ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 3


ປຈສ, ມັດທາຍ 3:4–6. ປຽບ​ທຽບ​ໃສ່​ກັບ ມັດທາຍ 2:4–6

ສາດ​ສະ​ດາ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ເບັດ​ເລ​ເຮັມ​ຈະ​ເປັນ​ສະຖານ​ທີ່​ເກີດ​ຂອງ​ພຣະ​ເມ​ຊີ​ອາ.

4 ແລະ ເມື່ອ​ເພິ່ນ​ໄດ້​ເອີ້ນ​ພວກ​ຫົວ​ໜ້າ​ປະ​ໂລ​ຫິດ, ແລະ ພວກ​ທຳມະຈານ​ທັງ​ໝົດ​ມາ​ເຕົ້າ​ໂຮມ​ກັນ, ແລ້ວ​ເພິ່ນ​ກໍ​ໄດ້​ຖາມ​ພວກ​ເຂົາ​ວ່າ, ສະຖານ​ທີ່ ຊຶ່ງ​ໄດ້​ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ, ບ່ອນ​ທີ່ພຣະ​ຄຣິດ​ຈະ​ມາ​ເກີດ​ນັ້ນ ຢູ່​ທີ່​ໃດ? ເພາະ​ເພິ່ນ​ມີ​ຄວາມ​ຢ້ານ​ກົວ​ຫລາຍ, ແຕ່​ເພິ່ນ​ບໍ່​ເຊື່ອ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ.

5 ແລະ ພວກ​ເຂົາ​ໄດ້​ຕອບ​ເພິ່ນ​ວ່າ, ມີ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ, ວ່າ​ພຣະ​ອົງ​ຈະ​ເກີດ​ຢູ່ໃນ​ເມືອງ​ເບັດ​ເລ​ເຮັມ ແຂວງ​ຢູດາຍ, ເພາະພວກ​ເພິ່ນ​ໄດ້​ກ່າວດັ່ງ​ນັ້ນ,

6 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເຮົາ, ກ່າວ​ວ່າ, ແລະ ເບັດ​ເລ​ເຮັມ ຊຶ່ງ​ຕັ້ງ​ຢູ່ໃນ​ດິນ​ແດນ​ຢູດາຍ​ເອີຍ, ໂດຍ​ທາງ​ເຈົ້າ ກຸມ​ມານ​ນ້ອຍ​ຈະ​ເກີດ​ມາ, ຊຶ່ງ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ເລັກ​ນ້ອຍ​ທີ່​ສຸດ ໃນ​ບັນ​ດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ; ເພາະພຣະ​ເມ​ຊີ​ອາຈະ​ມາ​ຈາກ​ເຈົ້າ, ຜູ້​ຈະໂຜດຊາວ​ອິດສະ​ຣາເອນ ຜູ້​ຄົນ​ຂອງ​ເຮົາ.

ປຈສ, ມັດທາຍ 3:24–26. ປຽບ​ທຽບ​ໃສ່​ກັບ ມັດທາຍ 2:23

ພຣະ​ເຢຊູ​ເຕີບ​ໂຕ​ຂຶ້ນ ແລະ ເຝົ້າ​ລໍ​ພຣະ​ຜູ້​ເປັນ​ເຈົ້າ ກ່ອນ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢຊູ​ໄດ້​ເຕີບ​ໂຕ​ຂຶ້ນ ພ້ອມ​ກັບ​ພີ່​ນ້ອງ​ຂອງ​ພຣະ​ອົງ, ແລະ ເຂັ້ມ​ແຂງ, ແລະ ເຝົ້າ​ລໍ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ເວລາ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ ຈະ​ມາ​ເຖິງ.

25 ແລະ ພຣະ​ອົງ​ໄດ້​ຮັບ​ໃຊ້​ພາຍ​ໃຕ້​ພຣະ​ບິດາ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ບໍ່​ໄດ້​ກ່າວ​ດັ່ງ​ມະນຸດ​ຄົນ​ອື່ນໆ, ທັງ​ພຣະ​ອົງ​ບໍ່​ສາ​ມາດ​ຮັບ​ການ​ສິດ​ສອນ​ໄດ້; ເພາະ​ພຣະ​ອົງ​ບໍ່​ຈຳ​ເປັນ​ໃຫ້​ມະນຸດ​ຄົນ​ໃດ​ມາ​ສອນ​ພຣະ​ອົງ.

26 ແລະ ຫລັງ​ຈາກ​ຫລາຍ​ປີ​ຜ່ານ​ໄປ, ເວລາ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ.

ປຈສ, ມັດທາຍ 3:34–36. ປຽບ​ທຽບ​ໃສ່​ກັບ ມັດທາຍ 3:8–9

ຜູ້​ທີ່​ໄດ້​ປະ​ຕິ​ເສດ​ຂ່າວ​ສານ​ຂອງ​ໂຢຮັນ ບັບຕິ​ສະໂຕ ໄດ້​ປະ​ຕິ​ເສດ​ພຣະ​ຄຣິດ. ພຣະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຜູ້​ທີ່​ບໍ່​ໄດ້​ເປັນ​ຊາວ​ອິດສະ​ຣາເອນ ເປັນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ໄດ້.

34 ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ບໍ່​ຮັບ​ເອົາ​ຄຳ​ສັ່ງ​ສອນ​ຂອງ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ມາ? ຖ້າ​ຫາກ​ເຈົ້າ​ບໍ່​ຮັບ​ເອົາ​ສິ່ງ​ນີ້​ໄວ້​ໃນ​ໃຈ, ເຈົ້າ​ກໍ​ບໍ່​ໄດ້​ຮັບ​ເອົາ​ເຮົາ; ແລະ ຖ້າ​ຫາກ​ເຈົ້າ​ບໍ່​ໄດ້​ຮັບ​ເອົາ​ເຮົາ, ເຈົ້າ​ກໍ​ບໍ່​ໄດ້​ຮັບ​ເອົາ​ຄົນ​ທີ່​ເຮົາ​ໄດ້​ສົ່ງ​ໄປ​ໃຫ້​ຖ້ອຍ​ຄຳ; ແລະ ເປັນ​ເພາະ​ຄວາມ​ຜິດ​ບາບ​ຂອງ​ເຈົ້າ, ເຈົ້າ​ຈຶ່ງ​ບໍ່​ມີ​ເສື້ອ​ຊັ້ນ​ນອກ.

35 ສະນັ້ນ, ຈົ່ງ​ກັບ​ໃຈ, ແລະ ເຮັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ວ່າ ພວກ​ເຈົ້າ​ໄດ້​ກັບ​ໃຈ;

36 ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ, ພວກ​ເຮົາ​ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ແລະ ພວກ​ເຮົາ​ເທົ່າ​ນັ້ນ​ທີ່​ມີ​ອຳນາດ​ທີ່​ຈະ​ນຳ​ລູກ​ຫລານ​ມາ​ໃຫ້​ອັບ​ຣາ​ຮາມ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ; ເພາະ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ເຈົ້າ​ສາ​ມາດ​ບັນ​ດານ​ໃຫ້​ກ້ອນ​ຫີນ​ເຫລົ່າ​ນີ້ເປັນລູກ​ຫລານ​ຂອງ​ອັບ​ຣາ​ຮາມ​ໄດ້.

ປຈສ, ມັດທາຍ 3:38–40. ປຽບ​ທຽບ​ໃສ່​ກັບ ມັດທາຍ 3:11–12

ໂຢຮັນ​ບັບຕິ​ສະໂຕ ເປັນ​ພະຍານ​ວ່າ ພຣະ​ເຢຊູ​ມີ​ອຳນາດ​ທີ່​ຈະ​ໃຫ້​ບັບຕິ​ສະມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດ້ວຍ​ໄຟ.

38 ຂ້າ​ພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ພວກ​ເຈົ້າ​ດ້ວຍ​ນ້ຳ, ຕາມ ການ​ກັບ​ໃຈ​ຂອງ​ພວກ​ເຈົ້າ; ແລະ ເມື່ອ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເປັນ​ພະຍານ​ສະ​ເດັດ​ມາ, ຜູ້​ທີ່ ມີ​ລິດ​ເດດ​ກວ່າ​ຂ້າ​ພະ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ສົມ​ຄວນ​ຈະ​ຈັບ​ແມ່ນ​ແຕ່​ເກີບ​ຂອງ​ພຣະ​ອົງ, (ຫລື ຜູ້​ມີ​ຕຳ​ແໜ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ແທນ​ໄດ້,) ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ, ຂ້າ​ພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ພວກ​ເຈົ້າ​ກ່ອນ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ແທ້ໆ, ວ່າ​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ພຣະ​ອົງ​ຈະ ໃຫ້​ພວກ​ເຈົ້າ​ຮັບ​ບັບຕິ​ສະມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດ້ວຍ​ໄຟ.

39 ແລະ ພຣະ​ອົງ​ເປັນ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເປັນ​ພະຍານ, ຊຶ່ງ​ພຣະ​ຫັດ​ຂອງ​ພຣະ​ອົງຈະຖື​ກະ​ດົ້ງ​ຝັດ​ເຂົ້າ, ແລະ ພຣະ​ອົງ​ຈະ​ເຮັດ​ລານ​ເຂົ້າ​ໃຫ້​ກ້ຽງ​ດີ, ແລະ ຮວບ​ຮວມ​ເອົາ​ເຂົ້າ​ເມັດ​ດີ​ໄວ້​ໃນ​ເລົ້າ; ແຕ່ ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວລາ​ຂອງ​ພຣະ​ອົງ​ເອງ, ພຣະ​ອົງ​ຈະ​ເຜົາ​ເຂົ້າ​ເມັດ​ລີບ​ດ້ວຍ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດ​ໄປ.

40 ດັ່ງ​ນັ້ນ ໂຢຮັນ​ຈຶ່ງ​ໄດ້​ມາ, ໄດ້​ສັ່ງ​ສອນ ແລະ ໃຫ້​ບັບຕິ​ສະມາ ຢູ່​ໃນ​ແມ່​ນ້ຳ​ຈໍແດນ; ໄດ້​ກ່າວ​ເປັນ​ພະຍານ, ວ່າ​ຜູ້​ທີ່​ຈະ​ສະ​ເດັດ​ມາ​ພາຍ​ຫລັງ​ເພິ່ນ ມີ​ອຳນາດ​ທີ່​ຈະ​ໃຫ້​ບັບຕິ​ສະມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດ້ວຍ​ໄຟ.

ປຈສ, ມັດທາຍ 3:43–46. ປຽບ​ທຽບ​ໃສ່​ກັບ ມັດທາຍ 3:15–17

ໂຢຮັນ​ໃຫ້​ບັບຕິ​ສະມາ​ແກ່​ພຣະ​ເຢຊູ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ, ເຫັນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເໝືອນ​ດັ່ງ​ນົກ​ເຂົາ​ລົງ​ມາ, ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ບິດາ.

43 ແລະ ພຣະ​ເຢຊູ, ໄດ້​ຕອບ​ລາວ​ວ່າ, ຈົ່ງ​ຍອມໃຫ້​ເຮົາ​ຮັບ​ບັບຕິ​ສະມາ​ຈາກ​ເຈົ້າ, ເພາະ​ດ້ວຍ​ເຫດ​ນີ້ ພວກ​ເຮົາ​ຈຶ່ງ​ເຮັດ​ໃຫ້​ຄວາມ​ຊອບ​ທຳ​ທັງ​ໝົດ​ສຳ​ເລັດ. ແລ້ວ​ລາວ​ຈຶ່ງ​ຍອມ​ຕໍ່​ພຣະ​ອົງ.

44 ແລະ ໂຢຮັນ​ໄດ້​ລົງ​ໄປ​ຢືນ​ຢູ່​ໃນ​ນ້ຳ ແລະ ໃຫ້​ບັບຕິ​ສະມາ​ແກ່​ພຣະ​ອົງ.

45 ແລະ ເມື່ອ​ພຣະ​ເຢຊູ​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ, ກໍ​ໄດ້​ຂຶ້ນ​ຈາກ​ນ້ຳ​ທັນ​ທີ; ແລະ ໂຢຮັນ​ໄດ້​ເຫັນ, ແລະ ແລ້ວ, ສະຫວັນ​ໄດ້​ເປີດ​ອອກ​ແກ່​ລາວ, ແລະ ລາວ​ໄດ້​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເໝືອນ​ດັ່ງ​ນົກ​ເຂົາ ລົງ​ມາ​ຢູ່ເທິງ​ພຣະ​ເຢຊູ.

46 ແລະ ແລ້ວ, ລາວ​ໄດ້​ຍິນ​ສຽງຈາກ​ສະຫວັນ, ກ່າວ​ວ່າ, ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ເຮົາ​ພໍ​ໃຈ​ຫລາຍ. ຈົ່ງ​ຟັງ​ທ່ານ.