ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 11


ປຈສ, ມັດທາຍ 1:13–15. ປຽບ​ທຽບ​ໃສ່​ກັບ ມັດທາຍ 11:10–11, 13–14

ໂຢຮັນ​ບັບຕິ​ສະໂຕ​ຄື ອີລາຍ ຜູ້​ຈະ​ມາ​ເພື່ອ​ຕຽມ​ທາງ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

13 ແຕ່​ຄົງ​ຈະ​ມີ​ເວລາ​ໜຶ່ງ, ເມື່ອ​ຄວາມ​ຮຸນ​ແຮງ​ຈະ​ບໍ່​ມີ​ອຳນາດ​ເລີຍ; ເພາະ​ສາດ​ສະ​ດາ​ທຸກ​ຄົນ ແລະ ກົດ ໄດ້​ທຳ​ນາຍ ວ່າ​ມັນ​ຄວນ​ເປັນ​ດັ່ງ​ນັ້ນ ຈົນ​ເຖິງ​ຄາວ​ຂອງ​ໂຢຮັນ.

14 ແທ້​ຈິງ​ແລ້ວ, ມີ​ຄຳ​ທຳ​ນາຍ​ບອກ​ໄວ້​ລ່ວງ​ໜ້າ​ຫລາຍ​ເທື່ອ ກ່ຽວ​ກັບ​ມື້​ເຫລົ່າ​ນີ້.

15 ແລະ ຖ້າ​ພວກ​ເຈົ້າ​ຍອມ​ຮັບ​ເອົາ​ຖ້ອຍ​ຄຳ​ນີ້, ແທ້​ຈິງ​ແລ້ວ, ເພິ່ນ​ຄື ອີລາຍ, ຜູ້​ທີ່ທຳ​ນາຍ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ມາ ແລະ ຕຽມ​ທຸກ​ສິ່ງ.