​ຢາກ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໃຫ້​ລອດ ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີ​ວິດ; ຫລື ຜູ້​ໃດ​ທີ່​ຢາກ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໃຫ້​ລອດ, ທີ່​ເຕັມ​ໃຈ​ຍອມ​ຕາຍ​ເພື່ອ​ເຫັນ​ແກ່​ເຮົາ; ແລະ ຖ້າ​ຫາກ​ເຂົາ​ບໍ່​ຍອມ​ຕາຍ​ເພື່ອ​ເຫັນ​ແກ່​ເຮົາ, ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີ​ວິດ.

38 ແຕ່​ຜູ້​ໃດ​ທີ່ຍອມເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ, ແລະ ພຣະ​ກິດ​ຕິ​ຄຸນ, ຜູ້​ນັ້ນ​ຈະ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໃຫ້​ລອດ.

ປຈສ, ມາ​ຣະ​ໂກ 8:42–43. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 8:38

ຄົນ​ທີ່​ລະອາຍ​ໃນ​ເລື່ອງ​ພຣະ​ຄຣິດ ບໍ່​ມີ​ພາກ​ສ່ວນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, ແຕ່​ຄົນ​ທີ່​ຍອມ​ຕາຍ​ເພື່ອ​ພຣະ​ຄຣິດ ຈະ​ມາ​ກັບ​ພຣະ​ອົງ ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

42 ແລະ ພວກ​ເຮົາ​ຈະ​ບໍ່​ມີ​ພາກ​ສ່ວນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ນັ້ນ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ.

43 ເພາະ ແທ້​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ພຣະ​ອົງ​ຈະ​ສະ​ເດັດ​ມາ; ແລະ ຄົນ​ທີ່​ຍອມ​ຕາຍ​ເພື່ອ​ເຫັນ​ແກ່​ເຮົາ ແລະ ພຣະ​ກິດ​ຕິ​ຄຸນ, ຈະ​ມາ​ກັບ​ພຣະ​ອົງ, ແລະ ຈະ​ຫຸ້ມ​ຫໍ່​ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຢູ່​ໃນ​ເມກ, ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ບຸດ​ມະນຸດ.