ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 3


ປຈສ, ມາ​ຣະ​ໂກ 3:21–25. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 3:28–30

ພຣະ​ເຢຊູ​ຈະ​ໃຫ້​ອະ​ໄພ​ແກ່​ຄົນ​ບາບ​ທຸກ​ຄົນ​ທີ່​ກັບ​ໃຈ ຍົກ​ເວັ້ນ​ແຕ່​ຄົນ​ທີ່​ເວົ້າ​ໝິ່ນ​ປະ​ໝາດ​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

21 ແລະ ມີ​ພວກ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ໄດ້​ມາ​ຫາ​ພຣະ​ອົງ, ໄດ້​ກ່າວ​ຫາ​ພຣະ​ອົງ, ໂດຍ​ກ່າວ​ວ່າ, ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ຮັບ​ເອົາ​ຄົບ​ບາບ, ໂດຍ​ທີ່​ທ່ານ​ຖື​ຕົວ​ເອງ​ວ່າ ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

22 ແຕ່​ພຣະ​ອົງ​ໄດ້​ຕອບ​ພວກ​ເຂົາ​ວ່າ, ເຮົາ​ບອກ​ພວກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງ​ວ່າ, ການ​ບາບ​ທຸກ​ປະ​ການ ທີ່​ມະນຸດ​ໄດ້​ເຮັດ, ເມື່ອ​ເຂົາ​ກັບ​ໃຈ, ເຂົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ; ເພາະ​ເຮົາ​ມາ​ເພື່ອ​ສັ່ງ​ສອນ​ການ​ກັບ​ໃຈ ແກ່​ລູກ​ຫລານ​ມະນຸດ.

23 ແລະ ຄຳ​ໝິ່ນ​ປະ​ໝາດ​ທຸກ​ຢ່າງ ທີ່​ພວກ​ເຂົາ​ໄດ້​ກ່າວ, ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ເມື່ອ​ເຂົາ​ມາ​ຫາ​ເຮົາ, ແລະ ເຮັດ​ວຽກ​ງານ​ຊຶ່ງ​ເຂົາ​ເຫັນ​ເຮົາ​ກະ​ທຳ.

24 ແຕ່​ຈະ​ມີ​ການ​ບາບ​ທີ່ອະໄພ​ໃຫ້​ບໍ່​ໄດ້. ຄົນ​ທີ່​ເວົ້າ​ໝິ່ນ​ປະ​ໝາດ​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈັກ​ເທື່ອ; ແຕ່​ເຂົາ​ຈະ​ມີ​ໂທດ​ຖານຖືກ​ຕັດ​ອອກ​ຈາກ​ໂລກ. ແລະ ເຂົາ​ຈະ​ໄດ້​ຮັບຄວາມ​ອັບ​ປະ​ໂຫຍດ​ນິ​ລັນ​ດອນ.

25 ແລະ ພຣະ​ອົງ​ໄດ້​ກ່າວ​ເຊັ່ນ​ນີ້​ກັບ​ພວກ​ເຂົາ ເພາະ​ພວກ​ເຂົາ​ໄດ້​ເວົ້າ​ວ່າ, ພຣະ​ອົງ​ມີ​ຜີ​ຊົ່ວ​ຮ້າຍ​ເຂົ້າ​ສິງ​ຢູ່.